ເຂດປະທຸມວັນ

ຈາກ ວິກິພີເດຍ
ເຂດປະທຸມວັນ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດປະທຸມວັນ
ບູຊາທ້າວມະຫາພົມ ຊື່ນຊົມວັງສົມເດັດຢ່າ ສູນການຄ້າມາກມີ ລຸມພິນີສວນສາທາລະນະ ສິລະປະມວຍໄທ ສະຖານີລົດໄຟຫົວລຳໂພງ ເຊື່ອມໂຍງລົດໄຟຟ້າ ສະຖານສຶກສາເລື່ອງຊື່ ນາມລະບືຈຸລາລົງກອນ
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດປະທຸມວັນ
ອັກສອນໂລມັງ Khet Pathum Wan
ລະຫັດພູມິສາດ 1007
ລະຫັດໄປສະນີ 10330
ຂໍ້ມູນສະຖິຕິ
ພື້ນທີ່ 8.370 ຕລ.ກມ.
ປະຊາກອນ 49,594 [1] ຄົນ (ຄ.ສ. 2016)
ຄວາມໜາແໜ້ນ 5,924.50 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ອາຄານໄທຍານຍົນ ເລກທີ່ 12/1-4 ຊອຍຮອງເມືອງ 5 ຖະໜົນຈະລັດເມືອງ ແຂວງຮອງເມືອງ ເຂດປະທຸມວັນ ບາງກອກ 10330
ພິກັດ 13°44′41.79″N 100°31′19.92″E / 13.7449417°N 100.5222000°E / 13.7449417; 100.5222000
ໝາຍເລກໂທລະສັບ 0 2214 3004
ໝາຍເລກໂທລະສານ 0 2215 0475
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດປະທຸມວັນ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ເຂດປະທຸມວັນ (ໄທ: เขตปทุมวัน) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດບາງກອກໃຕ້ ເຊິ່ງຖືເປັນເຂດສູນກາງທຸລະກິດການຄ້າ ການບໍລິການ ການພະຍາບານ ວັດທະນະທຳ ການສຶກສາ ແລະການທູດ ເປັນເຂດນຶ່ງທີ່ມີບ່ອນຕັ້ງຢູ່ບໍລິເວນໃຈກາງທີ່ສຸດຂອງບາງກອກແລະທີ່ມີການຄົມມະນາຄົມຫຼາກຫຼາຍຊ່ອງທາງ

ບ່ອນຕັ້ງແລະອານາເຂດ[ດັດແກ້]

ຕັ້ງຢູ່ທາງທິດຕາເວັນຕົກຂອງຝັ່ງພະນະຄອນມີອານາເຂດຕິດຕໍ່ກັບເຂດຕ່າງໆ ຮຽງຕາມເຂັມໂມງມີດັງນີ້[2]

ທີ່ມາຂອງຊື່ເຂດ[ດັດແກ້]

ໃນລາຊະສະໄໝພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ພະອົງໄດ້ສະເດັດທອດພະເນດບໍລິເວນຄອງແສນແສບ ເຊິ່ງໃນຂະນະນັ້ນຍັງມີສະພາບເປັນທ້ອງນາຊານເມືອງ ມີບົວພັນໄທຂຶ້ນຢູ່ເປັນຈຳນວນຫຼາຍ ຈຶງໂປດໃຫ້ສ້າງສະບົວ 2 ສະ ແລະພະຕຳໜັກສຳລັບເປັນທີ່ປະທັບພັກຜ່ອນເຊິ່ງໃນປັດຈຸບັນເປັນວັງສະປະທຸມ (ວັງທີ່ປະທັບຂອງສົມເດັດພະເທບພະລັດລາດສຸດາ ສະຫຍາມບໍລົມລາຊະກຸມາລີ) ແລະຕໍ່ມາໄດ້ໂປດໃຫ້ສ້າງວັດປະທຸມວະນາລາມ (ແປວ່າ ວັດປ່າບົວ) ຂຶ້ນເປັນພະອາລາມຫຼວງ ບໍລິເວນດັງກ່າວຈຶງມີຊື່ເອິ້ນວ່າ ປະທຸມວັນ

ປະຫວັດສາດ[ດັດແກ້]

ອຳເພີປະທຸມວັນ ໄດ້ຮັບການຈັດຕັ້ງຂຶ້ນຕາມປະກາດກະຊວງນະຄອນບານເມື່ອ ຄ.ສ. 1914 ໂດຍໃຊ້ທີ່ວ່າການອຳເພີສາມແຍກ (ຕໍ່ມາຍຸບຮວມກັບອຳເພີສັມພັນທະວົງ) ເປັນທີ່ທຳການໃນຂັ້ນທຳອິດ ຈາກນັ້ນຈຶງຍ້າຍມາຕັ້ງຢູ່ທີ່ສີ່ແຍກປະທຸມວັນ ແລະໄດ້ຍ້າຍມາຢູ່ບ່ອນຕັ້ງປັດຈຸບັນໃນຊອຍຈຸລາລົງກອນ 5 ຖະໜົນພະຮາມທີ່ 4 ໃນປີ ຄ.ສ. 1963[3]

ໃນປີ ຄ.ສ. 1972 ໄດ້ມີປະກາດຄະນະປະຕິວັດຈັດຕັ້ງບາງກອກຂຶ້ນແທນທີ່ນະຄອນຫຼວງກຸງເທບທົນບຸລີເຊິ່ງເກີດຈາກການຮວມກັນຂອງຈັງຫວັດພະນະຄອນແລະຈັງຫວັດທົນບຸລີ ອຳເພີປະທຸມວັນຈຶງໄດ້ຮັບການປ່ຽນແປງສະຖານະເປັນ ເຂດປະທຸມວັນ ບາງກອກ ສ່ວນຕຳບົນຕ່າງໆ ໃນທ້ອງທີ່ກໍມີຖານະເປັນແຂວງ

ການແບ່ງເຂດການປົກຄອງ[ດັດແກ້]

ເຂດປະທຸມວັນແບ່ງໜ່ວຍການປົກຄອງຍ່ອຍອອກເປັນ 4 ແຂວງ (khwaeng) ໄດ້ແກ່

ອັກສອນລາວ ອັກສອນໂລມັງ ພື້ນທີ່
(ຕລ.ກມ.)
ຈຳນວນປະຊາກອນ
(ມັງກອນ 2016)
ຈຳນວນບ້ານ
(ມັງກອນ 2016)
ຄວາມໜາແໜ້ນປະຊາກອນ
(ມັງກອນ 2016)
ຮອງເມືອງ Rong Mueang
1.301
18,075
7,195
13,893.15
ວັງໃໝ່ Wang Mai
1.403
7,809
6,136
5,565.93
ປະທຸມວັນ Pathum Wan
2.181
6,150
1,073
2,819.80
ລຸມພິນີ Lumphini
3.485
18,543
15,876
5,320.80
ທັງໝົດ
8.370
50,577
30,280
6,042.65

ການຄົມມະນາຄົມ[ດັດແກ້]

ຖະໜົນສາຍຫຼັກໃນພື້ນທີ່ເຂດໄດ້ແກ່ຖະໜົນພະຮາມທີ່ 1 (ຕໍ່ເນື່ອງເປັນຖະໜົນເພີນຈິດແລະຖະໜົນສຸຂຸມວິດ) ຕັດຜ່ານພື້ນທີ່ເຂດໃນແນວນອນທາງທິດເໜືອ ຖະໜົນພະຮາມທີ່ 4ເປັນເສັ້ນແບ່ງເຂດການປົກຄອງທາງທິດໃຕ້ ໂດຍຖະໜົນທີ່ເຊື່ອມລະຫວ່າງຖະໜົນທັງ 2 ສາຍນີ້ ໄດ້ແກ່ ຖະໜົນຮອງເມືອງ ຖະໜົນຈາຣຸເມືອງ (ຕໍ່ເນື່ອງເປັນຖະໜົນພະຮາມທີ່ 6) ຖະໜົນບັນທັດທອງ ຖະໜົນພະຍາໄທ ຖະໜົນອັງລີດູນັງແລະຖະໜົນລາຊະດຳລິນອກຈາກນີ້ກໍຍັງມີຖະໜົນຫຼັງສວນ ຖະໜົນວິທະຍຸ ຖະໜົນສາລະສິນ ຖະໜົນຈະລັດເມືອງ ຖະໜົນຈະເລີນເມືອງ ແລະທາງພິເສດສະເຫຼີມມະຫານະຄອນ

ຫົວລຳໂພງ ຕັ້ງຢູ່ໃນແຂວງຮອງເມືອງເປັນສະຖານີລົດໄຟກາງຂອງບາງກອກ ລົດໄຟຈະອອກຈາກສະຖານີນີ້ໄປສູ່ຈຸດໝາຍປາຍທາງທົ່ວປະເທດ

ໃນລະບົບຂົນສົ່ງມວນຊົນ ເຂດປະທຸມວັນມີລົດໄຟໃຕ້ດິນພ້ອມດ້ວຍສະຖານີຫົວລຳໂພງ ສະຖານີສາມຢ່ານ ສະຖານີສີລົມ ແລະສະຖານີລຸມພິນີຕັ້ງຢູ່ລິມແນວເຂດທາງທິດໃຕ້ສ່ວນລົດໄຟຟ້າບີທີເອສກໍມີສະຖານີສະຫຍາມເຊິ່ງເປັນສະຖານີຫຼັກຢູ່ໃນເຂດນີ້ເປັນຈຸດເຊື່ອມຕໍ່ສາຍສີລົມກັບສາຍສຸຂຸມວິດ ສະຖານີລົດໄຟຟ້າອື່ນໆ ໃນພື້ນທີ່ເຂດ ໄດ້ແກ່ ສະຖານີສະໜາມກີລາແຫ່ງຊາດ ສະຖານີລາຊະດຳລິ (ສາຍສີລົມ) ສະຖານີຊິດລົມແລະສະຖານີເພີນຈິດ (ສາຍສຸຂຸມວິດ)

ການສັນຈອນທາງນ້ຳກໍຍັງມີຢູ່ ຄື ເຮືອດ່ວນທີ່ບໍລິການໃນຄອງແສນແສບ ເຊິ່ງເປັນຄອງແບ່ງເຂດປົກຄອງແບບແຄບໆ ທາງທິດເໜືອ

ສະຖານທີ່ສຳຄັນ[ດັດແກ້]

ແຜນທີ່ເຂດປະທຸມວັນ
ສະຫຍາມສະແຄວ
ພາຍໃນສະຖານີລົດໄຟຫົວລຳໂພງ
ຈຸລາລົງກອນມະຫາວິທະຍາໄລຕັ້ງຢູ່ໃຈກາງເຂດປະທຸມວັນ
ຫໍປະຊຸມຈຸລາລົງກອນມະຫາວິທະຍາໄລຕັ້ງຢູ່ໃນເຂດປະທຸມວັນ
ສະຖານີລົດໄຟຟ້າບີທີເອສສະຫຍາມ ເປັນສະຖານີເຊື່ອມຕໍ່ຂອງລົດໄຟຟ້າບີທີເອສສາຍສຸຂຸມວິດກັບສາຍສີລົມ ຕັ້ງຢູ່ໃນເຂດປະທຸມວັນ
ຄະນະແພດສາດ ຈຸລາລົງກອນມະຫາວິທະຍາໄລແລະໂຮງໝໍຈຸລາລົງກອນ ສະພາກາຊາດໄທຕັ້ງຢູ່ໃນເຂດປະທຸມວັນ

ສະຖານສຶກສາລະດັບອຸດົມສຶກສາ[ດັດແກ້]

ສະຖານສຶກສາລະດັບມັດທະຍົມສຶກສາ[ດັດແກ້]

ສະຖານທີ່ທາງລາຊະການ[ດັດແກ້]

ສະຖານທີ່ສຳຄັນທາງພະພຸດທະສາສະໜາ[ດັດແກ້]

ສານເທບພະເຈົ້າທາງສາສະໜາຮິນດູ[ດັດແກ້]

ການເດິນທາງແລະສະຖານທີ່ເຊື່ອມຕໍ່[ດັດແກ້]

ສະໜາມກີລາແລະສາທາລະນະໃຈກາງເມືອງບາງກອກ[ດັດແກ້]

ສະຖານທີ່ທາງວັດທະນະທຳ[ດັດແກ້]

ແຫຼ່ງຂໍ້ມູນອື່ນ[ດັດແກ້]

ອ້າງອີງ[ດັດແກ້]

  1. สำนักบริหารการทะเบียน กรมการปกครอง กระทรวงมหาดไทย, กองปกครองและทะเบียน สำนักปลัดกรุงเทพมหานคร. สถิติประชากรและบ้าน - จำนวนประชากรแยกรายอายุ [ออนไลน์] เข้าถึงได้จาก: http://stat.dopa.go.th/stat/statnew/statTDD/. สืบค้น 10 มีนาคม 2560.
  2. "ข้อมูลทั่วไปของเขตปทุมวัน". Archived from the original on 2016-01-19. Retrieved 2016-11-17.
  3. "ประวัติความเป็นมา". Archived from the original on 2016-01-21. Retrieved 2016-11-17.
  4. "สถานศึกษาในเขตปทุมวัน". Archived from the original on 2016-01-19. Retrieved 2016-11-17.
  5. "สถานพยาบาลในเขตปทุมวัน". Archived from the original on 2016-01-19. Retrieved 2016-11-17.
  6. "ศาสนสถานในเขตปทุมวัน". Archived from the original on 2016-01-19. Retrieved 2016-11-17.
  7. "สถาานที่ท่องเที่ยวในเขตปทุมวัน". Archived from the original on 2016-01-21. Retrieved 2016-11-17.