ປີດີ ພະນົມຍົງ

ຈາກ ວິກິພີເດຍ
Jump to navigation Jump to search
Wikidata-logo.svg ປີດີ ພະນົມຍົງ
ປີດີ ພະນົມຍົງ: imago
ປີດີ ພະນົມຍົງ: subscriptio
ເກີດ: ໑໑ ພຶດສະພາ 1900; ຈັງຫວັດພະນະຄອນສີອະຍຸທະຍາ
ເຖິງແກ່ກຳ: ໒ ພຶດສະພາ 1983; ປາລີ
ປະເທດ: ປະເທດໄທ

ຂໍ້​ມູນຢ່າງເປັນທາງການ

ສະມາຄົມ

ຝ່າຍ: ເສລີໄທ

ຄອບຄົວ

ຄູ່ສົມລົດ: Poonsuk Banomyong

ຄວາມຊງຈຳ

ລາງວັນ: Grand Cross of the Legion of Honour, Knight Grand Cross of the Order of St Michael and St George, Order of the Rising Sun, 1st class, Grand Cordon of the Order of Leopold, Grand Cross of the Order of Vasa, Order of the German Eagle, Order of the Nine Gems, Order of Chula Chom Klao, Order of the White Elephant, Order of the Crown of Thailand, Knight Grand Cross of the Order of Saints Maurice and Lazarus, Order of Saints Maurice and Lazarus, Royal Order of Vasa, Order of Sikatuna, Order of the Netherlands Lion, Order of the Sun, Crosses of Military Merit, Order of the Million Elephants and the White Parasol, Decoration of Honour for Services to the Republic of Austria, Star of the Republic of Indonesia, Order of Isabella the Catholic‎, Grand Cross of the Royal Order of Cambodia

ສາດສະດາຈານ[໑] ດຮ.ປີດີ ພະນົມຍົງ ຫຼື ອຳມາດຕີ ຫລວງປະດິດມະນູທຳ (ໄທ: ศาสตราจารย์ ดร.ปรีดี พนมยงค์ หรือ อำมาตย์ตรี หลวงประดิษฐ์มนูธรรม)[໒][໓] (11 ພຶດສະພາ ຄ.ສ. 1900 – 2 ພຶດສະພາ ຄ.ສ. 1923) ແມ່ນລັດຖະບຸລຸດອາວຸໂສ[໔] ຜູ້ນຳຄະນະລາຊະດອນສາຍພົນລະເຮືອນ ຜູ້ກໍ່ການປ່ຽນແປງການປົກຄອງຂອງສະຫຍາມຈາກລະບອບສົມບູລະນາຍາສິດທິລາດມາເປັນລະບອບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ ເມື່ອວັນທີ 24 ມິຖຸນາ ຄ.ສ. 1932 ເປັນຜູ້ໃຫ້ກຳເໜີດລັດຖະທຳມະນູນສະບັບທຳອິດຂອງປະເທດໄທ[໕] ເຄີຍດຳລົງຕຳແໜ່ງນາຍົກລັດຖະມົນຕີຂອງປະເທດໄທ 3 ສະໄໝ[໖] ແລະລັດຖະມົນຕີວ່າການກະຊວງຕ່າງ ໆ ອີກຫຼາຍສະໄໝ ເປັນຜູ້ກໍ່ຕັ້ງແລະຜູ້ປະສາດການພຽງຄົນດຽວຂອງມະຫາວິທະຍາໄລວິຊາທຳມະສາດແລະການເມືອງ[໗] ແລະເປັນຜູ້ກໍ່ຕັ້ງທະນາຄານຊາດໄທ (ປັດຈຸບັນ ຄື ທະນາຄານແຫ່ງປະເທດໄທ)[໘]

ໃນຊ່ວງສົງຄາມໂລກຄັ້ງທີສອງ ປີດີເປັນຜູ້ນຳຂະບວນການເສລີໄທຕໍ່ຕ້ານກອງທັບຈັກກະວັດຢີ່ປຸ່ນ ເຮັດໃຫ້ປະເທດໄທຮອດພົ້ນຈາກການເປັນຜູ້ແພ້ສົງຄາມ[໙][໑໐][໑໑] ນອກຈາກນີ້ເຂົາຍັງໄດ້ຮັບການແຕ່ງຕັ້ງຜູ້ສຳເລັດລາຊະການແທນພະອົງ ໃນລັດຊະການ 8[໑໒] ແລະໄດ້ຮັບພະບໍລົມລາຊະໂອງການໂປດເກົ້າຯ ຍົກຍ່ອງໃນຖານະ "ລັດຖະບຸລຸດອາວຸໂສ"[໑໓]

ປີດີຕ້ອງຍຸດຕິບົດບາດທາງການເມືອງຫລັງການສະຫວັນນະຄົດຂອງພະບາດສົມເດັດພະປໍຣະເມນທະຣະມະຫາອານັນທະມະຫິດົນ ໂດຍຖືກກ່າວຫາຈາກພັກການເມືອງຝ່າຍກົງຂ້າມວ່າມີສ່ວນກ່ຽວຂ້ອງກັບເຫດການດັງກ່າວ[໑໔] ຕໍ່ມາເກີດການລັດຖະປະຫານ ຄ.ສ. 1947 ເປັນເຫດໃຫ້ເຂົາຕ້ອງລີ້ໄພການເມືອງໄປຍັງປະເທດຈີນແລະຝະລັ່ງລວມໄລຍະເວລາກວ່າ 30 ປີ ແລະບໍ່ໄດ້ກັບສູ່ປະເທດໄທອີກເລີຍຈົນກະທັ່ງເຖິງແກ່ອະສັນຍະກຳ[໑໕] ເມື່ອວັນທີ 2 ພຶດສະພາ ຄ.ສ. 1923[໑໖][໑໗][໑໘]

ລະຫວ່າງທີ່ລີ້ໄພຢູ່ຕ່າງປະເທດ ປີດີໄດ້ຟ້ອງຮ້ອງຜຄ້ໃສ່ຄວາມໝິ່ນປະໝາດຕໍ່ສານຍຸດຕິທຳ ຜົນປາກົດວ່າສານຕັດສິນໃຫ້ຊະນະທຸກຄະດີ ແລະຍັງໄດ້ຮັບຄວາມຮັບຮອງຈາກທາງລາຊະການຕະຫຼອດຈົນເງິນບຳນານແລະໜັງສືເດິນທາງຂອງໄທ[໑໙][໒໐]

ໃນ ຄ.ສ. 1999 ທີ່ປະຊຸມສະໄໝສາມັນຄັ້ງທີ 30 ຂອງອົງການຍູເນສໂກ ນະ ກຸງປາລີ ປະເທດຝະລັ່ງ ໄດ້ມີມັດຕິໃຫ້ປີດີ ພະນົມຍົງ ເປັນ "ບຸກຄົນສຳຄັນຂອງໂລກ" ແລະໄດ້ຮ່ວມສະເຫຼີມສະຫຼອງໃນວາລະຄົບຮອບ 100 ປີ ຊາດຕະການຂອງເຂົາ ລະຫວ່າງ ຄ.ສ. 2000–ຄ.ສ. 2001 [໒໑] ນອກຈາກນີ້ນິດຕະຍະສານເອເຊຍວີກຍັງໄດ້ສະເໜີຊື່ຂອງເຂົາເຂົ້າຊິງຕຳແໜ່ງ "Asian Of The Century" ອີກດ້ວຍ[໒໒]

ອ້າງອີງ[ແກ້ໄຂ]

  1. อนุสาวรีย์ ศาสตราจารย์ ดร.ปรีดี พนมยงค์, มหาวิทยาลัยธรรมศาสตร์ ศูนย์รังสิต, เรียกข้อมูลวันที่ 25 เม.ย. 2555
  2. http://www.ratchakitcha.soc.go.th/DATA/PDF/2471/D/2718.PDF
  3. http://www.ratchakitcha.soc.go.th/DATA/PDF/2475/A/313.PDF
  4. http://www.ratchakitcha.soc.go.th/DATA/PDF/2488/A/070/699.PDF
  5. สันติสุข โสภณศิริ, ผู้กำเนิดรัฐธรรมนูญไทย ปรีดี พนมยงค์, เรือนแก้วการพิมพ์, 2543, ISBN 974-7833-54-9
  6. ราชกิจจานุเบกษา, พระบรมราชโองการ ประกาศตั้งนายกรัฐมนตรี, ตอนที่ 16, เล่ม 63, วันที่ 25 มีนาคม พ.ศ. 2489, หน้า 118
  7. รายนามผู้ดำรงตำแหน่งผู้ประศาสน์การ อธิการบดี และ ผู้รักษาการแทนของมหาวิทยาลัยธรรมศาสตร์, เว็บไซต์มหาวิทยาลัยธรรมศาสตร์, เรียกข้อมูลวันที่ 18 พ.ย. 2552
  8. ประวัติธนาคารแห่งประเทศไทย, เว็บไซต์ธนาคารแห่งประเทศไทย, เรียกข้อมูลวันที่ 6 ก.ค. 2553
  9. วิชิตวงศ์ ณ ป้อมเพชร, รัฐบุรุษอาวุโส ปรีดี พนมยงค์ กับขบวนการเสรีไทย, ห้องสมุดอิเล็กทรอนิกส์ ปรีดี-พูนศุข, เรียกข้อมูลวันที่ 10 พ.ย. 2552
  10. นิยม รักษาขันธ์ (นายสีดอกกาว), บันทึกลับเสรีไทยภูพาน, สถาบันราชภัฏสกลนคร, 2543, หน้า 97, 134-139
  11. ประมาณ อดิเรกสาร, ญี่ปุ่นบุกประเทศไทย, สำนักพิมพ์เส้นทาง, 2545, หน้า 59-62, 81
  12. ราชกิจจานุเบกษา, ประกาศตั้งผู้สำเร็จราชการแทนพระองค์, ตอนที่ 45, เล่ม 61, วันที่ 1 สิงหาคม พ.ศ. 2487, หน้า 730
  13. ราชกิจจานุเบกษา, พระบรมราชโองการโปรดเกล้าฯ ยกย่อง ปรีดี พนมยงค์ เป็นรัฐบุรุษอาวุโส, ตอนที่ 70, เล่ม 62, วันที่ 11 ธันวาคม พ.ศ. 2488, หน้า 699
  14. ส. ศิวรักษ์, เรื่องปรีดี พนมยงค์ ตามทัศนะ ส.ศิวรักษ์, สำนักพิมพ์มูลนิธิโกมลคีมทอง, 2540, หน้า 54–55
  15. ส. ศิวรักษ์, เรื่องปรีดี พนมยงค์ ตามทัศนะ ส.ศิวรักษ์, สำนักพิมพ์มูลนิธิโกมลคีมทอง, 2540, หน้า 8
  16. วิชิตวงศ์ ณ ป้อมเพชร, บางหน้าในประวัติศาสตร์ไทย อัตชีวประวัติของรัฐบุรุษอาวุโส ปรีดี พนมยงค์, socialitywisdom.blogspot.com
  17. วาณี สายประดิษฐ์, ปรีดีในต่างแดน, ห้องสมุดอิเล็กทรอนิกส์ ปรีดี-พูนศุข, เรียกข้อมูลวันที่ 10 พ.ย. 2552
  18. ประมาณ อดิเรกสาร, Unseen ราชครู, สื่อวัฏสาร, 2547, ISBN 974-92685-3-9
  19. ปรีดี พนมยงค์, ชีวิตผันผวนของข้าพเจ้า และ 21 ปีที่ลี้ภัยในสาธารณรัฐราษฎรจีน, บทที่ 1 การเดินทางออกจากสาธารณรัฐราษฎรจีน, สำนักพิมพ์เทียนวรรณ, 2529, หน้า 6-9
  20. สัจจา วาที, ท่านผู้หญิงพูนศุข พนมยงค์ เปิดเผยต่อศาล ปรีดี พนมยงค์ คือผู้บริสุทธิ์, สถาบันวิทยาศาสตร์สังคม
  21. UNESCO: MS Data Thailand, UNESCO
  22. Asia Week, Asian of the century