Jump to content

.la

ຈາກ ວິກິພີເດຍ
.la

.la ແມ່ນ ໂດເມນລະດັບສູງສຸດ (ccTLD) ຂອງປະເທດລາວ ເຊິ່ງເລີ່ມໃຊ້ຕັ້ງແຕ່ປີ 1996. ເຖິງຢ່າງໃດກໍ່ຕາມໂດເມນນີ້ແມ່ນບໍ່ໄດ້ຖືກຄຸ້ມຄອງໂດຍລັດຖະບານລາວ, ແຕ່ໂດຍບໍລິສັດໜຶ່ງໃນສະຫະລັດອາເມຣິກາ.

ໂດເມນ .la ແມ່ນໃຊ້ໂດຍອົງກອນຕ່າງໆໃນເມືອງລອສແອງເຈລິສ. ບາງຄັ້ງຍັງໃຊ້ໃນທຸລະກິດໃນທະວີບອາເມຣິກາໃຕ້ເຊັ່ນ: ເວັບໄຊ Intel[1] ສຳລັບພາກພື້ນນີ້.

ໃນປີ 2008, ໄດ້ມີການສະເໜີຄຳຮ້ອງທົດລອງເພື່ອເປີດໃຊ້ໂດເມນ .ລາວ[2] ເຊິ່ງໃນປີ 2019 ໂດເມນນີ້ໄດ້ຮັບການອະນຸມັດ, ແຕ່ການເປີດເວັບໄຊຕ໌ຈະມາໃນໄລຍະຫຼັງ. ມັນຖືກອອກແບບມາເພື່ອໃຊ້ກັບຊື່ໂດເມນໃນອັກສອນລາວ.

ຂໍ້ມູນອ້າງອິງ

[ດັດແກ້]
  1. https://www.intel.la/
  2. http://www.vip.icann.org/en/resources/idn/fast-track/interest/gov-lao-pdr