ຄິດຕະສາສະໜາ

ຈາກ ວິກິພີເດຍ

ສາສະໜາຄິດ ຫຼືຊື່ອື່ນວ່າ ສາສະໜາຄຣິດ, ສາສະໜາຄະລິດ, ແລະ ຄິດຕະສາສະໜາ (ອັງກິດ: Christianity, ຝຣັ່ງ: Christianisme) ເປັນສາດສະໜາປະເພດmonotheism ໂດຍອີງໃສ່ຊີວິດ ແລະຄຳສອນຂອງ ພຣະເຢຊູ ດັ່ງທີ່ປາກົດຢູ່ໃນ ພຣະກິດຕິຄຸນ (ພຣະກິດຕິຄຸນ canonical) ແລະການຂຽນພຣະສັນຍາໃໝ່ອື່ນໆ [1] ຄຣິສຕຽນເອີ້ນວ່າ ຄຣິສຕຽນ ຫຼື 'ຄຣິສຕຽນ'.

ພຣະ​ເຢ​ຊູ​ເປັນ ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ Incarnate ພຣະ​ເຈົ້າ ແລະ ພຣະ​ຜູ້​ໄຖ່ ສໍາ​ລັບ​ຄົນ​ບາບ. ດັ່ງນັ້ນຊາວຄຣິດສະຕຽນຈຶ່ງເອີ້ນພຣະເຢຊູ "ພຣະຄຣິດ" ຫຼື "ພຣະເມຊີອາ"[2] ປະຈຸບັນ, ສາດສະໜາຄຣິສຕຽນຖືກແບ່ງອອກເປັນ 3 ນິກາຍໃຫຍ່ຄື: ໂຣມັນກາໂຕລິກ, ອໍໂທດັອກ ແລະ ໂປເຕສະແຕນ, ເຊິ່ງຍັງແບ່ງອອກເປັນຫຼາຍສາຂາ. Apostolic Roman Catholicism ແລະ Orthodoxy ແຍກອອກໃນລະຫວ່າງ [[East-West Schism] (East-West Schism) ໃນປີ 1054, ແລະ Protestantism ເກີດຂຶ້ນຫຼັງຈາກ Apostolic. ການປະຕິຮູບ]] ໃນສະຕະວັດທີ 16, ເຊິ່ງແຍກອອກຈາກ ໂບດ Roman Catholic.[3]

ຄວາມເຊື່ອ[ດັດແກ້]

ສາສະໜາຄິດມີຄວາມເຊື່ອວ່າແມ່ນສາສະໜາແຫ່ງຄວາມຮັກ ຍ້ອນພະເຈົ້າຊົງຮັກມະນຸດ ຊົງຮັກປະຊາກອນຂອງພະອົງຊົງສ້າງສັດຕ່າງໆ ຂຶ້ນມາເພື່ອຮັບໃຊ້ ເປັນອາຫານແກ່ມະນຸດ ແລະຊົງໃຫ້ມະນຸດລົງສູ່ນແຮ່ເມື່ອບໍ່ສັດທາໃນພະເຈົ້າ. ສາສະໜາຄິດແມ່ນສາສະໜາທີ່ນັບຖືສັດທາໃນພະເຈົ້າອົງດຽວ ເຊື່ອວ່າພະເຈົ້າເປັນຜູ້ສ້າງໂລກ ແລະ ທຸກສິ່ງທຸກຢ່າງລວມເຖິງມະນຸດໂດຍໃຊ້ເວລາພຽງ 6 ມື້ ແລະ ຢຸດພັກໃນວັນທີ 7 ເມື່ອບໍ່ເຖິງ 6000 ປີກ່ອນ.

ພະເຈົ້າ ແມ່ນ ພະເຊໂຮວາ (ພໍ່) ມີພະເຢຊູຄິດເປັນສາສະດາ ສາສະໜາຄິດເຊື່ອໃນພະເຈົ້າໜຶ່ງດຽວເຊິ່ງດຳລົງໃນສາມພະບຸກຄົນ ໃນພະລັກສະນະ "ຕີເອກະພາບ" ຫຼີ "ຕີເອການຸພາບ" (Trinité) ແມ່ນ ພະພໍ່, ພະບຸດ ແລະພະຈິດ (ພະວິນຍານບໍລິສຸດ). ມີພະຄຳພີແມ່ນ ພະຄິດຕະທຳຄຳພີ ຫຼື ຄຳພີໄບເບີນ (The Bible).

ສາສະໜາຄິດມີຜູ້ນັບຖືທັງໝົດ 2,100 ລ້ານຄົນ. ຖືວ່າແມ່ນສາສະໜາທີ່ມີຈຳນວນຜູ້ນັບຖືຫຼາຍທີ່ສຸດໃນໂລກ.

ສາສະໜາຄິດມີຮາກຖານມາຈາກສາສະໜາຊູດາ (ຫຼືສາສະໜາຢິວ) ໂດຍມີເນື້ອຫາແລະຄວາມເຊື່ອບາງສ່ວນຄືກັນ ໂດຍສະເພາະແມ່ນຄຳພີໄບເບີນເອເບີ ທີ່ຄິດຕະນິກະຊົນຮູ້ຈັກໃນຊື່ ພັນທະສັນຍາເດີມ (The Old Testament) ໂດຍໃນພະຄິດຕະທຳຄຳພີ 5 ເຫຼັ້ມທຳອິດຈາກທັງໝົດ 46 ເຫຼັ້ມໃນພາກພັນທະສັນຍາເດີມ ທີ່ເອີ້ນວ່າ ປັງຕາເຕີກ (Pentateuque) ໄດ້ຮັບການນັບຖືເປັນພະຄຳພີຂອງສາສະໜາຊູດາ ແລະສາສະໜາອິສະລາມ ດ້ວຍເຊັ່ນກັນ ໂດຍໃນພະທຳຫຼາຍຕອນໄດ້ພະຍາກອນເຖິງພະແມັດຊີ (Messiah/Messie) ທີ່ຊາວຄິດເຊື່ອວ່າ ເປັນ ພະເຢຊູ ເຊັ່ນ ປຶ້ມປະກາດ ອີຊາຢາ ບົດທີ 53 ຯລຯ.

ຄິດຕະຊົນນັ້ນມີຄວາມເຊື່ອວ່າພະເຢຊູຄິດເປັນພະບຸດຂອງພະເຈົ້າທີ່ມາບັງເກີດເປັນມະນຸດ ຈາກຍິງພົນຫົມຈັນ (ສາວບໍລິສຸດ) ໂດຍລິດອຳນາດຂອງພະເຈົ້າ ເພື່ອໄຖ່ມະນຸດໃຫ້ພົ້ນຈາກຄວາມບາບໂດຍການສິ້ນພະຊົນຢູ່ໄມ້ກາງແຂນ ແລະຊົງຟື້ນຂຶ້ນມາຈາກຄວາມຕາຍໃນສາມມື້ຫຼັງຈາກນັ້ນ ແລະສະເດັດສູ່ສະຫວັນປະທັບເບື້ອງຂວາພະຫັດຂອງພະພໍ່ ຜູ້ທີ່ເຊື່ອແລະໄວ້ວາງໃຈໃນພະອົງຈະໄດ້ຮັບການອະໄພໂທດບາບ ແລະຈະເຂົ້າສູ່ການພິພາກສາໃນມື້ສຸດທ້າຍຄືກັນກັບທຸກຄົນ ແຕ່ຈະລອດພົ້ນຈາກການຖືກພິພາກສາໃຫ້ຕະກົນແຮ່ແຕ່ຈະເປັນການພິພາກສາເພື່ອຮັບບຳເໜັດລາງວັນແທນໃນມື້ສິ້ນໂລກ (Armageddon) ແລະໄດ້ເຂົ້າສູ່ພະລາຊະສະຫວັນ ແຕ່ຖ້າຜູ້ໃດບໍ່ເຊື່ອຈະຖືກປັບໂທດຫລັງຄວາມຕາຍ

ນິກາຍ[ດັດແກ້]

ມະນຸດໄດ້ແບ່ງສາສະໜາຄິດໃຫ້ເປັນນິກາຍຕ່າງ ໆ ເຊິ່ງແປໄປຕາມພື້ນທີ່, ວັດທະນະທຳ, ແລະຄວາມຄິດຂອງຕົນ. ນິກາຍທີ່ສຳຄັນມີ 3 ນິກາຍແມ່ນ

  • ນິກາຍໂລມັງກາໂຕລິກແປວ່າສາກົນ ເປັນນິກາຍດັ້ງເດີມທີ່ຢຶດ-ໝັ່ນໃນຫຼັກຄຳສອນຂອງພະເຢຊູຄິດເຄົາລົບພະນາງມາລີແລະນັກບຸນຕ່າງ ໆ ພາຍໃນວັດຂອງນິກາຍນີ້ຈະມີຮູບເຄົາລົບພະເຍຊູຄິດ ພະແມ່ມາລີ ແລະນັກບຸນຕ່າງ ໆ ມີສູນກາງຢູ່ທີ່ນະຄອນລັດວາຕິກັງ ມີພະສັນຕະປາບປັນປະມຸກ ໂດຍສືບທອດມາຕັ້ງແຕ່ສະໄໝອັກລະສາວົກກຸ່ມທຳອິດ ໂດຍຖືວ່າ ນັກບຸນປີແອກ (ແຊັງປີແອກ) ແມ່ນພະສັນຕະປາບພະອົງທຳອິກ ເຊິ່ງໄດ້ຮັບການຍິນຍອມຈາກພະເຈົ້າໃຫ້ປົກຄອງສາສະໜາຈັກລະທັງມວນແລະສືບທອດມາເຖິງພະສັນຕະປາບບັງເນດິກທີ 16 ອົງປະຈຸບັນເປັນອົງທີ 265. ກາໂຕລິກນັ້ນຈະມີນັກບວດ ທີ່ເອີ້ນວ່າ ບາດຫຼວງ ແລະເຊີກ (ນັກບວດຍິງ). ມີຜູ້ນັບຖືນິກາຍນີ້ປະມານ 1000 ລ້ານຄົນ. ນິກາຍນີ້ຖືວ່າບາດຫຼວງ ເປັນສື່ກາງລະຫວ່າງພະເຈົ້າແລະມະນຸດ (ຕົວແທນພະເຈົ້າໃນໂລກນີ້).
  • ນິກາຍອອກໂຕດົກແປວ່າຖືກຕ້ອງ ນັບຖືໃນປະເທດທາງຝັ່ງເອີລົບຕາເວັນອອກ ເຊັ່ນ ປະເທດລັດເຊຍ ໂດຍແຍກໂຕອອກໄປຈາກພະສາສະນະຈັກຂອງກະສັດແຫ່ງນະຄອນກົງສະຕັງຕີນົບຍ້ອນເຫດຜົນບໍ່ຢາກຢູ່ພາຍໃຕ້ອຳນາດຂອງອົງສັນຕະປາບເຊິ່ງມີອຳນາດຫຼາຍສູງກວ່າກະສັດ (ຄືມີອຳນາດແຕ່ງຕັ້ງແລະຖອດຖອນກະສັດໄດ້) ໃນສະໄໝນັ້ນ ໂດຍທີ່ບໍ່ໄດ້ປ່ຽນແປງຂໍ້ຄວາມເຊື່ອ ຂໍ້ຄວາມເຊື່ອຂອງນິກາຍອອກໂຕດົກຄືກັນກັບຂໍ້ຄວາມເຊື່ອຂອງນິກາຍໂລມັງກາໂຕລິກ ມີພະໄອຍະກາ ເປັນປະມຸກ. ນິກາຍອອກໂຕດົກຍັງມີຊື່ເອີ້ນອີກຊື່ໜຶ່ງວ່າ ພະສາສະນະຈັກຕາເວັນອອກ ມີຜູ້ນັບຖືລວມກັນປະມານ 500 ລ້ານຄົນ.
  • ນິກາຍໂປແຕສະຕັງ ແຍກໂຕມາຈາກນິກາຍໂລມັງກາໂຕລິກໃນຊ່ວງຄິດຕະສະຕະວັດທີ 16 ເປັນນິກາຍທີ່ຖືວ່າສັດທາຂອງແຕ່ລະຄົນທີ່ມີຕໍ່ພະເຈົ້າສຳຄັນກວ່າພິທີກຳ ເຊິ່ງຍັງແຕກຍ່ອຍອອກເປັນຫຼາຍຮ້ອຍນິກາຍເນື່ອງຈາກມີຄວາມເຫັນແຕກຕ່າງກ່ຽວກັບພະຄຳພີ ແລະການປະຕິບັດໃນພິທີກຳ ນິກາຍນີ້ບໍ່ມີນັກບວດເຊື່ອວ່າທຸກຄົນສາມາດເຂົ້າເຖິງພະເຈົ້າໄດ້ໂດຍມິຕ້ອງອາໄສບາດຫຼວງແລະຖືວ່າພະເຢຊູໄດ້ຊົງໄຖ່ບາບແກ່ສາສະນິກທຸກຄົນໄປເມື່ອຖືກຕຶງກາງແຂນແລ້ວ. ນິກາຍນີ້ມີພຽງໄມ້ກາງແຂນເປັນເຄື່ອງໝາຍແຫ່ງສາສະໜາເທົ່ານັ້ນ. ມີຜູ້ນັບຖືລວມກັນທຸກນິກາຍຍ່ອຍປະມານ 500 ລ້ານຄົນ.

ພິທີກຳສຳຄັນໃນສາສະໜາຄິດ[ດັດແກ້]

ພິທີກຳໃນສາສະໜານີ້ ມີສຳຄັນໆ ຢູ່ 7 ພິທີ ເອີ້ນວ່າ ພິທີຮັບສິນສັກສິດ ມີດັ່ງນີ້ • ສິນລ້າງບາບຫຼືການຮັບບັບຕິສະມາ ເປັນພິທີທຳອິດທີ່ໍຊາວຄິດທຸກຄົນຕ້ອງຮັບ ໂດຍສິດຍາພິບານຈະໃຊ້ນ້ຳສັກສິດເທລົງເທິງຫົວພ້ອມເຈີມນ້ຳມັນຄິດມາທີ່ໜ້າຜາກ. • ສີນລໍໄພບາບ ເປັນການສາລະພາບບາບກັບພະເຈົ້າໂດຍຜ່ານບາດຫຼວງ ບາດຫຼວງຈະເປັນຜູ້ຕັກເຕືອນສັ່ງສອນບໍ່ໃຫ້ເຮັດບາບນັ້ນອີກ ແລະເຮັດການອະໄພບາບໃຫ້ໃນນາມພະເຈົ້າ. • ສິນມະຫາສະນິດ ເປັນພິທີກຳຮັບສິນໂດຍຮັບເຂົ້າຈີ່ແລະແວງມາຮັບປະທານ ໂດຍຄວາມເຊື່ອວ່າພະກາຍແລະພະເລືອດຂອງພະເຢຊູ. • ສິນກຳລັງ ເປັນພິທີຮັບສິນໂດຍການເຈີມໜ້າຜາກ ເພື່ອຢືນຢັນຄວາມເຊື່ອວ່າຈະນັບຖືສາສະໜາຄິດຕະຫຼອດໄປແລະໄດ້ຮັບພະພົນຂອງພະຈິດເຈົ້າ ເຮັດໃຫ້ເຂັ້ມແຂງໃນຄວາມເຊື່ອຫຼາຍຂຶ້ນ. • ສິນສົມລົດ ເປັນພິທີປະກອບການແຕ່ງງານ ໂດຍບາດຫຼວງເປັນພະຍານ ເປັນການສະແດງຄວາມສຳພັນວ່າຈະຮັກກັນຈົນກວ່າຊີວິດຈະສິ້ນ. • ສິນບວດ ສະຫງວນໄວ້ສະເພາະຜູ້ທີ່ຈະບວດເປັນບາດຫຼວງແລະເປັນຊາຍເທົ່ານັ້ນ. • ສິນເຈີມຄົນໄຂ້ ເປັນພິທີເຈີມຄົນໄຂ້ໂດຍບາດຫຼວງຈະເຈີມນ້ຳມັນລົງເທິງໜ້າຜາກແລະມືທັງສອງຂ້າງຂອງຜູ້ປ່ວຍ ໃຫ້ລະລຶກວ່າພະເຈົ້າຈະຢູ່ກັບຕົນແລະໃຫ້ພະລັງບັນເທົາອາການເຈັບປ່ວຍ ສຳລັບນິກາຍໂລມັງກາໂຕລິກແລະນິກາຍອອກໂຕດົກ ຈະມີພິທີກຳທັງ 7 ພິທີ ແຕ່ສຳລັບນິກາຍໂປແຕສະຕັງ ຈະມີພຽງ 3 ພິທີຄືພິທີບັບຕິດມາ, ພິທີມະຫາສະນິດ ແລະ ພິທີສົມລົດສັກສິດ

ອ້າງອີງ[ດັດແກ້]

  1. BBC, BBC—Religion & Ethics—566, Christianity
  2. Briggs, Charles A. The fundamental Christian faith: the origin, history and interpretation of the Apostles' and Nicene creeds. C. Scribner's sons, 1913. Books.Google.com
  3. S. T. Kimbrough, ed. (2005). Orthodox and Wesleyan Scriptural understanding and practice. St Vladimir's Seminary Press. ISBN 9780881413014.
ບັນນານຸກົມ
  • Barrett, David; Kurian, Tom and others. (ed.). World Christian Encyclopedia. Oxford University Press (2001).
  • editors, Sinclair B. Ferguson, David F. Wright ; consulting editor, J.I. Packer. (1988). Ferguson, Sinclair; Wright, David (eds.). New Dictionary of Theology. consulting ed. Packer, James. Leicester: Inter-Varsity Press. ISBN 0-85110-636-6. {{cite book}}: |author= has generic name (help)CS1 maint: multiple names: authors list (link)
  • Albright, William F. From the Stone Age to Christianity.
  • Alexander, T. Desmond. New Dictionary of Biblical Theology.
  • Bahnsen, Greg. A Reformed Confession Regarding Hermeneutics (article 6) Archived 2014-12-04 at the Wayback Machine.
  • Martin Luther, Augustinian.
  • Ball, Bryan; Johnsson, William (ed.). The Essential Jesus. Pacific Press (2002). ISBN 0-8163-1929-4.
  • Barry, John F. One Faith, One Lord: A Study of Basic Catholic Belief. William H. Sadlier (2001). ISBN 0-8215-2207-8
  • Benton, John. Is Christianity True? Darlington, Eng.: Evangelical Press (1988). ISBN 0-85234-260-8
  • Bettenson, Henry (ed.). Documents of the Christian Church. Oxford University Press (1943).
  • Bokenkotter, Thomas. A Concise History of the Catholic Church . Doubleday (2004). ISBN 0-385-50584-1
  • Bruce, F.F. The Canon of Scripture.
  • Chambers, Mortimer; Crew, Herlihy, Rabb, Woloch. The Western Experience. Volume II: The Early Modern Period. Alfred A. Knopf (1974). ISBN 0-394-31734-3.
  • Coffey, John. Persecution and Toleration in Protestant England 1558–1689. Pearson Education (2000).
  • Cross, F. L.; Livingstone, E. A. (ed.). The Oxford Dictionary of the Christian Church. Oxford University Press (1997). ISBN 0-19-211655-X.
  • Deppermann, Klaus. Melchior Hoffman: Social Unrest and Apocalyptic Vision in the Age of Reformation. ISBN 0-567-08654-2.
  • Dilasser, Maurice. The Symbols of the Church. Collegeville, MN: Liturgical Press (1999). ISBN 0-8146-2538-X
  • Duffy, Eamon. Saints and Sinners, a History of the Popes. Yale University Press (1997). ISBN 0-300-07332-1
  • Elwell, Walter A.; Comfort, Philip Wesley. Tyndale Bible Dictionary, Tyndale House Publishers (2001). ISBN 0-8423-7089-7.
  • Esler, Phillip F. The Early Christian World. Routledge (2004).
  • Farrar, F.W. Mercy and Judgment. A Few Last Words On Christian Eschatology With Reference to Dr. Pusey's, "What Is Of Faith?". Macmillan, London/New York (1904).
  • Foutz, Scott. Martin Luther and Scripture Archived 2000-04-14 at the Wayback Machine Martin Luther and Scripture.
  • Fowler, Jeaneane D. World Religions: An Introduction for Students, Sussex Academic Press (1997). ISBN 1-898723-48-6.
  • Fuller, Reginald H. The Foundations of New Testament Christology Scribners (1965). ISBN 0-684-15532-X.
  • Froehle, Bryan; Gautier, Mary, Global Catholicism, Portrait of a World Church, Orbis books; Center for Applied Research in the Apostolate, Georgetown University (2003) ISBN=1-57075-375-X
  • Funk, Robert. The Acts of Jesus: What Did Jesus Really Do?. Polebridge Press (1998). ISBN 0-06-062978-9.
  • Glenny, W. Edward. Typology: A Summary Of The Present Evangelical Discussion.
  • Gonzalez, Justo L. The Story of Christianity: The Early Church to the Dawn of the Reformation, Harper Collins Publishers, New York (1984).
  • Hanegraaff, Hank. Resurrection: The Capstone in the Arch of Christianity. Thomas Nelson (2000). ISBN 0-8499-1643-7.
  • Harnack, Adolf von. History of Dogma (1894).
  • Hickman, Hoyt L. and others. Handbook of the Christian Year. Abingdon Press (1986). ISBN 0-687-16575-X
  • Hinnells, John R. The Routledge Companion to the Study of Religion (2005).
  • Hitchcock, Susan Tyler. Geography of Religion. National Geographic Society (2004) ISBN 0-7922-7313-3
  • Kelly, J.N.D. Early Christian Doctrines.
  • Kelly, J.N.D. The Athanasian Creed. Harper & Row, New York (1964).
  • Kirsch, Jonathan. God Against the Gods.
  • Kreeft, Peter. Catholic Christianity. Ignatius Press (2001) ISBN 0-89870-798-6
  • Letham, Robert. The Holy Trinity in Scripture, History, Theology, and Worship. P & R Publishing (2005). ISBN 0-87552-000-6.
  • Lorenzen, Thorwald. Resurrection, Discipleship, Justice: Affirming the Resurrection Jesus Christ Today. Smyth & Helwys (2003). ISBN 1-57312-399-4.
  • McLaughlin, R. Emmet, Caspar Schwenckfeld, reluctant radical: his life to 1540, New Haven: Yale University Press (1986). ISBN 0-300-03367-2.
  • MacCulloch, Diarmaid, The Reformation: A History. Viking Adult (2004).
  • MacCulloch, Diarmaid, A History of Christianity: The First Three Thousand Years. London, Allen Lane. 2009. ISBN 978-0-7139-9869-6
  • Marber, Peter. Money Changes Everything: How Global Prosperity Is Reshaping Our Needs, Values and Lifestyles. FT Press (2003). ISBN 0-13-065480-9
  • Marthaler, Berard. Introducing the Catechism of the Catholic Church, Traditional Themes and Contemporary Issues. Paulist Press (1994). ISBN 0-8091-3495-0
  • Mathison, Keith. The Shape of Sola Scriptura (2001).
  • McClintock, John, Cyclopaedia of Biblical, Theological, and Ecclesiastical Literature. Harper &Brothers, original from Harvard University (1889)
  • McGrath, Alister E. Christianity: An Introduction. Blackwell Publishing (2006). ISBN 1-4051-0899-1.
  • McGrath, Alister E. Historical Theology.
  • McManners, John. Oxford Illustrated History of Christianity. Oxford University Press (1990). ISBN 0-19-822928-3.
  • Meconi, David Vincent. "Pagan Monotheism in Late Antiquity", in: Journal of Early Christian Studies.
  • Metzger, Bruce M., Michael Coogan (ed.). Oxford Companion to the Bible. Oxford University Press (1993). ISBN 0-19-504645-5.
  • Mullin, Robert Bruce. A short world history of Christianity. Westminster John Knox Press (2008).
  • Norman, Edward. The Roman Catholic Church, An Illustrated History. University of California (2007) ISBN 978-0-520-25251-6
  • Olson, Roger E., The Mosaic of Christian Belief. InterVarsity Press (2002). ISBN 978-0-8308-2695-7.
  • Orlandis, Jose, A Short History of the Catholic Church. Scepter Publishers (1993) ISBN 1-85182-125-2
  • Ott, Ludwig. Grundriß der Dogmatik. Herder, Freiburg (1965).
  • Otten, Herman J. Baal or God? Liberalism or Christianity, Fantasy vs. Truth: Beliefs and Practices of the Churches of the World Today.... Second ed. New Haven, Mo.: Lutheran News, 1988.
  • Pelikan, Jaroslav; Hotchkiss, Valerie (ed.) Creeds and Confessions of Faith in the Christian Tradition. Yale University Press (2003). ISBN 0-300-09389-6.
  • Putnam, Robert D. Democracies in Flux: The Evolution of Social Capital in Contemporary Society. Oxford University Press (2002).
  • Riley-Smith, Jonathan. The Oxford History of the Crusades. New York: Oxford University Press, (1999).
  • Robinson, George. Essential Judaism: A Complete Guide to Beliefs, Customs and Rituals. New York: Pocket Books (2000).
  • Schama, Simon . A History of Britain. Hyperion (2000). ISBN 0-7868-6675-6.
  • Servetus, Michael. Restoration of Christianity. Lewiston, New York: Edwin Mellen Press (2007).
  • Simon, Edith. Great Ages of Man: The Reformation. Time-Life Books (1966). ISBN 0-662-27820-8.
  • Smith, J.Z. (1998).
  • Spitz, Lewis. The Protestant Reformation. Concordia Publishing House (2003). ISBN 0-570-03320-9.
  • Sproul, R.C. Knowing Scripture.
  • Spurgeon, Charles. A Defense of Calvinism Archived 2008-04-10 at the Wayback Machine.
  • Sykes, Stephen; Booty, John; Knight, Jonathan. The Study of Anglicanism. Augsburg Fortress Publishers (1998). ISBN 0-8006-3151-X.
  • Talbott, Thomas. Three Pictures of God in Western Theology Archived 2008-04-13 at the Wayback Machine" (1995).
  • Ustorf, Werner. "A missiological postscript", in: McLeod, Hugh; Ustorf, Werner (ed.). The Decline of Christendom in Western Europe, 1750–2000. Cambridge University Press (2003).
  • Walsh, Chad. Campus Gods on Trial. Rev. and enl. ed. New York: Macmillan Co., 1962, t.p. 1964. xiv, [4], 154 p.
  • White, Howard A. The History of the Church Archived 2013-05-10 at the Wayback Machine.
  • Woodhead, Linda. An Introduction to Christianity.
ອ່ານຕື່ມ
  • Gill, Robin (2001). The Cambridge companion to Christian ethics. Cambridge, UK: Cambridge University Press. ISBN 0-521-77918-9. {{cite book}}: |access-date= requires |url= (help)
  • Gunton, Colin E. (1997). The Cambridge companion to Christian doctrine. Cambridge, UK: Cambridge University Press. ISBN 0-521-47695-X. {{cite book}}: |access-date= requires |url= (help)
  • MacCulloch, Diarmaid. Christianity: The First Three Thousand Years (Viking; 2010) 1,161 pages; survey by leading historian
  • MacMullen, Ramsay (2006). Voting About God in Early Church Councils. New Haven, CT: Yale University Press. ISBN 0-300-11596-2. {{cite book}}: |access-date= requires |url= (help)
  • Padgett, Alan G.; Sally Bruyneel (2003). Introducing Christianity. Maryknoll, N.Y.: Orbis Books. ISBN 1-57075-395-4. {{cite book}}: |access-date= requires |url= (help)CS1 maint: multiple names: authors list (link)
  • Price, Matthew Arlen; Collins, Michael (1999). The story of Christianity. New York: Dorling Kindersley. ISBN 0-7513-0467-0.{{cite book}}: CS1 maint: multiple names: authors list (link)
  • Ratzinger, Joseph (2004). Introduction To Christianity (Communio Books). San Francisco: Ignatius Press. ISBN 1-58617-029-5. {{cite book}}: |access-date= requires |url= (help)
  • Roper, J.C., Bp. (1923), et al. Faith in God, in series, Layman's Library of Practical Religion, Church of England in Canada, vol. 2. Toronto, Ont.: Musson Book Co. N.B.: The series statement is given in the more extended form which appears on the book's front cover.
  • Tucker, Karen; Wainwright, Geoffrey (2006). The Oxford history of Christian worship. Oxford [Oxfordshire]: Oxford University Press. ISBN 0-19-513886-4. {{cite book}}: |access-date= requires |url= (help)CS1 maint: multiple names: authors list (link)
  • Wagner, Richard (2004). Christianity for Dummies. For Dummies. ISBN 0-7645-4482-9. {{cite book}}: |access-date= requires |url= (help)
  • Webb, Jeffrey B. (2004). The Complete Idiot's Guide to Christianity. Indianapolis, Ind: Alpha Books. ISBN 1-59257-176-X. {{cite book}}: |access-date= requires |url= (help)
  • Woodhead, Linda (2004). Christianity: a very short introduction. Oxford [Oxfordshire]: Oxford University Press. ISBN 0-19-280322-0. {{cite book}}: |access-date= requires |url= (help)

ແຫຼ່ງຂໍ້ມູນ[ດັດແກ້]