ເມລາເນຊີ

ຈາກ ວິກິພີເດຍ
ແຜນທີ່ສະແດງອານາເຂດເມລາເນຊີ.

ຄຳວ່າ "ເມລາເນຊີ" (ຝຣັ່ງ: Mélanésie) ແປວ່າ ໝູ່ເກາະສີດຳ (les îles noires) ແມ່ນຄຳໃຊ້ເອີ້ນພູມິພາກທີ່ຢູ່ໃນຂົງເຂດໝູ່ເກາະມະຫາສະໝຸດປາຊີຟິກ ທາງຕາເວັນຕົກຂອງທະວີບໂອເຊອານີແລະບາງສ່ວນຂອງທະວີບອາຊີ. ປະຊາກອນທີ່ອາໄສຢູ່ ໃນບ່ອນນີ້ສ່ວນຫຼາຍເປັນປະຊາກອນຜິວດຳ ມີພາສາເວົ້າກວ່າ 800 ພາສາ. ເຮັດໃຫ້ມີອັດຕາຄວາມໜາແໜ້ນຂອງພາສາຫຼາຍທີ່ສຸດແຫ່ງນຶ່ງຂອງດາວໂລກ ແລະຍັງມີບາງພາສາທີ່ໃຊ້ກັນບໍ່ເຖິງ 2,000 ຄົນ ສ່ວນປະເທດມີທັງໝົດ 5 ປະເທດ ແລະ 3 ດິນແດນທີ່ຢູ່ໃນຂົງເຂດນີ້.

ອ້າງອີງ[ດັດແກ້]