ໄທໃຫຍ່

ຈາກ ວິກິພີເດຍ
ໄທໃຫຍ່
Shan-tai.png ໄຕ໊
NarngSaoTai.jpg
ປະຊາກອນທັງໝົດ
ປະມານ 6 ລ້ານຄົນ
ພູມິພາກທີມີປະຊາກອນຢ່າງສຳຄັນ
Flag of the Shan State.svg ລັດສານFlag of Kachin State.svg ລັດຄະສິ່ນ
Flag of Kayin State.svg ລັດກະຫຼ່ຽງFlag of Mandalay Division.svg ເຂດມັນທະເລ
ທຸງຊາດຂອງປະເທດໄທ ປະເທດໄທປະເທດຈີນ ປະເທດຈີນ
ທຸງຊາດຂອງປະເທດກຳປູເຈຍ ກຳປູເຈຍທຸງຊາດຂອງຫວຽດນາມ ຫວຽດນາມ
ພາສາ
ພາສາໄທໃຫຍ່, ຄຳເມືອງ, ພາສາພະມ້າ ແລະພາສາໄທ
ສາສະໜາ
ສ່ວນໃຫຍ່ນັບຖືສາສະໜາພຸດນິກາຍກຶງຈອງ ສ່ວນນ້ອຍນັບຖືນິກາຍກຶງໂຍນ[໑]

NarngSaoTai.jpg

ໄທໃຫຍ່ ​​​​​​​​​​​​​​​​​​ຫຼື ສານ (ໄທໃຫຍ່: Shan-tai.png ໄຕ໊ ພະມ້າ: ရှမ်းလူမျိုး; Thai: ไทใหญ่ ຫຼື ฉาน; ຈີນ: 掸族 ຫຼື 傣族; ພິ່ນອິ່ນ: Dǎizú) ຫຼື ງ້ຽວ ເຊິ່ງເປັນຄຳເອິ້ນບໍ່ສຸພາບ ແມ່ນກຸ່ມຊາດພັນໃນຕະກູນໄທ-ໄຕ​​​​​​​ ອັນເປັນກຸ່ມຊາດພັນສ່ຳໃຫຍ່ອັນດັບສອງຂອງພະມ້າ. ສ່ວນຫຼາຍຢູ່ກິນໃນລັດໄທໃຫຍ່ ປະເທດພະມ້າແລະບາງສ່ວນອາໄສຢູ່ບໍລິເວນດອຍໄຕແລງ ຊາຍແດນປະເທດໄທ-ປະເທດພະມ້າ. ຄົນໄທໃຫຍ່ໃນປະເທດພະມ້າມີປະມານ 3 ຫຼື 4 ລ້ານຄົນ ແຕ່ມີໄທໃຫຍ່ຫຼາຍແສນຄົນຜູ້ໄດ້ອົບພະຍົບເຂົ້າສູ່ປະເທດໄທເພື່ອໜີບັນຫາທາງການເມືອງແລະການຫາວຽກ. ຕາມພາສາຂອງເຂົາເຈົ້າເອງຈະເອີ້ນໂຕເອງ ໄຕ໊ ຫຼື ໄຕ (ຕາມສຳນຽງລາວ) ພີ່ນ້ອງໄຕໃນພະມ້າມີຫຼາຍກຸ່ມ ເຊັ່ນ ໄຕຂືນ ໄຕແລງ ໄຕຄຳຕີ ໄຕລື້ ແລະ ໄຕເມົາ. ແຕ່ກຸ່ມໃຫຍ່ກວ່າໝູ່ແມ່ນ ໄຕໂຫຼງ ໄຕ = ໄທ ແລະ ໂຫຼງ (ຫຼວງ) = ໃຫຍ່ ອັນຄົນລາວເອີ້ນ ໄທໃຫຍ່. ເພາະສະນັ້ນຈະເຫັນໄດ້ວ່າພາສາໄທໃຫຍ່ ແລະພາສາລາວຄ້າຍຄືກັນແດ່ແຕ່ບໍ່ຄື​ກັນ. ນອກຈາກນີ້ຍັງມີຄຳຮຽກໄທໃຫຍ່ອີກຢ່າງວ່າ ງ້ຽວ ແຕ່ເປັນຄຳທີ່ບໍ່ສຸພາບໃນການເອີ່ນເຖິງຊາວໄທໃຫຍ່.

ຊາວໄທໃຫຍ່ຖືວັນທີ່ 7 ກຸມພາເປັນວັນຊາດ ນະຄອນຫຼວງຂອງລັດສານຄື ຕອງຍີ ມີປະຊາກອນປະມານ 150,000 ຄົນ ສ່ວນເມືອງສຳຄັນອື່ນໆ ໄດ້ແກ່ ສີປໍ້ ລ່າສ້ຽວ ຊຽງຕຸງ ແລະທ່າຂີ້ເຫຼັກ

ແຫຼ່ງຂໍ້ມູນອື່ນ[ດັດແກ້]

ອ້າງອີງ[ດັດແກ້]

  1. เสมอชัย พูลสุวรรณ. รัฐฉาน (เมืองไต):พลวัติของชาติพันธุ์ในบริบทประวัติศาสตร์และการเมืองร่วมสมัย. กรุงเทพฯ:ศูนย์มานุษยวิทยาสิรินธร (องค์การมหาชน), 2552. หน้า 66