ເອເທນ

ຈາກ ວິກິພີເດຍ
ເອເທນ
Athens montage. Clicking on an image in the picture causes the browser to load the appropriate article.ອະໂຄຣໂພລິດແຫ່ງເອເທນລັດຖະສະພາເກຣັກຫໍແຊບພຽນສູນກິລາໂອລິມປິກເອເທນຈັດຕຸລັດໂມນາສທິຣາຄິທິວທັດຈາກພູໄລຄາເບຕຸສ
ຊື່: 
τὸ κλεινὸν ἄστυ, tò kleinòn ásty ("ນະຄອນແຫ່ງຄວາມສະເໝີພາບ")
τὸ ἰοστεφὲς ἄστυ, tò iostephès ásty ("ນະຄອນຂອງມົງກຸດສີມ່ວງ")
ເອເທນຕັ້ງຢູ່ໃນປະເທດເກຣັກ
ເອເທນ
ເອເທນ
ຕຳແໜ່ງໃນປະເທດເກຣັກ
ເອເທນຕັ້ງຢູ່ໃນບານຄານ
ເອເທນ
ເອເທນ
ຕຳແໜ່ງໃນທະວີບເອີຣົບ
ເອເທນຕັ້ງຢູ່ໃນEurope
ເອເທນ
ເອເທນ
ເອເທນ (Europe)
ພິກັດ: 37°59′03″N 23°43′41″E / 37.98417°N 23.72806°E / 37.98417; 23.72806ພິກັດພູມສາດ: 37°59′03″N 23°43′41″E / 37.98417°N 23.72806°E / 37.98417; 23.72806
ປະເທດທຸງຊາດຂອງເກຣັກ ເກຣັກ
ພາກພື້ນທາງພູມສາດເກຣັກພາກກາງ
ແຄວ້ນອັດຕິກາ
ໜ່ວຍໃນລະດັບພາກພື້ນເອເທນກາງ
ເຂດ7
ການປົກຄອງ
 • ປະເພດການປົກຄອງແບບນາຍົກເທສະມົນຕີ ແລະ ສະພາ
 • ນາຍົກເທສະມົນຕີKostas Bakoyannis (ເນຍດີໂມກຣາຕິກາ)
ພື້ນທີ່
 • ເທສະບານ38.964 ຕລ.ກມ. (Bad rounding here15 ຕລ.ໄມລ໌)
 • ເຂດເມືອງ412 ຕລ.ກມ. (Bad rounding here160 ຕລ.ໄມລ໌)
 • ລວມຂອບ​ເຂດ​2,928.717 ຕລ.ກມ. (Bad rounding here1,100 ຕລ.ໄມລ໌)
ຄວາມສູງຈຸດສູງສຸດ338 ແມັດ (Bad rounding here1,100 ຟຸດ)
ຄວາມສູງຈຸດຕ່ຳສຸດ70.1 ແມັດ (Bad rounding here230 ຟຸດ)
ປະຊາກອນ
 (ຄ.ສ 2012)[2]
 • ເທສະບານ664,046 ຄົນ
 • ອັນດັບ1st urban, 1st metro in Greece
 • ເຂດເມືອງ3,090,508 ຄົນ
 • ຄວາມໜາແໜ້ນເຂດເມືອງ7,500 ຄົນ/ຕລ.ກມ. (19,000 ຄົນ/ຕລ.ໄມລ໌)
 • ລວມເຂດ3,753,783[1] ຄົນ
ເດມະນິມຊາວເອເທນ
ຈີດີພີ ພີພີພີ (ຄ.ສ 2016)[3]
 • ລວມ102.446 ລ້ານໂດລາສະຫະລັດ
 • ຕໍ່ຫົວ32,461 ໂດລາ
ເຂດເວລາUTC+2 (EET)
 • ລະດູຮ້ອນ (ເວລາອອມແສງ)UTC+3 (EEST)
ລະຫັດໄປສະນີ10x xx, 11x xx, 120 xx
ລະຫັດໂທລະສັບ21
ທະບຽນພາຫະນະYxx, Zxx, Ixx
ນັກບຸນອົງອຸປະຖຳອິໂດນິຊີອອສແຫ່ງອາຣິໂອພາກັດ (3 ຕຸລາ)
ເທວະດາຜູ້ອຸປະຖໍາອະທີນາ
ເວັບໄຊwww.cityofathens.gr

ເອເທນ (ເກຣັກ: Αθήνα, ອອກສຽງ [aˈθina] (ກ່ຽວກັບສຽງນີ້ ຟັງສຽງ); ເກຣັກບູຮານ: Ἀθῆναι, ອອກສຽງ [atʰɛ̂ːnai̯]) ເປັນເມືອງຫຼວງຂອງປະເທດເກຣັກ ແລະ ຍັງເປັນເມືອງທີ່ໃຫຍ່ທີ່ສຸດໃນປະເທດເກຣັກ.ໃຊ້ຊື່ຕາມພະເຈົ້າອະທີນາໃນປຸຣະນາວິທະນາ ເປັນໜຶ່ງໃນເມືອງທີ່ເກົ່າແກ່ທີ່ສຸດໃນໂລກ ໂດຍກິນໄລຍະເວລາຫຼາຍກວ່າ 3,400 ປີ[4] ແລະ ມີການຕັ້ງຖິ່ນຖານມາຕັ້ງແຕ່ສະຕະວັດທີ 11 ແລະ 7 ກ່ອນຄຣິດຕະການ.[5] ໃນຊ່ວງຍຸກຄລາສສິກຂອງເກຣັກ ຫຼື ປະມານປີທີ 508-322 ກ່ອນຄຣິດສັກກະລາດ. ເອເທນຂຶ້ນສູ່ຈຸດສູງສຸດຂອງອຳນາດ ແລະ ເປັນນະຄອນລັດທີ່ມີອິດທິພົນຫຼາຍໃນຍຸກນັ້ນ ອີກທັງຍັງເປັນສູນກາງຂອງສິລະປະ, ການຮຽນຮູ້ ແລະ ປັດຊະຍາ. ເມືອງເອເທນຍັງໄດ້ຮັບການອ້າງອີງຢ່າງກວ້າງຂວາງວ່າເປັນຕົ້ນກຳເນີດຂອງອາລະຍະທຳຕາເວັນຕົກ ແລະ ເປັນທີ່ທີ່ການປົກຄອງລະບອບປະຊາທິປະໄຕຖືກຳເນີດເປັນຄັ້ງທຳອິດ.[6][7]

ປັດຈຸບັນເອເທນເປັນເມືອງນານາຊາດທີ່ທັນສະໄໝ ເປັນສູນກາງທາງດ້ານເສດຖະກິດ, ການເງິນ, ອຸດສາຫະກຳ, ການເມືອງ ແລະ ຊີວິດທາງວັດທະນະທຳໃນເກຣັກ ແລະ ພາກພື້ນຕາເວັນອອກສຽງໃຕ້ຂອງເອີຣົບ ເປັນທີ່ຕັ້ງຂອງທ່າເຮຶອໄພຣີອັດ ເຊິ່ງເປັນທ່າເຮືອຜູ້ໂດຍສານທີ່ໃຫຍ່ທີ່ສຸດໃນເອີຣົບ.[8] ເອເທນຖືກຈັດອັນດັບໃຫ້ເປັນເມືອງທີ່ຮັ່ງມີທີ່ສຸດອັນດັບທີ 39 ຂອງໂລກ ໃນປີ 2012 ປະຊາກອນໃນເຂດເທສະບານເມືອງ ໃນຂະໜາດພື້ນທີ່ 38.96 km2 (15.04 sq mi) ມີປະມານ 655,442 ຄົນ (796,442 ຄົນໃນປີ 2004)[9][10] ສ່ວນປະຊາກອນໃນເຂດເມືອງ (urban area) ທັງໝົດ ໃນຂະໜາດພື້ນທີ່ 412 km2 (159 sq mi) ມີ 3,090,508 ຄົນ ຕາມສະຖິຕິເມື່ອປີ 2011.[11] ເອເທນຍັງເປັນເມືອງຫຼວງທີ່ຢູ່ໃຕ້ທີ່ສຸດຂອງແຜ່ນດິນໃຫຍ່ເອີຣົບ ມໍລະດົກຈາກຍຸກຄລາສສິກຍັງມີໃຫ້ເຫັນຢູ່ໃນເມືອງ ຈາກຈຳນວນບູຮານສະຖານ ແລະ ງານສິລະປະ ທີ່ມີຊື່ສຽງທີ່ສຸດຂອງທັງໝົດແມ່ນວິຫານປາເທນອນ.

ອ້າງອີງ

  1. "Eurostat – Data Explorer". appsso.eurostat.ec.europa.eu. Archived from the original on 3 December 2018. Retrieved 23 November 2017.
  2. Cite error: Invalid <ref> tag; no text was provided for refs named census11
  3. "Regions and Cities at a Glance 2018 – Greece" (PDF). OECD. Archived (PDF) from the original on 5 February 2021. Retrieved 5 November 2020.
  4. "Ancient Tablet Found: Oldest Readable Writing in Europe", 1 April 2011
  5. "v4.ethnos.gr – Οι πρώτοι… Αθηναίοι". Ethnos.gr. Retrieved 2 March 2016.
  6. "Athens". Retrieved 31 December 2008. Ancient Greek Athenai, historic city and capital of Greece. Many of classical civilization's intellectual and artistic ideas originated there, and the city is generally considered to be the birthplace of Western civilization
  7. BBC History on Greek Democracy – Accessed on 26 January 2007
  8. "Port of the month: Piraeus Port Authority". European Sea Ports Organisation V.Z.W./A.S.B.L. (ESPO). 30 April 2014. The Port of Piraeus is a port of large sizes. It is the largest passenger port and one of the largest commercial ports in Europe.
  9. "Population & housing census 2001 (incl. area and average elevation)" (PDF) (in ກຣີກ). National Statistical Service of Greece. Archived from the original (PDF) on 21 September 2015.
  10. "Characteristics". Hellenic Interior Ministry. www.ypes.gr. Archived from the original on 4 January 2007. Retrieved 6 January 2007.
  11. http://appsso.eurostat.ec.europa.eu/nui/show.do?dataset=urb_lpop1&lang=en