ສັນຕິພາບ

ຈາກ ວິກິພີເດຍ

ສັນຕິພາບ (ຄຳເຄົ້າ: ສັນຕິພາພ[1], ອັງກິດ: peace, ຝຣັ່ງ: paix) ສາມາດເອີ້ນໄດ້ວ່າແມ່ນສະພາວະແຫ່ງຄວາມສັນຕິ ສະຫງົບຮົ່ມເຢັນ ຫຼືບໍ່ມີການໂຕ້ຖຽງຢ່າງຮຸນແຮງກັນເກີດຂຶ້ນ.

ລາງວັນໂນເບນສາຂາສັນຕິພາບ[ດັດແກ້]

ລາງວັນໂນເບນສາຂາສັນຕິພາບ (ອັງກິດ: Nobel Peace Prize, ຝຣັ່ງ: Prix Nobel de la paix) ມັກໃຫ້ແກ່ຜູ້ທີ່ສ້າງສັນຕິພາບອັນຍິ່ງໃຫຍ່ແລະຜູ້ຮູ້ຜູ້ເຊິ່ງໄດ້ໃຊ້ຄວາມສັນຕິໃນການນຳພາຜູ້ຄົນໄປໃນວິຖີທາງແຫ່ງທຳແລະໄດ້ເຮັດຜົນງານອັນດີຫຼາຍຫຼືດີທີ່ສຸດເພື່ອທີ່ສະໜັບສະໜູນສັນຕິພາບລະຫວ່າງປະເທດ.

ຄວາມເຂົ້າໃຈໃນສັນຕິພາບ[ດັດແກ້]

ຫຼາຍຕໍ່ຫຼາຍທິສະດີທີ່ໄດ້ກ່າວເຖິງຄວາມໝາຍທີ່ແທ້ຈິງຂອງ "ສັນຕິພາບ" "ສັນຕິວິຊາ" ມາແລ້ວຄືກັນ ເຊິ່ງມີຈຸດໝາຍທີ່ຈະສ້າງສັນຕິໂດຍການຢຸດການໃຊ້ຄວາມຮຸນແຮງແລະການດັດແກ້ຂໍ້ໂຕ້ແຍ້ງຫຼາຍປະການ. ຄວາມເຂົ້າໃຈແລະຄຳຈຳກັດຄວາມຂອງຄຳວ່າ "ສັນຕິພາບ" ຈະແປຜັນໄປຕາມແຕ່ພູມພາກ ວັດທະນະທຳ ສາສະໜາ ແລະສາຂາວິຊາທີ່ຮຽນນຳ.

ສັນຕິພາບທີ່ໝາຍຄວາມເຖິງຄວາມຍຸຕິທຳ[ດັດແກ້]

ສັນຕິພາບຊະນິດນີ້ແມ່ນການທີ່ໃຫ້ຜູ້ຄົນແຕ່ລະກຸ່ມເຂົ້າຫາກັນໂດຍບໍ່ໃຊ້ຄວາມຮຸນແຮງແລະຢູ່ຮ່ວມກັນເພື່ອສ້າງສັນຕິ.

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.