ຄັງ

ຈາກ ວິກິພີເດຍ

ຄັງ ແມ່ນບໍລິເວນທີ່ມີຫຍ້າເປັນສ່ວນຫຼາຍ. ຄັງມີຢູ່ທົ່ວໆໄປໃນປະເທດລາວ ເຊິ່ງຫຼາຍກວ່າໝູ່ແມ່ນຢູ່: ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ຫົວພັນ, ຫຼວງພະບາງ, ຊຽງຂວາງ ແລະ ຈຳປາສັກ(ພູພຽງບໍລິເວນ). ຄັງເປັນພົມພືດທີ່ເກີດທົດແທນປ່າໄມ້ ທີ່ຖືກຈູດເຜົາຫຼາຍເທື່ອ. ຄັງມີ 3 ປະເພດຄື: ຄັງທີ່ມີຕົ້ນໄມ້ ແລະ ພຸ່ມໄມ້ປະປົນ, ຄັງຫຍ້າສູງເຊິ່ງມີແຕ່ຫຍ້າລ້ວນໆ(ຫຍ້າແຝກ, ຫຍ້າຄາ...) ແລະ ຄັງຫຍ້າຫ້ຽນ ເຊິ່ງມີຫຍ້າ ເກີດເປັນຍ່ອມໆ ແລະ ມັກມີກໍເລົາສັບປົນຢູ່ນຳ.