ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ

ຈາກ ວິກິພີເດຍ
Wikidata-logo.svg ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ
ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ: imago
ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ: subscriptio
ເກີດ: 12 ສິງຫາ 1932; ບາງກອກ
ປະເທດ: ປະເທດໄທ
ຊື່ເກິດ: สิริกิติ์ กิติยากร, Sirikit Kitiyakara

ຂໍ້​ມູນຢ່າງເປັນທາງການ

ຕຳແໜ່ງ: Regent of Thailand, Consort of Thailand
ອາຊີບ: writer, statesperson, ນັກການເມືອງ, pianist, military officer, environmentalist, social worker

ສະມາຄົມ

ຄອບຄົວ

ພໍ່ແມ່: Nakkhatra Mangala, 2nd Prince of Chanthaburi; Mom Luang Bua Kitiyakara
ຄູ່ສົມລົດ: ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ
ເດັກ: Princess Ubol Ratana of Thailand, ວະຊິລ​າລົງ​ກອນ, ສົມເດັດພະເທບພະຣັດລາດສຸດາຯ ສະຫຍາມບໍລົມລາຊະກຸມາຣີ, Chulabhorn, Princess Srisavangavadhana
ນາມສະກຸນ: ລາຊະວົງຈັກກີ, House of Mahidol

ຄວາມຊງຈຳ

ລາງວັນ: Order of the Crown of the Realm, Order of the Star of Romania, Knight Grand Cross of the Order of Merit of the Italian Republic, Grand Star of the Decoration for Services to the Republic of Austria, Order of the Elephant, Grand Cross Special Class of the Order of Merit of the Federal Republic of Germany, Order of the Royal House of Chakri, Order of the Nine Gems, Grand Cross of the Order of Chula Chom Klao, Grand Cordon of the Order of the White Elephant, Knight Grand Cordon of the Order of the Crown of Thailand, ເຄືໍ່ງລາດຊົະອິດສະລິຢາພອນອັນເປົນທີ່ສັນສະເສິນຍິ່ງດິເລກຄຸນາພອນ, Royal Order of the Seraphim, Order of Sikatuna, Order of the Queen of Sheba, Order of Brilliant Star, Family Order of Laila Utama, Bintang Mahaputera, ອິສະຣິຍາພອນລ້ານຊ້າງຮົ່ມຂາວ, Order of Brilliant Star, Order of Ramkeerati, Freemen Safeguarding Medal, Border Service Medal, Military Order of Saint James of the Sword, Order of St. Olav, Grand Cordon of the Order of Leopold, Order of the Gold Lion of the House of Nassau, Knight Grand Cross in the Order of the Netherlands Lion, Order of the Precious Crown, Order of Beneficence, Nepal Pratap Bhaskara, Royal Family Order of Selangor, Family Order of Terengganu, Grand Cross of the Order of Isabella the Catholic, Grand Cross of the Order of Charles III

Insignia heraldica

ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ: insigne
ສົມເດັດພະນາງເຈົ້າສິຣິກິດ ພະບໍລົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ
ສົມເດັດພະບໍລົມລາຊິນີນາດແຫ່ງລາຊະອານາຈັກໄທ
ສະເວີຍລາດ28 ເມສາ ຄ.ສ. 1950 – 13 ຕຸລາ ຄ.ສ. 2016 (ພະລາຊະສະຫວາມີສະເດັດສະຫວັນຄົດ)
Coronation5 ພຶດສະພາ ຄ.ສ. 1950
ກ່ອນໜ້າສົມເດັດພະນາງເຈົ້າຣຳໄພພັນນີ ພະບໍຣົມລາຊິນີ
ປະສູດ12 ສິງຫາ ຄ.ສ. 1932(1932-ແມ່ແບບ:Pad2digit-ແມ່ແບບ:Pad2digit)
ອຳເພີປະທຸມວັນ ຈັງຫວັດພະນະຄອນ ປະເທດສະຫຍາມ
Houseລາຊະວົງຈັກກີ
ລາຍເຊັນ
ພະລາຊະວົງໄທ
Emblem of the House of Chakri.svg

ພະບາດສົມເດັດພະເຈົ້າຢູ່ຫົວ
ສົມເດັດພະນາງເຈົ້າຯ ພະບໍລົມລາຊິນີ


ສົມເດັດພະບໍລົມລາຊະຊົນນະນີພັນປີຫຼວງ



    

ຈອມພົນຍິງ ຈອມພົນເຮືອຍິງ ຈອມພົນອາກາດຍິງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ (ຄຳເຄົ້າ:ສົມເດັຈພຣະນາງເຈົ້າສິຣິກິຕິ໌ ພຣະບໍຣົມຣາຊິນີນາຖ,ໝ່ອມຣາຊວົງສິຣິກິຕິ໌ ກິຕິຍາກຣ)(ພະນາມເດີມ: ໝ່ອມລາຊະວົງສິຣິກິດ ກິຕິຍາກອນ) (ໄທ:จอมพลหญิง จอมพลเรือหญิง จอมพลอากาศหญิง สมเด็จพระนางเจ้าสิริกิติ์ พระบรมราชินีนาถ พระบรมราชชนนีพันปีหลวง (พระนามเดิม: หม่อมราชวงศ์สิริกิติ์ กิติยากร) ປະສູດເມື່ອວັນທີ່ 12 ສິງຫາ ຄ.ສ.1932 ນະອຳເພີປະທຸມວັນ ຈັງຫວັດພະນະຄອນ ປະເທດສະຫຍາມ ແມ່ນສົມເດັດພະບໍຣົມລາຊິນີນາດໃນພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ

ເນື່ອງຈາກສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີເປັນຜູ້ສຳເລັດລາຊະການແທນພະອົງຂະນະພະລາຊະສະຫວາມີສະເດັດອອກບວດ ລະຫວ່າງວັນທີ່ 22 ຕຸລາ ຄ.ສ.1956- 5 ພະຈິກ ຄ.ສ.1956 ພະອົງຈຶງໄດ້ຮັບການສະຖາປະນາເປັນ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ເມື່ອວັນທີ່ 5 ທັນວາ ຄ.ສ.1956 ປີດຽວກັນນັ້ນ ຖືເປັນສົມເດັດພະບໍຣົມລາຊິນີນາດພະອົງທີ່ສອງແຫ່ງກຸງລັດຕະນໂກສິນຕໍ່ຈາກສົມເດັດພະນາງເຈົ້າເສົາວະພາຜ່ອງສີ ພະບໍຣົມລາຊິນີນາດໃນລັດຊະການທີ່ 5 (ພາຍຫຼັງເປັນສົມເດັດພະສີພັດຊະຣິນທາບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ)

ແລະໃນພິທີບໍຣົມມະລາຊາພິເສກຂອງ ພະປະຣະເມນທະຣະຣາມາທິບໍດີສີສິນທອນ ມະຫາວະຊິຣາລົງກອນ ພະວະຊິຣະເກົ້າເຈົ້າຢູ່ຫົວ ພະລາຊະໂອລົດຂອງພະອົງ ພະອົງຈຶງໄດ້ຮັບການສະຖາປະນາເປັນ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ ເມື່ອວັນທີ່ 5 ພຶດສະພາ ຄ.ສ.2019

Aankomst Koning Bhumibol en Koningin Sirikit te Den Haag, koningin Sirikit, Bestanddeelnr 911-6994.jpg


ພະລາຊະປະຫວັດ[ດັດແກ້]

ຂະນະຊົງພະເຍົາ[ດັດແກ້]

ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດແມ່ນພະລາຊະທິດາພະອົງໃຫຍ່ຂອງໝ່ອມເຈົ້ານັກຂັດຕະມົງຄົນ ກິຕິຍາກອນ (ພາຍຫຼັງເປັນ ພະວໍລະວົງເທີ ພະອົງເຈົ້ານັກຂັດຕະມົງຄົນ ກົມມະໝື່ນຈັນທະບຸລີສຸຣະນາດ ປະສູດແຕ່ໝ່ອມຫຼວງບົວ ກິຕິຍາກອນ (ສະກຸນເດີມ: ສະໜິດວົງ) ເມື່ອວັນທີ່ 12 ສິງຫາ ຄ.ສ. 1932 ນະ ບ້ານຂອງພົນເອກເຈົ້າພະຍາວົງສານຸປະພັດ (ໝ່ອມລາຊະວົງສະທ້ານ ສະໜິດວົງ) ບ້ານເລກທີ່ 1808 ຖະໜົນພະຮາມທີ່ 6 ຕຳບົນວັງໃໝ່ ອຳເພີປະທຸມວັນ ຈັງຫວັດພະນະຄອນ ອັນເປັນບ້ານຂອງພະໄອຍະກາຝ່າຍພະມານດາ (ຍາຍ) ມີພະພີ່ນ້ອງຄື ໝ່ອມລາຊະວົງກັນລະຍານນະກິດ ກິຕິຍາກອນ,ໝ່ອມລາຊະວົງອະດຸນກິດ ກິຕິຍາກອນແລະໝ່ອມລາຊະວົງບຸດສະບາ ກິຕິຍາກອນ

ສຳລັບພະນາມ "ສິຣິກິດ" ໄດ້ຮັບພະລາຊະທານນາມຈາກພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ມີຄວາມໝາຍວ່າ "ຜູ້ເປັນສີແຫ່ງກິຕິຍາກອນ" ເອິ້ນໂດຍລຳລອງວ່າ "ຄຸນຍິງສິຣິ" ສ່ວນພະບາດສົມເດັດພະເຈົ້າຢູ່ຫົວຈະຊົງເອິ້ນວ່າ "ແມ່ສິຣິ"

ເມື່ອໝ່ອມລາຊະວົງສິຣິກິດ ມີອາຍຸຮາວ 2 ປີ ຂະນະທີ່ພີ່ລ້ຽງອຸ້ມຢູ່ນັ້ນກໍມີແຂກມາທຳນາຍວ່າ ເດັກຜູ້ຍິງຄົນນີ້ຈະມີບຸນວາດສະໜາໄດ້ເປັນລາຊິນີໃນອະນາຄົດ ດັງທີ່ ທ່ານຜູ້ຍິງເກນຫຼົງ ສະໜິດວົງ ນະ ອະຍຸດທະຍາໄດ້ເລົ່າໄວ້ ຄວາມວ່າ

...ວັນໜຶ່ງຂະນະທີ່ຂ້າພະເຈົ້າອຸ້ມ ມ.ລ.ວ. ສິຣິກິດຢ່າງຫຼີ້ນ ພໍດີຂະນະນັ້ນມີແຂກລ້ຽງງົວ ເຊິ່ງເປັນເພື່ອນຂອງແຂກຍາມປະຈຳບ້ານມາຫາກັນ ພໍແຂກທີ່ມາກໍເຫັນ ມ.ລ.ວ. ສິຣິກິດ ກໍຈ້ອງມອງພ້ອມທັງກວັກມືເອິ້ນພີ່ລ້ຽງຂໍໃຫ້ເຫັນໄກ້ ໆ ແດ່ ເມື່ອເຂົ້າມາໄກ້ມອງເບິ່ງສັກຄູ່ກໍ ເວົ້າວ່າ "ຕໍ່ໄປຈະເປັນມະຫາລານີ" ພີ່ລ້ຽງກໍຊອບໃຈທ່ຽວເລົ່າໃຫ້ຄຸນຍາຍໄຜຕໍ່ໄຜຟັງ ເຖິງບໍ່ເຊື່ອແຕ່ກໍປື້ມໃຈ ຕໍ່ມາເມື່ອ ມ.ລ.ວ. ສິຣິກິດ ຈະເລີນໄວຂຶ້ນເລີຍເປັນເຫດໃຫ້ອ້າຍທັງສອງຄົນເອົາມາລໍ້ລຽນເປັນທີ່ນ່າຂົບຂັນວ່າເປັນລາຊິນີແຫ່ງອາບິດຊີເນຍ [ເອທິໂອເປຍໃນປັດຈຸບັນ] ບາງເຖິງກັບເຮັດໃຫ້ຜູ້ຖືກລໍ້ຕ້ອງນັ່ງຮ້ອງໄຫ້ດ້ວຍຄວາມອາຍແລະເຈັບໃຈແຕ່ອ້າຍທັງສອງກໍຍັງບໍ່ຫຍຸດລໍ້ ກັບເອົາເສດຜ້າຂາດ ໆ ມາເຮັດເປັນທຸງໂບກຢູ່ໄປມາພ້ອມທັງບອກວ່າເປັນທຸງປະຈຳຕົວຂອງລາຊິນີ...

ທ່ານຜູ້ຍິງເກນຫຼົງ ສະໜິດວົງ ນະ ອະຍຸດທະຍາ

ສອດຄ້ອງກັບໝ່ອມລາຊະວົງກິຕິວັດທະນາ ປົກມົນຕີ ທີ່ກ່າວເຖິງກ່ຽວກັບໝ່ອມລາຊະວົງສິຣິກິດໄດ້ເລົ່າເລື່ອງດັງກ່າວໃຫ້ເພື່ອນໆ ຈາກໂຮງຮຽນເຊນຟຣັງຊີຊາເວຍຄອນແວນທີ່ຍ້າຍມາຮຽນຕໍ່ທີ່ໂຮງຮຽນມາແຕຣ໌ເດອີວິທະຍາໄລຟັງວ່າມີໝໍດູມາທີ່ຕຳໜັກທ່ານພໍ່ແລ້ວທຳນາຍວ່າຈະໄດ້ເປັນລາຊິນີ ໂດຍທີ່ໝ່ອມລາຊະວົງສິຣິກິດເອງແລະເພື່ອນໆບໍ່ໄດ້ໃສ່ໃຈ ແຕ່ເພື່ອນກໍຂະໜານນາມວ່າ "ລາຊິນີສິຣິກິດ" ມາແຕ່ນັ້ນ ແມ້ນຈະເປັນເລື່ອງຕະຫຼົກຂອງລາຊະກຸນກິຕິຍາກອນ ແຕ່ບໍ່ມີໄຜຄາດເຖິງວ່າໃນອີກ 15 ປີ ຕໍ່ມາຄຳທຳນາຍຂອງແຂກລ້ຽງງົວຜູ້ນັ້ນຈະເປັນຄວາມຈິງ

ໃນລະຫວ່າງຍັງຊົງພະເຍົາ ສະຖານນະການບ້ານເມືອງຍັງບໍ່ສະຫງົບ ເນື່ອງຈາກເພິ່ງພົ້ນຊ່ວງຂອງການປ່ຽນແປງການປົກຄອງ 24 ມິຖຸນາ ຄ.ສ. 1932 ໝ່ອມເຈົ້ານັກຂັດຕະມົງຄົນຕ້ອງຊົງອອກລາອອກຈາກລາຊະການທະຫານ ໂດຍລັດຖະບານແຕ່ງຕັ້ງໃກ້ໄປຮັບຕຳແໜ່ງເລຂານຸການເອກປະຈຳລາຊະທູດສະຫຍາມ ນະ ກຸງວໍຊິງຕັນ ດີ.ຊີ. ສະຫະລັດອາເມລິກາ ສ່ວນໝ່ອມຫຼວງບົວເຊິ່ງມີທ້ອງແກ່ຍັງຄົງຢູ່ໃນປະເທດສະຫຍາມ ແຕ່ໄດ້ເດີນທາງໄປນຳຫຼັງຈາກໃຫ້ກຳເໜີດໝ່ອມລາຊະວົງສິຣິກິດໄດ້ 3 ເດືອນໃຫ້ຢູ່ໃນຄວາມດູແລຂອງເຈົ້າພະຍາວົງສານຸປະພັດແລະທ້າວວະນິດາພິຈາລິນີ ບິດາແລະມານດາຂອງໝ່ອມຫຼວງບົວ ດັງນັ້ນ ຈຶງຕ້ອງຢູ່ໄກຈາກບິດາມານດາຕັ້ງແຕ່ອາຍຸຍັງໜ້ອຍ ບາງຄັ້ງຕ້ອງເດີນທາງໄປຕ່າງຈັງຫວັດ ເຊັ່ນ ຄ.ສ. 1933 ໝ່ອມເຈົ້າອັບສອນສະໝານ ກິຕິຍາກອນ ພະມານດາຂອງໝ່ອມເຈົ້ານັກຂັດຕະມົງຄົນ ໄດ້ຊົງຮັບນັດດາ (ຫຼານ) ຕາມສະເດັດພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວໄປຢູ່ທີ່ຈັງຫວັດສົງຂາ

ປາຍປີ ຄ.ສ. 1934 ໝ່ອມນັກຂັດຕະມົງຄົນຊົງລາອອກຈາກລາຊະການແລ້ວກັບມາທີ່ປະເທດສະຫຍາມ ຈຶງເຮັດໃຫ້ໝ່ອມລາຊະວົງສິຣິກິດເຊິ່ງຂະນະນັ້ນມີອາຍຸໄດ້ 2 ຊັນສາ 6 ເດືອນ ໄດ້ກັບມາຢູ່ຮວມກັນພ້ອມໜ້າທັງຄອບຄົວ ນະ ຕຳໜັກໃນ ວັງເທເວດ ບໍລິເວນຖະໜົນກຸງກະເສມ ປາກຄອງຜະດຸງກຸງກະເສມ ຣິມແມ່ນ້ຳເຈົ້າພະຍາ

ພະນາມ[ດັດແກ້]

  • ໝ່ອມລາຊະວົງສິຣິກິດ ກິຕິຍາກອນ
    หม่อมราชวงศ์สิริกิติ์ กิติยากร (12 ສິງຫາ ຄ.ສ. 1932 — 28 ເມສາ ຄ.ສ. 1950)
  • ສົມເດັດພະລາຊິນີສິຣິກິດ
    สมเด็จพระราชินีสิริกิติ์ (28 ເມສາ ຄ.ສ. 1950 — 5 ພຶດສະພາ ຄ.ສ. 1950)
  • ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີ
    สมเด็จพระนางเจ้าสิริกิติ์ พระบรมราชินี (5 ພຶດສະພາ ຄ.ສ. 1950 — 5 ທັນວາ ຄ.ສ. 1956)
  • ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ
    สมเด็จพระนางเจ้าสิริกิติ์ พระบรมราชินีนาถ (5 ທັນວາ ຄ.ສ. 1956 — 5 ພຶດສະພາ ຄ.ສ. 2019)
  • ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາດຊົນນະນີພັນປີຫຼວງ
    สมเด็จพระนางเจ้าสิริกิติ์ พระบรมราชินีนาถ พระบรมราชชนนีพันปีหลวง (5 ພຶດສະພາ ຄ.ສ. 2019 — ປັດຈຸບັນ)