ພັດທະຍາ

ຈາກ ວິກິພີເດຍ
Pattaya

พัทยา
Special Governed City
Pattaya City เมืองพัทยา
From left: Nong Nooch Garden, Pattaya sunset, Pattaya Beach, The Sanctuary of Truth, Walking Street
From left: Nong Nooch Garden, Pattaya sunset, Pattaya Beach, The Sanctuary of Truth, Walking Street
ກາຢ່າງເປັນທາງການຂອງPattaya
ກາ
Lua error in Module:Location_map at line 522: Unable to find the specified location map definition: "Module:Location map/data/Thailand" does not exist.
ພິກັດ: 12°55′39″N 100°52′31″E / 12.92750°N 100.87528°E / 12.92750; 100.87528ພິກັດພູມສາດ: 12°55′39″N 100°52′31″E / 12.92750°N 100.87528°E / 12.92750; 100.87528
ປະເທດປະເທດໄທ
ຈັງຫວັດຊົນບຸລີ
ເມືອງເມືອງພັດທະຍາ
ການປົກຄອງ
 • ປະເພດSelf-administrating municipality
 • MayorIttipol Khunplome
ພື້ນທີ່
 • ທັງໝົດ22.2 ຕລ.ກມ. (Bad rounding here8.6 ຕລ.ໄມລ໌)
ປະຊາກອນ
 (2010)
 • ທັງໝົດ107,406 ຄົນ
 • ຄວາມໜາແໜ້ນ4,800 ຄົນ/ຕລ.ກມ. (13,000 ຄົນ/ຕລ.ໄມລ໌)
 Registered residents only
ເຂດເວລາUTC+7 (ICT)
ISO 3166-2TH-S
ເວັບໄຊwww.pattaya.go.th

ພັດທະຍາ ຫຼື ເມືອງພັດທະຍາ (ໄທ: พัทยา ພັທຍາ) ແມ່ນເຂດປົກຄອງພິເສດເຂດໜຶ່ງໃນປະເທດໄທ ອັນຕັ້ງຕາມພະລາຊະບັນຍັດລະບຽບບໍລິຫານລາຊະການເມືອງພັດທະຍາ ສະບັບ ວັນທີ 29 ພະຈິກ ຄ.ສ. 1978 (ທຽບເທົ່າເທດສະບານນະຄອນ) ໃນຂົງເຂດຈັງຫວັດຊົນບຸລີ. ຈັດເປັນເມືອງທ່ອງທ່ຽວນານາຊາດ ອັນມີຊື່ສຽງລະດັບໂລກ ໂດຍສະເພາະຫາດຊາຍອັນທອດຍາວໄປຕາມແນວແຄມທະເລ. ຈັດໄດ້ວ່າ ມີຄວາມຈົບງາມອີກແຫ່ງຂອງປະເທດໄທ. ຢູ່ຫ່າງຈາກບາງກອກ ຫາທາງຕາເວັນອອກສຽງໃຕ້ ປະມານ 140 ກິໂລແມັດ. ຕັ້ງຢູ່ເທິງຝັ່ງທະເລທາງທິດຕະເວັນອອກຂອງອ່າວໄທ, ເຊິ່ງພັດທະຍາແບ່ງຍ່ອຍເປັນ 4 ສ່ວນ ແມ່ນ ພັດທະຍາເໜືອ ພັດທະຍາກາງ ພັດທະຍາໃຕ້ ແລະຫາດຈອມທຽນ.

ພັດທະຍາມີລະຫັດມາດຕະຖານຕາມ ISO 3166-2 ວ່າ TH-S.

ປະຫວັດເມືອງພັດທະຍາ[ດັດແກ້]

ເລີ່ມຮູ້ຈັກກັນຈາກຄຳບອກເລົ່າຕໍ່ກັນມາວ່າ ເມື່ອ ພ.ສ. 2310, ກ່ອນເສຍກຸງສີອະຍຸທະຍາໃຫ້ກັບພະມ້າ 3 ເດືອນ, ພະຍາຕາກ (ສິນ), ຂະນະນັ້ນ ຍັງເປັນພະຍາກຳແພງເພັດ, ລົງຄວາມເຫັນວ່າ ຫາກກຸງສີອະຍຸທະຍາຍັງຕໍ່ສູ້ນຳພະມ້າຢ່າງອ່ອນແອເຊັ່ນນີ້, ຕໍ່ໄປຈະຕ້ອງສູນເສຍເມືອງໃຫ້ພະມ້າຢ່າງແນ່ນອນ. ພະຍາກຳແພງເພັດ ຈຶ່ງຮວບຮວມສະໝັກພັກພວກອອກໄປຕັ້ງຫຼັກໃຫມ່. ໃຫ້ມີກຳລັງທັບເຂັ້ມແຂງຂຶ້ນ ຄ່ອຍຄືນມາກູ້ເມືອງ. ພະຍາກຳແພງເພັດໄດ້ ເລີ່ມເຄື່ອນທັບອອກຈາກຄ່າຍວັດພິໄຊມຸ່ງໜ້າໄປທາງທິດຕາເວັນອອກສຽງໃຕ້ ສູ້ພ້ອມຮົ່ນຖອຍໜີການຕາມລ່າ ຂອງທະຫານພະມ້າໄປພ້ອມ ຈົນລື່ນເຂົ້າແຂວງເມືອງຊົນບຸລີ. ພະຍາກຳແພງເພັດ ພັກເຊົາທັບຢູ່ບໍລິເວນໜ້າວັດໃຫຍ່ອິນທາຣາມໃນປັດຈຸບັນ, ແລ້ວເດີນທັບມຸ່ງກົງໄປຍັງຈັນທະບຸລີ. ລະຫວ່າງທາງໄດ້ພັກເຊົາຢູ່ບ້ານໜອງໄຜ່ ຕຳບົນນາເກືອ ແຂວງເມືອງບາງລະມຸງ, ປັດຈຸບັນຢູ່ທາງຫຼັງສະຖານີຕຳຫຼວດພູທອນພັດທະຍາ.

ຕາມພະລາດຊະພົງສາວະດານສະບັບພະລາດຊະຫັດຖະເລຂາເຫຼ້ມ 2 ກ່າວເອົາໄວ້ວ່າ ຂະນະທີ່ ນາຍກົມ ເປັນນາຍຊຸມນຸມຄຸມໄພ່ພົນຢູ່ຫັ້ນ, ຕັ້ງທັບລໍຖ້າສະກັດຄຶດຈະຕໍ່ລອງພະຍາກຳແພງເພັດໃນຕອນນັ້ນ ຂຶ້ນຊ້າງພາຍຖືປືນນົກສັບລາງແດງ ພ້ອມດ້ວຍພົນທະຫານທີ່ຮ່ວມເດີນທາງມາແຫ່ລ້ອມໜ້າຫຼັງ ກົງເຂົ້າໄປໃນລະຫວ່າງພວກພົນນາຍກົມມາສະກັດຢູ່, ດ້ວຍເດຊະບາລະມີບັນດານໃຫ້ນາຍກົມເກີດຢ້ານກົວພະເດຊານຸພາບ ວາງອາວຸດສິ້ນ ພາພັກພວກພົນເຂົ້າຮ່ວມກອງທັບ ນຳພະຍາກຳແພງເພັດ. ຈາກນັ້ນ ພະຍາກຳແພງເພັດກໍ່ນຳທັບໄປຢຸດປະທັບຢູ່ສະຖານທີ່ ອັນມີໜອງນ້ຳເທື່ອຮຸ່ງຂຶ້ນ ຫຼືວັນອັງຄານແຮມ 6 ຄ່ຳ ເດືອນຍີ່.

ນາຍກົມຈຶ່ງນຳພາໄພ່ພົນໝື່ນໜຶ່ງກັບທັບໄປຮອດຢູ່ຕຳບົນໜຶ່ງ ແລະພັກເຊົາເສຍໜຶ່ງຄືນ. ມື້ຕໍ່ມາ ຈຶ່ງເດີນທັບມາຮອດນາຈອມທຽນແລະທົ່ງໄກ່ເຕ້ຍ ສັດຕະຫີບ ໂດຍຢຸດພັກແຮມແຫ່ງລະຄືນ. ຕໍ່ມາຊາວບ້ານກໍ່ເອີ້ນຕຳບົນນີ້ວ່າ ທັບພະຍາ ແລະປ່ຽນມາເອີ້ນໃຫມ່ ພັດທະຍາ, ຍ້ອນວ່າເຫັນວ່າ ກົງບໍລິເວນທີ່ພະຍາຕາກມາຕັ້ງທັບຫັ້ນ ທຳເລດີ ແລະມີລົມທະເລຊື່ ລົມພັດທະຍາ ເຊິ່ງກໍ່ແມ່ນລົມທີ່ພັດມາແຕ່ທິດຕາເວັນຕົກສຽງໃຕ້ ຫາທິດຕາເວັນອອກສຽງເໜືອ ໃນຕົ້ນລະດູຝົນ, ຈຶ່ງເອີ້ນສະຖານທີ່ ແຫ່ງນີ້ວ່າ ໝູ່ບ້ານພັດທະຍາ.

ອີກເຫດການສຳຄັນ ທີ່ເຮັດໃຫ້ພັດທະຍາເປັນທີ່ຮູ້ຈັກໄປທົ່ວ ເກີດຂຶ້ນເມື່ອວັນທີ 29 ມິຖຸນາ ພ.ສ. 2502 ເມື່ອມີລົດບັນທຸກຂະໜາດໃຫຍ່ຂອງທະຫານອະເມລິກັນປະມານ 4-5 ຄັນ, ບັນທຸກທະຫານເຕັມຄັນລົດ ປະມານຄັນລະ 100 ຄົນ ຈາກຈັງຫວັດນະຄອນລາຊະສີມາ ເຊິ່ງບ່ອນຫັ້ນ ມີຖານທັບຂອງທະຫານອະເມລິກັນຢູ່ ມຸ່ງມາສູ່ພັດທະຍາ ແລະມາເຊົ່າບ້ານຕາກອາກາດຂອງພະຍາສຸນທອນ. ບໍລິເວນຕອນໃຕ້ຂອງຫາດ ໂດຍຜັດກັນມາພັກເຊົາເປັນງວດ, ງວດລະສັບດາ. ຈາກພຶຕິກຳຂອງທະຫາດອະເມລິກັນເຊັ່ນນີ້, ຈຶ່ງກາຍເປັນຈຸດເລີ່ມຕົ້ນ ການທ່ອງທ່ຽວເມືອງພັດທະຍາຕອນນີ້. ຈາກສະພາບໝູ່ບ້ານຊາຍທະເລອັນງຽບສະຫງົບ ພັດປ່ຽນກັບກາຍມາເປັນສະຖານທີ່ທ່ອງທ່ຽວຕາກອາກາດ.

ໃນເວລາຕໍ່ມາ ໝູ່ບ້ານພັດທະຍາ ກໍ່ຖືກພັດທະນາເປັນເມືອງທ່ອງທ່ຽວຂຶ້ນຊື່ ໃນລະດັບນານາຊາດ ແມ່ນທີ່ຮູ້ຈັກໄປທົ່ວໂລກ ຢ່າງເຊັ່ນປັດຈຸບັນ.