ວິທະຍາສາດ

ຈາກ ວິກິພີເດຍ

ວິທະຍາສາດ (ຄຳເຄົ້າ: ວິທຍາສາສຕຣ໌[1]) ໝາຍເຖິງ ຄວາມຮູ້ກ່ຽວກັບສິ່ງຕ່າງ ໆ ໃນທຳມະຊາດທັງທີ່ມີຊີວິດແລະບໍ່ມີຊີວິດ ລວມທັງກະບວນການປະມວນຄວາມຮູ້ຢ່າງປະຈັກ ທີ່ເອີ້ນວ່າກະບວນການທາງວິທະຍາສາດ ແລະກຸ່ມຂອງອົງຄວາມຮູ້ທີ່ໄດ້ຈາກກະບວນການດັ່ງກ່າວ).

ການສຶກສາໃນດ້ານວິທະຍາສາດຍັງຖືກແບ່ງຍ່ອຍອອກເປັນ ວິທະຍາສາດທຳມະຊາດ ແລະ ວິທະຍາສາດປະຍຸກ. ຄຳວ່າ science ໃນພາສາອັງກິດ ເຊິ່ງແປວ່າ ວິທະຍາສາດນັ້ນ ມາຈາກພາສາລາແຕັງ ຄຳວ່າ scientia ເຊິ່ງໝາຍຄວາມວ່າ ຄວາມຮູ້.

ປັດຊະຍາວິທະຍາສາດ[ດັດແກ້]

ຄວາມສຳເລັດອັນຍິ່ງໃຫຍ່ຂອງວິທະຍາສາດໃນປະຫວັດມະນຸດ ໄດ້ສ້າງປະເດັນຄຳຖາມທາງປັດຊະຍາໄວ້ຫຼາຍຫຼວງ. ໂດຍນັກປັດຊະຍາວິທະຍາສາດໄດ້ຕັ້ງຄຳຖາມທາງປັດຊະຍາທີ່ສຳຄັນດັ່ງນີ້

  • ສິ່ງໃດແມ່ນໂຕແບ່ງແຍກຄວາມຮູ້ທາງວິທະຍາສາດກັບຄວາມຮູ້ປະເພດອື່ນ ໆ ເຊັ່ນ ໂຫລາສາດ.
  • ຄວາມຮູ້ທາງວິທະຍາສາດແມ່ນຄວາມຈິງຫຼືບໍ່.
  • ຄວາມຮູ້ທາງວິທະຍາສາດເຊື່ອຖືໄດ້ພຽງໃດ.
  • ວິທະຍາສາດມີປະໂຫຍດຈິງ ໆ ຫຼືບໍ່.
  • ສີລະທຳຂອງວິທະຍາສາດທີ່ເໝາະສົມ ແມ່ນຮູບແບບໃດ.

ປະເດັນເຫຼົ່ານີ້ຍັງແມ່ນທີ່ຖົກຖຽງໃນໝູ່ນັກປັດຊະຍາວິທະຍາສາດຢ່າງຫຼາຍໃນປະຈຸບັນ ແລະບໍ່ມີຄວາມເຫັນໃດທີ່ໄດ້ຮັບການຍອມຮັບທົ່ວໄປອີກເລີຍທີດຽວ [1].

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.