ຈັງຫວັດຈັນທະບຸລີ
Jump to navigation
Jump to search
|
ຈັງຫວັດຈັນທະບຸລີ (ໄທຍ໌: จังหวัดจันทบุรี) ແມ່ນຈັງຫວັດທາງຊາຍຝັ່ງທະເລພາກຕາເວັນອອກຂອງປະເທດໄທ ທິດເໜືອຕິດກັບຈັງຫວັດສະເຊີງເຊົາ ແລະຈັງຫວັດສະແກ້ວ ທິດຕາເວັນອອກຕິດກັບຈັງຫວັດຕາດແລະປະເທດກຳປູເຈຍ ທິດໃຕ້ຕິດກັບອ່າວໄທ ແລະທິດຕາເວັນຕົກຕິດກັບຈັງຫວັດລະຍອງແລະຈັງຫວັດຊົນບຸລີ ຢູ່ຫ່າງຈາກບາງກອກປະມານ 245 ກິໂລແມັດ ສະພາບພື້ນທີ່ມີທັງປ່າໄມ້ ພູ ບ່ອນຮາບສູງ ບ່ອນລຸ່ມນ້ຳ ແລະບ່ອນຊາຍຝັ່ງທະເລ.