Jump to content

ປະເທດເຢຍລະມັນ

ຈາກ ວິກິພີເດຍ

ພິກັດພູມສາດ: 51°N 9°E / 51°N 9°E / 51; 9

ສະຫະພັນ ສາທາລະນະລັດ ເຢຍລະມັນ

Bundesrepublik Deutschland (ເຢຍລະມັນ)
ເພງຊາດດັສລີດແດຣດັອຍເຊິນ[lower-alpha 1]
(ແປວ່າ "ເພງແຫ່ງເຢຍລະມັນ")
ທີ່ຕັ້ງຂອງ ປະເທດເຢຍລະມັນ  (ຂຽວເຂັ້ມ)

– ໃນທະວີບເອີຣົບ  (ຂຽວອ່ອນ & ເທົາເຂັ້ມ)
– ໃນສະຫະພາບເອີຣົບ  (ຂຽວອ່ອນ)

ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ແບກແລງ[lower-alpha 2]
52°31′N 13°23′E / 52.517°N 13.383°E / 52.517; 13.383
ພາສາທາງການເຢຍລະມັນ[lower-alpha 3]
ເດມະນິມຊາວເຢຍລະມັນ
ການປົກຄອງສະຫະພັນ ສາທາລະນະລັດ ລະບົບລັດຖະສະພາ
ຟຣັງ-ວານເຕີ ສະຕາຍມາຍເອີ
ໂອລາບ ໂຊນສ
ສະພານິຕິບັນຍັດບຸນເດີສະຕັງ, ບຸນເດີສະຕຣາດ[lower-alpha 4]
ກໍ່ຕັ້ງ
18 ມັງກອນ ຄ.ສ 1871
9 ພະຈິກ ຄ.ສ 1918
23 ມີນາ ຄ.ສ 1933
23 ພຶດສະພາ ຄ.ສ 1949
3 ຕຸລາ ຄ.ສ 1990
ພື້ນທີ່
• ລວມ
357,022 ຕາລາງກິໂລແມັດ (137,847 ຕາລາງໄມລ໌)[4] (ອັນດັບ 63)
1.27 (ໃນ ຄ.ສ 2015)[5]
ປະຊາກອນ
• 2022 ປະມານ
ເພີ່ມຂຶ້ນເປັນກາງ 84,270, 625[6] (ອັນດັບທີ 19)
232 ຕໍ່ຕາລາງກິໂລແມັດ (600.9 ຕໍ່ຕາລາງໄມລ໌) (ອັນດັບທີ 58)
GDP (ອຳນາດຊື້)ຄ.ສ 2023 (ປະມານ)
• ລວມ
Increase 5.545 ພັນຕື້ໂດລາສະຫະລັດ[7] (ອັນດັບທີ 5)
Increase 66,132 ໂດລາສະຫະລັດ[7] (ອັນດັບທີ 17)
GDP (ລາຄາຕະຫຼາດ)ຄ.ສ 2023 (ປະມານ)
• ລວມ
Increase 4.308 ພັນຕື້ໂດລາສະຫະລັດ[7] (ອັນດັບທີ 4)
Increase 51,383 ໂດລາສະຫະລັດ[7] (ອັນດັບທີ 19)
ຈີນີ (ຄ.ສ 2020)Negative increase 30.5[8]
ປານກາງ
HDI (ຄ.ສ 2019)Increase 0.942[9]
ສູງຫຼາຍ · ອັນດັບທີ 9
ສະກຸນເງິນເອີໂຣ () (EUR)
ເຂດເວລາUTC+1 (ເວລາເອີຣົບກາງ)
• ລະດູຮ້ອນ (ເວລາອອມແສງ)
UTC+2 (ເວລາອອມແສງເອີຣົບກາງ)
ຂັບລົດດ້ານຂວາ
ລະຫັດໂທລະສັບ+49
ລະຫັດອິນເຕີເນັດ.de

ເຢຍລະມັນ (ອັງກິດ: Germany; ເຢຍລະມັນ: Deutschland, ອອກສຽງ: [ˈdɔʏtʃlant] (ກ່ຽວກັບສຽງນີ້ ຟັງສຽງ)) ຫຼື ຊື່ຢ່າງເປັນທາງການແມ່ນ ສະຫະພັນ ສາທາລະນະລັດ ເຢຍລະມັນ[lower-alpha 6] ເປັນສະຫະພັນທະລັດໃນຮູບແບບສາທາລະນະລັດແບບລັດຖະສະພາໃນພາກພື້ນເອີຣົບກາງ ມີລັດອົງປະກອບທັງໝົດ 16 ລັດ ມີພື້ນທີ່ 357,021 ຕາລາງກິໂລແມັດ ແລະ ມີປະຊາກອນປະມານ 85 ລ້ານຄົນ.[11] ເຊິ່ງຖືເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນສະຫະພາບເອີຣົບ[12] ແລະ ຫຼາຍທີ່ສຸດເປັນອັນດັບສອງໃນເອີຣົບຮອງຈາກລັດເຊຍ.[13] ມີເມືອງຫຼວງທີ່ໃຫຍ່ທີ່ສຸດແມ່ນ ແບກແລງ ແລະ ຍັງເປັນເມືອງທີ່ມີປະຊາກອນຫຼາຍທີ່ສຸດໃນປະເທດ.[14] ມີສູນກາງທາງເສດຖະກິດຢູ່ທີ່ແຟຣງເຟີດ[15] ແລະ ພາກພື້ນທີ່ມີຂະໜາດໃຫຍ່ທີ່ສຸດຄື ຣົວ. ເຢຍລະມັນມີລະບອບການປົກຄອງແບບປະຊາທິປະໄຕເສລີພາບ ແລະ ລັດສະຫວັດດີການ. ເຢຍລະມັນມີຊາຍແດນທິດເໜືອຕິດກັບທະເລເໜືອ, ປະເທດດານມາກ ແລະ ທະເລບານຕິກ, ທິດຕາເວັນອອກຕິດກັບໂປໂລຍ ແລະ ເຊັກ, ທິດໃຕ້ຕິດກັບປະເທດໂອຕຣິດ ແລະ ປະເທດສະວິດ ທິດຕາເວັນຕົກຕິດປະເທດຝຣັ່ງ, ລຸກຊຳບວກ, ແບນຊິກ ແລະ ໂຮນລັງ.

ຊົນເຜົ່າດັ້ງເດີມລວມເຖິງກຸ່ມຄົນເຈີມານິກເຂົ້າມາຕັ້ງຖິ່ນຖານທາງພາກເໜືອຂອງເຢຍລະມັນຕັ້ງແຕ່ສະໄໝຄລາສສິກ[16] ພາກພື້ນທີ່ຊື່ເຈີມາເນຍໄດ້ຮັບການຄົ້ນພົບກ່ອນ ຄ.ສ 100 ແລະ ໃນສະຕະວັດທີ 10 ດິນແດນຂອງເຢຍລະມັນກາຍເປັນສູນກາງຂອງຈັກກະວັດໂຣມັນອັນສັກສິດ[17] ໃນໄລຍະສະຕະວັດທີ 16 ພາກພື້ນທາງເໜືອກາຍເປັນສູນກາງຂອງການປະຕິຮູບສາສະໜາຝ່າຍໂປຣເຕສແຕນ ຫຼັງຈາກສົງຄາມນະໂປລຽນ ແລະ ການລົ້ມສະຫຼາຍຂອງຈັກກະວັດໂຣມັນອັນສັກສິດໃນປີ ຄ.ສ 1806 ສະຫະພັນທະລັດ ເຢຍລະມັນໄດ້ຖືກກໍ່ຕັ້ງຂຶ້ນໃນປີ ຄ.ສ 1815[18] ຕໍ່ມາໃນປີ ຄ.ສ 1871 ການລວມຊາດກໍ່ໃຫ້ເກີດຈັກກະວັດເຢຍລະມັນເຊິ່ງປົກຄອງໂດຍປຣັດເຊຍ ແລະ ພາຍຫຼັງສິ້ນສຸດສົງຄາມໂລກຄັ້ງທີໜຶ່ງ ແລະ ການປະຕິວັດເຢຍລະມັນໃນປີ ຄ.ສ1918 ຈັກກະວັດໄດ້ການສະພາບເປັນສາທາລະນະລັດໄວມາຣ ແລະ ປົກຄອງແບບເຄິ່ງປະທານາທິບໍດີ.

ການຂຶ້ນກຳອຳນາດຂອງອາດັອຟ ຮິດເລີ ນຳໄປສູ່ການກໍ່ຕັ້ງນາຊີເຢຍລະມັນເຊິ່ງເປັນຜົນກະທົບຕໍ່ສົງຄາມໂລກຄັ້ງທີສອງ ແລະ ພັນທຸກໍາໃນເຫດການຮໍໂລຄອສ ຫຼັງສົງຄາມສິ້ນສຸດ ເຢຍລະມັນຖືກຕົກຢູ່ພາຍໃຕ້ການຍຶດຄອງຂອງຝ່າຍສຳພັນທະມິດ ກ່ອນຈະຖືກແບ່ງແຍກເປັນ ສະຫະພັນ ສາທາລະນະລັດ ເຢຍລະມັນ (ເຢຍລະມັນຕາເວັນຕົກ) ແລະ ສາທາລະນະລັດ ປະຊາທິປະໄຕ ເຢຍລະມັນ (ເຢຍລະມັນຕາເວັນອອກ)[19] ສະຫະພັນ ສາທາລະນະລັດ ເຢຍລະມັນ ເປັນສະມາຊິກຜູ້ກໍ່ຕັ້ງປະຊາຄົມເສດຖະກິດເອີຣົບ ແລະ ສະຫະພາບເອີຣົບ ໃນຂະນະທີ່ ສາທາລະນະລັດ ປະຊາທິປະໄຕ ເຢຍລະມັນ ມີສະຖານະເປັນລັດ​ກອມ​ມູນິດ ແລະ ເປັນສະມາຊິກຂອງກຸ່ມຕາເວັນອອກລວມເຖິງສົນທິສັນຍາວໍຊໍ, ການ​ປະ​ຕິ​ວັດ​ງຽບ​ສະ​ຫງົບ​ນຳໄປສູ່ການລົ້ມສະຫຼາຍຂອງລັດ​ທິກອມ​ມູນິດ. ການລວມປະເທດເຮັດໃຫ້ເຢຍລະມັນຕາເວັນອອກເຂົ້າຮ່ວມ ສະຫະພັນ ສາທາລະນະລັດ ເຢຍລະມັນ ເມື່ອວັນທີ 3 ຕຸລາ ຄ.ສ 1990 ກໍ່ໃຫ້ເກີດລັດໃໝ່ຂອງເຢຍລະມັນ ເຊິ່ງໄດ້ກາຍເປັນສາທາລະນະລັດທີ່ມີລັດຖະບານກາງ ແລະ ຢູ່ພາຍໃຕ້ການບໍລິຫານໂດຍນາຍົກລັດຖະມົນຕີ.

ເຢຍລະມັນເປັນ ປະເທດພັດທະນາແລ້ວ ແລະ ຖືເປັນມະຫາອຳນາດ[20][21] ແລະ ເປັນສະມາຊິກຂອງ ສະຫະພາບເອີຣົບ, ເອີໂຣໂຊນ, ສະຫະປະຊາຊາດ, ອົງການເພື່ອການຮ່ວມມື ແລະ ການພັດທະນາທາງເສດຖະກິດ, ສະພາເອີຣົບ, ນາໂຕ, ກຸ່ມ 7[22] ແລະ ກຸ່ມ 20[23] ເຢຍລະມັນມີຄວາມສາມາດໃນການແຂ່ງຂັນລະດັບໂລກ ເປັນໜຶ່ງໃນຜູ້ນຳທາງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ມີຄວາມໝັ້ນຄົງທາງເສດຖະກິດສູງ[24] ໂດຍຫາກວັດຈາກລວມຍອດຜະລິດຕະພັນພາຍໃນ. ເຢຍລະມັນມີຂະໜາດເສດຖະກິດທີ່ໃຫຍ່ທີ່ສຸດໃນເອີຣົບ ແລະ ໃຫຍ່ເປັນອັນດັງ 4 ຂອງໂລກ[25] ແລະ ເປັນປະເທດທີ່ມີການນຳເຂົ້າ ແລະ ສົ່ງອອກຫຼາຍທີ່ສຸດເປັນອັນດັບ 3 ຂອງໂລກ[26] ລວມທັງມີດັດຊະນີການພັດທະນາມະນຸດໃນລະດັບສູງ ແລະ ຍັງມີແຫຼ່ງມໍລະດົກໂລກຫຼາຍທີ່ສຸດເປັນອັນດັບ 3 ຂອງໂລກ ລວມທັງມີສະຫວັດດີການສັງຄົມທີ່ມີຄຸນນະພາບ ລະບົບສາທາລະນະສຸກທີ່ຄົບວົງຈອນ. ກົດໝາຍສິ່ງແວດລ້ອມທີ່ເຂັ້ມງວດ ແລະ ລະບົບການສຶກສາໂດຍບໍ່ເສຍຄ່າ[27]

ໝາຍເຫດ

  1. ຕັ້ງແຕ່ ຄ.ສ 1952 ເຖິງ 1990 "ດັສລີດແດຣດັອຍເຊິນ"ທັງໝົດເຄີຍເປັນເພງຊາດ ແຕ່ຈະຮ້ອງບົດທີ 3 ໃນໂອກາດພິເສດ ຕັ້ງແຕ່ ຄ.ສ 1991 ສະເພາະບົດທີ 3 ເທົ່ານັ້ນທີ່ເປັນເພງຊາດ[1]
  2. ເບີລິນເປັນເມືອງຫຼວງພຽງແຫ່ງດຽວຕາມລັດຖະທຳມະນູນ ແລະ ເປັນທີ່ຕັ້ງລັດຖະບານ ໂດຍນິຕິໄນ ແຕ່ເດີມເມືອງຫຼວງຊົ່ວຄາວຂອງ ສະຫະພັນ ສາທາລະນະລັດ ເຢຍລະມັນ ແມ່ນບັອນ ເຊິ່ງມີສະຖານະພິເສດເປັນ "ເມືອງສະຫະພັນ" (Bundesstadt) ແລະ ເປັນທີ່ຕັ້ງຫຼັກຂອງກະຊວງຫົກແຫ່ງ ກະຊວງທຸກແຫ່ງມີສຳນັກງານຢູ່ໃນເມືອງທັງສອງແຫ່ງ[2]
  3. ພາສາດານມາກ, ເຢຍລະມັນຕ່ຳ, ແຊັກບີ, ຣູມານີ ແລະ ຟຣີເຊຍຖືເປັນພາສາປະຈຳພາກພື້ນ ຫຼື ພາສາຊົນກຸ່ມນ້ອຍ[3]
  4. The Bundesrat is sometimes referred to as a upper chamber of the German legislature. This is technically incorrect, since the German Constitution defines the Bundestag and Bundesrat as two separate legislative institutions. Hence, the federal legislature of Germany consists of two unicameral legislative institutions, not one bicameral parliament.
  5. ສະຫະພັນ ສາທາລະນະລັດ ເຢຍລະມັນຖືກລວມໄປໃນເຂດຄອບຄອງຂອງອັງກິດ, ອາເມຣິກາ ແລະ ຝຣັ່ງໃນວັນທີ 23 ພຶດສະພາ ຄ.ສ 1949 ສ່ວນສາທາລະນະລັດ ປະຊາທິປະໄຕ ເຢຍລະມັນຖືກກໍ່ຕັ້ງໃນເຂດຍຶດຄອງຂອງໂຊວຽດໃນວັນທີ 7 ຕຸລາ ຄ.ສ 1949
  6. ອັງກິດ: Federal Republic of Germany; ເຢຍລະມັນ: Bundesrepublik Deutschland, [ˈbʊndəsʁepuˌbliːk ˈdɔʏtʃlant] (ກ່ຽວກັບສຽງນີ້ ຟັງສຽງ)[10]

ອ້າງອີງ

  1. Bundespräsidialamt. "Repräsentation und Integration" (ພາສາເຢຍລະມັນ). ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 7 March 2016. ຄົ້ນຫາເມື່ອ 8 March 2016.
  2. "The German Federal Government". deutschland.de. 23 January 2018. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 30 April 2020.
  3. Gesley, Jenny (26 September 2018). "The Protection of Minority and Regional Languages in Germany". Library of Congress. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 25 May 2020.
  4. Cite error: Invalid <ref> tag; no text was provided for refs named CIA
  5. "Surface water and surface water change". Organisation for Economic Co-operation and Development (OECD). ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 24 March 2021. ຄົ້ນຫາເມື່ອ 11 October 2020.
  6. "Bevölkerung nach Geschlecht und Staatsangehörigkeit". Destatis. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 23 August 2019. ຄົ້ນຫາເມື່ອ 15 July 2018.
  7. 7.0 7.1 7.2 7.3 "World Economic Outlook database: April 2021". International Monetary Fund. April 2021. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 12 April 2021. ຄົ້ນຫາເມື່ອ 12 April 2021.
  8. "Gini coefficient of equivalised disposable income". Eurostat. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 9 October 2020. ຄົ້ນຫາເມື່ອ 21 June 2022.
  9. "Human Development Report 2020". United Nations Development Programme. 15 December 2020. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 15 December 2020. ຄົ້ນຫາເມື່ອ 15 December 2020.
  10. Mangold, Max, ບ.ກ. (2005). Duden, Aussprachewörterbuch (ພາສາເຢຍລະມັນ) (6th ສະບັບ). Dudenverlag. pp. 271, 53f. ISBN 978-3-411-04066-7.
  11. "Germany Population (2021) - Worldometer". www.worldometers.info (ພາສາອັງກິດ).
  12. "Total population of the EU member states in 2019 and 2050". Statista (ພາສາອັງກິດ).
  13. "Population of Europe 2021, by country". Statista (ພາສາອັງກິດ).
  14. "Population of Cities in Germany (2021)". worldpopulationreview.com.
  15. "Frankfurt. The financial centre of the continent". www.gcb.de (ພາສາອັງກິດ). ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2021-09-10. ຄົ້ນຫາເມື່ອ 2021-09-10.
  16. "History of Germany". Encyclopedia Britannica (ພາສາອັງກິດ).
  17. "German History - History of Germany – German Culture". germanculture.com.ua.
  18. "History of Germany". www.german-way.com.
  19. "Short History of Germany - Nations Online Project". www.nationsonline.org.
  20. giz. "Germany´s role in the world". www.giz.de (ພາສາອັງກິດ).
  21. "Germany and the New Global Order: The Country's Power Resources Reassessed". E-International Relations (ພາສາອັງກິດ (ອາເມລິກັນ)). 2019-09-22.
  22. Entwicklungspolitik, Deutsches Institut für. "The implementation of the G7 and G20 gender equality goals in Germany". www.die-gdi.de (ພາສາເຢຍລະມັນ). ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2022-03-03. ຄົ້ນຫາເມື່ອ 2023-12-07.
  23. giz. "Shaping multilateral development policy and positioning German development policy concerns in the G7 and G20". www.giz.de (ພາສາອັງກິດ).[dead link]
  24. "Germany country profile". BBC News (ພາສາອັງກິດ (ບຣິດທິຊ)). 2018-09-17. ຄົ້ນຫາເມື່ອ 2021-06-25.
  25. "GDP (current US$) - Germany | Data". data.worldbank.org.
  26. https://wits.worldbank.org/CountryProfile/en/Country/WLD/Year/2012/TradeFlow/Export
  27. Team, Study eu. "Study in Germany for free: What you need to know". www.study.eu (ພາສາອັງກິດ).

ຂໍ້ມູນ

ແຫຼ່ງຂໍ້ມູນອື່ນ