ປະເທດນິວຊີແລນດ໌
ນິວຊີແລນດ໌ (New Zealand) ຫຼື Aotearoa ໝາຍເຖິງດີນແດນເມຖະຍາວ ສີຂາວ ຫຼື Niu Tirenio ເຊິ່ງເປັນການທັບສັບຈາກພາສາອັງກິດ ແມ່ນປະເທດເກາະເຊິ່ງຕັ້ງຢູ່ມະຫາສະໜຸດປາຊີຟິກ ທາງຕາເວັນຕົກສຽງໃຕ້ ແລະ ປະກອບດ້ວຍ 2 ເກາະໃຫຍ່ແມ່ນ ເກາະເໜືອ ແລະ ເກາະໃຕ້ ນອກນັ້ນ ກໍ່ຍັງມີເກາະນ້ອຍ ໆ ອີກ ແລະ ມີນະຄອນຫຼວງຊື່ເວວລິງຕັນ. ນູແວນເຊລັງແມ່ນປະເທດທີ່ຢູ່ຫ່າງໄກຈາກປະເທດອື່ນຫຼາຍທີ່ສຸດ ປະເທດທີ່ຢູ່ໃກ້ທີ່ສຸດແມ່ນອົດສະຕາລີ ເຊິ່ງຕັ້ງຢູ່ທາງຕາເວັນຕົກສຽງເໜືອຂອງເກາະໃຫຍ່ 2.000 ກິໂລແມັດ ໂດຍມີທະເລແທສມັນຂັ້ນກາງ ແຜ່ນດິນທີ່ຕິດທາງດ້ານໃຕ້ແມ່ນທະວີບອັງຕາກຕິກ ແລະທາງເໜືອນູແວນກາເລໂດນີ ຟີຈີແລະຕົງກາ.
ນູແວນເຊລັງເຄີຍເປັນຫົງເມືອງຂອງອັງກິດດ້ວຍສົນທິສັນຍາ ໄວທັງກິ (Treaty of Waitangi) ເມື່ອປີ ຄ.ສ. 1840 ເຊິ່ງສັນຍາໄວ້ວ່າຈະໃຫ້ອິສະລະພາບໃນການປົກຄອງຕົນເອງ (complete chieftainship/tino rangatiratanga) ແກ່ຊາວມາວຣີຜູ້ເປັນຊາວພື້ນເມືອງຂອງປະເທດ. ໃນປະຈຸບັນຄວາມໝາຍທີ່ແນ່ນອນຂອງສົນທິສັນຍານີ້ຍັງຄົງແມ່ນຂໍ້ຜິດພາດ ແລະຍັງຄົງເປັນເລື່ອງທີ່ກໍ່ໃຫ້ເກີດການແບ່ງແຍກແລະຄວາມບໍ່ພໍໃຈ ແຕ່ປີ ຄ.ສ. 1840 ນູແວນເຊລັງໄດ້ພັດທະນາຢ່າງຕໍ່ເນື່ອງ ຈົນເປັນປະເທດອິດສະລະທີ່ມີລັດທະສະພາໃນລະບອບປະຊາທິປະໄຕ ແລະຢູ່ພາຍໃຕ້ພະມະຫາກະສັດຂອງກະສັດແຫ່ງນູແວນເຊລັງ ເຊິ່ງເປັນພະມະຫາກະສັດພະອົງດຽວກັບປະເທດອື່ນໃນເຄືອຈັກກະພົບ. ນູແວນເຊລັງຮັບຜິດຊອບການຕ່າງປະເທດຂອງໝູ່ເກາະຄຸກແລະນີອູອີ ເຊິ່ງປົກຄອງຕົນເອງ ແລະປົກຄອງ ໂຕເກເລົາເປັນເມືອງຂື້ນ.
ເນື້ອທີ່ສ່ວນໃຫຍ່ຂອງນູແວນເຊລັງມີພູມອາກາດອົບອຸ່ນ ແລະພູມິປະເທດມີຄວາມຫຼາກຫຼາຍແລະສວຍງານ ເສດຖະກິດຂອງນູແວນເຊລັງເນັ້ນການຄ້າ ໂດຍມີພື້ນຖານຈາກກະສິກຳ ຊາວນູແວນເຊລັງໂດຍທົ່ວໄປມັກການເດີນທາງ ແລະສະໜັບສະໜູນການຮ່ວມມືກັນລະຫວ່າງປະເທດແລະສິ່ງແວດລ້ອມ ກິດຈະກຳພາຍນອກ ແມ່ນກິດຈະກຳທີ່ນິຍົມກັນໂດຍສະເພາະກິລາຕ່າງໆຄື ຣັບບີ້ ຄຣິກເກັດ ແລະເບສບອນ ລວມເຖິງກິລາເອັສຕຣີມສະປອດແລະການຍ່າງມາຣາທອນ.
ຊື່ປະເທດ[ແກ້ໄຂ]
ຄຳວ່າ ນູແວນເຊລັງ ໃນພາສາອັງກິດແມ່ນ New Zealand "ນິວຊີແລນ". ຄຳໃນພາສາລາວມາຈາກຊື່ປະເທດໃນພາສາຝະລັ່ງແມ່ນ Nouvelle-Zélande ເຊິ່ງແປວ່າ "ເຊລັງໃໝ່" (ນູແວນ "Nouvelle" ແປວ່າ ໃໝ່) ສ່ວນຄຳວ່າ ເຊລັງ (Zélande) ມາຈາກຄຳວ່າ Zeeland ໃນພາສາໂຮນລັງ ເຊິ່ງເປັນແຂວງໜຶ່ງຂອງປະເທດໂຮນລັງ ເຫດທີ່ມີຊື່ກ່ຽວຂ້ອງກັບແຂວງຂອງໂຮນລັງກໍຍ້ອນວ່ານັກສຳຫຼວດຊາວໂຮນລັງຊື່ວ່າ Abel Tasman ເປັນຊາວຕາເວັນຜູ້ທຳອິດທີ່ຄົ້ນພົບນູແວນເຊລັງ. ຫຼັງຈາກນັ້ນ ນັກສຳຫຼວດຊາວອັງກິດຊື່ ເຈມ ຄຸກ (James Cook) ກໍໄດ້ປ່ຽນການສະກົດແບບໂຮນລັງໃຫ້ເຂົ້າກັບການສະກົດແບບພາສາອັງກິດ.
ປະຫວັດສາດ[ແກ້ໄຂ]
ການເມືອງ[ແກ້ໄຂ]
ລັດຖະບານ[ແກ້ໄຂ]
ສະພາບແວດລ້ອມ[ແກ້ໄຂ]
ພູມສາດ[ແກ້ໄຂ]
ອາກາດ[ແກ້ໄຂ]
ເສດຖະກິດ[ແກ້ໄຂ]
ປະຊາກອນສາດ[ແກ້ໄຂ]
ປະເທດນູແວນເຊລັງມີປະຊາກອນປະມານ 4,401,916 ຄົນ (ກວດສອບເມື່ອປີ ຄ.ສ. 2014)[໑].
ເຊື້ອຊາດແລະການອົບພະຍົບ[ແກ້ໄຂ]
ພາສາ[ແກ້ໄຂ]
ຊາວນູແວນເຊລັງສ່ວນຫຼາຍເວົ້າພາສາອັງກິດເປັນພາສາແມ່ ໂດຍເປັນພາສາທີ່ເວົ້າໂດຍ 98% ຂອງປະຊາກອນປະເທດ[໒]. ພາສາອັງກິດສຳນຽງນູແວນເຊລັງມີລັກສະນະຄ້າຍຄຶງກັບພາສາອັງກິດສຳນຽງອົດສະຕາລີ ຍ້ອນວ່າທັງສອງມີປະຫວັດຄວາມເປັນມາທີ່ໃກ້ຄຽງກັນ.
ນອກຈາກພາສາອັງກິດ ພາສາທີ່ເວົ້າອີກພາສານຶ່ງແມ່ນພາສາມາວຣີ ແມ່ນພາສາຂອງຊາວພື້ນເມືອງມາວຣີ ເຊິ່ງເປັນຜູ້ຢູ່ອາໄສກ່ອນທີ່ຊາວອັງກິດອົບພະຍົບມາຢູ່ນູແວນເຊລັງ. ມີຊາວພື້ນເມືອງມາວຣີທັງໝົດ 599,000 ຄົນ ແຕ່ມີຜູ້ເວົ້າພາສາມາວຣີປະມານ 148,000 ພາຍໃນປະເທດ (ປີ ຄ.ສ. 2013) ແລະ ມີ 100,000 ຄົນທີ່ອ້າງວ່າຕົນຟັງອອກແຕ່ເວົ້າບໍ່ໄດ້ (ປີ ຄ.ສ. 1995)[໓].
ການສຶກສາ[ແກ້ໄຂ]
ສາສະໜາ[ແກ້ໄຂ]
ວັດທະນະທຳ[ແກ້ໄຂ]
ວັດທະນະທຳຂອງປະເທດນູແວນເຊລັງສ່ວນຫຼາຍມີຮາກເຫງົ້າມາຈາກຮີດຄອງປະເພນີຂອງຊາວອັງກິດແລະຊາວເອີລົບອື່ນ ໆ ເຊິ່ງປະສົມປະສານດ້ວຍປະເພນີຂອງຊາວມາວລີແລະຊາວໂປລີເນຊີ.
ສິລະປະ[ແກ້ໄຂ]
ວັນນະກຳ[ແກ້ໄຂ]
ສື່ແລະບັນເທີງ[ແກ້ໄຂ]
ກິລາ[ແກ້ໄຂ]
ອ້າງອີງ[ແກ້ໄຂ]
- ↑ Central Intelligence Agency. The World Factbook. /library/publications/the-world-factbook
- ↑ "QuickStats About Culture and Identity: Languages spoken". Statistics New Zealand. March 2006. ສືບຄົ້ນເມື່ອ 20 February 2008.
- ↑ Lewis, M. Paul, Gary F. Simons, and Charles D. Fennig (eds.). 2014. Ethnologue: Languages of the World, Seventeenth edition. Dallas, Texas: SIL International. Online version: http://www.ethnologue.com.