Jump to content

ອານາຈັກລ້ານນາ

ຈາກ ວິກິພີເດຍ
ອານາຈັກລ້ານນາ

ᩋᩣᨱᩣᨧᩢᨠ᩠ᨠ᩼ᩃ᩶ᩣ᩠ᨶᨶᩣ
1262–1664
ຂອງ
ເຄື່ອງໝາຍຊາດ
ເຂດອິດທິພົນຂອງລ້ານນາໃນປີ 1540
ເຂດອິດທິພົນຂອງລ້ານນາໃນປີ 1540
ສະຖານະນະຄອນລັດ (1262–1292, 1628–1631)


ລາຊະອານາຈັກ (1292–1558)
ປະເທດສະລາດຂອງອານາຈັກຕອງອູ (1558–1596, 1615–1628, 1631–1664)


ປະເທດສະລາດຂອງອານາຈັກອະຍຸດທະຍາ (1596–1615)
ເມືອງຫຼວງຊຽງຮາຍ (1262–1275)


ວຽງຝາງ (1275–1218)
ວຽງກຸມກາມ (1218–1296)


ວຽງຊຽງໃໝ່ (1296–1664)
ພາສາທົ່ວໄປຄຳເມືອງ
ພະມ້າ
ໄທ
ສາສະໜາ
ຜີ
ມະຫາຍານ
ການປົກຄອງລະບອບລາຊາທິປະໄຕແບບລະບົບສັກດິນາ
ເຈົ້າຫຼວງ 
• 1262–1311
ພະຍາມັງຮາຍ (ພະອົງທຳອິດ)
• 1351–1487
ພະເຈົ້າຕິໂລກະລາດ
• 1546–1547
ພະເຈົ້າເສດຖາທິຣາດ
• 1615–1631
ພະເຈົ້າສີສອງເມືອງ
• 1659–1664
ເຈົ້າເມືອງແພ່ (ພະອົງສຸດທ້າຍ)
ຍຸກປະຫວັດສາດຍຸກກາງ, ສະໄໝຟື້ນຟູສິນລະປະວິທະຍາ
• ສະຖາປະນາ
1262
1292
• ສ້າງຕັ້ງວຽງຊຽງໃໝ່
1296
• ຕົກເປັນຂອງອານາຈັກຕອງອູ
2 ເມສາ 1558
• ຕົກເປັນຂອງອານາຈັກອະຍຸດທະຍາ
1596
• ຕົກເປັນຂອງອານາຈັກຕອງອູຄັ້ງທີ 2
1615
• ປະກາດອິດສະຫຼະພາບ
1628
• ຕົກເປັນຂອງອານາຈັກຕອງອູຄັ້ງທີ 3
1631
• ເຖິກຍຸບຮວມເປັນຫົວເມືອງຂອງພະມ້າ
1664
ສະກຸນເງິນຈຽງ
ກ່ອນໜ້າ
ຖັດໄປ
ອານາຈັກໂຍນົກຊຽງແສນ
ອານາຈັກຫະຣິພຸນໄຊ
ນະຄອນລັດແພ່
ນະຄອນລັດພະເຍົາ
ນະຄອນລັດນ່ານ
ຫົວເມືອງລ້ານນາ
ລັດຊຽງຕຸງ
ອານາຈັດຫໍຄຳຊຽງຮຸ່ງ
ປັດຈຸບັນເປັນສ່ວນໜຶ່ງຂອງ

ອານາຈັກລ້ານນາ ແມ່ນອານາຈັກຂອງຊາວໄທຍວນໃນອະດີດອັນຕັ້ງຢູ່ບໍລິເວນພາກເໜືອຕອນເທິງຂອງປະເທດໄທ, ສິບສອງພັນນາເຊ່ນເມືອງຊຽງຮຸ່ງ (ຈິ່ງຫົງ), ມົນທົນຢູນນານ ພາກຕະເວັນອອກຂອງພະມ້າ ຝັ່ງຕະເວັນອອກຂອງແມ່ນ້ຳສາລະວິນ ອັນມີເມືອງຊຽງຕຸງເປັນເມືອງເອກ. ຝັ່ງຕະເວັນຕົກແມ່ນ້ຳສາລະວິນ ມີເມືອງນາຍເປັນເມືອງເອກ ແລະ 8 ແຂວງ (ຈັງຫວັດ) ໄດ້ແກ່ ຈັງຫວັດຊຽງໃໝ່ ລຳພູນ ລຳປາງ ຊຽງຮາຍ ພະເຍົາ ແພ່ ນ່ານ ແລະແມ່ຮ່ອງສອນ ໂດຍມີເມືອງຊຽງໃໝ່ ເປັນລາດຊະທານີ. ມີພາສາ ຕົວໜັງສື ວັດທະນະທຳ ແລະຮີດຄອງປະເພນີເປັນຂອງຕົນເອງ. ຕໍ່ມາຖືກປົກຄອງໃນຖານະລັດຖະບັນນາການຂອງອານາຈັກຕອງອູ ອານາຈັກອະຍຸທະຍາ ແລະອານາຈັກອັງວະ ຈົນສິ້ນຖານະອານາຈັກ ກາຍເປັນເມືອງສ່ວນໜຶ່ງຂອງອານາຈັກອັງວະໃນລາຊະວົງນຍອງຍານໄປໃນທີ່ສຸດ.

ລ້ານນາ ໝາຍເຖິງ ດິນແດນທີ່ມີນານັບລ້ານຫຼືມີທີ່ນາເປັນຈຳນວນຫຼາຍຄູ່ກັບລ້ານຊ້າງຄືດິນແດນທີ່ມີຊ້າງນັບລ້ານຕົວ ເມື່ອປີ ພ.ສ. 2530 ຄຳວ່າ "ລ້ານນາ" ກັບ "ລານນາ" ເປັນຫົວຂໍ້ໂຕ້ຖຽງກັນເຊິ່ງຄະນະກຳມະການຊຳຮະປະຫວັດສາດໄທ ເຊິ່ງມີ ດຮ. ປະເສີດ ນະ ນະຄອນ ເປັນປະທານ ໄດ້ໃຫ້ຫົວຂໍ້ຍຸດຕິວ່າ "ລ້ານນາ" ເປັນຄຳທີ່ຖືກຕ້ອງ ແລະເປັນຄຳທີ່ໃຊ້ກັນໃນວົງວິຊາການ

ປັນຫາທີ່ນຳໄປສູ່ການໂຕ້ຖຽງກັນນັ້ນ ສືບເນື່ອງມາຈາກໃນອະດີດການຂຽນມັກບໍ່ຄ່ອຍເຄັ່ງຄັດໃນເລື່ອງວັນນະຍຸກ ແຕ່ກໍເປັນທີ່ເຂົ້າໃຈກັນວ່າ ແມ້ນຈະຂຽນໂດຍບໍ່ມີຮູບວັນນະຍຸກໂທກຳກັບ ແຕ່ໃຫ້ອ່ານເໝືອນມີວັນນະຍຸກໂທ ສຳລັບຄຳ "ລານນາ" ນ່າຈະມາຈາກພະບໍລົມລາຊະວິນິດໄສຂອງພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວທີ່ວ່າ "ລານນາໝາຍເຖິງທຳເລທຳນາ" ເຊິ່ງເຮັດໃຫ້ຄຳວ່າລານນາໃຊ້ກັນມາເປັນເວລາເກືອບໜຶ່ງສະຕະວັດ ພາຍຫຼັງ ພ.ສ. 2510 ນັກວິຊາການລະດັບສູງພົບວ່າລ້ານນາເປັນຄຳທີຖືກຕ້ອງແລ້ວແລະຊັດເຈນຍິ່ງຂຶ້ນເມື່ອ ດຮ. ຮັນ ເພນ ຄົ້ນພົບຄຳວ່າ ລ້ານນາ ໃນສິລາຈາລຶກທີວັດຊຽງສາ ເຊິ່ງຂຽນຂຶ້ນໃນປີ ພ.ສ. 2096 ຢ່າງໃດກໍດີ ການກວດສອບຄຳວ່າ ລ້ານນາ ໄດ້ອາໄສສັບພາສາບາລີໂດຍພົບວ່າທ້າຍຄຳພີໃບລານຈາກເມືອງນ່ານແລະບ່ອນອື່ນໆ ຈຳນວນບໍ່ນ້ອຍກວ່າ 50 ແຫ່ງ ຂຽນວ່າ ສລກຂເຂຕຕນຄຣ () /ທະສະລັກຂະເຂດຕະນະຄອນ/ ແປວ່າ ເມືອງສິບແສນນາ ເປັນຄຳຄູ່ກັບເມືອງຫຼວງພະບາງທີ່ຊື່ອານາຈັກ ສີສັດຕະນາຄະນະຫຸດຫຼືຊ້າງຮ້ອຍໝື່ນ

ຄຳວ່າລ້ານນານ່າຈະເກີດຂຶ້ນຄັ້ງທຳອິດໃນສະໄໝພະຍາກືນາ ເນື່ອງຈາກພະນາມ "ກືນາ" ໝາຍເຖິງຈຳນວນຮ້ອຍລ້ານ ແລະຕໍ່ມາຄຳລ້ານນາໄດ້ໃຊ້ຮຽກກະສັດແລະປະຊາຊົນ ແພ່ຫຼາຍຫຼາຍໃນສະໄໝພະເຈົ້າຕິໂລກະລາດ

ສ່ວນການໃຊ້ຄຳວ່າ "ລ້ານນາໄທ" ນັ້ນ ສະເໝືອນການເນັ້ນຄວາມເປັນຄວາມເປັນໄທ ເຊິ່ງໃຊ້ກັນມາໃນສະໄໝຫຼັງດ້ວຍເຫດຜົນທາງການເມືອງ

ອານາເຂດ

[ດັດແກ້]

ຫຼັກຖານທາງປະຫວັດສາດກ່າວໄວ້ວ່າ ດິນແດນລ້ານນານັ້ນໝາຍເຖິງດິນແດນບາງສ່ວນຂອງອານາເຂດບໍລິເວນ ລຸ່ມນ້ຳແມ່ໂຂງ ລຸ່ມນ້ຳສາລະວິນ ແມ່ນ້ຳເຈົ້າພະຍາ ຕະຫຼອດຈົນເມືອງທີ່ຕັ້ງຕາມລຸ່ມນ້ຳສາຂາເຊັ່ນ ແມ່ນ້ຳກົກ ແມ່ນ້ຳປິງ ແມ່ນ້ຳວັງ ແມ່ນ້ຳຍົມ ແມ່ນ້ຳນ່ານ ແມ່ນ້ຳປາຍ ແມ່ນ້ຳແຕງ ແມ່ນ້ຳງັດ ໂດຍມີອານາເຂດທາງທິດໃຕ້ເຖິງເມືອງຕາກ (ອຳເພີບ້ານຕາກໃນປັດຈຸບັນ) ແລະເຖິງເຂດດິນແດນດ້ານເໜືອຂອງອານາຈັກສຸໂຂໄທ ທິດຕາເວັນຕົກເລີຍລຶກເຂົ້າໄປໃນຝັ່ງຕາເວັນຕົກຂອງແມ່ນ້ຳສາລະວິນ ທິດຕາເວັນອອກຮອດຝັ່ງຕາເວັນຕົກຂອງແມ່ນ້ຳຂອງ ທິດເໜືອຮອດເມືອງຊຽງຮຸ່ງ (ຫຼືຄົນຈີນຮຽກໃນປັດຈຸບັນວ່າ ເມືອງຈິ່ງຫົງ) ເຊິ່ງບໍລິເວນທີ່ລັດລ້ານນາແຜ່ອິດທິພົນໄປເຖິງໃນເມືອງນັ້ນໆ

ໃນສະໄໝບູຮານໄດ້ກ່າວເຖິງເມືອງຂຶ້ນກັບດິນແດນລ້ານນາມີ 57 ເມືອງ ດັງປາກົດໃນຕຳນານ ພື້ນເມືອງຂອງຊຽງໃໝ່ວ່າ ໃນ ສັດຕະປັນຍາດລ້ານນາ 57 ຫົວເມືອງ ແຕ່ກໍບໍ່ໄດ້ລະບຸວ່າມີເມືອງໃດບ້າງ ປັດຈຸບັນມີຫຼັກຖານສະໄໝທີ່ພະມ້າປົກຄອງເມືອງຊຽງໃໝ່ (ພ.ສ. 2101-2317) ແລະໄດ້ແປເປັນພາສາພະມ້າ ຕໍ່ມາໃນປີ ຄ.ສ. 2003 ທາງມະຫາວິທະຍາໄລ Yangon ໄດ້ແປເປັນພາສາອັງກິດ ຊື່ Zinme Yazawin ຫຼືຕຳນານພື້ນເມືອງຊຽງໃໝ່ສະບັບພາສາພະມ້າ ໄດ້ລະບຸເມືອງຕ່າງໆ 57 ຫົວເມືອງ ໂດຍແບ່ງອອກເປັນ 3 ກຸ່ມເມືອງ ຄື ກຸ່ມເມືອງຂະໜາດໃຫຍ່ ມີ 6 ເມືອງ ກຸ່ມເມືອງຂະໜາດກາງ ມີ 7 ເມືອງ ກຸ່ມເມືອງຂະໜາດນ້ອຍມີ 44 ເມືອງ ເຊັ່ນ ເມືອງຝາງ ເມືອງຊຽງຂອງ ເມືອງພ້າວ ເມືອງຊຽງດາວ ເມືອງລີ້ ເມືອງຍວມ ເມືອງສາດ ເມືອງນາຍ ເມືອງຊຽງຕຸງ ເມືອງຊຽງຄຳ ເມືອງຊຽງຕອງ ເມືອງນ່ານ ເມືອງເທິງ ເມືອງຍອງ ເມືອງລອງ ເມືອງຕຸ່ນ ເມືອງແຊ່ ເມືອງ ເມືອງອິງ ເມືອງໄລຄ່າ ເມືອງລອກຈັອກ ເມືອງປັ່ນ ເມືອງຍອງຫ້ວຍ ເມືອງໜອງບອນ ເມືອງສູ່ ເມືອງຈີດ ເມືອງຈາງ ເມືອງກິງ ເມືອງຈຳຄາ ເມືອງພຸຍ ເມືອງສີຊໍ ເມືອງແຫງຫຼວງ ເມືອງຫາງ ເມືອງພົງ ເມືອງດົ້ງ

ລາຍພະນາມພະມະຫາກະສັດລ້ານນາ

[ດັດແກ້]

ປະຫວັດສາດ

[ດັດແກ້]

ການກໍ່ຕັ້ງອານາຈັກ

[ດັດແກ້]
ພະບໍລົມລາຊານຸສາວະລີສາມກະສັດ; ພະຍາມັງຣາຍ,ພະຍາຣ່ວງ,ແລະພະຍາງຳເມືອງ ຂະນະຊົງປຶກສາຫາລືການສ້າງເມືອງຊຽງໃໝ່

ພະຍາມັງຣາຍ ກະສັດແຫ່ງຫິລັນນະຄອນເງິນຍາງ ອົງທີ 25 ໃນລາຊະວົງລະວະຈັງລາດປູ່ເຈົ້າລາວຈົກ ໄດ້ເລິ່ມຕີເມືອງເລັກເມືອງນ້ອຍ ຕັ້ງແຕ່ລຸ່ມແມ່ນ້ຳກົກ ແມ່ນ້ຳອິງແລະແມ່ນ້ຳປິງຕອນເທິງ ຮວບຮວມເມືອງຕ່າງໆ ໃຫ້ເປັນປຶກແຜ່ນ ນອກຈາກເງິນຍາງແລ້ວ ເຊິ່ງພະຍາມັງຣາຍບໍ່ປະສົງຈະໄດ້ເມືອງພະເຍົາດ້ວຍການສົງຄາມ ແຕ່ຊົງໃຊ້ວິທີຜູກສັມພັນທະໄມຕີແທນ ຫຼັງຈາກຂະຫຍາຍອຳນາດໄລຍະໜຶ່ງ ພະອົງຊົງຍ້າຍສູນກາງການປົກຄອງໂດຍສ້າງເມືອງຊຽງຮາຍຂຶ້ນແທນເມືອງເງິນຍາງເນື່ອງດ້ວຍຊຽງຮາຍຕັ້ງຢູ່ຮິມແມ່ນ້ຳກົກເໝາະເປັນໄຊສະໝໍລະພູມ ຕະຫຼອດຈົນເຮັດການກະເສດແລະການຄ້າຂາຍ

ຫຼັງຈາກໄດ້ຍ້າຍສູນກາງການປົກຄອງມາຢູ່ທີ່ເມືອງຊຽງຮາຍແລ້ວ ພະອົງກໍໄດ້ຂະຫຍາຍອານາຈັກແຜ່ອິດທິພົນລົງມາທາງໃຕ້ ຂະນະນັ້ນກໍໄດ້ມີອານາຈັກທີ່ຮຸ່ງເຮືອງມາກ່ອນຢູ່ແລ້ວຄືອານາຈັກຫະລິພຸນໄຊ ມີນະຄອນລຳພູນເປັນນະຄອນຫຼວງຕັ້ງໃນໄຊສະໝໍລະພູມທີ່ເໝາະສົມປະກອບດ້ວຍມີແມ່ນ້ຳສອງສາຍໄຫຼຜ່ານໄດ້ແກ່ແມ່ນ້ຳກວງແລະແມ່ນ້ຳປິງເຊິ່ງເປັນລຳນ້ຳສາຍໃຫຍ່ໄຫຼລົງສູ່ທະເລເໝາະແກ່ການຄ້າຂາຍແລະປ້ອງກັນພະນະຄອນ ມີນະຄອນລຳປາງເປັນເມືອງໜ້າດ່ານຄອຍປ້ອງກັນສຶກສັດຕູ ສອງເມືອງນີ້ເປັນເມືອງໃຫຍ່ມີກະສັດປົກຄອງຢ່າງເຂັ້ມແຂັງ ການທີ່ຈະເປັນໃຫຍ່ໃນດິນແດນແຖບນີ້ໄດ້ຈະຕ້ອງຕີອານາຈັກຫະລິພຸນໄຊໃຫ້ໄດ້ ໂດຍເລິ່ມຈາກຕີເມືອງເຂລາງນະຄອນ ນະຄອນລຳປາງ ເມືອງໜ້າດ່ານຂອງອານາຈັກຫະລິພຸນໄຊກ່ອນ ເມື່ອໄດ້ເມືອງລຳປາງແລ້ວກໍຍົກທັບເຂົ້າຕີນະຄອນລຳພູນ (ແຄວ້ນຫະລິພຸນໄຊ) ພະອົງເປັນກະສັດຊາດນັກຮົບມີຄວາມສາມາດໃນການຮົບໄປທົ່ວທຸກສາລະທິດ ສາມາດເຮັດສຶກເອາຊະນະເມືອງເລັກເມືອງນ້ອຍແມ້ນກະທັ່ງອານາຈັກຫະລິພຸນໄຊແລ້ວຮວບຮວມເຂົ້າກັບອານາຈັກໂຍນົກຊຽງແສນໄດ້ຢ່າງສົມບູນ

ຫຼັງຈາກພະຍາມັງຣາຍຮວບຮວມອານາຈັກຫະລິພຸນໄຊເຂົ້າກັບໂຍນົກຊຽງແສນເສັດສິ້ນແລ້ວ ໄດ້ຂະໜານນາມລາຊະອານາຈັກແຫ່ງໃໝ່ນີ້ວ່າ "ອານາຈັກລ້ານນາ" ພະອົງມີດຳລິຈະສ້າງລາຊະທານີແຫ່ງໃໝ່ນີ້ໃຫ້ໃຫຍ່ໂຕເພື່ອໃຫ້ສົມກັບເປັນສູນກາງການປົກຄອງແຫ່ງອານາຈັກລ້ານນາທັງໝົດ ພ້ອມກັນນັ້ນກໍໄດ້ອັນເຊີນພະສະຫາຍສະນິດຮ່ວມນ້ຳສາບານສອງພະອົງໄດ້ແກ່ ພະຍາງຳເມືອງແຫ່ງເມືອງພະເຍົາ ແລະ ພໍ່ຂຸນຮາມຄຳແຫງມະຫາລາດແຫ່ງສຸໂຂໄທ ມາຮ່ວມກັນສະຖາປະນາລາຊະທານີແຫ່ງໃໝ່ໃນສະໝໍລະພູມບໍລິເວນລຸ່ມຮິມຝັ່ງມະຫານະທີແມ່ຣະມິງ (ແມ່ນ້ຳປິງ) ໂດຍຕັ້ງຊື່ແຫ່ງໃໝ່ນິ້ວ່າ "ນົບບຸລີສີນະຄອນພິງຊຽງໃໝ່" ແຕ່ກ່ອນທີ່ຈະຕັ້ງເມືອງ ພະອົງຊົງໄດ້ສ້າງລາຊະທານີຊົ່ວຄາວຂຶ້ນກ່ອນແລ້ວ ເຊິ່ງກໍຮຽກວ່າ ວຽງກຸມກາມແຕ່ເນື່ອງຈາກວຽງກຸມກາມປະສົບໄພທຳມະຊາດໃຫຍ່ຫຼວງເກີດນ້ຳທ່ວມເມືອງຈົນກາຍເປັນເມືອງບາດານດັງນັ້ນພະອົງຈຶ່ງໄດ້ຍ້າຍລາຊະທານີມາຢູ່ ນະ ນະຄອນຊຽງໃໝ່ ໃນປີ ພ.ສ. 1839 ແລະໄດ້ເປັນສູນກາງການປົກຄອງລາຊະອານາຈັກລ້ານນານັບແຕ່ນັ້ນ ນະຄອນຊຽງໃໝ່ມີອານາເຂດບໍລິເວນຢູ່ລະຫວ່າງເຊິງດອຍອ້ອຍຊ້າງ (ດອຍສຸເທບ) ແລະບໍລິເວນທີ່ຣາບຝັ່ງຂວາຂອງແມ່ນ້ຳປິງ (ພິງນະທີ) ນັບເປັນສະໝໍລະພູມທີ່ດີແລະເໝາະແກ່ການເພາະປູກເນື່ອງຈາກເປັນບໍລິເວນທີ່ຣາບລຸ່ມມີແມ່ນ້ຳໄຫຼຜ່ານ

ການເມືອງ-ການປົກຄອງໃນສະໄໝລາຊະວົງມັງຣາຍ

[ດັດແກ້]

ພະຍາມັງຣາຍຊົງສົ່ງພະຢາດວົງຂອງພະອົງ ໄປປົກຄອງຫົວເມືອງຕ່າງໆ ທີ່ເປັນເມືອງຂຶ້ນຫຼືເມືອງທີ່ສ້າງຂຶ້ນໃໝ່ ເຊັ່ນ ເມືອງເຂລາງ (ລຳປາງ) ເມືອງເຂມມະລັດຊຽງຕຸງ (ໃນພະມ້າ) ແລະ ຊຽງຮຸ້ງ (ສິບສອງປັນນາໃນຈີນ) ຊົງສົ່ງພະລາຊະໂອລົດໄປປົກຄອງທີເມືອງໃຫຍ່ແລະສຳຄັນໆ ໄດ້ແກ່ ເມືອງນາຍ (ຫົວເມືອງໄທໃຫຍ່) ແລະຊຽງຮາຍ ເຊິ່ງເຄີຍເປັນເມືອງລາຊະທານີຂອງລ້ານນາ

ລັດຊະສະໄໝຂອງພະເຈົ້າຕິໂລກະລາດ (ພ.ສ. 1985-2030) ພະມະຫາກະສັດພະອົງທີ 9 ໃນລາຊະວົງມັງຣາຍ ພະອົງໄດ້ຮັບການຍົກຍ່ອງໃຫ້ມີຖານະແມ່ນ "ລາຊາທິລາດ" ພະອົງໄດ້ຊົງແຜ່ຂະຫຍາຍຂອບຂັນທະສີມາຂອງອານາຈັກລ້ານນາໃຫ້ຍິ່ງໃຫຍ່ແລະກວ້າງຂວາງກວ່າເດີມ

  • ດ້ານທິດເໜືອ ເມືອງຊຽງຮຸ້ງ ເມືອງຍອງ
  • ດ້ານທິດຕາເວັນອອກ ເມືອງນັນທະບຸລີ (ນ່ານ) ແພ່ ທຸ່ງຍັ້ງ (ສ່ວນນຶ່ງຂອງອຸຕະລະດິດ) ຈົນຮອດຫຼວງພະບາງ
  • ດ້ານທິດຕາເວັນຕົກ ຂະຫຍາຍໄປຈົນຮອດລັດສານ (ຕາເວັນຕົກສຽງເໜືອຂອງພະມ້າ) ເຊັ່ນ ເມືອງໄລຄາ ເມືອງຍອງຫ້ວຍ ເມືອງລີຊໍ

ໃນລັດຊະສະໄໝພະເຈົ້າຕິໂລກະລາດ ອານາຈັກລ້ານນາ ຍັງໄດ້ເຮັດສົງຄາມກັບອານາຈັກອະຍຸດທະຍາເຊິ່ງຢູ່ທາງຕອນໃຕ້ກົງກັບລັດຊະສະໄໝຂອງສົມເດັດພະບໍລົມໄຕໂລກະນາດນານເຖິງ 25 ປີ ໂດຍມີສາເຫດມາຈາກຄວາມຕ້ອງການໃນການແຜ່ອິດທິພົນເຂົ້າໄປໃນສຸໂຂໄທຂອງສອງອານາຈັກ ແຕ່ບໍ່ມີຝ່າຍໃດໄດ້ໄຊຊະນະຢ່າງເດັດຂາດ ທັງສອງອານາຈັກຈຶ່ງຜູກສັມພັນທະໄມຕີຕໍ່ກັນ ຈົນກະທັ່ງອານາຈັກລ້ານນາຕົກເປັນປະເທດສະລາດຂອງພະມ້າໃນປີ ພ.ສ. 2101

ການລົ່ມສະຫຼາຍຂອງອານາຈັກ

[ດັດແກ້]
ວັດເຈດີຫຼວງ ສ້າງຂຶ້ນໃນຊ່ວງຍຸກທອງຂອງລ້ານນາ ອົງພະເຈດີພັງທະລາຍລົງມາດ້ວຍແຮງແຜ່ນດິນໄຫວເມື່ອປີ ຄ.ສ. 1545 ອັນເປັນລາງບອກເຫດຄວາມແຕກແຍກໃນລາຊະສຳນັກແລະຄວາມອ່ອນແອຂອງອານາຈັກ

ອານາຈັກລ້ານນາເລິ່ມເສື່ອມລົງໃນປາຍລັດຊະສະໄໝ "ພະຍາແກ້ວ" ເມື່ອກອງທັບຊຽງໃໝ່ໄດ້ພ່າຍແພ້ແກ່ທັບຊຽງຕຸງໃນການເຮັດສົງຄາມຂະຫຍາຍອານາຈັກໄພ່ພົນໃນກຳລັງລົ້ມຕາຍເປັນຈຳນວນຫຼາຍປະກອບກັບປີນັ້ນເກີດອຸທົກກະໄພໃຫຍ່ຫຼວງຂຶ້ນໃນເມືອງຊຽງໃໝ່ ເຮັດໃຫ້ບ້ານເຮືອນລາດສະດອນເສຍຫາຍແລະມີຜູ້ຄົນເສຍຊີວິດເປັນຈຳນວນຫຼາຍ ສະພາບບ້ານເມືອງເລິ່ມອ່ອນແອເກີດຄວາມບໍ່ມັ່ນຄົງ ຫຼັງຈາກ "ພະຍາແກ້ວ" ສິ້ນພະຊົນກໍເກີດການແຍ່ງຊິງລາຊະສົມບັດ ລະຫວ່າງຂຸນນາງມີອຳນາດຫຼາຍຂຶ້ນເຖິງກັບແຕ່ງຕັ້ງຫຼືຖອດຖອນເຈົ້າໄດ້ ເມື່ອນະຄອນຊຽງໃໝ່ສູນກາງອຳນາດເກີດສັ່ນຄອນ ເມືອງຂຶ້ນຕ່າງໆ ທີ່ຢູ່ໃນການປົກຄອງຂອງຊຽງໃໝ່ຈຶ່ງແຍກຕົວເປັນອິດສະລະ ແລະບໍ່ສົ່ງເຄື່ອງບັນນາການອີກຕໍ່ໄປ

เมื่อกรุงศรีอยุธยาแตกครั้งที่ 1 พระเจ้าบุเรงนอง แห่งอาณาจักรตองอูได้ทำศึกมีชัยชนะไปทั่วทุกทิศานุทิศ จนได้รับการขนานนามพระเจ้าผู้ชนะสิบทิศ พระเจ้าบุเรงนองได้ทำศึกยึดครองนครเชียงใหม่ไปประเทศราชได้สำเร็จ รวมทั้งได้เข้าได้ยึดเมืองลูกหลวงและเมืองบริเวณของเชียงใหม่ไปเป็นประเทศราชด้วย ในช่วงแรกนั้นทางพม่ายังไม่ได้เข้ามาปกครองเชียงใหม่โดยตรง เนื่องจากยุ่งกับการศึกกับกรุงศรีอยุธยา แต่ยังคงให้พระเจ้าเมกุฏิสุทธิวงศ์ ทำการปกครองบ้านเมืองต่อตามเดิม แต่ทางเชียงใหม่จะต้องส่งเครื่องราชบรรณาการไปให้หงสาวดี ต่อมาพระเจ้าเมกุฎิ ทรงคิดที่จะตั้งตนเป็นอิสระ ฝ่ายพม่าจึงปลดออกและแต่งตั้งมหาเทวีวิสุทธิ ผู้มีเชื้อราชวงศ์มังราย ซึ่งสันนิษฐานว่าอาจเป็นพระมารดาของพระเจ้าเมกุฏิ[1][2] ขึ้นเป็นเจ้าเมืองเชียงใหม่แทน จนกระทั่งมหาเทวีวิสุทธิสิ้นพระชนม์ ทางฝ่ายพม่าจึงได้ส่งเจ้านายทางฝ่ายพม่ามาปกครองแทน เพื่อคอยดูแลความเรียบร้อยของเมืองเชียงใหม่ ในสมัยนั้นเมืองเชียงใหม่เกือบจะเป็นเมืองพระยามหานครของพม่าแล้ว อีกประการหนึ่งก็เพื่อที่จะเกณฑ์พลชาวเชียงใหม่ และเตรียมเสบียงอาหารเพื่อไปทำศึกสงครามกับทางกรุงศรีอยุธยา

อาณาจักรล้านนาในฐานะเมืองขึ้นของพม่า มีการกบฏแก่งแย่งชิงอำนาจกันอยู่ตลอดเวลา ไม่ใช่แต่เชียงใหม่อย่างเดียว แต่เมืองอื่น ๆ ในล้านนาก็ด้วย จนกระทั่งราชวงศ์นยองยาน สถาปนาอาณาจักรรัตนปุระอังวะอีกครั้งจึงหันมาปกครองเชียงใหม่โดยตรง

ສິລະປະ

[ດັດແກ້]
ເບິ່ງບົດຄວາມຫຼັກທີ່: ສິລະປະລ້ານນາ

ອ້າງອິງ

[ດັດແກ້]

ແມ່ແບບ:ລາຍການອ້າງອິງ

  1. สรัสวดี อ๋องสกุล ศาสตราจารย์. ประวัติศาสตร์ล้านนา. พิมพ์ครั้งที่ 6. กรุงเทพฯ:อมรินทร์, 2552. หน้า 272
  2. สุเนตร ชุตินธรานนท์. ดร. พม่ารบไทย. พิมพ์ครั้งที่ 10. กรุงเทพฯ:มติชน, 2554. หน้า 293