ຄະນະລາຊະດອນ

ຈາກ ວິກິພີເດຍ
ຄະນະລາຊະດອນ
คณะราษฎร
ຜູ້ສ້າງຕັ້ງ ປີດີ ພະນົມຍົງ
ປະຍູນ ພະມອນມົນຕີ
ສ້າງຕັ້ງ 5 ກຸມພາ ຄ.ສ. 1926
ສະຫຼາຍຕົວ 8 ພະຈິກ ຄ.ສ. 1947
ສຳນັກງານໃຫຍ່ ວັງສວນກຸຫຼາບ ຖະໜົນລາຊະສີມາ ຕຳບົນດຸສິດ ອຳເພີດຸສິດ ຈັງຫວັດພະນະຄອນ ປະເທດໄທ
ຈຳນວນສະມາຊິກ (1932) 10,000 ຄົນ
ແນວຄິດ ຊາດນິຍົມ
ຈຸດຍືນ ຊ້າຍ

ຄະນະລາຊະດອນ (ໄທ: คณะราษฎร) ຫຼື ສະມາຄົມຄະນະລາຊະດອນ (ໄທ: สมาคมคณะราษฎร) ແລະ ສະໂມສອນລາດສະຣານຣົມ (ໄທ: สโมสรราษฎร์สราญรมย์) ແມ່ນກຸ່ມບຸກຄົນທີ່ດຳເນີນການການປະຕິວັດສະຫຍາມ ຄ.ສ. 1932 ບ້າງຍົກໃຫ້ເປັນພັກການເມືອງພັກທຳອິດຂອງໄທ ແມ້ບໍ່ໄດ້ຈົດທະບຽນຢ່າງເປັນທາງການ

ຄະນະລາຊະດອນເກີດຂຶ້ນຈາກການປະຊຸມຂອງຄະນະຜູ້ກໍ່ການໃນເດືອນກຸມພາ ຄ.ສ. 1926 ຈາກນັ້ນມີການຮັບສະໝັກສະມາຊິກເພີ່ມ ຈົນໃນປີ 1932 ໄດ້ຍຶດອຳນາດການປົກຄອງແຜ່ນດິນຈາກພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ແລະປ່ຽນແປງລະບອບການປົກຄອງຂອງປະເທດສະຫຍາມຈາກສົມບູລະນາຍາສິດທິລາດມາເປັນລາຊາທິບປະໄຕພາຍໃຕ້ລັດຖະທຳມະນູນ ແມ້ວ່າເຈົ້າຊີວິດແລະຝ່າຍກະສັດນິຍົມຈະຕໍ່ຕ້ານຕະນະລາຊະດອນທຸກວິຖີທາງກົຕາມ ເຊ່ນ ການປິດສະພາຯ ກະບົດບໍວອນເດດ ແລະກະບົດພະຍາຊົງສຸຣະເດດ ແຕ່ຄະນະລາຊະດອນແມ່ນຝ່າຍຊະນະ ແລະມີບົດບາດຢ່າງສູງໃນການເມືອງໄທແທນສະຖາບັນພະມະຫາກະສັດໃນຊ່ວງປີ 1938–1947 ຢ່າງໄຮກົດີ ບັນຍາກາດຫຼັງສົງຄາມໂລກຄັ້ງທີ່ສອງແລະການສະຫວັນຄົດຂອງພະບາດສົມເດັດພະປໍຣະເມນທະຣະມະຫາອານັນທະມະຫິດົນທຳໃຫ້ຝ່າຍກະສັດສົບຊ່ອງທວງອຳນາດຄືນ ຈົນສຳເຫຼັດໃນການລັດຖະປະຫານ ຄ.ສ. 1947 ຊຶ່ງສະມາຊິກຄະນະລາຊະດອນໝົດອຳນາດໄປໂດຍສິ້ນເຊີງ ຄົງເຫຼືພຽງ ທ່ານ ຈອມພົນ ແປກ ພິບູນສົງຄາມ ຊຶ່ງບໍ່ມີອຳນາດຄືເກົ່າແລ້ວ

ມໍລະດົກຂອງຄະນະລາຊະດອນຖືກໂຈມຕີໃນເວລາຕໍ່ມາວ່າແມ່ນຜະເດັດການທະຫານ ຫຼື "ຊິງສຸກກ່ອນຫ່າມ" ແລະມີການຍົກພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວເປັນ "ພະບິດາແຫ່ງປະຊາທິບປະໄຕໄທ" ແທນ