ອາໂດນ ຮິດແລ

ຈາກ ວິກິພີເດຍ
ເອດັອບ ຮິດເລີ
Adoft Hitler
Bundesarchiv Bild 183-S33882, Adolf Hitler retouched.jpg
Bundesarchiv Bild 183-S33882, Adolf Hitler retouched
ເກີດ 20 ເມສາ ຄ.ສ.1889
ເບົາເນົາອຳອິນ ໂອຕະລິດ-ຮົງກະລີ
ເສຍຊີວິດ 30 ເມສາ ຄ.ສ.1945 (56 ປີ)
ເບີລິນ ເຢຍລະມັນ
ສັນຊາດ ໂອຕະລິດ
ຮູ້ຈັກໃນຖານະ ຜູ້ນຳກອງທັບນາຊີ,ຜູ້ນຳພັກນາຊີເຍຍລະມັນ
ສາດສະໜາ ສາສະໜາຄິດ
ຄູ່ສົມລົດ ເອວາ ບາວນ໌
ບິດາ ມານດາ ອາລົວ ຮິດເລີ
ຄາລ່າ ຮິດເລີ

ອາໂດນ ຮິດແລ ຫຼື ເອດັອບ ຮິດເລີ (ເຢຍລະມັນ: Adolf Hitler, 20 ເມສາ ຄ.ສ. 1889 – 30 ເມສາ ຄ.ສ. 1945) ເປັນນັກການເມືອງເຢຍລະມັນສັນຊາດໂອຕະລິດໂດຍກຳເໜີດ ຫົວໜ້າພັກແຮງງານສັງຄົມນິຍົມແຫ່ງຊາດເຢຍລະມັນ ຫຼືທີ່ຮູ້ຈັກກັນທົ່ວໄປໃນຊື່ ພັກນາຊີ. ຮິດແລດຳລົງຕຳແໜ່ງນາຍົກລັດຖະມົນຕີເຢຍລະມັນ ລະຫວ່າງ ຄ.ສ. 1933 - ຄ.ສ. 1945 ແລະຜູ້ຜະເດັດການຂອງນາຊີເຢຍລະມັນ (ຕຳແໜ່ງ ຟືແລ) ຕັ້ງແຕ່ ຄ.ສ. 1934 - ຄ.ສ. 1945. ຮິດແລຢູ່ ໃນສູນກາງຂອງນາຊີເຢຍລະມັນ ສົງຄາມໂລກຄັ້ງທີສອງໃນທະວີບເອີລົບ ແລະໂຮໂລໂກດ.

ຮິດເລີເປັນທະຫານຜ່ານສຶກສົງຄາມໂລກຄັ້ງທີ່ນຶ່ງຜູ້ທີ່ໄດ້ຮັບການປະດັບອິສະລິຍາພອນຈາກການຮົບຕໍ່ມາ ຮິດເລີໄດ້ເຂົ້າຮ່ວມພັກກຳມະກອນເຍຍລະມັນໃນ ຄ.ສ. 1919 ເຊິ່ງເປັນພັກການເມືອງກ່ອນໜ້າພັກນາຊີ ກ່ອນຈະໄດ້ເປັນຫົວໜ້າພັກນາຊີໃນ ຄ.ສ. 1921 ເຂົາພະຍາຍາມກໍ່ລັດຖະປະຫານ ເຊິ່ງເປັນທີ່ຮູ້ຈັກກັນວ່າ ກະບົດໂຮງເບຍ ໃນເມືອງມິວນິກ ດ້ວຍວາທະສິນອັນມີສະເໜ່ ເມື່ອວັນທີ່ 8-9 ພະຈິກ ຄ.ສ. 1923 ແຕ່ບໍ່ສຳເລັດ ຮິດເລີຖືກຈຳຄຸກເປັນເວລານຶ່ງປີ ເຊິ່ງໃນລະຫວ່າງນັ້ນເອງເຂົາຂຽນບັນທຶກຄວາມຊົງຈຳ ໄມນ໌ຄັມພ໌ (ການຕໍ່ສູ້ຂອງຂ້າພະເຈົ້າ) ຫຼັງໄດ້ຮັບການປ່ອຍຕົວເມື່ອ 20 ທັນວາ ຄ.ສ. 1924 ເຂົາໄດ້ຮັບສະນັບສະໜຸນຈາກປະຊາຊົນໂດຍໂຈມຕີສົນທິສັນຢາແວຊາຍແລະການສະເໜີອຸດົມການຮວມກຸ່ມເຍຍລະມັນ ການຕໍ່ຕ້ານຍິວ ແລະການຕໍ່ຕ້ານຄອມມິວນີສຕ໌ ດ້ວຍວາທະສິນອັນມີສະເໜ່ດຶງດູດແລະການໂຄສະນາຊວນເຊື່ອນາຊີ ຫຼັງໄດ້ຮັບແຕ່ງຕັ້ງເປັນນາຍົກລັດຖະມົນຕີເມື່ອ 30 ມັງກອນ ຄ.ສ. 1933 ເຂົາປ່ຽນສາທາລະນະລັດໄວມາຣ໌ເປັນຈັກກະວັດໄຣຊ໌ທີ່ສາມ ລັດຜະເດັດການພັກການເມືອງດຽວ ພາຍໃຕ້ອຸດົມການນາຊີອັນມີລັກສະນະຜະເດັດການເບັດເສັດແລະອັດຕາທິປະໄຕ ເປົ້າໝາຍຂອງເຂົາຄື ລະບຽບໂລກໃໝ່ ທີ່ໃຫ້ນາຊີເຍຍລະມັນຄອບງຳເອີລົບພາກພື້ນທະວີບຢ່າງສົມບູນ

ນະໂຍບາຍຕ່າງປະເທດແລະໃນປະເທດຂອງຮິດເລີມີຄວາມມຸ່ງໝາຍເພື່ອຍຶດເລເບນສະເຮົາມ໌ ("ພື້ນທີ່ຢູ່ອາໄສ") ເປັນຂອງຊາວເຍຍລະມັນ ເຂົານຳການສ້າງເສີມກຳລັງອາວຸດຂຶ້ນໃໝ່ແລະການບຸກຄອງໂປແລນ ໃນເດືອນກັນຢາ ຄ.ສ. 1941 ອັນນຳໄປສູ່ການປະທຸຂອງສົງຄາມໂລກຄັ້ງທີ່ສອງໃນທະວີບເອີລົບ ພາຍໃນສາມປີໃຕ້ການນຳຂອງຮິດເລີ ກອງທັບເຍຍລະມັນແລະພັນທະມິດໃນເອີລົບຍຶດຄອງດິນແດນເອີລົບແລະແອຟິກາເໜືອສ່ວນໃຫຍ່ ສະຖານະການຄ່ອຍພິກຜັນຫຼັງ ຄ.ສ. 1941 ກະທັ່ງກອງສັມພັນທະມິດເອົາຊະນະກອງທັບເຍຍລະມັນໃນ ຄ.ສ. 1945 ນະໂຍບາຍຄວາມສູງສຸດແລະທີ່ກະຕຸ້ນດ້ວຍການຖືຊາດພັນຂອງຮິດເລີລົງເອີຍດ້ວຍການຄາດຕະກຳຜູ້ຄົນນັບ 17 ລ້ານຄົນຢ່າງເປັນລະບົບ ໃນຈຳນວນນີ້ແມ່ນຊາວຍິວເກືອບຫົກລ້ານຄົນ

ປາຍສົງຄາມ ລະຫວ່າງຍຸດທະການເບີລິນໃນ ຄ.ສ. 1945 ຮິດເລີແຕ່ງງານກັບເອວາ ບາວນ໌ ທັງສອງເຮັດອັດວິນິບາດກຳ (ຂ້າຕົວຕາຍ) ເມື່ອວັນທີ່ 30 ເມສາ ຄ.ສ. 1945 ເພື່ອຫຼີກລ່ຽງບໍ່ໃຫ້ຖືກກອງທັບແດງຂອງໂຊວຽດຈັບຕົວແລະສັ່ງໃຫ້ເຜົາຮ່າງຂອງຕົນ

ເນື້ອໃນ

ຊີວິດຊ່ວງຕົ້ນ[ແກ້ໄຂ]

ບັນພະບຸລຸດ[ແກ້ໄຂ]

ອາລົວສ໌ ຮິດແລ (Alois Hitler) ບິດາຂອງຮິດແລ ແມ່ນບຸດນອກກົດໝາຍຂອງມາເລຍ ແອນນາ ຊິກກູເບີ (Maria Anna Schicklgruber) ດັງນັ້ນຊື່ບິດາບໍ່ປາກົດໃນສູຕິບັດຂອງອາລົວສ໌ ເຂົາໃຊ້ນາມສະກຸນຂອງມານດາ ໃນ ຄ.ສ. 1842 ໂຍຮັນ ເກີກ ຮີດເລີ (Johann Georg Hiedler) ສົມລົດກັບມາເລຍ ຫຼັງມາເລຍເສຍຊີວິດໃນ ຄ.ສ. 1847 ແລະໂຍຮັນເສຍຊີວິດໃນ ຄ.ສ. 1856 ອາລົວໄດ້ຮັບການລ້ຽງດູໂດຍຄອບຄົວຂອງໂຍຮັນ ເນໂພມຸກ ຮີດເລີ ອ້າຍຂອງຮີດເລີ ກະທັ່ງ ຄ.ສ. 1876 ອາລົວຈຶງໄດ້ມາເປັນບຸດຊອບດ້ວຍກົດໝາຍແລະທະບຽນພິທີສີນຈຸ່ມຖືກນັກບວດປ່ຽນຕໍ່ໜ້າພະຍານສາມຄົນ ລະຫວ່າງລໍການພິຈາລະນາທີ່ເນີນແບກໃນ ຄ.ສ. 1945 ຂ້າລັດການນາຊີ ຮັນສ໌ ຟຣັງຄ໌ ສະເໜີການມີຢູ່ຂອງຈົດໝາຍທີ່ອ້າງວ່າ ມານດາຂອງອາລົວສ໌ໄດ້ຮັບການວ່າຈ້າງວ່າແມ່ນແມ່ບ້ານແກ່ຄອບຄົວຍິວໃນກຣາສ ແລະວ່າບຸດຊາຍວັຍ 19 ປີຂອງຄອບຄົວນັ້ນ ເລໂອໂປ ຟຣັນເຄນເບີເກີ (Leopold Frankenberger) ແມ່ນບິດາຂອງອາລົວສ໌ ຢ່າງໃດກໍດີ ບໍ່ມີຄອບຄົວຟຣັນເຄນເບີເກີ ຫຼືຊາວຍິວ ປາກົດໃນທະບຽນໃນກຣາສຊ່ວງນັ້ນ ນັກປະຫວັດສາດສົງໄສການອ້າງທີ່ວ່າ ບິດາຂອງອາລົວສ໌ແມ່ນຍິວ

ເມື່ອອາຍຸໄດ້ 39 ປີ ອາລົວສ໌ປ່ຽນໄປໃຊ້ນາມສະກຸນ "ຮິດເລີ" ເຊິ່ງສາມາດຍັງສະກົດໄດ້ເປັນ ຮີດເລີ (Hiedler), ຮຶດເລີ (Hüttler,Huettler) ຊື່ນີ້ອາດຖືກໃຊ້ຕາມລະບຽບໂດຍສະໜຽນທຸລະການ ທີ່ມາຂອງຊື່ດັງກ່າວອາດໝາຍເຖິງ "ຜູ້ອາໄສຢູ່ໃນກະທ່ອມ" (ເຢຍລະມັນ: Hütte),"ຄົນລ້ຽງແກະ" (ເຢຍລະມັນ: Hüten; "ເຝົ້າ") ຫຼືມາຈາກພາສາສະລາຟ ຮິດລາ ແລະຮິດດາເລັກ

ວັຍເດັກ[ແກ້ໄຂ]

ເອດັອບ ຮິດເລີໃນວັຍທາລົກ (ປະມານ ຄ.ສ. 1889-1890)
ຄາລາ ມານດາຂອງອາໂດນ ຮິດແລ

ອາໂດນ ຮິດແລເກີດວັນທີ່ 20 ເມສາ ຄ.ສ. 1889 ທີ່ກັສທອຟ ຊຸມ ພອມແມຣ໌ (Gasthof zum Pommer) ໂຮງແຮມແຫ່ງໃນຮັນສ໌ຮໍເຟນ (Ranshofen) ໝູ່ບ້ານເຊິ່ງຖືກຮວມເຂົ້າກັບເບົາເນົາອຳອິນ (Braunau am Inn) ຈັກກະວັດໂອຕະລິດ-ຮົງກາລີ ໃນ ຄ.ສ. 1938 ເຂົາເປັນບຸດຄົນທີ່ສີ່ຈາກທັງໝົດຫົກຄົນຂອງອາລົວສ໌ ຮິດແລແລະຄາລາ ເພິລເຊັລ (Klara Pölzl) ພີ່ນ້ອງທັງສາມຄົນຂອງຮິດແລ ກຸສະຕາຟ ໄອ ດາ ແລະ ອັອດໂທ ເສຍຊີວິດຕັ້ງແຕ່ເປັນທາລົກ ເມື່ອຮິດແລອາຍຸໄດ້ສາມຂວບ ຄອບຄົວຂອງເຂົາຍ້າຍໄປພັດເຊົາ ເຢຍລະມັນ ທີ່ເຊິ່ງເຮັດໃຫ້ຮິດແລມີສຳນຽງທ້ອງຖິ່ນແບບບາວາເລຍລ່າງຫຼາຍກວ່າສຳນຽງເຢຍລະມັນ ໂອຕະລິດ ແລະແມ່ນສຳນຽງທີ່ຮິດແລໃຊ້ຕະຫຼອດຊີວິດ ໃນ ຄ.ສ. 1894 ຄອບຄົວໄດ້ຍ້າຍອີກເທື່ອໜຶ່ງໄປຍັງເລອອນດິງ ໄກ້ກັບລິນຊ໌ ແລະຕໍ່ມາ ເມື່ອເດືອນມິຖຸນາ ຄ.ສ. 1895 ອາລົວສ໌ໄດ້ກະສຽນໄປຍັງທີ່ດິນໜ້ອຍໆ ທີ່ຮາເຟລດ໌ ໄກ້ລຳບັກ ທີ່ເຊິ່ງເຂົາພະຍາຍາມປະກອບອາຊີບກະສິກຳແລະລ້ຽງເຜິ່ງດ້ວຍຕົນເອງ ຮິດແລເຂົ້າສຶກສາໂຮງຮຽນທີ່ຟິດຮຳ (Fischlham) ໃນລະແວກໄກ້ຄຽງ ຂະນະທີ່ຍັງເປັນເດັກ ຮິດແລກາຍມາຕິດການສົງຄາມຫຼັງພົບໜັງສືພາບກ່ຽວກັບສົງຄາມຝະລັ່ງ-ປັດເຊຍ ທ່າມກາງບັນດາສົມບັດຂອງບິດາ

ການຍ້າຍໄປຍັງຮາເລຟດ໌ເກີດຂຶ້ນໄລ່ເລ່ຍກັບການເລິ່ມຕົ້ນຄວາມຂັດແຍ້ງຢ່າງຮຸນແຮງລະຫວ່າງພໍ່ລູກ ເຊິ່ງເກີດຈາກທີ່ຮິດແລປະຕິເສດບໍ່ເຊື່ອຟັງກົດລະບຽບອັນເຂັ້ມງວດຂອງໂຮງຮຽນເຂົາ ຄວາມພະຍາຍາມເຮັດກະສິກຳທີ່ຮາເຟລດ໌ຂອງອາລົວສິ້ນສຸດລົງດ້ວຍຄວາມລົ້ມເຫຼວ ແລະໃນ ຄ.ສ. 1897 ຄອບຄົວຮິດແລຍ້າຍໄປລຳບັກ ຮິດແລເຂົ້າສຶກສາທີ່ໂຮງຮຽນຄາທໍລິກແຫ່ງໜຶ່ງໃນລະບຽງສັນນະບົດເບເນດິກຕິນ (Benedictine) ຄິດສະຕະວັດທີ່ 11 ເຊິ່ງທີ່ບົນທຳມາດນັ້ນມີສັນຍາລັກສະຫວັດດິກະທີ່ຖືກປັບໃຫ້ເຂົ້າກັບແບບບົນກາອາມຂອງເທໂອໂດລິດ ຟອນ ຮາ ເກນ ອະດີດອະທິການວັດ ຮິດແລວັຍແປດຂວບເຂົ້າຮຽນຮ້ອງເພງ ຮ່ວມຢູ່ໃນວົງປະສານສຽງຂອງໂບດແລະກະທັ່ງ ວາດຝັນວ່າຕົນຈະເປັນນັກບວດ ຄອບຄົວຮິດແລກັບໄປອາໄສ ນະ ເລອອນດິງ ຢ່າງຖາວອນ ການເສຍຊີວິດແອັດມຸນ ນ້ອງຊາຍ ດ້ວຍໂຮກຫັດ ເມື່ອວັນທີ່ 2 ກຸມພາ ຄ.ສ. 1900 ກະທົບຕໍ່ຮິດແລຢ່າງລຶກຊຶ້ງ ຈາກທີ່ເຄີຍເປັນເດັກທີ່ມັ່ນໃຈ ເຂົ້າສັງຄົມ ແລະເປັນນັກຮຽນທີ່ຍອດຍ້ຽມ ຮິດແລເປັນເດັກອາລົມຂຸ່ນມົວ ເສີຍຊາ ແລະເຄີອດທີ່ມີປັນຫາກັບບິດາແລະຄູຢ່າງຕໍ່ເນື່ອງ

ອາລົວປະສົບຄວາມສຳເລັດໃນອາຊີບໃນສຳນັກງານສຸລະກາກອນ ແລະຕ້ອງການໃຫ້ລູກຊາຍເດິນຕາມຮອຍເຂົາ ພາຍຫຼັງ ຮິດແລເລົ່າເຖິງຊ່ວງນີ້ເກີນຄວາມຈິງເມື່ອບິດາພາເຂົາໄປຊົມທີ່ເຮັດການສຸລະກາກອນ ໂດຍບັນຍາຍວ່າ ມັນເປັນເຫດການທີ່ນຳໄປສູ່ການຕໍ່ຕ້ານຢ່າງບໍ່ອາດໃຫ້ອະໄພລະຫວ່າງພໍ່ລູກທີ່ຕ່າງມີຄວາມຕັ້ງໃຈແຮງກ້າທັງຄູ່ ໂດຍລະເລີຍຄວາມຕັ້ງການຂອງບຸດທີ່ຢາກເຂົ້າສຶກສາຍັງໂຮງຮຽນຄາສສິກແລະຈົບມາເປັນສິລະປິນ ໃນເດືອນກັນຍາ ຄ.ສ. 1900 ອາລົວສົ່ງຮິດແລໄປຍັງເລອັນຊູເລີ (Realschule) ໃນລິນ ຮິດແລຂັດຂືນຕໍ່ການຕັດສິນໃຈນີ້ ແລະໄນຄັມພ໌ ໄດ້ເປີດເຜີຍວ່າ "ເຂົາຮຽນໄດ້ເລວຫຼາຍໃນໂຮງຮຽນ" ດ້ວຍຫວັງວ່າເມື່ອບິດາເຫັນວ່າ "ຂ້າພະເຈົ້າມີຄວາມຄືບໜ້າໜ້ອຍພຽງໃດທີ່ໂຮງຮຽນອາຊີວະ ເຂົາຈະໄດ້ປ່ອຍໃຫ້ຂ້າພະເຈົ້າອຸທິດຕົນແກ່ຄວາມໃຝ່ຝັນຂອງຂ້າພະເຈົ້າເອງ"

ຮິດແລເລິ່ມຫຼົງໄຫຼໃນລັດທິຊາດນິຍົມເຢຍລະມັນຕັ້ງເຍົາວັຍ ຮິດແລສະແດງຄວາມເຄົາຮົບຕໍ່ເຢຍລະມັນເທົ່ານັ້ນ ແມ້ນລາຊະວົງຮັບສະບູກແລະການປົກຄອງເໜືອຈັກກະວັດທີ່ມີຄວາມຫຼາກຫຼາຍທາງເຊື້ອຊາດຈະເສື່ອມລົງກໍຕາມ ຮິດແລແລະເພື່ອນຂອງເຂົາໃຊ້ຄຳທັກທາຍພາສາເຢຍລະມັນ "ໄຮລ໌" ແລະຮ້ອງເພງຊາດເຢຍລະມັນ "ດອຍຊະລັນອືແບອັນເລ" ແທນເພງຊາດຈັກກະວັດໂອຕະລິດ

ຫຼັງກາຍເສຍຊີວິດກະທັນຫັນຂອງອາລົວສ໌ເມື່ອວັນທີ່ 3 ມັງກອນ ຄ.ສ. 1903 ພຶດຕິກຳຂອງຮິດແລທີ່ໂຮງຮຽນອາຊີວະຍິ່ງເລວຮ້າຍໜັກຂຶ້ນໄປອີກ ມານດາເຂົາອະນຸຢາດໃຫ້ເຂົາລາອອກໃນລະດູໃບໄມ້ຜິ ຄ.ສ. 1905 ເຂົາລົງຮຽນທີ່ເລອັນຊູເລີໃນສະເທເຍີ (Steyr) ໃນເດືອນກັນຍາ ຄ.ສ. 1904 ພຶດຕິກຳແລະຜົນການຮຽນຂອງເຂົາສະແດງເຖິງພັດທະນາການເລັກໜ້ອຍແລະຕໍ່ເນື່ອງຢູ່ບ້າງ ໃນລະດູໃບໄມ້ຣ່ວງ ຄ.ສ. 1905 ຫຼັງຜ່ານຂໍ້ສອບສອບປາຍພາກ ຮິດແລກໍໄດ້ອອກຈາກໂຮງຮຽນໂດຍບໍ່ສະແດງຄວາມທະເຍີທະຍານໃດ ໆ ແກ່ການສຶກສາຕໍ່ ຫຼືແຜນທີ່ຊັດເຈນສຳລັບອາຊີບໃນອະນາຄົດ

ວັຍຜູ້ໃຫຍ່ໃນຊ່ວງຕົ້ນທີ່ວຽນນາແລະມິວນິກ[ແກ້ໄຂ]

ນັບຈາກ ຄ.ສ. 1905 ຮິດແລໄດ້ໃຊ້ຊີວິດແບບຮີມ່ຽນໃນວຽນນາດ້ວຍເງິນສົງເຄາະເດັກກຳພ້າແລະການສະນັບສະໜຸນຈາກມານດາ ເຂົາເຮັດວຽກເປັນກຳມະກອນຊົ່ວຄາວ ແລະທ້າຍສຸດ ເປັນຈິດຕະກອນຂາຍພາບວາດສີນ້ຳ ສະຖາບັນວິຈິດສິນວຽນນາປະຕິເສດເຂົາສອງຄັ້ງ ໃນ ຄ.ສ. 1907 ແລະ 1908 ເພາະຄວາມບໍ່ເໝາະສົມທີ່ຈະວາດພາບຂອງເຂົາ ຜູ້ອຳນວຍການແນະນຳໃຫ້ຮິດແລຮຽນສະຖາປັດຕະຍະກຳ ແຕ່ເຂົາຂາດເອກະສານສະແດງວິທະຍະຖານະ ວັນທີ່ 21 ທັນວາ ຄ.ສ. 1907 ມານດາຂອງເຂົາເສຍຊີວິດໃນວັຍ 47 ປີ ຫຼັງສະຖາບັນປະຕິເສດເປັນຄັ້ງທີ່ສອງ ຮິດແລກໍໝົດເງິນ ໃນ ຄ.ສ. 1909 ເຂົາອາໄສຢູ່ໃນບ່ອນພັກຄົນໄຣ້ບ້ານ ແລະໃນ ຄ.ສ. 1910 ເຂົາຍ້າຍເຂົ້າມາອາໄສຢູ່ໃນບ້ານພັກຊາຍຮັບຈ້າງຢາກຈົນບົນຖະໜົນເມລເດມັນສະທາເຊີ ຂະນະຮິດແລຢູ່ບ່ອນນັ້ນ ວຽນນາເປັນແຫຼ່ງເພາະພັນອະຄະຕິທາງສາດສະໜາແລະຄະຕິນິຍົມເຊື້ອຊາດແບບຄິດສະຕະວັດທີ່ 19 ຍ່ານວ່າຈະຖືກຜູ້ອົບພະຍົບຈາກຕາເວັນອອກລ່ວງລ້ຳແພ່ຂະຫຍາຍ ແລະນາຍົກເທດສະມົນຕີປະຊານິຍົມ ຄາວ ລື ເກີ (Karl Lueger) ໃຊ້ວາທະສິນກຽດຊັງຍິວຮຸນແຮງເພື່ອປະໂຫຍດທາງການເມືອງ ຄະຕິກຽດຊັງຍິວຮວມເຖິງເຢຍລະມັນຂອງເກີກ ເຊີເນເລີ (Georg Schönerer) ມີຜູ້ສະນັບສະໜຸນຢ່າງແຂັງແກ່ງແລະຖານໃນຍ່ານມາເລຍຮິວ ທີ່ຮິດແລອາໄສຢູ່ ຮິດແລອ່ານໜັງສືພິມທ້ອງຖິ່ນຢ່າງ ດອຍເຊສ ໂຟລດ໌ ສະບັດ (Deutsches Volksblatt) ທີ່ກະພືອະຄະຕິແລະຫຼີ້ນກັບຄວາມຍ່ານຂອງຄຣິສຕຽນວ່າຈະຕ້ອງແບກພາລະຈາກການໄຫຼ່ບ່າເຂົ້າມາຂອງຍີວຕາເວັນອອກ ຄວາມເປັນປໍລະປັກຕໍ່ສິ່ງທີ່ຮິດແລເຫັນວ່າແມ່ນ "ໂຮກຍ່ານເຢຍລະມັນ" ຂອງຄາທໍລິກ ເຂົາຈຶງເລິ່ມຍົກຍ່ອງ ມາຣ໌ຕິນ ລູເທີ

ຈຸດກຳເໜີດແລະການສະແດງອອກຄັ້ງທຳອິດຂອງຮິດແລຕໍ່ຄະຕິກຽດຊັງຍິວຢາກຈະພົບ ຮິດແລຂຽນໃນ ໄມຄັມພ໌ວ່າ ເຂົາກຽດຊັງຍິວຄັ້ງທຳອິດໃນວຽນນາ ເພື່ອນສະນິດຂອງຮິດແລ ອູກຸດ ຄູບີແຊັກ (August Kubizek) ອ້າງວ່າ "ຮິດແລເປັນຜູ້ກຽດຊັງຍິວທີ່ຍືນຍັນແລ້ວ" ຕັ້ງແຕ່ກ່ອນເຂົາອອກຈາກລິນ ບັນທຶກຂອງຄູບີແຊັກຖືກນັກປະຫວັດສາດ ບີຈິດເທີ ຮາມັນ (Brigitte Hamann) ຂຽນໂຕ້ແຍ້ງ ເຂົາຂຽນວ່າ "ໃນບັນດາພະຍານຄົນແຮກໆ ທັງໝົດ ທັງໝົດທີ່ສາມາດເຊື່ອຖືໄດ້ຢ່າງຈິງຈັງມີຄູບີແຊັກຄົນດຽວທີ່ບັນຍາຍຮິດແລວັຍໜຸ່ມວ່າ ກຽດຊັງຍິວ ແລະຊັດເຈນໃນປະເດັນນີ້ວ່າ ເຂົາເຊື່ອຖືບໍ່ຄ່ອຍໄດ້" ແຫຼ່ງຂໍ້ມູນຫຼາຍແຫຼ່ງໃຫ້ຫຼັກຖານໜັກແໜ້ນວ່າຮິດແລມີເພື່ອນຍິວໃນຫໍພັກຂອງເຂົາແລະໃນທີ່ອື່ນໃນວຽນນາ ຮາມັນຍັງສັງເກດວ່າ ຮິດແລບໍ່ມີບັນທຶກຄວາມເຫັນກຽດຊັງຍິວລະຫວ່າງຊ່ວງນີ້ ນັກປະຫວັດສາດ ອຽນ ເຄີຊໍ (Ian Kershaw) ສະເໜີວ່າ ຫາກຮິດແລໄດ້ອອກຄວາມເຫັນເຊັ່ນນັ້ນຈິງ ຄວາມເຫັນເຫຼົ່ານັ້ນກໍອາດບໍ່ເປັນທີ່ສັງເກດ ເພາະຄະຕິກຽດຊັງຍິວທີ່ມີຢູ່ທົ່ວໄປໃນວຽນນາຂະນະນັ້ນ ນັກປະຫວັດສາດ ລິຊາດ ເຈ. ອີແວນ ວ່າ "ປັດຈຸບັນນັກປະຫວັດສາດສ່ວນຫຼາຍຍອມຮັບວ່າ ຄະຕິກຽດຊັງຍິວອັນສາວໂສ່ແລະການຄາດຕະກຳຕໍ່ຕ້ານຍິວຂອງເຂົານັ້ນ ເກີດຂຶ້ນຫຼັງຈາກຄວາມພ່າຍແພ້ຂອງເຢຍລະມັນ [ໃນສົງຄາມໂລກຄັ້ງທີ່ສອງ] ອັນເປັນຜົນຂອງຄຳອະທິບາຍມະຫັນຕະໄພວ່າ ເປັນເພາະ 'ການແທງຂ້າງຫຼັງ ປະເພກລະຫວາດລະແວງ"

ຮິດແລໄດ້ຮັບມໍລະດົກສ່ວນສຸດທ້າຍຈາກຊັບສິນຂອງບິດາໃນເດືອນພຶດສະພາ ຄ.ສ. 1913 ແລະຍ້າຍໄປມິວນິກ ນັກປະຫວັດສາດເຊື່ອວ່າຮິດແລຍ້າຍອອກຈາກວຽນນາເພື່ອຫຼົບລ່ຽງການເກນເຂົ້າສູ່ກອງທັບໂອຕະລິດ ພາຍຫຼັງ ຮິດແລອ້າງວ່າ ເຂົາບໍ່ປະສົງຈະຮັບໃຊ້ລັດຮັບບູກເພາະການຜະສົມຜະສານ "ເຊື້ອຊາດ" ໃນກອງທັບ ຫຼັງເຂົາຖືກເຫັນວ່າບໍ່ເໝາະສົມກັບລາຊະການທະຫານ ເພາະບໍ່ຜ່ານການກວດຮ່າງກາຍໃນຊາລຊ໌ບູກເມື່ອວັນທີ່ 5 ກຸມພາ ຄ.ສ. 1914 ເຂົາກັບໄປຍັງມິວນິກ

ສົງຄານໂລກຄັ້ງທີ່ໜຶ່ງ[ແກ້ໄຂ]

ເມື່ອສົງຄາມໂລກຄັ້ງທີ່ໜຶ່ງປະທຸ ຮິດແລສະມັກເຂົ້າຮັບລາຊະການໃນກອງເຢຍລະມັນ ເຂົາໄດ້ຮັບການຕອບຮັບໃນເດືອນສິງຫາ ຄ.ສ. 1914 ເຊິ່ງມີແນວໂນ້ມວ່າເປັນຜົນມາຈາກຄວາມປ່ອຍປະລະເລີຍທາງທຸລະການເພາະເຂົາຍັງເປັນພົນລະເມືອງໂອຕະລິດ ເຂົາຖືກຈັດໄປຍັງກົມທະຫານຣາບກອງໜູນບາວາເລຍ 16 (ກອງຮ້ອຍທີ່ 1 ແຫ່ງກົມລິສທ໌) ເຂົາປະຕິບັດໜ້າທີ່ເປັນພົນນຳສານສົ່ງແນວຮົບດ້ານຕາເວັນຕົກໃນຝະລັ່ງແລະແບນຊິກ ໃຊ້ເວລາເກືອບເຄິ່ງໜຶ່ງຢູ່ຫຼັງແນວໜ້າ ເຂົາເຂົ້າຮ່ວມຍຸດທະການອີເປີຄັ້ງທີ່ໜຶ່ງ ຍຸດທະການແມ່ນ້ຳຊອມ ຍຸດທະການອາລັດແລະ ຍຸດທະການພັດແຊນແດເລີ ແລະໄດ້ຮັບບາດເຈັບທີ່ແມ່ນ້ຳຊອມ

ຮິດແລແລະເພື່ອນທະຫານໃນກົມທະຫານຣາບກອງໜຸນບາວາເລຍ 16 ລະຫວ່າງສົງຄາມໂລກຄັ້ງທີ່ໜຶ່ງ

ຮິດແລໄດ້ຮັບເຊີດຊູກຽດສຳລັບຄວາມກ້າຫານໄດ້ຮັບກາງເຂນເຫຼັກຊັ້ນທີ່ສອງ ໃນ ຄ.ສ. 1914 ແລະໂດຍການແນະນຳຂອງ ຮູໂກ ກຸດມັນ ເຂົາໄດ້ຮັບກາງເຂນເຫຼັກຊັ້ນທີ່ໜຶ່ງ ເມື່ອວັນທີ່ 4 ສິງຫາ ຄ.ສ. 1918 ອິສະລິຍາພອນໜ້ອຍຄັ້ງຫຼາຍທີ່ຈະມອບໃຫ້ແກ່ທະຫານຊັ້ນຜູ້ໜ້ອຍເຊັ່ນພົນທະຫານຢ່າງເຂົາ ຕຳແໜ່ງຂອງຮິດແລທີ່ກອງບັນຊາການກົມ ເຮັດໃຫ້ເຂົາມີປະຕິສັມພັນບ່ອຍຄັ້ງກັບນາຍທະຫານອາວຸໂສ ອາດຊ່ອຍໃຫ້ເຂົາໄດ້ຮັບເຄື່ອງອິສະລິຍາພອນນີ້ ແມ້ນພຶດຕິການທີ່ເຮັດໃຫ້ເຂົາໄດ້ຮັບຮາງວັນອາດເປັນຄວາມກ້າຫານ ແຕ່ກໍອາດບໍ່ແມ່ນເລື່ອງພິເສດຫຼາຍນັກ ເຂົາຍັງໄດ້ເຂັມການບາດເຈັບສີດຳ ເມື່ອວັນທີ່ 18 ພຶດສະພາ ຄ.ສ. 1918

ຮິດແລເປັນທະຫານລະຫວ່າງສົງຄາມໂລກຄັ້ງທີ່ໜຶ່ງ

ລະຫວ່າງຮັບລາຊະການທີ່ກອງບັນຊາການ ຮິດແລຍັງສ້າງສັນງານສິລະປະຂອງຕົນຕໍ່ໄປ ໂດຍວາດກາຕູນແລະຄຳຊີ້ແຈງແກ່ໜັງສືພິມກອງທັບລະຫວ່າງຍຸດທະການແມ່ນ້ຳຊອມ ໃນເດືອນຕຸລາ ຄ.ສ. 1916 ເຂົາຮັບບາດເຈັບທີ່ບໍລິເວນຂາໜີບ[໑] ຫຼືຕົ້ນຂາຊ້າຍເມື່ອກະສຸນປືນໃຫຍ່ລະເບີດໃນຫຼຸມຂອງພົນນຳສານລະຫວ່າງຍຸດທະການແມ່ນ້ຳຊອມ ຮິດແລໃຊ້ເວລາເກືອບສອງເດືອນໃນໂຮງໝໍກາຊາດທີ່ບີລິດ ເຂົາກັບມາຍັງກົມຂອງເຂົາເມື່ອວັນທີ່ 5 ມີນາ ຄ.ສ. 1917 ວັນທີ່ 15 ຕຸລາ ຄ.ສ. 1918 ຮິດແລຊົ່ວຄາວຈາກການໂຈມຕີດ້ວຍແກສມັສຕາດແລະຮັບການຮັກສາໃນໂຮງໝໍໃນພາເຊວັນ ຂະນະຮັກສາຕົວຢູ່ ຮິດແລຊາບຂ່າວການພ່າຍແພ້ຂອງເຢຍລະມັນ ແລະຈາກບັນທຶກຂອງເຂົາ ເມື່ອຊາບຂ່າວເຂົາກໍຕາບອດອີກເປັນຄັ້ງທີ່ສອງ

ຮິດແລຮູ້ສຶກຂົມຂື່ນຕໍ່ການພັງທະລາຍຂອງຄວາມພະຍາຍາມເຮັດສົງຄາມແລະການພັດທະນາອຸດົມການເລິ່ມເປັນຮູບເປັນຮ່າງຢ່າງມັ່ນຄົງ ເຂົາອະທິບາຍສົງຄາມວ່າເປັນ "ປະສົບການຍິ່ງໃຫຍ່ທີ່ສຸດເໜືອອື່ນໃດ" ແລະໄດ້ຮັບການຍົກຍ່ອງຈາກນາຍທະຫານຜູ້ບັງຄັບບັນຊາສຳລັບຄວາມກ້າຫານຂອງເຂົາ ປະສົບການນີ້ສົ່ງຜົນໃຫ້ຮິດແລເປັນຜູ້ຮັກຊາດເຢຍລະມັນຢ່າງຫຼົງໄຫຼແລະຮູ້ສຶກຊັອກເມື່ອເຢຍລະມັນຍອມຈຳນົນໃນເດືອນພະຈິກ ຄ.ສ. 1918 ເຊັ່ນດຽວກັບພວກຊາດນິຍົມເຢຍລະມັນທັງຫຼາຍ ເຂົາເຊື່ອໃນຕຳນານແທງຂ້າງຫຼັງ ເຊິ່ງອ້າງວ່າກອງທັບເຢຍລະມັນ "ບໍ່ແພ້ໃນສະໝໍລະພູມ" ໄດ້ຖືກ "ແທງຂ້າງຫຼັງ" ໂດຍຜູ້ນຳພົນລະເຮືອນແລະມາກຊິດຈາກແນວຫຼັງ ນັກການເມືອງເຫຼົ່ານີ້ພາຍຫຼັງຖືກຂະໜານນາມວ່າ "ອາດຊະຍາກອນພະຈິກ"

ສົນທິສັນຢາແວຊາຍກຳໜົດໃຫ້ເຢຍລະມັນຕ້ອງສະຫຼະດິນແດນຫຼາຍແຫ່ງແລະໃຫ້ໄຣນ໌ແລນປອດທະຫານ ສົນທິສັນຢາກຳໜົດການລົງໂທດທາງເສດຖະກິດແລະເອິ້ນເກັບຄ່າປະຕິກຳສົງຄາມຈາກປະເທດ ຊາວເຢຍລະມັນຈຳນວນຫຼາຍເຂົ້າໃຈວ່າສົນທິສັນຢານີ້ ໂດຍສະເພາະຢ່າງຍິ່ງຂໍ້ 231 ເຊິ່ງປະກາດໃຫ້ເຢຍລະມັນຮັບຜິດຊອບຕໍ່ສົງຄາມເປັນຄວາມອັບປະຍົດອົດສູ ສະພາບທາງເສດຖະກິດ ສັງຄົມແລະການເມືອງໃນເຢຍລະມັນໄດ້ຮັບຜົນກະທົບຈາກສົງຄາມແລະສົນທິສັນຢາແວຊາຍ ພາຍຫຼັງຖືກຮິດແລໃຊ້ສະແຫວງປະໂຫຍດທາງການເມືອງ

ເຂົ້າສູ່ການເມືອງ[ແກ້ໄຂ]

ສະມາຊິກພັກກຳມະກອນ[ແກ້ໄຂ]

ຫຼັງສົງຄາມໂລກຄັ້ງທີ່ໜຶ່ງຍຸດຕິ ຮິດແລກັບມາຍັງມິວນິກ ເພາະບໍ່ມີແຜນຫຼືໂອກາດການສຶກສາແລະອາຊີບຢ່າງເປັນທາງການ ເຂົາຈຶງພະຍາຍາມຢູ່ໃນກອງທັບໃຫ້ດົນທີ່ສຸດເທົ່າທີ່ຈະເຮັດໄດ້ ເດືອນກໍລະກົດ ຄ.ສ. 1919 ເຂົາໄດ້ຮັບແຕ່ງຕັ້ງເປັນແວບິນດຸງສະມັນ (ເຈົ້າໜ້າທີ່ການຂ່າວ) ແຫ່ງເອາຟ໌ແຄລລຸງຄອມມັນໂດ (ຄອມມານໂດລາດຕະເວນ) ຂອງໄລທ໌ສະເວ ເພື່ອມີອຳນາດບັງຄັບທະຫານອື່ນແລະເພື່ອແຊກຊຶມພັກກຳມະກອນເຢຍລະມັນ (DAP) ລະຫວ່າງທີ່ເຂົາເຝົ້າຕິດຕາມກິດຈະກຳຂອງພັກ DAP ຮິດແລຖືກດຶງດູດໂດຍແນວຄິດຕໍ່ຕ້ານຍິວ ຊາດນິຍົມ ຕໍ່ຕ້ານທຸນນິຍົມ ແລະຕໍ່ຕ້ານມາກຊິດຂອງອັນທອນ ເເດັກ ແລ ຜູ້ກໍ່ຕັ້ງພັກ ເເດັກແລສະນັບສະໜຸນລັດຖະບານທີ່ມີສັກກະຍະແຂັງຂັນ ສັງຄົມນິຍົມລຸ້ນທີ່ "ບໍ່ແມ່ນຍິວ" ແລະຄວາມສາມັກຄີທ່າມກາງສະມາຊິກທັງໝົດຂອງສັງຄົມດ້ວຍປະທັບໃຈກັບທັກສະວາທະສິນຂອງຮິດແລ ເເດັກແລຈຶງເຊີນເຂົາເຂົ້າຮ່ວມ DAP ຮິດແລຍອມຮັບເມື່ອວັນທີ່ 12 ກັນຍາ ຄ.ສ. 1919 ເປັນສະມາຊິກພັກຄົນທີ່ 55

ສຳເນົາບັດສະມາຊິກພັກກຳມະກອນເຢຍລະມັນຂອງອາໂດນ ຮິດແລ

ທີ່ DAP ຮິດແລພົບດີທິດ ແອັກຄາດ ໜຶ່ງໃນສະມາຊິກຄົນແຮກ ໆ ຂອງພັກແລະສະມາຊິກຂອງລັດທິທູເລີໂຊໄຊຕີ (Thule Society) ແອັກຄາດໄດ້ກາຍມາເປັນຜູ້ໃຫ້ຄຳປຶກສາແກ່ຮິດແລ ແລກປ່ຽນຄວາມຄິດກັບເຂົາແລະແນະນຳໃຫ້ເຂົາຮູ້ຈັກກັບບຸກຄົນໃນສັງຄົມມິວນິກຢ່າງກວ້າງຂວາງ ເພື່ອຕື່ມຄວາມນ່າດຶງດູດແກ່ພັກ ທາງພັກໄດ້ປ່ຽນຊື່ເປັນ "ນາຊີໂຍນອັນໂຊຊີອັນລິດທີເຊີ ດອຍເຊີ ອາໄບແທພາໄທ" ຫຼື ພັກສັງຄົມນິຍົມກຳມະກອນແຫ່ງຊາດເຢຍລະມັນ (ຍໍ້ເປັນ NSDAP) ຮິດແລອອກແບບທຸງຂອງພັກເປັນສະຫວັດຕິກະໃນວົງກົມສີຂາວບົນພື້ນຫຼັງສີແດງ

ຫຼັງຖືກປົດປະຈຳການໃນເດືອນມີນາ ຄ.ສ. 1920 ຮິດແລເລິ່ມເຮັດວຽກກັບພັກເຕັມເວລາ ໃນເດືອນກຸມພາ ຄ.ສ. 1921 ຮິດແລເຊິ່ງສາມາດປາໄສຕໍ່ຜູ້ຟັງຈຳນວນຫຼາຍໄດ້ເປັນຜົນດີແລ້ວ ປາໄສແກ່ຝູງຊົນຫຼາຍກວ່າຫົກພັນຄົນໃນມິວນິກ ໃນການປະກາດເຜີຍແພ່ການຊຸມນຸມດັງກ່າວ ຜູ້ສະນັບສະໜຸນພັກສອງຄັນລົດບັນທຸກຂັບໄປຮອບເມືອງແລະໂບກທຸງສະຫວັດດິກະແລະໂຍນໃບປິວ ບໍ່ດົນຮິດແລກໍມີຊື່ສຽງໃນທາງບໍ່ດີຈາກຄວາມເອະອະໂວຍວາຍແລະການປາໄສໂຈມຕີສົນທິສັນຢາແວຊາຍນັກການເມືອງຄູ່ແຂ່ງ ແລະໂດຍສະເພາະຢ່າງຍິ່ງພວກມາກຊິດແລະຍິວ ຂະນະນັ້ນ NSDAP ມີສູນກາງຢູ່ໃນມິວນິກແຫຼ່ງເພາະຫຼັກຂອງລັດທິຊາດນິຍົມເຢຍລະມັນຕໍ່ຕ້ານລັດຖະບານເຊິ່ງຕັ້ງໃຈບົດຂະຍີ້ລັດທິມາກແລະບ່ອນທຳລາຍສາທາລະນະລັດໄວມາ

ໃນເດືອນມິຖຸນາ ຄ.ສ. 1921 ລະຫວ່າງທີ່ຮິດແລແລະແອັກຄາດກຳລັງຢູ່ລະຫວ່າງການເດີນທາງໄປລະດົມທຸນຍັງເບີລິນ ໄດ້ເກີດການຈະລາຈົນຂຶ້ນພາຍໃນພັກ DAP ໃນມິວນິກ ສະມາຊິກຄະນະກຳມະການບໍລິຫານພັກ DAP ເຊິ່ງບາງຄົນມອງວ່າຮິດແລຍະໂສເກີນໄປ ຕ້ອງການຮວມກັບພັກສັງຄົມນິຍົມເຢຍລະມັນ (DSP) ຄູ່ແຂ່ງ ຮິດແລເດີນທາງກັບມິວນິກເມື່ອວັນທີ່ 11 ກໍລະກົດ ຄ.ສ. 1921 ແລະຍື່ນໃບລາອອກຈາກພັກດ້ວຍຄວາມໂກດ ສະມາຊິກກຳມະການຕະໜັກວ່າການລາອອກຂອງເຂົາຈະໝາຍເຖິງຈຸດຈົບຂອງພັກ ຮິດແລປະກາດຈະກັບເຂົ້າພັກອີກຄັ້ງເມື່ອເຂົາເປັນຫົວໜ້າພັກແທນແດັກແລະທີ່ເຮັດການພັກຈະຍັງຢູ່ໃນມິວນິກຕໍ່ໄປ ຄະນະກຳມະການຕົກລົງ ເຂົາເຂົ້າຮ່ວມພັກອີກຄັ້ງເປັນສະມາຊິກຄົນທີ່ 3,680 ເຂົາຍັງຜະເຊີນກັບການຄັດຄ້ານພາຍໃນພັກບ້າງ ແຮມັນ ແອສແຊແລະພັນທະມິດຂອງເຂົາພິມແຜ່ນພັບ 3,000 ແຜ່ນໂຈມຕີຮິດແລວ່າເປັນຜູ້ທໍລະຍົດພັກ ບໍ່ກີ່ວັນໃຫ້ຫຼັງ ຮິດແລກ່າວແກ້ຕ່າງແລະໄດ້ຮັບສຽງປົບມືດັງສະໜັ່ນຍຸດທະສາດຂອງເຂົາພິສູດແລ້ວວ່າປະສົບຜົນ ທີ່ການປະຊຸມໃຫຍ່ສະມາຊິກພັກ DAP ເຂົາໄດ້ຮັບອຳນາດເຕັມໃນຖານະຫົວໜ້າພັກ ໂດຍໄດ້ຮັບສຽງຄັດຄ້ານພຽງສຽງດຽວ ຮິດແລຍັງໄດ້ຮັບການຊົດໃຊ້ຈາກຄະດີໝິ່ມປະໝາດກັບໜັງສືພິມສັງຄົມນິຍົມ ມຶນ ແຊແນ ໂພສຕ໌ ເຊິ່ງຕັ້ງຄຳຖາມເຖິງວິຖີຊີວິດແລະລາຍໄດ້ຂອງເຂົາ

ສຸນທໍລະພົດໂຮງເບຍທີ່ເຜັດຮ້ອນຂອງຮິດແລເລິ່ມດຶງດູດຜູ້ຟັງຂາປະຈຳ ເຂົາເລິ່ມຊ້ຳຊອງໃນການໃຊ້ແກ່ນປະຊານິຍົມຕໍ່ຜູ້ຟັງຂອງເຂົາ ຮວມທັງການໃຊ້ແພະຮັບບາບຜູ້ເຊິ່ງສາມາດໃຊ້ກ່າວໂທດແກ່ຄວາມຢາກລຳບາກທາງເສດຖະກິດຂອງຜູ້ຟັງເຂົາ ນັກປະຫວັດສາດໄດ້ສັງເກດປາກົດຕະການສະກົດຈິດຂອງວາທະສິນທີ່ເຂົາໃຊ້ຕໍ່ຜູ້ຟັງກຸ່ມໃຫຍ່ແລະຂອງຕາເຂົາໃນກຸ່ມໜ້ອຍ ເເຄສເຊລຂຽນວ່າ "ຢ່າງລົ້ນຫຼາມ...ຊາວເຢຍລະມັນເອີ່ຍກັບການຮ່າຍມົນຂອງຄວາມດຶງດູດໃຈ 'ສະກົດຈິດ' ຂອງຮິດແລ ຄຳນີ້ປາກົດຂຶ້ນຊ້ຳແລ້ວຊ້ຳເລົ່າ ຮິດແລກ່າວກັນວ່າໄດ້ສະກົດຈິດປະເທດຊາດ ຍຶດພວກເຂົາຢູ່ໃນພະວັງທີ່ຖອນຕົວບໍ່ຂຶ້ນ" ນັກປະຫວັດສາດ ຮິວ ເທເວີ-ໂລເປີ ອະທິບາຍວ່າ "ຄວາມມີສະເໝ່ຂອງດວງຕາຄູ່ນັ້ນ ເຊິ່ງສະກົດຊາຍທີ່ເບິ່ງສຸຂຸມມານັກຕໍ່ນັກ" ເຂົາໃຊ້ອຳນາດດຶງດູດສ່ວນຕົວຂອງເຂົາແລະຄວາມເຂົ້າໃຈໃນຈິດວິທະຍາຝູງຊົນເປັນປະໂຫຍດແກ່ເຂົາ ລະຫວ່າງເວົ້າໃນທີ່ສາທາລະນະ ອັນຟອນ ແຮັກ ອະດີດສະມາຊິກຍຸວະຊົນຮິດແລ ອະທິບາຍປະຕິກິລິຍາທີ່ມີຕໍ່ສຸນທໍລະພົດຂອງຮິດແລວ່າ "ເຮົາປະທຸເຂົ້າສູ່ຄວາມບ້າຄັ່ງຂອງຄວາມພູມໃຈຊາດນິຍົມທີ່ຢູ່ຕິດກັບຮິດທີເລຍເປັນເວລາຫຼາຍນາທີຕິດກັນ ເຮົາຕະໂກນສຸດປອນຂອງເຮົາ ຊີກ, ໄຮລ໌ ຊີກ, ໄຮລ໌ ຊີກ, ໄຮລ໌! ນັບແຕ່ຊົ່ວຂະນະນັ້ນຂ້າພະເຈົ້າເປັນອາໂດນ ຮິດແລທົ່ວຮ່າງກາຍແລະວິນຍານ" ແມ້ນທັກສະວາທະສິນແລະຄຸນນະສົມບັດສ່ວນຕົວຂອງເຂົາໂດຍທົ່ວໄປຈະໄດ້ຮັບການຕອບຮັບຈາກຝູງຊົນຂະໜາດໃຫຍ່ແລະໃນວຽກທາງການ ແຕ່ບາງຄົນທີ່ພົບຮິດແລເປັນການສ່ວນຕົວສັງເກດວ່າ ລັກສະນະພາຍນອກແລະບຸຄະລິກຂອງເຂົາບໍ່ອາດໃຫ້ຄວາມປະທັບໃຈສຸດທ້າຍແກ່ພວກເຂົາໄດ້

ຜູ້ຕິດຕາມຄົນແຮກ ໆ ມີຮູດັອບ ແຮສ,ອະດີດນັກບິນກອງທັບອາກາດ ແຮມັນ ເກີລິງ ແລະຮ້ອຍເອກກອງທັບບົກ ແອນ ເລີມ ຜູ້ເຊິ່ງຕໍ່ມາ ເປັນຫົວໜ້າອົງການກຳລັງກຶ່ງທະຫານຂອງນາຊີ ສະທຸມັບໄທລຸງ (SA, "ກອງພົນວາຍຸ") ເຊິ່ງຄອຍຄຸ້ມຄອງການປະຊຸມແລະໂຈມຕີຄູ່ແຂ່ງການເມືອງຢູ່ບ່ອຍຄັ້ງ ອິດທິພົນສຳຄັນຕໍ່ການຄິດຂອງເຂົາໃນຊ່ວງນີ້ຄື ອາຟເບົາ ແວໄລນີກຸງ ກຸ່ມສົມຄົບຄິດອັນປະກອບດ້ວຍກຸ່ມພວກລັດເຊຍຂາວເນລະເທດແລະພວກຊາດນິຍົມຊ່ວງແຮກ ໆ ກຸ່ມດັງກ່າວເຊິ່ງໄດ້ຮັບການສະນັບສະໜຸນດ້ານການເງິນຈາກກອງທຸນທີ່ມາຈາກນັກອຸສະຫະກຳອັນມັ່ງຄັ່ງຢ່າງເຮນລີ ຟອດ ແນະນຳເຂົາສູ່ແນວຄິດຂອງການສົມຄົບຄິດຍິວ ໂດຍເຊື່ອມໂຍງການເງິນລະຫວ່າງປະເທດກັບບານເຊວິກ

ກະບົດໂຮງເບຍ[ແກ້ໄຂ]

ຮິດແລຂໍການສະນັບສະໜຸນຈາກພົນເອກສົງຄາມໂລກຄັ້ງທີ່ໜຶ່ງ ອີລິດ ລູແດນດອບ ສຳລັບພະຍາຍາມກໍ່ລັດຖະປະຫານທີ່ເອິ້ນວ່າ "ກະບົດໂຮງເບຍ" ພັກນາຊີໄດ້ໃຊ້ລັດທິຟາສຊິດອິຕາລີເປັນແບບພາບລັກແລະນະໂຍບາຍ ແລະໃນ ຄ.ສ. 1923 ຮິດແລຕ້ອງການລຽນແບບ ການສວນສະໜາມແຫ່ງໂຣມຂອງແບນິໂຕ ມຸດໂສລິນີ (ຄ.ສ. 1922)ໂດຍຈັດລັດຖະປະຫານຂອງເຂົາເອງໃນບາວາເລຍ ຕາມດ້ວຍການທ້າທາຍລັດຖະບານໃນເບີລິນ ຮິດແລແລະລູແດນດອບສະແຫວງຫາການສະນັບສະໜຸນສະທາສຄອມນິວນີສຕ໌ແຊຣ໌ ແລະພົນເອກແຫ່ງໄຣຊ໌ແວ ອອດໂທ ຟອນ ລອດຊໍ ຕ້ອງການສະຖາປະນາລັດທິຜະເດັດການລັດທິຊາດນິຍົມໂດຍປາດສະຈາກຮິດແລ

ຈຳເລີຍໃນການພິຈາລະນາກະບົດໂຮງເບຍ ຮິດແລເປັນຄົນທີ່ສີ່ນັບຈາກຂວາສຸດ

ຮິດແລຕ້ອງການສວຍໂອກາດສຳຄັນເພື່ອການປຸກປັ່ນແລະການສະນັບສະໜຸນຂອງປະຊາຊົນຢ່າງໄດ້ຜົນ ວັນທີ່ 8 ພະຈິກ ຄ.ສ. 1923 ເຂົາແລະ SA ໂຈມຕີການປະຊຸມສາທາລະນະທີ່ມີຜູ້ເຂົ້າຮ່ວມ 3,000 ຄົນ ເຊິ່ງຈັດໂດຍຄາໃນເບືແກບອຍແຄລແລ ໂຮງເບຍຂະໜາດໃຫຍ່ໃນມິວນິກ ຮິດແລຂັດຈັງຫວະຂອງຄາແລະປະກາດວ່າການປະຕິວັດແຫ່ງຊາດເລິ່ມຕົ້ນຂຶ້ນ ປະກາດຈັດຂຶ້ນລັດຖະບານໃໝ່ກັບລູແດນດັອບ ໂດຍຊັກປືນພົກອອກມາ ຮິດແລຕ້ອງການແລະໄດ້ຮັບການສະນັບສະໜຸນຈາກຄາ ໄຊແຊແລະລອດຊໍ ກອງກຳລັງຂອງຮິດແລປະສົບຄວາມສຳເລັດຊ່ວງທຳອິດໃນການຍຶດໄຣຊ໌ສະແວແລະກອງບັງຄັບການຕຳລວດທ້ອງຖິ່ນ ຢ່າງໃດກໍດີ ບໍ່ມີກອງທັບຫຼືຕຳລວດລັດເຂົ້າຮ່ວມກັບກອງກຳລັງຂອງເຂົາ ຄາແລະເພື່ອນຂອງເຂົາຮີບຖອນການສະນັບສະໜຸນຂອງຕົນແລະໜີໄປເຂົ້າກັບຝ່າຍຕໍ່ຕ້ານຮິດແລ ວັນຕໍ່ມາ ຮິດແລແລະຜູ້ຕິດຕາມເດີນຂະບວນຈາກໂຮງເບຍລະຫວ່າງ "ການສວນສະໜາມແຫ່ງເບີລິນ" ແຕ່ຕຳລວດສະຫຼາຍການຊຸມນຸມສະມາຊິກ NSDAP ສິບຫົກຄົນແລະເຈົ້າໜ້າທີ່ຕຳລວດສີ່ນາຍຖືກສັງຫານໄປໃນລັດທີ່ລົ້ນເຫຼວ

ຮິດແລຫຼົບໜີໄປຍັງບ້ານຂອງແອນ ຮັນສະທາແອງແລະຫຼັກຖານບາງຊິ້ນວ່າ ເຂົາຄິດເຮັດອັດວິນິບາດກຳ (ຂ້າຕົວຕາຍ) ເຂົາຮູ້ສຶກຫົດຫູ່ແຕ່ສະຫງົບລົງເມື່ອຖືກຈັບກຸມໃນວັນທີ່ 11 ພະຈິກ ຄ.ສ. 1923 ດ້ວຍຂໍ້ຫາກະບົດ ການພິຈາລະນາຄະດີຂອງເຂົາເລິ່ມຂຶ້ນໃນເດືອນກຸມພາ ຄ.ສ. 1924 ຕໍ່ໜ້າສານປະຊາຊົນພິເສດໃນມິວນິກ ແລະອັນເຟດ ໂຣແຊນແບກເປັນຜູ້ນຳຊົ່ວຄາວຂອງ NSDAP ແທນ ວັນທີ່ 1 ເມສາ ຮິດແລຖືກຕັດສິນຈຳຄຸກຫ້າປີໃນເຮືອນຈຳລັນສະແບກ ເຂົາໄດ້ຮັບການປະຕິບັດຢ່າງເປັນມິດຈາກຜູ້ຄຸມແລະໄດ້ຮັບອະນຸຢາດໃຫ້ຮັບຈົດໝາຍຈຳນວນຫຼາຍຈາກຜູ້ສະນັບສະໜຸນແລະມີການເຂົ້າຢ່ຽມເປັນປະຈຳຈາກເພື່ອນຮ່ວມພັກ ສານສູງສຸດບາວາເລຍອະໄພຍະໂທດແລະເຂົາຖືກປ່ອຍຕົວຈາກເຮືອນຈຳເມື່ອວັນທີ່ 20 ທັນວາ ຄ.ສ. 1924 ແຍ້ງຕໍ່ການທັດທານຂອງໄອຍະການລັດ ເຊິ່ງຫາກຮວມເວລາລະຫວ່າງຄຸມຂັງລໍການພິຈາລະນາຄະດີແລ້ວ ຮິດແລໄດ້ຮັບໂທດໃນເຮືອນຈຳທັງສິ້ນເກີນໜຶ່ງປີເລັກໜ້ອຍເທົ່ານັ້ນ

ຂະນະຖືກຈອງຈຳຢູ່ທີ່ເຮືອນຈຳລັນສະແບກ ເຂົາໄດ້ອຸທິດ ໄມຄັມພ໌ ("ການຕໍ່ສູ້ຂອງຂ້າພະເຈົ້າ ເດີມຊື່ "ສີ່ປີເຄິ່ງກັບການຕໍ່ສູ້ກັບຄຳໂກຫົກ ຄວາມເຂົາແລະຄວາມຂາດ") ສະບັບຕີພິມຄັ້ງທຳອິດສ່ວນໃຫຍ່ ແກ່ຜູ້ຊ່ວຍຂອງເຂົາ ລູດອບ ເຮສ ໄມຄັມພ໌ ເຊິ່ງອຸທິດໃຫ້ກັບສະມາຊິກທູເລີໂຊໄຊຕີ ດີທິດ ແອັກຄາດໄດ້ຮັບອິດທີພົນຈາກໜັງສື The Passing of the Great Race ໂດຍແມດີສັນ ແກນ ເຊິ່ງຮິດແລເອິ້ນວ່າ "ໄບເບິລຂອງຂ້າພະເຈົ້າ" ໄມຄັມພ໌ໄດ້ຮັບການຕີພິມສອງຄັ້ງໃນ ຄ.ສ. 1925 ແລະ 1926 ຂາຍໄດ້ປະມານ 228,000 ເຫຼິ້ມລະຫວ່າງ ຄ.ສ. 1925 ແລະ 1932 ໃນຄ.ສ. 1933 ເຊິ່ງເປັນປີທີ່ຮິດແລເຂົ້າດຳລົງຕຳແໜ່ງນາຍົກລັດຖະມົນຕີ ຂາຍໄດ້ໜຶ່ງລ້ານເຫຼິ້ມ

ການສ້າງພັກໃໝ່[ແກ້ໄຂ]

ເມື່ອຮິດແລຖືກປ່ອຍຕົວຈາກເຮືອນຈຳນັ້ນ ການເມືອງໃນເຢຍລະມັນສະຫງົບລົງແລະເສດຖະກິດເລິ່ມຟື້ນຕົວ ເຊິງຈຳກັດໂອກາດຂອງຮິດແລໃນການປຸກລະດົມທາງການເມືອງ ຜົນຂອງກະບົດໂຮງເບຍລົ້ມເຫຼວ ເຮັດໃຫ້ NSDAP ແລະອົງການສືບເນື່ອງຖືກກົດໝາຍຫ້າມໃນລັດບາວາເລຍ ໃນການປະຊຸມກັບນາຍົກລັດຖະມົນຕີ ໄຮລິດ ເຮລດ໌ ເມື່ອວັນທີ່ 4 ມັງກອນ ຄ.ສ. 1925 ຮິດແລຕົກລົງທີ່ຈະເຄົາຮົບອຳນາດໂດຍຊອບຂອງລັດ ແລະເຂົາຈະມຸ່ງມັ່ນສະແຫວງຫາອຳນາດທາງການເມືອງສະເພາະຜ່ານກະບວນການປະຊາທິປະໄຕເທົ່ານັ້ນ ການປະຊຸມດັງກ່າວນຳໄປສູ່ການຍົກເລີກການຫ້າມ NSDAP ຢ່າງໃດກໍດີ ຮິດແລຍັງຖືກຫ້າມບໍ່ໃຫ້ປາໄສຕໍ່ສາທາລະນະ ເຊິ່ງຍັງມີຜົນໄປຈົນຮອດ ຄ.ສ. 1927 ໃນການເດີນໜ້າຄວາມທະເຍີທະຍານທາງການເມືອງແມ້ນຈະມີການສັ່ງຫ້າມນີ້ ຮິດແລແຕ່ງຕັ້ງເກກໍ ສະທັດເຊີ,ອອດໂທ ສະທັດເຊີແລະໂຍແຊັບ ເກີບເບິລໃຫ້ຈັດການແລະຂະຫຍາຍ NSDAP ທາງຕອນເໜືອຂອງເຢຍລະມັນ ດ້ວຍຄວາມເປັນຜູ້ຈັດທີ່ຍອດຍ່ຽມເກກໍ ສະທັດເຊີໄດ້ເດີນໜ້າວິຖີການເມືອງທີ່ເປັນອິສະຫຼະຫຼາຍຂຶ້ນ ໂດຍເນັ້ນອົງປະກອບຂອງສັງຄົມນິຍົມໃນໂຄງການພັກ

ຮິດແລປົກຄອງ NSDAP ໂດຍອັດຕະໂນມັດໂດຍອ້າງຟຶແລພິນຊິບ ("ຫຼັກການຜູ້ນຳ") ຕຳແໜ່ງພາຍໃນບໍ່ຖືກກຳໜົດໂດຍການເລືອກຕັ້ງ ແຕ່ຈະຖືກບັນຈຸຜ່ານການແຕ່ງຕັ້ງໂດຍຜູ້ມີຕຳແໜ່ງສູງກວ່າ ເຊິ່ງຕ້ອງການການເຊື່ອຟັງໂດຍບໍ່ມີຄຳຖາມຕໍ່ປະສົງຂອງຜູ້ນຳ

ຕະຫຼາດຫຼັກຊັບໃນສະຫະລັດອາເມລິກາຕົກເມື່ອວັນທີ່ 24 ຕຸລາ ຄ.ສ. 1929 ຜົນກະທົບໃນເຢຍລະມັນນັ້ນເຫຼວຮ້າຍຫຼາຍ ຫຼາຍລ້ານຄົນຕົກງານແລະທະນາຄານຫຼັກຫຼາຍແຫ່ງຕ້ອງປິດກິຈະການ ຮິດແລແລະ NSDAP ກຽມສວຍໂອກາດຈາກເຫດສຸກເສີນເພື່ອຮຽກສຽງສະນັບສະໜຸນແກ່ພັກ ພວກເຂົາສັນຢາວ່າຈະບອກເລີກສົນທິສັນຢາແວຊາຍ ເສີມສ້າງເສດຖະກິດແລະຈັດຫາງານ

ການຖະເຫຼີງອຳນາດ[ແກ້ໄຂ]

ຜົນການເລືອກຕັ້ງພັກນາຊີ
ວັນທີ່ ຄະແນນສຽງທັງໝົດ ຮ້ອຍລະຄະແນນສຽງ ທີ່ນັ່ງໃນໄຣຊ໌ສະທັກ ໝາຍເຫດ
ພຶດສະພາ ຄ.ສ. 1924 1,918,300 6.5 32 ຮິດແລຢູ່ໃນເຮືອນຈຳ
ທັນວາ ຄ.ສ. 1924 907,300 3.0 14 ຮິດແລໄດ້ຮັບການປ່ອຍຕົວ
ພຶດສະພາ ຄ.ສ. 1928 810,100 2.6 12  
ກັນຍາ ຄ.ສ. 1930 6,409,600 18.3 107 ຫຼັງວິກິດຕະການການເງິນ
ກໍລະກົດ ຄ.ສ. 1932 13,745,000 37.3 230 ຫຼັງຮິດແລລົງສະມັກຊິງຕຳແໜ່ງປະທານາທິບໍດີ
ພະຈິກ ຄ.ສ. 1932 11,737,000 33.1 196  
ມີນາ ຄ.ສ. 1933 17,277,180 43.9 288 ລະຫວ່າງຮິດແລດຳລົງຕຳແໜ່ງນາຍົກລັດຖະມົນຕີ

ລັດຖະບານບືນິງ[ແກ້ໄຂ]

ພາວະເສດຖະກິດຕົກຕ່ຳຄັ້ງໃຫຍ່ໃນເຢຍລະມັນເປັນໂອກາດທາງການເມືອງສຳລັບຮິດແລ ຊາວເຢຍລະມັນລັງເລຕໍ່ສາທາລະນະລັດລັດຖະສະພາ ເຊິ່ງຜະເຊີນກັບປັນຫາຄຸກຄາມສຳຄັນຈາກຈາກທັງພວກຂວາແລະຊ້າຍຈັດສຸດໂຕ່ງພັກການເມືອງສາຍກາງບໍ່ສາມາດຫຍຸດຍັ້ງກະແສແຫ່ງລັດທິສຸດໂຕ່ງເພິ່ມຂຶ້ນຕະຫຼອດເວລາແລະການລົງປະຊາມັດຕິເຢຍລະມັນ ຄ.ສ. 1929 ຊ່ອຍຍົກລະດັບອຸດົມການນາຊີ ການເລືອກຕັ້ງເມື່ອເດືອນກັນຍາ ຄ.ສ. 1930 ສົ່ງຜົນໃຫ້ລັດຖະບານຜະສົມຊຸດໃຫຍ່ແຕກຫັກແລະແທນທີ່ໂດຍຄະນະລັດຖະມົນຕີຂ້າງໜ້ອຍນາຍົກລັດຖະມົນຕີໄຮລິດ ບືນິງແຫ່ງພັກກາງ ຜູ້ນຳຄະນະລັດຖະມົນຕີຊຸດນັ້ນ ປົກຄອງໂດຍກິດສະດີກາສຸກເສີນຈາກປະທານາທິບໍດີ ເພົາ ຟອນ ຮິນແດນບູກ ການປົກຄອງໂດຍກິດສະດີກາຈະກາຍມາເປັນບັນທັດຖານໃໝ່ແລະປູທາງແກ່ລັດຖະບານແບບອຳນາດນິຍົມ NSDAP ເຕີບໂຕຈາກພັກທີ່ບໍ່ມີຜູ້ໃດຮູ້ຈັກແລະໄດ້ຄະແນນສຽງ 18.3 % ແລະ 107 ທີ່ນັ່ງໃນລັດຖະສະພາໃນການເລືອກຕັ້ງ ຄ.ສ. 1930 ກາຍມາເປັນພັກໃຫຍ່ທີ່ສຸດອັນດັບສອງໃນສະພາ

ຮິດແລປາກົດກາຍຄັ້ງສຳຄັນໃນການພິຈາລະນາຄະດີຂອງນາຍທະຫານໄຣຊ໌ສະແວສອງນາຍ ຮ້ອຍຕີລີຊາດ ເຊລິນແກແລະຮັນ ລູດິນ ໃນລະດູໃບໄມ້ຣ່ວງ ຄ.ສ. 1930 ທັງສອງຖືກຕັ້ງຂໍ້ຫາເປັນສະມາຊິກ NSDAP ເຊິ່ງຂະນະນັ້ນ ກົດໝາຍບໍ່ອະນຸຢາດໃຫ້ກຳລັງພົນໄຣຊ໌ສະແວເປັນສະມາຊິກ ໄອຍະການໃຫ້ເຫດຜົນວ່າ NSDAP ແມ່ນພັກສຸດໂຕ່ງ ທະນາຍຝ່າຍຈຳເລີຍ ຮັນ ຟັງ ຈຶງເອິ້ນຮິດແລມາໃຫ້ການເປັນພະຍານໃນສານ ວັນທີ່ 25 ກັນຍາ ຄ.ສ. 1930 ຮິດແລໃຫ້ການວ່າພັກຂອງເຂົາຈະສະແຫວງຫາອຳນາດທາງການເມືອງສະເພາະຜ່ານການເລືອກຕັ້ງຕາມວິຖີປະຊາທິປະໄຕເທົ່ານັ້ນ ການໃຫ້ການເຮັດໃຫ້ເຂົາໄດ້ຮັບການສະນັບສະໜຸນຫຼາຍໃນໝູ່ນາຍທະຫານໃນກອງທັບ

ມາດຕະການຮັດເຂັມຂັດຂອງບືນິງເຮັດເສດຖະກິດກະເຕື້ອງຂຶ້ນເລັກໜ້ອຍແລະບໍ່ເປັນທີ່ນິຍົມຢ່າງຍິ່ງຮິດແລສວຍຄວາມອ່ອນແອນີ້ໂດຍສົ່ງຂໍ້ຄວາມທາງການເມືອງຂອງເຂົາເຈາະຈົງໄປຍັງປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາວະເງິນເຟີ້ຊ່ວງຄິດທົດສະວັດ 1920 ແລະພາວະເສດຖະກິດຕົກຕ່ຳຄັ້ງໃຫຍ່ ເຊັ່ນ ຊາວນາ ທະຫານຜ່ານສຶກ

ຮິດແລສະຫຼະສັນຊາດໂອຕະລິດຂອງເຂົາຢ່າງເປັນທາງການເມື່ອວັນທີ່ 7 ເມສາ ຄ.ສ. 1925 ແຕ່ໃນຂະນະນັ້ນ ເຂົາຍັງບໍ່ໄດ້ສັນຊາດເຢຍລະມັນເປັນເວລາເກືອບເຈັດປີທີ່ບໍ່ມີສັນຊາດ ບໍ່ສາມາດເຂົ້າຊິງຕຳແໜ່ງທາງການເມືອງໄດ້ ແລະສ່ຽງຕໍ່ການຖືກເນລະເທດ ວັນທີ່ 25 ກຸມພາ ຄ.ສ. 1932 ລັດຖະມົນຕີມະຫາດໄທແຫ່ງບຸນສະວິກ ຜູ້ເປັນສະມາຊິກ NSDAP ແຕ່ງຕັ້ງຮິດແລເປັນຜູ້ບໍລິຫານຕົວແທນຂອງລັດໃນໄຣຊ໌ສະລັດໃນເບີລິນ ເຮັດໃຫ້ຮິດແລແມ່ນພົນລະເມືອງບຸນສະວິກແລະຈຶງເປັນພົນລະເມືອງເຢຍລະມັນອີກເທື່ອໜຶ່ງເຊັ່ນກັນ

ຄ.ສ. 1932 ຮິດແລລົງສະມັກຮັບເລືອກຕັ້ງເປັນປະທານາທິບໍດີແຂ່ງກັບຟອນ ຮິນແດນບູກ ເຂົາໄດ້ຮັບການສະນັບສະໜຸນຈາກນັກອຸສາຫະກຳທີ່ຊົງອຳນາດທີ່ສຸດຂອງເຢຍລະມັນຫຼາຍຄົນ ຫຼັງສຸນທໍລະພົດວັນທີ່ 27 ມັງກອນ ຄ.ສ. 1932 ຕໍ່ສະພາອຸສາຫະກຳໃນດຶດເຊັລດັອບ ຢ່າງໃດກໍດີ ຮິນແດນບູກໄດ້ຮັບການສະນັບສະໜຸນຈາກພັກຊາດນິຍົມ ກະສັດນິຍົມຄາທໍລິກແລະສາທາລະນະລັດນິຍົມ ຕະຫຼອດຈົນສັງຄົມປະຊາທິປະໄຕບາງພັກ ຮິດແລໃຊ້ຄຳຂວັນລະຫວ່າງຫາສຽງວ່າ "ຮິດແລອືແບດອຍຊະລັນ" (ຮິດແລເໜືອເຢຍລະມັນ) ໂດຍອ້າງເຖິງຄວາມທະເຍີທະຍານທາງການເມືອງແລະການຫາສຽງໂດຍເຄື່ອງບິນຂອງເຂົາ ຮິດແລມາເປັນອັນດັບສອງໃນການເລືອກຕັ້ງທັງສອງຮອບ ໂດຍໄດ້ສຽງຫຼາຍກວ່າ 35% ໃນການເລືອກຕັ້ງຄັ້ງສຸດທ້າຍ ແມ້ນຈະພ່າຍຕໍ່ຮິນແດນບູກ ການເລືອກຕັ້ງຄັ້ງນີ້ເຮັດໃຫ້ຮິດແລເປັນກຳລັງສຳຄັນໃນການເມືອງເຢຍລະມັນ

ການໄດ້ຮັບແຕ່ງຕັ້ງເປັນນາຍົກລັດຖະມົນຕີ[ແກ້ໄຂ]

ການຂາດລັດຖະບານທີ່ມີປະສິດທິພາບເຮັດໃຫ້ນັກການເມືອງຊົງອິດທິພົນ ຟຣັນ ຟອນ ພາແພນ ແລະອັນແຟດ ຮູແກນແບກ ຕະຫຼອດຈົນນັກອຸສາຫະກຳແລະນັກທຸລະກິດຫຼາຍຄົນ ຂຽນຈົດໝາຍເຖິງຮິນແດນບູກ ຜູ້ລົງນາມກະຕຸ້ນໃຫ້ຮິນແດນບູກແຕ່ງຕັ້ງຮິດແລເປັນຫົວໜ້າລັດຖະບານ "ເຊິ່ງເປັນອິສະຫຼະຈາກພັກການເມືອງໃນລັດຖະສະພາ" ເຊິ່ງອາດປ່ຽນເປັນຂະບວນການເຊິ່ງອາດສ້າງຄວາມຍິນດີແກ່ປະຊາກອນຫຼາຍລ້ານຄົນ[໒][໓]

ຮິດແລທີ່ໜ້າຕ່າງຂອງທຳນຽບລັດຖະບານໄຣຊ໌ ຂະນະໄດ້ຮັບການປົບມືຕ້ອນຮັບຈາກປະຊາຊົນໃນຕອນແລງວັນທີ່ເຂົາສາບານຕົນເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີເຢຍລະມັນ

ຮິນແດນບູກຕົກລົງແຕ່ງຕັ້ງຮິດແລເປັນນາຍົກລັດຖະມົນຕີຢ່າງບໍ່ເຕັມໃຈ ຫຼັງການເລືອກຕັ້ງເປັນການທົ່ວໄປອີກສອງຄັ້ງຄື ໃນເດືອນກໍລະກົດແລະພະຈິກ ຄ.ສ. 1932 ບໍ່ມີພັກໃດຈັດຕັ້ງລັດຖະບານສຽງຂ້າງຫຼາຍໄດ້ ຮິດແລຈະເປັນຫົວໜ້າລັດຖະບານຜະສົມຊ່ວງສັ້ນ ໆ ຈັດຕັ້ງໂດຍ NSDAP ແລະພັກປະຊາຊົນແຫ່ງຊາດເຢຍລະມັນ (DNVP) ຂອງຮູແກນແບກ ວັນທີ່ 30 ມັງກອນ ຄ.ສ. 1933 ຄະນະລັດຖະມົນຕີຊຸດໃໝ່ສາບານຕົນເຂົ້າຮັບຕຳແໜ່ງລະຫວ່າງພິທີການທີ່ກະຊັບແລະຮຽບງ່າຍໃນສຳນັກງານຂອງຮິນແດນບູກ NSDAP ນັ່ງຕັ່ງສາມຈາກສິບເອັດຕຳແໜ່ງ ຮິດແລເປັນນາຍົກລັດຖະມົນຕີ ແຮມັນ ເກີລິງເປັນລັດຖະມົນຕີລອຍ ແລະວິນເຮມ ຟຣິກເປັນລັດຖະມົນຕີມະຫາດໄທ

ເຫດການເພີງໄໝ້ໄຣຊ໌ສະທັກ[ແກ້ໄຂ]

ຂະນະດຳລົງຕຳແໜ່ງນາຍົກລັດຖະມົນຕີ ຮິດແລດຳເນີນການຕໍ່ຕ້ານຄວາມພະຍາຍາມຂອງຄູ່ແຂ່ງພັກ NSDAP ໃນການຈັດລັດຖະບານສຽງຂ້າງຫຼາຍ ເພາະການຄຸມເຊິງທາງການເມືອງ ຮິດແລຈຶງຂໍປະທານາທິບໍດີຮິນແດນບູກໃຫ້ຍຸບສະພາໄຣຊ໌ສະທັກອີກເທື່ອໜຶ່ງ ແລະກຳໜົດການເລືອກຕັ້ງໄວ້ຕົ້ນເດືອນມີນາວັນທີ່ 27 ກຸມພາ ຄ.ສ. 1933 ອາຄານໄຣຊ໌ສະທັກຖືກວາງເພີງ ເກີລິງກ່າວໂທດວ່າເປັນແຜນການຄອມມິວນິສ ເພາະມາລີນັສ ຟານ ເດີ ລູບເບ (Marinus van der Lubbe) ຖືກພົບຕົວໃນອາຄານທີ່ເພີງກຳລັງລຸກໄໝ້ຢູ່ນັ້ນດ້ວຍ ການກະຕຸ້ນຮິດແລ ຮິນແດນບູກຕອບສະໜອງໂດຍອອກກິດສະດີເພີງໄໝ້ໄຣຊ໌ສະທັກ 28 ກຸມພາ ເຊິ່ງຍັບຍັ້ງສິດທິຂັ້ນພື້ນຖານ ຮວມທັ້ງໝາຍສັ່ງໃຫ້ສົ່ງຕົວຜູ້ຖືກຄຸມຂັງມາສານ (habeas corpus) ກິດຈະກຳຂອງພັກຄອມມິວນິສເຢຍລະມັນຖືກປາບປາມແລະສະມາຊິກພັກຄອມມິວນິສເຢຍລະມັນຮາວ 4,000 ຄົນຖືກຈັບກຸມ ນັກວິໄຈ ຮວມທັງວິນລຽມ ແອລ. ຊິເລີ ແລະ ອະລັນ ບູລັອກ ເຫັນວ່າ NSDAP ເອງເປັນຜູ້ຮັບຜິດຊອບຕໍ່ການວາງເພີງນັ້ນ

ນອກເໜືອໄປຈາກລົນນະລົງທາງການເມືອງ NSDAP ຍັງມີສ່ວນກັບຄວາມຮຸນແຮງກຶ່ງທະຫານແລະການຂະຫຍາຍການໂຄສະນາຊວນເຊື່ອຕໍ່ຕ້ານຄອມມິວນິສໃນຊ່ວງກ່ອນການເລືອກຕັ້ງ ໃນວັນເລຶອກຕັ້ງ 6 ມີນາ ຄ.ສ. 1933 ສ່ວນແບ່ງຄະແນນສຽງຂອງ NSDAP ເພີ່ມຂຶ້ນເປັນ 43.9% ແລະພັກທີ່ໄດ້ຮັບບ່ອນນັ່ງຫຼາຍທີ່ສຸດໃນລັດຖະສະພາ ຢ່າງໃດກໍດີ ພັກຂອງຮິດແລບໍ່ສາມາດຄອງສຽງຂ້າງຫຼາຍຢ່າງສົມບູນໄດ້ ຈຳຕ້ອງຮ່ວມລັດຖະບານກັບ DNVP ອີກຄັ້ງ

ວັນພັອດສະດຳແລະລັດຖະບັນຍັດມອບອຳນາດ[ແກ້ໄຂ]

ເພົາ ຟອນ ຮິນແດນບູກກັບເອດັອບ ຮິດເລີ 21 ມີນາ ຄ.ສ. 1933

ວັນທີ່ 21 ມີນາ ຄ.ສ. 1933 ມີການຕັ້ງໄຣຊ໌ສະທັກໃໝ່ຂຶ້ນໃນພິທີເປີດທີ່ໂບດແກລິຊັນໃນພັອດສະດຳ "ວັນພັອດສະດຳ" ນີ້ຈັດຂຶ້ນເພື່ອສະແດງຄວາມສາມັກຄີລະຫວ່າງຂະບວນການນາຊີກັບອະພິຊົນແລະທະຫານປຣັສເຊຍເກົ່າ ຮິດແລປາກົດກາຍໃນຊຸດມໍນິງໂຄ້ດ ເຊິ່ງເປັນຊຸດພິທີການກາງວັນ ແລະທັກທາຍປະທານາທິບໍດີຟອນ ຮິນແດນບູກຢ່າງຖ່ອມຕົນ

ເພື່ອໃຫ້ໄດ້ມາເຊິ່ງການຄວບຄຸມທາງການເມືອງເຕັມທີ່ໂດຍບໍ່ຕ້ອງກຸມສຽງຂ້າງຫຼາຍເດັດຂາດໃນລັດຖະສະພາ ລັດຖະບານຂອງຮິດແລນຳແອແມັກທິກຸງສະເກເຊັດ (ລັດຖະບັນຍັດມອບອຳນາດ) ຂຶ້ນອອກສຽງໃນໄຣຊ໌ສະທັກທີ່ເພິ່ງເລືອກຕັ້ງໃໝ່ ລັດຖະບັນຍັດດັງກ່າວມອບອຳນາດນິຕິບັນຍັດເຕັມໃຫ້ແກ່ຄະນະລັດຖະມົນຕີຂອງຮິດແລເປັນເວລາ 4 ປີແລະອະນຸຍາດໃຫ້ປ່ຽນວິທີປະຕິບັດຈາກລັດຖະທຳມະນູນໄດ້ (ໂດຍມີຂໍ້ຍົກເວັ້ນບາງປະການ) ຮ່າງລັດຖະບັນຍັດຕ້ອງການສຽງຂ້າງຫຼາຍສອງໃນສາມຈຶງຜ່ານພັກນາຊີໃຊ້ບົດບັນຍັດແຫ່ງກິດສະດີກາເພີງໄໝ້ໄຣຊ໌ສະທັກກັນບໍ່ໃຫ້ຜູ້ແທນສັງຄົມປະຊາທິປະໄຕຫຼາຍຄົນເຂົ້າປະຊຸມ ຂະນະທີ່ພັກຄອມມິວນິສຖືກຍຸບໄປກ່ອນແລ້ວ

ວັນທີ່ 23 ມີນາ ໄຣຊ໌ສະທັກປະຊຸມທີ່ໂຮງອຸປະລາກອນຄຣອລພາຍໃຕ້ສະຖານະການວຸ້ນວາຍ ຊາຍເອສເອເປັນແຖວປະຕິບັດໜ້າທີ່ຮັກສາຄວາມປອດໄພພາຍໃນອາຄານຂະນະທີ່ຄົນກຸ່ມໃຫຍ່ດ້ານນອກຄັດຄ້ານກົດໝາຍທີ່ສະເໜີຕະໂກນຄຳຂວັນແລະຄຸກຄາມສະມາຊິກລັດຖະສະພາກຳລັງມາເຖິງ ຖານະຂອງພັກກາງ ພັກໃຫຍ່ທີ່ສຸດອັນດັບສາມໃນໄຣຊ໌ສະທັກກາຍມາເປັນເດັດຂາດຫຼັງຮິດແລໃຫ້ຄຳໝັ້ນດ້ວຍວາຈາແກ່ ຜູ້ນຳພັກ ລຸດ ວິກ ຄາສ ວ່າ ປະທານາທິບໍດີຟອນ ຮິນແດນບູກຈະຍັງຄົງມີອຳນາດຍັບຍັ້ງ (veto) ຄາສຈຶງປະກາດວ່າພັກຈະສະນັບສະໜຸນລັດຖະບັນຍັດມອບອຳນາດ ທ້າຍສຸດລັດຖະບັນຍັດມອບອຳນາດຜ່ານດ້ວຍສຽງ 441-84 ໂດຍມີທຸກພັກ ຍົກເວັ້ນພັກສັງຄົມປະຊາທິປະໄຕເຫັນຊອບ ລັດຖະບັນຍັດມອບອຳນາດ ລັດຖະບັນຍັດມອບອຳນາດຮ່ວມກັບກິດສະດີກາເພີງໄໝ້ໄຣຊ໌ສະທັກປ່ຽນລັດຖະບານຂອງຮິດແລເປັນຜະເດັດການກົດໝາຍໂດຍພຶດຕິໄນ

ການປົດວິໄສທີ່ເຫຼືອ[ແກ້ໄຂ]

ເມື່ອມີອຳນາດຄວບຄຸມເຕັມເໜືອອຳນາດນິຕິບັນຍັດແລະບໍລິຫານແລ້ວ ຮິດແລແລະພັນທະມິດທາງການເມືອງຂອງເຂົາເລິ່ມການປາບຄູ່ແຂ່ງການເມືອງທີ່ເຫຼືອຢ່າງເປັນລະບົບພັກສັງຄົມປະຊາທິປະໄຕຖືກຍຸບຕາມພັກຄອມມິວນິສແລະສິນຊັບທັງໝົດຖືກຍຶດ ຂະນະທີ່ຕົວແທນສະຫະພາບແຮງງານທັງໝົດຖືກບີບໃຫ້ຍຸບແລະຜູ້ນຳຖືກຈັບກຸມ ບາງຄົນຖືກສົ່ງໄປຍັງຄ່າຍກັກກັນ ອົງການສະຫະພາບໃໝ່ຖືກຈັດຕັ້ງຂຶ້ນ ໂດຍເປັນຕົວແທນຂອງຄົນງານ ນາຍຈ້າງ ແລະເຈົ້າຂອງບໍລິສັດທຸກຄົນເປັນກຸ່ມດຽວ ສະຫະພາບແຮງງານໃໝ່ນີ້ສະທ້ອນແນວຄິດຊາດສັງຄົມນິຍົມໃນວິນຍານແຫ່ງ "ໂຟກສະເກໄມຊັບ" (ຊຸມຊົນເຊື້ອຊາດເຢຍລະມັນ) ຂອງຮິດແລ

ເມື່ອຮອດປາຍເດືອນມິຖຸນາ ພັກອື່ນໆ ກໍໄດ້ຖືກຍຸບໄປຈົນໝົດ ແລະດ້ວຍຄວາມຊ່ອຍເຫຼືອຂອງເອສເອ ຮິດແລກົດດັນໃຫ້ພັກລັດຖະບານຜະສົມໃນນາມຂອງເຂົາ ຮູແກນແບກ ລາອອກ ວັນທີ່ 14 ກໍລະກົດ ຄ.ສ. 1933 ພັກນາຊີຂອງຮິດແລໄດ້ຮັບການປະກາດໃຫ້ເປັນພັກການເມືອງຊອບດ້ວຍກົດໝາຍພັກດຽວໃນເຢຍລະມັນ ຂໍ້ຮຽກຮ້ອງຂອງເອສເອໃຫ້ມີອຳນາດທາງການເມືອງແລະການທະຫານເພີ່ມຂຶ້ນສ້າງຄວາມກັງວົນຢ່າງຫຼາຍໃນໝູ່ຜູ້ນຳທາງທະຫານ ອຸສາຫະກຳແລະການເມືອງ ຮິດແລສະໜອງໂດນກວາດລ້າງຜູ້ນຳເອສເອທັງໝົດ ໃນເຫດການເຊິ່ງຕໍ່ມາເອິ້ນວ່າ ຄືນແຫ່ງມີດຍາວ (Night of the Long Knives) ລະຫວ່າງວັນທີ່ 30 ມິຖຸນາເຖິງ 2 ກໍລະກົດ ຄ.ສ. 1934 ຮິດແລຕັ້ງເປົ້າໝາຍແອນ ເລີມ ແລະຄູ່ແຂ່ງການເມືອງຄົນອື່ນ (ເຊັ່ນ ເກກໍ ສະທຣັສແຊແລະອະດີດນາຍົກລັດຖະມົນຕີ ຄຸດ ຟອນ ຊະໄລແຊ) ເລີມແລະຜູ້ນຳເອສເອຄົນອື່ນໆ ຮ່ວມກັບຄູ່ແຂ່ງການເມືອງຂອງຮິດແລຈຳນວນໜຶ່ງ ຖືກລ້ອມ ຈັບກຸມ ແລະຍິງຖິ່ມ ຂະນະທີ່ປະຊາຄົມລະຫວ່າງປະເທດແລະຊາວເຢຍລະມັນບາງຄົນຕະໜົກຕໍ່ການຄາດຕະກຳ ຊາວເຢຍລະມັນຫຼາຍຄົນມອງວ່າຮິດແລກຳລັງຟື້ນຟູລະບຽບ

ວັນທີ່ 2 ສິງຫາ ຄ.ສ. 1934 ປະທານາທິບໍດີຟອນ ຮິນແດນບູກເຖິງແກ່ກຳ ໜຶ່ງວັນກ່ອນໜ້ານັ້ນ ຄະນະລັດຖະມົນຕີໄດ້ຜ່ານກົດໝາຍໃຫ້ມີຜົນໃຊ້ບັງຄັບເມື່ອຮິນແດນບູກເສຍຊີວິດ ເຊິ່ງລົ້ມລ້າງຕຳແໜ່ງປະທານາທິບໍດີແລະຮວມອຳນາດຂອງປະທານາທິບໍດີນາຍົກລັດຖະມົນຕີ ຮິດແລຈຶງກາຍມາເປັນທັງປະມຸກແຫ່ງລັດແລະປະມຸກລັດຖະບານ ມີຊື່ທາງການວ່າ ຟືແລອຸນໄຣຊ໌ສະຄັນຊະແລ (ຜູ້ນຳແລະນາຍົກລັດຖະມົນຕີ) ກົດໝາຍນີ້ແທ້ຈິງແລ້ວລະເມີດລັດຖະບັນຍັດມອບອຳນາດ ຂະນະທີ່ລັດຖະບັນຍັດມອບອຳນາດຈະໃຫ້ຮິດແລປ່ຽນວິທີປະຕິບັດຈາກລັດຖະທຳມະນູນໄດ້ແຕ່ຫ້າມເຂົາຊັດເຈນບໍ່ໃຫ້ຜ່ານກົດໝາຍໃດໆ ທີ່ຂັດກັບຕຳແໜ່ງປະທານາທິບໍດີ ໃນ ຄ.ສ. 1932 ມີການແກ້ໄຂລັດຖະທຳມະນູນເພື່ອໃຫ້ປະທານສານຍຸດຕິທຳສູງສຸດ ບໍ່ແມ່ນນາຍົກລັດຖະມົນຕີ ຮັກສາການແທນປະທານາທິບໍດີລະຫວ່າງທີ່ມີການເລືອກຕັ້ງໃໝ່ດ້ວຍ ກົດໝາຍນີ້ ຮິດແລໄດ້ປົດທາງແກ້ສຸດທ້າຍຕາມກົດໝາຍທີ່ຈະຖອດເຂົາອອກຈາກຕຳແໜ່ງ

ໃນຖານະປະມຸກແຫ່ງລັດ ຮິດແລຈຶງເປັນຜູ້ບັນຊາການທະຫານສູງສຸດ ການມອບສັດປະຕິຍານຂອງທະຫານແລະກະສາສີຕາມປະເພນີຖືກປ່ຽນເປັນການຍືນຍັນຄວາມພັກດີຕໍ່ຮິດແລໂດຍກົງ ຫຼາຍກວ່າຕຳແໜ່ງຜູ້ບັນຊາການສູງສຸດ ວັນທີ່ 19 ສິງຫາ ການຮວມຕຳແໜ່ງປະທານາທິບໍດີກັບນາຍົກລັດຖະມົນຕີໄດ້ຮັບການອະນຸມັດໂດຍການລົງປະຊາມັດຕິ ເຊິ່ງໄດ້ຮັບສຽງສະນັບສະໜຸນ 90% ຂອງຜູ້ອອກມາໃຊ້ສິດ

ຕົ້ນ ຄ.ສ. 1938 ຮິດແລບັງຄັບໃຫ້ລັດຖະມົນຕີສົງຄາມ ຈອມພົນ ແວແນ ຟອນ ບອມແບກ ລາອອກ ເມື່ອສຳນວນຕຳລວດພົບວ່າ ພັນລະຍາໃໝ່ຂອງບອມແບກເຄີຍມີປະຫວັດເປັນໂສເພນີ ຮິດແລຖອດຜູ້ບັນຊາການທະຫານບົກ ພົນເອກ ແວແນ ຟອນ ຟິດ ຫຼັງຊຸທສະທັພເຟລ (ເອສເອສ) ສ້າງຂໍ້ກ່າວຫາວ່າເຂົາມີສ່ວນໃນຄວາມສັມພັນຮ່ວມເພດ ຊາຍທັງຄູ່ໄດ້ສູນເສຍຄວາມໂປດປານເມື່ອພວກເຂົາຄັດຄ້ານຂໍ້ຮຽກຮ້ອງຂອງຮິດແລທີ່ໃຫ້ທັງສອງກຽມກອງທັບບົກໃຫ້ພ້ອມເຂົ້າສູ່ສົງຄາມ ພາຍໃນ ຄ.ສ. 1938 ຮິດແລໃຊ້ກໍລະນີນີ້ທີ່ເອິ້ນວ່າກໍລະນີອື້ສາວບອມແບກ-ຟິດ ເພື່ອຮວມການຄວບຄຸມກອງທັບ ເຂົາດຳລົງຕຳແໜ່ງຜູ້ບັນຊາການທະຫານສູງສຸດແທນບອມແບກ ດັງນັ້ນ ຈຶງສາມາດບັງຄັບບັນຊາກອງທັບໄດ້ໂດຍກົງ ເຂົາປ່ຽນຕົວລັດຖະມົນຕີສົງຄາມກັບໂອແບຄອມມັນໂດແດເວມັກ (ກອງບັນຊາການທະຫານສູງສຸດ ຫຼື OKW) ນຳໂດຍ ພົນເອກ ວິນເຮມ ໄຄເທລ ວັນດຽວກັນ ພົນເອກ 16 ນາຍຖືກຖອດອອກຈາກຕຳແໜ່ງ ແລະ 44 ນາຍຖືກຍ້າຍ ທັງໝົດຖືກສົງໄສວ່າບໍ່ນິຍົມນາຊີພໍ ເມື່ອຮອດເດືອນກຸມພາ ຄ.ສ. 1938 ພົນເອກອື່ນອີກ 12 ນາຍຖືກປົດ

ຫຼັງໄດ້ເສີມສ້າງອຳນາດການເມືອງຂອງເຂົາແລ້ວ ຮິດແລປາບປາມຫຼືກຳຈັດຄູ່ແຂ່ງຂອງເຂົາດ້ວຍ ກະບວນການຊື່ ໄກຊັນທຸງ ("ຈັດແຖວ") ເຂົາພະຍາຍາມຫາການສະນັບສະໜຸນຈາກສາທາລະນະເພີ່ທເຕີມໂດຍສັນຢາຈະກັບຜົນຂອງພາວະເສດຖະກິດຕົກຕ່ຳແລະສົນທິສັນຢາແວຊາຍ

ຈັກກະວັດໄຣຊ໌ທີ່ສາມ[ແກ້ໄຂ]

ເສດຖະກິດແລະວັດທະນະທຳ[ແກ້ໄຂ]

"ໂທເທເນລຸງ" (ສັນເສີນຜູ້ຕາຍ) ບົນລະບຽງໜ້າ "ເອເລນຮັນເລິ" (ຫໍກຽດຕິຍົດ) ໃນສາກຫຼັງເປັນທີ່ຊຸມນຸມນາຊີ "ເອເລນທີບືເນ"(ເວທີກຽດຕິຍົດ) ຮູບຈັນສ້ຽວ ໃນການຊຸມນຸມທີ່ເນືອນແບກ ກັນຍາ ຄ.ສ. 1934

ໃນຄ.ສ. 1935 ຮິດແລແຕ່ງຕັ້ງຮະຈັນມາ ຊັກເປັນຜູ້ມີອຳນາດເຕັມດ້ານເສດຖະກິດສົງຄາມ ຮັບຜິດຊອບການກຽມເສດຖະກິດເພື່ອສົງຄາມ ການຟື້ນຟູບູລະນະແລະການຕິດອາວຸດໃໝ່ໄດ້ຮັບຈັດຫາເງິນທຸນຜ່ານເມໂຟບິນ ການພິມເງິນ ແລະການຍຶດສິນຊັບຂອງຜູ້ທີ່ຖືກຈັບກຸມໃນຂໍ້ຫາສ້ຽນໜາມແຜ່ນດິນຮວມທັງຍິວ ການວ່າງງານລົດລົງຢ່າງຫຼາຍ ຈາກຫົກລ້ານຄນໃນ ຄ.ສ. 1932 ເຫຼືອໜຶ່ງລ້ານຄົນໃນ ຄ.ສ. 1936 ຮິດເປັນຜູ້ດູແລໜຶ່ງໃນໂຄງການພັດທະນາສາທາລະນູປະໂພກໜຶ່ງໃນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດເຢຍລະມັນ ເຊິ່ງນຳໄປສູ່ການກໍ່ສ້າງເຂື່ອນ ທາງຫຼວງ ທາງລົດໄຟແລະງານສາທາລະນະອື່ນໆ ຄ່າຈ້າງລົດລົງເລັກໜ້ອຍໃນຊ່ວງປີກ່ອນສົງຄາມໂລກຄັ້ງທີ່ສອງເມື່ອທຽບກັບໃນສະໄໝໄວມາ ຂະນະທີ່ຄ່າຄອງຊີບເພີ່ມຂຶ້ນ 25%

ລັດຖະບານຮິດແລສະນັບສະໜຸນສະຖາປັດຕະຍະກຳຢ່າງກວ້າງຂວາງ ອັນແບດ ສະແພ ຜູ້ນຳການຕີຄວາມແບບຄາສສິກຂອງຮິດແລນຳໄປກັບວັດທະນະທຳເຢຍລະມັນຖືກກຳໜົດໃຫ້ຮັບຜິດຊອບການປະຕິສັງຂອນສະຖາປັດຕະຍະກຳໃນເບີລິນ ຮິດແລເປີດກີລາໂອລິມປິກລະດູຮ້ອນໃນເບີລິນ

ການສ້າງເສີມອາວຸດແລະພັນທະມິດໃໝ່[ແກ້ໄຂ]

ໃນການປະຊຸມກັບຜູ້ນຳທາງທະຫານຂອງເຢຍລະມັນເມື່ອວັນທີ່ 3 ກຸມພາ ຄ.ສ. 1933 ຮິດແລກ່າວເຖິງ "ການພິຊິດເພື່ອເລແບນສະເລົາໃນທາງຕາເວັນອອກແລະເຮັດໃຫ້ເປັນເຢຍລະມັນຢ່າງໄຣ້ຄວາມປານີ" ເປັນມຸ່ງໝາຍນະໂຍບາຍຕ່າງປະເທດສູງສຸດຂອງເຂົາ ໃນເດືອນມີນາ ເຈົ້າຊາຍແບນາດ ວິນແຮມ ຟອນ ບືໂລ ເລຂາທິການເອົາສວະແວທີເກສອັມ (ກະຊວງການຕ່າງປະເທດ) ອອກຖະແຫຼງການໃຫຍ່ເຖິງເປົ້າປະສົງຂອງນະໂຍບາຍຕ່າງປະເທດເຢຍລະມັນ ຄື ອັນຊະລູດກັບໂອຕະລິດ ການຟື້ນຟູພົມແດນແຫ່ງຊາດຂອງເຢຍລະມັນໃນ ຄ.ສ. 1914 ການປະຕິເສດການຈຳກັດທາງທະຫານພາຍໃຕ້ສົນທິສັນຢາແວຊາຍ ການໄດ້ອະດີດອານານິຄົມເຢຍລະມັນແອຟິກາຄືນແລະເຂດອິດທິພົນຂອງເຢຍລະມັນໃນເອີລົບຕາເວັນອອກ ຮິດແລພົບວ່າເປົ້າໝາຍຂອງບືໂລນັ້ນຖ່ອມເກີນໄປ ໃນສຸນທໍລະພົດຂອງເຂົາຊ່ວງນີ້ ເຂົາເນັ້ນຍ້ຳເປົ້າໝາຍຂອງນະໂຍບາຍແລະຄວາມເຕັມໃຈເຮັດງານພາຍໃນຄວາມຕົກລົງລະຫວ່າງປະເທດຢ່າງສັນຕິ ໃນການປະຊຸມຄະນະລັດຖະມົນຕີທຳອິດໃນ ຄ.ສ. 1933 ຮິດແລຈັດລຳດັບລາຍຈ່າຍທາງທະຫານມາກ່ອນເງິນຊ່ອຍເຫຼືອຜູ້ວ່າງງານ

ເຢຍລະມັນຖອນຕົວຈາກສັນນິບາດຊາດແລະການປະຊຸມປົດອາວຸດໂລກໃນເດືອນຕຸລາ ຄ.ສ. 1933 ໃນເດືອນມີນາ ຄ.ສ. 1935 ຮິດແລປະກາດຂະຫຍາຍກຳລັງພົນແວມັກເປັນ 600,000 ນາຍ ຫົກເທົ່າຂອງຈຳນວນສົນທິສັນຢາແວຊາຍອະນຸຍາດ ຮວມເຖິງການພັດທະນາກອງທັບອາກາດ (ລຸບວັບເຟີ)ແລະການຕື່ມຂະໜາດກອງທັບເຮືອ (ຄີກສະມາລີເນີ) ອັງກິດ ຝະລັ່ງ ອິຕາລີແລະສັນນິບາດຊາດປະນາມແຜນການເຫຼົ່ານີ້ວ່າເປັນການລະເມີດສົນທິສັນຢາແວຊາຍ ຄວາມຕົກລົງນາວິກອັງກິດ-ເຢຍລະມັນ ວັນທີ່ 18 ມິຖຸນາ ຄ.ສ. 1935 ອະນຸຍາດລະວາງນ້ຳໜັກຂອງກອງທັບເຮືອເຢຍລະມັນເພີ່ມຂຶ້ນເປັນ 35% ຂອງລາຊະນາວີອັງກິດ ຮິດແລຮຽກການລົງນາມຄວາມຕົກລົງດັງກ່າວວ່າເປັນ "ວັນທີ່ສຸກທີ່ສຸດໃນຊີວິດເຂົາ" ດັງທີ່ເຂົາເຊື່ອວ່າຄວາມຕົກລົງນີ້ແມ່ນຈຸດເລິ່ມຕົ້ນຂອງພັນທະມິດອັງກິດ-ເຢຍລະມັນທີ່ເຂົາໄດ້ທຳນາຍໄວ້ໃນໄມນ໌ຄັມພ໌ ຝະລັ່ງແລະອິຕາລີບໍ່ໄດ້ຮັບການປຶກສາກ່ອນລົງນາມ ເຊິ່ງເປັນການບັ່ນທອນສັນນິບາດຊາດໂດຍກົງ ແລະຖິ່ມສົນທິສັນຢາແວຊາຍບົນຫົນທາງສູ່ຄວາມບໍ່ລົງຮອຍກັນ

ເຢຍລະມັນຍຶດຄອງເຂດປອດທະຫານໃນໄຣນ໌ແລນອີກຄັ້ງໃນເດືອນມີນາ ຄ.ສ. 1936 ອັນເປັນການລະເມີດສົນທິສັນຢາແວຊາຍ ຮິດແລສົ່ງກຳລັງເຂົ້າໄປໃນແອສະປາຍເພື່ອສະນັບສະໜຸນພົນເອກຟຣັງ ໂກ ຫຼັງໄດ້ຮັບການຂໍຄວາມຊ່ອຍເຫຼືອໃນເດືອນກໍລະກົດ ຄ.ສ. 1936 ໃນຂະນະດຽວກັນ ຮິດແລພະຍາຍາມສ້າງພັນທະມິດອັງກິດ-ເຢຍລະມັນຢ່າງຕໍ່ເນື່ອງ ໃນສະໜອງຕໍ່ວິກິດເສດຖະກິດທີ່ລຸກລາມຂຶ້ນອັນເກີດຈາກຄວາມພະຍາຍາມສ້າງເສີມອາວຸດຂຶ້ນໃໝ່ ຮິດແລຈຶງອອກບັນທຶກຂໍ້ຄວາມສັ່ງແຮມັນ ເກີລິງເພື່ອດຳເນິນການແຜນການສີ່ປີເພື່ອໃຫ້ເຢຍລະມັນພ້ອມເຮັດສົງຄາມພາຍໃນສີ່ປີຂ້າງໜ້າ "ບັນທຶກຂໍ້ຄວາມແຜນການສີ່ປີ" ເດືອນສິງຫາ ຄ.ສ. 1936 ກຳໜົດການຕໍ່ສູ້ສຸດກຳລັງລະຫວ່າງ "ຍິວ-ບານເຊວິກ ກັບຊາດສັງຄົມນິຍົມເຢຍລະມັນ ເຊິ່ງໃນມຸມມອງຂອງຮິດແລຈຳເປັນຕ້ອງມີຄວາມພະຍາຍາມທີ່ຜູກມັດໃນການເສີມສ້າງອາວຸດໂດຍບໍ່ຄຳນຶງເຖິງມູນຄ່າເສດຖະກິດ

ເຄົາກາແລອັດໂຊ ຊີອາໂນ ລັດຖະມົນຕີຕ່າງປະເທດຂອງລັດຖະບານເບນິໂຕ ມຸສໂສລິນີ ປະກາດອັກສະລະຫວ່າງເຢຍລະມັນກັບອິຕາລີ ແລະໃນວັນທີ່ 25 ພະຈິກ ເຢຍລະມັນລົງນາມໃນສົນທິສັນຢາຕໍ່ຕ້ານອົງການຄອມມິວນີສສາກົນກັບຢີ່ປຸ່ນ ອັງກິດ ຈີນ ອິຕາລີແລະໂປແລນໄດ້ຮັບເຊີນໃຫ້ເຂົ້າຮ່ວມສົນທິສັນຢາດັງກ່າວດ້ວຍ ແຕ່ມີພຽງອິຕາລີເທົ່ານັ້ນທີ່ລົງນາມໃນ ຄ.ສ. 1937 ຮິດແລລະທິ້ງຄວາມຝັນພັນທະມິດອັງກິດ-ເຢຍລະມັນ ໂດຍກ່າວໂທດວ່າຜູ້ນຳອັງກິດ "ບໍ່ເໝາະສົມ" ເຂົາຈັດການປະຊຸມລັບທີ່ທຳນຽບລັດຖະບານໄຣຊ໌ກັບລັດຖະມົນຕີສົງຄາມແລະຕ່າງປະເທດ ຕະຫຼອດຈົນຫົວໜ້າທາງທະຫານໃນເດືອນພະຈິກປີນັ້ນ ຕາມບັນທຶກຂໍ້ຄວາມຮອສສະບັກ ຮິດແລຖະແຫຼງເຈດຕະນາໃນການໄດ້ມາເຊິ່ງເລແບນສະເຣາມ໌ສຳລັບຊາວເຢຍລະມັນແລະສັ່ງກຽມເຮັດສົງຄາມໃນທາງຕາເວັນອອກ ເຊິ່ງຈະເລິ່ມບໍ່ຊ້າກວ່າ ຄ.ສ. 1943 ເຂົາຖະແຫຼງບັນທຶກການປະຊຸມຖືວ່າເປັນ "ພິໄນກຳການເມືອງ" ໃນກໍລະນີເຂົາເສຍຊີວິດ ເຂົາຮູ້ສຶກວ່າວິກິດເສດຖະກິດເຢຍລະມັນໄດ້ມາຮອດຈຸດທີ່ມາດຕະຖານການຄອງຊີບໃນເຢຍລະມັນຖົດຖອຍຮຸນແຮງຈົນຕ້ອງໃຊ້ສະເພາະນະໂຍບາຍກ້າວຮ້າວທາງທະຫານ ຄື ຍຶດໂອຕະລິດແລະເຊໂກສະໂວເກຍເທົ່ານັ້ນ ຮິດແລກະຕຸ້ນການປະຕິບັດຢ່າງຣວດເຣັວ ກ່ອນທີ່ອັງກິດແລະຝະລັ່ງຈະເປັນຜູ້ນຳການແຂ່ງຂັນອາວຸດຢ່າງຖາວອນ ຕົ້ນ ຄ.ສ. 1938 ຕາມຕິດກໍລະນີອື້ສາວບອມແບກ-ຟຣິທ ຮິດແລຖືສິດຄວບຄຸມນະໂຍບາຍທາງທະຫານ-ຕ່າງປະເທດ ໂດຍປົດນອຍລັດຈາກຕຳແໜ່ງໂອແບສເທຍ ເບແຟລຊາແບ ແດ ເວມັກ (ຜູ້ບັນຊາການທະຫານສູງສຸດ) ຈາກຕົ້ນ ຄ.ສ. 1938 ສືບມາ ຮິດແລດຳເນິນນະໂຍບາຍຕ່າງປະເທດເຊິ່ງມີສົງຄາມເປັນເປົ້າໝາຍສູງສຸດ

ກາງລ້າງຊາດ[ແກ້ໄຂ]

ມະໂນທັດຫຼັກຂອງນາຊີ ຄື ແນວຄິດຄວາມສະອາດເຊື້ອຊາດ ວັນທີ່ 15 ກັນຍາ ຄ.ສ. 1935 ເຂົາສະເໜີກົດໝາຍສອງສະບັບ ເຊິ່ງຮູ້ຈັກກັນໃນຊື່ ກົດໝາຍເນືອນແບກ ແກ່ໄຣຊ໌ສະທັກ ກົດໝາຍນີ້ຫ້າມການສົມລົດລະຫວ່າງຜູ້ທີ່ບໍ່ແມ່ນຍິວກັບເຢຍລະມັນເຊື້ອສາຍຍິວ ແລະຫ້າມການຈ້າງສະຕີບໍ່ແມ່ນຍິວອາຍຸຕ່ຳກວ່າ 45 ປີໃນຄົວເຮືອນຍິວ ກົດໝາຍກີດກັນຜູ້ທີ່ "ບໍ່ແມ່ນອາລະຍັນ" ຈາກຜົນປະໂຫຍດພົນລະເມືອງເຢຍລະມັນ ນະໂຍບາຍສຸພັນທຸສາດຊ່ວງທຳອິດຂອງຮິດແລມຸ່ງໄປຍັງເດັກທີ່ບົກພ່ອງທາງກາຍແລະການພັດທະນາໃນໂຄງການທີ່ຖືກຂະໜານນາມວ່າ ການປະຕິບັດບຣັນ (Action Brandt) ແລະພາຍຫຼັງອະນຸມັດໂຄງການກາລຸນຍະຄາດແກ່ຜູ້ໃຫຍ່ທີ່ບົກພ່ອງທາງຈິດແລະກາຍຢ່າງຮ້າຍແຮງ ເຊິ່ງປັດຈຸບັນມັກເອິ້ນວ່າ ການປະຕິບັດເທ4 (Action T4)

ແນວຄິດເລແບນສະເຣາມ໌ຂອງຮິດແລ ເຊິ່ງຮັບຫຼັກການໃນໄມຄັມພ໌ ມຸ່ງການໄດ້ມາເຊິ່ງດິນແດນໃໝ່ສຳລັບການຕັ້ງຖິ່ນຖານຂອງຊາວເຢຍລະມັນໃນເອີລົບຕາເວັນອອກ ເຈເນຣັລ ພັນໂອສ ("ແຜນການທົ່ວໄປສຳລັບທາງຕາເວັນອອກ") ກຳໜົດໃຫ້ປະຊາກອນໃນເອີລົບຕາເວັນອອກແລະສະຫະພາບໂຊວຽດສ່ວນທີ່ຖືກຍຶດຄອງເນລະເທດໄປຍັງໄຊບີເລຍຕາເວັນຕົກ ເພື່ອໃຊ້ເປັນແຮງງານທາດຫຼືສັງຫານທິ້ງ ດິນແດນທີ່ຖືກພິຊິດຈະຖືກຕັ້ງເປັນອານານິຄົມຂອງຜູ້ຕັ້ງຖິ່ນຖານຊາວເຢຍລະມັນຫຼືທີ່ຖືກເຮັດໃຫ້ເປັນເຢຍລະມັນ ແຜນການເດີມກຳໜົດໃຫ້ກະບວນການນີ້ເລິ່ມຕົ້ນຫຼັງການພິຊິດສະຫະພາບໂຊວຽດ ແຕ່ບໍ່ເປັນຜົນ ຮິດແລຈຶງເລື່ອນແຜນການອອກໄປ ຈົນຮອດເດືອນມັງກອນ ຄ.ສ. 1942 ການຕັດສິນໃຈນີ້ໄດ້ນຳໄປຍັງການສັງຫານຊາວຍິວແລະຜູ້ຖືກເນລະເທດອື່ນເຊິ່ງຖືກພິຈາລະນາວ່າບໍ່ພຶງປາດຖະໜາ

ໂຮໂລໂກດ (ອັງກິດ: The Holacuast) (Endlösung der jüdischen Frage ຫຼື "ການແກ້ປັນຫາຊາວຍິວຄັ້ງສຸດທ້າຍ") ຈັດຂຶ້ນແລະດຳເນິນການໂດຍໄຮລິດ ຮິມເລີແລະໄຣນາດ ໄຮດິດບັນທຶກການປະຊຸມວັນເຊ ເຊິ່ງຈັດຂຶ້ນເມື່ອວັນທີ່ 20 ມັງກອນ ຄ.ສ. 1942 ແລະນຳໂດຍໄຣນາດ ໄຮດິດ ຮ່ວມກັບເຈົ້າໜ້າທີ່ນາຊີອາວຸໂສອື່ນອີກສິບຫ້າຄົນເປັນຫຼັກຖານຊັດເຈນທີ່ສຸດເຖິງການວາງແຜນໂຮໂລໂກດຢ່າງເປັນລະບົບ ວັນທີ່ 22 ກຸມພາ ມີບັນທຶກຄຳກ່າວຂອງຮິດແລຕໍ່ເພື່ອນຮ່ວມວຽກ "ສຸຂະພາບດີຂອງເຮົາຈະຟື້ນຄືນກໍດ້ວຍການສັງຫານຍິວເທົ່ານັ້ນ" ມີຄ່າຍກັກກັນແລະຄ່າຍມໍລະນະນາຊີປະມານສາມສິບແຫ່ງໃຊ້ເພື່ອວັດຖຸປະສົງນີ້ຈົນຮອດລະດູຮ້ອນ ຄ.ສ. 1942 ບ່ອນຕັ້ງຄ່າຍກັກກັນເອົາວິດຖືກດັດແປງໃຫ້ສາມາດຮອງຮັບຜູ້ຖືກເນລະເທດຈຳນວນຫຼາຍເພື່ອສັງຫານຫຼືໃຊ້ແຮງງານທາດ

ທະຫານອາເມລິກັນຍືນຢູ່ຂ້າງລົດເຂັນເຊິ່ງມີສົບກອງເປັນພູເຂົານອກເມນໃນຄ່າຍກັກກັນບູເຄນວັນທີ່ເພິ່ງໄດ້ຮັບການປົດປ່ອຍ ເມສາ ຄ.ສ. 1945

ແມ້ນບໍ່ປາກົດວ່າມີຄຳສັ່ງເຈາະຈົງຈາກຮິດແລທີ່ອະນຸມັດການສັງຫານໝູ່ ເຂົາໄດ້ອະນຸມັດໄອຊັດສະກຸບເພນ ໜ່ວຍສັງຫານເຊິ່ງຕິດຕາມກອງທັບເຢຍລະມັນຜ່ານໂປແລນແລະລັດເຊຍ ເຂົາຍັງໄດ້ຮັບລາຍງານຢ່າງດີກ່ຽວກັບພຶດຕິກຳຂອງໜ່ວຍນີ້ດ້ວຍ ລະຫວ່າງການສອບສວນໂດຍເຈົ້າໜ້າທີ່ສືບລາຊະການລັບໂຊວຽດ ບັນທຶກເຊິ່ງໄດ້ຮັບການເປີດເຜີຍໃນອີກວ່າຫ້າສິບປີໃຫ້ຫຼັງ ຄົນຂັບລົດຂອງຮິດແລ ໄຮ ລິນເກີ ແລະຜູ້ຊ່ວຍຂອງເຂົາ ອັອດໂທ ກຶນເຊີ ຖະແຫຼງວ່າຮິດແລມີຄວາມສົນໃຈໂດຍກົງໃນການພັດທະນາຫ້ອງຮົມແກສ

ລະຫວ່າງ ຄ.ສ. 1939 ເຖິງ 1945 ເອສເອສເຊິ່ງໄດ້ຮັບການສະນັບສະໜຸນຈາກລັດຖະບານຜູ້ໃຫ້ຄວາມຮ່ວມມືແລະທະຫານເກນຈາກປະເທດທີ່ຖືກຍຶດຄອງ ຮັບຜິດຊອບຕໍ່ການເສຍຊີວິດເຖິງຊາວເອັດເຖິງສິບເອັດເຖິງສິບສີ່ລ້ານຊີວິດ ຮວມທັງຊາວຍິວຫົກລ້ານຄົນ ຄິດເປັນສອງໃນສາມຂອງປະຊາກອນຍິວໃນເອີລົບ ແລະຊາວໂລມາລະຫວ່າງ 500,000 ເຖິງ 1,500,000 ຄົນ ການເສຍຊີວິດເກີດຂຶ້ນໃນຄ່າຍກັກກັນແລະຄ່າຍມໍລະນະຍ່ານຊາວຍິວ ແລະການປະຫານຊີວິດໝູ່ ເຫຍື່ອການລ້າງຊາດຫຼາຍຄົນຖືກຮົມແກສຈົນເສຍຊີວິດ ຂະນະທີ່ບາງຄົນເສຍຊີວິດເພາະຫິວໂຫຍຫຼືປ່ວຍຂະນະໃຊ້ແຮງງານທາດ

ນະໂຍບາຍຂອງຮິດແລຍັງສົ່ງຜົນໃຫ້ມີການສັງຫານຊາວໂປແລນແລະຊະເລີຍສຶກໂຊວຽດ ພວກຄອມມິວນີສແລະສັດຕູການເມືອງອື່ນ ພວກຮັກຮ່ວມເພດ ຜູ້ພິການທາງກາຍຫຼືໃຈ ຜູ້ນັບຖືລັດທິພະຍານພະຍະໂຮວານິກາຍແອດເວນຕິສ ແລະຜູ້ນຳສະຫະພາບແຮງງານຮິດແລບໍ່ເຄີຍປາກົດວ່າເຍືອນຄ່າຍກັກກັນແລະບໍ່ໄດ້ເວົ້າເຖິງການສັງຫານຢ່າງເປີດເຜີຍ

ສົງຄາມໂລກຄັ້ງທີ່ສອງ[ແກ້ໄຂ]

ຄວາມສຳເລັດທາງການທູດຊ່ວງຕົ້ນ[ແກ້ໄຂ]

ຮິດແລກັບລັດຖະມົນຕີຕ່າງປະເທດຢີ່ປຸ່ນ ໂຍສຶເກະ ມັດຊຸໂອກະ ທີ່ການປະຊຸມໃນກຸງເບີລິນເມື່ອເດືອນມີນາ ຄ.ສ. 1941 ທີ່ຍືນຢູ່ຂ້າງຫຼັງນັ້ນຄື ໂຈອາຄົມ ຟອນ ລິບແບນທອບ

ພັດທະມິດກັບຢີ່ປຸ່ນ[ແກ້ໄຂ]

ໃນເດືອນກຸມພາ ຄ.ສ. 1938 ດ້ວຍການແນະນຳຈາກລັດຖະມົນຕີຕ່າງປະເທດທີ່ເພິ່ງໄດ້ຮັບແຕ່ງຕັ້ງໃໝ່ ໂຈອາຄົມ ຟອນ ລິບແບນທອບ ຜູ້ນິຍົມຢີ່ປຸ່ນຢ່າງແຂັງຂັນ ຮິດແລຈຶງຍຸດຕິພັນທະມິດຈີນ-ເຢຍລະມັນກັບສາທາລະນະລັດຈີນແລະເຂົ້າເປັນພັນທະມິດກັບຢີ່ປຸ່ນທີ່ທັນສະໄໝແລະຊົງອຳນາດກວ່າ ຮິດແລປະກາດຮັບຮອງແມນຈູກົວ ລັດທີ່ຢີ່ປຸ່ນຍຶດຄອງໃນແມນຈູເລຍຂອງເຢຍລະມັນແລະສະຫຼະການອ້າງສິດຂອງເຢຍລະມັນເໜືອອະດີດອານານິຄົມໃນແປຊິຟິກທີ່ຢີ່ປຸນຖືຄອງຢູ່ ຮິດແລສັ່ງຍຸດຕິການສົ່ງອາວຸດໄປຍັງຈີນແລະເອິ້ນນາຍທະຫານເຢຍລະມັນທີ່ເຮັດວຽກກັບກອງທັບຈີນທັງໝົດກັບ ເພື່ອເປັນການຕອບໂຕ້ ພົນເອກ ຈຽງ ໄຄແຊັກຂອງຈີນຍົກເລີກຄວາມຕົກລົງເສດຖະກິດຈີນ-ເຢຍລະມັນທັງໝົດ ເຮັດໃຫ້ເຢຍລະມັນຂາດວັດຖຸດິບຈາກຈີນ ແມ້ນຈີນຈະຍັງຂົນສົ່ງທັງສະແຕນເຊິ່ງເປັນໂລຫະສຳຄັນໃນການຜະລິດອາວຸດ ຕໍ່ໄປຈົນກະທັ່ງ ຄ.ສ. 1939

ແຊັມເບີເລນພໍໃຈກັບການປະຊຸມມິວນິກ ໂດຍເອິ້ນຜົນວ່າ "ສັນຕິພາບໃນສະໄໝຂອງເຮົາ" ຂະນະທີ່ຮິດແລຄຽດກັບໂອກາດເຮັດສົງຄາມທີ່ພາດໄປໃນ ຄ.ສ. 1938

ອົດສະຕາລີແລະເຊໂກສະໂລວາເກຍ[ແກ້ໄຂ]

ວັນທີ່ 12 ມີນາ ຄ.ສ. 1938 ຮິດແລປະກາດຮວມອົດສະຕາລີເຂົ້າກັບນາຊີເຢຍລະມັນໃນອັນສະລູດ ຈາກນັ້ນຮິດແລມຸ່ງຄວາມສົນໃຈຂອງເຂົາໄປຍັງປະຊາກອນເຊື້ອຊາດເຢຍລະມັນໃນເຂດຊູເດເຕນແລນຂອງເຊໂກສະໂລວາເກຍ

ວັນທີ່ 28-29 ມີນາ ຄ.ສ. 1938 ຮິດແລຈັດການປະຊຸມລັບຂຶ້ນຫຼາຍຄັ້ງໃນກຸງເບີລິນກັບຄອນລັດ ແຮນໄລ ແຫ່ງຊູແດແຕນໄຮຟອນ (Heimfront, "ແນວສະໜັບສະໜຸນ") ພັກການເມືອງເຊື້ອຊາດເຢຍລະມັນໃຫຍ່ທີ່ສຸດໃນຊູແດແຕນແລນ ທັງສອງຕົກລົງວ່າແຮນໄລຈະຮຽກຮ້ອງສິດທິປົກຄອງຕົນເອງສຳລັບຊາວເຢຍລະມັນຊູແດແຕນຕື່ມຂຶ້ນຈາກລັດຖະບານເຊໂກສະໂລວາເກຍ ເຊິ່ງຈະເປັນຂໍ້ອ້າງສຳລັບການປະຕິບັດທາງທະຫານຕໍ່ເຊໂກສະໂລວາເກຍ ໃນເດືອນເມສາ ຄ.ສ. 1938 ແຮນໄລບອກລັດຖະມົນຕີຕ່າງປະເທດຮົງກະລີວ່າ "ບໍ່ວ່າລັດຖະບານແຊັກຈະສະເໜີອີ່ຫຍັງ ເຂົາຈະຮຽກຮ້ອງສູງຂຶ້ນສະເໝີ... ເຂົາຕ້ອງການບ່ອນທຳລາຍຄວາມເຂົ້າໃຈໃນທຸກວິຖີທາງ ເພາະນີ້ເປັນພຽງວິທີດຽວທີ່ຈະລະເບີດເຊໂກສະໂລວາເກຍຢ່າງຮວດເຮັວ ໂດຍສ່ວນຕົວ ຮິດແລມອງວ່າບັນຫາຊູແດແຕນບໍ່ສຳຄັນ ເຈດຕະນາທີ່ແທ້ຈິງຂອງເຂົານັ້ນຄືສົງຄາມພິຊິດເຊໂກສະໂລວາເກຍ


ເດືອນຕຸລາ ຄ.ສ. 1938 ຮິດແລ (ຍືນຢູ່ໃນເມີຊິເດສ) ຂັບຜ່ານຝູງຊົນໃນແຊັບ ສ່ວນນຶ່ງຂອງພູມິພາກຊູແດແຕນທີ່ມີປະຊາກອນຊາວເຢຍລະມັນອາໄສຢູ່ຫຼາຍຂອງເຊໂກສະໂລວາເກຍ ເຊິ່ງຖືກຮວມເຂົ້າກັບນາຊີເຢຍລະມັນຈາກຄວາມຕົກລົງມິວນິກ

ໃນເດືອນເມສາ ຄ.ສ. 1938 ຮິດແລສັ່ງໃຫ້ OKW ກຽມກາມສຳລັບຟັນກຶນ (Fall Grün, ກໍລະນີຂຽວ) ຊື່ລະຫັດສຳລັບການບຸກຄອງເຊໂກສະໂລວາເກຍ ດ້ວຍເຫດຜົນຂອງແຮງກົດດັນທາງການທູດຢ່າງໜັກຈາກຝະລັ່ງແລະອັງກິດ ວັນທີ່ 5 ກັນຍາ ຄ.ສ. 1938 ປະທານາທິບໍດີເຊໂກສະໂລວາເກຍ ແອັດວາດ ແບເນດ ຈຶງປະກາດເປັນ "ແຜນການທີ່ສີ່" ເພື່ອຈັດລະບຽບປະເທດໃໝ່ຕາມລັດຖະທຳມະນູນ ເຊິ່ງຕົກລົງຮັບຂໍ້ຮຽກຮ້ອງສ່ວນໃຫຍ່ຂອງແຮນໄລວ່າດ້ວຍການປົກຄອງຕົນເອງຂອງຊູແດແຕນ ໄຮຟອນຂອງແຮນໄລສະໜອງຂໍ້ຕໍ່ຂອງແບເນດດ້ວຍການປະທະຢ່າງຮຸນແຮງຫຼາຍເທື່ອຮາວກັບຕຳລວດເຊໂກສະໂລວາເກຍ ເຊິ່ງນຳໄປສູ່ການປະກາດກົດໄອຍະການສຶກໃນບາງເຂດຂອງຊູແດແຕນ

ເຢຍລະມັນນັ້ນເພິ່ງພານ້ຳມັນນຳເຂົ້າ ການຜະເຊີນໜ້າກັບອັງກິດເໜືອກໍລະນີພິພາດເຊໂກສະໂລວາເກຍ ອາດຕັດທອນສະບຽງນ້ຳມັນຂອງເຢຍລະມັນໄດ້ ຮິດແລຈຶງເລື່ອນຟັລກຶນອອກໄປ ເຊິ່ງເດີມວາງແຜນໄວ້ເມື່ອວັນທີ່ 1 ຕຸລາ ຄ.ສ. 1938 ວັນທີ່ 29 ກັນຍາ ຄ.ສ. 1938 ຮິດແລ, ເນວິລ ເຊັມເບີເລນ,ເອດູອາ ດາລາດີເຍ ແລະ ເບນິໂຕ ສະໂລສິນີເຂົ້າຮ່ວມການປະຊຸມນຶ່ງມື້ໃນກຸງມິວນິກເຊິ່ງນຳໄປສູ່ຄວາມຕົກລົງມິວນິກ ເຊິ່ງໄດ້ມອບຂອບເຂດຊູແດແຕນແລນໃຫ້ແກ່ເຢຍລະມັນ

ແຊັມເບີເລນພໍໃຈກັບການປະຊຸມມິວນິກ ໂດຍເອິ້ນຜົນວ່າ "ສັນຕິພາບໃນສະໄໝຂອງເຮົາ" ຂະນະທີ່ຮິດແລກຳລັງຄຽດກັບໂອກາດເຮັດສົງຄາມທີ່ພາດໄປໃນ ຄ.ສ. 1938 ຮິດແລສະແດງຄວາມຜິດຫວັງຂອງເຂົາຕໍ່ຄວາມຕົກລົງມິວນິກອອກມາໃນສຸນທໍລະພົດເມື່ອວັນທີ່ 9 ຕຸລາ ຄ.ສ. 1938 ໃນຊາຣ໌ບຶກເຄນ ໃນມຸມມອງຂອງຮິດແລ ສັນຕິພາບເຊິ່ງອັງກິດເປັນນາຍໜ້ານັ້ນ ແມ້ນຈະອຳນວຍປະໂຫຍດຕໍ່ການຮຽກຮ້ອງບັງໜ້າເຢຍລະມັນແຕ່ກໍເປັນຄວາມພ່າຍແພ້ທາງການທູດເຊິ່ງຍິ່ງກະຕຸ້ນເຈດຕະນາຂອງຮິດແລໃນການຈຳກັດອຳນາດຂອງອັງກິດເພື່ອກຸຍທາງແກ່ການຂະຫຍາຍຕົວໄປທາງຕາເວັນອອກຂອງເຢຍລະມັນ ຜົນຈາກການປະຊຸມນີ້ ຮິດແລໄດ້ຮັບເລືອກເປັນບຸກຄົນແຫ່ງປີນິດຕະຍະສານໄທມ໌ ຄ.ສ. 1938

ຮິດແລເຍືອນປາສາດປຣາກ ບໍ່ດົນຫຼັງເຊໂກສະໂລວາເກຍຖືກຍຶດຄອງ 15 ມີນາ ຄ.ສ. 1939

ໃນປາຍປີ ຄ.ສ. 1938 ແລະຕົ້ນ ຄ.ສ. 1939 ວິກິດຕະການເສດຖະກິດທີ່ດຳເນິນຕໍ່ໄປເຊິ່ງເກີດຈາກຄວາມພະຍາຍາມສ້າງເສີມອາວຸດໃໝ່ບີບໃຫ້ຮິດແລຕັດງົບປະມານປ້ອງກັນປະເທດລົງຢ່າງຫຼາຍ ວັນທີ່ 30 ມັງກອນ ຄ.ສ. 1939 ຮິດແລກ່າວສຸນທໍລະພົດ "ສົ່ງອອກຫຼີຕາຍ" ໂດຍຮຽກຮ້ອງການຮຸກທາງເສດຖະກິດຂອງເຢຍລະມັນເພື່ອຕື່ມສິນຊັບແລກປ່ຽນຕ່າງປະເທດເຢຍລະມັນເພື່ອຈ່າຍເປັນຄ່າວັດຖຸດິບ ເຊັ່ນ ເຫຼັກຄຸນນະພາບສູງເຊິ່ງຈຳເປັນຕໍ່ອາວຸດທາງທະຫານ

ວັນທີ່ 15 ມີນາ ຄ.ສ. 1939 ໂດຍເປັນການລະເມີດຂໍ້ຕົກລົງມິວນິກແລະອາດເປັນເພາະຜົນຂອງວິກິດຕະການເສດຖະກິດທີ່ຖະຫຼຳລຶກເຊິ່ງຕ້ອງການສິນຊັບເພີ່ມເຕີມ ຮິດແລຈຶງສັ່ງໃຫ້ແວມັກບຸກຄອງປຣາກ ແລະຈາກປາສາດປຣາກໄດ້ປະກາດໃຫ້ໂບຮີເມຍແລະໂມລາເວຍເປັນລັດໃນອາລັກຂາຂອງເຢຍລະມັນ

ສົງຄາມໂລກຄັ້ງທີສອງປະທຸ[ແກ້ໄຂ]

ໃນການປະຊຸມສ່ວນຕົວໃນຄ.ສ. 1939 ຮິດແລອະທິບາຍວ່າອັງກິດເປັນສັດຕູຫຼັກທີຈຳຕ້ອງຖືກພິຊິດ ໃນມຸມມອງເຂົາ ການລົບລ້າງໂປແລນຈາກການເປັນຊາດອະທິປະໄຕເປັນການໂຫມໂຮງທີຈຳເປັນສູ່ເປົ້າໝາຍນັ້ນ ປີກຕາເວັນອອກຈຳຕ້ອງໄດ້ຮັບການເຮັດໃຫ້ປອດໄພ ແລະທີດິນຈະຖືກຕື່ມເຂົ້າໄປໃນເລເບນສະເຣົາມ໌ຂອງເຢຍລະມັນ ຮິດແລຕ້ອງການໃຫ້ໂປແລນເປັນລັດບໍລິວານຂອງເຢຍລະມັນຫຼີບໍ່ສະນັ້ນກໍຖືກເຮັດໃຫ້ເປັນກາງເພື່ອໃຫ້ປີກທາງຕາເວັນອອກຂອງໄຣຊ໌ປອດໄພແລະເພື່ອປ້ອງກັນການປິດລ້ອມຂອງອັງກິດທີເປັນໄປໄດ້

ແຕ່ເດີມ ຮິດແລມັກແນວຄິດລັດບໍລິວານເຊິ່ງຖືກປະຕິເສດໂດຍລັດຖະບານໂປແລນ ດັງນັ້ນ ຮິດແລຈຶງຕັດສິນໃຈບຸກຄອງໂປແລນ ເຊິ່ງເຂົາຖືວ່າເປັນເປົ້າໝາຍນະໂຍບາຍຕ່າງປະເທດຫຼັກຂອງເຢຍລະມັນໃນ ຄ.ສ. 1939 ຮິດແລຖືກຂັດໃຈທີ່ອັງກິດ "ຮັບປະກັນ" ເອກະລາດຂອງໂປແລນ ເຊິ່ງປະກາດເມື່ອວັນທີ່ 31 ມີນາ ຄ.ສ. 1939 ແລະບອກແກ່ເພື່ອນຮ່ວມວຽກເຂົາວ່າ "ຂ້າພະເຈົ້າຈະພົ່ນເຄື່ອງດື່ມປີສາດໃຫ້ກັບພວກມັນ" ໃນສຸນທໍລະພົດໃນວິລເຮມຊາເວນເພື່ອປ່ອຍເຮືອປະຈັນບານເທຍພິດລົງນ້ຳເມື່ອວັນທີ່ 1 ເມສາ ຄ.ສ. 1939 ຮິດແລຂູ່ຈະບອກຍົກເລີກທັງຄວາມຕົກລົງນາວິກອັງກິດ-ເຢຍລະມັນເປັນຄັ້ງທຳອິດ ຫາກອັງກິດຍືນການການຮັບປະກັນເອກະລາດຂອງໂປແລນ ເຊິ່ງເຂົາມອງວ່າເປັນນະໂຍບາຍ "ຕີວົງລ້ອມ" ວັນທີ່ 3 ເມສາ ຄ.ສ. 1939 ຮິດແລສັ່ງການໃຫ້ຝ່າຍທະຫານກຽມການສຳລັບຟັລໄວສສ໌ (Fall Weiss, "ກໍລະນີຂາວ) ແຜນການສຳລັບບຸກຄອງຂອງເຢຍລະມັນໃນວັນທີ່ 25 ສິງຫາ ຄ.ສ. 1939 ໃນສຸນທໍລະພົດຕໍ່ໄຣຊ໌ສະທັກເມື່ອວັນທີ່ 28 ເມສາ ຮິດແລບອກເລີກທັງຄວາມຕົກລົງນາວິກອັງກິດ-ເຢຍລະມັນແລະສົນທິສັນຍາບໍ່ຮຸກຮານເຢຍລະມັນ-ໂປແລນ ຮິດແລກ່າວແກ່ນາຍພົນຂອງເຂົາວ່າແຜນການດັ້ງເດີມຂອງເຂົາໃນ ຄ.ສ. 1939 ຄື"...ຈັດຕັ້ງຄວາມສັມພັນທີ່ຍອມຮັບໄດ້ກັບໂປແລນເພື່ອຕໍ່ສູ້ກັບຕາເວັນຕົກ" ເນື່ອງຈາກໂປແລນປະຕິເສດຈະເປັນບໍລິວານຂອງເຢຍລະມັນ ຮິດແລຈຶງເຊື່ອວ່າທາງເລືອກດຽວຂອງເຂົາຄືການບຸກຄອງໂປແລນ

ນັກປະຫວັດສາດ ເຊັ່ນ ວິລລຽມ ຄາຣ໌, ແກຮາດ ໄວແບກ ແລະ ອຽນ ເຄີຊໍສະເໜີວ່າ ສາເຫດທີ່ຮິດແລເຮັ່ງເຮັດສົງຄາມເພາະຄວາມຢ່ານຜິດປົກກະຕິແລະໝົກໝຸ້ນຂອງເຂົາວ່າຈະຕາຍກ່ອຍວັຍອັນຄວນ ແລະດັງນັ້ນຈຶງມີຄວາມຮູ້ສຶກວ່າ ເຂົາບໍ່ອາດບໍ່ມີຊີວິດຢູ່ຈົນສຳເລັດວຽກຂອງເຂົາກໍໄດ້

ຮິດແລເດີມກັງວົນວ່າການໂຈມຕີທາງທະຫານຕໍ່ໂປແລນອາດສົ່ງຜົນໃຫ້ເກີດສົງຄາມກັບອັງກິດກ່ອນເວລາອັນຄວນ ຢ່າງໃດກໍດີ ລັດຖະມົນຕີຕ່າງປະເທດຂອງຮິດແລ ແລະອະດີດເອກອັກຄະລາຊະທູດປະຈຳກຸງລອນດອນ ໂຈອາຄິມ ຟອນ ຮິບແບນທຣອພ ຍືນຍັນແກ່ເຂົາວ່າທັງອັງກິດແລະຝະລັ່ງຈະບໍ່ເຄົາລົບຄວາມຜູກມັດຂອງພວກຕົນຕໍ່ໂປແລນ ແລະສົງຄາມເຢຍລະມັນ-ໂປແລນຈະເປັນພຽງສົງຄາມໃນພູມິພາກຈຳກັດ ຮິບແບນທຣອພອ້າງວ່າໄດ້ສະແດງໂທລະເລກພາຍໃນ (diplomatic cable) ແກ່ຮິດແລເຊິ່ງສະໜັບສະໜຸນການວິເຄາະຂອງເຂົາເອກອັກຄະລາຊະທູດເຢຍລະມັນປະຈຳກຸງລອນດອນ ແຮແບດ ຟອນ ດີກເຊນ ສະໜັບສະໜຸນການວິເຄາະຂອງຮິບແບນທຣອພດ້ວຍການເດີນໜັງສືໃນເດືອນສິງຫາ ຄ.ສ. 1939 ໂດຍລາຍງານວ່າເຊມເບີເລນຊາບ "ໂຄງສ້າງສັງຄົມຂອງອັງກິດ ກະທັ່ງກອບຄວາມຄິດຂອງຈັກກະວັດອັງກິດ ວ່າຈະບໍ່ຮອດພົ້ນຄວາມຍຸ່ງເຫຍີງຂອງສົງຄາມແມ້ນຈະຊະນະກໍຕາມ" ແລະດັງນັ້ນຈຶງຈະຍອມອ່ອນຕາມ ເມື່ອເປັນເຊັ່ນນັ້ນ ວັນທີ່ 21 ສິງຫາ ຮິດແລຈິງສັ່ງລະດົມພົນທາງທະຫານຕໍ່ໂປແລນ

ອ້າງອີງ[ແກ້ໄຂ]

  1. Alastair Jamieson, Nazi leader Hitler really did have only one ball.html, The Daily Telegraph, retrieved on 20 November 2008
  2. Eingabe der Industriellen an Hindenburg vom November 1932, Glasnost, ສືບຄົ້ນເມືອ 22 May 2008 
  3. "accessed 20 March 2010", Fox News, 17 October 2003. ຮຽກຂໍ້ມູນວັນທີ 20 April 2010
ບັນນານຸກົມ

ອັງລີ

ອ່ານຕື່ມ[ແກ້ໄຂ]

ແຫຼ່ງຂໍ້ມູນອື່ນ[ແກ້ໄຂ]