Jump to content

ສົມເດັດພະນາງເຈົ້າສຸທິດາ ພັດຊະຣະສຸທາພິມົນລັກ ພະບໍລົມລາຊິນີ

ຈາກ ວິກິພີເດຍ
ສົມເດັດພະນາງເຈົ້າສຸທິດາ ພັດຊະຣະສຸທາພິມົນລັກ
สมเด็จพระนางเจ้าสุทิดา พัชรสุธาพิมลลักษณ
สมเด็จพระบรมราชินี
ສົມເດັດພະນາງເຈົ້າສຸທິດາໃນປີ ຄ.ສ. 2019
ພະອັກຄະລະມະເຫສີໄທ
ດຳລົງພະຍົດ1 ພຶດສະພາ ຄ.ສ. 2019 – ປັດຈຸບັນ
ສະຖາປະນາ4 ພຶດສະພາ ຄ.ສ. 2019
ກ່ອນໜ້າສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ
ປະສູດສຸທິດາ ຕິດໃຈ
(1978-06-03) 3 ມິຖຸນາ ຄ.ສ. 1978 (48 ປີ)
ອຳເພີຫາດໃຫຍ່ ຈັງຫວັດສົງຂາ ປະເທດໄທ
ພະລາຊະສະຫວາມີພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ (ສົມລົດ 2019)
Full name
ສົມເດັດພະນາງເຈົ້າສຸທິດາ ພັດຊະຣະສຸທາພິມົນລັກ ພະບໍລົມລາຊິນີ
ລາຊະສະກຸນມະຫິດົນ (ໂດຍສົມລົດ)
Dynastyຈັກກີ (ໂດຍສົມລົດ)
Fatherຄຳ ຕິດໃຈ
Motherຈັ່ງຮຽງ ຕິດໃຈ
Religionເຖຣະວາດ
Occupationພະນັກງານຕ້ອນຮັບບົນເຮືອບິນ, ທະຫານ, ນັກບິນ, ນັກກີລາເຮືອໃບ, ນັກກີລາຕີຄີ່ນ້ຳກ້ອນ
ລາຍເຊັນ
ພະລາຊະວົງໄທ

ພະບາດສົມເດັດພະເຈົ້າຢູ່ຫົວ
ສົມເດັດພະນາງເຈົ້າຯ ພະບໍລົມລາຊິນີ


ສົມເດັດພະບໍລົມລາຊະຊົນນະນີພັນປີຫຼວງ



    

ສົມເດັດພະນາງເຈົ້າສຸທິດາ ພັດຊະຣະສຸທາພິມົນລັກ ພະບໍລົມລາຊິນີ (ໄທ:สมเด็จพระนางเจ้าสุทิดา พัชรสุธาพิมลลักษณ พระบรมราชินี; (ເດີມ ສຸທິດາ ຕິດໃຈ ໄທ: สุทิดา ติดใจ) ພະລາຊະສົມພົບ: 3 ມິຖຸນາ ຄ.ສ. 1978) ແມ່ນພະອັກຄະລະມະເຫສີໃນພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ

ຊົງຮັບລາຊະການທະຫານໃນໜ່ວຍບັນຊາການຖະຫວາຍຄວາມປອດໄພຮັກສາພະອົງ ຊົງດຳລົງຕຳແໜ່ງສູງສຸດເປັນຮອງຜູ້ບັນຊາການ (ອັດຕາ ພົນເອກພິເສດ) ນອກຈາກນີ້ຍັງຊົງດຳລົງຕຳແໜ່ງເປັນລາຊະອົງຄະຮັກເວນໃນພະອົງແລະພະບໍລົມວົງສານຸວົງຫຼາຍພະອົງ

ວັນທີ 1 ພຶດສະພາ ຄ.ສ. 2019 ຊົງປະກອບພະລາຊະພິທີລາຊາພິເສກສົມລົດກັບສົມເດັດພະເຈົ້າຢູ່ຫົວມະຫາວະຊິຣາລົງກອນ ນະ ພະທີ່ນັ່ງອຳພອນສະຖານ ພະລາຊະວັງດຸສິດ ຈຶງຊົງໄດ້ຮັບການສະຖາປະນາເປັນ ສົມເດັດພະລາຊິນີສຸທິດາ ຊົງດຳລົງຕຳແໜ່ງພະອິສະຣິຍະຍົດ ຖານັນດອນສັກແຫ່ງພະລາຊະວົງ ໃນການພະລາຊະພິທີບໍລົມລາຊາພິເສກ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວໂປດເກົ້າຯ ສະຖາປະນາຊະເຫຼີມພະກຽດຕິຍົດສົມເດັດພະລາຊິນີຂຶ້ນເປັນສົມເດັດພະບໍລົມລາຊິນີ ຊົງພະນາມວ່າ ສົມເດັດພະນາງເຈົ້າສຸທິດາ ພັດຊະຣະສຸທາພິມົນລັກ ພະບໍລົມລາຊິນີ