ໂອເຊອານີ

ຈາກ ວິກິພີເດຍ

ໂອເຊອານີ (ຝຣັ່ງ: Océanie) ແມ່ນຊື່ທີ່ໃຊ້ເອີ້ນກຸ່ມຂອງໝູ່ເກາະຕ່າງ ໆ ໃນມະຫາສະໝຸດປາຊີຟິກ[1] ການໃຊ້ໃນວົງແຄບ ໝາຍເຖິງ ໝູ່ເກາະໂປລີເນຊີ (ລວມນູແວນເຊລັງ) ໝູ່ເກາະເມລາເນຊີ (ລວມນູແວນກີເນ) ແລະໝູ່ເກາະມີກະໂລເນຊີ ການໃຊ້ໃນວົງກວ້າງຈະລວມອົດສະຕະຣາລີເຂົ້າໄປນຳດ້ວຍ ແລະອາດລວມເຖິງ ກຸ່ມເກາະມະລາຢູ. ບາງທີນຳໄປໃຊ້ໃນຄວາມໝາຍທີ່ລວມເອົາເກາະອື່ນ ໆ ເຂົ້າໄວ້ ເຊັ່ນ ຍີ່ປຸ່ນແລະໝູ່ເກາະອາເລອູດ ແຕ່ພົບນ້ອຍຫຼາຍ.

"'ໂອເຊອານີ" ໝາຍເຖິງ ກຸ່ມປະເທດແລະໝູ່ເກາະໃນມະຫາສະໝຸດປາຊີຟິກ ລວມທະວີບອົດສະຕະຣາລີ ເຊິ່ງເປັນທະວີບທີ່ມີຂະໜາດນ້ອຍທີ່ສຸດ ເນື້ອທີ່ປະມານ 7.7 ລ້ານຕາລາງກິໂລແມັດ ນ້ອຍກວ່າທະວີບອາຊີເຖິງ 6 ເທົ່າ ປະກອບດ້ວຍ ຜືນແຜ່ນດິນທີ່ເປັນບ່ອນຕັ້ງຂອງປະເທດອົດສະຕະຣາລີ ນູແວນເຊລັງ ແລະໝູ່ເກາະໂປລີເນຊີ ໝູ່ເກາະມີກະໂລເນຊີ ໝູ່ເກາະເມລາເນຊີ ທະວີບອົດສະຕະຣາລີ-ໂອເຊອານີ ແມ່ນກຸ່ມຂອງໝູ່ເກາະຈຳນວນຫຼາຍນັບພັນເກາະ ຢ່າງມີກະໂລເນຊີມີໃນຄອບຄອງກວ່າ 600 ເກາະ.

ອ້າງອີງ[ດັດແກ້]

  1. For a history of the term, see Douglas & Ballard (2008) Foreign bodies: Oceania and the science of race 1750–1940

{{Navbox generic|name=ທະວີບ|title=ທະວີບ|list1=ອາຊີອາຟະລິກອາເມລິກາອາເມລິກາເໜືອ

ແຫຼ່ງຂໍ້ມູນອື່ນ[ດັດແກ້]