ທະວີບ

ຈາກ ວິກິພີເດຍ
ຮູບສີເໜັງ ສະແດງເຖິງ ບັນດາທະວີບ ຕາມບັນດາການກຳນົດ, ບາງທະວີບອາດຖືກລວມ ຫຼື ແຍກ ເຊັ່ນ ເອີລາຊີ ສາມາດຖືກແບ່ງອອກເປັນ ເອີລົບ ແລະ ອາຊີ (ສີແດງອ່ອນ), ອາເມລິກາເໜືອ ແລະ ອາເມລິກາໃຕ້ ບາງເທື່ອກໍ່ຖືກເອີ້ນຮວມກັນ ເປັນ ອາເມລິກາ (ສີຂຽວອ່ອນ).

ທະວີບ (ຄຳເຄົ້າ: ທວີປ[1]) ແມ່ນ ແຜ່ນດິນກ້ວາງເທິງໜ້າໂລກ. ສ່ວນຫຼາຍຂອບເຂດ ຂອງ ທະວີບຈະຖືກກຳນົດຕາມການຕົກລົງ ທີ່ບໍ່ໄດ້ອີງໃສ່ ນິຍາມອັນຊັດເຈນ. ໂດຍທົ່ວໄປ 7 ເຂດ ໄດ້ຖືກກຳນົດໃຫ້ເປັນ 7 ທະວີບ ດັ່ງຕໍ່ໄປນີ້ (ລຽງຕາມລຳດັບຄວາມໃຫຍ່): ອາຊີ, ອາຟະລິກ, ອາເມລິກາເໜືອ, ອາເມລິກາໃຕ້, ອັງຕາກຕິກ, ເອີລົບ ແລະ ໂອເຊອານີ.

ເນື້ອທີ່ ແລະ ປະຊາກອນ[ດັດແກ້]

ທະວີບ ເນື້ອທີ (km²) ປະຊາກອນ ໂດຍ ປະມານ
2002
ອັດຕາສ່ວນຮ້ອຍ ຕໍ່
ປະຊາກອນທັງໝົດ
ຄວາມໜາແໜ້ນ
ຄົນຕໍ່
ກິໂລແມັດມົນທົນ
ອາຟະລິກ-ເອີລາຊີ 84,360,000 5,400,000,000 86% 64.0
ເອີລາຊີ 53,990,000 4,510,000,000 72% 83.5
ອາຊີ 43,810,000 3,800,000,000 60% 86.7
ອາເມລິກາ 42,330,000 886,000,000 14% 20.9
ອາຟະລິກ 30,370,000 890,000,000 14% 29.3
ອາເມລິກາເໜືອ 24,490,000 515,000,000 8% 21.0
ອາເມລິກາໃຕ້ 17,840,000 371,000,000 6% 20.8
ອັງຕາກຕິກ 13,720,000 1,000 0.00002% 0.00007
ເອີລົບ 10,180,000 710,000,000 11% 69.7
ໂອເຊອານີ 9,010,000 33,552,994 0.6% 3.7
ອົດສະຕາລີ-ນູແວນກີເນ 8,500,000 30,000,000 0.5% 3.5
ອົສະຕາລີ 7,600,000 21,000,000 0.3% 2.8

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.