Jump to content

ປະເທດບາເຣນ

ຈາກ ວິກິພີເດຍ
ລາຊະອານາຈັກບາເຣນ

مملكة البحرين (ອາຣັບ)
ທຸງຊາດບາເຣນ
ທຸງຊາດ
ເຄື່ອງໝາຍຊາດຂອງບາເຣນ
ເຄື່ອງໝາຍຊາດ
ເພງຊາດ: ບາເຣໂນນາ
(ບາເຣນຂອງເຮົາ)
ທີ່ຕັ້ງຂອງ ປະເທດບາເຣນ  (ໃນສີຂຽວ)
ທີ່ຕັ້ງຂອງ ປະເທດບາເຣນ  (ໃນສີຂຽວ)
ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ມານາມາ
26°13′N 50°35′E / 26.217°N 50.583°E / 26.217; 50.583
ພາສາລັດຖະການພາສາອາຣັບ[1]
ພາສາອັງກິດ[2][3]
ກຸ່ມຊົນເຜົ່າ
(2020[4])
  • 47.4% ຊາວບາເຣນ
  • 43.4% ຊາວອາຊີ
  • 4.9% ອາຣັບ ອື່ນໆ (ບໍ່ລວມກຸ່ມ GCC)
  • 1.4% ຊາວອາຟຣິກາ
  • 1.1% ຊາວອາເມຣິກາເໜືອ
  • 0.9% ກຸ່ມອາຣັບ GCC
  • 0.8% ຊາວເອີຣົບ
  • 0.1% ອື່ນໆ
ສາສະໜາ
ການປົກຄອງລັດດ່ຽວ ລະບົບລັດຖະສະພາ ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ
ສົມເດັດພຣະລາຊາທິບໍດີ ຮະມັດ ບິນອີຊາ ອັລເຄາະລີຟະຫ໌
ເຈົ້າຊາຍ ຊັລມານ ມົງກຸດລາຊະກຸມານແຫ່ງບາເຣນ
ໄດ້ຮັບເອກະລາດ
15 ສິງຫາ 1971
• ປະກາດເອກະລາດ[5]
14 ສິງຫາ 1971
• ໄດ້ຮັບເອກະລາດຈາກສະຫະລາຊະອານາຈັກ[6]
15 ສິງຫາ 1971
• ເປັນທີ່ຍອມຮັບຂອງສະຫະປະຊາຊາດ
21 ກັນຍາ 1971
• ລາຊະອານາຈັກບາເຣນ
14 ກຸມພາ 2002
ພື້ນທີ່
• ລວມ
785.08[7] ຕາລາງກິໂລແມັດ (303.12 ຕາລາງໄມ) (ອັນດັບທີ 172)
ໜ້ອຍຫຼາຍ
ປະຊາກອນ
• 2017 ປະມານ
1,425,171[8] (ອັນດັບທີ 149)
• ສຳມະໂນປະຊາກອນ 2020
1,501,635[4]
1,912.7 ຕໍ່ຕາລາງກິໂລແມັດ (4,953.9 ຕໍ່ຕາລາງໄມ) (ອັນດັບທີ 3)
GDP (ອຳນາດຊື້)2019 (ປະມານ)
• ລວມ
$78.760 ຕື້[9] (ອັນດັບທີ 94)
$52,129[9] (ອັນດັບທີ 19)
GDP (ລາຄາຕະຫຼາດ)2019 (ປະມານ)
• ລວມ
$41.607 ຕື້[9] (ອັນດັບທີ 91)
$27,538[9] (ອັນດັບທີ 33)
HDI (2019)Increase 0.852[10]
ສູງຫຼາຍ · ອັນດັບທີ 42
ສະກຸນເງິນບາເຣນດີນາ (BHD)
ເຂດເວລາUTC+3
ລະຫັດໂທລະສັບ973
ລະຫັດອິນເຕີເນັດ.bh

ບາເຣນ (ອັງກິດ: Bahrain; ອາຣັບ: البحرين) ຫຼື ຊື່ຢ່າງເປັນທາງການ ລາຊະອານາຈັກບາເຣນ (ອັງກິດ: Kingdom of Bahrain; ອາຣັບ: مملكة البحرين) ເປັນປະເທດເກາະໃນອ່າວເປີເຊຍ ໂດຍມີຂົວເຊື່ອມຕໍ່ກັບອາຣັບບີ ຊາອູດິດທີ່ຢູ່ຫ່າງຈາກເກາະປະມານ 28 ກິໂລແມັດ ແມ່ນ ຂົວຄິງຟະຮັດ ເຊິ່ງເປີດໃຊ້ຢ່າງເປັນທາງການເມື່ອວັນທີ 25 ພະຈິກ 1986

ບາເຣນເປັນທີ່ຕັ້ງຂອງອາລະຍະທຳດິລມຸນບູຮານ[11] ແລະມີຊື່ສຽງດ້ານການຫາປາໂເຍສະເພາະຢ່າງຍິ່ງ ການລ່າໄຂ່ມຸກ ເຊິ່ງບໍລິເວນແຫ່ງນີ້ຖືວ່າໄດ້ຮັບຄວາມນິຍົມທີ່ສຸດໃນໂລກໃນສະຕະວັດທີ 19[12] ບາເຣນເປັນໜຶ່ງໃນພື້ນທີ່ແຮກສຸດທີ່ໄດ້ຮັບອິດທິພົນຈາກສາສະໜາອິດສະລາມ ໃນຊ່ວງຊີວິດຂອງມູຮຳມັດ ຫຼັງຈາກປົກຄອງຂອງອາຣັບ ບາເຣນຖືກປົກຄອງໂດຍຈັກກະວັດປອກຕຸຍການຕັ້ງປີ 1521 ຫາ 1602 ຫຼັງຈາກການເອົາຊະນະໂດຍຊາຫ໌ອັບມາດທີ 1 ແຫ່ງລາຊະວົງຊາຟາວິດ ໃນປີ 1783 ກຸ່ມ Bani Utbah ໄດ້ຍຶດຄອງບາເຣນຈາກ Nasr Al-Madhkur ຜູ້ວ່າການຊາວອາຣັບໃນສະໄໝສະຕະວັດທີ 18 ແລະ ນັບຕັ້ງແຕ່ນັ້ນມາກໍຖືກປົກຄອງໂດຍລາຊະວົງຄາລິຟາ ໂດຍມີ ເຊຄະ ອາເໝັດ ອິບນ໌ ມຸຮຳມັດ ອິບນ໌ ອັລເຄາະລິຟາຫ໌ ເປັນກະສັດພຣະອົງແຮກຂອງບາເຣນ

ໃນປາຍສະຕະວັດ 1800 ບາເຣນກາຍເປັນອານານິຄົມຂອງສະຫະລາຊະອານາຈັກ ຈາກການທຳສົນທິສັນຍາກັບອັງກີດ ກ່ອນຈະໄດ້ຮັບເອກະລາດໃນປີ 1971[13] ແຕ່ເດີມນັ້ນບາເຣນເຄີຍເປັນສ່ວນໜຶ່ງຂອງດິນແດນເອເມຣັດ ບາເຣນໄດ້ຮັບການປະກາດໃຫ້ເປັນປະເທດທີ່ປົກຄອງດ້ວຍລະບອບລາຊາທິປະໄຕຕາມລັດຖະທຳມະນູນຂອງອິດສະລາມໃນປີ 2002 ຕໍ່ມາໃນປີ 2011 ບາເຣນພົບບັນຫາການປະທ້ວງພາຍໃນປະເທດເຊິ່ງໄດ້ຮັບອິດທິພົນຈາກອາຣັບສະປຣິງໃນພາກພື້ນຕາເວັນອອກກາງ ໂດຍລາຊະວົງຄາລິຟາຜູ້ປົກຄອງປະເທດຖືກວິພາກວິຈານວ່າໄດ້ລະເມີດສິດທິມະນຸດສະທຳຂອງກຸ່ມຕ່າງໆເຊິ່ງມີຜູ້ບໍ່ເຫັນດິຫຼາຍ ລວມເຖິງນັກການເມືອງຝ່າຍຄ້ານ ແລະ ປະຊາກອນມຸດສະລິມຊີອະຫ໌ສ່ວນໃຫຍ່[14][15]

ເຊັ່ນດຽວກັບປະເທດໃນພາກພື້ນຕາເວັນອອກກາງ ບາເຣນໄດ້ພັດທະນາເສດຖະກິດຂອງຕົນເອງຈາກການຄ້ານ້ຳມັນມາຫຼາຍທົດສະວັດ ແລະ ເປັນໜຶ່ງປະເທດທຳອິດ ທີ່ເຮັດການສົ່ງອອກນ້ຳມັນໃນອ່າວເປີເຊຍ[16] ເຊິ່ງເປັນຜົນມາຈາກການລົງທຶນໃນພາກການທະນາຄານ ແລະ ການທ່ອງທ່ຽວເປັນເວລາຫຼາຍທົດສະວັດ[17] ສະຖາບັນການເງິນທີ່ໃຫຍ່ທີ່ສຸດໃນໂລກຫຼາຍແຫ່ງຕັ້ງຢູ່ໃນນະຄອນມານາມາເມືອງຫຼວງຂອງປະເທດ ຈຶ່ງມີດັດຊະນີການພັດທະນາມະນຸດສູງ ແລະ ໄດ້ຮັບການຍອມຮັບຈາກທະນາຄານໂລກວ່າບາເຣນມີຂະໜາດເສດຖະກິດທີ່ໃຫຍ່ລຳດັບຕົ້ນໆ ໃນຕາເວັນອອກກາງ ແລະ ເປັນປະເທດທີ່ມີລາຍໄດ້ສູງ[18] ບາເຣນເປັນສະມາຊິກຂອງສະຫະປະຊາຊາດ ກະບວນການທີ່ບໍ່ສອດຄ່ອງ ສະຫະພັນອາຣັບ ອົງ​ການ​ຮ່ວມ​ມື​ອິດ​ສະ​ລາມ ແລະ ຄະນະມົນຕີຮ່ວມມືລັດອາຣັບ

ອ້າງອີງ

[ດັດແກ້]
  1. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. ↑ ຂໍ້ຜິດພາດ: Invalid <ref> tag; no text was provided for refs named "BO".
  3. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. 1 2 ຂໍ້ຜິດພາດ: Invalid <ref> tag; no text was provided for refs named "Census2020".
  5. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  6. ↑ ຂໍ້ຜິດພາດ: Invalid <ref> tag; no text was provided for refs named "CIA".
  7. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  8. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  9. 1 2 3 4 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  10. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  11. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  12. ↑ Baynes, T. S., ed. (1878), Bahrein, 3 (9th ed.), New York: Charles Scribner's Sons, p. 240
  13. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  14. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  15. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  16. ↑ http://www.jepeterson.net/sitebuildercontent/sitebuilderfiles/Peterson_Bahrain_Reforms.pdf
  17. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  18. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).

ບັນນານຸກົມ

[ດັດແກ້]
  • ແມ່ແບບ:Cite EB9
  • Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  •  Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  • Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  • Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  • ແມ່ແບບ:Free-content attribution

ແຫຼ່ງຂໍ້ມູນອື່ນ

[ດັດແກ້]