ຊີວິດ

ຈາກ ວິກິພີເດຍ

ຊີວິດ ແມ່ນສະຖານະທີ່ແຍກແຍະສິ່ງມີຊີວິດຫຼືອອກການິກ (ອິນຊີ) ອອກຈາກສິ່ງໄຮ້ຊີວິດຫຼືແອງອອກການິກ (ອະນິນຊີ) ແລະສິ່ງມີຊີວິດທີ່ຕາຍແລ້ວ. ສິ່ງມີຊີວິດເຕີບໃຫຍ່ກາຍກະບວນການສັນດາບ ການສືບພັນແລະ ການປັບໂຕຕໍ່ການປ່ຽນແປງທາງສະພາບແວດລ້ອມ. ສິ່ງມີຊີວິດຫຼາກຫຼາຍຊະນິດສາມາດຄົ້ນພົບໄດ້ໃນຊີວະມົນທົນຂອງໂລກ. ສ່ວນປະກອບທົ່ວໄປຂອງສິ່ງມີຊີວິດເຫຼົ່ານີ້ - ພືດຜັກ ສັບພະສັດ ເຫັດຮາ ປະໂລຕິດ ອາກເຊ ແລະ ບາກເຕລີ - ແມ່ນ ເຊລູນທີ່ມີສ່ວນຂອງນ້ຳແລະກາກບົງເປັນຫຼັກແຫຼ່ງ ແລະ ເຊລູນເຫຼົ່ານີ້ໄດ້ຮັບການຮິບໂຮມຢ່າງຊັບຊ້ອນຕາມຂໍ້ມູນຈາກໜ່ວຍພັນທຸກຳ. ສິ່ງມີຊີວິດເຫຼົ່ານີ້ເຂົ້າສູ່ກະບວນການສັນດາບ ເພີ່ມຕື່ມຄວາມສາມາດໃນການຈະເລີນເຕີບໂຕ ຕອບສະໜອງຕໍ່ສິ່ງຮອບໂຕ ແລະ ມີການປັບໂຕແລະວິວັດທະນາການໂດຍການຜ່ານການຄັດເລືອກໂດຍທຳມະຊາດ ສິ່ງທີ່ມີຄຸນະສົມບັດເຫຼົ່ານີ້ເທົ່ານັ້ນທີ່ຖືວ່າເປັນສິ່ງມີຊີວິດ.

ອ້າງອີງ[ດັດແກ້]