ປະເທດການາດາ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ການາດາ)

ພິກັດພູມສາດ: 60°N 110°W / 60°N 110°W / 60; -110

ການາດາ

Canada (ອັງກິດ) (ຝຣັ່ງ)
A vertical triband design (red, white, red) with a red maple leaf in the center.
ທຸງຊາດ

ທີ່ຕັ້ງຂອງປະເທດການາດາ
ເມືອງຫຼວງໂອຕາວາ
45°24′N 75°40′W / 45.400°N 75.667°W / 45.400; -75.667
ເມືອງໃຫຍ່ທີ່ສຸດໂຕຣອນໂຕ
ພາສາລັດຖະການ
ກຸ່ມຊົນເຜົ່າ
(2016)[2]
ສາສະໜາ
(2011)[3]
ເດມະນິມຊາວການາດາ
ການປົກຄອງສະຫະພັນ ລະບົບລັດຖະສະພາ
ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ[4]
ສົມເດັດພະເຈົ້າ Charles III
ແມຣີ ເມ ໄຊມອນ
ຈັສຕິນ ທຣູໂດ
ສະພານິຕິບັນຍັດລັດຖະສະພາ
ວຸດທິສະພາ
ສະພາສາມັນຊົນ
ເປັນເອກະລາດ 
1 ກໍລະກົດ ຄ.ສ. 1867
11 ທັນວາ ຄ.ສ. 1931
17 ເມສາ ຄ.ສ. 1982
ພື້ນທີ່
• ພື້ນທີ່ລວມ
9,984,670 ຕາລາງກິໂລແມັດ (3,855,100 ຕາລາງໄມລ໌) (ອັນດັບທີ 2)
11.76 (ໃນປີ 2015)[5]
• ພື້ນດິນທັງໝົດ
9,093,507 ຕາລາງກິໂລແມັດ (3,511,023 ຕາລາງໄມລ໌)
ປະຊາກອນ
• ໄຕມາດທີ 2 ປີ 2021 ປະມານ
ເພີ່ມຂຶ້ນເປັນກາງ 38,246,108 [6] (ອັນດັບທີ 37)
• ສຳມະໂນປະຊາກອນ 2016
35,151,728[7]
3.92 ຕໍ່ຕາລາງກິໂລແມັດ (10.2 ຕໍ່ຕາລາງໄມລ໌) (ອັນດັບທີ 185)
GDP (ອຳນາດຊື້)2021 (ປະມານ)
• ລວມ
Increase 2.027 ພັນຕື້ໂດລາສະຫະລັດ[8] (ອັນດັບທີ 15)
Increase 53,089 ໂດລາສະຫະລັດ [8] (ອັນດັບທີ 24)
GDP (ລາຄາຕະຫຼາດ)2021 (ປະມານ)
• ລວມ
Increase 2.016 ພັນຕື້ໂດລາສະຫະລັດ[8] (ອັນດັບທີ 9)
Increase 52,791 ໂດລາສະຫະລັດ[8] (ອັນດັບທີ 15)
ຈີນີ (2018)positive decrease 30.3[9]
ປານກາງ
HDI (2019)Increase 0.929[10]
ສູງຫຼາຍ · ອັນດັບທີ 16
ສະກຸນເງິນໂດລາການາດາ ($) (CAD)
ເຂດເວລາUTC−3.5 ຫາ −8
• ລະດູຮ້ອນ (ເວລາອອມແສງ)
UTC−2.5 ຫາ −7
ຮູບແບບວັນທີປປປປ-ດດ-ວວ (ຄ.ສ.)[11]
ຂັບລົດດ້ານຂວາ
ລະຫັດໂທລະສັບ+1
ລະຫັດ ISO 3166CA
ລະຫັດອິນເຕີເນັດ.ca

ການາດາ (ອັງກິດ ແລະ ຝຣັ່ງ: Canada, ສຽງອ່ານພາສາອັງກິດ: /ˈkænədə/ (ກ່ຽວກັບສຽງນີ້ ຟັງສຽງ), ສຽງອ່ານພາສາຝຣັ່ງ: [kanada] (ກ່ຽວກັບສຽງນີ້ ຟັງສຽງ)) ເປັນປະເທດໃນທະວີບອາເມຣິກາເໜືອ ຕິດກັບສະຫະລັດອາເມຣິກາ ເປັນປະເທດທີ່ມີທີ່ຕັ້ງຢູ່ທາງເໜືອຫຼາຍທີ່ສຸດຂອງໂລກ ແລະ ມີຂະໜາດໃຫຍ່ເປັນອັນດັບທີສອງຂອງໂລກ ປັດຈຸບັນການາດາໃຊ້ລະບອບການປົກຄອງແບບປະຊາທິປະໄຕໂດຍມີພະມະຫາກະສັດເປັນປະມຸກ ໂດຍແມ່ນ ສົມເດັດພະເຈົ້າ Charles III ເປັນພະມະຫາກະສັດ (ໝາຍເຫດ : ພະອົງດຽວກັບພະມະຫາກະສັດສະຫະລາຊະອານາຈັກ ແຕ່ໂດຍລັດຖະທຳມະນູນແລ້ວຖືວ່າເປັນຄົນລະຕຳແໜ່ງ)

ດິນແດນທີ່ເປັນປະເທດການາດາໃນປັດຈຸບັນໃນອະດີດມີຜູ້ຢູ່ອາໄສຢູ່ແລ້ວເປັນຊົນພື້ນເມືອງຫຼາກຫຼາຍໃນກຸ່ມ ໃນຕອນຕົ້ນຂອງຄຣິດສະຕະວັດທີ 15 ນັກສຳຫຼວດເດີນທາງຊາວອັງກິດ ແລະ ຝຣັ່ງ ໄດ້ເຂົ້າມາສຳຫຼວດ ແລະ ຕໍ່ມາໄດ້ຕັ້ງຖິ່ນຖານຢູ່ເທິງຊາຍຝັ່ງມະຫາສະໝຸດອັດລັງຕິກ ໃນປີ 1763 ຝຣັ່ງໄດ້ຍອມສູນເສຍອານານິຄົມເກືອບທັງໝົດໃນທະວີບອາເມຣິກາເໜືອຫຼັງຈາກສົງຄາມເຈັດປີ ໃນປີ 1867 ມີ​ການ​ໂຮມ​ເຂົ້າ​ເປັນ​ອານາ​ນິຄົມ​ຂອງ​ອັງກິດ​ 3 ແຫ່ງຂຶ້ນ ແລະ ປະເທດການາດາກໍແມ່ຮກຳເນີດຂຶ້ນໃນຮູບແບບຂອງເຂົດການປົກຄອງຂອງລັດຖະບານກາງປະກອບດ້ວຍ 4 ລັດ ແລະ ນີ້ກາຍເປັນຈຸດເລີ່ມຕົ້ນຂອງການເພີ່ມຈຳນວນຂຶ້ນຂອງລັດ ແລະ ດິນແດນຕ່າງໆ ແລະ ຂະບວນການໄດ້ຮັບອຳນາດປົກຄອງຕົນເອງຈາກສະຫະລາຊະອານາຈັກ ລັດຖະບັນຍັດຂອງເວສມິນສະເຕີໃນປີ 1931 ໄດ້ເພີ່ມອຳນາດປົກຄອງຕົນເອງ ແລະ ເປັນຜົນໃຫ້ເກີດພະລາຊະບັນຍັດການາດາໃນປີ 1982 ເຊິ່ງມີຜົນໃຫ້ການາດາຕັດ​ຂາດ​ຈາກ​ການ​ເພິ່ງ​ພາ​ອາ​ໄສ​ໂດຍ​ກົງ​ຂອງ​ລັດ​ຖະ​ສະ​ພາ​ອັງ​ກິດ.

ປະເທດການາດາ ປະກອບດ້ວຍລັດ 10 ລັດ ແລະ ດິນແດນ 3 ແຫ່ງ ແລະ ປົກຄອງໃນລະບອບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ ໂດຍມີ ສົມເດັດພະເຈົ້າ Charles III ເປັນພຣະປະມຸກສູງສຸດ ການາດາເປັນປະເທດທີ່ໃຊ້ພາສາທາງການ 2 ພາສາທັງໃນລະດັບປະເທດ ແລະ ໃນລັດນິວບຣັນສະວິກ ພາສາທາງການ 2 ພາສາແມ່ນ ພາສາອັງກິດ ແລະ ພາສາຝຣັ່ງ ແລະ ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ ການາດາເປັນປະເທດທີ່ມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ແລະ ເປັນປະເທດອຸດສາຫະກຳ ມີເສດຖະກິດທີ່ຫຼາກຫຼາຍ ເຊິ່ງເພິ່ງພາຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ເພິ່ງພາການຄ້າຂາຍ ໂດຍສະເພາະສະຫະລັດອາເມຣິກາເຊິ່ງເປັນປະເທດທີ່ການາດາມີຄວາມສຳພັນອັນດົນນານ ແລະ ສະຫຼັບສັບຊ້ອນ

ພູມສາດ[ດັດແກ້]

ບ່ອນຕັ້ງ ທິດເໜືອຈົດມະຫາສະໝຸດອາກຕິກ ທິດໃຕ້ຈົດສະຫະລັດອາເມລິກາ ທິດຕາເວັນອອກຈົດມະຫາສະໝຸດອັດລັງຕິກ ທິດຕາເວັນຕົກຈົດມະຫາສະໝຸດປາຊີຟິກແລະລັດອາລາສະກາຂອງສະຫະລັດອາເມລິກາ.

ປະຊາກອນສາດ[ດັດແກ້]

ປະເທດການາດາມີປະຊາກອນປະມານ 34,834,841 ຄົນ (ກວດສອບເມື່ອປີ ຄ.ສ. 2014).[12]

ພາສາ[ດັດແກ້]

ປະເທດການາດາມີພາສາລັດຊະການ 2 ພາສາ ແມ່ນ ພາສາອັງກິດ ແລະ ພາສາຝະລັ່ງ ໂດຍມີຜູ້ເວົ້າພາສາອັງກິດປະມານ 58.7% ແລະພາສາຝະລັ່ງປະມານ 22% ນອກເໜືອຈາກນີ້ປະຊາກອນຍັງເວົ້າພາສາປັນຈາບີປະມານ 1.4%, ພາສາອິຕາລີປະມານ 1.3%, ພາສາແອສະປາໂຍນປະມານ 1.3%, ພາສາເຢຍລະມັນປະມານ 1.3%, ພາສາຈີນກວາງຕຸ້ງປະມານ 1.2%, ພາສາຕາກາລັອກປະມານ 1.2%, ພາສາອາລັບປະມານ 1.1%, ແລະ ພາສາອື່ນ ໆ ລວມປະມານ 10.5% (ກວດສອບເມື່ອປີ ຄ.ສ. 2011).[12]

ອ້າງອີງ[ດັດແກ້]

  1. "Royal Anthem". Government of Canada. August 11, 2017. Retrieved December 18, 2020.
  2. "2016 Census of Population—Ethnic Origin, Catalog no. 98-400-X2016187". Statistics Canada. October 25, 2017. Archived from the original on October 26, 2017.
  3. "2011 National Household Survey". Statistics Canada. May 8, 2013. Archived from the original on May 15, 2013.
  4. Dowding, Keith; Dumont, Patrick (2014). The Selection of Ministers around the World. Taylor & Francis. p. 395. ISBN 978-1-317-63444-7.
  5. "Surface water and surface water change". Organisation for Economic Co-operation and Development (OECD). Retrieved October 11, 2020.
  6. Government of Canada, Statistics Canada (2021-09-29). "The Daily — Canada's population estimates, second quarter 2021". www150.statcan.gc.ca. Retrieved 2021-10-04.
  7. "Population size and growth in Canada: Key results from the 2016 Census". Statistics Canada. February 8, 2017. Archived from the original on February 10, 2017. Retrieved February 8, 2017.
  8. 8.0 8.1 8.2 8.3 "World Economic Outlook Database". International Monetary Fund. October 2021. Retrieved April 6, 2020.
  9. "Income inequality". OECD. Retrieved July 16, 2021.
  10. "Human Development Report 2020" (PDF) (in ອັງກິດ). United Nations Development Programme. 2020. Retrieved December 15, 2020.
  11. The Government of Canada and Standards Council of Canada prescribe ISO 8601 as the country's official all-numeric date format: Public Works and Government Services Canada Translation Bureau (1997). "5.14: Dates". The Canadian style: A guide to writing and editing (Revised ed.). Dundurn Press. p. 97. ISBN 978-1-55002-276-6. The dd/mm/yy and mm/dd/yy formats also remain in common use; see Date and time notation in Canada.
  12. 12.0 12.1 The World Factbook 2013-14. Archived 2008-08-12 at the Wayback Machine Washington, DC: Central Intelligence Agency, 2013.