ຈຸລາລົງກອນມະຫາວິທະຍາໄລ
ຈຸລາລົງກອນມະຫາວິທະຍາໄລ | |
---|---|
Chulalongkorn University | |
![]() | |
ຄະຕິພົດ |
|
ສະຖາປະນາ | 26 ມີນາ ພ.ສ. 2460 |
ນາຍົກສະພາ | ສ.ກິດຕິຄຸນ ຄຸນຍິງ ດຣ.ສຸຊາດາ ກີລະນັນ |
ຈຳນວນນັກຮຽນ | 38,456 ຄົນ[໒] |
ຈຳນວນ ປ.ຕີ | 25,637 ຄົນ |
ຈຳນວນ ປ.ໂທ | 12,439 ຄົນ |
ຈຳນວນ ປ.ເອກ | 2,644 ຄົນ |
ຜູ້ສະຖາປະນາ | ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ |
ສີປະຈຳສະຖາບັນ | ███ ສີຊົມພູ[໓] |
ເຄືອຂ່າຍ | APRU, AUN, ASAIHL |
![]() |
ຈຸລາລົງກອນມະຫາວິທະຍາໄລ (Thai: จุฬาลงกรณ์มหาวิทยาลัย) ເປັນມະຫາວິທະຍາໄລແຫ່ງທຳອິດຂອງປະເທດໄທ[໔] ຕັ້ງຢູ່ທີ່ເຂດປະທຸມວັນ ກຸງເທບມະຫານະຄອນ ຖືກຳເນີດຈາກ"ໂຮງຮຽນສຳຫລັບເຝິກຫັດຂ້າລາດຊະນານຝ່າຍພົນລະເຮືອນ" ທີ່ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ໂປດເກົ້າຯ ໃຫ້ກໍ່ຕັ້ງຂຶ້ນພາຍໃນພະບລົມມະຫາລາຊະວັງ ເມື່ອປີພ.ສ. ໒໔໔໒ ພ້ອມທັງພະລາດຊະທານພະບຣົມລາຊາອະນຸຍາດໃຫ້ອັນເຊີນ"ພະກ້ຽວ"ມາເປັນເຄື່ອງຫມາຍປະຈຳໂຮງຮຽນ ຈຸລາລົງກອນມະຫາວິທະຍາໄລຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທຈາກຫລາຍສຳນັກ[໕][໖][໗][໘][໙]
ການດຳເນີນງານຂອງໂຮງຮຽນມີການພັດທະນາຢ່າງຕໍ່ເນື່ອງເປັນລຳດັບ ຈົນເມື່ອວັນທີ່ ໒໖ ມີນາ ພ.ສ. ໒໔໕໙ ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວໄດ້ສະຖາປະນາຂຶ້ນເປັນມະຫາວິທະຍາໄລ ແລະພະລາດຊະທານນາມວ່າ "ຈຸລາລົງກອນມະຫາວິທະຍາໄລ" ເພື່ອເປັນພະບຣົມລາຊານຸສາວະລີສະເຫລີມພະກຽດແຫ່ງພະບາດສົມເດັດພະຈຸລຈອມເກົ້າເຈົ້າຢູ່ຫົວ ສົມເດັດພະບຣົມຊົນກະນາດຂອງພະອົງ ນັບຕັ້ງແຕ່ ພ.ສ. ໒໔໖໐ ຮອດປະຈຸບັນ ຈຸລາລົງກອນມະຫາວິທະຍາໄລມີຜູ້ບັນຊາການ ແລະອະທິບໍດີດຳລົງຕຳແຫນ່ງມາແລ້ວ ໑໕ ຄົນ ອະທິການບໍດີຄົນປະຈຸບັນຄື ສາດສະດາຈານ ນາຍແພດ ພິຣົມ ກະມົນຣັດຕະນະກຸນ
ປະຈຸບັນ ຈຸລາລົງກອນມະຫາວິທະຍາໄລ ເປີດການຮຽນການສອນໃນ ໑໘ ຄະນະ ໑ ສຳນັກວິຊາ ບັນດິດວິທະຍາໄລ ວິທະຍາໄລ ແລະສະຖາບັນຕ່າງ ໆ ຮວມທັງຫມົດ ໔໙໒ ສາຂາວິຊາ ຫລັກສູດນານາຊາດ ແລະພາສາອັງກິດ ຮວມທັງຫມົດ ໘໘ ສາຂາວິຊາ[໑໐] ນອກຈາກນີ້ ຍັງໄດ້ຈັດຕັ້ງສະຖາບັນວິໄຈຂຶ້ນພາຍໃນມະຫາວິທະຍາໄລອີກຫລາຍແຫ່ງເພື່ອດຳເນີນການວິໄຈໃນສາດຕ່າງ ໆ ອີກນຳ
ໃນອະດີດ ຜູ້ທີ່ຈົບການສຶກສາຈາກຈຸລາລົງກອນມະຫາວິທະຍາໄລ ໄດ້ຮັບພະມະຫາກະລຸນາທິຄຸນ ໃຫ້ເຂົ້າຮັບ ພະລາດຊະທານປະລິນຍາບັດຈາກພະຫັດພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ ແຕ່ໃນປະຈຸບັນພະບາດສົມເດັດພະເຈົ້າຢູ່ຫົວ ຊົງພະກະລຸນາໂປດເກົ້າໂປດກະຫມ່ອມໃຫ້ ສົມເດັດພະເທບພະຣັດລາດສຸດາຯ ສະຫຍາມບໍຣົມລາດຊະກຸມາຣີ ສະເດັດພະລາດຊະດຳເນີນມາປະຕິບັດພະລາດຊະກໍລະນີຍະກິດແທນພະອົງໃນການພະລາດຊະທານປະລິນຍາບັດແກ່ບັນດິດ ມະຫາບັນດິດ ແລະດຸດສະດີບັນດິດ ແຫ່ງຈຸລາລົງກອນມະຫາວິທະຍາໄລ ນັບເປັນກຽດຕິຍົດ ແລະຄວາມພູມໃຈຂອງຊາວຈຸລາຯ ຢ່າງສູງສຸດ.
ການສຶກສາ[ດັດແກ້]
ຈຸລາລົງກອນມະຫາວິທະຍາໄລ ປະກອບ ດ້ວຍ ໒0 ຄະນະ, ວິທະຍາໄລ ແລະ ສະຖາບັນ:
|
|
ນອກຈາກນີ້ ຍັງມີ ວິທະຍາໄລການສາທາລະນະສຸກ, ວິທະຍາໄລປີໂຕຣລຽມແລະປີໂຕຣເຄມີ, ວິທະຍາໄລປະຊາກອນສາດ ແລະອື່ນໆ.
ອັນດັບມະຫາວິທະຍາໄລ[ດັດແກ້]
ອັນດັບ | |
---|---|
ອັນດັບ ໃນ ປະເທດໄທ | |
QS Asian (2016) | ໑[໕] |
QS World (2016) | ໑[໖] |
QS GER (2017) | ໑[໑໑] |
CWUR (2016) | ໑ |
RUR (2017) | ໑ |
CWTS (2016) | ໑ |
THE World (2016) | ໒[໑໒] |
SIR (2016) | ໒[໑໓] |
Nature Index (2016) | ໑[໑໔] |
U.S. News (2016) | ໒[໑໕] |
UI Green Metric (2015) | ໑[໑໖] |
ອັນດັບ ໃນ ໂລກ | |
QS Asian (2016) | ໔໕[໕] |
QS World (2016) | ໒໕໒[໖] |
QS GER (2017) | ໑໕໑-໒໐໐[໑໑] |
CWUR (2016) | ໓໒໐[໗] |
RUR (2017) | ໓໙໘[໘] |
CWTS (2016) | ໔໓໒[໙] |
THE World (2016) | ໖໐໑ -໘໐໐[໑໒] |
SIR (2016) | ໔໗໕[໑໓] |
U.S. News (2016) | ໕໗໙[໑໕] |
UI Green Metric (2015) | ໓໐[໑໖] |
- ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ອັນດັບທີ່ ໔໕ ຂອງ ອາຊີ ໂດຍ QS Asian University Rankings ໒໐໑໖[໕]
- ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ອັນດັບທີ່ ໒໕໒ ຂອງ ໂລກ ໂດຍ QS World University Rankings ໒໐໑໖/໑໗[໖]
- ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ອັນດັບທີ່ ໓໒໐ ຂອງ ໂລກ ໂດຍ Center for World University Ranking ຫຼື CWUR.[໗]
- ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ອັນດັບທີ່ ໓໙໘ ຂອງ ໂລກ ໂດຍ Round University Ranking[໘]
- ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ອັນດັບທີ່ ໔໓໒ ຂອງ ໂລກ ໂດຍ CWTS Leiden Ranking ໒໐໑໖ [໙]
- ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໖໐໑-໘໐໐ ຂອງ ໂລກ ໂດຍ THE World University Rankings ໒໐໑໖[໑໒]
- ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໔໗໕ ຂອງ ໂລກ ໂດຍ SCImago institutions Ranking[໑໓]
- ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໕໗໙ ຂອງ ໂລກ ໂດຍ U.S. News[໑໕]
- ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ໂດຍ Nature Index ໒໐໑໖[໑໔]
- ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ອັນດັບທີ່ ໓໐ ຂອງ ໂລກ ໂດຍ UI Green Metric (໒໐໑໕) [໑໖]
- ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ອັນດັບທີ່ ໓໐ ຂອງ ໂລກ ໂດຍ QS Graduate Employability Rankings 2017[໑໑]
ເບິ່ງຕື່ມ[ດັດແກ້]
ອ້າງອີງ[ດັດແກ້]
- ↑ เว็บไซต์เดิมของจุฬาฯ หัวข้อ:ชาวจุฬา
- ↑ จำนวนนิสิตจุฬาลงกรณ์มหาวิทยาลัย ภาคการศึกษาต้น ปีการศึกษา 2558. สถิติจำนวนนิสิตทั้งหมด. ข้อมูลล่าสุดวันที่ 28 ธันวาคม พ.ศ. 2558
- ↑ CU at Glance , เข้าถึงวันที่ 15 กุมภาพันธ์ พ.ศ. 2559
- ↑ ປະຫວັດຈຸລາລົງກອນມະຫາວິທະຍາໄລ
- ↑ ໕.໐ ໕.໑ ໕.໒ ໕.໓ http://www.topuniversities.com/university-rankings/asian-university-rankings/2016#sorting=rank+region=+country=131+faculty=+stars=false+search=
- ↑ ໖.໐ ໖.໑ ໖.໒ ໖.໓ http://www.topuniversities.com/university-rankings/world-university-rankings/2016
- ↑ ໗.໐ ໗.໑ ໗.໒ http://cwur.org/2016/thailand.php
- ↑ ໘.໐ ໘.໑ ໘.໒ http://roundranking.com/ranking.html
- ↑ ໙.໐ ໙.໑ ໙.໒ http://www.leidenranking.com/ranking/2016/list
- ↑ http://www.inter.chula.ac.th/
- ↑ ໑໑.໐ ໑໑.໑ ໑໑.໒ http://www.topuniversities.com/university-rankings/employability-rankings/2017
- ↑ ໑໒.໐ ໑໒.໑ ໑໒.໒ https://www.timeshighereducation.com/world-university-rankings/2016/world-ranking#!/page/0/length/25/country/846/sort_by/rank_label/sort_order/asc/cols/rank_only
- ↑ ໑໓.໐ ໑໓.໑ ໑໓.໒ http://www.scimagoir.com/rankings.php?sector=Higher%2520educ.&country=THA
- ↑ ໑໔.໐ ໑໔.໑ http://www.natureindex.com/annual-tables/2016/institution/all/all/countries-Thailand
- ↑ ໑໕.໐ ໑໕.໑ ໑໕.໒ http://www.usnews.com/education/best-global-universities/rankings
- ↑ ໑໖.໐ ໑໖.໑ ໑໖.໒ greenmetric.ui.ac.id/overall-ranking-2015/