ນາຊີເຢຍລະມັນ
ໄຣຊ໌ເຢຍລະມັນ (1933–1943) Deutsches Reich ໄຣຊ໌ເຢຍລະມັນໃຫຍ່ (1943–1945) Großdeutsches Reich | |||||||||||||||
---|---|---|---|---|---|---|---|---|---|---|---|---|---|---|---|
1933–1945 | |||||||||||||||
ທຸງຊາດ
(1935–1945) ເຄື່ອງໝາຍຊາດ
(1935–1945) | |||||||||||||||
![]() ດິນແດນເຢຍລະມັນໃນສົງຄາມໂລກຄັ້ງທີ່ສອງ (ຄ.ສ. 1942) | |||||||||||||||
ເມືອງຫຼວງ | ເບີລິນ | ||||||||||||||
ການປົກຄອງ | ລັດດຽວ ລະບອບນາຊີ ລັດພັກການເມືອງດຽວ ລະບອບຟາດຊິດພາຍໃຕ້ຜະເດັດການລວມອຳນາດທັ້ງໝົດ | ||||||||||||||
ຍຸກປະຫວັດສາດ | ສົງຄາມໂລກຄັ້ງທີ່ສອງ | ||||||||||||||
• ຍຶດອຳນາດ | 30 ມັງກອນ 1933 | ||||||||||||||
23 ມີນາ 1933 | |||||||||||||||
• ອັນສະລູດ | 12 ມີນາ 1938 | ||||||||||||||
1 ກັນຍາ 1939 | |||||||||||||||
30 ເມສາ 1945 | |||||||||||||||
2 ພຶດສະພາ 1945 | |||||||||||||||
• ຍອມຈຳນົນ | 8 ພຶດສະພາ 1945 | ||||||||||||||
5 ມິຖຸນາ 1945 | |||||||||||||||
|
ນາຊີເຢຍລະມັນ (ເຢຍລະມັນ: Nationalsozialistisches Deutschland) ບາງຄັ້ງເອີ້ນວ່າ ໄຣຊ໌ທີ່ສາມ (ເຢຍລະມັນ: Drittes Reich) ມີຊື່ຢ່າງເປັນທາງການວ່າ ໄຣຊ໌ເຢຍລະມັນ (ເຢຍລະມັນ: Deutsches Reich) ແມ່ນຊື່ຂອງເຢຍລະມັນຕັ້ງແຕ່ ຄ.ສ. 1933 ເຖິງ ຄ.ສ. 1945 ນາຊີເຢຍລະມັນຖືກມອງວ່າເປັນຜູ້ສືບທອດຂອງຈັກກະວັດໂລມັນອັນສັກສິດ (ຄ.ສ. 800–1806) ແລະຈັກກະວັດເຢຍລະມັນ (ຄ.ສ. 1871–1918)
ປະທານາທິບໍດີເຢຍລະມັນ ເພົາ ຟອນ ຮິນແດນບູກ ໄດ້ແຕ່ງຕັ້ງຮິດແລເປັນນາຍົກລັດຖະມົນຕີໃນວັນທີ 30 ມັງກອນ ຄ.ສ. 1933 ທຳໃຫ້ພັກນາຊີເລີ່ມກໍາຈັດຄູ່ແຂ່ງທາງການເມືອງແລະຮວບອໍານາດ ຫຼັງຈາກການເສຍຊີວິດຂອງຮິນແດນບູກໃນວັນທີ 2 ສິງຫາ ຄ.ສ. 1934 ຮິດແລໄດ້ກາຍເປັນຜູ້ຜະເດັດການຂອງເຢຍລະມັນໂດຍການຮວມອໍານາດແລະຕໍາແຫນ່ງຂອງນາຍົກລັດຖະມົນຕີແລະປະທານາທິບໍດີ ໃນວັນທີ 19 ສິງຫາ ຄ.ສ. 1934 ມີການລົງປະຊາມະຕິທົ່ວປະເທດເພື່ອໃຫ້ຮິດແລເປັນຟືແລ (ຜູ້ນຳ) ຂອງເຢຍລະມັນແຕ່ພຽງຜູ້ດຽວ ໂດຍມີອຳນາດທັງໝົດໃນມື ແລະດຳລັດຂອງຮິດແລເປັນກົດໝາຍສູງສຸດ ລັດຖະບານບໍ່ແມ່ນໜ່ວຍງານທີ່ຮ່ວມມືກັນ ຫາກແຕ່ກະຈັດກະຈາຍແຍ່ງຊິງອຳນາດແລະຄວາມນິຍົມຈາກຮິດແລ ທ່າມກາງພາວະເສດຖະກິດຕົກຕໍ່າຄັ້ງໃຫຍ່ ພວກນາຊີໄດ້ຟື້ນຟູສະຖຽນລະພາບທາງເສດຖະກິດແລະຢຸດຕິການວ່າງງານຂນານໃຫຍ່ ໂດຍລັດຖະບານນຳເງິນໄປທຸ່ມກັບການໃຊ້ຈ່າຍທາງທະຫານແລະເສດຖະກິດແບບຜະສົມ[1] ມີການດຳເນີນການນະໂຍບາຍສາທາລະນະຢ່າງກວ້າງຂວາງ ລວມທັງການກໍ່ສ້າງເອົາໂທບານ ແລະການຟື້ນຟູສະຖຽນລະພາບທາງເສດຖະກິດຊ່ວຍເພີ່ມຄວາມນິຍົມຂອງລະບອບນາຊີ
ການຢຽດເຊື້ອຊາດ (ອັງກິດ: racism) ໂດຍສະເພາະການຕໍ່ຕ້ານຊາວຍິວ ເປັນຫົວໃຈຫຼັກຂອງອຸດົມການຂອງນາຊີເຢຍລະມັນ ໂດຍຖືວ່າປະຊາຊົນເຢຍລະມັນເປັນເຊື້ອສາຍອາລະຍັນທີ່ບໍລິສຸດທີ່ສຸດ ດັ່ງນັ້ນຈຶ່ງເປັນຊົນຊາດປົກຄອງ (master race) ການເລືອກປະຕິບັດແລະການຂ້າຊາວຢິວແລະຊາວໂຣມານີ (ຍິບຊີ) ໄດ້ເລີ່ມຕົ້ນຫຼັງຈາກການຍຶດຄອງອຳນາດ ຄ້າຍກັກກັນແຫ່ງແຮກຖືກສ້າງຂຶ້ນໃນເດືອນມີນາ ຄ.ສ. 1933 ຊາວຢິວແລະຄົນກຸ່ມອື່ນທີ່ບໍ່ເປັນທີ່ຕ້ອງການຖືກຄຸມຂັງ ກຸ່ມຄອມມິວນິດ ສັງຄົມນິຍົມ ແລະພວກເສລີນິຍົມລ້ວນຖືກຂ້າຕາຍ ຄຸມຂັງ ຫຼືຖືກເນລະເທດ ໂບດຄຣິສຕຽນແລະຜູ້ທີ່ຕໍ່ຕ້ານການປົກຄອງຂອງຮິດແລຖືກກົດຂີ່ແລະຜູ້ນໍາຈໍານວນຫຼາຍຂອງພວກເຂົາຖືກຄຸມຂັງ ດ້ານການສຶກສາຈະເນັ້ນໄປທີ່ຊີວະວິທະຍາເຊື້ອຊາດ ນະໂຍບາຍປະຊາກອນ ແລະເສີມຄວາມສາມາດທາງກາຍສໍາລັບຣາດຊະການທະຫານ ໂອກາດທາງດ້ານອາຊີບແລະການສຶກສາຂອງສະຕີຖືກລົດ ມີການຈັດນັນທະນາການແລະການທ່ອງທ່ຽວຜ່ານໂຄງການຄວາມແຂງແຮງຜ່ານຄວາມຮື່ນເຮິງ (Strength Through Joy) ມີການໃຊ້ໂອລິມປິກລືດູຮ້ອນ 1936 ເພື່ອນຳສະເໜີນາຊີເຢຍລະມັນໃນເວທີສາກົນ ລັດຖະມົນຕີໂຄສະນາການ ໂຍແຊັບ ເກີບເບິລ ໄດ້ໃຊ້ພາບພະຍົນ ການຊຸມນຸມມວນຊົນ ແລພວາທະສິນຈັບຈິດຮິດແລເພື່ອຄວບຄຸມມະຕິມະຫາຊນຢ່າງໄດ້ຜົນ[2] ລັດຖະບານຄວບຄຸມການສະແດງອອກທາງສິນລະປະ ໂດຍສະໜັບສະໜູນສິນລະປະບາງຮູບແບບ ແຕ່ຂັດຂວາງຫຼືຫ້າມສິນລະປະຮູບແບບອື່ນ[3]
ເລີ່ມຕັ້ງແຕ່ປາຍຄິດທດສະວັດ 1930 ນາຊີເຢຍລະມັນຮຽກຮ້ອງດິນແດນຢ່າງກ້າວຮ້າວມາກຂຶ້ນເລີ່ອຍ ໆ ແລະຂູ່ທຳສົງຄາມຫາກຂ້ອຮຽກຮ້ອງບ່ໄດ້ຮັບການຕອບສະໜອງ ຈົນທີ່ສຸດນາຊີເຂົ້າຍຶດໂອຕະລີດແລະເຊໂກສະໂລວາເກຍເກືອບທັງໝົດໃນປີ 1938 ແລະ 1939 ຈາກນັ້ນຮິດແລທຳສົນທິສັນຍາບ່ຮຸກຮານກັບໂຈເຊັບ ສະຕາລິນ ແລະບຸກລຸກໂປແລນດ໌ໃນວັນທີ່ 1 ກັນຍາ 1939 ເປັນການເປີດສາກສົງຄາມໂລກຄັ້ງທີ່ສອງໃນທະວີບເອີຣົບ ກະທັ່ງຕົ້ນປີ 1941 ນາຊີເຢຍລະມັນໄດ້ຄວບຄຸມດິນແດນສ່ວນໃຫຍ່ໃນເອີຣົບ ໄຮຊ໌ຄອມມິດຊາຮີອາດ (Reichskommissariat) ເຂົ້າໄປຄວບຄຸມດິນແດນທີ່ນາຊີເຢຍລະມັນຍຶດຄອງ ມີການຈັດຕັ້ງລັດຖະບາລສາມັນໃນສ່ວນທີ່ເຫຼືອຂອງໂປແລນດ໌ ຂະນະດຽວກັນເຢຍລະມັນໄດ້ຍຶດຄອງຊັບພະຍາກອນແລະແຮງງານຈາກດິນແດນນັ້ນ ໆ ໄປຄອບຄອງ
ຫຼັງການຮຸກຮານສະຫະພາບໂຊວຽດໃນປີ 1941 ນາຊີເຢຍລະມັນກໍ່ເລີ່ມເປັນລອງ ແລະພ່າຍແພ້ທາງທະຫານຫຼາຍຄັ້ງໃນປີ 1943 ການທິ້ງລະເບີດທາງອາກາດຕ່ອປະເທດເຢຍລະມັນມາກຂຶ້ນໃນປີ 1944 ແລະຝ່າຍອັກສະຖອຍຈາກເອີຣົບຕາເວັນອອກແລະເອີຣົບໃຕ້ ຫຼັງການບຸກຄອງປະເທດຝະຣັ່ງຂອງຝ່າຍສັມພັນທະມິດ ປະເທດເຢຍລະມັນຖືກໂຊວຽດຈາກຕາເວັນອອກແລະຝ່າຍສັມພັນທະມິດຕາເວັນຕົກພິຊິດແລະຍອມຈຳນົນໃນນຶ່ງປີ ການທີ່ຮິດແລປະຕິເສດຄວາມພ່າຍແພ້ທຳໃຫ້ໂຄງສ້າງພື້ນຖານຂອງເຢຍລະມັນຖືກທຳລາຍລ້າງຂະໜານໃຫຍ່ແລະການເສຍຊີວິດທີ່ມາກຂຶ້ນໃນເດືອນທ້າຍຂອງສົງຄາມ ຝ່າຍສັມພັນທະມິດເລີ່ມໃຊ້ນະໂຍບາຍການຂະຈັດນາຊີແລະນຳຕົວຜູ້ນຳນາຊີທີ່ຮອດຊີວິດມາພິຈາລານາຄະດີອາດຊະຍາກຳສົງຄາມໃນການພິຈາລານາຄະດີເນືອນແບກ (Nuremberg trials) ສ່ວນດິນແດນນາຊີເຢຍລະມັນຖືກຝ່າຍສັມພັນທະມິດຍຶດຄອງຫຼັງສົງຄາມເຊ່ນດຽວກັບຈັກກະວັດຍີ່ປຸ່ນ
ຊື່
[ດັດແກ້]ຊື່ຢ່າງເປັນທາງການຂອງລັດແມ່ນ ດອຍເຊີດໄຣຊ໌ ("ໄຣຊ໌ເຢຍລະມັນ") ຕັ້ງແຕ່ປີ 1933 ເຖີງ 1943 ແລະໂກດດອຍເຊິດໄຣຊ໌ ("ໄຣຊ໌ເຢຍລະມັນໃຫຍ່") ຕັ້ງແຕ່ປີ 1943 ເຖີງ 1945 ໃນພາສາອັງກິກມັກແປຄຳວ່າດອຍເຊິດໄຣຊ໌ເປັນຈັກກະວັດເຢຍລະມັນ[4] ເຊິ່ງຄຳວ່າ "ໄຣຊ໌" ນີ້ມີຄວາມໝາຍວ່າ "ແຜ່ນດິນ" ອັນໝາຍເຖີງອານາຈັກຂອງໄກແຊ (Kaiser)
ສ່ວນຄຳວ່າ "ໄຣຊ໌ທີ່ສາມ" ນັ້ນ ພວກນາຊີຮັບມາໃຊ້ເມື່ອແຮກໃນນະວະນິຍາຍປີ 1923 ໂດຍອາທົວ ເມີລແລ ຟັນ ເດນ ບຸກ[5] ເຊິ່ງນັບຈັກກະວັດໂລມັນອັນສັກສິດໃນສະໄໝກາງ (ຄ.ສ. 962–1806) ເປັນໄຣຊ໌ທີ່ໜຶ່ງ ແລະຈັກກະວັດເຢຍລະມັນ (ຄ.ສ. 1871–1918) ເປັນໄຣຊ໌ທີ່ສອງ ປັດຈຸບັນຊາວເຢຍລະມັນຮຽກສະໄໝນີ້ວ່າ ໄຊເດດນາຊິໂຍນນັນໂຊຊີອັນອິດມຸດ ຫຼືຍ່ອເປັນ ເອນເອດ-ໄຊ ("ສະໄໝຊາດສັງຄົມນິຍົມ") ຫຼື ນາຊິໂຍນນັນໂຊຊີອັນອິດທິດແຊ ເກວັນແທຊັບ ("ທໍລະລາດຊາດສັງຄົມນິຍົມ")
ປະຫວັດສາດ
[ດັດແກ້]ສະໄໝສາທາລະນະລັດໄວມາຣ໌
[ດັດແກ້]ເສດຖະກິດເຢຍລະມັນຖົດຖອຍຢ່າງຫຼາຍຫຼັງສົງຄາມໂລກຄັ້ງທີ່ໜື່ງ ບາງສ່ວນມາຈາກການຈ່າຍຄ່າປະຕິກຳສົງຄາມທີ່ກຳໜົດພາຍໃຕ້ສົນທິສັນຍາແວກໄຊປີ ຄ.ສ. 1919 ລັດຖະບານພິມເງິນເພື່ອຊຳຮະເງິນແລະຈ່າຍຄືນໜີ້ສົງຄາມຂອງປະເທດ ວິກິດເງິນເຟ້ອເກີນທີ່ຕາມມາທຳໃຫ້ລາຄາສິນຄ້າຈຳເປັນແພງຂຶ້ນຫຼາຍ ເກີດຄວາມວຸ່ນວານທາງເສດຖະກິດແລະຄວາມອຶດຢາກ[6] ເມື່ອລັດຖະບານບໍ່ສາມາດຊຳຮະຄ່າປະຕິກຳໃນເດືອນມັງກອນປີ ຄ.ສ. 1923 ທະຫານຝຣັ່ງຈຶ່ງຍຶດຄອງພື້ນທີ່ອຸດສາຫະກຳຂອງເຢຍລະມັນໃນເຂດຣູຣ໌ ແລະເກີດຄວາມບໍ່ສະຫງັດຂອງປະຊາຊນຕາມມາ[7]
ພັກກຳມະກອນຊາດສັງຄົມນິຍົມເຢຍລະມັນ (ພັກນາຊີ) ທີ່ປ່ຽນມາຈາກພັກກຳມະກອນເຢຍລະມັນຊຶ່ງກໍ່ຕັ້ງໃນປີ ຄ.ສ. 1919 ເປັນພັກການເມືອງຂວາຈັດທີ່ດຳເນີນການໃນສາທາລະນະລັດເຢຍລະມັນຕອນນັ້ນ[8] ນະໂຍບາຍຂອງພັກນາຊີ ຄື ການຂະຈັດສາທາລະນະລັດໄວມາຣ໌ ການປະຕິເສດເງື່ອນໄຂຂອງສົນທິສັນຍາແວກໄຊ ການຕໍ່ຕ້ານຍິວຢ່າງຮຸນແຮງ ແລະການຕໍ່ຕ້ານຄອມມູນິດ[9] ນາຊີສັນຍາວ່າຈະຕັ້ງລັດຖະບານກາງທີ່ເຂັ້ມແຂງ ເພີ່ມເລເບີນສ໌ເຣົາມ໌ (ພື້ນທີ່ອາໄສ) ສຳຫຼັບຊນຊາດເຢຍແມນິກ (Germanic) ການສ້າງຊຸມຊນແຫ່ງເຊື້ອຊາດ ແລະການທຳເຊື້ອຊາດບໍລິສຸດໂດຍປາບປາມຊາວຍິວຢ່າງຮຸນແຮງ ຊາວຍິວທັງປວງຖືກຖອດສິດທິພົນລະເມືອງ[10] ນາຊີສະເໜີການຟື້ນຟູຊາດແລະວັດທະນະທຳໂດຍຍຶດຂະບວນການເຟິລຄິດ[11]
ຕັ້ງແຕ່ປີ ຄ.ສ. 1925 ເຖິງທົດສະວັດ 1930 ລັດຖະບານເຢຍລະມັນປ່ຽນຈາກລະບອບປະຊາທິປະໄຕເປັນລັດຜະເດັດການ ຊາດນິຍົມ ແລະອະນຸລັກນິຍົມພາຍໃຕ້ປະທານາທິບໍດີເພົາ ຟອນ ຮິນແດນບູກ ລັດຖະບຸລຸດເຢຍລະມັນຜູ້ບໍ່ນິຍົມລະບອບປະຊາທິປະໄຕເສລີນິຍົມໃນສາທາະລະນະລັດໄວມາຣ໌[12] ຜົນການເລືອກຕັ້ງສະຫະພັນທະລັດໃນປີ ຄ.ສ. 1928 ປາກົດພັກນາຊີໄດ້ຄະແນນສຽງຕ່ຳຫຼາຍພຽງ 12 ທີ່ນັ່ງ ເນື່ອງຈາກກະບົດໂຮງເບຍ[13] ເມື່ອຕະຫຼາດຫຼັກຊັບໃນສະຫະລັດຕົກໃນວັນທີ່ 24 ຕຸລາ ຄ.ສ. 1929 ຜົນກະທບໃນເຢຍລະມັນນັ້ນຮ້າຍແຮງຫຼາຍ ຫຼາຍລ້ານຄົນຕົກງານ ແລະທະນາຄານຫຼັກຂອງປະເທດລົ້ມລະລາຍ ຮິດແລແລະພັກນາຊີຕຕຽມຄວ້າໂອກາດຈາກວິກິດນີ້ເພື່ອໃຫ້ໄດ້ຮັບການສະໜັບສະໜຸນ ຮິດແລສັນຍາຈະສ້າງເສດຖະກິດແລະຈັດຫາງານ[14] ຜູ້ມີສິດທິເລືອກຕັ້ງທັງຫຼາຍເຊື່ອວ່າພັກນາຊີສາມາດແກ້ໄຂປັນຫາໃນຕອນນີ້ໄດ້ ທຳໃຫ້ໃນການເລືອກຕັ້ງສະຫະພັນທະລັດປີ ຄ.ສ. 1932 ພັກນາຊີໄດ້ຄະແນນສຽງຫຼາຍສຸດໃນສະພາໄຣຊສ໌ທາກ 230 ທີ່ນັ່ງ ໂດຍຄິດເປັນ 37.4 %[15]
ການຍຶດອຳນາດຂອງນາຊີ
[ດັດແກ້]ເຖິງພັກນາຊີຈະມີສັດສ່ວນຄະແນນສຽງຂອງຜູ້ມີສິດທິເລືອກຕັ້ງຫຼາຍທີ່ສຸດໃນການເລືອກຕັ້ງສະພາໄຣຊສ໌ທາກສອງຄັ້ງໃນປີ ຄ.ສ. 1932 ແຕ່ກໍບໍ່ຍັງຄອງສຽງຂ້າງມາກ ທຳໃຫ້ຮິດແລສ້າງຕັ້ງລັດຖະບານຜະສົມອາຍຸສັ້ນຂອງພັກນາຊີແລະພັກປະຊາຊົນແຫ່ງຊາດເຢຍລະມັນ (DNVP)[16] ໃນວັນທີ່ 30 ມັງກອນ ຄ.ສ. 1933 ດ້ວຍແຮງກົດດັນຈາກນັກການເມືອງ ນັກອຸດສາຫະກຳແລະທຸລະກິດ ປະທານາທິບໍດີຮິນແດນບູກຈຶ່ງແຕ່ງຕັ້ງຮິດແລແມ່ນນາຍົກລັດຖະມົນຕີເຢຍລະມັນ ຊຶ່ງເຫດການນີ້ເອີ້ນກັນວ່າ "ມັກແອຣ໌ໄກຟຸງ" (ການຍຶດອຳນາດ) ໃນອີກຫຼາຍເດືອນຕໍ່ມາ ພັກນາຊີໃຊ້ກະບວນການທີ່ເອີ້ມວ່າ "ໄກລຊ໌ຊັລທຸງ" (ການປະສານງານ) ເພື່ອນຳທຸກແງ່ມຸມຊີວິດມາຢູ່ພາຍໃຕ້ພັກຢ່າງຮວດເຮັວ[17] ອົງການພົນລະເລືອນທຸກແຫ່ງ ຮວມທັງກຸ່ມກະເສດຕະກຳ ອົງການອາສາສະໝັກແລະສະໂມສອນກີລາ ມີການປ່ຽນຕົວຜູ້ນຳແມ່ນຝ່າຍສະໜັບສະໜຸນຫຼືສະມາຊິກພັກນາຊີ ໃນເດືອນມິຖຸນາ ຄ.ສ. 1933 ອົງການທີ່ຍັງບໍ່ຖືກຄວບຄຸມໂດຍພັກນາຊີມີແຄ່ກອງທັບກັບແລະສາດສະນະຈັກເທົ່ານັ້ນ[18]

ຄືນວັນທີ່ 27 ກຸມພາ ຄ.ສ. 1933 ສະພາໄຮຊສ໌ທາກຖືກວາງເພີງ ໂດຍມາຣີນຶສ ຟັນ ເດີລຶບເບີ ຊາວເນເທີແລນດ໌ຫົວຄອມມູນິດ ຖືກກ່າວຫາວ່າວາງເພີງ ພັກນາຊີອ້າງວ່າເຫດການນີ້ແມ່ນສັນຍາຂອງການກະບົດຂອງຄອມມູນິດ ທຳໃຫ້ເກີດການປາບປາມຄອມມູນິດຢ່າງຮຸນແຮງໂດຍໜ່ວຍຊະຕວມອັບໄທລຸງ (SA) ທົ່ວປະເທດ ແລະສະມາຊິກພັກຄອມມູນິດແຫ່ງເຢຍລະມັນສີ່ພັນຄົນຖືກຈັບ ກິດສະດີກາເພີງໄໝ້ໄຣຊສ໌ທາກທີ່ກຳໜົດເມື່ອວັນທີ່ 28 ກຸມພາ ຄ.ສ. 1933 ເພີກຖອນເສລີພາບພົນລະເມືອງສ່ວນໃຫຍ່ຂອງເຢຍລະມັນເພື່ອປາບປາມຄູ່ແຂ່ງທາງການເມືອງ ຮວມເຖິງສິດທິໃນການຊຸມນຸມແລະເສລີພາບສື່ ກິດສະດີກາດັງກ່າວຍັງໃຫ້ຕຳຫຼວດມີອຳນາດກັກຂັງບຸກຄົນໂດຍບໍ່ມີການຕັ້ງຂໍ້ຫາຫຼືຄຳສັ່ງສານ ກົດໝາຍນີ້ມີການໂຄສະນາຊວນເຊື່ອຊຶ່ງທຳໃຫ້ສາທາລະນະສະໜັບສະໜຸນມາດຕະການດັງກ່າວ[19]
ໃນເດືອນມີນາ ຄ.ສ. 1933 ລັດຖະບັນຍັດມອບອຳນາດ ຊຶ່ງແມ່ນການແກ້ໄຂເພີ່ມເຕີມລັດຖະທຳມະນູນເຢຍລະມັນ ຜ່ານຄວາມເຫັນຊອບຂອງສະພາໄຣຊສ໌ທາກດ້ວຍຄະແນນສຽງ 444 ຕໍ່ 94[20] ການແກ້ໄຂເພີ່ມເຕີມນີ້ໃຫ້ອຳນາດຮິດແລແລະຄະນະລັດຖະມົນຕີຜ່ານກົດໝາຍຊຶ່ງຂັດຕໍ່ລັດຖະທຳມະນູນໄດ້ ໂດຍໄມ່ຕ້ອງຜ່ານຄວາມເຫັນຊອບຈາກປະທານາທິບໍດີຫຼືໄຣຊສ໌ທາກ[21] ເນື່ອງຈາກລ່າງກົດໝາຍດັງກ່າວຕ້ອງການຝ່າຍຂ້າງມາກ 2 ໃນ 3 ເຖິງຈະຜ່ານ ນາຊີຈຶ່ງໃຊ້ບົດບັນຍັດແຫ່ງກິດສະດີກາເພີງໄໝ້ໄຣຊສ໌ທາກກັນບໍ່ໃຫ້ຜູ້ແທນພັກສັງຄົມປະຊາທິປະໄຕເຂົ້າຮ່ວມປະຊຸມ ໂດຍນັກຄອມມູນິດຖືກຫ້າມໄປກ່ອນແລ້ວ[22] [23] ວັນທີ່ 10 ພຶດສະພາ ລັດຖະບານຍຶດຊັບສິນຂອງນັກສັງຄົມປະຊາທິປະໄຕ ແລະຖືກຫ້າມໃນເດືອນມິຖຸນາ[24] ພັກການເມືອງທີ່ເຫຼືອຖືກຍຸບ ແລະໃນວັນທີ່ 14 ກໍລະກົດ ຄ.ສ. 1933 ເຢຍລະມັນກາຍມາແມ່ນລັດພັກການເມືອງດຽວໃນທາງປະຕິບັດ ເພາະມີການຫ້າມສ້າງຕັ້ງພັກການເມືອງໃໝ່[25] ການເລືອກຕັ້ງຕໍ່ມາໃນປາຍປີ ຄ.ສ. 1933, 1936 ແລະ 1938 ຢູ່ພາຍໃຕ້ພັກນາຊີທັງໝົດ ແລະມີພຽງນາຊີແລະນັກການເມືອງອິດສະລະເລັກນ້ອຍທີ່ໄດ້ຮັບເລືອກຕັ້ງ ສະພາ ລັດພູມິພາກ ແລະໄຣຊ໌ສະຣັດ (ສະພາສູງສະຫະພັນທະລັດ) ຖືກຍຸບໃນເດືອນມັງກອນ ຄ.ສ. 1934[26]
ລະບອບນາຊີຍົກເລີກເຄື່ອງໝາຍຊາດແບບໄວມາຣ໌ ຮວມທັງທຸງຊາດດຳ-ແດງ-ທອງ ແລະໃຊ້ການິຍົມຈັກກະວັດທີ່ປັບປຸງໃໝ່ ທຸງຊາດດຳ-ຂາວ-ແດງສະໄໝຈັກກະວັດຖືກນຳມາໃຊ້ເປັນໜື່ງໃນສອງທຸງຊາດທາງການຂອງເຢຍລະມັນ ສຳລັບທຸງທີ່ສອງນັ້ນແມ່ນທຸງສະວັດດິກະຂອງພັກນາຊີ ຊຶ່ວຕໍ່ມາກາຍມາແມ່ນທຸງຊາດເຢຍລະມັນດ່ຽວໃນປີ ຄ.ສ. 1935 ເພງປະຈຳພັກນາຊີຢ່າງ "ເພງຮອດ ເວດເຊິລ" ກໍກາຍມາແມ່ນເພງຂາດທີ່ສອງເຊ່ນກັນ[27]
ໃນຊ່ວງນີ້ ປະເທດເຢຍລະມັນຍັງຕົກຢູ່ໃນສະຖານະການຮ້າຍທາງເສດຖະກິດ ປະຊາຊົນຫຼາຍລ້ານຄົນວ່າງງານແລະການຂາດດຸນການຄ້າຍັງນ່າກົວ ຮິດແລຊາບດີວ່າການຟື້ນຟູເສດຖະກິດແມ່ນສຳຄັນ ດັງນັ້ນໃນປີ ຄ.ສ. 1934 ຈຶ່ງມີການໃຊ້ໂຄງການໂຍທາສາທາລະນະຂາດດຸນ ຊາວເຢຍລະມັນຮວມ 1.7 ລ້ານຄົນຖືກສົ່ງໄປເຮັດງານໃນໂຄງການຕ່າງ ໆ ຊຶ່ງໃນປີດຽວກັນ[28] ຄ່າຈ້າງສະເລ່ຍຕໍ່ຊົ່ວໂມງແລະຕໍ່ສັບດາເລີ່ມເພີ່ມຂຶ້ນ[29]
ຊໍ້ຮຽກຮ້ອງເພີ່ມອຳນາດທາງການເມືອງແລະທະຫານຂອງ SA ທຳໃຫ້ເກີດຄວາມກັງວົນໃນໝູ່ຜູ້ບັນຊາການທະຫານ ແລະຜູ້ນຳທາງອຸດສາຫະກຳແລະການເມືອງ ຮິດແລຈຶ່ງຕອບກັບໂດຍກວາດລ້າງຜູ້ບັນຊາການ SA ທັງໝົດໃນຄືນມີດຍາວ ກິນເວລາຕັ້ງແຕ່ວັນທີ່ 30 ມິຖຸນາ ເຖິງ 2 ກໍລະກົດ ຄ.ສ. 1934 ຮິດແລກຳໜົດເປົ້າໝາຍແມ່ນແອນສທ໌ ເຣີມ ແລະຜູ້ບັນຊາການ SA ຜູ້ອື່ນ ຕະຫຼອດຈົນສັດຕູທາງການເມືອງຂອງຮິດແລ ຊຶ່ງທັງໝົດຖືກຈັບກຸມແລະຍິງ[30]
ວັນທີ 2 ສິງຫາ ຄ.ສ. 1934 ປະທານາທິບໍດີຮິນແເນບູກເສຍຊີວິດ ແຕ່ໜຶ່ງວັນກ່ອນ ຄະນະລັດຖະນົມຕີໄດ້ຕາ "ກົດໝາຍວ່າດ້ວຍຕຳແໜ່ງລັດສູງສຸດແຫ່ງໄຣຊ໌" ຊຶ່ງມີໃຈຄວາມວ່າ ຄັ້ງຮິນແດນບູກເສຍຊີວິດ ຕຳແໜ່ງປະທານາທິບໍດີຈະຖືກຍຸບແລະຮວມອຳນາດເຂົ້າກັບຕຳແໜ່ງນາຍົກລັດຖະນົມຕີ ເຮັດໃຫ້ຮິດແລກາຍເປັນປະມຸກແຫ່ງລັດເຊ່ນດຽວກັບຫົວໜ້າລັດຖະບານ ລາວໄດ້ຮັບການແຕ່ງຕັ້ງເປັນ "ຟືແລແລະນາຍົກລັດຖະມົນຕີໄຣຊ໌" ຢ່າງເປັນທາງການ ຕອນນີ້ປະເທດເຢຍລະມັນແມ່ນລັດຜະເດັດການເບັດເສັດໂດຍມີຮິດແລເປັນປະມຸກ ໃນຖານະປະມຸກ ຮິດແລຈຶ່ງໄດ້ເປັນຜູ້ບັນຊາການສູງສຸດແຫ່ງແວຣ໌ມັກທ໌ ກົດໝາຍໃໝ່ປ່ຽນຄຳສາບານຄວາມພັກດີຂອງທະຫານໃຫ້ຍືນຍັນຄວາມພັກດີຕ່ອຮິດແລທີ່ເປັນບຸກຄົນບໍ່ໃຊ່ຕຳແໜ່ງຜູ້ບັນຊາການທະຫານ ວັນທີ 19 ສິງຫາ ຜູ້ມີສິດທິອອກສຽງ 90 % ລົງປະຊາມະຕິເຫັນຊອບການຮວມຕຳແໜ່ງປະທານາທິບໍດີແລະນາຍົກລັດຖະມົນຕີ
ຊາວເຢຍລະມັນສ່ວນໃຫຍ່ໂລ່ງໃຈວ່າຄວາມຂັດແຍ້ງແລະການຕໍ່ສູ້ຕາມຖະນົນໃນສະໄໝໄວມາຣ໌ໄດ້ສິ້ນສຸດລົງ ທັງໄດ້ຮັບການໂຄສະນາຊວນເຊື່ອທີ່ໂຍແຊັບ ເກີບເບິລ ແມ່ນຜູ້ສັ່ງການ ຊຶ່ງສັນຍາສັນຕິພາບແລະຄວາມບໍລິບູນແກ່ປະຊາຊນທຸກຄົນໃນປະເທດເອກະພາບໂດຍບໍ່ມີມາກຊິສຕ໌ແລະບໍ່ຜູກມັດສົນທິສັນຍາແວກໄຊ ມີການເປີດຄ່າຍກັກກັນນາຊີຫຼັກແຫ່ງແຮກ ຊຶ່ງເດີມໃຊ້ຂັງນັກໂທດການເມືອວທີ່ດາເຄົາໃນປີ ຄ.ສ. 1933[31] ມີການສ້າງຕັ້ງຄ່າຍເຫຼ່ານີ້ຫຼາຍຮ້ອຍແຫ່ງ[32] ເມື່ອຍຶດອຳນາດ ນາຊີໃຊ້ມາດຕະການກົດຂີ່ຕໍ່ການຄັດຄ້ານທາງການເມືອງແລະເລີ່ມການກີກກັນຢ່າງກວ້າງຂວາງຕໍ່ບຸກຄນທີ່ບໍ່ພຶງປາດຖະໜາທາງສັງຄົມ ນາຊີຮວບອຳນາດມະຫາສານໂດຍໃຊ້ຂໍ້ອ້າງການຕໍ່ສູ້ຄອມມູນິດບັງໜ້າ ນອກຈາກນີ້ ການລົນນະລົງຕໍ່ຕ້ານຊາວຍິວໃນປະເທດເຢຍລະມັນຍັງຄົງດຳເນີນຕໍ່ໄປ
ເລີ່ມຕັ້ງແຕ່ເດືອນເມສາ ຄ.ສ. 1933 ມີການເລີ່ມມາດຕະການຕ່າງ ໆ ຊຶ່ງນິຍາມສະຖານະພາບຍິວແລະສິດທິຍິວໃນລະດັບພູມິພາກແລະຊາດ[33] ການເລີ່ມຕົ້ນແລະການມອບອຳນາດກົດໝາຍຕໍ່ຕ້ານຍິວ ເຮັດໃຫ້ມີການສ້າງຕັ້ງກົດໝາຍເນືອນແບກປີ ຄ.ສ. 1935 ຊຶ່ງຮັບສິດທິຂັ້ນພື້ນຖານຂອງຍິວ[34] ນາຊີຈະຍຶດຄວາມມັ່ງຄັ່ງ ການສົມລົດກັບຜູ້ບໍ່ໃຊ່ຍິວ ແລະສິດທິການເຂົ້າທຳງານໃນສາຊາຕ່າງ ໆ (ເຊ່ນ ດ້ານກົດໝາຍ ແພດສາດ ຫຼືຄູອາຈານ) ຈົນທ້າຍສຸດປະກາດວ່າຍິວບໍ່ພຶງປາດຖະໜາທີ່ຈະຢູ່ຮ່ວມກັບສັງຄົມເຢຍລະມັນ ຊຶ່ງຍິ່ງລົດຄວາມເປັນມະນຸດຂອງຍິວ ອາດແຍ້ງໄດ້ວ່າ ການເຮັດເຫຼ່ານີ້ເຮັດໃຫ້ເກີດໂຮໂລໂກດ ຊາດພັນເຢຍລະມັນຜູ້ບໍ່ຊອບການຕໍ່ຕ້ານຍິວຫຼືບໍ່ຟັງໂຄສະນາຂອງນາຊີຈະຖືກເກດຕາໂປຕວບ ຖືກຍຶດສິດທິ ຫຼືຖືກສົ່ງໄປຄ່າຍກັກກັນ[35]
ນະໂຍບາຍຕ່າງປະເທດແສນຍະນິຍົມ
[ດັດແກ້]
ເມື່ອຕົ້ນເດືອນກຸມພາ ຄ.ສ. 1933 ຮິດແລປະກາດວ່າຈະສ້າງເສີມອາວຸດ ໂດຍຕອນແຮກກະທຳໃນທາງລັບ ເນື່ອງຈາກລະເມີດສົນທິສັນຍາແວກໄຊ ປີຕໍ່ມາລາວບອກຜູ້ນຳທະຫານວ່າປີ ຄ.ສ. 1942 ແມ່ນເປົ້າໝາຍສູ່ສົງຄາມໃນຕາເວັນອອກ[36] ລາວພາປະເທດເຢຍລະມັນອອກຈາກສັນນິບາດຊາດໃນປີ ຄ.ສ. 1933 ໂດຍອ້າງວ່າ ຂໍ້ກຳໜົດການລົດກຳລັງລົບບໍ່ຍຸຕິທຳ ເນື່ອງຈາກມີຜົນບັງຄັບຕໍ່ແຄ່ປະເທດເຢຍລະມັນ มี[37] ດິນແດນຊາຣ໌ທີ່ຖືກຄວບຄຸມໂດຍສັນນິບາດຊາດແມ່ນເວລາ 15 ປີຫຼັງສົງຄາມໂລກຄັ້ງທີໜຶ່ງ ອອກສຽງລົງຄະແນນໃນເດືອນມັງກອນ ຄ.ສ. 1935 ແມ່ນສ່ວນໜຶ່ງຂອງເຢຍລະມັນ[38] ໃນເດືອນມີນາ ຄ.ສ. 1935 ຮິດແລປະກາດວ່າໄຣຊ໌ສະເວຣ໌ຈະເພີ່ມກຳລັງເປັນ 550,000 ນາຍ ແລະລາວຈະສ້າງຕັ້ງກອງທັບອາກາດ[39] ບຣິເຕນເຫັນຊອບວ່າຊາວເຢຍລະມັນຄວນມີກອງທັບເຮືອ ໂດຍລົງນາມຄວາມຕົກລົງນາວີອັງກິດ-ເຢຍລະມັນເມື່ອວັນທີ 18 ມິຖຸນາ ຄ.ສ. 1935[40]
ເມື່ອການຮຸກຮານເອຕິໂອປີຂອງອີຕາລີເຮັດການປະທ້ວງເລັກນ້ອນຈາກລັດຖະບານບຣິເຕນແລະຝຣັ່ງ ວັນທີ 7 ມີນາ ຄ.ສ. 1936 ຮິດແລໃຊ້ສົນທິສັນຍາຄວາມຊ່ວຍເຫຼືອກັນຝຣັ່ງ-ໂຊວຽດແມ່ນຂໍ້ອ້າງໃນການສັ່ງກອງທັບບົກໃຫ້ເຄື່ອນກຳລັງ 3,000 ນາຍ ເຂົ້າສູ່ເຂດປອດທະຫານໃນໄຣນ໌ລັນທ໌ ຊຶ່ງແມ່ນການລະເມີດສົນທິສັນຍາແວກໄຊ[41] ເນື່ອງຈາກດິນແດນນີ້ແມ່ນສ່ວນໜຶ່ງຂອງເຢຍລະມັນ ລັດຖະບານບຣິເຕນແລະຝຣັ່ງຈຶ່ງບໍ່ຮູ້ສຶກວ່າການພະຍາຍາມບັງຄັບໃຊ້ສົນທິສັນຍານັ້ນຈະຄຸ້ມຄອງຄວາມສ່ຽງສົງຄາມ[42] ໃນການເລືອກຕັ້ງພັກດຽວທີ່ຈັດໃນວັນທີ 29 ມີນາ ພັກນາຊີໄດ້ຮັບການສະໜັບສະໜຸນ 98.9 %[43] ໃນປີ ຄ.ສ. 1936 ຮິດແລລົງນາມກະຕິກາສັນຍາຕໍ່ຕ້ານໂຄມິນເທິຣ໌ນກັບປະເທດຍີ່ປຸ່ນ ແລະຄວາມຕົກລົງບໍ່ຮຸກຮານກັບນາຍົກລັດຖະມົນຕີເບນິໂຕ ມຸດໂສລິນີ ແຫ່ງຟາດຊິດອີຕາລີ ຊຶ່ງຮຽກວ່າ "ອັກສະໂຣມ-ເບີລິນ"[44]
ຮິດແລສົ່ງໜ່ວຍອາກາດແລະຍານເກາະສະໜັບສະໜຸນພົນເອກຟານສີດໂກ ຟັງໂກ້ ແລະກຳລັງຊາດນິຍົມໃນສົງຄາມກາງເມືອງແອັດສະປາຍ ຊຶ່ງປະທຸໃນເດືອນກໍລະກົດ ຄ.ສ. 1936 ສະຫະພາບໂຊວຽດໄດ້ມີການສົ່ງກຳລັງທີ່ເລັກກວ່າເຂົ້າຊ່ວຍລັດຖະບານສາທາລະນະລັດນິຍົມເຊ່ນກັນ ແຕ່ສົງຄາມຈົບລົງໂດຍໄຊຊະນະຂອງຝ່າຍຊາດນິຍົມຟັງໂກ້ໃນປີ ຄ.ສ. 1939 ແລະກາຍມາແມ່ນພັນທະມິດຢ່າງບໍ່ທາງການຂອງນາຊີເຢຍລະມັນ[45]
ໂອຕະລີດແລະເຊໂກສະໂລວາເກຍ
[ດັດແກ້]
ໃນເດືອນກຸມພາ ຄ.ສ. 1938 ຮິດແລເນ້ນຍ້ຳຄວາມຈຳເປັນຂອງເຢຍລະມັນໃນການຮັກສາຄວາມປອດໄພເຂດແດນແກ່ນາຍົກລັດຖະນົມຕີໂອຕະລີດຄວດ ຊຸດຊະນິດ (Kurt Schuschnigg) ຊຸດຊະນິກຈັດການລົງປະຊາມະຕິວ່າດ້ວຍເອກະລາດຂອງໂອຕະລີດໃນວັນທີ 13 ມີນາ ແຕ່ຮິດແລຮຽກຮ້ອງໃຫ້ຍົກເລີກ ວັນທີ 11 ມີນາ ຮິດແລຍື່ນຄຳຂາດແກ່ຊຸດຊະນິດຮຽກຮ້ອງໃຫ້ລາງມອບອຳນາດແກ່ພັກນາຊີໂອຕະລີດຫຼືພະເຊີນການຮຸກຮານ ກອງທັບແວຣ໌ມັກເຂົ້າຮຸກຮານໂອຕະລີດວັນຕໍ່ມາແລະໄດ້ຮັບການຕ້ອນຮັບຢ່າງດີຈາກປະຊາຊນ[46]
ສາທາລະນະລັດເຊໂກສະໂລວາເກຍແມ່ນທີ່ອາໄສຂອງຊົນກຸ່ມນ້ອຍເຢຍລະມັນຈຳນວນຫຼາຍ ຊຶ່ງສ່ວນໃຫຍ່ອຍູ່ໃນຊູແດແຕນ ພາຍໃຕ້ແຮງກົດດັນຈາກກຸ່ມແບ່ງແຍກດິນແດນໃນພັກເຢຍລະມັນຊູແດແຕນ ເຮັດໃຫ້ລັດຖະບານເຊໂກສະໂລວາເກຍສະເນີສັມປະທານເສດຖະກິດແກ່ພູມິພາກນີ້[47] ຮິດແລຕັດສິນໃຈຮວມທັງປະເທດເຊໂກສະໂລວາເກຍບໍ່ໃຊ່ແຄ່ຊູແດແຕນເຂົ້າສູ່ໄຣຊ໌ເຢຍລະມັນ[48] ນາຊີດຳເນີນການລົນນະລົງໂຄສະນາຊວນເຊື່ອເພື່ອປຸກເຮົ້າການສະໜັບສະໜຸນການຮຸກຮານ[49] ຜູ້ນຳສູງສຸດຂອງກອງທັບບໍ່ເຫັນຊອບກັບແຜນນີ້ເພາະເຢຍລະມັນບໍ່ພ້ອມທຳສົງຄາມ[50] ວິກິດນີ້ເຮັດໃຫ້ບຣິເຕນ ເຊໂກສະໂລວາເກຍ ແລະຝຣັ່ງ (ພັນທະມິດເຊໂກສະໂລວາເກຍ) ຕຽມເຮັດສົງຄາມ ໃນຄວາມພະຍາຍາມລ່ຽງສົງຄາ ນາຍົກລັດຖະມົນຕີບຣິເຕນເນວິລ ເຊມເບີລິນ ຈັດການປະຊຸມຫຼາຍຄັ້ງ ແລະລົງນາມໃນຄວາມຕົກລົງມິວນິກໃນວັນທີ 29 ກັນຍາ ຄ.ສ. 1938 ລັດຖະຍານເຊໂກສະໂລວາເກຍຖືກບັງຄັບໃຫ້ມອບຊູແດແຕນກັບເຢຍລະມັນ ເຊມເບີລິນໄດ້ຮັບການຕ້ອນຮັບດ້ວຍສຽງສະໜັບສະໜຸນເມື່ອລາວກັບມາເຖິງລອນດອນ ລາວບອກວ່ານີ້ຄື "ສັນຕິພາບສັຫຼັບສະໄໝເຮາ"[51] ຄວາມຕົກລົງນີ້ກິນເວລາຫົກເດືອນກ່ອນຮິດແລຈະຍຶດເຊໂກສະໂລວາເກຍທັງປະເທດໃນເດືອນມັງກອນ ຄ.ສ. 1939[52] ມີການສ້າງຕັ້ງລັດຫຸ່ນເຊີດໃນສະໂລວາກີ[53]
![]() | ສ່ວນນີ້ຖ້າເພີ່ມເຕີມຂໍ້ມູນ ທ່ານສາມາດຊ່ວຍເພີ່ມຂໍ້ມູນສ່ວນນີ້ໄດ້ |
ອ້າງອີງ
[ດັດແກ້]- ↑ Robert O. Paxton; Julie Hessler (2011). Europe in the Twentieth Century. Cengage. p. 286.
- ↑ Peter Watson (2002). Modern Mind: An Intellectual History of the 20th Century. HarperCollins. p. 328.
- ↑ Stephen J. Lee (1996). Weimar and Nazi Germany. Heinemann. p. 56.
- ↑ van Wie, Paul D. (1999). Image, History and Politics: The Coinage of Modern Europe. Lanham, Md: University Press of America ". p. 37. ISBN 978-0-7618-1221-0.
- ↑ The man who invented the Third Reich: the life and times of Arthur Moeller van den Bruck. Npi Media Ltd. May 1, 1999. ISBN 978-0-75-091866-4.
- ↑ Evans 2003, p. 103–108
- ↑ Evans 2003, pp. 186–187
- ↑ Evans 2003, pp. 170–171
- ↑ Goldhagen 1996, p. 85
- ↑ Goldhagen 1996, pp. 202–203
- ↑ Kershaw 2008, p. 81
- ↑ Mary Fulbrook. The Divided Nation: A History of Germany, 1918-1990. Oxford UP, 1992, 45
- ↑ Broszat, M. (1987), Hitler and the Collapse of Weimar Germany, Oxford: Berg Publishers, p. 9, ISBN 0854965092.
- ↑ Shirer 1960, pp. 136–137
- ↑ Kolb 2005, p. 224–225
- ↑ Evans 2003, pp. 293,302
- ↑ McNab 2009, p. 14
- ↑ Evans 2005, p. 14
- ↑ Evans 2003, pp. 329–334
- ↑ Evans 2003, p. 354
- ↑ Evans 2003, p. 351
- ↑ Shirer 1960, p. 196
- ↑ Evans 2003, p. 336
- ↑ Evans 2003, pp. 358–359
- ↑ Shirer 1960, p. 201
- ↑ Evans 2005, p. 109
- ↑ Cuomo 1995, p. 231
- ↑ McNab 2009, p. 54
- ↑ McNab 2009, p. 56
- ↑ Evans 2005, pp. 31–34
- ↑ Evans 2003, p. 344
- ↑ Evans 2008, loc=map, p. 366
- ↑ Walk 1996, pp. 1–128
- ↑ Friedländer 2009, pp. 44–53
- ↑ Fritzsche 2008, pp. 76–142
- ↑ Evans 2005, pp. 338–339
- ↑ Evans 2005, p. 618
- ↑ Evans 2005, p. 623
- ↑ Kitchen 2006, p. 271
- ↑ Evans 2005, p. 629
- ↑ Evans 2005, pp. 633
- ↑ Evans 2005, pp. 632–637
- ↑ Evans 2005, pp. 632–637
- ↑ Evans 2005, p. 641
- ↑ Steiner 2011, pp. 181–251
- ↑ Evans 2005, pp. 646–652
- ↑ Evans 2005, p. 667
- ↑ Kershaw 2008, p. 417
- ↑ Kershaw 2008, p. 419
- ↑ Evans 2005, pp. 668–669
- ↑ Evans 2005, pp. 671–674
- ↑ Evans 2005, p. 683
- ↑ Beevor 2012, p. 24
ບັນນານຸກົມ
[ດັດແກ້]- Bartrop, Paul R.; Jacobs, Leonard, ບ.ກ. (2014). "Einsatzgruppen". Modern Genocide: The Definitive Resource and Document Collection. Vol. 1. Santa Barbara, CA: ABC-CLIO. ISBN 978-1-61069-363-9.
- Beevor, Antony (2002). Berlin: The Downfall 1945. London: Viking-Penguin Books. ISBN 978-0-670-03041-5.
- Beevor, Antony (2012). The Second World War. New York: Little, Brown. ISBN 978-0-316-02374-0.
- Bendersky, Joseph W. (2007). A Concise History of Nazi Germany: 1919–1945. Lanham, MD: Rowman & Littlefield. ISBN 978-0-7425-5363-7.
- Berben, Paul (1975). Dachau 1933–1945: The Official History. London: Norfolk Press. ISBN 978-0-85211-009-6.
- Berghahn, Volker R. (1999). "Germans and Poles, 1871–1945". ໃນ Bullivant, Keith; Giles, Geoffrey; Pape, Walter (ບ.ກ.). Germany and Eastern Europe: Cultural Identities and Cultural Differences. Yearbook of European Studies. Amsterdam; Atlanta, GA: Rodopi. ISBN 978-90-420-0688-1.
- Beyer, John C.; Schneider, Stephen A., Forced Labour under the Third Reich – Part 1 (PDF), Nathan Associates, ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມ (PDF)ເມື່ອ 9 ພຶດສະພາ 2013, ຄົ້ນຫາເມື່ອ 12 ພຶດສະພາ 2013.
- Biddiscombe, Perry (2001). "Dangerous Liaisons: The Anti-Fraternization Movement in the US Occupation Zones of Germany and Austria, 1945–1948". Journal of Social History. 34 (3): 611–647. doi:10.1353/jsh.2001.0002. S2CID 145470893.
- Boeckl-Klamper, Elisabeth; Mang, Thomas; Neugebauer, Wolfgang (2018). Gestapo-Leitstelle Wien 1938–1945 (ພາສາເຢຍລະມັນ). Vienna: Steinbauer. ISBN 978-3-902494-83-2.
- Bracher, Karl Dietrich (1970). The German Dictatorship. Translated by Steinberg, Jean. New York: Penguin Books. ISBN 978-0-14-013724-8.
- Browning, Christopher (2005). The Origins of the Final Solution: The Evolution of Nazi Jewish Policy, September 1939 – March 1942. UK: Arrow. ISBN 978-0-8032-5979-9.
- Busse, Reinhard; Riesberg, Annette (2004), Health Care Systems in Transition: Germany (PDF), Copenhagen: WHO Regional Office for Europe on behalf of the European Observatory on Health Systems and Policies, ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມ (PDF)ເມື່ອ 21 ມີນາ 2020, ຄົ້ນຫາເມື່ອ 4 September 2019.
- Bytwerk, Randall (1998). "Goebbels' 1943 Speech on Total War". German Propaganda Archive. Calvin College. ຄົ້ນຫາເມື່ອ 3 March 2016.
- Childers, Thomas (2017). The Third Reich: A History of Nazi Germany. New York: Simon & Schuster. ISBN 978-1-45165-113-3.
- Clark, Lloyd (2012). Kursk: The Greatest Battle: Eastern Front 1943. London: Headline Review. ISBN 978-0-7553-3639-5.
- Closmann, Charles (2005). "Legalizing a Volksgemeinschaft: Nazi Germany's Reich Nature Protection Law of 1935". ໃນ Brüggemeier, Franz-Josef; Cioc, Mark; Zeller, Thomas (ບ.ກ.). How Green Were the Nazis?: Nature, Environment, and Nation in the Third Reich. Athens: Ohio University Press. ISBN 978-0-8214-1646-4.
- Constable, George, ບ.ກ. (1988). Fists of Steel. The Third Reich. Alexandria, VA: Time-Life Books. ISBN 978-0-8094-6966-6.
- Conway, John S (2001). The Nazi Persecution of the Churches, 1933–1945. Vancouver: Regent College Publishing. ISBN 978-1-57383-080-5.
- Cox, John M. (2009). Circles of Resistance: Jewish, Leftist, and Youth Dissidence in Nazi Germany. New York: Peter Lang. ISBN 978-1-4331-0557-9.
- Cuomo, Glenn R. (1995). National Socialist Cultural Policy. New York: Palgrave MacMillan. ISBN 978-0-312-09094-4.
- Davies, Norman (2003). Rising '44: the Battle for Warsaw. New York: Viking. ISBN 978-0-670-03284-6.
- Davis, Richard G. (1995). "German Rail Yards and Cities: U.S. Bombing Policy 1944–1945". Air Power History. 42 (2): 46–63.
- DeGregori, Thomas R. (2002). Bountiful Harvest: Technology, Food Safety, and the Environment. Washington: Cato Institute. ISBN 978-1-930865-31-0.
- DeLong, J. Bradford (ກຸມພາ 1997). "Slouching Towards Utopia?: The Economic History of the Twentieth Century. XV. Nazis and Soviets". econ161.berkeley.edu. University of California at Berkeley. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 11 ພຶດສະພາ 2008. ຄົ້ນຫາເມື່ອ 21 ເມສາ 2013.
- Die Bevölkerung des Deutschen Reichs nach den Ergebnissen der Volkszählung 1939 [Population of the German Realm according to the 1939 census], Berlin, 1941.
- Dönitz, Karl (2012) [1958]. Memoirs: Ten Years and Twenty Days. London: Frontline. ISBN 978-1-84832-644-6.
- Dorland, Michael (2009). Cadaverland: Inventing a Pathology of Catastrophe for Holocaust Survival: The Limits of Medical Knowledge and Memory in France. Tauber Institute for the Study of European Jewry series. Waltham, Mass: University Press of New England. ISBN 978-1-58465-784-2.
- Dussel, Konrad (2010). "Wie erfolgreich war die nationalsozlalistische Presselenkung?" [How Successful was National Socialist Control of the Daily Press?]. Vierteljahrshefte für Zeitgeschichte (ພາສາເຢຍລະມັນ). 58 (4): 543–561. doi:10.1524/vfzg.2010.0026. S2CID 147376008. (subscription required)
- Encyklopedia Powszechna PWN (ພາສາໂປລິຊ). Vol. 3. Warsaw: Państwowe Wydawnictwo Naukowe. 2004. ISBN 978-83-01-14179-0.
- Ericksen, Robert P.; Heschel, Susannah (1999). Betrayal: German Churches and the Holocaust. Minneapolis: Augsberg Fortress. ISBN 978-0-8006-2931-1.
- ""Euthanasie" im Nationalsozialismus". Das Bundesarchiv (ພາສາເຢຍລະມັນ). Government of Germany. 2012. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 21 ຕຸລາ 2013. ຄົ້ນຫາເມື່ອ 19 ພຶດສະພາ 2013.
- Evans, Richard J. (2003). The Coming of the Third Reich. New York: Penguin. ISBN 978-0-14-303469-8.
- Evans, Richard J. (2005). The Third Reich in Power. New York: Penguin. ISBN 978-0-14-303790-3.
- Evans, Richard J. (2008). The Third Reich at War. New York: Penguin. ISBN 978-0-14-311671-4.
- Evans, Richard J. (2009). Cosmopolitan Islanders: British Historians and the European Continent. Cambridge; New York: Cambridge University Press. ISBN 978-0-521-19998-8.
- Farago, Ladislas (1972) [1942]. German Psychological Warfare. International Propaganda and Communications. New York: Arno Press. ISBN 978-0-405-04747-3.
- Fest, Joachim (1996). Plotting Hitler's Death: The German Resistance to Hitler 1933–1945. London: Weidenfeld & Nicolson. ISBN 978-0-297-81774-1.
- Fest, Joachim (1999). Speer: The Final Verdict. Translated by Osers, Ewald; Dring, Alexandra. San Diego: Harcourt. ISBN 978-0-15-100556-7.
- Fischer, Klaus P. (1995). Nazi Germany: A New History. London: Constable and Company. ISBN 978-0-09-474910-8.
- Fleming, Michael (Spring 2014). "Allied Knowledge of Auschwitz: A (Further) Challenge to the 'Elusiveness' Narrative". Holocaust and Genocide Studies. 28 (1): 31–57. doi:10.1093/hgs/dcu014. S2CID 143736579.
- Freeman, Michael J. (1995). Atlas of Nazi Germany: A Political, Economic, and Social Anatomy of the Third Reich. London; New York: Longman. ISBN 978-0-582-23924-1.
- Friedländer, Saul (2009). Nazi Germany and the Jews, 1933–1945. New York: Harper Perennial. ISBN 978-0-06-135027-6.
- Gellately, Robert (1996). "Reviewed work(s): Vom Generalplan Ost zum Generalsiedlungsplan by Czeslaw Madajczyk. Der "Generalplan Ost". Hauptlinien der nationalsozialistischen Planungs- und Vernichtungspolitik by Mechtild Rössler; Sabine Schleiermacher". Central European History. 29 (2): 270–274. doi:10.1017/S0008938900013170.
- Gellately, Robert (2001). Social Outsiders in Nazi Germany. Princeton, NJ: Princeton University Press. ISBN 978-0-691-08684-2.
- Germany (West) Presse- und Informationsamt (1961). Germany Reports. With an introduction by Konrad Adenauer (ພາສາເຢຍລະມັນ). Wiesbaden: F. Steiner. OCLC 5092689.
- Gill, Anton (1994). An Honourable Defeat: A History of the German Resistance to Hitler. London: Heinemann.
- Gill, Roger (2006). Theory and Practice of Leadership. London: SAGE Publications. ISBN 978-0-7619-7176-4.
- Glantz, David M. (1995). When Titans Clashed: How the Red Army Stopped Hitler. Lawrence, KS: University Press of Kansas. ISBN 978-0-7006-0899-7.
- Goebel, Nicole. "Auschwitz-Birkenau: 4 out of 10 German students don't know what it was", Deutsche Welle, 28 September 2017
- Goeschel, Christian (2009). Suicide in Nazi Germany. Oxford; New York: Oxford University Press. ISBN 978-0-19-953256-8.
- Goldhagen, Daniel (1996). Hitler's Willing Executioners: Ordinary Germans and the Holocaust. New York: Knopf. ISBN 978-0-679-44695-8.
- Grunberger, Richard (1971). The 12-Year Reich: A Social History of Nazi Germany 1933–1945. New York: Holt Rinehart and Winston. ISBN 978-0-03-076435-6.
- Hamblet, Wendy C. (2008). "Book Review: Götz Aly: Hitler's Beneficiaries: Plunder, Racial War, and the Nazi Welfare State". Genocide Studies and Prevention. 3 (2): 267–268. doi:10.1353/gsp.2011.0076. S2CID 143661188.
- Hanauske-Abel, Hartmut M. (7 December 1996). "Not a slippery slope or sudden subversion: German medicine and National Socialism in 1933" (PDF). BMJ. 313 (7070): 1453–1463. doi:10.1136/bmj.313.7070.1453. PMC 2352969. PMID 8973235. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມ (PDF)ເມື່ອ 2020-04-17. ຄົ້ນຫາເມື່ອ 2021-03-04.
- "Battle of Britain was won at sea. Discuss", 23 August 2006
- Heinemann, Isabel; Oberkrome, Willi; Schleiermacher, Sabine; Wagner, Patrick (2006). Nauka, planowanie, wypędzenia : Generalny Plan Wschodni narodowych socjalistów : katalog wystawy Niemieckiej Współnoty Badawczej (PDF) (ພາສາໂປລິຊ). Bonn: Deutsche Forschungsgemeinschaft. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມ (PDF)ເມື່ອ 2019-04-02. ຄົ້ນຫາເມື່ອ 2023-03-06.
- Richter, Heinz A. (1998). Greece in World War II (ພາສາກຣີກ). transl by Kostas Sarropoulos. Athens: Govostis. ISBN 978-960-270-789-0.
- Hildebrand, Klaus (1984). The Third Reich. Boston: George Allen & Unwin. ISBN 978-0-04-943032-7.
- Hoffmann, Peter (1988). German Resistance to Hitler. Cambridge; London: Harvard University Press. ISBN 978-0-674-35085-4.
- Hoffmann, Peter (1996) [1977]. The History of the German Resistance, 1933–1945. Montreal: McGill-Queen's University Press. ISBN 978-0-7735-1531-4.
- Hosking, Geoffrey A. (2006). Rulers and Victims: The Russians in the Soviet Union. Cambridge: Harvard University Press. ISBN 978-0-674-02178-5.
- Hubert, Michael (1998). Deutschland im Wandel. Geschichte der deutschen Bevolkerung seit 1815 (ພາສາເຢຍລະມັນ). Stuttgart: Steiner, Franz Verlag. ISBN 978-3-515-07392-9.
- Kershaw, Ian (2000b). Hitler, 1936–1945: Nemesis. New York; London: W. W. Norton & Company. ISBN 978-0-393-32252-1.
- Kershaw, Ian (2000a). The Nazi Dictatorship: Problems and Perspectives of Interpretation (4th ສະບັບ). London: Arnold. ISBN 978-0-340-76028-4.
- Kershaw, Ian (2001) [1987]. The "Hitler Myth": Image and Reality in the Third Reich. Oxford; New York: Oxford University Press. ISBN 978-0-19-280206-4.
- Kershaw, Ian (2008). Hitler: A Biography. New York: W. W. Norton & Company. ISBN 978-0-393-06757-6.
- Kershaw, Ian (2011). The End: Hitler's Germany, 1944–45. London; New York: Penguin. ISBN 978-1-59420-314-5.
- Kinobesuche in Deutschland 1925 bis 2004 (PDF) (ພາສາເຢຍລະມັນ), Spitzenorganisation der Filmwirtschaft e. V, ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມ (PDF)ເມື່ອ 4 ກຸມພາ 2012, ຄົ້ນຫາເມື່ອ 4 ກັນຍາ 2019.
- Kirschbaum, Stanislav J. (1995). A History of Slovakia: The Struggle for Survival. New York: St. Martin's Press. ISBN 978-1-4039-6929-3.
- Kitchen, Martin (2006). A History of Modern Germany, 1800–2000. Malden, MA: Blackwell. ISBN 978-1-4051-0040-3.
- Klemperer, Klemens von (1992). German Resistance Against Hitler: The Search for Allies Abroad 1938-1945. Oxford University Press. ISBN 978-0-19-160679-3.
- Koonz, Claudia (2003). The Nazi Conscience. Cambridge, MA: Belknap Press of Harvard University Press. ISBN 978-0-674-01172-4.
- Lakotta, Beate (March 2005). "Tief vergraben, nicht dran rühren". Der Spiegel (ພາສາເຢຍລະມັນ). No. 2. Hamburg: Spiegel-Verlag. pp. 218–221.
- Lambert, Peter (2007). "Heroisation and Demonisation in the Third Reich: The Consensus-building Value of a Nazi Pantheon of Heroes". Totalitarian Movements & Political Religions. 8 (3–4): 523–546. doi:10.1080/14690760701571155. S2CID 144769526.
- Lauryssens, Stan (1999). The Man Who Invented the Third Reich: The Life and Times of Arthur Moeller van den Bruck. Stroud: Sutton. ISBN 978-0-7509-1866-4.
- "Leni Riefenstahl", The Daily Telegraph, 10 September 2003
- Libionka, Dariusz. "The Catholic Church in Poland and the Holocaust, 1939–1945" (PDF). The Reaction of the Churches in Nazi Occupied Europe. Yad Vashem. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມ (PDF)ເມື່ອ 17 ເມສາ 2020. ຄົ້ນຫາເມື່ອ 26 August 2013.
- Longerich, Peter (2003). "Hitler's Role in the Persecution of the Jews by the Nazi Regime". Holocaust Denial on Trial. Atlanta: Emory University. 17. Radicalisation of the Persecution of the Jews by Hitler at the Turn of the Year 1941–1942. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 9 July 2009. ຄົ້ນຫາເມື່ອ 31 July 2013.
{{cite journal}}
: CS1 maint: unfit URL (link) - Longerich, Peter (2010). Holocaust: The Nazi Persecution and Murder of the Jews. Oxford; New York: Oxford University Press. ISBN 978-0-19-280436-5.
- Longerich, Peter (2012). Heinrich Himmler: A Life. Oxford; New York: Oxford University Press. ISBN 978-0-19-959232-6.
- Lukas, Richard C. (2001) [1994]. Did the Children Cry?: Hitler's War Against Jewish and Polish Children, 1939–1945. New York: Hippocrene. ISBN 978-0-7818-0870-5.
- Majer, Diemut (2003). "Non-Germans" under the Third Reich: The Nazi Judicial and Administrative System in Germany and Occupied Eastern Europe, with Special Regard to Occupied Poland, 1939–1945. Baltimore; London: Johns Hopkins University Press. ISBN 978-0-8018-6493-3.
- Manvell, Roger; Fraenkel, Heinrich (2007) [1965]. Heinrich Himmler: The Sinister Life of the Head of the SS and Gestapo. London; New York: Greenhill; Skyhorse. ISBN 978-1-60239-178-9.
- Manvell, Roger (2011) [1962]. Goering. London: Skyhorse. ISBN 978-1-61608-109-6.
- Marcuse, Harold (2001). Legacies of Dachau: The Uses and Abuses of a Concentration Camp, 1933-2001. Cambridge; New York: Cambridge University Press. ISBN 978-0-521-55204-2.
- Martin, Bernd (2005) [1995]. Japan and Germany in the Modern World. New York; Oxford: Berghahn Books. ISBN 978-1-84545-047-2.
- Materski, Wojciech; Szarota, Tomasz (2009). Polska 1939–1945: straty osobowe i ofiary represji pod dwiema okupacjami (ພາສາໂປລິຊ). Instytut Pamięci Narodowej, Komisja Ścigania Zbrodni przeciwko Narodowi Polskiemu. ISBN 978-83-7629-067-6.
- Mazower, Mark (2008). Hitler's Empire: How the Nazis Ruled Europe. New York; Toronto: Penguin. ISBN 978-1-59420-188-2.
- McElligott, Anthony; Kirk, Tim; Kershaw, Ian (2003). Working Towards the Führer: Essays in Honour of Sir Ian Kershaw. Manchester: Manchester University Press. ISBN 978-0-7190-6732-7.
- McNab, Chris (2009). The Third Reich. London: Amber Books. ISBN 978-1-906626-51-8.
- Melvin, Mungo (2010). Manstein: Hitler's Greatest General. London: Weidenfeld & Nicolson. ISBN 978-0-297-84561-4.
- Murray, Williamson; Millett, Allan R. (2001) [2000]. A War to be Won: Fighting the Second World War. Cambridge, MA: Belknap Press of Harvard University Press. ISBN 978-0-674-00680-5.
- Nakosteen, Mehdi Khan (1965). The History and Philosophy of Education. New York: Ronald Press. OCLC 175403.
- NS-Zwangsarbeit: "Verbotener Umgang" (ພາສາເຢຍລະມັນ), Stadtarchiv Göttingen Cordula Tollmien Projekt NS-Zwangsarbeiter, 1942.
- Nicholas, Lynn H. (2006). Cruel World: The Children of Europe in the Nazi Web. New York: Vintage. ISBN 978-0-679-77663-5.
- Niewyk, Donald L.; Nicosia, Francis R. (2000). The Columbia Guide to the Holocaust. New York: Columbia University Press. ISBN 978-0-231-11200-0.
- 'NS-Frauenwarte': Paper of the National Socialist Women's League, Heidelberg University Library, ຄົ້ນຫາເມື່ອ 8 May 2013.
- Oberkommandos der Wehrmacht (1941). Soldaten Atlas (ພາສາເຢຍລະມັນ).
- Overmans, Rüdiger (2000) [1999]. Deutsche militärische Verluste im Zweiten Weltkrieg. Beiträge zur Militärgeschichte (ພາສາເຢຍລະມັນ). München: R. Oldenbourg. ISBN 978-3-486-56531-7.
- Overy, Richard (2005) [2004]. The Dictators: Hitler's Germany, Stalin's Russia. UK: Penguin Group. ISBN 978-0-393-02030-4.
- Overy, Richard (2006) [1995]. Why The Allies Won. London: Random House. ISBN 978-1-84595-065-1.
- Overy, Richard (2014). The Bombers and the Bombed: Allied Air War Over Europe 1940–1945. New York: Viking. ISBN 978-0-698-15138-3.
- Panayi, Panikos (2005). "Exploitation, Criminality, Resistance: The Everyday Life of Foreign Workers and Prisoners of War in the German Town of Osnabruck, 1939–49". Journal of Contemporary History. 40 (3): 483–502. doi:10.1177/0022009405054568. JSTOR 30036339. S2CID 159846665.
- Pauley, Bruce F. (2003) [1997]. Hitler, Stalin, and Mussolini: Totalitarianism in the Twentieth Century. European History Series. Wheeling, IL: Harlan Davidson. ISBN 978-0-88295-993-1.
- Pine, Lisa (2011) [2010]. Education in Nazi Germany. Oxford; New York: Berg. ISBN 978-1-84520-265-1.
- Posener, Alan. "German TV Is Sanitizing History", Foreign Policy, 9 April 2018
- Proctor, Robert N. (1999). The Nazi War on Cancer. Princeton, NJ: Princeton University Press. ISBN 978-0-691-07051-3.
- Raeder, Erich (2001) [1956]. Grand Admiral: The Personal Memoir of the Commander in Chief of the German Navy From 1935 Until His Final Break With Hitler in 1943. New York: Da Capo Press. ISBN 978-0-306-80962-0.
- Rees, Laurence (2005). Auschwitz: A New History. New York: Public Affairs, member of Perseus Books Group. ISBN 978-1-58648-303-6.
- Reisner, Markus (February 2015). "Der Luftkrieg 1944/45 über Österreich". www.bundesheer.at (ພາສາເຢຍລະມັນ). Bundesministerium für Landesverteidigung. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 17 ພະຈິກ 2021. ຄົ້ນຫາເມື່ອ 7 February 2021.
- Rhodes, Richard (2002). Masters of Death: The SS-Einsatzgruppen and the Invention of the Holocaust. New York: Vintage Books. ISBN 978-0-375-70822-0.
- Rummel, Rudolph (1994). Death by Government. New Brunswick, NJ: Transaction. ISBN 978-1-56000-145-4.
- Rupp, Leila J. (1978). Mobilizing Women for War: German and American Propaganda, 1939–1945. Princeton, N.J.: Princeton University Press. ISBN 978-0-691-04649-5. OCLC 3379930.
- Schafranek, Hans (2017). Widerstand und Verrat: Gestapospitzel im antifaschistischen Untergrund (ພາສາເຢຍລະມັນ). Vienna: Czernin Verlag. ISBN 978-3-7076-0622-5.
- Schreiner, Klaus (1998). "Messianism in the Weimar Republic". ໃນ Schäfer, Peter; Cohen, Mark (ບ.ກ.). Toward the Millennium: Messianic Expectations from the Bible to Waco. Leiden: Brill. pp. 311–362. ISBN 90-04-11037-2.
- Scobie, Alexander (1990). Hitler's State Architecture: The Impact of Classical Antiquity. University Park: Pennsylvania State University Press. ISBN 978-0-271-00691-8.
- Sereny, Gitta (1996) [1995]. Albert Speer: His Battle With Truth. New York; Toronto: Random House. ISBN 978-0-679-76812-8.
- Sereny, Gitta (November 1999). "Stolen Children". Talk. ຄົ້ນຫາເມື່ອ 1 July 2012.
- Shirer, William L. (1960). The Rise and Fall of the Third Reich. New York: Simon & Schuster. ISBN 978-0-671-62420-0.
- Smith, J. W. (1994). The World's Wasted Wealth 2: Save Our Wealth, Save Our Environment. Cambria, CA: Institute for Economic Democracy. ISBN 978-0-9624423-2-2.
- Snyder, Timothy (2010). Bloodlands: Europe between Hitler and Stalin. New York: Basic Books. ISBN 978-0-465-00239-9.
- "Sonderbehandlung erfolgt durch Strang". Documents for National Socialism (ພາສາເຢຍລະມັນ). NS-Archiv. 1942.
- Sontheimer, Michael. "Germany's Nazi Past: Why Germans Can Never Escape Hitler's Shadow", 10 March 2005
- Speer, Albert (1971) [1969]. Inside the Third Reich. New York: Avon. ISBN 978-0-380-00071-5.
- Spielvogel, Jackson J. (2016) [2005]. Hitler and Nazi Germany: A History. Abingdon; New York: Taylor & Francis. ISBN 978-0-205-84678-8.
- Spotts, Frederic (2002). Hitler and the Power of Aesthetics. New York: Overlook Press. ISBN 978-1-58567-345-2.
- Staff. "What the Führer means for Germans today", 16 December 2015 (in en)
- Statistisches Jahrbuch für die Bundesrepublik Deutschland (PDF) (ພາສາເຢຍລະມັນ). Statistisches Bundesamt. 2006. p. 34. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມ (PDF)ເມື່ອ 26 ກັນຍາ 2007. ຄົ້ນຫາເມື່ອ 17 ມີນາ 2012.
- Stein, George (2002) [1966]. The Waffen-SS: Hitler's Elite Guard at War 1939–1945. Cerberus Publishing. ISBN 978-1-84145-100-8.
- Steiner, Zara (2011). The Triumph of the Dark: European International History 1933–1939. Oxford; New York: Oxford University Press. ISBN 978-0-19-921200-2.
- Stephenson, Jill (2001). Women in Nazi Germany. London: Longman. ISBN 978-0-582-41836-3.
- Stolfi, Russel (March 1982). "Barbarossa Revisited: A Critical Reappraisal of the Opening Stages of the Russo-German Campaign (June–December 1941)". Journal of Modern History. 54 (1): 27–46. doi:10.1086/244076. hdl:10945/44218. S2CID 143690841.
- "Strafgesetzbuch, StGB", German Law Archive, 13 November 1998, ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 29 ຕຸລາ 2019, ຄົ້ນຫາເມື່ອ 6 ມີນາ 2023.
- Strüber, Henning (17 August 2018). "1943: Briten bombardieren Peenemünde". www.ndr.de (ພາສາເຢຍລະມັນ). ຄົ້ນຫາເມື່ອ 7 February 2021.
- Tomasevich, Jozo (1975). War and Revolution in Yugoslavia, 1941–1945: The Chetniks. Stanford, CA: Stanford University Press. ISBN 978-0-8047-0857-9.
- Tooze, Adam (2006). The Wages of Destruction: The Making and Breaking of the Nazi Economy. New York; Toronto: Viking. ISBN 978-0-670-03826-8.
- Tümmler, Holger (2010). Hitlers Deutschland: Die Mächtigen des Dritten Reiches (ພາສາເຢຍລະມັນ). Wolfenbüttel: Melchior Verlag. ISBN 978-3-941555-88-4.
- Uekötter, Frank (2006). The Green and the Brown: A History of Conservation in Nazi Germany. Cambridge; New York: Cambridge University Press. ISBN 978-0-521-84819-0.
- Uekötter, Frank (2005). "Polycentrism in Full Swing: Air Pollution Control in Nazi Germany". ໃນ Brüggemeier, Franz-Josef; Cioc, Mark; Zeller, Thomas (ບ.ກ.). How Green Were the Nazis?: Nature, Environment, and Nation in the Third Reich. Athens: Ohio University Press. ISBN 978-0-82144-196-1.
- Umbreit, Hans (2003). "Hitler's Europe: The German Sphere of Power". ໃນ Kroener, Bernhard; Müller, Rolf-Dieter; Umbreit, Hans (ບ.ກ.). Germany and the Second World War, Vol. 5. Organization and Mobilization in the German Sphere of Power. Part 2: Wartime Administration, Economy, and Manpower Resources, 1942–1944/5. Oxford; New York: Oxford University Press. ISBN 978-0-19-820873-0.
- USHMM. "Children during the Holocaust". United States Holocaust Memorial Museum—Holocaust Encyclopedia. ຄົ້ນຫາເມື່ອ 24 April 2013.
- USHMM. "Dachau". United States Holocaust Memorial Museum—Holocaust Encyclopedia. ຄົ້ນຫາເມື່ອ 14 July 2013.
- USHMM. "Genocide of European Roma (Gypsies), 1939–1945". United States Holocaust Memorial Museum—Holocaust Encyclopedia. ຄົ້ນຫາເມື່ອ 16 September 2018.
- USHMM. "The German Churches and the Nazi State". United States Holocaust Memorial Museum—Holocaust Encyclopedia. ຄົ້ນຫາເມື່ອ 25 September 2016.
- USHMM. "Women in the Third Reich". United States Holocaust Memorial Museum—Holocaust Encyclopedia. ຄົ້ນຫາເມື່ອ 19 August 2017.
- Walk, Joseph (1996). Das Sonderrecht für die Juden im NS-Staat: Eine Sammlung der gesetzlichen Maßnahmen und Rechtlinien, Inhalt und Bedeutung (ພາສາເຢຍລະມັນ) (2nd ສະບັບ). Heidelberg: Müller Verlag. ISBN 978-3-82521-889-8.
- Weale, Adrian (2012) [2010]. Army of Evil: A History of the SS. New York; Toronto: NAL Caliber (Penguin Group). ISBN 978-0-451-23791-0.
- Wegner, Bernd (1990). The Waffen-SS: Organization, Ideology and Function. Hoboken, NJ: Blackwell. ISBN 978-0-631-14073-3.
- Weinberg, Gerhard L. (2010) [1970]. Hitler's Foreign Policy 1933–1939: The Road to World War II. New York: Enigma Books. ISBN 978-1-929631-91-9.
- Weinberg, Gerhard L. (2005) [1994]. A World at Arms: A Global History of World War II. Cambridge; Oxford: Cambridge University Press. ISBN 978-0-521-85316-3.
- Welch, David (2001). Hitler: Profile of a Dictator. London: Routledge. ISBN 978-0-415-25075-7.
- Wiederschein, Harald (21 July 2015). "Mythos Waffen-SS". Focus (ພາສາເຢຍລະມັນ). ຄົ້ນຫາເມື່ອ 3 October 2018.
- Wüstenberg, Jenny; Art, David (May 2008). "Using the Past in the Nazi Successor States from 1945 to the Present". The Annals of the American Academy of Political and Social Science (ພາສາອັງກິດ). 617 (1): 72–87. doi:10.1177/0002716207312762. ISSN 0002-7162. S2CID 145313351.
- Wrobel, Peter (1999). Warsaw Uprising 1944. The Devil's Playground: Poland in World War II. The Canadian Foundation for Polish Studies of the Polish Institute of Arts & Sciences Price-Patterson Ltd. ISBN 978-0-96927-841-2.
- Articles containing German-language text
- ໜ້າທີ່ໃຊ້ກ່ອງຂໍ້ມູນປະເທດທີ່ມີພາຣາມິເຕີທີ່ບໍ່ຮູ້ຈັກ
- Pages using infobox country or infobox former country with the flag caption or type parameters
- Pages using infobox country or infobox former country with the symbol caption or type parameters
- ບົດຄວາມທີ່ມີເນື້ອຫາບາງສ່ວນຖ້າເພີ່ມເຕີມ
- CS1 ເຢຍລະມັນ-language sources (de)
- Pages containing links to subscription-only content
- CS1 ໂປລິຊ-language sources (pl)
- CS1 ກຣີກ-language sources (el)
- CS1 maint: unfit URL
- CS1 ອັງກິດ-language sources (en)
- ນາຊີ