ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ
ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ | |
---|---|
![]() | |
| |
ພະບໍລົມນາມາພິໄທ | ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າວະຊິຣາລົງກອນ ບໍຣົມຈັກກະຍາດິສອນສັນຕະຕິວົງ ເທເວດທຳຣົງສຸບໍຣິບານ ອະພິຄຸນູປະການມະຫິຕະລາດຸນເດດ ພູມິພົນນະເຣດວະຣາງກູນ ກິດຕິສິຫຣິສົມບູນສະຫວາງຄະວັດ ບໍຣົມຂັດຕິຍະລາຊະກຸມານ |
ພະປໍລະມາພິໄທ | ພະບາດສົມເດົດພະປະຣະເມນທະຣະຣາມາທິບໍດີສີສິນມະຫາວະຊິຣາລົງກອນ ມະຫິສອນພູມິພົນຣາດຊະວະຣາງກູນ ກິຕິສິຫຣິສົມບູນອະດຸນຍະເດດ ສະຫຍາມິນທາທິເບດຣາດວະໂຣດົມ ບໍຣົມນາດຖະບໍພິດ ພະວະຊິຣະເກົ້າເຈົ້າຢູ່ຫົວ |
ພະລາຊະອິສະລິຍະຍົດ | ພະມະຫາກະສັດແຫ່ງລາຊະອານາຈັກໄທ |
ລາຊະວົງ | ມະຫິດົນ (ລາຊະວົງຈັກກີ) |
ຄອງລາດ | 13 ຕຸລາ ຄ.ສ. 2016 - ປັດຈຸບັນ |
ບໍລົມລາຊາພິເສກ | 4 ພຶດສະພາ ຄ.ສ. 2019 |
ລາຊະການກ່ອນໜ້າ | ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ |
ຂໍ້ມູນສ່ວນພະອົງ | |
ພະລາຊະສົມພົບ | 28 ກໍລະກົດ ຄ.ສ. 1952 (71 ພັນສາ) |
ບ່ອນທີ່ພະລາຊະສົມພົບ | ນະ ພະລາຊະວັງດຸສິດ ອຳເພີດຸສິດ ຈັງຫວັດພະນະຄອນ ປະເທດໄທ |
ພະລາດຊະບິດາ | ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ |
ພະລາດຊະມານດາ | ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ |
ພະບໍລົມລາຊິນີ | ສຸທິດາ ຕິດໃຈ (ສົມລົດ 2019) |
ພະວໍລະຊາຍາ | ໝ່ອມຫຼວງໂສມສະວະລີ ກິຕິຍາກອນ (1977–1991; ຢ່າ)
|
ພະສະໜົມ | ນິຣະມົນ ອຸ່ນພົມ (ເລີ່ມ 2020) |
ໝ່ອມ | ຍຸວະທິດາ ຜົນປະເສີດ (1994–1996; ຢ່າ) |
ພະລາດຊະບຸດ | ສົມເດັດເຈົ້າຟ້າຯ ກົມຫຼວງຣາດຊະສາຣິນີສິຣິພັດ ມະຫາວັດຊະຣະຣາດຊະທິດາ ຈຸທາວັດ ວິວັດຊະຣະວົງ ວັດຊະເຣສອນ ວິວັດຊຣະວົງ ຈັກກີວັດ ວິວັດຊະຣະວົງ ວັດຊະຣະວີ ວິວັດຊະຣະວົງ ສົມເດັດພະເຈົ້າລູກເທີ ເຈົ້າຟ້າສິຣິວັນນະວະຣີ ນາຣີຣັດຣາດຊະກັນຍາ ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າທີປັງກອນຣັດສະໝີໂຊດ |
ລາຍພະອະພິໄທ | ![]() |
ພະບາດສົມເດັດພະປະຣະເມນທະຣະຣາມາທິບໍດີສີສິນມະຫາວະຊິຣາລົງກອນ ພະວະຊິຣະເກົ້າເຈົ້າຢູ່ຫົວ (ໄທ: พระบาทสมเด็จพระปรเมนทรรามาธิบดีศรีสินทรมหาวชิราลงกรณฯ พระวชิรเกล้าเจ้าอยู่หัว) ແມ່ນພະລາຊະໂອລົດພະອົງດຽວໃນພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດແລະສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ (ໝ່ອມລາຊະວົງສິຣິກິດ ກິຕິຍາກອນ) ຊົງເປັນສະຫຍາມມຸງກຸດລາຊະກຸມານພະອົງທີ່ 3 ຂອງໄທ ປະຈຸບັນແມ່ນພະມະຫາກະສັດໄທລຳດັບທີ 10 ແຫ່ງລາຊະວົງຈັກກີ ມີພິທີບໍຣົມມະລາຊາພິເສກເມື່ອວັນທີ 4-6 ພຶດສະພາ ຄ.ສ. 2019 ມີພະນາມຢ່າງເປັນທາງການວ່າ "ພະປະຣະເມນທະຣະຣາມາທິບໍດີສີສິນທອນ ມະຫາວະຊິຣາລົງກອນ ມະຫິສອນພູມິພົນຣາດຊະວະຣາງກູນ ກິຕິສິຣິສົມບູນອະດຸນຍະເດດ ສະຫຍາມມິນທຣາທິເບດຣາດວະໂຣດົມ ບໍຣົມມະນາດຖະບໍພິດ ພະວະຊິຣະເກົ້າເຈົ້າຢູ່ຫົວ" ນັບຕັ້ງແຕ່ວັນທີ 04 ພຶດສະພາ 2019 ເປັນຕົ້ນໄປ.
ຫຼັງພະລາຊະບິດາສະເດັດສະຫວັນຄົດເມື່ອວັນທີ 13 ຕຸລາ ຄ.ສ. 2016 ເປັນທີ່ຄາດໝາຍວ່າພະອົງຈະສືບລາຊະສົມບັດຕໍ່ ທັງພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີກໍຢັ້ງຢືນວ່າ ຈະຊົງເປັນພະມະຫາກະສັດພະອົງໃໝ່[1] ແຕ່ຊົງຂໍຜ່ອນຜັນ[2] ພົນເອກ ເປນ ຕິນນະສູລານົນ ປະທານອົງຄະມົນຕີ ຈຶງເປັນຜູ້ສຳເລັດລາຊະການແທນພະອົງໂດຍຕຳແໜ່ງໄປພາງກ່ອນ[3]
ພະລາຊະປະຫວັດຊ່ວງຕົ້ນພະຊົນຊີບ[ດັດແກ້]
ພະລາຊະສົມພົບ[ດັດແກ້]

ພະບາດສົມເດັດພະປະຣະເມນທະຣະຣາມາທິບໍດີສີສິນທອນມະຫາວະຊິຣາລົງກອນພະວະຊິຣະເກົ້າເຈົ້າຢູ່ຫົວ ມີພະນາມແຮກປະສູດວ່າ "ສົມເດັດພະເຈົ້າລູກຢາເທີ ເຈົ້າຟ້າວະຊິລາລົງກອນ ບໍຣົມຈັກກະຢາດິສອນສັນຕະຕິວົງ ເທເວດທຳລົງສຸບໍລິບານ ອະພິຄຸນູປະການມະຫິຕະລາດຸນເດດ ພູມິພົນນະເຣດວະຮາງກູນ ກິຕຕິສິຣິສົມບູນສະວາງຄະວັດ ບໍຣົມຂັດຕິຍະລາຊະກຸມານ" ແມ່ນພະລາຊະໂອລົດພະອົງດຽວໃນພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ ແລະສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ສະເດັດພະລາຊະສົມພົບ ນະ ພະທີ່ນັ່ງອຳພອນສະຖານ ພະລາຊະວັງດຸສິດ ເມື່ອວັນຈັນທີ່ 28 ກໍລະກົດ ຄ.ສ. 1952 ເວລາ 17.45 ໂມງ
ພະນາມ "ວະຊິລາລົງກອນ" ນັ້ນສົມເດັດພະສັງຄະລາດເຈົ້າ ກົມມະຫຼວງວະຊິລະຍານຊົງຕັ້ງຖະຫວາຍມາຈາກ "ວະຊິລະຍານ" ພະນາມສາຍາຂະນະຜະໜວດໃນພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວຜະໜວກກັບ "ອະລົງກອນ" ຈາກພະນາມໃນພະບາດສົມເດັດພະປໍລະມິນມະຫາຈຸລາລົງກອນ ພະຈຸລະຈອມເກົ້າເຈົ້າຢູ່ຫົວ[4]
ພະລາຊະພິທີສົມໂພດແລະຂຶ້ນພະອູ່[ດັດແກ້]
ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດຊົງພະກະລຸນາໂປດເກົ້າຯ ໃຫ້ຈັດພະລາຊະພິທີສົມໂພດແລະຂຶ້ນພະອູ່ຂຶ້ນ ນະ ພະທີ່ນັ່ງອຳພອນສະຖານ ພະລາຊະວັງດຸສິດ ໃນລະຫວ່າງວັນທີ່ 14-15 ກັນຍາ ຄ.ສ.1952 ໂດຍສົມເດັດພະສັງຄະລາດເຈົ້າ ກົມມະຫຼວງວະຊິຣະຍານນະວົງຊົງເປັນປະທານຈະເລີນພະພຸດທະມົນໃນຕອນແລງວັນທີ່ 14 ກັນຍາ ຄ.ສ.1952
ເຊົ້າວັນຕໍ່ມາ (15 ກັນຍາ) ຈຶງມີພິທີສົງແລະພິທີພາມໃນຫ້ອງພິທີ ເລິ່ມດ້ວຍພໍຮອດພະເລີກ ພະບາດສົມເດັດພະເຈົ້າຢູ່ຫົວຊົງຫຍິບພະກັນບິດກິບພະເກສາ (ຜົມ) ຊົງເຈີມ ຊົງຜູກດ້າຍພະຂວັນ ພະສົງສວດໄຊມົງຄົນຄາຖາ ພາມປະກອບພິທີລອຍກຸ້ງ ປາທອງ ໝາກພ້າວເງິນ ໝາກພ້າວທອງລົງໃນພະຂັນສາຄອນ ແລ້ວພະສົງຖະຫວາຍອະດິເຫຼກ ຖະຫວາຍພະພອນລາ ພະມະຫາລາຊະຄູເຊີນສະເດັດຂຶ້ນພະອູ່ແລະເຫ່ກ່ອມເປີດສິວາໄລໄກລາດຕາມປະເພນີພິທີຂອງພາມ ພະບາດສົມເດັດພະເຈົ້າຢູ່ຫົວຊົງວາງພະລາຊະພັນລົງໃນພະອູ່ຕາມພະລາຊະປະເພນີແລ້ວ ພະມະຫາລາຊະຄູເຊິນສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າວະຊິຣາລົງກອນຯ ຂຶ້ນພະອູ່ແລ້ວ ພະບໍຣົມວົງສານຸວົງແລະຂ້າທູນລະອອງທຸລີພະບາດວຽນຄົບຮອບຕາມປະເພນີ ສະພາວັດທະນະທຳແຫ່ງຊາດໄດ້ຂັບໄມ້ມະໂຫລີຂັບກ່ອມຖະຫວາຍພະພອນໃນວາລະນີ້ດ້ວຍ ໃນການນີ້ມີການຖ່າຍທອດສຽງໃນພະລາຊະພິທີທາງວິທະຍຸໄປທົ່ວປະເທດ
ສົມເດັດພະຍຸພະລາດ[ດັດແກ້]
ເມື່ອມີພະຊົນມາຍຸຄົບ 20 ພັນສາ ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດໂປດໃຫ້ສະຖາປະນາ ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າວະຊິຣາລົງກອນຂຶ້ນເປັນສົມເດັດພຣະບໍຣົມໂອຣະສາທິລາດ ເຈົ້າຟ້າມະຫາວະຊິຣາລົງກອນ ສະຫຍາມມຸງກຸດລາຊະກຸມານ ເມື່ອວັນທີ່ 28 ທັນວາ ຄ.ສ.1972 ມີພະນາມຕາມຈາຣຶກໃນພະສຸພັນນະບັດວ່າ "ສົມເດັດພຣະບໍຣົມໂອຣະສາທິລາດ ເຈົ້າຟ້າວະຊິຣາລົງກອນ ບໍດິນທໍລະເທບຍະວະຮາງກູນ ສິຣິກິດສົມບູນສະວາງຄະວັດ ວໍລະຂັດຕິຍະລາຊະສັນຕະຕິວົງ ມະຫິດົນພົງອະດຸນຍະເດດ ຈັກກີນະເຣດຍຸພະລາດວິສຸດ ສະຫຍາມມຸງກຸດລາຊະກຸມານ" ໃນປີ ຄ.ສ.1956
ການສຶກສາ[ດັດແກ້]
ໃນປີ ຄ.ສ.1956 ສົມເດັດພຣະບໍຣົມໂອຣະສາທິລາດຯ ຊົງສຳເລັດການສຶກສາຂັ້ນຕົ້ນໃນລະດັບອະນຸບານ ລຸ້ນທີ່ 2 ຈາກໂຮງຮຽນຈິດລະດາແລ້ວສະເດັດຯ ໄປຊົງສຶດສາຕໍ່ໃນລະດັບປະຖົມທີ່ໂຮງຮຽນຄິງສ໌ມີດ ແຄວ້ນຊັສແຊັກ ແລະສຶກສາລະດັບມັດທະຍົມສຶກສາທີ່ໂຮງຮຽນມິລຟິລດ໌ ແຄວ້ນຊອມເມີແຊັດ ປະເທດອັງກິດ ຫຼັງຈາກນັ້ນຊົງສຶກສາຕໍ່ວິຊາທະຫານທີ່ໂຮງຮຽນຄິງສ໌ສະກູລ ຊິດນີຍ໌ ປະເທດອົດສະຕາລີເສັດແລ້ວຊົງສຶກສາຕໍ່ໃນລະດັບປະລິນຍາຕີສາຂາອັກສໍລະສາດ (ດ້ານການທະຫານ) ຈາກມະຫາວິທະຍາໄລນິວເຊົາທ໌ເວລລ໌ ປະເທດອົດສະຕາລີ ເມື່ອ ຄ.ສ.1976
ເມື່ອສະເດັດກັບປະເທດໄທຊົງຮັບລາຊະການທະຫານແລ້ວຊົງສຶກສາຕໍ່ທີ່ໂຮງຮຽນເສນາທິການທະຫານບົກ ລຸ້ນທີ່ 46 ຄ.ສ. 1977 ຊົງເຂົ້າສຶກສາໃນສາຂາວິຊານິຕິສາດ ລຸ້ນທີ່ 2 ຈາກມະຫາວິທະຍາໄລສຸໂຂໄທທຳມາທິລາດ ເມື່ອ ພ.ສ. 1982 ຊົງສຳເລັດການສຶກສານິຕິສາດບັນດິດ (ກຽດນິຍົມອັນດັບ 2) ແລະປີ ຄ.ສ. 1990 ຊົງໄດ້ຮັບການສຶກສາ ນະ ມະຫາວິທະຍາໄລປ້ອງກັນລາຊະອານາຈັກແຫ່ງສະຫະລາຊະອານາຈັກ ແລະສົມເດັດພະບໍຣົມໂອຣະສາທິລາດຯ ຊົງບວດເມື່ອປີ ຄ.ສ.1978
ພະອົງກັບສາທາລະນະ[ດັດແກ້]

ປະມວນກົດໝາຍອາຍາ ມາດຕາ 112 ຫ້າມວິພາກວິຈານລັດຊະທາຍາດ ແຕ່ພະຊົນຊີບສ່ວນພະອົງຂອງສົມເດັດພຣະບໍຣົມໂອຣະສາທິລາດຯ ເປັນທີ່ວິພາກວິຈານໃນໝູ່ຊົນຢ່າງກວ້າງຂວາງ ແຕ່ໂດຍຄວາມງຽບ ວັນທີ່ 10 ມັງກອນ 2545 ນິດຕະຍະສານ "ຟາຣ໌ອີສ ເທີນອີໂຄໂນມິກຣີວິວ" ( Far Eastern Economic Review) ລົງບົດຄວາມວ່າສົມເດັດພຣະບໍຣົມໂອຣະສາທິລາດຯ ຊົງມີຄວາມສັມພັນຢ່າງແນບແໜ້ນກັບພັນຕຳລວດໂທ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ລັດຖະບານໄທໄດ້ສັ່ງຫ້າມຈຳໜ່າຍນິດຕະຍະສານດັງກ່າວແລະລະງັບໜັງສືເດີນທາງຂອງ ຊອວນ໌ ຄຣິສປິນ ( Shawn Crispin) ກັບ ຮອດນີຍ໌ ແທສເກີ ( Rodney Tasker) ຜູ້ສື່ຂ່າວຂອງນິດຕະຍະສານ ໂດຍອ້າງວ່າເປັນໄພຕໍ່ຄວາມມັ່ນຄົງ ຢ່າງໃດກໍດີ ໃນປີ ພ.ສ.2553 ຫຼັງຈາກທີ່ ພ.ຕ.ທ. ທັກສິນພົ້ນຈາກຕຳແໜ່ງໂດຍລັດຖະປະຫານແລ້ວ ພົນເອກ ເປມ ຕິນນະສູລານົນ ອົງຄະມົນຕີຍອມຮັບວ່າ "...ແນ່ນອນວ່າ ເຈົ້າຟ້າຊາຍຍັງຊົງຮັກສາສັມພັນທະພາບບາງຢ່າງກັບອະດີດນາຍົກຯ ທັກສິນເອົາໄວ້ ພະອົງຊົວພົບກັບທັກສິນເປັນຊ່ວງໆ..." ວັນທີ່ 12 ທັນວາ ປີດຽວກັນ ບິລາຮາລີ ເຄົາສິກັນ ( Bilahari Kausikan) ຂ້າລາຊະການກະຊວງການຕ່າງປະເທດສິງຄະໂປ ຖະແຫຼງວ່າພະອົງຊົງຕິດການພະນັນແລະມີອະດີດນາຍົກລັດຖະມົນຕີທັກສິນຄອຍສະນັບສະໜຸນການເງິນໃຫ້ພະອົງ ໂອກາດດຽວກັນ ພົນເອກເປມເສີມວ່າ "...ທັກສິນກຳລັງສ່ຽງທີ່ຈະທຳລາຍຕົວເອງ ເຂົາອາດຄິດວ່າເຈົ້າຟ້າຊາຍຈະຊົງປະຕິບັດກັບເຂົາເໝືອນດັງເຂົາເປັນພະສະຫາຍຫຼືຜູ້ສະນັບສະໜຸນ ພຽງເພາະເຂົາສົ່ງເສີມການເງິນໃຫ້ແກ່ພະອົງ ແຕ່ເຈົ້າຟ້າຊາຍບໍ່ຊົງຊອບພະໄທຄວາມສັມພັນແບບນັ້ນຊັກເທົ່າໃດ
ໃນປີ 2008 ຣາລ໌ຟ ແອລ.ບອຍຊ໌ (Ralph L. Boyce) ນັກການທູດຊາວສະຫະລັດອາເມລິກາລາຍງານຕໍ່ລັດຖະບານສະຫະລັດອາເມລິກາວ່າ ສົມເດັດພະບໍຣົມໂອຣະສາທິລາດຯ ເຄີຍເວົ້າປະຕິເສດກັບເຂົາ ກ່ຽວກັບຂ່າວທີ່ພະອົງຊົງມີຄວາມສັມພັນກັບ ພ.ຕ.ທ. ທັກສິນ ບອຍຊ໌ກ່າວວ່າ
"...[ສົມເດັດພະບໍຣົມໂອຣະສາທິລາດຯ ຊົງ] ເຫັນເປັນເລື່ອງຕະຫຼົກຮ້າຍ ທີ່ນາຍກລັດຖະມົນຕີທັກສິນສາມາດເຮັດຕົວເປັນຜະເດັດການໄດ້ ທັງທີມາຈາກການເລືອກຕັ້ງ...ໃນຊ່ວງທຳອິດ ຂອງລັດຖະບານທັກສິນ ເບິ່ງເໝືອນເຂົາຈະລົງທຸນຢ່າງໜັກເພື່ອສ້າງຄວາມໄກ້ຊິດກັບມຸງກຸດລາຊະກຸມານ ທັງສອງມີເລື່ອງຜິດໃຈກັນຢ່າງສັງເກດເຫັນໄດ້ ໃນເວລາຕໍ່ມາ ເປັນເຫດໃຫ້ມຸງກຸດລາຊະກຸມານຊົງລະທິ້ງພະຕຳໜັກນົນທະບຸລີ ທີ່ທັກສິນຊື້ແລະຕົກແຕ່ງຖະຫວາຍໃຫ້ ແລ້ວຍ້າຍມາປະທັບ ນະ ວັງສຸໂຂໄທ ເຊິ່ງຕັ້ງຢູ່ໃນຍ່ານກາງເມືອງ"...
"...ມີເລື່ອງເລົ່າກັນໄປຕ່າງໆ ນານາ ກ່ຽວກັບການພົບປະລະຫວ່າງທັກສິນ
ກັບມຸງກຸດລາຊະກຸມານທີລອນດອນເມື່ອຊ່ວງຕົ້ນປີນີ້ [ຄ.ສ. 2008] ເຊິ່ງເລື່ອງທີ່ເຮົາພິຈາລະນາ ນ່າຈະເປັນໄປໄດ້ຫຼາຍທີສຸດຄືທັກສິນເຂົ້າເຝົ້າ
ມຸງກຸດລາຊະກຸມານແລະບໍ່ໄດ້ຮັບອະນຸຍາດ ເຂົາຈຶງໄປເຂົ້າແຖວຮັບສະເດັດ ນະ ໂຮງແຮມທີມຸງກຸດລາຊະກຸມານປະທັບ ແລະສົນທະນາຢ່າງບໍ່ມີສາລະສຳຄັນອີຫຍັງ ພຽງສິບຫ້າວິນາທີ"...
ປັນຫາການສືບລາຊະສັນຕະຕິວົງ ຫຼັງຈາກລັດຊະສະໄໝພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ ກໍເປັນທີ່ກ່າວເຖິງຫຼາຍໃນ ສັງຄົມ ນັກວິຊາການຕັ້ງຂໍ້ສັງເກດວ່າ ຕົວແປ ສຳຄັນໃນເລື່ອງມີຢູ່ສາມສິ່ງ ຄື ອົງຄະມົນຕີ, ກອງທັບ ແລະຄວາມເໝາະສົມຂອງສົມເດັດ ພະບໍຣົມໂອຣະສາທິລາດຯ ໃນປີ ຄ.ສ. 2002 ນິດຕະຍະສານ "ອີ ໂຄໂນມິດຕ໌" ( The Economist) ລົງຂໍ້ຄວາມວ່າ "ຜູ້ຄົນເຄົາຮົບເຈົ້າຟ້າວະຊິຣາລົງກອນໜ້ອຍຫຼາຍ (ກວ່າກະສັດພູມິພົນ) ຊາວບາງກອກພາ ກັນລ່ຳລືເລື່ອງຊີວິດສ່ວນພະອົງອັນມົວໝອງ...ບໍ່ມີຜູ້ສືບລາຊະບັນລັງຜູ້ໃດຈະປະສົບຄວາມສຳເລັດຢ່າງທີ່ກະສັດພູມິພົນຊົງໄດ້ຊາບມາ ໃນຊ່ວງເວລາຄອງລາດ 69 ປີ..." ແລະລັດຖະບານໄທໄດ້ສັ່ງຫ້າມຈຳໜ່າຍນິດຕະຍະສານດັງກ່າວ ໃນປີ ຄ.ສ. 2010 "ດິ ອີໂຄໂນມິດຕ໌" ລົງບົດຄວາມວ່າ ສົມເດັດພະບໍຣົມໂອຣະສາທິລາດຯ ນັ້ນ "ຊົງເປັນທີດຽດສັນແລະຫວັ່ນເກງຢ່າງກວ່າງ" ແລະ "ຊົງຜິດແປກຢ່າງຄາດບໍ່ເຖິງ" ແລະສະບັບນີ້ກໍບໍ່ໄດ້ຈຳໜ່າຍໃນປະເທດໄທເຊັ່ນກັນ ຄັ້ນວັນທີ 1 ເມສາ 2010 ນິດຕະຍະສານອອນໄລນ໌ "ເອເຊຍເຊນທິເນລ" ( Asia Sentinel) ລົງວ່າ "ຖືວ່າຊົງເອົາແນ່ນອນບໍ່ໄດ້ ແລະຊົງບໍ່ສາມາດ ປົກຄອງໄດ້ໂດຍແທ້" ເວັບໄຊຕ໌ນີ້ຖືກສະກັດ ກັ້ນໃນປະເທດໄທຢ່າງຣວດເຣັວ ແຕ່ມີຜູ້ຄົນເຫັນວ່າ ສົມເດັດພະເທບພະຣັດ ລາດສຸດາຯ ສະຫຍາມບໍຣົມລາຊະກຸມາຣີ ຊອບທີຈະໄດ້ສືບລາຊະສົມບັດຫຼາຍ ພົນເອກເປມ ຕິນນະສູລານົນແລະອົງຄະມົນຕີຄົນ ອື່ນໆ ມີຄວາມເຫັນຄ່ອນຂ້າງລົບກ່ຽວກັບສົມ ເດັດພະບໍຣົມໂອຣະສາທິລາດຯ ສ່ວນ ຣາລ໌ຟ ແອລ.ບອຍຊ໌ ເຄີຍລາຍງານຕໍ່ລັດຖະບານຂອງ ຕົນວ່າ "...[ພະເຈົ້າວໍລະວົງເທີ ພະອົງເຈົ້າສີຣັດ ພະວໍລະຊາຍາ] ເບິ່ງອຶດອັດ ພະໄທຢ່າງເຫັນໄດ້ຊັດ ຕໍ່ຄຳຖາມທຳມະດາໆ ກ່ຽວກັບເຈົ້າຟ້າສິຣິນທອນ ເຊິ່ງຖືກມອງວ່າ ເປັນຄູ່ແຂ່ງຂອງມຸງກຸດລາຊະກຸມານ..." ທັງນີ້ທັງນັ້ນ ຕາມກົດໝາຍໄທຂະນະນີ້ ສົມເດັດພະບໍຣົມໂອຣະສາທິລາດຯ ຊົງໄວ້ເຊິ່ງສິດທິທີຈະສືບລາຊະບັນລັງໂດຍຊອບ ນັບແຕ່ຊົງໄດ້ຮັບສະຖາປະນາເປັນມຸງກຸດລາຊະກຸມານ ເມື່ອວັນທີ່ 28 ທັນວາ ຄ.ສ. 1972 ແລ້ວ
ວັນທີ່ 19 ມັງກອນ ຄ.ສ. 2009 ແຮຣີ້ ນິໂຄໄລ (Harry Nicolaides) ຊາວອົດສະຕາລີຖືກສານໄທຈຳຄຸກສາມປີ ເພາະເຜີຍແພ່ໜັງສືວິພາກວິຈານສົມເດັດພຣະບໍຣົມໂອຣະສາທິລາດ ຄວາມຕອນໜຶ່ງວ່າ "ຄັນເຈົ້າຟ້າຊາຍຊົງຮັກໃຄ່ຊອບພໍອະນຸພັນລະຍານາງໃດ ແລະຕໍ່ມານາງທໍລະຍົດພະອົງ ເມື່ອນັ້ນນາງແລະຄອບຄົວກໍຈະຫາຍໄປຈາກໂລກນີ້ ສາບສູນໄປທັງຊື່ສຽງຮຽງນາມ ເທືອກເຖົາເຫຼົ່າກໍ ແລະບັນດາເງື່ອນເຄົ້າຮ່ອງຮອຍ ກ່ຽວກັບຊີວິດຂອງພວກເຂົາຕະຫຼອດການ" ແລະຕໍ່ມາພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດພະລາຊະທານອະໄພຍະໂທດໃຫ້ເຂົາ
ສົມເດັດພະບໍຣົມໂອຣະສາທິລາດ ຊົງຊາບປັນຫາແລະຂ່າວທີ່ກ່າວມາແລ້ວເປັນເບື້ອງຕົ້ນເປັນຢ່າງດີແລະຊົງເຄີຍພະລາຊະທານສັມພາດ ໃນນິດຕະຍະສານ "ດິສັນ" ແກ່ປີ ມາລາກຸນ ນະ ອະຍຸດທະຍາ ຜູ້ໄກ້ຊິດພະອົງວ່າ
"ບາງທີໃນຊາດປາງກ່ອນ ຂ້າພະເຈົ້າອາດບໍ່ໄດ້ເຮັດບຸນກຸສົນຫຼາຍພໍ ຫຼືບາງທີໃນບາງຄັ້ງ ຂ້າພະເຈົ້າເຮັດອີຫຍັງທີ່ນ່າຕຳໜິ ຂ້າພະເຈົ້າຍອມຮັບ...ຖ້າຫາກສະຫວັນຄິດວ່າຂ້າພະເຈົ້າບໍ່ເໝາະສົມຫຼືບໍ່ເປັນປະໂຫຍດຕໍ່ປະເທດຊາດ ໃນການເຮັດໜ້າທີ່ຂອງຂ້າພະເຈົ້າ ກໍຫຍຸດແລະຈົບ ຖ້າທ່ານຄິດໄດ້ແນວນີ້ທ່ານກໍຈະສະບາຍໃຈ ທ່ານບໍ່ໄດ້ຄິດເປັນອີຫຍັງ ຫາກສະຫວັນໃຫ້ທ່ານມີພາລະກິດຕໍ່ແຜ່ນດິນກໍຍອມຮັບ ຖ້າເຂົາບໍ່ຕ້ອງການໃຫ້ເຮັດວຽກ ກໍໂອເຄ"
ວັນທີ່ 15 ທັນວາ ຄ.ສ. 2010 ອີຣິກ ຈີ. ຈອນ (Eric G. John) ເອກອັກຄະລາຊະທູດສະຫະລັດອາເມລິກາປະຈຳປະເທດໄທ ລາຍງານໄປຍັງລັດຖະບານອາເມລິກາວ່າ ເຂົາໄດ້ເວົ້າກັບພົນເອກເປມ ຕິນນະສູລານົນວ່າ "ເວລານີ້ ເຈົ້າຟ້າຊາຍຊົງຢູ່ບ່ອນໃດ" ພົມເອກເປມຕອບວ່າ "ເຈົ້າກໍຮູ້ວ່າຊົງໃຊ້ຊີວິດສ່ວນພະອົງແບບໃດ...ເຈົ້າຟ້າຊາຍພໍພະໄທໃຊ້ເວລາລອບສະເດັດໄປຍັງມິວນິກ ເພື່ອຢູ່ກັບພັນລະຍາເກັບຂອງພະອົງຫຼາຍກວ່າຈະປະທັບຢູ່ໃນປະເທດໄທກັບພະວໍລະຊາຍາແລະພະໂອລົດ" ພົນອາກາດເອກສິດທິ ສະເຫວດສິລາ ອົງຄະມົນຕີທີ່ຮ່ວມວົງສົນທະນາ ກ່າວເສີມວ່າ "...ຂ່າວເລື່ອງເມຍນ້ອຍຂອງພະອົງທີ່ເປັນແອໂຮສະເຕດ ມີຢູ່ເຕັມເວັບໄຊຕ໌ໄປໝົດ...ນ່າເສົ້າທີ່ດຽວນີ້ ທ່ານທູດໄທທີ່ເຢຍລະມັນ ຕ້ອງອອກຈາກເບີລິນໄປມິວນິກ ເພື່ອເຂົ້າເຝົ້າພະອົງເປັນປະຈຳ..."
ພະລາຊະກິດ[ດັດແກ້]
ທາງລາຊະການ[ດັດແກ້]
- ຊົງເຂົ້າປະຈຳການ ນະ ກອງປະຕິບັດການທາງອາກາດພິເສດ ເມືອງເພິຣ໌ທ ລັດອົດສະຕາລີຕາເວັນຕົກ ປະເທດອົດສະຕາລີ
- ຊົງເຂົ້າຮ່ວມປະຕິບັດການຮົບໃນການຕໍ່ຕ້ານການກໍ່ການຮ້າຍ ບໍລິເວນພາກເໜືອ ພາກຕາເວັນອອກສຽງເໜືອ ຮວມທັງການຄຸ້ມກັນພື້ນທີ່ບໍລິເວນຮອບຄ່າຍຜູ້ອົບພະຍົບຊາວກຳປູເຈຍ ນະ ເຂົາລ້ານ ຈັງຫວັດຕາດ[5]
- 9 ທັນວາ ຄ.ສ. 1975 ຊົງເຂົ້າຮັບລາຊະການເປັນນາຍທະຫານປະຈຳກົມຂ່າວທະຫານບົກກະຊວງກະລາໂຫມ
- 6 ຕຸລາ ຄ.ສ. 1978 ຊົງດຳລົງຕຳແໜ່ງຮອງຜູ້ບັງຄັບກອງພັນທະຫານມະຫາດເລັກຮັກສາພະອົງ ກົມທະຫານຣາບທີ່ 1 ມະຫາດເລັກຮັກສາພະອົງ
- 28 ພະຈິກ ຄ.ສ. 1980 ຊົງດຳລົງຕຳແໜ່ງຜູ້ບັງຄັບກອງພັນທະຫານມະຫາດເລັກຮັກສາພະອົງ ກົມທະຫານຣາບທີ່ 1 ມະຫາດເລັກຮັກສາພະອົງ
- 13 ກຸມພາ ຄ.ສ. 1984 ຊົງດຳລົງຕຳແໜ່ງ ຜູ້ບັງຄັບການ ກົມທະຫານມະຫາດເລັກຮັກສາພະອົງ
- 30 ກໍລະກົດ ຄ.ສ. 1988 ຊົງດຳລົງຕຳແໜ່ງຜູ້ບັນຊາການໜ່ວຍບັນຊາການທະຫານມະຫາດເລັກຮັກສາພະອົງ
- 9 ມັງກອນ ຄ.ສ. 1992 ຊົງດຳລົງຕຳແໜ່ງຜູ້ບັນຊາການ ໜ່ວຍບັນຊາການຖະຫວາຍຄວາມປອດໄພຮັກສາພະອົງ ສຳນັກຜູ້ບັນຊາການທະຫານສູງສຸດ[6]
ດ້ານການບິນ[ດັດແກ້]
- 4 ພຶດສະພາ ຄ.ສ. 1994 ຊົງປະຕິບັດໜ້າທີ່ຄູການບິນເຄື່ອງບິນຂັບໄລ່ແບບເອຟ-5 ອີ/ເອຟ
- ຄ.ສ. 2011 ຊົງປະຕິບັດໜ້າທີ່ນັກບິນທີ່ 1 ເຄື່ອງບິນໂບອິ້ງ 737 - 400 ໃນທ່ຽວບິນສາຍໃຍຮັກແຫ່ງຄອບຄົວ ຊ່ອຍເຫຼືອຜູ້ປະສົບອຸທົກກະໄພ ແລະຈັດຫາອຸປະກອນດ້ານການແພດ ສຳລັບໂຮງໜໍໃນ 3 ຈັງຫວັດຊາຍແດນພາກໃຕ້ (ທ່ຽວບິນທີ່ ທີຈີ 8870 ບາງກອກຮອດຈັງຫວັດຊຽງໃໝ່ ແລະ ທ່ຽວບິນທີ່ ທີຈີ 8871 ຈັງຫວັດຊຽງໃໝ່ຮອດບາງກອກ)
ດ້ານການທະຫານ[ດັດແກ້]
ສົມເດັດພະບໍລົມໂອຣະສາທິລາດ ສະເດັດພະລາຊະດຳເນິນໄປຍ້ຽມຍາມທີ່ຕັ້ງກອງທະຫານໜ່ວຍຕ່າງໆ ຢູ່ສະເໝີ ຈາກການທີ່ໄດ້ຊົງສຶກສາດ້ານວິຊາທະຫານມາດົນ ຊົງມີຄວາມຮູ້ຊ່ຽວຊານຢ່າງຫຼາຍແລະໄດ້ພະລາຊະທານຄວາມຮູ້ເຫຼົ່ານັ້ນແກ່ທະຫານ 3 ເຫຼົ່າທັບ ຊົງປະຕິບັດພະອົງເປັນແບບຢ່າງແກ່ນາຍທະຫານ ເອົາພະໄທໃສ່ໃນຄວາມຢູ່ທຸກສຸກຂອງທະຫານຜູ້ຢູ່ໃຕ້ບັງຄັບບັນຊາຢ່າງທົ່ວເຖິງ ຮວມທັງພະລາຊະທານພະລາຊະຊັບສ່ວນພະອົງເປັນທຸນການສຶກສາແກ່ບຸດຂອງທະຫານ ສິ່ງເຫຼົ່ານີ້ລ້ວນກໍ່ໃຫ້ເກີດຄວາມເທີດທູນແລະຄວາມຈົງຮັກພັກດີແກ່ເຫຼົ່າທະຫານເປັນຢ່າງຍິ່ງ
ດ້ານການສຶກສາ[ດັດແກ້]
ພະອົງພະລາຊະທານພະລາຊານຸຍາດໃຫ້ໃຊ້ອາຄານຂອງກົມທະຫານມະຫາດເລັກລາຊະວັນລົບຮັກສາພະອົງ ເປັນທີ່ຕັ້ງຂອງໂຮງຮຽນອະນຸບານຊື່ວ່າ ໂຮງຮຽນອະນຸບານທະຫານມະຫາດເລັກລາຊະວັນລົບ ໂດຍໃນໄລຍະທຳອິດໄດ້ຈັດການຮຽນການສອນສະເພາະຊັ້ນອະນຸບານ ຕໍ່ມາ ໂຮງຮຽນໄດ້ຍ້າຍໄປທີ່ຈັງຫວັດນົນທະບຸລີແລະໄດ້ຮັບພະລາຊະທານຊື່ໃໝ່ວ່າ ໂຮງຮຽນອະນຸລາຊະປະສິດ[7]
ພະນາມ[ດັດແກ້]
- ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າວະຊິຣາລົງກອນ ບໍຣົມຈັກກະຍາດິສອນສັນຕະຕິວົງ ເທເວດທຳຣົງສຸບໍຣິບານ ອະພິຄຸນູປະການມະຫິຕະລາດຸນເດດ ພູມິພົນນະເຣດວະຣາງກູນ ກິຕຕິສິຣິສົມບູນສະຫວາງຄະວັດ ບໍຣົມຂັດຕິຍະລາຊະກຸມານ
สมเด็จพระเจ้าลูกยาเธอ เจ้าฟ้าวชิราลงกรณ บรมจักรยาดิศรสันตติวงศ เทเวศรธำรงสุบริบาล อภิคุณูปการมหิตลาดุลเดช ภูมิพลนเรศวรางกูร กิตติสิริสมบูรณสวางควัฒน์ บรมขัตติยราชกุมาร (28 ກໍລະກົດ ຄ.ສ. 1952 — 28 ທັນວາ ຄ.ສ. 1972) - ສົມເດັດພະບໍຣົມໂອຣະສາທິລາດ ເຈົ້າຟ້າມະຫາວະຊິຣາລົງກອນ ບໍດິນທະຣະເທບພະຍະວະຣາງກູນ ສິຣິກິຕະຍະສົມບູນສະຫວາງຄະວັດ ວໍຣະຂັດຕິຍະລາຊະສັນຕະຕິວົງ ມະຫິຕະລະພົງສະອະດຸນຍະເດດ ຈັກກີນະເຣດຍຸບພະລາດວິສຸດ ສະຫຍາມມຸງກຸດລາຊະກຸມານ
สมเด็จพระบรมโอรสาธิราช เจ้าฟ้ามหาวชิราลงกรณ บดินทรเทพยวรางกูร สิริกิตยสมบูรณสวางควัฒน์ วรขัตติยราชสันตติวงศ์ มหิตลพงศอดุลยเดช จักรีนเรศยุพราชวิสุทธิ สยามมกุฎราชกุมาร (28 ທັນວາ ຄ.ສ. 1972 — 1 ທັນວາ ຄ.ສ. 2016) - ສົມເດັດພະເຈົ້າຢູ່ຫົວມະຫາວະຊິຣາລົງກອນ ບໍດິນທະຣະເທບພະຍະວະຣາງກູນ
สมเด็จพระเจ้าอยู่หัวมหาวชิราลงกรณ บดินทรเทพยวรางกูร (1 ທັນວາ ຄ.ສ. 2016 — 4 ພຶດສະພາ ຄ.ສ. 2019) - ພະບາດສົມເດັດພະປໍຣະເມນທະຣະຣາມາທິບໍດີສີສິນມະຫາວະຊິຣາລົງກອນ ມະຫິສອນພູມິພົນລາຊະວະຣາງກູນ ກິຕິສິຣິສົມບູນອະດຸນຍະເດດ ສະຫຍາມິນທາທິເບດລາດວະໂຣດົມ ບໍຣົມມະນາດຖະບໍພິດ ພະວະຊິຣະເກົ້າເຈົ້າຢູ່ຫົວ
พระบาทสมเด็จพระปรเมนทรรามาธิบดีศรีสินทรมหาวชิราลงกรณ มหิศรภูมิพลราชวรางกูร กิติสิริสมบูรณ์อดุลยเดช สยามินทราธิเบศรราชวโรดม บรมนาถบพิตร พระวชิรเกล้าเจ้าอยู่หัว (4 ພຶດສະພາ ຄ.ສ. 2019 — ປັດຈຸບັນ)
ອ້າງອິງ[ດັດແກ້]
1.ส.พลายน้อย. พระบรมราชินีและเจ้าจอมมารดาแห่งราชสำนักสยาม. พิมพ์ครั้งที่ 5. กรุงเทพฯ:ฐานบุ๊คส์, 2554. หน้า 233
2.มหาวิทยาลัยมหาสารคาม, สยามมกุฎราชกุมารในราชวงศ์จักรี
3.ส.พลายน้อย. พระบรมราชินีและเจ้าจอมมารดาแห่งราชสำนักสยาม. พิมพ์ครั้งที่ 5. กรุงเทพฯ:ฐานบุ๊คส์, 2554. หน้า 233
4.มหาวิทยาลัยมหาสารคาม, สยามมกุฎราชกุมารในราชวงศ์จักรี
5.ส.พลายน้อย. พระบรมราชินีและเจ้าจอมมารดาแห่งราชสำนักสยาม. พิมพ์ครั้งที่ 5. กรุงเทพฯ:ฐานบุ๊คส์, 2554. หน้า 234
6.ราชกิจจานุเบกษา, ประกาศสำนักนายกรัฐมนตรี เรื่อง ให้หยุดราชการและชักธงชาติเนื่องในการที่พระราชกุมารประสูติ, เล่ม 69, ตอนที่ 49, 12 สิงหาคม พ.ศ. 2495, หน้า 2434
7.ราชกิจจานุเบกษา, หมายกำหนดการ ที่ 15/2495 พระราชพิธีสมโภชเดือนและขึ้นพระอู่สมเด็จพระเจ้าลูกยาเธอ 2495, เล่ม 69, ตอน 54 ง, 9 กันยายน พ.ศ.2495, หน้า 3031
8.หอจดหมายเหตุแห่งชาติ, พระราชพิธีสมโภชเดือนและขึ้นพระอู่สมเด็จพระเจ้าลูกยาเธอ
9.ประมวลพระบรมฉายาลักษณ์และพระราชประวัติ.
10.ลาวัณย์ โซตามระ. สี่เจ้าฟ้า. กรุงเทพมหานคร: บริษัท กัตนา ดิสทริบิวชั่น จำกัด
11.พระราชประวัติสมเด็จพระบรมโอรสาธิราช เจ้าฟ้ามหาวชิราลงกรณ สยามมกุฎราชกุมาร. พระไตรปิฎกฉบับสำหรับประชาชน ตอนว่าด้วยพระสูตร. กรุงเทพมหานคร: กรมการศาสนา กระทรวงวัฒนธรรม
12.ราชกิจจานุเบกษา, พระบรมราชโองการ ประกาศ สถาปนาสมเด็จพระบรมโอรสาธิราชฯ สยามมกุฎราชกุมาร, เล่ม 89, ตอน 200 ก ฉบับพิเศษ, 28 ธันวาคม พ.ศ. 2515, หน้า 1
- ↑ "Thailand's King Bhumibol Adulyadej dead at 88". BBC News. 13 October 2016. Retrieved 13 October 2016.
- ↑ AFP (2016-10-13). "Thai Prime Minister Prayuth says Crown Prince seeks delay in proclaiming him King". Coconut.co. Bangkok: Coconuts BKK. Retrieved 2016-10-14.
- ↑ "Thai king death: Thousands throng streets for procession". BBC. 2016-10-14. Retrieved 2016-10-14.
- ↑ "'องค์รัชทายาท-เจ้าฟ้านักบิน' เผยพระราชกรณียกิจ ตามเบื้องพระยุคลบาท". มติชน. 14 ตุลาคม 2559. Retrieved 14 ตุลาคม 2559.
{{cite journal}}
: Check date values in:|accessdate=
and|date=
(help) - ↑ พระราชประวัติสมเด็จพระบรมโอรสาธิราช เจ้าฟ้ามหาวชิราลงกรณ สยามมกุฎราชกุมาร. พระไตรปิฎกฉบับสำหรับประชาชน ตอนว่าด้วยพระสูตร. กรุงเทพมหานคร: กรมการศาสนา กระทรวงวัฒนธรรม (ประเทศไทย)
- ↑ ราชอาณาจักรสยาม ,พระราชภาระหน้าที่ของสมเด็จพระบรมโอรสาธิราช เจ้าฟ้าชายมหาวชิราลงกรณ สยามมกุฎราชกุมาร,http://www.kingdom-siam.org
- ↑ ประวัติโรงเรียนอนุราชประสิทธิ์, เข้าถึงวันที่ 26 สิงหาคม พ.ศ. 2554