ປະເທດຝຣັ່ງ
| |||||
ຄຳຂວັນ: Liberté, Égalité, Fraternité ("ເສລີພາບ ສະເໝີພາບ ພາດອນພາບ") | |||||
ເພງຊາດ: ລາ ມາຣເຊເຢສLa Marseillaise" | |||||
![]() | |||||
ນະຄອນຫຼວງ | ປາຣີ 48°51′N 2°20′E / 48.850°N 2.333°E
| ||||
ເມືອງໃຫຍ່ສຸດ | ປາຣີ | ||||
ພາສາລັດຖະການ | ພາສາຝຣັ່ງ | ||||
ລັດຖະບານ | ສາທາລະນະລັດດ່ຽວ ກຶ່ງປະທານາທິບໍດີ | ||||
- ປະທານາທິບໍດີ | ເອມມານູເອລ ມາກຣົງ | ||||
- ນາຍົກຣັຖມົນຕຣີ | Jean Castex | ||||
ການສ້າງຊາດ | |||||
- ຣັດຝະຣັ່ງ | ຄ.ສ. 843 (ສົນທີສັນຍາແວກເດິງ) | ||||
- ປັດຈຸບັນ | ຄ.ສ. 1958 (ສາທາລະນະລັດທີ 5) | ||||
ເຂົ້າຮ່ວມ EU | 25 ມີນາ ຄ.ສ. 1957 | ||||
ພື້ນທີ່ - ທັງໝົດ - ພື້ນນ້ຳ(%) |
632,834 ກມ.² (ອັນດັບທີ 43) 213,011 ໄມລ໌² ? | ||||
ປະຊາກອນ - 2007ປະມານ - ປະຊາກອນ |
64,102,1401 (ອັນດັບທີ 20) 112/ກມ.² (ອັນດັບທີ 68) /ໄມລ໌² | ||||
GDP (PPP) -ລວມ -ຕໍ່ປະຊາກອນ | 2005ຄ່າປະມານ $1.871 ລ້ານລ້ານໂດລາສະຫະຣັດ (ອັນດັບທີ 7) 30,100 ໂດລາສະຫະຣັດ (ອັນດັບທີ 24) | ||||
HDI (2546) | 0.942 (ອັນດັບທີ 16) – ສູງ | ||||
ສະກຸນເງິນ | ຢູໂຣ2 (EUR ) | ||||
ເຂດເວລາ -ລະດູຮ້ອນ (DST) |
CET (UTC+13) CEST (UTC+23) | ||||
ລະຫັດອິນເຕີເນັດ | .fr | ||||
ລະຫັດໂທລະສັບ | +33 | ||||
ໝາຍເຫດ 1: ໝາຍເຫດ 2: ດິນແດນໂພ້ນທະເລໃນມະຫາສະໝຸດປາຊິຟິກໃຊ້ຟັງຊີເອບພີ 3ສະເພາະຝຣັ່ງພາກພື້ນທະວີບເອີຣົບເທົ່ານັ້ນ. |
ປະເທດຝຣັ່ງ (ຄຳເວົ້າ: ປະເທດຝະຣັ່ງສ໌[໑], ຝຣັ່ງ: France) ຫຼື ສາທາລະນະລັດຝຣັ່ງ (ຝຣັ່ງ: République Française) ແມ່ນປະເທດທີ່ມີສູນກາງຕັ້ງຢູ່ໃນພາກພື້ນເອີຣົບຕາເວັນຕົກ ທັງຍັງປະກອບໄປດ້ວຍເກາະແລະດິນແດນອື່ນໆ ໃນຕ່າງທະວີບ ປະເທດຝຣັ່ງແຜ່ນດິນໃຫຍ່ທອດໂຕຕັ້ງແຕ່ທະເລເມດິແຕຣາເນຈົນເຖິງຊ່ອງແຄບອັງກິດແລະທະເລເໜືອ ແລະຈາກແມ່ນ້ຳແລງຈົນເຖິງມະຫາສະໝຸດອັດລັງຕິກ. ຊາວຝຣັ່ງມັກເອີ້ນແຜ່ນດິນໃຫຍ່ວ່າ ຫົກຫຼ່ຽມ ຫຼື ແລກຊາໂກນ (L'Hexagone) ເນື່ອງຈາກຮູບຊົງທາງກາຍະພາບຂອງປະເທດ. ປະເທດຝຣັ່ງປົກຄອງດ້ວຍລະບອບກຶ່ງປະທານປະເທດ ໂດຍຍຶດອຸດົມການຈາກປະຕິນຍາວ່າດ້ວຍສິດທິຂອງມະນຸດແລະຂອງພົນລະເມືອງ.
ຊື່[ດັດແກ້]
ຄຳວ່າ ຝະລັ່ງ (France) ມາຈາກຄຳໃນພາສາລາແຕັງວ່າ Francia ເຊິ່ງແປຕາມກົງວ່າ ດິນແດນຂອງຊາວຟະລັງ (Frankland) ແລະມີຫຼາຍທິສະດີທີ່ສັນນິດຖານເຖິງທີ່ມາຂອງຄຳວ່າ ຟະລັງ (Franks) ເຊິ່ງໜຶ່ງໃນນັ້ນແມ່ນຄຳໃນພາສາປະໂລໂຕ-ເຢຍລະມັນວ່າ Frankon ເຊິ່ງແປວ່າ ຫຼາວ ຫອກ ຫຼືທວນ ເຊິ່ງເປັນອາວຸດຂອງຊາວຟະລັງ ອັນເປັນທີ່ຮູ້ຈັກກັນໃນຊື່ ຟະລານຊິສະກາ (Francisca).
ອີກທິສະດີໜຶ່ງຕາມຫຼັກນິລຸກຕິສາດແມ່ນໃນພາສາເຢຍລະມັນບູຮານ ໂດຍຄຳວ່າ ຟະລັງ ແປວ່າອິສະລະ ເຊິ່ງກົງກັນຂ້າມກັບຄວາມເປັນຂ້ອຍຂ້າ ໂດຍຄຳດັ່ງກ່າວຍັງຄືຊິປາກົດໃນພາສາຝະລັ່ງປັດຈຸບັນໃນຮູບ ຟະລັງ (Franc) ເຊິ່ງແມ່ນສະກຸນເງິນຂອງປະເທດຝະລັ່ງຈົນກະທັ່ງປ່ຽນເປັນສະກຸນເງິນເອີໂລໃນປີ ຄ.ສ. 2002.
ໃນປັດຈຸບັນປະເທດເຢຍລະມະນີຍັງເອີ້ນປະເທດຝະລັ່ງວ່າ Frankreich ເຊິ່ງແປວ່າ ອານາຈັກຂອງຊາວຟະລັງ ອີກນຳ.
ການແບ່ງເຂດການປົກຄອງ[ດັດແກ້]
ປະເທດຝະລັ່ງແຜ່ນດິນໃຫຍ່ (Metropolitan France - "France métropolitaine, la Métropole, l'Hexagone") ແບ່ງການປົກຄອງເປັນ
- 13 ແຄວ້ນ (régions)
ໂດຍໃນແຕ່ລະແຄວ້ນແບ່ງອອກເປັນ ແຂວງ (départements) ລວມທັງໝົດ 96 ແຂວງ.
ນອກຈາກໃນເອີລົບແລ້ວ ປະເທດຝະລັ່ງຍັງມີເຂດການປົກຄອງໂພ້ນທະເລ (d'outre-mer) ຢູ່ໃນທະວີບຕ່າງ ໆ ທັງອາເມລິກາເໜືອ ອາເມລິກາໃຕ້ ອາຟະລິກ ອັງຕາກຕິກ ແລະໂອເຊອານີອີກ ແມ່ນ
- 5 ແຂວງໂພ້ນທະເລ (Départements d'outre-mers: DOM) ໄດ້ແກ່ ກົວເດີລຸບ (Guadeloupe) ກວີຢັນຟະລັງແຊດ (Guyane française) ມາກຕີນິກ (Martinique) ເລອູນີຢົງ (Réunion) ແລະມາຢົດ (Mayotte) ທັງຫ້າດິນແດນມີຖານະດຽວກັບແຄວ້ນໃນຝະລັ່ງພາກພື້ນທະວີບ ກ່າວຄື ເປັນທັງແຄວ້ນແລະແຂວງໃນເວລາດຽວກັນ.
- 4 ເຂດຊຸມຊົນໂພ້ນທະເລ (Collectivités d'outre-mer) ໄດ້ແກ່ ແຊງປີແຢແລະມີເກີລົງ (Saint Pierre and Miquelon) ວາລິດແລະຟູຕູນາ (Wallis-et-Futuna) ແຊງ-ບາກເຕເລມີ (Saint Barthélemy) ແລະແຊງ-ມາກແຕັງ (Saint Martin).
- 1 ປະເທດໂພ້ນທະເລ (Pays d'outre-mer: POM) ດິນແດນແຫ່ງດຽວຂອງຝະລັ່ງທີ່ໄດ້ຮັບການເອີ້ນຊື່ນີ້ແມ່ນ ໂປລີເນຊີຟະລັງແຊດ (Polynésie française) ເຊິ່ງເຄີຍເປັນດິນແດນໂພ້ນທະເລ (TOM) ມາກ່ອນ ແຕ່ໄດ້ຮັບການປ່ຽນແປງຖານະໃນວັນທີ 28 ມີນາ ຄ.ສ. 2003 ໂດຍແບ່ງອອກເປັນ 5 ເຂດບໍລິຫານຍ່ອຍ.
- 1 ເຂດຊຸມຊົນຮູບແບບພິເສດ (Collectivité sui generis) ແມ່ນ ນູແວນກາເລໂດນີ (Nouvelle-Calédonie) ເຄີຍມີຖານະເປັນດິນແດນໂພ້ນທະເລມາຈົນຮອດປີ ຄ.ສ. 1999 ຈຶ່ງໄດ້ຮັບການປ່ຽນແປງຖານະ ແບ່ງອອກເປັນ 3 ແຂວງ (provinces) ໄດ້ແກ່ ແຂວງນອກຊູດ ແລະອີນລົວໂຢເຕ.
- 1 ດິນແດນໂພ້ນທະເລ (Territoires d'outre-mer: TOM) ແມ່ນ ແຕກໂອສະຕະລານແລະອັງຕາກຕິກຟະລັງແຊດ (Terres australes et antarctiques françaises) ໂດຍແບ່ງອອກເປັນ 4 ຂົງເຂດ (districts) ໄດ້ແກ່ ໝູ່ເກາະແກກເກແລງ (Îles Kerguelen) ໝູ່ເກາະກະໂລເຊ (Îles Crozet) ເກາະອຳສະເຕີດຳແລະເກາະແຊັງ-ໂປນ (Île Amsterdam and Île Saint-Paul) ແລະແຕກອາເດລີ (Terre Adélie).
- ດິນແດນ 5 ເກາະໃນມະຫາສະໝຸດອິນເດຍ ເຊິ່ງບໍ່ມີຜູ້ອາໄສຢູ່ຢ່າງຖາວອນ ໂດຍຮູ້ຈັກກັນໃນຊື່ ໝູ່ເກາະຢາຍຫຼືອີນເຊປາກ (Îles Éparses) ໄດ້ແກ່ ບາຊັດດາອິນເດຍ (Bassas da India) ເອີໂລປາ (Île Europa) ຊູອັງເດີໂນວາ (Juan de Nova) ກະໂລລີໂອໂຊ (Glorioso) ແລະຕະລົມແລງ (Tromelin) ທັງໝົດຖືກປົກຄອງໂດຍແຂວງໂພ້ນທະເລເຣອູນີຢົງ.
- ເກາະທີ່ບໍ່ມີຜູ້ອາໄສ 1 ແຫ່ງ ແມ່ນ ເກາະກະລີແປກຕົງ (Île de Clipperton) ຢູ່ໃນມະຫາສະໝຸດປາຊີຟິກ ໃກ້ຊາຍຝັ່ງປະເທດເມັກຊິໂກ. ປົກຄອງໂດຍຂ້າຫຼວງໃຫຍ່ສາທາລະນະລັດຝະລັ່ງປະຈຳທ້ອງຖິ່ນໂພ້ນທະເລໂປລິເນຊີຟະລັງແຊດ.
ອ້າງອີງ[ດັດແກ້]
- ↑ ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
ເບິ່ງຕື່ມ[ດັດແກ້]
ແຫຼ່ງຂໍ້ມູນອື່ນ[ດັດແກ້]
- France from the BBC News
- France entry at The World Factbook
- France at UCB Libraries GovPubs
- ປະເທດຝຣັ່ງ ຢູ່ Open Directory Project
- France Encyclopædia Britannica entry
- France at the EU
Wikimedia Atlas ຂອງ France
- Key Development Forecasts for France from International Futures
- ລັດຖະບານ
- France.fr (in English) Official French tourism website
- (ຝຣັ່ງ) Élysée.fr – Official site of the French Presidency
- (ຝຣັ່ງ) Pages Jaunes – ເວັບໄຊຢ່າງເປັນທາງການຂອງສະໝຸດໂທລະສັບຂອງຝະລັ່ງ
- (ຝຣັ່ງ) Official Site of the Government
- Official site of the French public service – Links to various administrations and institutions
- Chief of State and Cabinet Members on The World Factbook
- Official site of the National Assembly
- ເສດຖະກິດ
- ການສຶກສາ
- ວັດທະນະທຳ
- Cocorico! French culture
- Contemporary French Civilization, journal, University of Illinois.
- ການທ່ອງທ່ຽວ
- FranceGuide – Official website of the French Government Tourist Office
ປະເທດໃນທະວີບເອີລົບ |
||
---|---|---|
ກະແລັດ • ໂກໂຊໂວ • ກະໂລອາຊີ • ສະວິດ • ສະຫະລາຊະອານາຈັກ • ສະໂລວາກີ • ສະໂລເວນີ • ສາທາລະນະລັດແຊັກ • ຊີບ1 • ຊູແອດ • ເຊອັອກຊີ1 • ແຊກບີ • ແຊັງມາແລງ • ດານມາກ • ຕວກກີ2 • ນອກແວດ • ນະຄອນລັດວາຕິກັງ3 • ບີເອໂລລຸດ • ບູນກາລີ • ແບນຊິກ • ບົດສະນີແຮກເຊໂກວີນ • ປອກຕຸຍການ • ໂປໂລຍ • ຝະລັ່ງ • ແຟງລັງ • ມາເຊດວນ • ໂມນດາວີ • ໂມນາໂກ3 • ມົງເຕເນໂກ • ມານ • ເຢຍລະມັນ •
ລິກເຕນສະຕາຍ • ລີຕົວນີ • ລູກຊຳບວກ3 • ລູມານີ • ແລດໂຕນີ • ລັດເຊຍ2 • ອາກເມນີ1 • ອານບານີ • ອາແຊກບາຍຊັງ1 • ອິຕາລີ • ອີສະລັງ • ອູກະແລນ • ແອສະປາຍ • ແອສະໂຕນີ • ໂອຕະລີດ • ອຽກລັງ • ອັງດອກ • ໂຮນລັງ • ຮົງກະລີ | ![]() | |
1. ທາງພູມິສາດຢູ່ໃນທະວີບອາຊີ ແຕ່ມັກຖືກຈັດຢູ່ໃນທະວີບເອີລົບ ເນື່ອງຈາກມີວັດທະນະທຳທີ່ຄ້າຍຄືກັນ; 2. ມີພື້ນທີ່ທັງໃນທະວີບເອີລົບແລະໃນທະວີບອາຊີ; 3. ມີລັກສະນະເປັນນະຄອນລັດ |
ສະຫະພາບເອີລົບ | ||
---|---|---|
ລັດສະມາຊິກ | ເກຣັກ • ກຣົວຊີ • ສະຫະຣາຊອານາຈັກ • ສະໂລວາກີ • ສະໂລເວນີ • ເຊັກກີ • ໄຊປຣັດ • ຊູແອດ • ດານມາກ • ບູນກາລີ • ແບນຊິກ • ປອກຕຸຍການ • ໂປໂລຍ • ຝຣັ່ງ • ແຟງລັງ • ມານຕາ • ເຢຍລະມັນ • ລິດຕັວນີ • ລຸກຊຳບວກ • ຣູມານີ • ລັດເວຍ • ອິຕາລີ • ແອັດສະປາຍ • ແອັດສະໂຕນີ • ໂອຕຣິດ • ອຽກລັງ • ໂຮນລັງ • ຮົງກາລີ | ![]() |
ປະເທດທີ່ສະໝັກເຂົ້າຮ່ວມ | ໂກໂຊໂວ • ແຊັກບີ • ຕວັກກີ • ບົດສະນີ ແຮກເຊໂກວິນາ • ມົງເຕເນໂກຣ• ມາເຊໂດນີເໜືອ • ອານບານີ | |
ລາຍຊື່ລັດສະມາຊິກ | ລຽນຕາມການເຂົ້າຮ່ວມ • ລຽນຕາມການປົກຄອງ • ລຽນຕາມປະຊາກອນ • ລຽນຕາມຈີດີພີ | |
ໜ່ວຍງານທີ່ກ່ຽວຂ້ອງ | ສະພາເອີລົບ • ຄະນະມົນຕີເອີລົບ • ຄະນະກຳມາທິການເອີລົບ • ສານຍຸຕິທຳແຫ່ງສະຫະພາບເອີລົບ • ສວນຄວບຄຸມແລະປ້ອງກັນພະຍາດແຫ່ງສະຫະພາບເອີລົບ • ສຳນັກງານເພື່ອຄວາມຊ່ວຍເຫຼືອດ້ານມະນຸສະຍທຳແຫ່ງສະຫະພາບເອີລົບ | |
ຫົວຂໍ້ທີ່ກ່ຽວຂ້ອງ | ປະຊາຄົມເອີລົບ • ທຳມະນູນເອີລົບ • ເຂດເສດຖະກິດເອີລົບ • ເອີໂຣ • ສະມາຄົມການຄ້າເສລີເອີລົບ • ຄວາມຕົກລົງເຊງເກນ • ການລວມກຸ່ມໃນພູມິພາກເອີລົບ • ການຂະຫຍາຍສະຫະພາບເອີລົບ • ການສະໜັບສະໜູນສະຫະພາບເອີລົບ • ຄວາມເຄືອບແຄງສະຫະພາບເອີລົບ |
|national_anthem = "La Marseillaise"
|image_map = EU-France.svg