ປະເທດເກຣັກ
ສາທາລະນະລັດ ເກຣັກ | |
|---|---|
ທີ່ຕັ້ງຂອງ ປະເທດເກຣັກ (ສີຂຽວເຂັ້ມ) – ໃນເອີຣົບ (ສີຂຽວອ່ອນ & ສີເທົາເຂັ້ມ) | |
| ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ເອເທນ 37°58′N 23°43′E / 37.967°N 23.717°E |
| ພາສາລັດຖະການ ແລະ ພາສາປະຈຳຊາດ | ເກຣັກ |
| ສາສະໜາ (2017) |
|
| ເດມະນິມ | ຊາວເກຣັກ |
| ການປົກຄອງ | ສາທາລະນະລັດລວມລັດຖະສະພາ |
| ກາເຕຣີນາ ຊາເກລາໂຣປູລູ | |
| Kyriakos Mitsotakis | |
| Konstantinos Tasoulas | |
| ສະພານິຕິບັນຍັດ | ລັດຖະສະພາເກຣັກ |
| ປະຕິວັດການສະຖາປະນາ | |
| 25 ມີນາ ຄ.ສ 1821 (ວັນທີຂອງສົງຄາມປະກາດອິດສະຫຼະພາບເກຣັກແບບດັ້ງເດີມ) 15 ມັງກອນ ຄ.ສ 1822 (ວັນທີປະກາດຢ່າງເປັນທາງການ) | |
| 3 ກຸມພາ ຄ.ສ 1830 | |
| 11 ມິຖຸນາ ຄ.ສ 1975 | |
| ພື້ນທີ່ | |
• ລວມ | 131,957 ຕາລາງກິໂລແມັດ (50,949 ຕາລາງໄມ)[4] (ອັນດັບທີ 95) |
| 1.51 (ໃນປີ ຄ.ສ 2015)[5] | |
| ປະຊາກອນ | |
• 2020 ປະມານ | |
• ສຳມະໂນປະຊາກອນ 2011 | 10,816,286[7] |
| 82[8] ຕໍ່ຕາລາງກິໂລແມັດ (212.4 ຕໍ່ຕາລາງໄມ) (ອັນດັບທີ 98) | |
| GDP (ອຳນາດຊື້) | 2021 (ປະມານ) |
• ລວມ | |
• ຕໍ່ຫົວ | |
| GDP (ລາຄາຕະຫຼາດ) | 2021 (ປະມານ) |
• ລວມ | |
• ຕໍ່ຫົວ | |
| ຈີນີ (2020) | ປານກາງ |
| HDI (2019) | ສູງຫຼາຍ · ອັນດັບທີ 32 |
| ສະກຸນເງິນ | ເອີໂຣ (€) (EUR) |
| ເຂດເວລາ | UTC+02:00 (EET) |
| UTC+03:00 (EEST) | |
| ຮູບແບບວັນທີ | ວວ-ດດ-ປປປປ (AD) |
| ຂັບລົດດ້ານ | ຂວາ |
| ລະຫັດໂທລະສັບ | +30 |
| ລະຫັດອິນເຕີເນັດ | |
| |
ເກຣັກ (ອັງກິດ: Greece; ເກຣັກ: Ελλάδα, ອອກສຽງ [e̞ˈlaða]) ຫຼື ເອີ້ນຢ່າງເປັນທາງການວ່າ ສາທາລະນະລັດ ເກຣັກ (ອັງກິດ: Hellenic Republic; ເກຣັກ: Ελληνική Δημοκρατία [e̞ˌliniˈci ðimo̞kraˈtiˌa]) ເປັນປະເທດທີ່ຕັ້ງຢູ່ທາງຕາເວັນອອກສຽງໃຕ້ຂອງທະວີບເອີຣົບ ພາກໃຕ້ສຸດຂອງແຫຼມບານຄານ ມີຊາຍແດນທາງພາກເໜືອຕິດກັບປະເທດບູນກາລີ, ມາເຊໂດນີ ແລະ ອານບານີ ມີຊາຍແດນທາງຕາເວັນອອກຕິດກັບປະເທດຕວັກກີ ຢູ່ຕິດທະເລອີຈຽນທາງຕາເວັນອອກຕິດທະເລໄອໂອນຽນ ແລະ ທະເລເມດີແຕຣາເນທາງດ້ານຕາເວັນຕົກ ແລະ ໃຕ້ ມີປະຊາກອນປະມານ 10.7 ລ້ານຄົນ.[12] ມີເມືອງຫຼວງແມ່ນ ເອເທນ ເຊິ່ງຍັງເປັນເມືອງທີ່ໃຫຍ່ທີ່ສຸດໃນປະເທດ ໂດຍມີ ເທສະໂລນີກີ ແລະ ເພທຣຸດເປັນນະຄອນໃຫຍ່ຮອງລົງມາ.
ຊາວເກຣັກເອີ້ນປະເທດຕົນເອງວ່າ Hellas ເຊິ່ງພາສາເກຣັກໃນປັດຈຸບັນອອກສຽງວ່າ Ellas ໂດຍໃນການເວົ້າທົ່ວໄປຈະໃຊ້ຄຳວ່າ Ellada ແລະ ມັກຈະເອີ້ນຕົນເອງວ່າ Hellenes. ຄຳໃນພາສາອັງກິດແມ່ນ "Greece" ມາຈາກຊື່ລາຕິນວ່າ Graecia ໝາຍເຖິງພື້ນທີ່ທາງເໜືອຂອງເກຣັກໃນປັດຈຸບັນ ເຊິ່ງມີກຸ່ມຄົນທີ່ເອີ້ນວ່າ Graikos ອາໄສຢູ່.
ປະເທດເກຣັກໄດ້ຮັບການຍອມຮັບວ່າເປັນຕົ້ນກຳເນີດຂອງອາລະຍະທຳຕາເວັນຕົກ ແລະ ຍັງເປັນເປັນຕົ້ນກຳເນີດຂອງປະຊາທິປະໄຕ, ປັດຊະຍາ, ວັນນະຄະດີບູຮານ, ປະຫວັດສາດ, ວິທະຍາສາດການເມືອງ, ທິດສະດີທາງວິທະຍາສາດ ແລະ ຄະນິດສາດ, ໂຮງລະຄອນ ແລະ ການແຂ່ງຂັນໂອລິມປິກ ນັບຕັ້ງແຕ່ສະຕະວັດທີ 8 ກ່ອນຄຣິດສັກກະລາດ ຊາວເກຣັກຢູ່ຮ່ວມກັນເປັນນະຄອນລັດອິດສະຫຼະຫຼາຍແຫ່ງເອີ້ນວ່າ poleis ເຊິ່ງຍາວຕິດທະເລເມດີແຕຣາເນ ແລະ ທະເລດຳ, ຟີລິບໂປດທີ 2 ແຫ່ງມາເຊໂຊນີ ໄດ້ລວມດິນແດນສ່ວນໃຫຍ່ໃນປັດຈຸບັນເຂົ້າດ້ວຍກັນໃນສະຕະວັດທີ 4 ອາເລັກຊານເດີ ມະຫາລາດ ໂອລົດຂອງພະອົງສ້າງຊື່ດ້ວຍການເອົາຊະນະໂລກບູຮານໃນໄລຍະເວລາອັນສັ້ນ ຕັ້ງແຕ່ທະເລເມດີແຕຣາເນໄປຈົນເຖິງອິນເດຍ ກ່ອນຈະເຂົ້າສູ່ສະໄໝເຮເລນິກສະກີ ເຊິ່ງວັດທະນະທຳເກຣັກບູຮານຂະຫຍາຍອິດທິພົນໄປທົ່ວ ກ່ອນທີ່ດິນແດນທັງໝົດຈະຖືກລວມເຂົ້າກັບສາທາລະນະລັດໂຣມັນ ໃນສະຕະວັດທີ 2 ກ່ອນຄຣິດສັກກະລາດໂດຍກາຍເປັນສ່ວນໜຶ່ງຂອງຄວາມຍິ່ງໃຫຍ່ໃນຍຸກຈັກກະວັດໂຣມັນ ແລະ ຈັກກະວັດບີຊັງຕານ ເຊິ່ງໄດ້ຮັບອິດທິພົນຈາກເກຣັກທັງໃນດ້ານວັດທະນະທຳ ແລະ ພາສາ[13][14] ຄຣິດຕະຈັກອໍໂທດອກເຊິ່ງໃນຄຣິດສະຕະວັດທີ 1 ຊ່ວງສ້າງເອກະລັກຂອງຍຸກເກຣັກສະໄໝໃໝ່ ແລະ ຖ່າຍທອດວັດທະນະທຳເກຣັກສູ່ອໍໂທດອກຕາເວັນອອກ ແລະ ຫຼັງຈາກຕົກຢູ່ພາຍໃຕ້ການປົກຄອງໂດຍຈັກກະວັດໂອໂຕມັນ ໃນຊ່ວງກາງສະຕະວັດທີ 15 ເກຣັກໄດ້ກາຍສະພາບເປັນລັດປະເທດຊາດສະໄໝໃໝ່ໃນປີ ຄ.ສ 1830 ຫຼັງສິ້ນສຸດສົງຄາມປະກາດອິດສະຫຼະພາບ[15].
ໃນຊ່ວງສະຕະວັດທຳອິດຂອງການກໍ່ຕັ້ງລາຊະອານາຈັກເກຣັກ ຜູ້ປົກຄອງອານາຈັກສະແຫວງຫາການຂະຫຍາຍດິນແດນເຊິ່ງປະສົບຜົນສຳເລັດໃນຊ່ວງສະຕະວັດທີ 20 ໃນລະຫວ່າງສົງຄາມບອນຄານ ກ່ອນທີ່ຈະສິ້ນສຸດດ້ວຍຄວາມປະລາໄຊຢ່າງເສຍຫາຍໃນສົງຄາມສົງຄາມເກຣັກ-ຕວັກກີ ປີ ຄ.ສ 1919–1922 ເຊິ່ງສົງຜົນຕໍ່ຄວາມເສື່ອມໂຊມຂອງອານາຈັກອີກຫຼາຍປີ ສາທາລະນະລັດ ເກຣັກ ທີສອງກໍ່ຕັ້ງຂຶ້ນໃນເວລາອັນສັ້ນ ເຊິ່ງຕ້ອງປະເຊີນກັບຄວາມຂັດແຍ້ງທາງການເມືອງລວມເຖິງການຕັ້ງຖິ່ນຖານໂດຍຜູ້ລີ້ໄພຊາວຕວັກກີ ລະບອບຜະເດັດການກະສັດມີຈຸດເລີ່ມຕົ້ນໃນປີ ຄ.ສ 1936 ແລະ ຄອບງຳປະເທດເຊິ່ງຕາມມາດ້ວຍການຍຶດຄອງເກຣັກຂອງຝ່າຍອັກສະໃນລະຫວ່າງສົງຄາມໂລກຄັ້ງທີສອງ, ສົງຄາມການເມືອງເກຣັກ ແລະ ນຳໄປສູ່ການຍຶດອຳນາດໂດຍຄະນະຜູ້ຍຶດອຳນາດການປົກຄອງໃນປີ ຄ.ສ 1967. ແນວໃດກໍ່ຕາມ ເກຣັກມີອັດຕາການເຕີບໂຕເສດຖະກິດສູງເປັນປະຫວັດຕິການໃນຊ່ວງລະຫວ່າງທົດສະວັດທີ 1950–70 ແລະ ກາຍສະພາບເປັນປະເທດພັດທະນາແລ້ວ ລະບອບປະຊາທິປະໄຕໄດ້ຮັບການຟື້ນຟູໃນປີ ຄ.ສ 1974 ການລົ້ມລ້າງລະບອບກະສັດໃນຊ່ວງເວລາດັ່ງກ່າວນຳໄປສູ່ການກໍ່ຕັ້ງສາທາລະນະລັດ ເກຣັກ ທີສາມເຊິ່ງກິນເວລາມາເຖິງປັດຈຸບັນ.
ປະເທດເກຣັກ ປົກຄອງແບບສາທາລະນະລັດລະບົບລັດຖະສະພາ ຖືເປັນປະເທດພັດທະນາ ແລະ ເປັນປະເທດອຳນາດປານກາງ ໂດຍມີລາຍຮັບສູງ ແລະ ແລະ ຄຸນນະພາບຊີວິດທີ່ດີຂອງປະຊາກອນ[16] ໂດຍຢູ່ໃນອັນດັບທີ 32 ໃນດັດຊະນີການພັດທະນາມະນຸດ ເສດຖະກິດຂອງປະເທດມີຂະໜາດໃຫຍ່ທີ່ສຸດໃນກຸ່ມປະເທດແຫຼມບານຄານ ເຊິ່ງເປັນແຫຼ່ງລົງທຶນລະດັບພາກພື້ນທີ່ສຳຄັນ ເກຣັກເປັນສະມາຊິກຜູ້ກໍ່ຕັ້ງສະຫະປະຊາຊາດ, ເປັນສະມາຊິກລຳດັບທີ 10 ຂອງສະຫະພາບເອີຣົບ ແລະ ເປັນສ່ວນໜຶ່ງຂອງເອີໂຣໂຊນຕັ້ງແຕ່ປີ ຄ.ສ 2001 ລວມທັງເປັນສະມາຊິກຂອງອົງການລະຫວ່າງປະເທດອື່ນໆ ອີກຫຼາກຫຼາຍເຊັ່ນ: ສະພາເອີຣົບ, ນາໂຕ, ອົງການເພື່ອຮ່ວມມື ແລະ ການພັດທະນາທາງເສດຖະກິດ, ອົງການການຄ້າໂລກ ແລະ ອົງການວ່າດ້ວຍຄວາມໝັ້ນຄົງ ແລະ ຄວາມຮ່ວມມືໃນເອີຣົບ. ເກຣັກມີເອກະລັກໃນດ້ານມໍລະດົກທາງປະຫວັດສາດ ແລະ ວັດທະນະທຳທີ່ມີຊື່ສຽງໄປທົ່ວໂລກ ມີມໍລະດົກໂລກທີ່ຮັບຮອງໂດຍອຸຍແນສໂກຈຳນວນ 19 ແຫ່ງ.[17] ລວມທັງຂຶ້ນຊື່ໃນດ້ານອຸດສາຫະກຳການທ່ອງທ່ຽວ ແລະ ການເດີນເຮືອ[18].
ອ້າງອີງ
- ↑ Archived 2017-10-02 at the Wayback Machine The Constitution of Greece: Section II Relations of Church and State: Article 3, Hellenic Resources network Archived 2017-08-01 at the Wayback Machine Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil)..
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).

- 1 2 3 4 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ບັນນານຸກົມ
- "Minorities in Greece – Historical Issues and New Perspectives". History and Culture of South Eastern Europe. An Annual Journal. München (Slavica) 2003.
- Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil)., 257 pp.
- Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil)..
- Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil)., 376 pp.
- Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil)., 219 pp.; $85. The impact of European Union membership on Greek politics, economics, and society.
- Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil)..
- Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil)..
- Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
ແຫຼ່ງຂໍ້ມູນອື່ນ
- ລາຍຊື່ສະຖານທູດເກຣັກທົ່ວໂລກ Archived 2005-11-20 at the Wayback Machine (ອັງກິດ)
Greece ຈາກ Wikivoyage - ປະເທດເກຣັກ ຢູ່ Open Directory Project
- ↑ ຄຣິດຕະຈັກແຫ່ງເກຣັກເປັນທີ່ຍອມຮັບໂດຍລັດຖະທຳມະນູນຂອງເກຣັກ ເປັນສາສະໜາທີ່ເກີດຂຶ້ນໃນເກຣັກ[1] ແລະ ເປັນປະເທດດຽວໃນໂລກທີ່ອໍໂທດອກຕາເວັນອອກໄດ້ຮັບການຍອມຮັບວ່າເປັນສາສະໜາປະຈຳຊາດຢ່າງເປັນທາງການ[2]
<ref> tags exist for a group named "lower-alpha", but no corresponding <references group="lower-alpha"/> tag was found.