ຈັງຫວັດຊົນບຸລີ

ຈາກ ວິກິພີເດຍ
ຈັງຫວັດຊົນບຸລີ
ກາປະຈຳຈັງຫວັດຊົນບຸລີ
ກາປະຈຳຈັງຫວັດ
Cquote1.png ທະເລງາມ ເຂົ້າຫຼາມອະຫຼ່ອຍ(ແຊບ) ອ້ອຍຫວານ ຈັກສານດີ ປະເພນີວິ່ງ(ແລ່ນ)ຄວາຍ Cquote2.png
ຂໍ້ມູນທົ່ວໄປ
ຊື່ອັກສອນລາວ ຊົນບຸລີ
ຊື່ອັກສອນໂລມັນ Chonburi, Xonebouli
ຊື່ໄທອື່ນໆ ເມືອງຊົນ, ບາງປາສ້ອຍ (ຊື່ເດີມ)
เมืองชล,บางปลาสร้อย
ຜູ້ວ່າລາດຊະການ ທ່ານວິຊິດ ຊາດໄພສິດ
ISO 3166-2 TH-20
ຕົ້ນໄມ້ປະຈຳຈັງຫວັດ ດູ່
ດອກໄມ້ປະຈຳຈັງຫວັດ ດູ່
ຂໍ້ມູນສະຖິຕິ
ພື້ນທີ່ ໔,໖໑໑.໘໒໙ ຕລ.ກມ.[໑]
(ອັນດັບທີ່ ໕໑)
ປະຊາກອນ ໑,໒໘໙,໕໙໐ ຄົນ[໒]
(ອັນດັບທີ່ ໑໓)
ສູນລາດຊະການ
ທີ່ຕັ້ງ ສາລາກາງຈັງຫວັດຊົນບຸລີ ຖະໜົນມົນຕະເສວີ ຕຳບົນບາງປາສ້ອຍ ອຳເພີເມືອງຊົນບຸລີ ຈັງຫວັດຊົນບຸລີ 20000
ໂທລະສັບ (+66) 0 3827 5034, 0 3827 9434
ເວັບໄຊຕ໌ ຈັງຫວັດຊົນບຸລີ
ແຜນທີ່
 
ເນັ້ນຈັງຫວັດຊົນບຸລີ

ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ຈັງຫວັດຊົນບຸລີ ຫຼື ເມືອງຊົນ (ໄທ: จังหวัดชลบุรี ຈັງຫວັດຊົລບຸຣີ) ແມ່ນຊື່ແຂວງໃນພາກຕາເວັນອອກທີ່ຕິດອ່າວໄທແຫ່ງໜຶ່ງຂອງປະເທດໄທ. ມີບ່ອນທ່ອງທ່ຽງທີ່ມີຊື່ສຽງຫຼາຍແຫ່ງຂອງປະເທດໄທຕັ້ງຢູ່ ນອກຈາກດ້ານອຸດສາຫະກຳການທ່ອງທ່ຽວແລ້ວ ໃນຂະນະດຽວກັນ ຍັງຖືເປັນຈັງຫວັດທີ່ມີຄວາມສຳຄັນທາງເສດຖະກິດຢ່າງຫຼວງຫຼາຍ ເຊິ່ງຮອງຈາກບາງກອກ ທັງໃນດ້ານພານິຊະຍະກຳແລະອຸດສາຫະກຳຕ່າງໆ ຂອງປະເທດແຫ່ງໜຶ່ງ ໂດຍໃນອະດີດ ຈັງຫວັດຊົນບຸລີ ເຄີຍເປັນແຫຼ່ງບ່ອນຕັ້ງຂອງເມືອງທ່າທີ່ມີຄວາມສຳຄັນຫຼາຍ ແມ່ນແຕ່ໃນປະຈຸບັນ ກໍຍັງຄືຈະເປັນບ່ອນຕັ້ງຂອງທ່າເຮືອທີ່ມີຄວາມສຳຄັນຂອງປະເທດຮອງຈາກທ່າເຮືອບາງກອກ ແມ່ນ ທ່າເຮືອແຫຼມສະບັງ ຍ້ອນວ່າມີທຳເລທີ່ເໝາະສົມ. ຈັງຫວັດຊົນບຸລີ ມີອານາເຂດຕິດກັບຈັງຫວັດສະເຊີງເຊົາ ລະຍອງ ແລະຈັນທະບຸລີ.

ປະຫວັດສາດ[ແກ້ໄຂ]

ຈັງຫວັດຊົນບຸລີ ແມ່ນເຄີຍເປັນຊຸມຊົນບູຮານ ທີ່ເຄີຍມີມະນຸດຍຸກຫີນໃໝ່ ອາໄສຢູ່ມາແຕ່ສະໄໝກ່ອນປະຫວັດສາດແລ້ວ ຍ້ອນວ່າເຄີຍມີການຂຸດຄົ້ນທາງດ້ານບູຮານຄະດີ ແລ້ວພົບພໍ້ຮ່ອງຮອຍຂອງຊຸມຊົນບູຮານກ່ອນປະຫວັດສາດ ກົງແຖວບ່ອນຮາບລຸ່ມແມ່ນ້ຳພານທອງ ເຊິ່ງຢູ່ໃນບໍລິເວນວັດໂຄກພະນົມດີ ຕຳບົນທ່າຂ້າມ ອຳເພີພະນັດນິຄົມ. ແຫຼ່ງບູຮານຄະດີທີ່ຄົ້ນພົບໃນເທື່ອຫັ້ນ ໄດ້ມີການພົບສິ່ງມີຄຸນຄ່າທາງບູຮານຄະດີຫຼາຍຢ່າງ ຄື ຂວານຫີນຂັດ ເຄື່ອງປະດັບຈຳພວກກຳໄລ ລູກປັດ ເຄື່ອງປັ້ນດິນເຜົາ ແນວໃຊ້ເຊືອກທາບ ແລະໄດ້ພົບຊາກຂອງອາຫານທະເລຕື່ມນຳ ຈຶ່ງເຮັດໃຫ້ຊາບວ່າບໍລິເວນນີ້ຢູ່ໃກ້ຊາຍຝັ່ງທະເລຫຼາຍກວ່າປັດຈຸບັນຫຼາຍ. ແຫຼ່ງບູຮານຄະດີທີ່ກ່າວອ້າງທັງໝົດທາງຕົ້ນຫັ້ນ ຈຶ່ງແມ່ນຫຼັກຖານຢືນຢັນສ່ວນໜຶ່ງ ທີ່ສະແດງໃຫ້ເຫັນເຖິງຄວາມເປັນມາ ອັນແສນດົນຂອງຈັງຫວັດຊົນບຸລີ. ອະດີດເຄີຍເປັນບ່ອນທີ່ຕັ້ງເມືອງບູຮານ ທີ່ມີຄວາມຮຸ່ງເຮືອງເຖີງ ໓ ເມືອງຄື ເມືອງພະລົດ ເມືອງສີພະໂລ ແລະເມືອງພະຍາເລ່ ໂດຍອານາເຂດຂອງ ໓ ເມືອງ ແມ່ນລວມກັນເປັນຈັງຫວັດຊົນບຸລີໃນປັດຈຸບັນ.

ເມືອງພະລົດ[ແກ້ໄຂ]

ໃນສະໄໝທະວາລະວະດີ ກັບລົບບຸລີ ປະມານ ໑,໔໐໐-໗໐໐ ປີກ່ອນ ບໍລິເວນຕຳບົນໜ້າພະທາດ ອຳເພີພະນັດນິຄົມໃນປັດຈຸບັນ ມີຮ່ອງຮອຍເມືອງໃຫຍ່ຊື່ "ເມືອງພະລົດ" ຕັ້ງຢູ່ໃນຮາບລຸ່ມ ເຊິ່ງແມ່ນ້ຳຫຼາຍສາຍ ໄຫຼມາບັນຈົບກັນ ເປັນແມ່ນ້ຳພານທອງ ໂດຍສາມາດໃຊ້ແມ່ນ້ຳສາຍນີ້ ເປັນທາງຄະມະນາຄົມຕິດຕໍ່ນຳ. ເມືອງສີມະໂຫສົດໃນຈັງຫວັດປາຈີນບຸລີ (ປັດຈຸບັນແມ່ນບໍລິເວນສະມະເຂືອ ບ້ານໂຄກວັດ ແລະບ້ານໜອງສະແກ ອຳເພີສີມະໂຫສົດ) ຈົນໄປຮອດອຳອະລັນຍະປະເທດໄດ້ ອີກທັງຍັງມີເສັ້ນທາງເດີນທາງ ເຊື່ອມຈອດໄປຮອດຈັງຫວັດລະຍອງແລະຈັນທະບຸລີ ກາຍເປັນເມືອງພະຍາເລ່ ອັນແມ່ນເມືອງສຳຄັນອີກບ່ອນໜຶ່ງຂອງຊົນບຸລີ. ເມືອງພະລົດຈຶ່ງກາຍເປັນສູນກາງການຄະມະນາຄົມຂອງຊົນບຸລີໃນຍຸກນັ້ນ. ນອກຈາກນີ້ ນັກບູຮານຄະດີຍັງສຳລວດຄົ້ນພົບວ່າ ເມືອງພະລົດແມ່ນເມືອງຍຸກບູຮານດຽວກັນກັບເມືອງສີພະໂລ ຫຼືເກົ່າກວ່າເລັກນ້ອຍ ຍ້ອນວ່າປາກົດວ່າ ມີທາງເດີນບູລານເຊື່ອມຈອດສອງເມືອງນີ້ ໃນໄລຍະທາງປະມານ ໒໐ ກິໂລແມັດ.

ເມືອງສີພະໂລ[ແກ້ໄຂ]

ເມືອງສີພະໂລ ຕັ້ງຢູ່ບໍລິເວນບ້ານອູ່ຕະເພົາ ຕຳບົນໜອງໄມ້ແດງ ອຳເພີເມືອງຊົນບຸລີ. ໜ້າເມືອງມີອານາເຂດຈົດຕຳບົນບາງຊາຍໃນປັດຈຸບັນ ເຄີຍມີຜູ້ຂຸດພົບບູຮານວັດຖຸຫຼາຍແນວ ແມ່ນ ພະພຸດທະຮູບທອງຄຳ ສຳລິດ ແກ້ວຜະຫຼຶກ ຂັນທອງຄຳ ຈອກຊາມສັງຄະໂຫຼກຄ້າຍຄືຂອງສຸໂຂໄທ ຈະເຂ້ປູນ ແລະກ້ອນສິລາມີລອຍຕີນໜາ ເປັນຕົ້ນ. ນັກບູຮານຄະດີສັນນິຖານວ່າ ເມືອງສີພະໂລແມ່ນເນືອງສະໄໝຂອມເຮືອງອຳນາດແຫ່ງພາກອຸສາຄະເນ ແລະອາດຈະມີອາຍຸລວມສະໄໝນຳລົບບຸລີ ອັນຢູ່ຫຼັງອູ່ທອງ ແລະກ່ອນຍຸກອະຍຸທະຍາຄືປະມານປີ ຄ.ສ. ໑໐໕໗-໑໓໕໗.

ຈາກການຂຸດຄົ້ນທາງບູຮານຄະດີ ເຮັດໃຫ້ຮູ້ວ່າ ຕົວເມືອງສີພະໂລ ຕັ້ງຢູ່ໃກ້ນຳປາກນ້ຳບາງປະກົງ ໂດຍເມື່ອປະມານ ໖໐໐ ປີກ່ອນໃນສະໄໝສຸໂຂໄທ ເມືອງນີ້ມີຖານະເປັນເມື່ອງທ່າຊາຍທະເລທີມັ່ງຄັ່ງ ເປີດຮັບເຮືອສຳເພົາຈາກຈີນ ກຳປູເຈຍ ແລະຫວຽດນາມ ໃຫ້ມາຈອດເຊົາກ່ອນເດີນທາງຕໍ່ໄປຍັງປາກນ້ຳເຈົ້າພະຍາ (ແມ່ນທີ່ໜ້າເສຍດາຍວ່າ ກຳແພງເມືອງສີພະໂລໄດ້ຖືກທຳລາຍໄປໝົດສິ້ນຈາກການກໍ່ສ້າງຖະໜົນສຸຂຸນວິດ ຈຶ່ງບໍ່ເຫຼືອຮ່ອງຮອຍທາງບູຮານຄະດີໄວ້ໃຫ້ສຶກສາ). ຕໍ່ມາ ໃນສະໄໝອະຍຸທະຍາ ເມືອງສີພະໂລກໍຄ່ອຍໆ ໝົດຄວາມສຳຄັນລົງ ອາດຍ້ອນແມ່ນ້ຳຕີ້ນເຂີນຈາກການພັດພາສະສົມຂອງຕະກອນຈຳນວນມະຫາສານ ປະຊາຊົນຈຶ່ງຍົກຍ້າຍຖິ່ນຖານລົງມາກໍ່ຮ່າງສ້າງໂຕຢູ່ "ບາງປາສ້ອຍ" ເຊິ່ງກໍຄື "ເມືອງຊົນບຸລີ" ໃນປັດຈຸບັນ (ວັດໃຫຍ່ອິນທາລາມໃນເມືອງຊົນບຸລີປັດຈຸບັນ ຍັງປາກົດພາບຈິດຕະກຳຝາຜະໜັງ ແລະ ການຄ້າຂາຍ ລະຫວ່າງຊາວໄທ, ຈີນ, ແລະຝະລັ່ງ ບົ່ງບອກເຖິງບັນຍາກາດການຄ້າຂາຍ ອັນຟົດຟື້ນຂອງອະດີດ).

ເມືອງພະຍາເລ່[ແກ້ໄຂ]

ເມືອງພະຍາເລ່ ຕັ້ງຢູ່ໃນເຂດບໍ່ທອງ ຕຳບົນບໍ່ທອງ ແມ່ນເມືອງຍຸກທະວາລະວະດີ ເຊັ່ນດຽວກັບເມືອງພະລົດ. ຕັ້ງຢູ່ໃນຂົງເຂດທີ່ສູງ ຫ່າງຈາກເມືອງພະລົດປະມານ ໓໒ ກິໂລແມັດ. ລັກສະນະຜັງເມືອງ ແມ່ນຮູບວົງລີ ໒ ຊັ້ນ ຊັ້ນຕົ້ນມີເສັ້ນຜ່າສູນກາງ ໑,໑໐໐ ແມັດ ສ່ວນຊັ້ນໃນປະມານ ໖໐໐ ແມັດ. ໂດຍຄູເມືອງແລະຄັນດິນຂອງຕົວເມືອງຊັ້ນນອກດ້ານເໜືອ ຍັງຄືຈະປາກົດເຫັນໄດ້ຊັດເຈນໃນປັດຈຸບັນ. ເມືອງພະຍາເລ່ ມີຕິດຕໍ່ກັບເມືອງພະລົດເນືອງ ໆ ໂດຍໃຊ້ຄອງຫຼວງເປັນເສັ້ນທາງສັນຈອນ. ປະຈຸບັນລຳຄອງນີ້ ຍັງຄືຈະຢູ່ ໂດຍແມ່ນຄອງສາຍສຳຄັນ ແລະ ມີຄວາມຍາວຫຼາຍທີ່ສຸດຂອງຈັງຫວັດຊົນບຸລີ ທຸກມື້ນີ້ ການເຮັດນາໃນອຳເພີພະນັດນິຄົມແລະອຳເພີພານທອງ ຍັງຄືຈະອາໄສນ້ຳຈາກຄອງນີ້ ຍ້ອນວ່າມີແຄວຫຼາຍສາຍແຕກສາຂາອອກໄປ ແຄວໃຫຍ່ທີ່ສຸດ ແມ່ນ ແຄວທີ່ເກີດຈາກທິວເຂົາປ່າແດງ.

ສະໄໝກຸງສີອະຍຸທະຍາ[ແກ້ໄຂ]

ເມືອງຊົນບຸລີ ປາກົດເປັນຫຼັກຖານໃນທຳນຽບສັກດິນາຫົວເມືອງ ກໍເມື່ອ ຄ.ສ. ໑໓໗໖ ມີຖານະເປັນເມືອງຈັດຕະວາ ຜູ້ດູແລຮັກສາເມືອງແມ່ນ “ອອກເມືອງຊົນບຸລີສີມະຫາສະໝຸດ” ສັກດິນາ ໒,໔໐໐ ໄຮ່ ສົ່ງສ່ວຍໄມ້ແດງໃນລັດຊະການສົມເດັດພະບະລົມມະລາຊາທິລາດ (ຂຸນຫຼວງພະງົ່ວ). ໃນປີ ຄ.ສ. ໑໗໖໖ ຂະນະທີ່ກຸງສີອະຍຸທະຍາ ຖືກທັບພະມ້າລ້ອມຢູ່ ກົມໝື່ນພິພິດຜູ້ເປັນພະເຈົ້າລູກຍາເທີອົງໜຶ່ງ ໃນພະບາດສົມເດັດພະເຈົ້າຢູ່ຫົວບະລົມມະໂກດ ແຕ່ຖືກເນລະເທດໄປລັງກາ ໄດ້ເມືອມາເກ້ຍກ່ອມຮວບໂຮມຊາຍສະກັນ ທາງຫົວເມືອງພາກຕາເວັນອອກ ຄື ຈັນທະບຸລີ ລະຍອງ ບາງລະມຸງ ຊົນບຸລີ ແລະປາຈີນບຸລີ ເຂົ້າຮ່ວມກອງທັບ ອ້າງວ່າຈະຍົກໄປຊ່ອຍເຫຼືກຸງສີອະຍຸທະຍາຮົບພະມ້າ. ໃນເທື່ອນັ້ນ ຊາວຊົນບຸລີໄດ້ໃຫ້ການສະໜັບສະໜຸນເຂົ້າຮ່ວມທັບເປັນຈຳນວນຫຼາຍ ຈົນເມືອງຊົນບຸລີແທບຈະກາຍເປັນເມືອງຮ້າງ.

ເມື່ອກົມໝື່ນເທບພິພິດ ຍົກໄພ່ພົນໄປຕັ້ງໝັ້ນຢູ່ປາຈີນບຸລີ ຈຶ່ງມີໜັງສືກາບບັງຄົມທູນພະເຈົ້າຢູ່ຫົວເອກກະທັດ ນະ ກຸງສີອະຍຸທະຍາ ຂໍອາສາຊ່ອຍປ້ອງກັນພະນະຄອນ ແຕ່ພະເຈົ້າຢູ່ຫົວເອກກະທັດຊົງພະລາຊະດຳລິວ່າ ກົມໝື່ນເທບພິພິດ ເປັນຄົນມັກໃຫຍ່ໄຝ່ສູງ ຈົນຖືກເນລະເທດມາແລ້ວເທື່ອໜຶ່ງ ການທີ່ມາເອີ້ນລະດົມຜູ້ຄົນເຂົ້າເປັນກອງທັບ ໂດຍພົນການເທື່ອນີ້ ກໍເປັນການເຮັດຜິດກົດມົນທຽນບານ ຈຶ່ງໂຜດເກົ້າຯ ໃຫ້ຍົກກອງທັບ ຈາກກຸງສີອະຍຸທະຍາ ໄປປາບປາມກົມໝື່ນເທບພິພິດຈົນບອບຊ້ຳ. ຈາກນັ້ນ ພະມ້າຍັງໄດ້ສົ່ງກອງທັບເຂົ້າໂຈມຕີກອງທັບກົມໝື່ນພິພິດຈົນແຕກພ່າຍ ຈົນກຸງສີອະຍຸທະຍາເສຍແກ່ພະມ້າເມື່ອ ຄ.ສ. ໑໗໖໗. ຊາວຊົນບຸລີໄດ້ໃຫ້ຄວາມຮ່ວມມືນຳສົມເດັດພະເຈົ້າຕາກສິນມະຫາລາດໃນການກອບກູ້ອິດສະລະພາບຢ່າງໃກ້ຊິດຕິດແທດ ຈົນສາມາດກອບກູ້ເອກະລາດເມືອຄືນມາໄດ້ສຳເລັດ.

ສະໄໝກຸງລັດຕະນະໂກສິນ[ແກ້ໄຂ]

ສະໄໝພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ ລັດຊະການທີ ໓ ພະອິນທະອາສາຊາວເມືອງວຽງຈັນ ໄດ້ພາຊາວລາວຈຳນວນໜຶ່ງອົບພະຍົບ ເຂົ້າມາຂໍເພິ່ງພະບໍລົມມະໂພທິສົມມະພານ ພະອົງຈຶ່ງຊົງໂປດເກົ້າຯ ໃຫ້ໄປຕັ້ງຖິ່ນອາໄສຢູ່ລະຫວ່າງເມືອງຊົນບຸລີແລະສະເຊີງເຊົາ (ບໍລິເວນເມືອງພະນັດນິຄົມໃນປັດຈຸບັນ). ເມື່ອຕໍ່ມາ ສະໄໝລັດຊະການທີ ໔-໖ ພະມະຫາກະສັດ ແລະ ພະບໍລົມມະວົງສານຸວົງຂອງສະຫຍາມ ໄດ້ສະເດັດປະພາດຊົນບຸລີຫຼາຍເທື່ອ ຍ້ອນຊົນບຸລີ ແມ່ນເມືອງຊາຍທະເລ ທີ່ມີທັດສະນີຍະພາບອັນຈົບງາມ ເໝາະແກ່ການພັກເຊົາ ອີກທັງບໍ່ໄກຈາກບາງກອກຫຼາຍໂພດ.

ຈົນຮອດປີ ຄ.ສ. ໑໘໐໗ ພະສຸນທອນໂວຫານ (ສຸນທອນພູ່) ລັດຕະນະກະວີຂອງໄທ ໄດ້ເດີນທາງຈາກບາງກອກ ໄປຢ້ຽມຢາມບິດາຢູ່ເມືອງແກງ ຈັງຫວັດລະຍອງ ໄດ້ຂຽນໄວ້ໃນນິລາດເມືອງແກງກ່າວເຖິງເມືອງຕ່າງໆ. ເມື່ອຮອດຂົງເຂດຈັງຫວັດຊົນບຸລີ ຕາມລຳດັບຈາກເໜືອຫາໃຕ້ ຄື ບາງປາສ້ອຍ ໜອງມົນ ບ້ານໄຮ່ ບາງພະ ບາງລະມຸງ ນາເກືອ ພັດທະຍາ ນາຈອມທຽນ ຫ້ວຍຂວາງ ແລະໜອງຊະແງ້ວ (ປັດຈຸບັນເອີ້ນບ້ານຊາກແງ້ວ ຢູ່ໃນເຂຕອຳເພີບາງລະມຸງ ເຊິ່ງແມ່ນທາງທີ່ຈະໄປອຳເພີແກງ ຈັງຫວັດລະຍອງໄດ້).

ໃນຊ່ວງ ຄ.ສ. ໑໘໙໔ ລັດສະໄໝພະບາດສົມເດັດພະຈຸນລະຈອມເກ້າເຈົ້າຢູ່ຫົວ ລັດຊະການທີ ໕ ໄດ້ຊົງປ່ຽນແປງລະບົບການປົກຄອງລາຊະອານາຈັກ ທີ່ແມ່ນຫົວເມືອງນ້ອຍ ໆ ແບບບູຮານ ຍຸບລວມເຂົ້າດ້ວຍກັນ ໃຫ້ຢູ່ພາຍໃຕ້ບັງຄັບບັນຊາຂອງກະຊວງມະຫາດໄທ ໜ່ວຍງານດຽວ. ດັ່ງມີບັນທຶກວ່າ “ລວມຫົວເມືອງທາງລຳນ້ຳບາງປະກົງ ຄື ເມືອງປາຈີນບຸລີ ໑ ເມືອງນະຄອນນາຍົກ ໑ ເມືອງພະນົມມະສາລະຄາມ ໑ ເມືອງສະເຊີງເຊົາ ໑ ໂຮມ ໔ ຫົວເມືອງ ແມ່ນເມືອງມົນທົນ ໑ ເອີ້ນວ່າ ມົນທົນປາຈີນ” ຕັ້ງບ່ອນວ່າການມົນທົນຢູ່ ເມືອງປາຈີນ ຕໍ່ເມື່ອໂອນຫົວເມືອງໃນກົມມະທ່າ ມາຂຶ້ນກະຊວງມະຫາດໄທ ຈຶ່ງຍົກຍ້າຍທີ່ເຮັດການມົນທົນລົງ ມາຕັ້ງຢູ່ເມືອງສະເຊີງເຊົາ ຍ້ອນຂະຫຍາຍອານາເຂດມົນທົນຕໍ່ລົງໄປທາງຊາຍທະເລ ລວມເມືອງພະນັດນິຄົມ ເມືອງຊົນບຸລີ ແລະ ເມືອງບາງລະມຸງ ເພີ່ມໃຫ້ອີກ ໓ ລວມເປັນ ໗ ເມືອງດ້ວຍກັນ ແຕ່ຄືຈະເອີ້ນຊື່ວ່າ ມົນທົນປາຈີນຢູ່ຕາມເດີມ.

ເມື່ອຮອດຊ່ວງປີ ຄ.ສ. ໑໙໑໕ ໃນສະໄໝລັດຊະການທີ ໖ ໄດ້ຊົງໂຮມມົນທົນຈັດຕັ້ງຂຶ້ນແມ່ນ “ພາກ” ໂດຍມີອຸປະລາດເປັນຜູ້ປົກຄອງດູແລ ມີອຳນາດເໜືອສະໝຸຫະເທສາພິບານ ມີນຳກັນ ໔ ພາກ ແມ່ນ ພາກພາຍັບ ພາກປັກໃຕ້ ພາກອີສານ ແລະພາກຕາເວັນຕົກ ສຳລັບພາກກາງໃຫ້ເປັນມົນທົນຢູ່ຄືເກົ່າ ເອີ້ນວ່າມົນທົນອະຍຸທະຍາ ມີອຸປະລາດປົກຄອງແທນສະໝຸຫະເທສາພິບານ. ການປົກຄອງຫົວເມືອງແບບແບ່ງຍ່ອຍເປັນພາກ ແລະ ມີຕຳແໜ່ງອຸປະລາດເຊັ່ນນີ້ ແມ່ນຍົກເລີກເມື່ອວັນທີ ໓໑ ມີນາ ຄ.ສ. ໑໙໒໕. ໃນສະໄໝລັດຊະການທີ ໗ ໂດຍເມື່ອໄປໃຊ້ໃນລັກສະນະເປັນມົນທົນຄືເກົ່າ ໃນລັກສະນະທີ່ມີຈຳນວນຫຼາຍເຖິງ ໒໐ ມົນທົນ ແລະພາຍໃນ ໑໐ ປີຕໍ່ມາ ຄືກ່ອນ ຄ.ສ. ໑໙໓໒ ໄດ້ຍຸບລົງເຫຼືອພຽງແຕ່ ໑໐ ມົນທົນເປັນຄັ້ງສຸດທ້າຍ.

ໜ່ວຍການປົກຄອງ[ແກ້ໄຂ]

ການປົກຄອງ ແບ່ງອອກເປັນ ໑໑ ອຳເພີ ໙໒ ຕຳບົນ ໖໘໗ ໝູ່ບ້ານ.

  1. ອຳເພີເມືອງຊົນບຸລີ
  2. ອຳເພີບ້ານບຶງ
  3. ອຳເພີໜອງໃຫຍ່
  4. ອຳເພີບາງລະມຸງ
  5. ອຳເພີພານທອງ
  6. ອຳເພີພະນັດນິຄົມ
  1. ອຳເພີສີລາຊາ
  2. ອຳເພີເກາະສີຊັງ
  3. ອຳເພີສັດຕະຫີບ
  4. ອຳເພີບໍ່ທອງ
  5. ອຳເພີເກາະຈັນ
 ແຜນທີ່

ບ່ອນສຶກສາ[ແກ້ໄຂ]

ມະຫາວິທະຍາໄລ[ແກ້ໄຂ]

ສະຖາບັນແລະວິທະຍາໄລ[ແກ້ໄຂ]

ໂຮງຮຽນ[ແກ້ໄຂ]

ການເດີນທາງສູ່ຈັງຫວັດຊົນບຸລີ[ແກ້ໄຂ]

ວັດຍານສັງວະລາລາມວໍລະມະຫາວິຫານ

ຈັງຫວັດຊົນບຸລີແມ່ນຈັງຫວັດທີ່ມີເສັ້ນທາງຄະມະນາຄົມດີກວ່າໝູ່ຈັງຫວັດໜຶ່ງຂອງປະເທດໄທ ໂດຍມີລະບົບການຄະມະນາຄົມຂົນສົ່ງທົ່ວເຖິງແລະສະດວກໃນທຸກດ້ານ ທັງການຂົນສົ່ງທາງບົກ ທາງເຮືອ ແລະທາງອາກາດ ໂຮມທັງມີການຂົນສົ່ງທາງທໍ່ສຳລັບສິນຄ້າເຫຼວ ໄດ້ແກ່ ນ້ຳມັນແລະສານເຄມີ ການຄະມະນາຄົມແລະຂົນສົ່ງຂອງຈັງຫວັດຊົນບຸລີໃນປະຈຸບັນອາໄສທາງບົກເປັນຫຼັກ ນອກຈາກນັ້ນຍັງມີການຂົນສົ່ງທ່າເຮືອແລະທາງອາກາດ ເຊິ່ງສາມາດພັດທະນາກສັກກະຍະພາບໃຫ້ເພີ່ມຂຶ້ນໄດ້ຢ່າງຕໍ່ເນື່ອງ

ທາງອາກາດ[ແກ້ໄຂ]

ຈັງຫວັດຊົນບຸລີມີເດີ່ນຍົນ ໒ ແຫ່ງຄື ເດີ່ນຍົນບາງພະ ນຳ ເດີ່ນຍົນນານາຊາດອູ່ຕະເພົາ ໂດຍທ່າອາກາດຍານບາງພະຕັ້ງຢູ່ໃນ ອຳເພີສິລາຊາ ແມ່ນສະໜາມເຝິກຝົນສຳລັບເຮືອບິນລຳໜ້ອຍ ຈຶ່ງບໍ່ໄດ້ເປີດໃຫ້ບໍລິການພານິດທົ່ວໄປ

ລາຍຊື່ສາຍການບິນ[ແກ້ໄຂ]

ສາຍການບິນລະຫວ່າງປະເທດ[ແກ້ໄຂ]
ສາຍການບິນພາຍໃນປະເທດ[ແກ້ໄຂ]

ທາງນ້ຳ[ແກ້ໄຂ]

ຍ້ອນວ່າຈັງຫວັດຊົນບຸລີ ມີສະພາບພູມິສາດເອື້ອອຳນວຍຕໍ່ການຂົນສົ່ງທາງທະເລ ກ່າວຄືດ້ານຕາເວັນຕົກຂອງຈັງຫວັດ ແມ່ນຊາຍຝັ່ງທີ່ມີແນວຍາວ ໄລຍະທາງຫຼາຍຮ້ອຍກິໂລແມັດ ໂດຍຫຼາຍແຫ່ງ ແມ່ນຊາຍຫາດທີ່ຈົບງາມ ແລະລາງບ່ອນເໝາະຈະເປັນທ່າເຮືອ ສົ່ງຜົນໃຫ້ຊາຍຝັ່ງທະເລຂອງຈັງຫວັດ ມີທ່າທຽບເຮືອປະມົງນຳທ່າທຽບເຮືອສິນຄ້າ ທັງທີ່ແມ່ນທ່າທຽບເຮືອຂອງເອກະຊົນ ກັບທ່າທຽບເຮືອພານິດສຳລັບຂົນສົ່ງສິນຄ້າ ລຽບຕາມແຄມທະເລຕາເວັນອອກເຂົ້າສູ່ທ່າເຮືອບາງກອກ.

ທາງລົດໄຟ[ແກ້ໄຂ]

ການຂົນສົ່ງທາງລົດໄຟຂອງຈັງຫວັດຊົນບຸລີ ແມ່ນອາໄສເສັ້ນທາງລົດໄຟສາຍຕາເວັນອອກ ໂດຍເລີ່ມຕົ້ນຈາກບາງກອກ-ສະເຊີງເຊົາ-ອຳເພີສີລາຊາ ເມື່ອລັດຖະບານມີໂຄງການພັດທະນາພື້ນທີ່ບໍລິເວນແຄມທະເລຕາເວັນອອກ ການລົດໄຟແຫ່ງປະເທດໄທຈຶ່ງດຳເນີນການກໍ່ສ້າງທາງລົດໄຟສາຍນີ້ຂຶ້ນ ເພື່ອຮອງຮັບການຂົນສົ່ງສິນຄ້າແຕ່ທ່າເຮືອນ້ຳລຶກສັດຕະຫີບ ທ່າເຮືອນ້ຳເລິກນິຄົມອຸດສາຫະກຳແຫຼມສະບັງ ນຳທ່າເຮືອນ້ຳເລິກນິຄົມອຸດສາຫະກຳມາບຕາພຸດ.

ທາງລົດຈັກ[ແກ້ໄຂ]

ການຂົນສົ່ງທາງລົດຈັກແມ່ນລະບົບການຄະມະນາຄົມສຳຄັນກວ່າຂອງຈັງຫວັດຊົນບຸລີ ແລະມີບົດບາດຫຼາຍຂຶ້ນເລື່ອຍໆໃນປະຈຸບັນ ໂຄງຂ່າຍນີ້ຢູ່ໃນຄວາມຮັບຜິດຊອບຂອງກົມຫຼວງ ໂດຍປະຈຸບັນມີຖະໜົນທີ່ສ້າງເສັດແລ້ວເປັນໄລຍະທາງ ໗໔໕.໔໙໗ ກິໂລແມັດ ແມ່ນທາງຫຼວງແຜ່ນດິນໂຮມໄລຍະທາງ ໗໔໕.໔໙໗ ກິໂລແມັດ ແລະໄລຍະທາງຕໍ່ ໒ ຊ່ອງຈະລາຈອນຄຶດເປັນໄລຍະທາງ ໑,໑໙໑.໔໐໘ ກິໂລແມັດ

ກິລາ[ແກ້ໄຂ]

ຈັງຫວັດຊົນບຸລີທີທີມເຕະບານອາຊີບອັນມີຊື່ສຽງ ແລະ ເຊິ່ງປະຈຸບັນຫຼິ້ນຢູ່ໃນໄທຍ໌ແລນດ໌ພຣີເມຍຣ໌ລີກ3 ທີມ ຄື ສະໂມສອນຟຸດບອນຊົນບຸລີ ເຊິ່ງແມ່ນທີມໃນອຳເພີເມືອງຊົນບຸລີ. ປະຈຸບັນຫຼິ້ນຢູ່ໃນໄທຍ໌ແລນດ໌ພຣີເມຍຣ໌ລີກ. ມີຜົນງານໄດ້ເປັນແຊມປະເທດໄທນຶ່ງສະໄໝໃນປີ ຄ.ສ. 2007 ແລະ ແມ່ນໂຕແທນໄປແຂ່ງໃນເຂດອາຊີໃນເອເອຟຊີແຊມປຽນສ໌ລີກ. ນອກຈາກນີ້ຍັງມີທີມສະໂມສອນຟຸດບອນພັດທະຍາຢູໄນເຕັດ ໃນ ເມືອງພັດທະຍາ ແລະ ສະໂມສອນຟຸດບອນສີລາຊາ-ສັນນິບາດຯ ໃນເທດສະບານເມືອງສີລາຊາ ອຳເພີສີລາຊາ. ສຳລັບການແຂ່ງຂັນກິລາໃນມະຫາວິດທະຍາໄລພາກຕະເວັນອອກໃນຊື່ ກິລາມະຫາວິດທະຍາໄລພາກຕະເວັນອອກ.

ສະຖານທີ່ສຳຄັນ[ແກ້ໄຂ]

ອ້າງອີງ[ແກ້ໄຂ]

  1. ศูนย์สารสนเทศเพื่อการบริหารและงานปกครอง. กรมการปกครอง. กระทรวงมหาดไทย. "ข้อมูลการปกครอง." [ออนไลน์]. เข้าถึงได้จาก: http://www.dopa.go.th/padmic/jungwad76/jungwad76.htm [ม.ป.ป.]. ສືບຄົ້ນ ໑໘ ເມສາ ໒໐໑໐.
  2. กรมการปกครอง. กระทรวงมหาดไทย. "ประกาศสำนักทะเบียนกลาง กรมการปกครอง เรื่อง จำนวนราษฎรทั่วราชอาณาจักร แยกเป็นกรุงเทพมหานครและจังหวัดต่าง ๆ ตามหลักฐานการทะเบียนราษฎร ณ วันที่ 31 ธันวาคม 2552." [ออนไลน์]. เข้าถึงได้จาก: http://www.dopa.go.th/stat/y_stat.html 2553. ສືບຄົ້ນ ໓໐ ມີນາ ໒໐໑໐.
  3. http://www.weekendhobby.com/board/photo/Question.asp?ID=24742

ແຫຼ່ງຂໍ້ມູນອື່ນ[ແກ້ໄຂ]