ສັງຄົມ

ຈາກ ວິກິພີເດຍ
ກຸ່ມຜູ້ຄົນໃນສັງຄົມ

ສັງຄົມ ຫຼື ສັງຄົມມະນຸດ ຫຼື ຊໍຊີເຢເຕ (ຝຣັ່ງ: société) ແມ່ນການຢູ່ລວມກັນຂອງມະນຸດໂດຍມີລັກສະນະຄວາມສຳພັນເຊິ່ງກັນແລະກັນຫຼາຍຮູບແບບ ເຊັ່ນ ອາຊີບ ອາຍຸ ເພດ ສາສະໜາ ຖານະ ບ່ອນຢູ່ອາໄສ ຯລຯ. ສຳລັບລະບົບສັງຄົມທີ່ລວມເຖິງສິ່ງມີຊີວິດປະເພດອື່ນນອກເໜືອຈາກມະນຸດອາດໃຊ້ຄຳວ່າລະບົບນິເວດ ເຊິ່ງມີຄວາມໝາຍກ່ຽວກັບຄວາມສຳພັນຂອງສິ່ງມີຊີວິດຕ່າງ ໆ ກັບສະພາບແວດລ້ອມ ສັງຄົມຂອງມະນຸດເກີດຈາກກຸ່ມບຸກຄົນທີ່ມີຄວາມສົນໃຈຮ່ວມກັນບໍ່ວ່າຈະໃນດ້ານໃດ ເຊັ່ນ ປະເທດ ແຂວງ ແລະອື່ນ ໆ ແລະມັກຈະມີວັດທະນະທຳຫຼືປະເພນີລວມເຖິງພາສາ ກິລາແລະອາຫານການກິນຂອງຕົນເອງໃນແຕ່ລະສັງຄົມ. ການທີ່ມະນຸດລວມກັນເປັນສັງຄົມນັ້ນ ຊ່ອຍເຫຼືອໃຫ້ມະນຸດສາມາດກໍ່ສ້າງແລະພັດທະນາສິ່ງຕ່າງ ໆ ໃຫ້ປະສົບຄວາມສຳເລັດໄດ້ ເຊິ່ງອາດເປັນໄປບໍ່ໄດ້ຄັນຕ້ອງເຮັດສິ່ງນັ້ນໂດຍລຳພັງ. ຂະນະດຽວກັນສັງຄົມທີ່ພັດທະນາຫຼືກຳລັງພັດທະນາເປັນເມືອງຂະໜາດໃຫຍ່ ເຊິ່ງມີການໃຊ້ເຕັກໂນໂລຊີຊ່ອຍເຫຼືອໃນການປະຕິບັດວຽກຢ່າງຫຼາຍນັ້ນ ກໍ່ອາດສົ່ງຜົນໃຫ້ປະຊາກອນທີ່ບໍ່ສາມາດປັບໂຕຕາມສະພາບສັງຄົມທີ່ປ່ຽນແປງ ເກີດຄວາມຮູ້ສຶກໂດດດ່ຽວຫຼືຄວາມຮູ້ສຶກວ່າຕົນເອງບໍ່ມີສ່ວນຮ່ວມໃນສັງຄົມຂຶ້ນມາໄດ້.

ອ້າງອີງ[ດັດແກ້]