ສະຫຍາມມຸງກຸດລາຊະກຸມານ

ຈາກ ວິກິພີເດຍ
ສະຫຍາມມຸງກຸດລາຊະກຸມານ
สยามมกุฎราชกุมาร
ທຸງປະຈຳພະອິສະລິຍົດ
ຜູ້ດຳລົງຕຳແໜ່ງຄົນປັດຈຸບັນ​​​
ວ່າງ

ຕັ້ງແຕ່ 13 ຕຸລາ ຄ.ສ. 2016
ການຮຽກຂານສົມເດັດພະບໍລົມໂອລະສາທິລາດຯ ສະຫຍາມມຸງກຸດລາຊະກຸມານ
(ທາງການ)
ໃຕ້ຝ່າລະອອງພະບາດ
(ທາງການ)
ສະມາຊິກຂອງລາຊະວົງຈັກກີ
ຜູ້ແຕ່ງຕັ້ງພະມະຫາກະສັດໄທ
ວາລະຈົນກວ່າຈະສືບລາຊະສົມບັດ
ຜູ້ປະເດີມຕຳແໜ່ງສົມເດັດພະບໍລົມໂອລະສາທິລາດ ເຈົ້າຟ້າມະຫາວະຊິຣຸນນະຫິດ ສະຫຍາມມຸງກຸດລາຊະກຸມານ
ສ້າງຕັ້ງ14 ມັງກອນ ຄ.ສ. 1886
ເວັບໄຊຕ໌royaloffice
ທຸງເຍົາວະລາດໃຫຍ່

ສະຫຍາມມຸງກຸດລາຊະກຸມານ (ໄທ: สยามมกุฎราชกุมาร) ແມ່ນພະອິສະລິຍະຍົດມຸງກຸດລາຊະກຸມານຂອງປະເທດໄທ ເຊິ່ງພະອິສະຣິຍະຍົດຂອງຜູ້ທີ່ຈະສືບລາຊະສົມບັດຕໍ່ຈາກພະມະຫາກະສັດໄທໂດຍສະຫຍາມມຸງກຸດລາຊະກຸມານຈະດຳລົງພະຍົດນີ້ໄປຈົນກວ່າພະມະຫາກະສັດຈະສະຫວັນຄົດຫຼືສະຫຼະລາຊະສົມບັດ ພະຍົດນີ້ພະບາດສົມເດັດພະຈຸລະຈອມເກົ້າຢູ່ຫົວເປັນຜູ້ຊົງກຳໜົດຂຶ້ນເມື່ອ ຄ.ສ.1886 ເພື່ອເປັນລັດຊະທາຍາດແທນກົມພະລາຊະວັງບໍວອນສະຖານມົງຄົນ ຫຼື ວັງໜ້າ ແລະຕຳແໜ່ງພະມະຫາອຸປະຫຼາດ ເຊິ່ງໃຊ້ສືບຕໍ່ກັນມາຕັ້ງແຕ່ຄັ້ງກຸງສີອະຍຸທະຍາ

ປະຫວັດ[ດັດແກ້]

ໃນສະໄໝກຸງສີອະຍຸທະຍາ ສົມເດັດພະຮາມາທິບໍດີທີ່ 1 ຊົງກາກົດມົນເທຍລະບານເຊິ່ງມີການລຳດັບຍົດຂອງພະບໍຣົມວົງສານຸວົງແລະຂ້າລາຊະການທົ່ວໄປໃນກົດມົນເທຍລະບານນັ້ນລຳດັບພະຍົດຂອງພະລາຊະໂອລົດພະອົງໃຫຍ່ທີ່ປະສູດແຕ່ພະອັກຄະລະມະເຫສີເປັນ ສົມເດັດໜໍ່ພະພຸດທະເຈົ້າ ມີພະກຽດຕິຍົດເໜືອກວ່າພະບໍຣົມວົງສານຸວົງທັງປວງ ແຕ່ບໍ່ໄດ້ກຳໜົດຊັດເຈນວ່າຕຳແໜ່ງສົມເດັດໜໍ່ພະພຸດທະເຈົ້າເປັນລັດທາຍາດ ຈົນກະທັ່ງໃນລາຊະສະໄໝສົມເດັດພະບໍລົມໄຕໂລກະນາດ ຊົງກາພະລາຊະກຳໜົດສັກດິນາພົນລະເຮືອນຂຶ້ນ ຈຶງຊົງກຳໜົດໃຫ້ສົມເດັດພະເຈົ້າລູກຢາເທີເຊິ່ງໄດ້ສະເຫຼີມພະລາຊະມົນທຽນແລ້ວຊົງສັກດິນາໜຶ່ງແສນດຳລົງພະລາຊະອິສະຣິຍະຍົດເປັນພະມະຫາອຸປະຫຼາດ ແຕ່ຕຳແໜ່ງພະມະຫາອຸປະຫຼາດກໍບໍ່ໄດ້ແຕ່ງຕັ້ງໃນທຸກແຜ່ນດິນ ສ່ວນສະໄໝກຸງລັດຕະນະໂກສິນນັ້ນ ພະມະຫາກະສັດຊົງແຕ່ງຕັ້ງພະມະຫາອຸປະຫຼາດ (ກົມພະລາຊະວັງບໍວອນສະຖານມົງຄົນ) ໃນທຸກລາຊະການໂດຍເປັນຕຳແໜ່ງສຳລັບພະລາຊະທານແກ່ພະບໍຣົມວົງສານຸວົງພະອົງໃດທີ່ມີຄວາມຊອບສະເໝີເໝືອນ ພະມະຫາກະສັດກໍບໍ່ຊົງແຕ່ງຕັ້ງພະບໍຣົມວົງສານຸວົງພະອົງໃດທີ່ພະມະຫາອຸປະຫຼາດ ຈົນຮອດລາຊະສະໄໝພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ຫຼັງຈາກທີ່ກົມພະລາຊະວັງບໍວອນວິເສດໄຊຊານສະເດັດທິວົງຄົດພະອົງມີພະລາຊະດຳຣິວ່າທີ່ ຕຳແໜ່ງກົມພະລາຊະວັງບໍວອນສະຖານມົງຄົນບໍ່ເໝາະສົມກາລະສະໄໝແລະອາດເຮັດໃຫ້ຊາວຕ່າງປະເທດເຂົ້າໃຈສັບສົນແລະມີພະລາຊະດຳຣິວ່າ ພະລາຊະອິສະຣິຍະຍົດ ສົມເດັດພະບໍຣົມໂອຣະສາທິລາດ ເຊິ່ງຮຽກວ່າ ສົມເດັດໜໍ່ພະພຸດທະເຈົ້າທີ່ໄດ້ຕັ້ງຂຶ້ນໄວ້ຕັ້ງແຕ່ຄັ້ງສົມເດັດພະຣາມາທິບໍດີທີ່ 1 ເປັນຕຳແໜ່ງທີ່ສອດຄ້ອງຕາມແບບຢ່າງການສືບສັນຕະຕິວົງຂອງພະມະຫາກະສັດໃນນານາອາລະຍະປະເທດ ທີ່ມີລາຊະປະເພນີແຕ່ງຕັ້ງພະລາຊະໂອລົດອົງໃຫຍ່ເປັນມຸງກຸດລາຊະກຸມານດຳລົງຕຳແໜ່ງລາຊະທາຍາດ ຈຶງມີພະບໍຣົມລາຊະໂອງການປະກາດຍົກເລີກຕໄແໜ່ງກົມພະລາຊະວັງບໍວອນສະຖານມົງຄົນ ຕັ້ງແຕ່ປີ ຄ.ສ.1885 ແລະໂປດໃຫ້ມີຕຳແໜ່ງ ສົມເດັດພະບໍຣົມໂອຣະສາທິລາດ ສະຫຍາມມຸງກຸດລາຊະກຸມານ ເຊິ່ງເປັນຕຳແໜ່ງທີ່ຈະຊົງເປັນລາຊະທາຍາດສືບລາຊະສັນຕະຕິວົງສືບໄປ

ທຸງປະຈຳພະອົງ[ດັດແກ້]

ທຸງເຍົາວະລາດ
ທຸງເຍົາວະລາດໜ້ອຍ

ທຸງປະຈຳພະອົງພະອົງສົມເດັດພະບໍຣົມໂອຣະສາທິລາດ ສະຫຍາມມຸງກຸດລາຊະກຸມານ ຮຽກວ່າ ທຸງເຍົາວະລາດມີຂຶ້ນຄັ້ງທຳອິດເມື່ອ ຄ.ສ. 1897 ມີພື້ນສີຂາບ ຂະໜາດກວ້າງ 5 ສ່ວນ ຍາວ 6 ສ່ວນ ຮູບເຄື່ອງໝາຍກາງທຸງເໝືອນຢ່າງທຸງມະຫາລາດກ່າວຄື ກົງກາງເປັນຮູບໂລ່ ໃນໂລ່ແບ່ງອອກເປັນ 3 ຊ່ອງ ຊ່ອງບົນເປັນຮູບຊ້າງໄອຍະຣາພົດຢູ່ບົນພື້ນສີເຫຼືອງບອກນາມສະຫຍາມເໜືອ ສະຫຍາມໃຕ້ແລະສະຫຍາມກາງ ຊ່ອງລ່າງຂ້າງຂວາເປັນຮູບຊ້າງເຜືອກບົນພື້ນຊົມພູຫັນອອກໄປຂ້າງເສົາ ເປັນນາມສັນຢາແຫ່ງລາວປະເທດ ຊ່ອງລ່າງຊ້າຍເປັນຮູບກົດຊະຄົດແລະກົງສອງອັນໄຂວ້ກັນຢູ່ບົນພື້ນແດງບອກນາມສັນຢາມະລາຍູປະເທດ ເບື້ອງບົນແຫ່ງໂລ່ມີຈັກກີໄຂວ້ກັນແລະມີພະມະຫາພິໄຊມຸງກຸດສວມຢູ່ບົນຈັກກີ ແຕ່ເຄື່ອງສູງຂ້າງໂລ່ຂອງທຸງເຍົາວະລາດນັ້ນເປັນ 5 ຊັ້ນ ທຸງເຍົາວະລາດນີ້ສຳລັບຊັກຂຶ້ນບົນເສົາໃນເຮືອພະທີ່ນັ່ງຫຼືເຮືອລຳໜຶ່ງລຳໃດ ເຊິ່ງສົມເດັດພະບໍຣົມໂອຣະສາທິລາດ ສະຫຍາມມຸງກຸດລາຊະກຸມານສະເດັດໂດຍອິສະຣິຍະຍົດເປັນທີ່ໝາຍໃຫ້ປະກົດວ່າໄດ້ສະເດັດຢູ່ໃນເຮືອລຳນັ້ນ

ຄັ້ນຮອດລາຊະສະໄໝພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ພະອົງໂປດໃຫ້ຍົກເລີກທຸງເຍົາວະລາດແລ້ວປ່ຽນເປັນທຸງເຍົາວະລາດໃຫຍ່ແລະທຸງເຍົາວະລາດນ້ອຍ ປັດຈຸບັນ ທຸງເຍົາວະລາດໃຫຍ່ເປັນຮູບສີ່ລ່ຽມຈະຕຸລັດ ພື້ນທຸງມີ 2 ສີ ພື້ນຮອບນອກສີຂາບ ພື້ນຮອບໃນສີເຫຼືອງກວ້າງເຄິ່ງສ່ວນຂອງພື້ນຮອບນອກ ກົງກາງຮອບໃນມີຮູບຄຸດພ່າສີແດງ ສ່ວນທຸງເຍົາວະລາດໜ້ອຍແບ່ງຄວາມຍາວອອກເປັນ 2 ຕອນ ຕອນຕົ້ນມີລັກສະນະແລະສັນຖານເໝືອນກັບທຸງເຍົາວະລາດໃຫຍ່ແຕ່ກວ້າງບໍ່ເກີນກວ່າ 60 ເຊັນຕິແມັດ ຕອນປາຍມີລັກສະນະເປັນຊາຍຕໍ່ສີຂາວແປງເປັນຮູບທຸງຍາວລຽວ ໂດຍໃຫ້ປາຍສຸດກວ້າງເຄິ່ງໜຶ່ງຕົ້ນ ປາຍທຸງຕັດເປັນແສກຮູບຫາງນົກແຊງແຊວລຶກ 3 ໃນ 8 ສ່ວນຂອງຄວາມຍາວຂອງຜືນທຸງ ຄວາມຍາວຂອງຜືນທຸງເປັນ 8 ເທົ່າຂອງຄວາມກວ້າງຂອງຕອນຕົ້ນ ທຸງນີ້ຖ້າຊັກຂຶ້ນແທນທຸງເຍົາວະລາດໃຫຍ່ ໝາຍຄວາມວ່າ ໂປດເກົ້າຯ ໃຫ້ງົດການຍິງສະລຸດຖະຫວາຍຄຳນັບ

ເຄື່ອງລາດອິສະຣິຍະຍົດ[ດັດແກ້]

ເຄື່ອງປະກອບລາຊະອິສະລິຍະຍົດປະຈຳຕຳແໜ່ງສົມເດັດພະບໍຣົມໂອຣະສາທິລາດ ສະຫຍາມມຸງກຸດລາຊະກຸມານ ໃນປັດຈຸບັນ ປະກອບດ້ວຍ

  • ໝວດເຄື່ອງສິລາພອນ
    • ພະອະນຸລາດມຸງກຸດ
    • ພະມາລາເສົ້າສູງເຄື່ອງຄຳລົງຢາ
  • ໝວດເຄື່ອງສັດຕາວຸດ
    • ພະແສງຝັກທອງກ້ຽງ
    • ພະແສງກະບີ່ສັນປຸຄຳລົງຢາສີສະ

ນາກສາມສຽນ

  • ໝວດເຄື່ອງລາຊະພອນອັນເປັນມົງຄົນ
    • ພະສັງວານພະນົບໜ້ອຍ ພະປະຄຳທອງຄຳພະດິ່ງທອງຄ່ຳສາຍທອງ ພະຕະກຸດຄຳລົງຢາປະດັບສາຍຄຳ ພະທຳມະລົງນົບພະຣັດ
  • ໝວດເຄື່ອງຣາຊູປະໂພກ
    • ພານພະສີຄຳລົງຢາເຄື່ອງພ້ອມ ພະຄົນໂທຄຳລົງຢາພ້ອມພານຮອງ ພະສຸວັນນະສີຄຳລົງຢາ ຫີບພະສີໄມ້ແດງຫຸ້ມຄຳລົງຢາພ້ອມພານຮອງ ກາກະບອກຄຳ

ລາຍພະນາມສະຫຍາມມຸງກຸດລາຊະກຸມານ[ດັດແກ້]

ສົມເດັດພະບໍຣົມໂອຣະສາທິລາດ ສະຫຍາມລາຊະກຸມານ ຈົນຮອດປັດຈຸບັນມີທັງໝົດ 3 ພະອົງ ໄດ້ແກ່

ພະບໍລົມສາຍາລັກ ສະຫຍາມມຸງກຸດລາຊະກຸມານ ຄວາມພັນກັບພະມະຫາກະສັດ ສະຖາປະນາ ສິ້ນສຸດຕຳແໜ່ງ
ສົມເດັດພະບໍຣົມໂອຣະສາທິລາດ ເຈົ້າຟ້າມະຫາວະຊິຣຸນຫິດ
ສະຫຍາມມຸງກຸດລາຊະກຸມານ
ພະລາຊະໂອລົດ (ຊັ້ນເຈົ້າຟ້າ) ພະອົງໃຫຍ່
ໃນພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ
ປະສູດແຕ່
ສົມເດັດພະນາງເຈົ້າສະຫວ່າງວັດທະນາ ພະບໍຣົມລາຊະເທວີ
14 ມັງກອນ ຄ.ສ. 1886 [1] ສະຫວັນຄົດ
(4 ມັງກອນ ຄ.ສ. 1894)
ສົມເດັດພະບໍຣົມໂອຣະສາທິລາດ ເຈົ້າຟ້າມະຫາວະຊິຣາວຸດ
ສະຫຍາມມຸງກຸດລາຊະກຸມານ
ພະລາຊະໂອລົດ (ຊັ້ນເຈົ້າຟ້າ) ພະອົງຮອງ
ໃນພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ
ປະສູດແຕ່
ສົມເດັດພະນາງເຈົ້າເສົາວະພາຜ່ອງສີ ພະບໍຣົມລາຊິນີນາດ
4 ມັງກອນ ຄ.ສ. 1894[2] ຂຶ້ນຄອງລາດ
(23 ຕຸລາ ຄ.ສ. 1910)
ສົມເດັດພະບໍຣົມໂອຣະສາທິລາດ ເຈົ້າຟ້າມະຫາວະຊິຣາລົງກອນ
ສະຫຍາມມຸງກຸດລາຊະກຸມານ
ພະລາຊະໂອລົດ
ໃນພະບາດສົມເດັດພະເຈົ້າຢູ່ຫົວພູມິພົນອະດຸນຍະເດດ
ປະສູດແຕ່
ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ
28 ທັນວາ ຄ.ສ. 1972[3] ຂຶ້ນຄອງລາດ
(13 ຕຸລາ ຄ.ສ. 2016)

ອ້າງອີງ[ດັດແກ້]

  1. ราชกิจจานุเบกษา, ประกาศเฉลิมพระปรมาภิไธย สถาปนาสมเด็จพระเจ้าลูกเธอ เจ้าฟ้าราชกุมารพระองค์ใหญ่ เป็น สมเด็จพระบรมโอรสาธิราช เจ้าฟ้ามหาวชิรุณหิศ Archived 2012-06-09 at the Wayback Machine, เล่ม ๓, ตอน ๔๔, วันที่ ๑ มีนาคม พ.ศ. ๒๔๒๙, หน้า ๓๖๘
  2. ราชกิจจานุเบกษา,ประกาศสถาปนา สมเด็จพระบรมโอรสาธิราช เจ้าฟ้ามหาวชิราวุธสยามมกุฎราชกุมาร Archived 2011-11-10 at the Wayback Machine, เล่ม ๑๑, ตอน ๔๓, ๒๐ มกราคม พ.ศ. ๒๔๓๗, หน้า ๓๔๖
  3. ราชกิจจานุเบกษา, พระบรมราชโองการ ประกาศ สถาปนาสมเด็จพระบรมโอรสาธิราช สยามมกุฎราชกุมาร Archived 2009-08-24 at the Wayback Machine, เล่ม ๘๙, ตอน ๒๐๐ ก, ฉบับพิเศษ, ๒๘ ธันวาคม พ.ศ. ๒๕๑๕, หน้า ๑

1.พระองค์ใหญ่ เป็น สมเด็จพระบรมโอรสาธิราช เจ้าฟ้ามหาวชิรุณหิศ, เล่ม ๓, ตอน ๔๔, วันที่ ๑ มีนาคม พ.ศ. ๒๔๒๙, หน้า ๓๖๘

2. พระราชพิธีสถาปนา เฉลิมพระนามาภิไธย สมเด็จพระบรมโอรสาธิราช สยามมกุฎราชกุมาร

3. พระราชบัญญัติธง รัตนโกสินทร์ ศก ๑๑๖

4. พระราชบัญญัติธง รัตนโกสินทร์ ศก ๑๒๙

5. ราชกิจจานุเบกษา, พระราชบัญญัติธง พ.ศ. ๒๕๒๒, เล่ม ๙๖, ตอน ๑๑ ก ฉบับพิเศษ, ๓๐ เมษายน พ.ศ. ๒๕๒๒, หน้า ๑

6.ภาพเครื่องประกอบพระราชอิสริยยศสมเด็จพระบรมโอรสาธิราชฯ สยามมกุฎราชกุมาร

7.ราชกิจจานุเบกษา,ประกาศสถาปนา สมเด็จพระบรมโอรสาธิราช เจ้าฟ้ามหาวชิราวุธสยามมกุฎราชกุมาร, เล่ม ๑๑, ตอน ๔๓, ๒๐ มกราคม พ.ศ. ๒๔๓๗, หน้า ๓๔๖

8. ราชกิจจานุเบกษา, พระบรมราชโองการ ประกาศ สถาปนาสมเด็จพระบรมโอรสาธิราช สยามมกุฎราชกุมาร, เล่ม ๘๙, ตอน ๒๐๐ ก, ฉบับพิเศษ, ๒๘ ธันวาคม พ.ศ. ๒๕๑๕, หน้า ๑