Jump to content

ກຸ່ມຊາດພັນໄທ-ກະໄດ

ຈາກ ວິກິພີເດຍ
ກຸ່ມຊາດພັນໄທ-ກະໄດ
ປະຊາກອນທັງໝົດ
ພູມິພາກທີມີປະຊາກອນຢ່າງສຳຄັນ
ປະເທດຈີນ ສາທາລະນະລັດປະຊາຊົນຈີນ
ໄທ ປະເທດໄທ
ປະເທດອິນເດຍ ປະເທດອິນເດຍ
ປະເທດລາວ ປະເທດລາວ
ຫວຽດນາມ ປະເທດຫວຽດນາມ
ປະເທດມຽນມາ ປະເທດພະມ້າ
ປະເທດມາເລເຊຍ ປະເທດມາເລເຊຍ
ປະເທດກຳປູເຈຍ ປະເທດກຳປູເຈຍ
ພາສາ
ຕະກູນພາສາໄທ-ກະໄດ
ສາສະໜາ
ສ່ວນໃຫຍ່ນັບຖືສາສະໜາພຸດນິກາຍເຖຣະວາດ ນັບຖືສິ່ງເໜືອທຳມະຊາດ ฯລฯ


ກຸ່ມຊາດພັນໄທ-ກະໄດ ຫຼືບາງເທື່ອຮຽກວ່າ ກຸ່ມຊາດພັນໄຕ-ໄທ ແມ່ນຊື່ຮຽກໂດຍຮວມຂອງກຸ່ມຊາດພັນທັງໝົດໃນຕະກູນພາສາໄທ-ກະໄດ ກຸ່ມຊາດພັນໄທ-ກະໄດຢູ່ໃນພູມິພາກອຸສາຄະເນ ຮັບປະທານເຂົ້າເຈົ້າຫຼືເຂົ້າໜຽວ ເປັນອາຫານຫຼັກ ນິຍົມປູກເຮືອນເສົາສູງ ມີໃຕ້ຖຸນ ອາໄສທັງໃນທີ່ຣາບລຸ່ມແລະບົນພູເຂົາ ປະເພນີສົບເປັນວິທີເຜົາຈົນເປັນເຖົ້າແລ້ວເກັບອັດຖິໄວ້ໃຫ້ລູກຫຼານບູຊາ ສາດສະໜາດັ້ງເດີມເປັນການນັບຖືຜີ ນັບຖືບັນພະບຸລຸດ ແລະບູຊາແຖນ (ຜີຟ້າຫຼືເສື້ອເມືອງ) ມີປະເພນີສຳຄັນຄື ປະເພນີສົງການ ເຊິ່ງເປັນປະເພນີສະເຫຼີມສະຫຼອງວະສັນຕະວິສຸວັດ ແລະການຂຶ້ນປີໃໝ່ ທັງນີ້ ຄຳຮຽກ ໄຕ ແມ່ນຄຳທີ່ກຸ່ມຊົນຕະກູນໄທໃຫຍ່ໃຊ້ຮຽກຕົນເອງ ສ່ວນ ໄທ ເປັນຄຳດຽວກັນ ແຕ່ເປັນສຳນຽງຂອງຊາວໄທນ້ອຍແລະໄທສະຫຍາມ ບາງຄັ້ງ ການໃຊ້ຄຳ ໄຕ-ໄທ ໃນວົງແຄບຈະໝາຍເຖິງສະເພາະຜູ້ທີ່ໃຊ້ພາສາໃນກຸ່ມພາສາໄທ (ບໍ່ຮວມກຸ່ມພາສາໄທ-ກະໄດ ເຊັ່ນ ລັກເກຍ ແສກ ຄຳ ຕົ້ງ ຫຼື ເຈຍມາວ ຯລຯ)

ປະຫວັດ

[ດັດແກ້]

ໃນອະດີດເຊື່ອກັນວ່າ ກຸ່ມຊາດພັນໄທ-ກະໄດອົບພະຍົບມາຈາກເທືອກເຂົາອັນໄຕ ຕໍ່ມາກໍເຊື່ອວ່າອົບພະຍົບມາຈາກຕອນກາງຂອງປະເທດຈີນ ແລະກໍເຊື່ອກັນວ່າກຳເໜີດໃນບໍລິເວນຈີນຕອນໃຕ້ເປັນອານາຈັກນ່ານເຈົ້າ ແລະອົບພະຍົບລົງມາທາງຕອນໃຕ້ສ້າງເປັນອານາຈັກລ້ານນາແລະອານາຈັກສຸໂຂໄທ ສ່ວນອີກທິດສະດີເຊື່ອວ່າອົບພະຍົບມາຈາກທາງໃຕ້ ຈາກຊະວາ ສຸມາດຕາ ແລະຄາບສະໝຸດມະລາຍູ ແຕ່ນັກມານຸດວິທະຢາໃນປັດຈຸບັນເຊື່ອກັນວ່າ ກຸ່ມຊາດພັນ-ໄທ-ກະໄດ ຢູ່ທີ່ບໍລິເວນຈີນຕອນໃຕ້ເລື່ອຍມາຈົນຮອດລັດສານ (ປະເທດພະມ້າ) ປະເທດໄທຕອນບົນ ແລະແອ່ງທີ່ຣາບລຸ່ມພາກອີສານ ເລື່ອຍໄປຍັງປະເທດລາວ ຫຼັງຈາກນັ້ນຈຶງມີການອົບພະຍົບຕື່ມ ເຊັ່ນ ກຸ່ມຊາວອາຫົມທີ່ອົບພະຍົບຂ້າມຊ່ອງປາດໄກ່ ໄປຍັງອັດສັມແລະຊາວໄທແດງທີ່ອົບພະຍົບໄປຕັ້ງຖິ່ນຖານບໍລິເວນອານາຈັກສິບສອງຈຸໄທ ໂດຍທັງໝົດມີທິດສະດີຢູ່ດັງນີ້

ທິດສະດີທີ່ 1 ຊົນຊາດໄທ-ກະໄດ ມາຈາກເທືອກເຂົາອັນໄຕ ທິດສະດີນີ້ ຫຼວງວິຈິດວາດທະການ (ວິຈິດ ວາດທະການ) (ຂະນະດຳລົງຕຳແໜ່ງບັນດາສັກຂຸນ) ໃຫ້ການສະນັບສະໜຸນວ່າຊົນຊາດໄທ-ກະໄດ ມາຈາກເທືອກເຂົາອັນໄຕ ແລ້ວມາສ້າງອານາຈັກນ່ານເຈົ້າ ແລ້ວຈຶງອົບພະຍົບມາສ້າງລ້ານນາແລະສຸໂຂໄທ ໂດຍເຊື່ອຄຳວ່າໄຕ ທ້າຍຄຳວ່າອັນໄຕ (Altai) ໝາຍເຖິງຊົນຊາດໄທ-ກະໄດ ແຕ່ທິດສະດີນີ້ຕໍ່ມາພິສູດແລ້ວວ່າບໍ່ຈິງ ອີກທັງອັນໄຕເປັນພາສາອັນໄຕອິກ ບໍ່ແມ່ນພາສາໄທ-ກະໄດແລະນ່ານເຈົ້າ ປັດຈຸບັນໄດ້ຮັບການພິສູດວ່າແມ່ນອານາຈັກຂອງຊົນຊາດໄປ໋

ທິດສະດີທີ່ 2 ຊົນຊາດໄທ-ກະໄດ ມາຈາກໝູ່ເກາະທະເລໃຕ້ ແບແນດິກສະເໜີວ່າ ໄທພ້ອມກັບພວກຟິລິບປິນ ມາເລເຊຍ ແລະອິນໂດເນເຊຍອົບພະຍົບມາຈາກໝູ່ເກາະທະເລໃຕ້ ແຖບເສ້ນສູນສູດ ຂຶ້ນມາຕັ້ງຖິ່ນຖານໃນດິນແດນອຸສາຄະເນ ແລະໝູ່ເກາະຟິລິບປິນ ແບແນດິກຍົກເລື່ອງຄວາມເໝືອນຂອງພາສາມາສະນັບສະໜຸນ ເຊັ່ນ ຄຳວ່າປະຕາຍໃນພາສາກາຕາລອກ ແປວ່າ ຕາຍ ອາກູ ແປວ່າ ກູ ຄາລາບາວ ແປວ່າ ກະບື ເປັນຕົ້ນ ປະເດັນນີ້ນັກພາສາສາດແລະນັກນິຮຸກຕິສາດສ່ວນໃຫຍ່ບໍ່ຍອມຮັບວິທີການຂອງແບແນດິກ ເພາະເປັນການພາສາປັດຈຸບັນຂອງຟິລິບປິນມາທຽບກັບໄທ ແທນທີ່ຈະຍ້ອນກັບໄປເມື່ອ 1200 ປີທີ່ແລ້ວ ວ່າຄຳໄທຄວນຈະເປັນແນວໃດ ແລະຄຳຟິລິບປິນຄວນຈະເປັນແນວໃດ ແລ້ວຈຶງນຳມາທຽບກັນໄດ້ ນອກຈາກນີ້ ຜູ້ທີ່ເຊື່ອທິດສະດີນີ້ຍັງເຫດຜົນທາງກາຍວິພາກ ເນື່ອງຈາກຄົນໄທແລະຄົນຟິລິບປິນ ມີລັກສະນະທາງກາຍວິພາກຄ້າຍກັນ

ທິດສະດີທີ່ 3 ຊົນຊາດພັນໄທ-ກະໄດ ອາໄສຢູ່ໃນບໍລິເວນສຸວັນນະພູມຢູ່ແລ້ວ ນັກວິຊາການທ່ານໜຶ່ງສະເໜີຊົນຊາດໄທ-ກະໄດ ອາດຈະຢູ່ໃນບໍລິເວນນີ້ມາຕັ້ງແຕ່ສະໄໝກ່ອນປະຫວັດສາດ ໂດຍອ້າງຕາມຫຼັກຖານໂຄງກະດູກທີ່ບ້ານຊຽງແລະບ້ານເກົ່າແຕ່ໝ່ອມເຈົ້າສຸພັດທະລະດິດ ດິດສະກຸນ ຊົງອ້າງຄວາມເຫັນຂອງກໍແມນວ່າໂຄງກະດູກຂອງຄົນບ້ານຊຽງ ມີລັກສະນະຄ້າຍກັບກະດູກມະນຸດທີ່ຢູ່ຕາມໝູ່ເກາະມະຫາສະໝຸດແປຊິຟິກ ອີກປະການໜຶ່ງ ຊົງອ້າງເຖິງຈາຣຶກໃນດິນແດນສຸວັນນະພູມວ່າເປັນຈາຣຶກທີ່ເຮັດໃນພາສາມອນມາຈົນຮອດປະມານ ຄ.ສ. 1187 ບໍ່ເຄີຍມີຈາຣຶກພາສາໄທໃນຊ່ວງເວລາດັງກ່າວເລີຍ

ທິດສະດີທີ່ 4 ກຸ່ມຊາດພັນໄທ-ກະໄດ ອາໄສຢູ່ບໍລິເວນຈີນຕອນໃຕ້ແລະເຂດວັດທະນະທຳໄທ-ກະໄດ ທິດສະດີນີ້ເປັນທີ່ຍອມຮັບຂອງນັກພາສາສາດ ນິຮຸກຕິສາດແລະປະຫວັດສາດໃນປັດຈຸບັນຫຼາຍທີ່ສຸດ ໂດຍອາຈານ ເກັດນີຍ໌ ເຈົ້າຂອງທິດສະດີໃຊ້ເຫດຜົນປະກອບດ້ວຍທິດສະດີທາງພາສາວ່າ ພາສາເກີດບ່ອນໃດຈະມີພາສາທ້ອງຖິ່ນຫຼາຍຊະນິດເກີດຂຶ້ນແຖບບໍລິເວນນັ້ນ ເພາະຢູ່ມາດົນຈົນແຕກຕ່າງກັນອອກໄປ ໂດຍຍົກຕົວຢ່າງພາສາອັງກິດບົນເກາະອັງກິດ ມີສຳນຽງຖິ່ນຫຼາຍແລະບາງຖິ່ນອາດຟັງບໍ່ເຂົ້າໃຈກັນ ແຕ່ຂະນະທີ່ພາສາອັງກິດໃນສະຫະລັດອາເມລິກາ ມີສຳນຽງຖິ່ນໜ້ອຍຫຼາຍແລະເວົ້າຟັງເຂົ້າໃຈກັນໂດຍຕະຫຼອດ ປຽບທຽບກັບຊາວຈ້ວງໃນມົນທົນກວາງສີ ແມ້ນມີໄລຍະຫ່າງກັນພຽງ 20 ກິໂລແມັດ ແຕ່ກໍແຍກສຳນຽງຖິ່ນອອກເປັນຈ້ວງເໜືອແລະຈ້ວງໃຕ້ ເຊິ່ງສຳນຽງບາງຄຳຕ່າງກັນຫຼາຍແລະຟັງກັນບໍ່ຮູ້ເລື່ອງທັງໝົດ ຂະນະທີ່ພາສາຖິ່ນໃນໄທ (ພາສາໄທກາງ) ແລະພາສາຖິ່ນໃນລາວ (ພາສາລາວ) ກັບຟັງເຂົ້າໃຈກັນໄດ້ຕະຫຼອດຫຼາຍກວ່າ

ຕົ້ນກຳເໜີດຂອງຊາວໄທ

[ດັດແກ້]

ໃນລາຍງານຕີພິມເມື່ອປີ 2004 ນັກພາສາສາດ Laurent Sagart ສົມມຸດຕິຖານວ່າພາສາໄທ-ກະໄດ ເລິ່ມແຮກກຳເໜີດຈາກພາສາອອສໂຕນີຊຽນ ເຊິ່ງຜູ້ອົບພະຍົບນຳຕິດຕົວຈາກໄຕ້ຫວັນໄປຮອດຈີນແຜ່ນດິນໃຫຍ່ ຫຼັງຈາກນັ້ນພາສານີ້ກໍໄດ້ຮັບອິດທິພົນຢ່າງຫຼາຍຈາກພາສາພື້ນເມືອງຕ່າງໆ ຕັ້ງແຕ່ຊິໂນ-ທິເບຕັນ, ມົ້ງ-ມ່ຽນ ຈົນຮອດຕະກູນພາສາອື່ນໆ ໂດຍຮັບຄຳສັບເຂົ້າມາຈຳນວນຫຼາຍແລະຄ່ອຍໆ ກາຍໂຄງສ້າງພາສາມາຄ້າຍກັນ ປັດຈຸບັນເມື່ອບໍ່ດົນມານີ້ກຸ່ມຄົນບາງກຸ່ມທີ່ເວົ້າພາສາໄທໄດ້ໄດ້ອົບພະຍົບໄປທາງທິດໃຕ້ຜ່ານເທືອກເຂົາຕ່າງໆ ເຂົ້າສູ່ເອເຊຍຕາເວັນອອກສຽງໃຕ້ ອາດຈະທັນທີໂດຍການມາຮອດຂອງຊາວຈີນຮັ່ນໄປຈີນຕອນໃຕ້

ມໍລະດົກທາງພາສາບໍ່ໄດ້ເຊື່ອມໂຍງຢ່າງໄກ້ຊິດກັບມໍລະດົກທາງພັນທຸກຳເນື່ອງຈາກການປ່ຽນພາສາ ເມື່ອປະຊາກອນຕ່າງຮຽນຮູ້ພາສາໃໝ່ໆ ຊາວໄທມີແນວໂນ້ມທີ່ຈະມີອັດຕາການປາກົດຂອງ Y-DNA Haplogroup O2a ສູງຫຼາຍແລະອັດຕາການປາກົດຂອງ O2a1 ແລະ O1 ປານກາງ ຢ່າງໃດກໍຕາມເຊື່ອກັນວ່າ Y-DNA haplogroup O1 ມີຄວາມສັມພັນກັບຜູ້ເວົ້າພາສາອອສໂຕນີຊຽນ ແລະຜູ້ທີ່ເວົ້າພາສາໄທ ຄວາມແພ່ຫຼາຍຂອງ Y-DNA haplogroup O1 ໃນໝູ່ທີ່ເວົ້າພາສາອອສໂຕນີຊຽນແລະຜູ້ທີ່ເວົ້າພາສາຍັງບົ່ງບອກເຖິງບັນພະບຸລຸດຮ່ວມກັນກັບຜູ້ທີ່ເວົ້າພາສາຊິໂນ-ທິເບຕັນ, ອອສໂຕ-ເອເຊຍຕິກ ແລະມົ້ງ-ມ່ຽນເມື່ອປະມານ 35,000 ປີກ່ອນໃນຈີນ , Y-DNA haplogroup O2a ຖືກພົບດ້ວຍອັດຕາການປາກົດສູງໃນໝູ່ຄົນໄທສ່ວນໃຫຍ່ ເຊິ່ງເປັນຄຸນລັກສະນະທີ່ຄົນໄທມີຮ່ວມກັບກຸ່ມຊາດພັນທີ່ອາໄສໄກ້ຄຽງນັ້ນຄືຜູ້ທີ່ເວົ້າພາສາອອສໂຕ-ເອເຊຍຕິກໃນມົນທົນຈີນຕອນໃຕ້, Y-DNA haplogroups O1 ແລະ O2a ເປັນກຸ່ມຍ່ອຍຂອງ O ເຊິ່ງເປັນກຸ່ມຍ່ອຍຂອງ K ອີກເທື່ອເຊິ່ງເປັນການກາຍພັນເຊິ່ງເຊື່ອກັນວ່າໄດ້ເກີດຂຶ້ນເມື່ອ 40,000 ປີກ່ອນ ນະ ບ່ອນໃດບ່ອນນຶ່ງລະຫວ່າງອີຮ່ານກັບຈີນຕອນກາງ

ການແບ່ງປະເພກ

[ດັດແກ້]

ການແບ່ງກຸ່ມຊາດພັນໄທ-ກະໄດ ເຮັດໄດ້ຫຼາຍວິທີ ເຊັ່ນ ແບ່ງຕາມວັດທະນະທຳ ແບ່ງຕາມພາສາທີ່ໃຊ້ ແລະແບ່ງຕາມປະເທດໃນປັດຈຸບັນ

ແບ່ງຕາມວັດທະນະທຳ

[ດັດແກ້]

ການແບ່ງຕາມວັດທະນະທຳເປັນການແບ່ງຕາມຫຼັກມານຸດວິທະຢາ ໂດຍໃຊ້ຫຼັກເກນດ້ານວັດທະນະທຳແລະປະເພນີ ເຊິ່ງສາມາດແບ່ງອອກໄດ້ເປັນ 3 ກຸ່ມ ຄື ໄທໜ້ອຍ ໄທໃຫຍ່ແລະໄທສະຫຍາມ

ໄທໜ້ອຍ

[ດັດແກ້]

ຕະກູນຊາດພັນໄທໜ້ອຍ ໝາຍເຖິງກຸ່ມທີ່ມີຖິ່ນຖານຢູ່ບໍລິເວນຝັ່ງຕາເວັນອອກຂອງແມ່ນ້ຳຂອງ ປະກອບດ້ວຍໃນລາວຈົນຮອດລຸ່ມແມ່ນ້ຳດຳ-ແດງໃນຫວຽດນາມແລ້ວເລີຍໄປຈົນຮອດຕອນໃຕ້ຂອງຈີນ ເອກະລັກຕະກູນຊາດພັນໄທໜ້ອຍຄື ມີການປູກເຮືອນແບບຍາວລຶກເຂົ້າໄປແລະບໍ່ມີການສ້າງໃນລະດັບທີ່ຊັບຊ້ອນຫຼາຍ ໃນສະຖາປັດຕະຍະກຳຂັ້ນສູງມີການປະດັບຕົກແຕ່ງຄ່ອນຂ້າງໜ້ອຍ ເນັ້ນຄວາມອ່ອນຊ້ອຍຂອງສິລະປະ ແຕ່ເສື້ອຜ້າອາດຈະເຄື່ອງປະດັບຫຼາຍກວ່າ ໂດຍກຸ່ມຊາດພັນໃນຕະກູນນີ້ໄດ້ແກ່ ໄທລາວ ໄທດຳ (ພາສາໄທເອິ້ນວ່າລາວໂຊ້ງ) ໄທຂາວ ໄທແດງ ໄທພວນ (ພາສາໄທມັກຈະເອິ້ນວ່າລາວພວນ) ໄທຮ່າງຕົງ ຕູລາວ ຫຼີ ເຈຍມາວ ເກລາວ ລາຕິ ລາຄົວ ລາຮາ ຈາບຽວ ເບ ໄທແສກ ລັກເກຍ ຄຳ ສຸຍ ມູ່ຫຼ່າວ ເມົາໜານ ໄທຫຍໍ້ ຜູ້ໄທ ຕົ້ງ ຈ້ວງ ຄັງ ນຸງ ໂທ້ ເປັນຕົ້ນ ກຸ່ມນີ້ເປັນກຸ່ມທີ່ມີຄວາມຫຼາກຫຼາຍກວ່າໄທໃຫຍ່ ໂດຍສະເພາະດ້ານພາສາ ເຊິ່ງກຸ່ມພາສາທັງ 3 ກຸ່ມ ຮວມເຖິງພາສາກະໄດນຳ.

ໄທໃຫຍ່

[ດັດແກ້]

ຕະກູນຊາດພັນໄທໃຫຍ່ ໝາຍເຖິງກຸ່ມຊາດພັນທີ່ມີຖິ່ນຖານເດີມ ຢູ່ບໍລິເວນຝັ່ງຕາເວັນຕົກຂອງແມ່ນ້ຳຂອງ ເລີຍໄປຮອດລຸ່ມນ້ຳສາລະວິນ ອິຍະວະດີ ແລະພົມມະບຸດ ເອກະລັກຂອງຕະກູນຊາດພັນໄທໃຫຍ່ຄື ມີລະບົບການປູກບ້ານສ້າງເຮືອນທີ່ຊັບຊ້ອນຫຼາຍກວ່າໄທໜ້ອຍ ໂດຍບ້ານມັກຈະມີການກັ້ນຫ້ອງແບ່ງລະດັບຍົກຫຼັງຄາທີ່ສະລັບຊັບຊ້ອນກວ່າ ນອກຈາກນີ້ໃນສະຖາປັດຕະຍະກຳຂັ້ນສູງ ມັກຈະມີການປະດັບຕົກແຕ່ງຫຼາຍກວ່າ ໂດຍກຸ່ມຊາດພັນໃນຕະກູນນີ້ ໄດ້ແກ່ພວກ ໄທໃຫຍ່ (ໄທໃຫຍ່ເອິ້ນຕົນເອງວ່າ ໄຕຫຼືໄຕໂຫຼງ (ໄທຫຼວງ) ສ່ວນຄຳວ່າໄທໃຫຍ່ແມ່ນຊື່ໃນພາສາໄທແລະພາສາລາວເທົ່ານັ້ນ ບໍ່ແມ່ນຊື່ທີ່ເຂົາເອິ້ນຕົນເອງ) ໄທເໜືອ ໄທຂຶນ ໄທລື້ ໄທຍວນ (ລາວຍວນ) ອາຫົມ ອ່າຍຕົນ ຄຳຍັງ ຄຳຕີ່ ພ່າເກ ນະລາ ຈັນຫາລີ ແລະ ຕຸລຸງ ເປັນຕົ້ນ

ຕະກູນຊາດພັນໄທສະຫຍາມ ໝາຍເຖິງກຸ່ມຊາດພັນທີ່ອາໄສຢູ່ລຸ່ມແມ່ນ້ຳລຸ່ມ ແມ່ນ້ຳຍົມ ແມ່ນ້ຳນ່ານ ແມ່ນ້ຳເຈົ້າພະຍາ ແມ່ນ້ຳແມ່ກອງ ແມ່ນ້ຳເພັດຊະບຸລີ ເລື່ອຍໄປຈົນຮອດທີ່ຣາບລຸ່ມທະເລສາບສົງຂາ ບໍລິເວນຈັງຫວັດເກາະກົງ (ປະເທດກຳປູເຈຍ) ແລະບໍລິເວນຈັງຫວັດເກາະສອງ (ເຂດຕະນາວສີ ປະເທດພະມ້າ) ໄທສະຫຍາມ ແມ່ນກຸ່ມຊາດພັນທີ່ມີການເວົ້າເຖິງແລະຖົກຖຽງທີ່ມາຫຼາຍທີ່ສຸດ ໂດຍມີການສະເໜີທິດສະດີຂຶ້ນມາ ທັງມາຈາກເທືອກເຂົາອັນໄຕ ຫຼືມາຈາກໝູ່ເກາະທະເລໃຕ້ ດ້ວຍເຊື່ອວ່າ ໄທສະຫຍາມ ເປັນຊາດພັນບໍລິສຸດ ແລະເປັນຕົ້ນຕະກູນຂອງທຸກຊາດພັນໃນຕະກູນຂອງທຸກຊາດພັນໃນຕະກູນພາສາໄທ-ກະໄດ ແຕ່ໃນປັດຈຸບັນ ນັກວິຊາການສ່ວນຫຼາຍຍອມຮັບແລ້ວວ່າ ໄທສະຫຍາມບໍ່ແມ່ນຊາດພັນບໍລິສຸດ ແຕ່ເປັນຊາດພັນທີ່ມີການຜະສົມຜະສານກັນ ທັງພາຍໃນແລະພາຍນອກ ໂດຍວັດທະນະທຳສ່ວນຫຼາຍແມ່ນສ່ວນຜະສົມລະຫວ່າງໄທໜ້ອຍແລະໄທໃຫຍ່ ນອກຈາກນີ້ຍັງມີວັດທະນະທຳຈາກພາຍນອກເຂົ້າມາຜະສົມທັງຈາກ ມອນ ຂອມ (ຂະເໝນບູຮານ) ແລະມະລາຍູ ອີກດ້ວຍ

ແບ່ງກຸ່ມຕາມພາສາ

[ດັດແກ້]

ກຸ່ມພາສາໄຫຼ-ເກຍັນ

[ດັດແກ້]

ໝາຍເຖິງຜູ້ທີ່ໃຊ້ພາສາໃນກຸ່ມພາສາໄຫຼແລະກຸ່ມພາສາເກຍັນ ເຊິ່ງປະກອບດ້ວຍ ຫຼີ ເຈຍມາວ ເກລາວ ລາຕິ ລາຕິຂາວ ຈາບຽວ ລາຄົວ ແລະ ລາຮາ ເປັນຕົ້ນ

ກຸ່ມພາສາລັກເກຍ-ກຳ-ສຸຍ

[ດັດແກ້]

ໝາຍເຖິງຜູ້ທີ່ໃຊ້ພາສາອື່ນໆ ໃນກຸ່ມພາສາກຳ-ໄທ ຍົກເວັ້ນພາສາໄທ ເຊິ່ງປະກອບດ້ວຍ ເບ ແສກ ລັກເກຍ ອ້າຍຈາມ ຕົ້ງ ຄັງ ມູ່ຫຼາມ ເໝາໜານ ແລະ ສຸຍ ເປັນຕົ້ນ

ກຸ່ມພາສາໄທ

[ດັດແກ້]

ໝາຍເຖິງກຸ່ມຊົນທີ່ໃຊ້ພາສາໄທ ເຊັ່ນ ໄທດຳ (ລາວໂຊ້ງ) ໄທຍວນ (ລາວຍວນ) ໄທຂາວ ໄທສະຫຍາມ ໄທຮ່າງຕົງ ໄທແດງ ໄທພວນ (ລາວພວນ) ຕູລາວ ໄທລາວ (ລາວ) ໄທຫຍໍ້ ຜູ້ໄທ ໄທອີສານ (ລາວ) ອາຫົມ ອ່າຍຕົນ ຄຳຕີ່ ຄຳຍັງ ພ່າເກ ໄທຂຶນ ໄທໃຫຍ່ (ສານ) ໄທລື້ ໄທເໜືອ ປາຍີ ໄທຖານ ໄທຍອງ ໄທຫຍ້າ ຈ້ວງ ນຸງ ຕ່າຍ (ໂທ້) ຕຸລຸງ ນາງ ແລະ ປູຍີ ເປັນຕົ້ນ

ແບ່ງຕາມປະເທດໃນປັດຈຸບັນ

[ດັດແກ້]

ໃນປະເທດໄທ ກຸ່ມຊາດພັນໄທ-ກະໄດໂດຍສະເພາະໄທສະຫຍາມແມ່ນປະຊາກອນກຸ່ມຫຼັກຂອງປະເທດ ເຊິ່ງກຸ່ມຊາດພັນທັງໝົດປະກອບດ້ວຍ ໄທໃຫຍ່ (ສານ ງ້ຽວ) ໄທລື້ ໄທຂຶນ (ໄທເຂິນ) ໄທຍອງ ໄທຍວນ ໄທດຳ (ລາວໂຊ້ງ) ໄທສະຫຍາມ ຜູ້ໄທ (ຫຍໍ້, ໂຍ້ຍ) ໄທພວນ (ລາວພວນ) ໄທລາວ ລາວແງ້ວ ໄທແສກ ລາວຄັ່ງ ໄທກາ ໄທຫຍ່າ ລາວຕີ້ ລາວວຽງ ລາວຫຼົ່ມ ແລະ ຄຳຕີ່

ໃນປະເທດລາວກໍເຊັ່ນດຽວກັນກັບໄທ ທີ່ມີກຸ່ມຊາດພັນໄທ-ກະໄດ ເປັນປະຊາກອນກຸ່ມຫຼັກຂອງປະເທດ ປະກອບດ້ວຍ ໄທລາວ ລາວຕີ້ ລາວວຽງ (ພາສາລາວເອິ້ນວ່າໄທວຽງແລະແຄ່ເປັນຄຳສຳລັບເອິ້ນຄົນໄທລາວທີ່ມາຈາກວຽງຈັນ ບໍ່ແມ່ນອີກກຸ່ມນຶ່ງຢ່າງແທ້ຈິງ) ລາວຫຼົ່ມ ຜູ້ໄທ ຊາວໄທຂາວ ຊາວໄທດຳ ຊາວໄທແດງ ຊາວໄທເໜືອ ຊາວຜູ້ເອີນ ຊາວໄທຍວນ ຊາວໄທລື້ ຊາວໄທພວນ ຊາວໄທກະເລີງ ຊາວໄທຫຍໍ້ ແລະ ຊາວໄທແສກ

ກຸ່ມຊາດພັນໄທ-ກະໄດ ໃນປະເທດຈີນ ຖືເປັນກຸ່ມຊາວໄທ-ກະໄດ ນອກປະເທດໄທ-ລາວ ທີ່ມີຈຳນວນຫຼາຍທີ່ສຸດ ໂດຍຫຼາຍອາໄສຢູ່ໃນມົນທົນຍູນນານ ກວາງສີ ກວາງຕຸ້ງ ກຸ້ຍໂຈວແລະໄຫຫຼຳ ປະກອບດ້ວຍ ຊາວຈ້ວງ ໄທໃຫຍ່ ຊາວຫຼີ ຊາວໄທລື້ ຊາວໄທປາຍີ່ ຊາວໄທຍ້ອຍ (ຈຸງເຈຍ ຕຸເຍນ ຕຸເລນ ຫຼືໄດອອຍ) ຊາວຕຸລາ (ຕຸເລນ) ຊາວປູລາຈີ ຊາວປູລຸງຈີ ຊາວໄທເໜືອ (ໄທນູ້) ຊາວໄທລາຍ (ໄທນ້ຳ) ຊາວໄທຫຍ່າ ຊາວໄທນຸງ ຊາວໄທໄຂຫົວ ຊາວໄທຊອງ ຊາວໄທເຂີນ ຊາວໄທລື້ ຊາວຕົ້ງ (ອ້າຍກ໊ຳ ປູ້ກ໊ຳ ຜູ້ຄຳ) ຊາວສຸຍ ຊາວມູ່ຫຼ່າວ ຊາວເມົາໜານ ຊາວເກົ໋າຫຼ່າວ ຊາວໄທເອົວລາຍ ຊາວປູ້ໃຍ້ ຊາວໂທ້ ຊາວໄທຫຍ່າ ຊາວອູເອ ຊາວໄຊ ຊາວເດົາລາວ ຊາວອີ໋ ຊາວເອນ ຊາວຟູມະ ຊາວຕູເຊນ ຊາວເປມຽວ ຊາວປາເຊນ (ກຸ່ມເລືອດຜະສົມຈີນ) ແລະ ຊາວມິງເກຍ (ກຸ່ມເລືອດຜະສົມຈີນ)

ກຸ່ມຊາດພັນໄທ-ກະໄດ ແບ່ງອອກເປັນ 2 ສ່ວນ ຄືສ່ວນເໜືອແລະສ່ວນໃຕ້ ໂດຍສ່ວນໃຕ້ເປັນຊາວໄທສະຫຍາມ ທີ່ອາໄສຢູ່ໃນເຂດຕະນາວສີໂດຍສະເພາະບໍລິເວນຊາຍແດນແລະຈັງຫວັດເກາະສອງ ເຊິ່ງຍັງເປັນຊາວໄທຜັດຖິ່ນຢູ່ ສຳລັບສ່ວນເໜືອ ເປັນຊາດໄທ-ກະໄດ ກຸ່ມອື່ນໆ ແລະບໍ່ໄດ້ມີບັນຫາເລື່ອງຊີວິດບົນເສັ້ນແບ່ງເຂດແດນ ໂດຍກຸ່ມນີ້ປະກອບດ້ວຍ ຊາວໄທໃຫຍ່ ຊາວໄທລື້ ຊາວໄທເຂີນ ຊາວໄທຍອງ ຊາວໄທເມົາ ຊາວໄທແລງ ຊາວໄທຄຳຕີ່ ຊາວໄທພ່າເກ ຊາວໄທໂຍເດຍ ຊາວໄທພິ່ວ ຊາວນະລາ ໄທຕະນາວສີ

ສ່ວນຫຼາຍອາໄສຢູ່ບໍລິເວນລຸ່ມແມ່ນ້ຳດຳ-ແດງ ປະກອບດ້ວຍ ຊາວປູຍີ່ ຊາວກ໋ຽນ ຊາວລາວ ຊາວໄທລື້ ຊາວໄທດຳ ຊາວໄທຂາວ ຊາວໄທແດງ ຊາວໄທນຸງ (ຜູ້ນຸງ) ຊາວໄທໃຫຍ່ ຊາວຖາຍ ຊາວໄທ ຊາວມ່ານ ຊາວໂທ້ ຊາວເກລາວ ຊາວລາຊິ ຊາວລະຫາ ຊາວນາງ ຊາວໄທຍັງ (ໄສ) ຊາວໄທໄຕ່ ຊາວໄທຊອງ ຊາວໄທທ້າວລາວ ຊາວໄທລັກກະ (ລະເກຍ) ຊາວຂ່າລາວ ຊາວຕູລາວ ຊາວຄວາບຽວ (ຈາບຽວ) ຊາວໂຕ໋ ຊາວໄທຫຼ້າ ຊາວໄທໂສ ຊາວໄທລາ ຊາວໄທຊຽງ ຊາວໄທລາຍ ຊາວໄທຮ່າງຕົງ

ຊາວໄທໃນອິນເດຍ ສ່ວນຫຼາຍອາໄສຢູ່ໃນລັດອັດສັມແລະອະລຸນາຈັນປະເທດ ໄດ້ແກ່ ຊາວໄທອາຫົມ ຊາວໄທພ່າເກ ຊາວໄທຄຳຕີ່ ຊາວໄທອ່າຍຕົນ (ໄທອ້າຍຕົນ ອ້າຍຕອນ) ຊາວໄທຄຳຍັງ ຊາວໄທຕຸລົງ ຊາວນະລາ ແລະ ຊາວໄທຈັນລີ

ຊົນຊາດໄທ-ກະໄດ ໃນສ່ວນອື່ນໆ

[ດັດແກ້]

ນອກຈາກນີ້ໃນກຳປູເຈຍ ມາເລເຊຍ ຍັງມີກຸ່ມຊາດພັນໄທ-ກະໄດອາໄສຢູ່ກ່ອນເສຍດິນແດນ ເຊັ່ນໃນພະຕະບອງ ສຽມລາດ ສີໂສພົນ ເກາະກົງ ໄຊບຸລີ ປະລິດ ກັນຕັນແລະຕັງການູ ໂດຍກຸ່ມນີ້ປະກອບດ້ວຍ ຊາວລາວ ໄທສະຫຍາມ ໄທເກາະກົງ ໄທກັນຕັນ ໄທປະລິດ ໄທໄຊບຸລີ ໄທເປລະ ໄທລັງກາວີ ແລະຍັງມີຊາວ SamSam ເຊິ່ງເປັນຄົນໄທຜະສົມມະລາຍູແລະນັບຖືສາດສະໜາອິສະລາມ ຢູ່ທາງຕອນເໜືອຂອງມາເລເຊຍ ແລະທາງໃຕ້ຂອງໄທ

ອ້າງອິງ

[ດັດແກ້]

ເບິ່ງຕື່ມ

[ດັດແກ້]