Jump to content

ປະເທດການາດາ

ຈາກ ວິກິພີເດຍ

ພິກັດພູມສາດ: 60°N 110°W / 60°N 110°W / 60; -110

ການາດາ

Canada (ອັງກິດ) (ຝຣັ່ງ)
A vertical triband design (red, white, red) with a red maple leaf in the center.
ທຸງຊາດ

ທີ່ຕັ້ງຂອງປະເທດການາດາ
ເມືອງຫຼວງໂອຕາວາ
45°24′N 75°40′W / 45.400°N 75.667°W / 45.400; -75.667
ເມືອງໃຫຍ່ທີ່ສຸດໂຕຣອນໂຕ
ພາສາລັດຖະການ
ກຸ່ມຊົນເຜົ່າ
(2016)[2]
ສາສະໜາ
(2011)[3]
ລາຍຊື່ສາສະໜາ
ເດມະນິມຊາວການາດາ
ການປົກຄອງສະຫະພັນ ລະບົບລັດຖະສະພາ
ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ[4]
ສົມເດັດພະເຈົ້າ Charles III
ແມຣີ ເມ ໄຊມອນ
Marc Carney
ສະພານິຕິບັນຍັດລັດຖະສະພາ
ວຸດທິສະພາ
ສະພາສາມັນຊົນ
ເປັນເອກະລາດ 
1 ກໍລະກົດ ຄ.ສ. 1867
11 ທັນວາ ຄ.ສ. 1931
17 ເມສາ ຄ.ສ. 1982
ພື້ນທີ່
• ພື້ນທີ່ລວມ
9,984,670 ຕາລາງກິໂລແມັດ (3,855,100 ຕາລາງໄມ) (ອັນດັບທີ 2)
11.76 (ໃນປີ 2015)[5]
• ພື້ນດິນທັງໝົດ
9,093,507 ຕາລາງກິໂລແມັດ (3,511,023 ຕາລາງໄມ)
ປະຊາກອນ
• ໄຕມາດທີ 2 ປີ 2021 ປະມານ
ເພີ່ມຂຶ້ນເປັນກາງ 38,246,108 [6] (ອັນດັບທີ 37)
• ສຳມະໂນປະຊາກອນ 2016
35,151,728[7]
3.92 ຕໍ່ຕາລາງກິໂລແມັດ (10.2 ຕໍ່ຕາລາງໄມ) (ອັນດັບທີ 185)
GDP (ອຳນາດຊື້)2021 (ປະມານ)
• ລວມ
Increase 2.027 ພັນຕື້ໂດລາສະຫະລັດ[8] (ອັນດັບທີ 15)
Increase 53,089 ໂດລາສະຫະລັດ [8] (ອັນດັບທີ 24)
GDP (ລາຄາຕະຫຼາດ)2021 (ປະມານ)
• ລວມ
Increase 2.016 ພັນຕື້ໂດລາສະຫະລັດ[8] (ອັນດັບທີ 9)
Increase 52,791 ໂດລາສະຫະລັດ[8] (ອັນດັບທີ 15)
ຈີນີ (2018)positive decrease 30.3[9]
ປານກາງ
HDI (2019)Increase 0.929[10]
ສູງຫຼາຍ · ອັນດັບທີ 16
ສະກຸນເງິນໂດລາການາດາ ($) (CAD)
ເຂດເວລາUTC−3.5 ຫາ −8
• ລະດູຮ້ອນ (ເວລາອອມແສງ)
UTC−2.5 ຫາ −7
ຮູບແບບວັນທີປປປປ-ດດ-ວວ (ຄ.ສ.)[11]
ຂັບລົດດ້ານຂວາ
ລະຫັດໂທລະສັບ+1
ລະຫັດ ISO 3166CA
ລະຫັດອິນເຕີເນັດ.ca

ການາດາ (ອັງກິດ ແລະ ຝຣັ່ງ: Canada, ສຽງອ່ານພາສາອັງກິດ: /ˈkænədə/ (ກ່ຽວກັບສຽງນີ້ ຟັງສຽງ), ສຽງອ່ານພາສາຝຣັ່ງ: [kanada] (ກ່ຽວກັບສຽງນີ້ ຟັງສຽງ)) ເປັນປະເທດໃນທະວີບອາເມຣິກາເໜືອ ຕິດກັບສະຫະລັດອາເມຣິກາ ເປັນປະເທດທີ່ມີທີ່ຕັ້ງຢູ່ທາງເໜືອຫຼາຍທີ່ສຸດຂອງໂລກ ແລະ ມີຂະໜາດໃຫຍ່ເປັນອັນດັບທີສອງຂອງໂລກ ປັດຈຸບັນການາດາໃຊ້ລະບອບການປົກຄອງແບບປະຊາທິປະໄຕໂດຍມີພະມະຫາກະສັດເປັນປະມຸກ ໂດຍແມ່ນ ສົມເດັດພະເຈົ້າ Charles III ເປັນພະມະຫາກະສັດ (ໝາຍເຫດ : ພະອົງດຽວກັບພະມະຫາກະສັດສະຫະລາຊະອານາຈັກ ແຕ່ໂດຍລັດຖະທຳມະນູນແລ້ວຖືວ່າເປັນຄົນລະຕຳແໜ່ງ)

ດິນແດນທີ່ເປັນປະເທດການາດາໃນປັດຈຸບັນໃນອະດີດມີຜູ້ຢູ່ອາໄສຢູ່ແລ້ວເປັນຊົນພື້ນເມືອງຫຼາກຫຼາຍໃນກຸ່ມ ໃນຕອນຕົ້ນຂອງຄຣິດສະຕະວັດທີ 15 ນັກສຳຫຼວດເດີນທາງຊາວອັງກິດ ແລະ ຝຣັ່ງ ໄດ້ເຂົ້າມາສຳຫຼວດ ແລະ ຕໍ່ມາໄດ້ຕັ້ງຖິ່ນຖານຢູ່ເທິງຊາຍຝັ່ງມະຫາສະໝຸດອັດລັງຕິກ ໃນປີ 1763 ຝຣັ່ງໄດ້ຍອມສູນເສຍອານານິຄົມເກືອບທັງໝົດໃນທະວີບອາເມຣິກາເໜືອຫຼັງຈາກສົງຄາມເຈັດປີ ໃນປີ 1867 ມີ​ການ​ໂຮມ​ເຂົ້າ​ເປັນ​ອານາ​ນິຄົມ​ຂອງ​ອັງກິດ​ 3 ແຫ່ງຂຶ້ນ ແລະ ປະເທດການາດາກໍແມ່ຮກຳເນີດຂຶ້ນໃນຮູບແບບຂອງເຂົດການປົກຄອງຂອງລັດຖະບານກາງປະກອບດ້ວຍ 4 ລັດ ແລະ ນີ້ກາຍເປັນຈຸດເລີ່ມຕົ້ນຂອງການເພີ່ມຈຳນວນຂຶ້ນຂອງລັດ ແລະ ດິນແດນຕ່າງໆ ແລະ ຂະບວນການໄດ້ຮັບອຳນາດປົກຄອງຕົນເອງຈາກສະຫະລາຊະອານາຈັກ ລັດຖະບັນຍັດຂອງເວສມິນສະເຕີໃນປີ 1931 ໄດ້ເພີ່ມອຳນາດປົກຄອງຕົນເອງ ແລະ ເປັນຜົນໃຫ້ເກີດພະລາຊະບັນຍັດການາດາໃນປີ 1982 ເຊິ່ງມີຜົນໃຫ້ການາດາຕັດ​ຂາດ​ຈາກ​ການ​ເພິ່ງ​ພາ​ອາ​ໄສ​ໂດຍ​ກົງ​ຂອງ​ລັດ​ຖະ​ສະ​ພາ​ອັງ​ກິດ.

ປະເທດການາດາ ປະກອບດ້ວຍລັດ 10 ລັດ ແລະ ດິນແດນ 3 ແຫ່ງ ແລະ ປົກຄອງໃນລະບອບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ ໂດຍມີ ສົມເດັດພະເຈົ້າ Charles III ເປັນພຣະປະມຸກສູງສຸດ ການາດາເປັນປະເທດທີ່ໃຊ້ພາສາທາງການ 2 ພາສາທັງໃນລະດັບປະເທດ ແລະ ໃນລັດນິວບຣັນສະວິກ ພາສາທາງການ 2 ພາສາແມ່ນ ພາສາອັງກິດ ແລະ ພາສາຝຣັ່ງ ແລະ ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ ການາດາເປັນປະເທດທີ່ມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ແລະ ເປັນປະເທດອຸດສາຫະກຳ ມີເສດຖະກິດທີ່ຫຼາກຫຼາຍ ເຊິ່ງເພິ່ງພາຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ເພິ່ງພາການຄ້າຂາຍ ໂດຍສະເພາະສະຫະລັດອາເມຣິກາເຊິ່ງເປັນປະເທດທີ່ການາດາມີຄວາມສຳພັນອັນດົນນານ ແລະ ສະຫຼັບຊັບຊ້ອນ

ພູມສາດ

[ດັດແກ້]

ບ່ອນຕັ້ງ ທິດເໜືອຈົດມະຫາສະໝຸດອາກຕິກ ທິດໃຕ້ຈົດສະຫະລັດອາເມລິກາ ທິດຕາເວັນອອກຈົດມະຫາສະໝຸດອັດລັງຕິກ ທິດຕາເວັນຕົກຈົດມະຫາສະໝຸດປາຊີຟິກແລະລັດອາລາສະກາຂອງສະຫະລັດອາເມລິກາ.

ປະຊາກອນສາດ

[ດັດແກ້]

ປະເທດການາດາມີປະຊາກອນປະມານ 34,834,841 ຄົນ (ກວດສອບເມື່ອປີ ຄ.ສ. 2014).[12]

ພາສາ

[ດັດແກ້]

ປະເທດການາດາມີພາສາລັດຊະການ 2 ພາສາ ແມ່ນ ພາສາອັງກິດ ແລະ ພາສາຝະລັ່ງ ໂດຍມີຜູ້ເວົ້າພາສາອັງກິດປະມານ 58.7% ແລະພາສາຝະລັ່ງປະມານ 22% ນອກເໜືອຈາກນີ້ປະຊາກອນຍັງເວົ້າພາສາປັນຈາບີປະມານ 1.4%, ພາສາອິຕາລີປະມານ 1.3%, ພາສາແອສະປາໂຍນປະມານ 1.3%, ພາສາເຢຍລະມັນປະມານ 1.3%, ພາສາຈີນກວາງຕຸ້ງປະມານ 1.2%, ພາສາຕາກາລັອກປະມານ 1.2%, ພາສາອາລັບປະມານ 1.1%, ແລະ ພາສາອື່ນ ໆ ລວມປະມານ 10.5% (ກວດສອບເມື່ອປີ ຄ.ສ. 2011).[12]

ອ້າງອີງ

[ດັດແກ້]
  1. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  3. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  5. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  6. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  7. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  8. 1 2 3 4 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  9. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  10. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  11. ↑ The Government of Canada and Standards Council of Canada prescribe ISO 8601 as the country's official all-numeric date format: Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil). The dd/mm/yy and mm/dd/yy formats also remain in common use; see Date and time notation in Canada.
  12. 1 2 The World Factbook 2013-14. Archived 2008-08-12 at the Wayback Machine Washington, DC: Central Intelligence Agency, 2013.