ໂປລີເນຊີ

ໂປລີເນຊີ (ອັງກິດ: Polynesia)[lower-alpha 1][lower-alpha 2] ແມ່ນອະນຸພາກພື້ນຂອງໂອເຊອານີ ປະກອບດ້ວຍເກາະຫຼາຍກວ່າ 1,000 ເກາະ ກະຈາຍທົ່ວມະຫາສະໝຸດປາຊີຟິກພາກກາງເຖິງພາກໃຕ້ ຊົນພື້ນເມືອງທີ່ອາໄສຢູ່ໃນໝູ່ເກາະໂປລີເນຊີມີຊື່ເອີ້ນວ່າຊາວໂປລີເນຊີ ທັງໝົດມີຄວາມຄ້າຍກັນຫຼາຍຢ່າງເຊັ່ນ: ພາສາ, ວັດທະນະທຳ ແລະ ຄວາມເຊື່ອພື້ນເມືອງ[1] ໃນໄລຍະຫຼາຍສະຕະວັດທີ່ຜ່ານມາ ພວກເຂົາມີປະເພນີການເດີນເຮືອທີ່ຄ່ອງແຄ້ວ ແລະ ການໃຊ້ດາວນຳທາງໃນເວລາກາງຄືນ[2][3] ປະເທດທີ່ໃຫຍ່ທີ່ສຸດໃນໂປລີເນຊີແມ່ນປະເທດນູແວນເຊລັງ
ສັບ Polynésie ໃຊ້ຄຳທຳອິດໃນປີ ຄ.ສ 1756 ໂດຍຊາລ ເດີ ບຣອສ ນັກຂຽວຊາວຝຣັ່ງ ເດີມທີ່ໃຊ້ໄວ້ເອີ້ນເກາະໃນມະຫາສະໝຸດປາຊີຟິກທັງໝົດ ຕໍ່ມາໃນປີ ຄ.ສ 1831 Jules Dumont d'Urville ສະເໜີຄຳນິຍາມທີ່ແຄບກ່ອນເກົ່າໃນໄລຍະເວລາບັນຍາຍທີ່ Geographical Society of Paris ຕາມທຳນຽມເກາະທີ່ຕັ້ງຢູ່ໃນປາຊີຟິກໃຕ້ມັກເອີ້ນເປັນ ໝູ່ເກາະປາຊີຟິກໃຕ້[4] ແລະ ຜູ້ອາໄສຢູ່ໃນບໍລິເວນນີ້ຖືກເອີ້ນເປັນຊາວເກາະທະເລໃຕ້ (South Sea Islanders) ໝູ່ເກາະຮາວາຍມັກຖືກຈັດເປັນສ່ວນໜຶ່ງຂອງໝູ່ເກາະປາຊີຟິກໃຕ້ ເນື່ອງຈາກຄວາມໃກ້ຊິດກັບໝູ່ເກາະປາຊີຟິກໃຕ້ ເຖິງວ່າເກາະນີ້ຕັ້ງຢູ່ໃນປາຊີຟິກເໜືອກໍຕາມ ສ່ວນອີກຄຳໜຶ່ງແມ່ນ "ສາມລ່ຽມໂປລີເນຊີ" (ຮູບຊົງທີ່ສ້າງຂຶ້ນຕາມແຜນຜັງຂອງໝູ່ເກາະໃນມະຫາສະໝຸດປາຊີຟິກ) ມີໄວ້ຫຼີກເວັ້ນຄວາມບໍ່ສອດຄ່ອງກັນ ໂດຍລວມໝູ່ເກາະຮາວາຍທີ່ຕັ້ງຢູ່ພາກເໜືອຂອງຈຸດຍອດຂອງ "ສາມລ່ຽມ" ນັ້ນ.
ອ້າງອີງ
[ດັດແກ້]- ↑ Hiroa, Te Rangi (Sir Peter Henry Buck) (1964). Vikings of the Sunrise. NZ Electronic Text Centre, Victoria University, NZ Licence CC BY-SA 3.0 (reprint ສະບັບ). Whitcombe and Tombs Ltd. p. 67. ຄົ້ນຫາເມື່ອ 2 March 2010.
- ↑ Holmes, Lowell Don (1 June 1955). "Island Migrations (1): The Polynesian Navigators Followed a Unique Plan". XXV(11) Pacific Islands Monthly. ຄົ້ນຫາເມື່ອ 1 October 2021.
- ↑ Holmes, Lowell Don (1 August 1955). "Island Migrations (2): Birds and Sea Currents Aided Canoe Navigators". XXVI(1) Pacific Islands Monthly. ຄົ້ນຫາເມື່ອ 1 October 2021.
- ↑ Russell, Michael (1849). Polynesia: A History of the South Sea Islands, including New Zealand.
Cite error: <ref> tags exist for a group named "lower-alpha", but no corresponding <references group="lower-alpha"/> tag was found