ປັດຊະຍາ

ຈາກ ວິກິພີເດຍ


ປັດຊະຍາ (ຄຳເຄົ້າ: ປຣັຊຍາ[1]) ເປັນຄຳສັບມາຈາກພາສາສັນສະກິດ ເຊິ່ງມີຄວາມໝາຍວ່າ “ຄວາມຮູ້ອັນປະເສີດ” ໂດຍໄດ້ມາຈາກສອງຄຳສັບຄື: “ປະຣະ” ທີ່ແປວ່າປະເສີດ ແລະ ຄຳວ່າ: “ຊະຍາ” ທີ່ແປວ່າຄວາມຮູ້ອັນປະເສີດ ໝາຍເຖິງຄວາມຮູ້ທີ່ເກີດຂຶ້ນພາຍຫຼັງໄດ້ຮັບການພິຈາລະນະຢ່າງຖີ່ຖ້ວນ, ໃນພາສາອັງກິດໃຊ້ຄຳວ່າ: Philosophy ເຊິ່ງມີເຄົ້າເດີມມາຈາກສັບວ່າ philo-sophia (Φιλοσοφία)ໃນພາສາເກຣັກ philos ແປວ່າ: ຄວາມຮັກ ແລະ sophia ແປວ່າຄວາມຮູ້ ເມື່ອຮວມເຂົ້າກັນຈຶ່ງມີຄວາມໝາຍວ່າ: “ຄວາມຮັກໃນຄວາມຮູ້” ຫຼື ຄວາມປາຖະໜາທີ່ຈະເຂົ້າເຖິງຄວາມຮູ້ ຄືປຣັດຊະຍາ.

ການສຶກສາດ້ານ ປຣັດຊະຍາ ມີເປົ້າໝາຍທີ່ຄວາມເຂົ້າໃຈ ຄວາມຮູ້ ຫຼື ປັນຫາບາງອັນທີ່ກ່ຽວພັນກັບແນວຄິດຮາກຖານ ເຊັ່ນ: ສະພາບຄວາມເປັນຈິງ, ຄວາມຮູ້, ຄວາມໝາຍ, ຄ່ານິຍົມ ສິ່ງທີ່ມີຢູ່ ແລະ ຄວາມຈິງ. ເຖິງຢ່າງໃດກໍຕາມຍັງບໍ່ທັນມີຂໍສະຫຼຸບທີ່ແນ່ນອນວ່າ ຄວນໃຊ້ແນວທາງໃດທີ່ຄວນຈະເປັນແນວທາງໃນການສຶກສານີ້ ເຊິ່ງລວມໄປຮອດຄວາມຖືກຕ້ອງຂອງຫຼັກການ

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.