ທະນາຄານໂລກ

ຈາກ ວິກິພີເດຍ

ທະນາຄານໂລກ (World Bank) ຫຼື ທະນາຄານເພື່ອການບູລະນາລະ ແລະ ພັດທະນາຫວ່າງປະເທດ (International Bank for Reconstruction and Development, IBRD) ເປັນອົງກອນລະຫວ່າງປະເທດທີ່ໄດ້ຈັດຕັ້ງຂຶ້ນມາຫຼັງສົງຄາມໂລກຄັ້ງທີ່ II ໂດຍ ປະເທດມະຫາອຳນາດ ໃນອາເມລິກາເໜືອ ແລະ EU ມີຈຸດປະສົງແລະຈຸດມຸ້ງໝາຍເພື່ອຊ່ວຍໃຫ້ ປະເທດສະມາຊິກສາມາດຟື້ນຟູປະເທດຫຼັງສົງຄາມໂລກ ຄັ້ງທີ່ II ໂດຍມຸ່ງເນັ້ນການລົງທຶນເພື່ອເພີ່ມປະສິດທິພາບການຜະລິດ ແລະເລັ່ງລັດການເຕີບໂຕທ່າງເສດທະກິດເປັນອົງກອນສັງກັດຢູໃນສັງກັດຂອງສະຫະປະຊາຊາດ (United Nation) ສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງ ວໍຊິງຕັນດີຊີ ປະເທດສະຫາລັດອາເມລິກາ ປະຈຸບັນມີປະເທດສະມາຊິກປະມານ 185 ປະເທດເງິນທຶນຂອງທະນາຄານໂລກໄດ້ມາຈາກການຈຳໜ່າຍພັນທະບັດໃນຕະຫຼາດການເງິນສຳຄັນຂອງໂລກ,ຄ່າບຳລຸງຈາກປະເທດສະມາຊິກ.ຈຸດປະສົງຂອງ ທະນາຄານໂລກເພື່ອຊ່ວຍເຫຼືອປະເທດສະມາຊິກທີ່ໄດ້ຮັບຄວາມເສັຍຫາຍຈາກສົງຄາມໂລກຄັ້ງທີ່ II ໂດຍໃຫ້ປະເທດສະມາຊິກກູ້ຢືມເງິນໄປ ເພື່ອພັດທະນາບູລະນະສ້ອມແຊມປະເທດ ຕໍ່ມາໄດ້ຂະຫຍາຍການບໍລິການອອກໄປ ເປັນສະໜັບສະໜູນການລົງທຶເພື່ອການພັດທະນາ ແລະເພີມການຜະລິດໃນປະເທດທີ່ກຳລັງພັດທະນາ ເພື່ອຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃນ ປະເທດສະມາຊິກ ຕາມລັກສະນະກິດຈະການທີ່ຈະລົງທຶນ ແລະຕາມຄວາມຈຳເປັນ ແລະຍັງຊ່ວຍເຫຼືອສະມາຊິກດ້ວຍການໃຫ້ບໍລິການດ້ານຄວາມຮູ້ ແລະ ຄຳແນະນຳກ່ຽວກັບ ການວາງແຜນການລົງທຶນ ແລະການບໍລິຫານການເງິນ.

 ປະຫວັກການກໍ່ຕັ້ງ  

ຈາກການປະຊຸມຂອງປະເທດມະຫາອຳນາດ ທີແບຣ໊ດຕັນວູດ ລັດນີວແຮມເຊັຍຣ໌ປະເທດສະຫະລັດອາເມລິກາເດືອນ ກໍລະກົດ ປີ 1944 ໃນກອງປະຊຸມຄັ້ງນີ້ໄດ້ມີຮ່າງການປະຕິບັດການຂຶ້ນມາ 2 ສະບັບເພື່ອຈັດຕັ້ງທະນາຄານລະຫວ່າງປະເທດເພື່ອການບູລະນະແລະການພັດທະນາ(International Bank for Reconstruction and Development-IBRD) (ທະນາຄານໂລກ) ແລະກອງທຶນເງິນລະຫວ່າງປະເທດ(International Monetary Fund-IMF) ໂດຍທັງສອງສະຖາບັນມີການແບ່ງຄວາມຮັບຜິດຊອບກັນຢ່ງຊັດເຈນ.ກອງທຶນ IMF ຈະໃຫ້ການ ະໜັບສະໜູນ ການເງິນ ໄລຍະສັ້ນເພື່ອຊ່ວຍປະເທດຕ່າງໆ ແກ້ບັນຫາການຊຳລະເງິນໃນຂະນະທີ່ທະນາຄານໂລກຈະໃຫ້ທຶນໃນການພັດທະນາໄລຍະກາງ ແລະ ໄລຍະຍາວໃນຮູບແບບເງິນກູ້ຢືມ ໂຄງການພັດທະນາທີ່ເນັ້ນ ສະເພາະໂຄງການໄປ ແຕ່ເມື່ອເວລາຜ່ານໄປຄວາມແຕ່ກຕ່າງນີ້ກໍ່ ລົດໜ້ອຍລົງ ໄລຍະທີ່ໂລກເກີດວິກິດການເງິນໃນໄລຍະປີ 1971 ແລະ ປີ 1981ທະນາຄານໂລກກໍ່ເລີ່ມປ່ອຍເງິນກູ້ໄລຍະສັ້້ນເພື່ອປັບປຸງ ໂຄງສ້າງ ປະສານກັບກອງທຶນດ້ວຍກັນອົງກອນທັງສອງນີ້ມີຄວາມສຳພັນກັນຢ່າງ ເປັນທາງການກັບອົງການສະຫະປະຊາຊາດ ຜ່ານ ທາງສະພາເສດຖະກິດແລະສັງຄົມ (Economic and Social Council-ECOSOC) ໃນຖານະໜ່ວຍງານສຳນານພິເສດ ແຕ່ການຕັດສິນໃຈໃນການໃຫ້ເລື່ອງ ເງິນກູ້ຢູ່ໃນອຳນາດການພິຈາລະນາ ຂອງທະນາຄານໂລກເທົ່ານັ້ນ ທະນາຄານໂລກເຮັດວຽກກັບ ໜ່ວຍງານຕ່າງໆຂອງອົງການສະຫະປະຊາຊາດກອງທຶນການເງິນລະຫວາງປະເທດ (International Monetary Fund ຫຼື IMF)ເປັນອົງກອນທີ່ລັດທະບານປະເທດພັນທະມິດ ໄດ້ຮວມກໍ່ຕັ້ງ ຂຶ້ນມາ ມີຖານະເປັນທະບວງການຄ້ານັດພິເສດຂອງສະຫະປະຊາຊາດ ໂດຍມີຂໍ້ບັງຄັບວ່າປະເທດທີຈະເປັນສະມາຊິກທະນາຄານໂລກ ແລະຈະຕ້ອງເປັນສະມາຊິກຂອງ IMF ນຳອີກເລີມເປີດດຳເນີນ ການມາແຕ່ ເດືອນມີນາ ປີ 1947 ປະເທດທີ່ສະມັກເປັນສະມາຊິກກອງທຶນການເງິນ ຈະຕ້ອງເປັນສະມາຊິກຂອງອົງການສະຫະປະຊາຊາດ ຢູ່ກ່ອນແລ້ວໃນປະຈຸບັນມີສະມາຊິກ 182 ປະເທດ.


ຈຸດປະສົງແລະໜ້າທີ່ຂອງ IMF

ຈຸດປະສົງຂອງການກໍ່ຕັ້ງ IMF ເພື່ອຈັດການແລະຄວບຄຸມລະບົບການເງິນຂອງໂລກແລະຊ່ວຍເຫຼືອປະເທດທີ່ວິກິດເສດທະກິດ ໂດຍຈະປະສານງານກັນກະຊວາງການເງິນ ແລະ ທະນາຄານກາງຂອງແຕ່ລະປະເທດ. ໜ້າທີ່ຫຼັກຂອງ IMF ມີຢູ່ 3 ຢ່າງຄື:

  • 1.ຈັດລະບົບການເງິນໂລກ.
  • 2.ກຳກັບຂະຕິການທາງເສດທະກິດຂອງໂລກເພື່ອໃຫ້ເກີດມີຄວາມໝັ້ນຄົງສະແຖຍລະພາບທາງເສດຖະກິດ.
  • 3.ສ້າງເງິນເຊິ່ງເປັນເງິນສຳຮອງຂອງປະເທດ ເປັນເງິນທີ່ເປັນກາງ ບໍ່ໄດ້ເປັນເງິນຂອງປະເທດໃດປະເທດໜຶ່ງ.