ມະຫາວິທະຍາໄລທຳມະສາດ

ຈາກ ວິກິພີເດຍ
Jump to navigation Jump to search
Wiki letter w.svg ກະລຸນາຊ່ວຍ ປັບປຸງ ບົດຄວາມ ຫຼື ພາກນີ້ ໂດຍ ການຂະຫຍາຍມັນອອກຕື່ມ.
ການສົນທະນາກັນ ອາດຈະມີ ຢູ່ ໜ້າສົນທະນາ ຫຼື ຢູ່ ຂໍໃຫ້ຂະຫຍາຍ.
Question book-4.svg ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ. ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື. ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ
ມະຫາວິທະຍາໄລທຳມະສາດ
Emblem of Thammasat University.svg
ຄະຕິພົດເປັນເລີດ ເປັນທຳ ຮ່ວມນຳສັງຄົມ
ສະຖາປະນາ27 ເມຖຸນ ຄ.ສ. 1934
ນາຍົກສະພາສ. ນໍລະນິຕິ ເສດຖະບຸດ
ຈຳນວນນັກຮຽນ37,773 ຄົນ
ຜູ້ສະຖາປະນາສາດສະດາຈານ ດຮ. ປີດີ ພະນົມຍົງ (ຫຼວງປະດິດມະນູທຳ)
ສີປະຈຳສະຖາບັນ     ສີເຫຼືອງ      ສີແດງ
ເຄືອຂ່າຍLAOTSE, GMSARN

ມະຫາວິທະຍາໄລທຳມະສາດ (ໄທ: มหาวิทยาลัยธรรมศาสตร์) ແມ່ນມະຫາວິທະຍາໄລແຫ່ງທີສອງຂອງປະເທດໄທ ກ່ອຕັ້ງໃນຊື່ "ມະຫາວິທະຍາໄລວິຊາທຳມະສາດແລະການເມືອງ" (ອັງກິດ: The University of Moral and Political Sciences; ອັກສອນຫຍໍ້: ມ.ທ.ກ. – UMPS) ເມື່ອວັນທີ 27 ມິຖຸນາ ຄ.ສ. 1934 ໂດຍມີຈຸດປະສົງເພື່ອເປັນຕະຫຼາດວິຊາ ເພື່ອການສຶກສາດ້ານກົດໝາຍແລະການເມືອງ ສຳລັບປະຊາຊົນທົ່ວໄປ ຕໍ່ມາໃນປີ ຄ.ສ. 1952 ລັດຖະບານປ່ຽນເປັນຊື່ປັດຈຸບັນ ນັບເປັນມະຫາວິທະຍາໄລທີ່ມີອາຍຸເປັນອັນດັບ 2 ຂອງປະເທດໄທແລະມີປະຫວັດສາດຜູກພັນກັບພັດທະນາການທາງການເມືອງແລະຄວາມເປັນໄປຂອງຊາດ ຕະຫຼອດຈົນເລື່ອງຂອງລັດຖະທຳມະນູນແລະປະຊາທິປະໄຕ[໑] ໂດຍສະເພາະຢ່າງຍິ່ງໃນເຫດການ 14 ຕຸລາ 1973 ແລະ 6 ຕຸລາ 1976[໒] ມະຫາວິທະຍາໄລທຳມະສາດມີຜູ້ປະສາດການແລະອະທິການບໍດີມາແລ້ວ 23 ຄົນ ອະທິການບໍດີຄົນປະຈຸບັນຄື ຮອງສາດສະດາຈານ ເກສິນີ ວິທູນຊາດ ແລະນາຍົກສະພາມະຫາວິທະຍາໄລ ຄື ສາດສະດາຈານພິເສດ ນໍຣະນິຕິ ເສດຖະບຸດ ວັນທີ 17 ກໍລະກົດ ຄ.ສ. 2015 ລາດຊະກິດຈານຸເບກສາໄດ້ລົງປະກາດ "ພະລາດຊະບັນຍັດມະຫາວິທະຍາໄລທຳມະສາດ ຄ.ສ. 2015 " ເຊິ່ງໄດ້ມີຜົນໃຫ້ມະຫາວິທະຍາໄລທຳມະສາດທີສະພາບເປັນມະຫາວິທະຍາໄລໃນກຳກັບຂອງລັດອີກ 30 ວັນຕໍ່ມາ[໓]

ມະຫາວິທະຍາໄລເປັນສະມາຊິກຂອງເຄືອຂ່າຍ LAOTSE ເຊິ່ງເປັນຄວາມຮ່ວມມືລະຫວ່າງມະຫາວິທະຍາໄລໃນອາຊີແລະເອີລົບ ຕາມກອບຄວາມຮ່ວມມື ອາເຊມ ຮວມທັງເປັນສະມາຊິກຂອງ ເຄືອຂ່າຍສະຖາບັນການສຶກສາແລະວິໄຈໃນອະນຸພູມິພາກລຸ່ມແມ່ນ້ຳຂອງ (GMSARN) ອີກດ້ວຍ[໔]

ປັດຈຸບັນມະຫາວິທະຍາໄລທຳມະສາດຈັດການສຶກສາຄອບຄຸມທາງດ້ານສັງຄົມສາດແລະມະນຸດສາດ ວິທະຍາສາດແລະເຕັກໂນໂລຊີ ແລະວິທະຍາສາດສຸຂະພາບ ປະກອບໄປດ້ວຍ 19 ຄະນະ 4 ວິທະຍາໄລ 1 ສະຖາບັນ 1 ສຳນັກວິຊາຈຳນວນຫລັກສູດແມ່ນລະດັບປະລິນຍາຕີ 139 ຫລັກສູດ ປະກາດສະນີຍະບັດບັນດິດ 6 ຫລັກສູດ ປະລິນຍາຕີຄວບປປະລິນຍາໂທ 4 ຫລັກສູດ ປະລິນຍາໂທ 118 ຫລັກສູດ ແລະປະລິນຍາເອກ 34 ຫລັກສູດ ຈັດການສຶກສາທັງພາກກາງເວັນແລະພາກຄ່ຳ (ຄ.ສ. 2014 - ຄ.ສ. 2015) ນອກຈາກນີ້ໄດ້ຮັບເລືອກໃຫ້ເປັນ 1 ໃນ 9 ມະຫາວິທະຍາໄລວິໄຈແຫ່ງຊາດ ຈາກ ກະຊວງສຶກສາທິການ ໃນປີ ຄ.ສ. 2009 ອີກດ້ວຍ

ປະຫວັດ[ແກ້ໄຂ]

ອະນຸສາວະລີ ດຮ.ປີດີ ພະນົມຍົງ ຜູ້ປະສາດການ ມະຫາວິທະຍາໄລວິຊາທຳມະສາດແລະການເມືອງ ທີ່ໜ້າຕຶກໂດມ ມະຫາວິທະຍາໄລທຳມະສາດ ທ່າພະຈັນ
ກາສັນຍາລັກຂອງມະຫາວິທະຍາໄລວິຊາທຳມະສາດແລະການເມືອງເມື່ອເລິ່ມກໍ່ຕັ້ງ

ການປະຕິວັດສະຫຍາມ ເພື່ອປ່ຽນແປງການປົກຄອງ ຈາກລະບອບສົມບູລະນາຍາສິດທິລາດມາສູ່ປະຊາທິປະໄຕ ເມື່ອວັນທີ 24 ມິຖຸນາ ຄ.ສ. 1932[໑][໕] ແລະພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວໄດ້ພະລາຊະທານລັດຖະທຳມະນູນສະບັບຖາວອນແລ້ວໃນເດືອນທັນວາ ຖັດຈາກນັ້ນໄດ້ພຽງ 13 ມື້ ຕາມລາຍງານການປະຊຸມລັດຖະມົນຕີ, ຄັ້ງທີ 6 ວັນທີ 23 ທັນວາ 1932 ໝ່ອມເຈົ້າວັນໄວທະຍາກອນ ກໍຊົງສະເໜີໃຫ້ຄະນະລັດມົນຕີຈັດຕັ້ງການເມືອງໂຮງຮຽນຊັ້ນສູງ ແຕ່ຫາກວ່າເພາະໝ່ອມເຈົ້າວັນໄວທະຍາກອນເປັນເຈົ້ານາຍພະອົງເດີຍວທີ່ໄກ້ຊິດກັບຄະນະລາດຊະດອນແລະໄກ້ຊິດກັບລາຊະສຳນັກ ຈຶ່ງເຮັດໃຫ້ແມ້ຈະຊົງພະຍາຍາມເປັນໜຶ່ງໃນສະມາຊິກຄະນະລາຊະດອນແຕ່ກໍຊົງບໍ່ໄດ້ຄວາມຍອມຮັບຫຼືຄວາມໄວ້າງໃຈຢ່າງເຕັມທີ່ ເພາະປາກົດວ່າລັດຖະບານຟ້າວຂັດຂວາງສະໜໍແລະຕັດໜ້າທີ່ເລື່ອງການເມືອງແລະປະຫວັດສາດອອກໄປ ໃຫ້ຊົງງານສະເພາະເລື່ອງການແປເທົ່ານັ້ນ

ເປັນເຫດການສຳຄັນທີ່ກໍ່ໃຫ້ເກີດ ມະຫາວິທະຍາໄລວິຊາທຳມະສາດແລະການເມືອງເນື່ອງຈາກໃນຄຳປະກາດຂອງຄະນະລາດຊະດອນ ລະບຸວ່າ ການທີ່ລາດຊະດອນຍັງດູໝິ່ນวວ່າໂງ່ຢູ່ ບໍ່ພ້ອມກັບລະບອບປະຊາທິປະໄຕນັ້ນกับ “ເປັນເພາະຂາດການສຶກສາ ທີ່ພວກເຈົ້າປົກປິດໄວ້ບໍ່ໃຫ້ຮຽນເຕັມທີ່”[໖] ເປັນຜົນໃຫ້ໃນຫລັກ 6 ປະການຂອງຄະນະລາຊະດອນ ປະການທີ 6 ລະບຸວ່າ “ຈະຕ້ອງໃຫ້ການສຶກສາຢ່າງເຕັມທີ່ແກ່ລາຊະດອນ”[໖] ສະຖາບັນສຶກສາແບບໃໝ່ທີ່ເປີດກວ້າງໃຫ້ປະຊາຊົນຊາວສະຫຍາມໄດ້ຮັບການສຶກສາຊັ້ນສູງ ໂດຍສະເພາະທີ່ຈະຮອງຮັບການປົກຄອງບ້ານເມືອງທີ່ປ່ຽນໄປ ຈຶ່ງເປັນສິ່ງທີ່ຈຳເປັນຕ້ອງມີຄວບຄູ່ໄປກັບການປະຕິວັດ

ດ້ວຍເຫດນີ້ ຈຶ່ງມີການຕາພະລາຊະບັນຍັດມະຫາວິທະຍາໄລວິຊາທຳມະສາດແລະການເມືອງ ພຸດທະສັກລາດ 2476 ຂຶ້ນເມື່ອວັນທີ 17 ມີນາ ແລະມີຜົນບັງຄັບໃຊ້ເມື່ອວັນທີ 20 ມີນາ ປີດຽວກັນ[໗] ໂດຍມີໃຈຄວາມສຳຄັນວ່າ

ມາດຕາ 4 ໃຫ້ຈັດຕັ້ງມະຫາວິທະຍາໄລຂຶ້ນອີກມະຫາວິທະຍາໄລໜຶ່ງ ຮຽກວ່າ'ມະຫາວິທະຍາໄລວິຊາທຳມະສາດແລະການເມືອງ' ມີໜ້າທີ່ຈັດການສຶກສາ ວິຊາກົດໝາຍ ວິຊາການເມືອງ ວິຊາເສດຖະການ ແລະບັນດາວິຊາອື່ນໆ ທີ່ກ່ຽວກັບທຳມະສາດແລະການເມືອງ

ມາດຕາ 5 ໃຫ້ໂອນຄະນະນິຕິສາດແລະລັດຖະສາດ ໃນຈຸລາລົງກອນມະຫາວິທະຍາໄລ ຕະຫຼອດຈົນຊັບສິນແລະງົບປະມານຂອງຄະນະເຫຼົ່ານັ້ນ ມາຂຶ້ນຕໍ່ມະຫາວີທະຍາໄລນີ້ ກ່ອນວັນທີ 1 ເມສາ ພຸດທະສັກລາດ 2477

ຈາກນັ້ນເມື່ອວັນທີ 27 ມິຖຸນາ ຄ.ສ. 1934 ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າຈິດຈະເລີນ ກົມພະຍານະລິດສະລານຸວັດຕິວົງ ຜູ້ສຳເລັດລາຊະການແທນພະອົງພະບາດສົມເດັດພະປໍຣະມິນທະຣະມະຫາປະຊາທິປົກ ສະເດັດໃນພິທີເປີດມະຫາວິທະຍາໄລວິຊາທຳມະສາດແລະການເມືອງ ນະ ທີ່ຕັ້ງເດີມຂອງໂຮງຮຽນກົດໝາຍ ຮິມຖະໜົນລາຊະດຳເນິນ ເຊິງຂົວຜ່ານພິພົບລີລາ[໑][໘][໙] ໂດຍ ສາດສະດາຈານ ດຮ.ປີດີ ພະນົມຍົງ ກ່າວໃນໂອກາດກໍ່ຕັ້ງມະຫາວິທະຍາໄລວ່າ

ການຕັ້ງສະຖານສຶກສາ ຕາມລັກສະນະມະຫາວິທະຍາໄລ ຍ່ອມເປັນເຄື່ອງພິສູດແລະເປັນປັດໄຈ ໃນການສະແດງຄວາມກ້າວໜ້າຂອງປະເທດ ປະຊາຊົນຊາວສະຫຍາມ ຈະຈະເລີນໃນອາລະຍະທຳໄດ້ ກໍອາໄສໂດຍສຶກສາອັນດີຕັ້ງຊັ້ນຕ່ຳ ຕະຫຼອດຈົນການສຶກສາຊັ້ນສູງ ເພາະສະນັ້ນ ການທີ່ຈະອຳນວຍຄວາມປະສົງ ແລະປະໂຫຍດຂອງລາຊະດອນໃນສະໄໝນີ້ ຈຶ່ງຈຳຕ້ອງມີສະຖານການສຶກສາ ໃຫ້ຄົບບໍລິບູນທຸກຊັ້ນ[໑]

ແລະ

ມະຫາວິທະຍາໄລ ຍ່ອມອຸປະມາປະດຸດບໍ່ນ້ຳ ບຳບັດຄວາມກະຫາຍຂອງລາຊະດອນ ຜູ້ສະໝັກສະແຫວງຫາຄວາມຮູ້ ອັນເປັນສິດທິແລະໂອກາດທີ່ເຂົາຄວນມີຄວນໄດ້ ຕາມຫຼັກແຫ່ງເສລີພາບໃນການສຶກສາ ລັດຖະບານແລະສະພາຜູ້ແທນລາຊະດອນ ເຫັນຄວາມຈຳເປັນໃນຂໍ້ນີ້ ຈຶ່ງໄດ້ກາພະລາຊະບັນຍັດ ຈັດຕັ້ງມະຫາວິທະຍາໄລຂຶ້ນ[໑]

ໃນຊ່ວງເວລາ 2 ປີແຮກ (ຄ.ສ.1934–1936) ການຮຽນການສອນຂອງ ມ.ທ.ກ. ຍັງຄົງດຳເນິນຕໍ່ທີ່ຕຶກໂຮງຮຽນກົດໝາຍເດີມ ທີ່ເຊິງຂົວຜ່ານຟ້າພິພົບລີລາ[໑] ຕໍ່ມາເມື່ອວັນທີ 9 ເມສາ ຄ.ສ. 1935 ມ.ທ.ກ. ຂໍຊື້ທີ່ດິນບໍລິເວນທ່າພະຈັນ ເຊິ່ງເດີມເປັນທີ່ຂອງທະຫານ ແລະປັບປຸງອາຄານເດີມ ພ້ອມທັງສ້າງຕຶກໂດມ ໂດຍທຸນເຊິ່ງໃຊ້ຈັດຊື້ທີ່ດິນ ຮວມທັ້ງການກໍ່ສ້າງ ໄດ້ມາຈາກເງິນທີ່ ມ.ທ.ກ.ເກັບຈາກຄ່າສະໝັກແລະຄ່າເລົ່າຮຽນ ນອກຈາກນີ້ ມ.ທ.ກ.ຍັງຈັດຕັ້ງສະຖາບັນການເງິນຂຶ້ນ ສຳລັບໃຫ້ນັກສຶກສາວິຊາການບັນຊີ ໃຊ້ເປັນສະຖານທີ່ເຝີກງານຄື ທະນາຄານແຫ່ງເອເຊຍເພື່ອອຸສາຫະກຳແລະພານິດຊະຍະກຳ (ຕໍ່ມາປ່ຽນຊື່ເປັນທະນາຄານເອເຊຍ ແລະປັດຈຸບັນຄືທະນາຄານຍູໂອບີ) ແລະເມື່ອ ຄ.ສ. 1938 ມ.ທ.ກ. ກໍ່ຕັ້ງໂຮງຮຽນຕຽມປະລິນຍາ ມີຫລັກສູດ 2 ປີ ເພື່ອຮັບຜູ້ປະສົງຈະເຂົ້າຮຽນຕໍ່ທີ່ ມ.ທ.ກ.ໂດຍກົງ ໂຮງຮຽນຕຽມປະລິນຍາ ມີຫລັກສູດການສອນ ໜັກໄປທາງພາສາ ທັ້ງພາສາໄທ ພາສາບາລີ ພາສາອັງກິດ ພາສາຝະລັ່ງ ແລະວິຊາທາງສັງຄົມ ເຊັ່ນ ປັດຊະຍາ ວິຊາເຕັກໂນໂລຊີ ດົນຕີ ພິມດີດ ແລະຊະວະເລກ ເປັນຕົ້ນ ແຕ່ຍົກເລີກໄປໃນ ຄ.ສ. 1947

ເມື່ອວັນທີ 8 ພະຈິກ ຄ.ສ. 1947 ຄະນລັດຖະປະຫານເຂົ້າຍຶດອຳນາດການປົກຄອງປະເທດ ເນັດໃຫ້ມະຫາວິທະຍາໄລໄດ້ຮັບຜົນກະທົບໂດຍກົງ[໑໐] ສາດສະດາຈານ ດຮ.ປີດີ ພະນົມຍົງ ຜູ້ປະສາດການ ຕ້ອງລີ້ໄພການເມືອງໄປຢູ່ຕ່າງປະເທດ ລັດຖະບານນຳຄຳວ່າ “ການເມືອງ” ອອກຈາກຊື່ມະຫາວິທະຍາໄລ ເຫຼືອພຽງ “ມະຫາວິທະຍາໄລທຳມະສາດ”[໑໑] ພ້ອມທັ້ງຍົກເລີກຕຳແໜ່ງຜຄ້ປະສາດການ ໂດຍໃຊ້ຊື່ຕຳແໜ່ງວ່າອະທິການບໍດີແທນ[໑] ຫລັກສູດການສຶກສາທຳມະສາດບັນດິດ ປ່ຽນແປງເປັນຄະນະນິຕິສາດ, ພານິດຊະຍະສາດແລະການບັນຊີ, ລັດຖະສາດ ແລະເສດຖະສາດ ຄວາມເປັນຕະຫຼາດວິຊາໝົດໄປຕາມພະລາຊະບັນຍັດ ມະຫາວິທະຍາໄລທຳມະສາດ ຄ.ສ. 1952[໑໑]

ຄ.ສ. 1975 ສາດສະດາຈານ ດຮ.ປ໋ວຍ ອຶ໊ງພາກອນ ອະທິການບໍດີໃນຂະນະນັ້ນ ເຫັນຄວນຂະຫຍາຍການສຶກສາທາງວິທະຍາສາດ ໃນລະດັບປະລິນຍາບັນດິດເພີ່ມຂຶ້ນ ພື້ນທີ່ເດີມບໍລິເວນທ່າພະຈັນ ບໍ່ພຽງພໍຕໍ່ການຂະຫຍາຍທາງວິຊາການ ແລະການພັດທະນາ ມະຫາວິທະຍາໄລຈຶ່ງເຈລະຈາຂໍແລກປ່ຽນທີ່ດິນ ກັບບໍລິເວນນິຄົມອຸສາຫະກຳຂອງກະຊວງອຸສາຫະກຳ ເພື່ອຮອງຮັບການຂະຫຍາຍຕົວຂອງມະຫາວິທະຍາໄລ ຮຽກວ່າ ມະຫາວິທະຍາໄລທຳມະສາດ ສູນຮັງສິດ ນອກຈາກນີ້ ຍັງຂະຫຍາຍໄປທີ່ສູນລຳປາງ ແລະສູນພັດທະຍາດ້ວຍ

ປັດຈຸບັນ ມະຫາວິທະຍາໄລທຳມະສາດຍັງດຳເນິນການຮຽນການສອນ ແລະມີພັດທະນາການຢ່າງຕໍ່ເນື່ອງ ໂດຍຫລັກສູດປະລິນຍາຕີພາກປົກກະຕິທັງໝົດ ແລະຫລັກສູດບັນດິດສຶກສາກຸ່ມວິທະຍາສາດ ຈັດການຮຽນການສອນທີ່ສູນຮັງສິດ ແລະຫລັກສູດບັນດິດສຶກສາກຸ່ມສັງຄົມສາດ ໂຄງການນານາຊາດ ແລະໂຄງການພິເສດ ຈັດການຮຽນການສອນທີ່ທ່າພະຈັນ[໑໒]

ເມື່ອວັນທີ 16 ກໍລະກົດ ຄ.ສ. 2015 ພະບາດສົມເດັດພະປໍຣະມິນທະຣະມະຫາພູມີພົນອະດຸນຍະເດດ ມີພະບໍລົມລາຊະໂອງການໂປດເກົ້າຯ ໃຫ້ປະກາດວ່າ ໂດຍທີ່ເປັນການສົມຄວນປັບປຸງກົດໝາຍວ່າດ້ວຍມະຫາວິທະຍາໄລທຳມະສາດ [໑໓] ສົ່ງຜົນເຮັດໃຫ້ມະຫາວິທະຍາໄລປ່ຽນຮູບແບບການບໍລິຫານງານເປັນມະຫາວິທະຍາໄລໃນກຳກັບຂອງລັດເມື່ອພົ້ນກຳໜົດ 30 ວັນນັບຕັ້ງແຕ່ວັນທີ 17 ກໍລະກົດ ຄ.ສ. 2015 ເຊິ່ງເປັນວັນປະກາດໃນລາຊະກິດຈານຸເບກສາ ຫຼືກົງກັບວັນທີ 16 ສິງຫາ ຄ.ສ. 2015

ສັນຍາລັກປະຈຳມະຫາວິທະຍາໄລ[ແກ້ໄຂ]

ທຳມະຈັກ ສັນຍາລັກປະຈຳມະຫາວິທະຍາໄລທຳມະສາດ
ດອກຂອງຕົ້ນຫາງນົກຍູງຝະລັ່ງ
  • ທັມມະຈັກ ແມ່ນກາປະຈຳມະຫາວິທະຍາໄລ[໑໔] ໂດຍກາທຳມະຈັກນີ້ມີ 12 ແສກ ອັນໝາຍເຖິງ ອະລິຍະສັດ 4 ເຊິ່ງວົນຢູ່ໃນຍານ 3 ຄື ສັດຈະຍານ ກິດຈະຍານ ແລະ ກະຕະຍານ ແລະມີພານລັດຖະທຳມະນູນຢູ່ກົງກາງ ອັນໝາຍເຖິງການຍຶດມັ່ນແລະຮັກສາໄວ້ເຊິ່ງການປົກຄອງລະບອບປະຊາທິປະໄຕ[໑໕]
  • ເພງປະຈຳມະຫາວິທະຍາໄລວິຊາທຳມະສາດແລະການເມືອງ (ທຳນອງມອນດູດາວ) ເປັນເພງປະຈຳມະຫາງິທະຍາໄລເພງທຳອິດ ປະພັນໂດຍຂຸນວິຈິດມາດຕາ ເມື່ອ ຄ.ສ. 1935 [໑໖]
  • ສີເຫຼືອງແດງ          ເປັນສີປະຈຳມະຫາວິທະຍາໄລ ດັງປາກົດໃນເນື້ອເພງ "ເພງປະຈຳມະຫາວິທະຍາໄລ" (ມອນດູດາວ) ທີ່ວ່າ "ເຫຼືອງຂອງເຮົາຄືທັມປະຈຳຈິດ ແດງຂອງເຮົາຄືໂລຫິດອຸທິດໃຫ້" ມີຄວາມໝາຍເຖິງ ຄວາມສຳນຶກໃນຄວາມເປັນທັມແລະຄວາມເສຍສະລະເພື່ອສັງຄົມ ນັບເປັນເພງປະຈຳມະຫາວິທະຍາໄລມາຕັ້ງແຕ່ປີທຳອິດຂອງການກໍ່ຕັ້ງ ຄື ຄ.ສ. 1934[໑໖]
  • ເພງພະລາຊະນິພົນທຳມະສາດ (ຍູງທອງ) ເປັນເພງມະຫາວິທະຍາໄລທີ່ໃຊ້ຢູ່ໃນປັດຈູບັນ[໑໗] ໂດຍເມື່ອວັນທີ 30 ມັງກອນ ຄ.ສ. 1961 ໄດ້ມີນັກສຶກສາກຸ່ມໜຶ່ງຂໍພະລາຊະທານພະບໍລົມລາຊະວະໂຣກາດເຂົ້າເຝົ້າຯ ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ ແລະສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ຂະນະສະເດັດມາຊົງດົນຕີ ນະ ເວທີລີລາດ ສວນອຳພອນ ພາຍໃນພະລາຊະວັງດຸສິດ ພະອົງຮັບສັ່ງວ່າຈະຊົງພະລາຊະນິພົນເພງປະຈຳມະກາວິທະຍາໄລພະລາຊະທານໃຫ້ແກ່ນັກສຶກສາທຳມະສາດ

ຈົນວັນທີ 9 ກຸມພາ ຄ.ສ. 1963 ພະບສດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດສະເດັດພະລາຊະດຳເນິນພ້ອມສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊີນີນາດ ແລະພະບໍລົມວົງສານຸວົງ ມາຊົງດົນຕີ ນະ ຫໍປະຊຸມໃຫຍ່ມະຫາວິທະຍາໄລທຳມະສາດ ແລະຊົງບັນເລງທຳນອງເພງທີ່ຈະພະລາຊະທານໃຫ້ເປັນເພງປະຈຳມະຫາວິທະຍາໄລ[໑໘] ໂດຍເປັນເພງພະລາຊະນິພົນ ລຳດັບທີ 36 ມີນາຍຈຳນົງລາຊະກິດ (ຈະລັນ ບຸນຍະລັດຕະພັນ) ເປັນຜູ້ປະພັນເນື້ອຮ້ອງ ແລະຍົກຮ່າງໂດຍໝ່ອມລາຊະວົງເສນີ ປາໂມດ

  • ຫາງນົກຍູງຝະລັ່ງ ເປັນຕົ້ນໄມ້ປະຈຳມະຫາວິທະຍາໄລ ເຊິ່ງພະບາດສົມເດັດພະປໍຣະມິນມະຫາພູມີພົນອະດຸນຍະເດດໄດ້ຊົງປູກຕົ້ນໄມ້ໜ້າຫໍປະຊູມໃຫຍ່ຈຳນວນ 5 ຕົ້ນ ເມື່ອວັນທີ 9 ກຸມພາ ຄ.ສ. 1963 ເວລາ 14:30 ໂມງ ພ້ອມກັບພະລາຊະທານໃຫ້ເປັນຕົ້ນໄມ້ສັນຍາລັກຂອງມະຫາວິທະຍາໄລທຳມະສາດ[໑໙] ດອກມີສີເຫຼືອງ - ແດງ ສັມພັນກັບສີປະຈຳມະຫາວິທະຍາໄລ

ອະໜຶ່ງ ປະຊາຄົມທຳມະສາດມັກຮຽກເພງພະລາຊະນິພົນທຳມະສາດ ແລະຕົ້ນຫາງນົກຍູງຝະລັ່ງວ່າ ຍູງທອງ[໒໐][໒໑] ເຊິ່ງເປັນສັນຍາລັກອັນເປັນປັດໄຈສຳຄັນ ທີ່ເຮັດໃຫ້ມະຫາວິທະຍາໄລທຳມະສາດ ມີຄວາມເຊື່ອມໂຍງກັບສະຖາບັນພະມະຫາກະສັດແລະພະລາຊະກໍລະນີຍະກິດໂດຍກົງ ຮວມທັ້ງພິທີພະລາຊະທານປະລິນຍາບັດດ້ວຍ[໒໒]

  • "ສັນຮັກທຳມະສາດ ເພາະທຳມະສາດສອນໃຫ້ສັນຮັກປະຊາຊົນ" ແມ່ນວະລີອະມະຕະຂອງມະຫາວິທະຍາໄລທຳມະສາດ ວາທະສຳຄັນນີ້ມີຕົ້ນເຄົ້າມາຈາກ ມອງນັກສຶກສາ ມທກ. ຜ່ານແວ່ນຂາວ ບົດຄວາມຂອງກຸຫຼາບ ສາຍປະດິດ ສິດເກົ່າມະຫາວິທະຍາໄລ[໒໓] ເຊິ່ງສະທ້ອນຊັດຫລັກການຂອງປະຊາຄົມທຳມະສາດ ນັບແຕ່ມະຫາວິທະຍາໄລນີ້ກຳເໜີດຂຶ້ນມາເມື່ອ ຄ.ສ. 1934 ພາຍໃຕ້ອຸດົມການປະຊາທິປະໄຕ ເສລີພາບ ແລະຄວາມສະເໝີພາກທາງການສຶກສາ[໑໖] ໂດຍປັດຈູບັນປຽບສະເໝືອນຄຳຂວັນຢ່າງບໍ່ເປັນທາງການຂອງມະກາວິທະຍາໄລ ແລະປະຊາຄົມທຳມະສາດສ່ວນໃຫຍ່ເຊື່ອວ່າວາທະດັງກ່າວນີ້ອະທິບາຍຄວາມໝາຍຂອງຈິດວິນຍານທຳມະສາດໄດ້ຢ່າງດີທີ່ສຸດ[໒໓]

ສັນຍາລັກສຳຄັນອີກຢ່າງໜຶ່ງຂອງມະຫາວິທະຍາໄລທຳມະສາດກໍຄື ຕຶກໂດມ ຄຳວ່າ "ລູກແມ່ໂດມ" ໝາຍເຖິງ ນັກສຶກສາມະຫາວິທະຍາໄລທຳມະສາດ[໒໔]

ການບໍລິຫານງານ[ແກ້ໄຂ]

ນາຍົກສະພາ[ແກ້ໄຂ]

ຜູ້ປະສາດການແລະອະທິການບໍດີ[ແກ້ໄຂ]

ນັບແຕ່ສະຖາປະນາ ມະຫາວິທະຍາໄລທຳມະສາດມີຜູ້ປະສາດການແລະອະທິການບໍດີດັງນີ້[໒໕]

ອ້າງອິງ[ແກ້ໄຂ]

  1. ໑.໐ ໑.໑ ໑.໒ ໑.໓ ໑.໔ ໑.໕ ໑.໖ ชาญวิทย์ เกษตรศิริ, ปรีดีกับมหาวิทยาลัยวิชาธรรมศาสตร์และการเมือง, สถาบันปรีดี พนมยงค์
  2. พิชิต ลิขิตกิจสมบูรณ์, “จิตวิญญาณธรรมศาสตร์” จงไปสู่สุขคติ
  3. พระราชบัญญัติมหาวิทยาลัยธรรมศาสตร์ พ.ศ. 2558, ราชกิจจานุเบกษา, 18 กรกฎาคม 2558
  4. International Network for Sustainability Science (INSS). (มปป.). Greater Mekong Subregion Academic and Research Network . [ออนไลน์]. เข้าถึงได้จาก [໑]. (เข้าถึงเมื่อ: 26 สิงหาคม 2553).
  5. นิธิ เอียวศรีวงศ์, ด้วยจิตวิญญาณธรรมศาสตร์, มหาวิทยาลัยเที่ยงคืน, พ.ศ. 2544. ปรับปรุงจากบทความ ฟื้นอุดมศึกษาไทย ด้วยจิตวิญญาณธรรมศาสตร์, ปาฐกถางาน “เดินประชาธิปไตย” เนื่องในวาระ 69 ปี การเปลี่ยนแปลงการปกครอง 2475, 24 มิถุนายน 2544 ณ หอประชุมเล็ก มหาวิทยาลัยธรรมศาสตร์ ท่าพระจันทร์
  6. ໖.໐ ໖.໑ คณะราษฎร, ประกาศคณะราษฏร ฉบับที่ ๑, วิกิซอร์ซ
  7. "พระราชบัญญัติมหาวิทยาลัยวิชาธรรมศาสตร์และการเมือง พุทธศักราช 2476". (2476, 20 มีนาคม). ราชกิจจานุเบกษา, (เล่ม 50). [ออนไลน์]. เข้าถึงได้จาก: http://www.ratchakitcha.soc.go.th/DATA/PDF/2476/A/1007.PDF. (เข้าถึงเมื่อ: 17 สิงหาคม 2551).
  8. ประวัติคณะนิติศาสตร์ มหาวิทยาลัยธรรมศาสตร์, คณะนิติศาสตร์ มหาวิทยาลัยธรรมศาสตร์
  9. ประวัติมหาวิทยาลัยธรรมศาสตร์, เว็บไซต์มหาวิทยาลัยธรรมศาสตร์
  10. ประวัติคณะรัฐศาสตร์, คณะรัฐศาสตร์ มหาวิทยาลัยธรรมศาสตร์
  11. ໑໑.໐ ໑໑.໑ ราชกิจจานุเบกษา. (18 มีนาคม 2495). พระราชบัญญัติมหาวิทยาลัยธรรมศาสตร์ มหาวิทยาลัยธรรมศาสตร์ พ.ศ. 2495. [ออนไลน์]. เข้าถึงได้จาก 2495.pdf. (เข้าถึงเมื่อ: 3 กันยายน 2553).
  12. สำนักทะเบียนและประมวลผล. (2553). หลักสูตรที่เปิดสอน . [ออนไลน์]. เข้าถึงได้จาก [໒]. (เข้าถึงเมื่อ: 26 สิงหาคม 2553).
  13. พระราชบัญญัติมหาวิทยาลัยธรรมศาสตร์ พ.ศ. ๒๕๕๘, ราชกิจจานุเบกษา, วันที่สืบค้น 17 กรกฎาคม 2558
  14. ประกาศสำนักนายกรัฐมนตรี เรื่อง กำหนดภาพเครื่องหมายราชการตามพระราชบัญญัติเครื่องหมายราชการ พุทธศักราช 2482 (ฉบับที่ 50) (มหาวิทยาลัยธรรมศาสตร์ สำนักนายกรัฐมนตรี), ราชกิจจานุเบกษา
  15. มหาวิทยาลัยธรรมศาสตร์. วันธรรมศาสตร์ 10 ธันวาคม 2546. กรุงเทพฯ : โรงพิมพ์มหาวิทยาลัยธรรมศาสตร์ (2546).
  16. ໑໖.໐ ໑໖.໑ ໑໖.໒ สถานที่สำคัญหรือจุดประวัติศาสตร์, เว็บไซต์มหาวิทยาลัยธรรมศาสตร์
  17. มหาวิทยาลัยธรรมศาสตร์. (มปป.). สัญลักษณ์มหาวิทยาลัย | THAMMASAT UNIVERSITY. [ออนไลน์]. เข้าถึงได้จาก [໓]. (เข้าถึงเมื่อ: 26 สิงหาคม 2553).
  18. The Asian Pacific News. (2549 ). พระอัฉริยภาพของในหลวง: “สำหรับข้าพเจ้าดนตรีคือสิ่งประณีตงดงาม” [ออนไลน์]. เข้าถึงได้จาก [໔]. (เข้าถึงเมื่อ: 26 สิงหาคม 2553).
  19. มหาวิทยาลัยธรรมศาสตร์. (มปป.). สัญลักษณ์มหาวิทยาลัย | THAMMASAT UNIVERSITY-ต้นหางนกยูง. [ออนไลน์]. เข้าถึงได้จาก [໕]. (เข้าถึงเมื่อ: 26 สิงหาคม 2553).
  20. Media Thai Communications. (2553). เพลงพระราชนิพนธ์"ยูงทอง"ในงานฟุตบอลประเพณีครั้งนี้ [ออนไลน์]. เข้าถึงได้จาก [໖]. (เข้าถึงเมื่อ: 26 สิงหาคม 2553).
  21. ข่าวออนไลน์ RYT9. (2543). ม.ธรรมศาสตร์ ขอเชิญชมการบรรเลงเพลงพระราชนิพนธ์ ยูงทอง โดยวงบางกอกซิมโฟนีออร์เคสตร้า [ออนไลน์]. เข้าถึงได้จาก [໗]. (เข้าถึงเมื่อ: 26 สิงหาคม 2553).
  22. สำนักงานศิษย์เก่าสัมพันธ์ มหาวิทยาลัยธรรมศาสตร์. (2551). ภาพบรรยากาศงานวันพระราชทานปริญญาบัตร ประจำปีการศึกษา 2551 [ออนไลน์]. เข้าถึงได้จาก [໘]. (เข้าถึงเมื่อ: 26 สิงหาคม 2553).
  23. ໒໓.໐ ໒໓.໑ หอประวัติศาสตร์เกียรติยศแห่งมหาวิทยาลัยธรรมศาสตร์. (มปป.). ฉันรักธรรมศาสตร์ เพราะธรรมศาสตร์สอนให้ฉันรักประชาชน [ออนไลน์]. เข้าถึงได้จาก [໙]. (เข้าถึงเมื่อ: 2 กันยายน 2553).
  24. MCOT.net. (2553). ดาราลูกแม่โดมรับพระราชทานปริญญาบัตร [ออนไลน์]. เข้าถึงได้จาก [໑໐]. (เข้าถึงเมื่อ: 26 สิงหาคม 2553).
  25. มหาวิทยาลัยธรรมศาสตร์. หนังสือคู่มือนักศึกษาใหม่ ปีการศึกษา 2550. กรุงเทพฯ : โรงพิมพ์มหาวิทยาลัยธรรมศาสตร์, (2550).