ສົມເດັດພະນາງເຈົ້າອິນທະລະສັກສະຈີ ພະວໍລະລາຊະຊາຍາ

ຈາກ ວິກິພີເດຍ
Jump to navigation Jump to search
ສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາ
ສົມເດັດພະບໍລົມລາຊິນີແຫ່ງລາຊະອານາຈັກສະຫຍາມ
ກ່ອນໜ້າສົມເດັດພະນາງເຈົ້າເສົາວະພາຜ່ອງສີ ພະບໍຣົມລາຊິນີນາດ
ປະສູດ10 ມິຖຸນາ ຄ.ສ. 1902(1902-ແມ່ແບບ:Pad2digit-ແມ່ແບບ:Pad2digit)
ບ້ານປາກຄອງດ່ານ ເຂດພາສີຈະເລີນ ບາງກອກ ປະເທດສະຫຍາມ
ສິ້ນພະຊົນ30 ພະຈິກ ຄ.ສ. 1978 (76 ປີ)
Houseລາຊະວົງຈັກກີ (ເສກສົມລົດ)

ນາຍພັນໂທຍິງ ສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາ (ໄທ: สมเด็จพระนางเจ้าอินทรศักดิศจี พระวรราชชายา) ມີພະນາມເດີມວ່າ ປະໄພ ສຸຈະລິດກຸນ (ໄທ: ประไพ สุจริตกุล) ແມ່ນພະມະເຫສີໃນພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ເປັນທິດາຂອງເຈົ້າພະຍາສຸທຳມົນຕີ (ປື້ມ ສຸຈະຣິດກຸນ) ກັບທ່ານຜູ້ຍິງສຸທຳມົນຕີ (ກິມໄລ້ ສຸຈະຣິດກຸນ)

ເຂົ້າຮັບລາຊະການຝ່າຍໃນໃນພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວຊົງໄດ້ຮັບການສະຖາປະນາພະອິສະຣິຍະຍົດສູງສຸດທີ່ "ສົມເດັດພະນາງເຈົ້າຯ ພະບໍຣົມລາຊິນີ" ພາຍຫຼັງພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວມີພະບໍລົມລາຊະໂອງການໃຫ້ອອກການອອກພະນາມວ່າສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາແທນ ພະອົງສິ້ນພະຊົນ ນະ ໂຮງໝໍສິຣິຣາດ ເມື່ອວັນທີ່ 30 ພະຈິກ ຄ.ສ.1786 ສິຣິພະຊົນມາຍຸໄດ້ 73 ພັນສາ

ພະປະຫວັດ[ແກ້ໄຂ]

ສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາ ຊົງຖືກຳເໜີດເປັນສາມັນຊົນ ຊື່ວ່າ ປະໄພ ສຸຈະລິດກຸນ ທີ່ບ້ານຄອງດ່ານ ປາກນ້ຳພາສີຈະເລີນ ເຊິ່ງແມ່ນບ້ານຂອງເຈົ້າຄຸນປູ່ຄື ພະຍາລາຊະພັກດີ (ໂຄ ສຸຈະລິດກຸນ) ເຊິ່ງພະຍາລາຊະພັກດີນີ້ເປັນນ້ອງຊາຍແທ້ໆຂອງເຈົ້າຈອມມານດາໃນພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວເຊິ່ງຕໍ່ມາໃນລັດຊະສະໄໝພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ໄດ້ຮັບສະຖາປະນາຂຶ້ນເປັນເຈົ້າໃນລາຊະວົງຈັກກີເມື່ອເຖິງອະນິດຈະກຳໄປແລ້ວຂຶ້ນເປັນ ສົມເດັດພະປິຍະມາວະດີ ສີພັດຊະຣິນມາຕາ ເນື່ອງຈາກເປັນພະຊົນນະນີໃນສົມເດັດພະອັກຄະລະມະເຫສີໃນພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ເຖິງ 3 ພະອົງ ແລະພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວນັ້ນ ສົມເດັດພະປິຍະມາວະດີ ກໍຊົງຢູ່ໃນຖານະພະໄອຍິກາເຈົ້າ (ຍາຍ) ດັງນັ້ນ ພະຍາລາຊະພັກດີຜູ້ເປັນນ້ອງຊາຍແທ້ໆ ຮວມທັງບຸດຫຼານຈຶງມີຄວາມກ່ຽວຂ້ອງກັບພະບໍລົມລາຊະຈັກກີວົງໃນຖານະລາຊິນິກຸນທີ່ໄກ້ຊິດຢ່າງຍິ່ງ

ເຈົ້າພະຍາສຸທຳມົນຕີ (ປື້ມ ສຸຈະລິດກຸນ)ກັບທ່ານຜູ້ຍິງສຸທຳມົນຕີ (ກິມໄລ້ ສຸຈະລິດກຸນ) ມີບຸດດ້ວຍກັນ 10 ຄົນ ແລະຄຸນປື້ນມີບຸດກັບພັນລະຍາອື່ນໆ ອີກ 8 ຄົນດ້ວຍ[໑] ບຸດຄົນທີ່ 5 ຂອງທ່ານຜູ້ຍິງສຸທຳມົນຕີເປັນຜູ້ຍິງເກີດເມື່ອວັນອັງຄານທີ່ 10 ມິຖຸນາ ຄ.ສ. 1902 ມີຊື່ວ່າ ປະໄພ ຂະນະນັ້ນ ເຈົ້າພະຍາສຸທຳມົນຕີ (ປື້ມ ສຸຈະລິດກຸນ) ບິດາຂອງຄຸນປະໄພມີບັນດາສັກເປັນພະອັດຖະການປະສິດຢູ່ໃນກະຊວງຍຸດຕິທຳ ທ່ານນຳລູກຊາຍສອງຄົນທຳອິດ ຄື ຄຸນໂຖ ທີ່ເກີດຈາກພັນລະຍາເດີມຊື່ຄຸນແພ ແລະຄຸນສະຫວາດເຊິ່ງອ້າຍແທ້ໆ ຂອງຄຸນປະໄພເພາະເປັນບຸດຊາຍຂອງທ່ານຜູ້ຍິງສຸທຳມົນຕີ ໄປຖະຫວາຍຕົວເປັນມະຫາດເລັກຂອງສົມເດັດພະບໍຣົມໂອຣະສາທິລາດ ເຈົ້າຟ້າມະຫາວະຊິລາວຸດ (ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ) ສ່ວນລູກສາວຄົນໂຕຄືຄຸນເປື່ອງ (ພະສຸຈະລິດສຸດາ (ເປື່ອງ ສຸຈະລິດກຸນ)) ເຊິ່ງນ້ອງໆ ເອິ້ນວ່າພີ່ໃຫຍ່ແມ່ນຂ້າຫຼວງຂອງສົມເດັດພະສີພັດຊະຣິນທາບໍຣົມລາຊິນີ ພະບໍຣົມລາຊະຊົນນະນີພັນປີຫຼວງ

ຈາກນັ້ນບໍ່ດົນ ຄຸນພົວ (ທ່ານຜູ້ຍິງພົວ ອະນຸລັກລາຊະມົນທຽນ) ລູກສາວຄົນທີ່ສອງເຊິ່ງເກີດຈາກຄຸນເງັກກໍໄປຢູ່ກັບເຈົ້າຈອມເພິ່ມຜູ້ເປັນອາໃນພະບໍລົມມະຫາລາຊະວັງ[໒] ເມື່ອຄຸນປະໄພເກີດມາ ບິດາມານດາບໍ່ລູກສາວເລັກໆ ໃນບ້ານ ຈຶງເກັບໄວ້ລ້ຽງເອງແລະຮັກເອັນດູເປັນພິເສດ ເພາະຄຸນປະໄພເປັນເດັກຮູບຮ່າງບອບບາງ ອຸປະນິໄສລ່າເລີງແລະມີຜູ້ທຳນາຍໄວ້ວ່າລັກສະນະມີບຸນ ຈົນພີ່ນ້ອງຮູ້ກັນດີວ່າ ຫາກຈະຂໍອະນຸຢາດໄປທ່ຽວງານ ຫຼືຕ້ອງການຂອງຫຼີ້ນຂອງກິນແນວໃດ ຫາກອ້າງຊື່ຄຸນປະໄພ ກໍຈະໄດ້ດັງປະສົງທຸກຄັ້ງໄປ[໓] ສະໄໝນັ້ນ ບ້ານຄອງດ່ານໃຫຍ່ໂຕໂອ່ອ່າແລະລື່ນເລີງເພາະພະຍາລາຊະພັກດີ (ໂຄ)ມີວົງດົນຕີແລະໂຮງລະຄອນ ຕົວທ່ານເອງສີຊໍແລະຫຼານໆ ກໍຝຶກຫັດຫຼີ້ນດົນຕີ ຮຽນຂັບຮ້ອງໂດຍມີໝ່ອມຈັນຂອງເຈົ້າພະຍາເທເວດວົງວິວັດເຂົ້າມາສອນ ຄຸນເປື່ອງຍັງຮຽນອໍແກນແລະເປຍໂນອັນເປັນຂອງໃໝ່ນຳສະໄໝ ຄູເປຍໂນຂອງຄຸນເປື່ອງຄື ຄູຊິເກລາ ເຊິ່ງຕໍ່ມາເປັນຕົ້ນສະກຸນ ສີການົນ (ໄທ: ศรีกรานนท์) ຄຸນເປື່ອງເລົ່າເຖິງຊີວິດວັຍເດັກໃນບ້ານຄອງດ່ານ ສະໄໝຍັງເດັກ ໃນຖານະທີ່ເປັນລູກສາວຄົນໂຕຕ້ອງມີຮັບຜິດຊອບດູແລນ້ອງໆ ໂດຍສະເພາະຢ່າງຍິ່ງຄຸນປະໄພ ນ້ອງສາວຄົນໜ້ອຍຊຸກຊົນຫຼາຍ ທີ່ບ້ານນີ້ມີມ້າຢູ່ສອງຕົວ ຄຸນເປື່ອງກັບຄຸນປະໄພຫັດຂີ່ຈົນເປັນລຽບຝັ່ງຄອງພາສີຈະເລີນຜ່ານວັດປາກນ້ຳ ວັດອັບປະສອນສະຫວັນ ວັດນາງຊີໄປຈົນຮອດວັດອາລຸນລາຊະວະລາລາມມ້າຄວບເຣັວ ຈົນສະພານໃນວັດພັງ ແລ້ວແລ່ນເຂົ້າຫາຕົ້ນໄມ້ໃຫຍ່ທີ່ມີກິ່ງລະລົງມາຕ່ຳ ມ້າຂອງຄຸນເປື່ອງຜ່ານໄປໄດ້ເພາະຄຸນເປື່ອງມອງເຫັນກິ່ງໄມ້ແລະກົ້ມຕົວຫຼົບທັນ[໔] ແຕ່ມ້າຂອງຄຸນປະໄພແລ່ນຕາມມາຢ່າງເຮັວ ຈົນຄຸນປະໄພບໍ່ທັນເຫັນກິ່ງໄມ້ກວ່າຈະຮູ້ຕົວ ກໍເຂົ້າມາໄກ້ຫຼົບບໍ່ທັນຕ້ອງໂຫນກິ່ງໄມ້ໄວ້ ປ່ອຍໄມ້ແລ່ນໄປ ເກາະຢູ່ບົນຕົ້ນໄມ້ຢ່າງນັ້ນ ຈົນກະທັ່ງຄຸນເປື່ອງຮ້ອງເອິ້ນໃຫ້ຄົນມາຊ່ອຍ ນຳລົງມາໄດ້ເພາະຜູ້ໃຫຍ່ໃນວັດເຖິງກັບແຈ້ງມາຍັງເຈົ້າຄຸນທີ່ດ່ານວ່າສະພານແລະຕົ້ນໄມ້ໃນວັດເສຍຫາຍໂຊກດີທີ່ພະທ່ານບໍ່ໄດ້ຕິດໃຈເອົາຄວາມພຽງແຄ່ຕັກເຕືອນມາ[໕]

ຈາກຊ້າຍ : ພະສຸຈະລິດສຸດາ (ເປື່ອງ ສຸຈະລິດກຸນ),ທ່ານຜູ້ຍິງພົວ ອະນຸລັກລາຊະມົນທຽນ ແລະສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາ

ຄວາມຊຸກຊົນຈົນເປັນເລື່ອງລືຂອງຄຸນປະໄພຍິ່ງເພີ່ມຫຼາຍຂຶ້ນເມື່ອເອື້ອຍນ້ອງຜູ້ຍິງເຂົ້າວັງກັນໝົດ ເພື່ອນຫຼີ້ນຂອງຄຸນປະໄພສ່ວນໃຫຍ່ເປັນອ້າຍນ້ອງຜູ້ຊາຍ ຢ່າງເຊັ່ນຄຸນໂຕແລະບໍລິວານໃນບ້ານ ເຊິ່ງແນ່ນອນວ່າຕາມໃຈຄຸນປະໄພຢ່າງທີ່ສຸດ ພໍຄຸນປະໄພອາຍຸແປດປີທ່ານຜູ້ໃຫຍ່ຈຶງຕັດສິນໃຈສົ່ງເຂົ້າໄປເປັນນັກຮຽນປະຈຳທີ່ໂຮງຮຽນລາຊິນີ[໓] ໃນລຸ້ນດຽວກັບໝ່ອມເຈົ້າຈັນທອນນິພາ ເທວະກຸນ ຄຸນສົມບຸນ ຊິນະໂຊດ ແລະຄຸນພຽບ ສຸຈະລິດກຸນ ຄຸນປະໄພໄດ້ເລກປະຈຳຕົວ 387 ອາຄານຫຼັກຂອງໂຮງຮຽນລາຊິນີ ຄື ອາຄານສຸນັນທາໄລເປັນຕຶກງົດງາມຕາມແບບສິລະປະນີໂອຄາສສິກ ປະດັບປູນປັ້ນ ມີໂດມກົງກາງ ການຮຽນການສອນໃຊ້ຫຼັກສູດຂອງກະຊວງທຳມະການ ທັງວິຊາພາສາອັງກິດ ພາສາໄທ ຄຳນວນ ວິທະຍາສາດ ສິລະປະແລະເພີ່ມການອົບຣົມກິລິຍາມາລະຍາດ ວິຊາຂອງກຸນລະສະຕີຢ່າງການຊ່າງການຝີມືການປະດິດດອກໄມ້ ຕາມທີ່ສົມເດັດພະສີພັດຊະຣິນທາບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ ຊົງຕັ້ງປະນິທານໃຫ້ນັກຮຽນມີຄວາມຮູ້ທາງການຊ່າງໄວ້ປະກອບອາຊີບ ຮູ້ໜັງສືໄທແຕກສານ ອ່ານພາສາອັງກິດອອກພຽບພ້ອມຈັນຍາມາລະຍາດແລະຄຸນນະທຳ ໂດຍມີໝ່ອມເຈົ້າພິຈິດຈິລາພາ ເທວະກຸນ ເປັນອາຈານໃຫຍ່[໖] ຄູອື່ນໆ ກໍລ້ວນມີຄວາມສາມາດ ແລະບາງທ່ານຈົບການສຶກສາຈາກຢີ່ປຸ່ນ ອາທິ ຄຸນຍິງພະລົດລາຊາ (ຂະຈອນ ອິດສະຫຼະເສນາ) ຄຸນຍິງຜະດຸງວິທະຍາເສີມ (ຫຼຽນ ພາງກູນ) ທັງຍັງມີຄູດົນຕີແລະພາສາສຳເລັດມາຈາກເອີລົບ ນັກຮຽນບ່ອນນີ້ຈຶງໄດ້ຮັບຄວາມຮູ້ສະໄໝໃໝ່ ແລະກິລິຍາມາລະຍາດຈາກໄທ ນັກຮຽນລາຊິນີລຸ້ນນັ້ນ ຍັງບໍ່ມີເຄື່ອງແບບບັງຄັບ ຈຶງສວມເສື້ອແບບຕ່າງໆ ກັນ ແລະນຸ່ງຜ້າຫາງສີຕາມໃຈຊອບ ສ່ວງຊົງຜົມນິຍົມໄວ້ຍາວຮວບຜູກໂບຕາມສະໄໝ ຄຸນປະໄພກໍແຕ່ງຕົວເໝືອນເພື່ອນໆ ສ່ວນເລື່ອງການຮຽນນັ້ນ ຄຸນປະໄພມັກການກີລາຫຼາຍກວ່າວິຊາການ ແຕ່ກໍສອບໄດ້ຄະແນນດີທຸກຄັ້ງ ໃນປີດຽວກັບທີ່ຄຸນປະໄພເຂົ້າໂຮງຮຽນທ່ານບິດາໄດ້ຮັບພະມະຫາກະລຸນາທິຄຸນເລື່ອນບັນດາສັກຂຶ້ນເປັນພະຍາພິເຊດພິເສດພິໄສວິນິດໄສໂກສົນ ດຳລົງຕຳແໜ່ງອະທິບະດີຜູ້ພິພາກສາສານຄະດີຕ່າງປະເທດ[໑] ຊີວິດຂອງຜູ້ຄົນໃນບ້ານຄອງດ່ານແລະຊາວສະຫຍາມທັງມວນດຳເນິນໄປຢ່າງເປັນສຸກສົມບູນ ພາຍໃຕ້ຮົ່ມພະບາລະມີແຫ່ງພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ເປັນແຜ່ນດິນທີ່ຍັ່ງຍືນ ມັ່ນຄົງ ຈົນບໍ່ມີໄຜກຽມໃຈຮັບຂ່າວອັນເປັນມະຫາວິປະໂຍກ

ໃນວັນທີ່ 23 ຕຸລາ ຄ.ສ. 1910 ຄຸນພົວເລົ່າເຖິງເຫດການໃນວັນນັ້ນ ໄວ້ໃນໜັງສືແປດສິບປີທີ່ຜ່ານມາວ່າ[໗]

"ເມື່ອເຊົ້າວັນທີ່ 23 ເດືອນຕຸລາ ເຈົ້າຄຸນປູ່ຂອງຂ້າພະເຈົ້າ ພະຍາລາຊະພັກດີ ໄດ້ຮັບຈົດໝາຍຈາກກະຊວງວັງວ່າ ພະບາດສົມເດັດຈຸລະຈອມເກົ້າຢູ່ຫົວສະເດັດສະຫວັນຄົດ ທັ້ງທ່ານແລະຄຸນພໍ່ຮ້ອງໄຫ້ຫຼາຍ ເຮັດໃຫ້ຂ້າພະເຈົ້າຕົກໃຈເພາະເກີດມາບໍ່ເຄີຍເຫັນຄົນແກ່ຮ້ອງໄຫ້ ບໍ່ກ້າໄປຊຸກຊົນບ່ອນໃດ ໄດ້ແຕ່ນັ່ງຊືໆ ຕໍ່ມາຈາກນັ້ນທາງກໍຈັດເຄື່ອງໄວ້ທຸກ ແລະນຳຕົວຂ້າພະເຈົ້າໄປສົ່ງໃນພະບໍລົມທີ່ເຮືອນຄຸນອາ.."

ຫຼັງຈາກຜັດແຜ່ນດິນບໍ່ດົນ ພະຍາລາຊະພັກດີ (ໂຄ) ກໍເຖິງແກ່ກຳ ບິດາຂອງຄຸນປະໄພຈຶງຍ້າຍໄປປູກບ້ານໃໝ່ທີ່ປະຕູນ້ຳພາສີຈະເລີນຫ່າງຈາກບ້ານຄອງດ່ານບໍ່ຫຼາຍນັກ ຕໍ່ມາບິດາຂອງທ່ານເຂົ້າເຝົ້າຖະຫວາຍຕົວຕໍ່ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ[໘]

ເຂົ້າຮັບລາຊະການຝ່າຍໃນ[ແກ້ໄຂ]

ພະອົງແລະພະລາຊະສະຫວາມີ

ຄຸນປະໄພໄດ້ຮັບລາຊະການຝ່າຍໃນໃນພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ຊົງອະພິເສກສົມລົດແລະໂປດເກົ້າໃຫ້ທ່ານດຳລົງຕຳແໜ່ງພະສະໜົມເອກ ມີພະລາຊະທິນນາມວ່າ ພະອິນທານີ[໙] (ເຊິ່ງເປັນນາມເອິ້ນໃໝ່ໃນສະໄໝນັ້ນ ເພາະໃນລາຊະການກ່ອນໆ ພະສະໜົມຈະມີຄຳເອິ້ນນຳໜ້ານາມວ່າ ເຈົ້າຈອມ ເທົ່ານັ້ນ ຖ້າມີພະລາຊະບຸດເຖິງຈະໄດ້ເປັນ ເຈົ້າຈອມມານດາ ໃນກໍລະນີພິເສດຈິງໆ ກໍຈະໄດ້ຮັບການສະຖາປະນາຂຶ້ນເປັນ ເຈົ້າຄຸນຈອມມານດາ ການທີ່ພະລາຊະທານຍົດຊັ້ນ"ພະ"ແກ່ພະສະໜົມຄັ້ງນີ້ຈຶງເປັນຂອງໃໝ່ໃນເວລານັ້ນຢ່າງຍິ່ງ) ພະລາຊະພິທີອະພິເສກສົມລົດມີຂຶ້ນເມື່ອວັນທີ່ 12 ມັງກອນ ຄ.ສ.1921 ໂປດໃຫ້ຄຸນທ້າວພັນສາລານຸລັກ ຫົວໜ້າຄັງຝ່າຍໃນນຳເງິນໄປພະລາຊະທານຕາມພະລາຊະປະເພນີເປັນເງິນ 4,000 ບາດ ໂດຍພະນາມ ອິນທານີ ແມ່ນພະນາມໜຶ່ງຂອງພະຊາຍາຂອງພະອິນ

ຈາກນັ້ນໃນວັນທີ່ 10 ມິຖຸນາ ຄ.ສ. 1922 ຊົງສະຖາປະນາໃຫ້ປະໄພ ສຸຈະລິດກຸນ ຂຶ້ນດຳລົງພະຍົດເຈົ້ານາຍຕຳແໜ່ງພະມະເຫສີພະອົງໜຶ່ງ ມີພະນາມຮຽກຂານກັນວ່າ ພະວໍລະລາຊະຊາຍາເທີ ພະອິນທະຣະສັກສະຈີ[໑໐]ເຊິ່ງປາກົດຢູ່ໃນຄຳປະກາດສະຖາປະນາວ່າ

"...ຊົງພະລາຊະດຳລິວ່າ ພະອິນທານີໄດ້ຮັບການສະຫຼອງພະເດດພະຄຸນ ໂດຍຄວາມຊື່ສັດກະຕະເວທີ ມີຄວາມຈົງຮັກພັກດີໃນໃຕ້ຝ່າລະອອງທຸລີພະບາດ ເປັນທີ່ໄວ້ວາງພະລາຊະຫະລືໄທອີກໄນໜຶ່ງ ພະອິນທານີກໍເປັນລາຊິນີກູນແລະພາຕາປຸດຕິໃນພະໄອຍິກາ ອັນພະບາດສົມເດັດພະພຸດທະເຈົ້າຫຼວງໄດ້ຊົງພະກະລຸນາໂປດເກົ້າ ແຕ່ງຕັ້ງຂຶ້ນເປັນເຈົ້າຕາມລາຊະປະເພນີທີ່ໄດ້ມີມາໃນລັດຊະການທີ່ 1 ເຊິ່ງໄດ້ຊົງສະຖາປະນາສົມເດັດພະຮູບສິຣິໂສພາກມະຫານາກນາລີນັ້ນດ້ວຍແລ້ວ ສົມຄວນທີ່ຈະສະຖາປະນາພະອິນທານີ ຂຶ້ນເປັນພະວໍລະລາຊະຊາຍາເທີ ພະອິນທະຣະສັກສະຈີ ..."

ພ້ອມກັບພະລາຊະທານກາປະຖົມຈຸລະຈອມເກົ້າອັນເປັນກາຊັ້ນສູງສຸດສຳລັບຝ່າຍໃນແກ່ພະວໍລະລາຊະຊາຍາເທີໃນໂອກາດດ້ວຍ ໂດຍພະນາມອິນທະຣະສັກສະຈີ ມີຄວາມໝາຍວ່າ "ພະນາງສະຈີຜູ້ເປັນພະຊາຍາຂອງພະອິນ"

ຕຳແໜ່ງພະບໍລົມລາຊິນີ[ແກ້ໄຂ]

Vajiravudh and Indrasakdi Sachi in First Wedding Anniversary

ໃນເວລາຕໍ່ມາ ພະວໍລະລາຊະຊາຍາເທີ ພະອິນທະຣະສັກສະຈີ ຊົງພະຄັນ (ທ້ອງ) ຈຶງເປັນສາເຫດໃຫ້ຊົງໄດ້ຮັບການສະຖາປະນາຂຶ້ນເປັນ ສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະບໍລົມລາຊິນີ ຕຳແໜ່ງສົມເດັດພະອັກຄະລະມະເຫສີ ເມື່ອວັນທີ່ 1 ມັງກອນ ຄ.ສ. 1922 ມີພະບໍລົມລາຊະໂອງການວ່າ[໑໑]

"ພະບາດສົມເດັດພະລາມາທິບະດີສີສິນມະຫາວະຊິລາວຸດ ພະມຸງກຸດເກົ້າເຈົ້າຢູ່ຫົວ ຊົງພະລາຊະດຳລິວ່າ ພະວໍລະລາຊະຊາຍາເທີ ພະອິນທະຣະສັກສະຈີ ໄດ້ຮັບການສະຫຼອງພະເດດພະຄຸນມາໂດຍຊື່ສັດກະຕະເວທີ ມີຄວາມຈົງຮັກພັກດີໃນໃຕ້ຝ່າລະອອງທຸລີພະບາດ ເປັນທີ່ໄວ້ວາງພະລາຊະຫະລະໄທ ຊົງຕະໜັກໃນພະລາຊະຫະລະໄທວ່າ ຈະຊົງສະຖາປະນາຍົກຍ່ອງຂຶ້ນໃຫ້ມີພະອິສະລິຍະຍົດສູງໃນຕຳແໜ່ງພະລາຊິນີກໍຄວນແລ້ວ ຈຶງມີພະບໍລົມລາຊະໂອງການໂປດເກົ້າ ໃຫ້ສະຖາປະນາພະອິສະລິຍະຍົດ ພະວໍລະລາຊະຊາຍາເທີ ພະອິນທະຣະສັກສະຈີ ຂຶ້ນເປັນສົມເດັດພະອິນທະຣະສັກສະຈີ ພະບໍລົມລາຊິນີ "

ຕໍ່ມາໃນວັນທີ່ 22 ມີນາ ຄ.ສ. 1922 ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວຈຶງຊົງພະລາຊະທານຍົດ ນາຍພັນໂທ ຜູ້ບັງຄັບການພິເສດກົມທະຫານຣາບທີ່ 3 ມະຫາດເລັກຮັກສາພະອົງແກ່ພະບໍລົມລາຊິນີແລະເນື່ອງໃນວັນສະເຫຼີມພະຊົນມະພັນສາຄົບ 21 ພັນສາຂອງພະບໍລົມລາຊິນີໃນວັນທີ່ 10 ມິຖຸນາ ຄ.ສ. 1923 ໄດ້ຊົງພະລາຊະນິພົນໂຄງອຳນວຍພອນພະລາຊະທານແດ່ພະບໍລົມລາຊິນີ ເຊິ່ງປາກົດຢູ່ໃນໃນພະລາຊະນິພົນເລື່ອງລິລິດ ນາລາຍສິບປາງ ແລະໂປດ ໃຫ້ມີການສະແດງລະຄອນເລື່ອງ ພະຣ່ວງເຊິ່ງຊົງຮ່ວມຫຼີ້ນກັບຜູ້ມີບັນດາສັກແລະຂ້າລາຊະການທີ່ຊົງຄັດເລືອກດ້ວຍພະອົງເອງ ໂດຍຊົງຮັບບົດເປັນນາຍມັ່ນ ປືນຍາວ[໑໒] ພານປ່າ ເພື່ອນຳເງິນຂາຍບັດໄປຊື້ເຮືອຮົບຫຼວງ ເປັນເຮືອທີ່ທັນສະໄໝທີ່ສຸດໃນສະໄໝນັ້ນ ປະຈຸບັນໄດ້ປົດປະຈຳການແລ້ວຊື່ເຮືອຮົບຫຼວງພະຣ່ວງ ແລະໃນການສະແດງຄັ້ງນັ້ນເຮັດໃຫ້ສະຕີອີກຜູ້ນຶ່ງເຂົ້າມາສູ່ພະຊົນຊີບຂອງພະອົງຄື ນາງສາວຕິ໋ວ ອະໄພວົງ ເຊິ່ງຕໍ່ມາໄດ້ຮັບພະລາຊະທານນາມໃໝ່ວ່າ ເຈົ້າຈອມສຸວັດທະນາ[໑໓] (ພາຍຫຼັງຄື ພະນາງເຈົ້າສຸວັດທະນາ ພະວໍລະລາຊະເທວີ) ພະຄັນຂອງພະບໍລົມລາຊິນີກໍບໍ່ສາມາດມີພະລາຊະໂອລົດໄດ້ເນື່ອງຈາກຕົກເສຍບໍ່ເປັນພະອົງ ໃນລະຫວ່າງແປພະລາຊະຖານໄປປະທັບ ນະ ພະທີ່ນັ່ງສະໝຸດພິມານ ພະລາຊະນິເວດມະລຶກຄະທາຍວັນ ເຮັດໃຫ້ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວຊົງເສຍພະໄທເປັຍອັນຫຼາຍ ແຕ່ກໍຍັງຊົງດູແລພະບໍລົມລາຊິນີດ້ວຍຊົງເປັນຫ່ວງເປັນທີ່ຍິ່ງເລົ່າກັນ ຂົວທີ່ພະລາຊະນິເວດມະລຶກຄະທາຍວັນ ເຊິ່ງເປັນຂົວໄມ້ສັກທອດຍາວຈາກຕົວພະຕຳໜັກລົງສູ່ທະເລ ໂດຍມີຫຼັງຄາຄຸມທາງເດິນຕະຫຼອດນັ້ນ ລາຊະການທີ່ 6 ຊົງສ້າງສຳລັບສົມເດັດພະນາງເຈົ້າອິນທະຣະສັກສະຈີ ສະເດັດລົງທະເລ ເຊິ່ງເອິ້ນໄດ້ວ່າພະບາດບໍ່ແຕະພື້ນດິນເລີຍ

ຕົກພະໂລຫິດ[ແກ້ໄຂ]

ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວແລະສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະບໍລົມລາຊິນີ (ພະຍົດໃນຂະນະນັ້ນ)

ສ່ວນເລື່ອງການຊົງພະຄັນ (ທ້ອງ) ພະອົງຊົງແທ້ງສອງຄັ້ງ ເນື່ອງຈາກພະອົງຕາມສະເດັດພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວບໍ່ໄດ້ຫຍຸດ ຈຶງເຮັດໃຫ້ແທ້ງ ແລະມີຄັ້ງນຶ່ງທີ່ມີພະປະສູດຕິການກ່ອນກຳໜົດ (ປະມານ 6 ເດືອນ) ເປັນພະລາຊະໂອລົດ ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວທອດພະເນດແລ້ວເຖິງກັບນ້ຳພະເນດໄຫຼລ ແຕ່ກໍຍັງຊົງມີພະເມດຕາຕໍ່ສົມເດັດພະນາງເຈົ້າອິນທະຣະສັກສະຈີ ຊົງອ່ານໜັງສືພະລາຊະທານ ຊົງປະຄອງແລະດູແລເປັນຢ່າງດີ ແຕ່ດ້ວຍເຫດທີ່ບໍ່ອາດສະຫຼອງພະເດດພະຄຸນໃນຖານະພະບໍລົມລາຊິນີໄດ້ຢ່າງສົມບູນ ຈຶງມີພະບໍລົມລາຊະໂອງການ[໑໔]

ມີຄຸນຂ້າຫຼວງຂອງສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາ ເຄີຍຂຽນເລົ່າໄວ້ວ່າ

"...ວັນໜຶ່ງຕອນສາຍໆ ຂຶ້ນໄປເຝົ້າບົນພະທີ່ນັ່ງພິມານຈັກກີ ຂ້າພະເຈົ້າຍັງເປັນເດັກໜ້ອຍບໍ່ຊາບເລື່ອງອີຫຍັງດີ ພົບມີຄົນຢູ່ຫຼາຍຄົນແລ້ວທີ່ຫ້ອງສະເຫວີຍກາງເວັນ ແລະມີພະແທ່ນຂອງສົມເດັດຕັ້ງຢູ່ ເຫັນມີຜູ້ຊາຍເຈົ້າພະຍາທຳມາທິກໍລະນາທິບະດີ (ມ.ລ.ວ. ປຸ້ມ ມາລາກຸນ) ເຈົ້າຄຸນແພດວົງສາ (ສຸ່ນ ສຸນທໍລະເວດ) ຫຼືຫຼວງໄວຈຳບໍ່ໄດ້ແຕ່ມີໝໍປົວເຝົ້າທູນລະອອງທຸລີພະບາດລົ້ນເກົ້າລົ້ນກະໝ່ອມຢູ່ພ້ອມກັນ ໃນມືເຈົ້າພະຍາທຳ ເຊີນພານທອງອົງໃຫຍ່ຫຼາຍ ມີຜ້າຂາວຢູ່ໃນພານນັ້ນ ເຫັນລົ້ນເກົ້າ ທ່ານຊົງພະກັນແສງຊັບພະເນດດ້ວຍຜ້າເຊັດພະພັກ ເຮົາໜ້າຕື່ນຖາມຜູ້ໃຫຍ່ກໍໄດ້ຄວາມວ່າ ສົມເດັດ ທ່ານຊົງແທ້ງພະໂອລົດພະຊັນສາໄດ້ 7 ເດືອນເສຍແລ້ວ..."

ແລະໃນຄັ້ງນັ້ນສົມເດັດພະມາຕຸດສາເຈົ້າ (ສົມເດັດພະສີສະວະລິນທິລາບໍລົມລາຊະເທວີ ພະພັນວັດສາໄອຍິກາເຈົ້າ) ໄດ້ຊົງມີພະລາຊະຫັດຖະເລຂາປອບພະໄທສົມເດັດພະນາງເຈົ້າອິນທະຣະສັກສະຈີ ບໍ່ໃຫ້ຊົງໂສກເສົ້າໃນການຕົກພະໂລຫິດຄັ້ງນີ້ ເພາະແນວໃດເສຍໃນວັນໜ້າກໍຍັງຊົງມີໂອກາດທີ່ຈະຊົງພະຄັນອີກຫຼັງຈາກນັ້ນກໍປາກົດວ່າ "ວັນໜ້າ" ຂອງສົມເດັດພະມາຕຸດສາເຈົ້າກໍເປັນຈິງຂຶ້ນມາ ເມື່ອສົມເດັດພະນາງເຈົ້າອິນທະຣະສັກສະຈີໄດ້ຊົງພະຄັນຂຶ້ນອີກແລະກໍຕົກພະໂລຫິດອີກເທື່ອນຶ່ງ ນະ ພະທີ່ນັ່ງສະໝຸດພິມານ ພະລາຊະນິເວດມະລຶກຄະທາຍວັນ ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວຊົງພະກະລຸນາໂປດເກົ້າພະລາຊະທານທີ່ດິນ 89 ໄຣ່ ດ້ານໜ້າຕິດຖະໜົນເພັດກະເສມ ກົງຂ້າມວັດພະປະໂທນ ຈັງຫວັດນະຄອນປະຖົມ ແກ່ສົມເດັດພະນາງເຈົ້າອິນທະຣະສັກສະຈີ ແລະພະລາຊະທານນາມທີ່ດິນແຫ່ງນີ້ວ່າສວນລາຊະລະດີ ພ້ອມກັນນັ້ນ ໄດ້ໂປດໃຫ້ສ້າງພະຕຳໜັກເຮືອນໄມ້ສອງຊັ້ນໄວ້ພ້ອມກັບມີເຄື່ອງຕົກແຕ່ງທີ່ສົມເດັດພະເຈົ້ານ້ອງຍາເທີ ເຈົ້າຟ້າກົມມະຂຸນເພັດຊະບູນອິນທາໄຊຊົງຄວບຄຸມດູແລ ເຄື່ອງຕົກແຕ່ງນີ້ ສະເດັດໃນກົມຊົງສັ່ງໃຫ້ໂຮງຮຽນເພາະຊ່າງສ້າງເປັນເຄື່ອງເຮືອນສີຂາວລາຍທອງແບບຫຼຸຍເຂົ້າຊຸດກັນທັງພະຕຳໜັກ ໂດຍຊົງກຳກັບດ້ວຍພະອົງເອງ ເພື່ອຈະຊົງຝຶກອົບຣົມຊ່າງໄມ້ໄທໃຫ້ສາມາດຜະລິດເຄື່ອງເຮືອນຫຼຸຍເຊິ່ງເປັນທີ່ນິຍົມໃນຂະນະນັ້ນ ເພື່ອຈະໄດ້ບໍ່ຕ້ອງຊື້ຈາກຕ່າງປະເທດ ເຄື່ອງເຮືອນຊຸດນີ້ ສົມເດັດພະນາງເຈົ້າອິນທະຣະສັກສະຈີຊົງໃຊ້ເປັນປະຈຳຕະຫຼອດພະຊົນຊີບຂອງພະອົງ

ຕໍ່ມາໃນວັນທີ່ 9 ມີນາ ຄ.ສ. 1923 ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວແລະສົມເດັດພະນາງເຈົ້າອິນທະຣະສັກສະຈີຊົງປະກອບພະລາຊະພິທີສະເດັດຂຶ້ນພະຕຳໜັກ ໃນການນີ້ໂປດໃຫ້ພິມໜັງສືເຫຼີ້ມໜ້ອຍປກສີຊົມພູ ມີຄຳໂຄງ 30 ບົດ ເອິ້ນວ່າ ໂຄງນິລາດປະຄອງຍຸດແຈກເປັນທີ່ລະລຶກ ເດືອນກຸມພາ ຄ.ສ. 1934 ສົມເດັດພະນາງເຈົ້າອິນທະຣະສັກສະຈີພະລາຊະທານທີ່ດິນໝູ່ບ້ານທ່າຍາງ ຕຳບົນທຸ່ງກະພັງໂຫມ ອຳເພີກຳແພງແສນ ໃຫ້ເປັນທີ່ຕັ້ງທີ່ວ່າການອຳເພີ ພ້ອມທັງພະລາຊະທານພະຕຳໜັກໃຫ້ລື້ຍ້າຍໄປກໍ່ສ້າງ ຈະເປັນໂຮງຮຽນຫຼືສຸກສາລາກໍໄດ້ ແຕ່ຂະນະນັ້ນທາງການຍັງບໍ່ໄດ້ດຳເນິນການ ຈົນກະທັ່ງປີຄ.ສ. 1939 ທາງອຳເພີກຳແພງແສນຈຶງເຮັດໜັງສືຂໍພະລາຊະທານທີ່ດິນ 21 ໄຣ່ແລະພະຕຳໜັກລາຊະລະດີ ເພື່ອເປີດໂຮງຮຽນປະຊາບານ ເຊິ່ງກໍພະລາຊະທານໃຫ້ (ແຕ່ວ່າໂຄງສ້າງຂອງຕຳໜັກປ່ຽນແປງໄປໝົດແລ້ວ) ປະຈຸບັນຄືໂຮງຮຽນອິນທະຣະສັກສຶກສາໄລຕະຫຼອດພະຊົນຊີບພະອົງເກັບມຸງກຸດເພັດ ເຄື່ອງເພັດທັບທິມເຄື່ອງທອງຫໍ່ຜ້າໄວ້ໃນກ່ອງກະດາດ ຫຼັງຈາກພະອົງສິ້ນພະຊົນແລ້ວມີມືດີຂະໂມຍໄປ ຂ້າຫຼວງຫາຂອງກັນບໍ່ພໍ້

ລົດພະອິສະລິຍະຍົດ[ແກ້ໄຂ]

ສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະບໍລົມລາຊິນີ ບໍ່ໄດ້ຊົງພະຄັນຈົນຄົບກຳໜົດປະສູດ ແຕ່ໄດ້ຊົງຕກ (ແທ້ງ) ເສຍກ່ອນທີ່ຈະປະສູດເຖິງ 2 ຄັ້ງ ຕໍ່ມາພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ໄດ້ມີພະບໍລົມລາຊະໂອງການວ່າດ້ວຍການອອກພະນາມ ໂດຍໂປດໃຫ້ອອກພະນາມວ່າ ສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາແທນເມື່ອວັນທີ່ 15 ກັນຍາ ຄ.ສ. 1925[໑໕] ແລະໂປດໃຫ້ສະເດັດໄປປະທັບຍັງພະທີ່ນັ່ງວິມານເມກພາຍໃນພະລາຊະວັງດຸສິດ


ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວໂປດເກົ້າ ແຕ່ງຕັ້ງໃຫ້ສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາ ດຳລົງຕຳແໜ່ງສະພານາຍິກາ ຂອງໂຮງໝໍທີ່ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ພະລາຊະທານພະລາຊະຊັບສ່ວນພະອົງຈັດຊື້ທີ່ດິນພ້ອມສິ່ງປູກສ້າງແລະພະລາຊະທານນາມວ່າ ວະຊິລະພະຍາບານ

ເມື່ອພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວສະເດັດສະຫວັນຄົດໃນປີ ຄ.ສ. 1925 ສົມເດັດພະນາງເຈົ້າອິນທະຣະສັກສະຈີ ຊົງຍ້າຍໄປປະທັບຍັງພະຕຳໜັກສວນນົກໄມ້ໃນພະລາຊະວັງດຸສິດ ຕໍ່ມາຈຶງຊົງຍ້າຍໄປປະທັບທີ່ວັງຮິມຄອງພາສີຈະເລີນ ຈັງຫວັດທົນບຸລີເຊິ່ງເປັນບ້ານຂອງທ່ານເຈົ້າພະຍາສຸທຳມົນຕີ ພະບິດານັ່ນເອງ ເມື່ອສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາສະເດັດມາປະທັບເປັນການຖາວອນແລ້ວ ພະບິດາຈຶງກັ້ນບໍລິເວນທີ່ດິນວ່າງປ່າວແລ້ວດ້ານຫຼັງຂອງບ້ານເຊິ່ງເປັນທີ່ກວ້າງຂວາງ ໃຫ້ເປັນທີ່ປະທັບກັບໃຫ້ສ້າງພະຕຳໜັກສະຕາຍເອີລົບງົດງາມ ເປັນພະຕຳໜັກທີ່ປະທັບ ໂດຍມີທາງເຊື່ອມຕໍ່ກັບຕຶກໃຫຍ່ຂອງທ່ານເຈົ້າພະຍາສຸທຳມົນຕີແລະທ່ານຜູ້ຍິງສຸທຳມົນຕີອີກດ້ວຍ ສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາໄດ້ປະທັບຢູ່ ນະ ວັງພາສີຈະເລີນນີ້ມາໂດຍຕະຫຼອດທ່າມກາງພະປະຍູນລະຍາດຢ່າງອົບອຸ່ນຕໍ່ມາອີກກວ່າ 40 ປີ

ສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາໄດ້ຮັບພະມະຫາກະລຸນາທິຄຸນຈາກພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດແລະສົມເດັດພະນາງເຈົ້າ ພະບໍລົມລາຊິນີນາດ ມາຕະຫຼອດພະຊົນຊີບ ເມື່ອວັນທີ່ 10 ມິຖຸນາ ຄ.ສ. 1967 ມີພະຊົນມາຍຸຄົບ 5 ຮອບ ໄດ້ຊົງພະກະລຸນາໂປດເກົ້າໃຫ້ເຝົ້າພະລາຊະທານນ້ຳມະຫາສັງແລະຊົງເຈີມເມື່ອພະຊົນມາຍຸຄົບ 6 ຮອບ ໃນວັນທີ່ 10 ມິຖຸນາ ຄ.ສ. 1974 ໄດ້ຊົງພະກະລຸນາໂປດເກົ້າ ພະລາຊະທານພະບໍລົມລາຊູປະຖຳໃນການບຳເພັນພະກຸສົນສະຫຼອງພະຊົນມາຍຸ ນະ ອຸໂບສົດວັດລາຊາທິວາດແລະໂປດເກົ້າ ໃຫ້ເຂົ້າເຝົ້າ ຊົງເຈີມແລະຮັບພະລາຊະທານນ້ຳພະມະຫາສັງ ເມື່ອວັນທີ່ 15 ກໍລະກົດ ຄ.ສ. 1974 ນະ ພະຕຳໜັກຈິດລະດາລະໂຫຖານ

ສາເຫດແຫ່ງການລົດພະອິສະລິຍະຍົດ[ແກ້ໄຂ]

ສາເຫດທີ່ຊົງລົດພະອິສະລິຍະຍົດມີຫຼາຍປະການພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວຊົງອະທິບາຍພະລາຊະທານແກ່ສົມເດັດພະນາງເຈົ້າອິນທະຣະສັກສະຈີຢ່າງລະອຽດ ປາກົດຢູ່ໃນພະລາຊະບັນທຶກສ່ວນພະອົງ ເຊິ່ງບັດນີ້ຖືກເກັບຮັກສາໄວ້ໃນທີ່ສະເພາະແລະບໍ່ອາດເຜີຍແພ່ໄດ້ດ້ວຍເຫດຜົນນານາປະການ ແຕ່ມີປາກົດໃນພະລາຊະພິໄນກຳ ເລື່ອງ ການສືບລາຊະສັນຕະຕິວົງແລະຕັ້ງພະບໍລົມອັດຖິ ເຊິ່ງໄດ້ຮັບການເຜີຍແພ່ ແມ່ນພະລາຊະພິໄນກຳສັ່ງເຖິງເມື່ອຖະຫວາຍພະເພີງພະສົບແລ້ວຈະຈັດການແນວໃດກັບພະບໍລົມອັດຖິ ໂດຍໄດ້ຮັບການຕີພິມລົງໃນໜັງສືສິລະປະວັດທະນະທຳ ໃນປີ ຄ.ສ. 1985 ແມ່ນພະລາຊະພິໄນກຳ ສະບັບ ບັນທຶກປະຈຳວັນ ລົງວັນທີ່ 8 ກັນຍາ ຄ.ສ. 1925 ກ່ອນວັນປະກາດລົດພະອິສະລິຍະຍົດປະມານ 1 ສັບດາ ໃນພະລາຊະພິໄນກຳປາກົດຂໍ້ຄວາມເປັນພະບໍລົມລາຊະໂອງການຄວາມວ່າ

"...ຂໍ້ 4 ຕໍ່ໄປພາຍໜ້າກໍຄົງຈະມີເຫດເລື່ອງຕັ້ງພະບໍລົມອັດຖິ ຄື ຈະເອົາອົງໃດຂຶ້ນມາຕັ້ງຄູ່ກັບຂ້າພະເຈົ້າ ຂ້າພະເຈົ້າຂໍສັ່ງເດັດຂາດໄວ້ເສຍແຕ່ບັດນີ້ ຫ້າມບໍ່ໃຫ້ເອົາພະອັດຖິສົມເດັດພະນາງເຈົ້າອິນທະຣະສັກສະຈີຂຶ້ນມາຕັ້ງຄຽງຄູ່ຂ້າພະເຈົ້າເປັນອັນຂາດ ເພາະຕັ້ງແຕ່ໄດ້ມາເປັນເມຍຂ້າພະເຈົ້າ ກໍໄດ້ບຳລຸງບຳເລີນ້ຳໃຈຂ້າພະເຈົ້າພຽງ 1 ເດືອນເທົ່ານັ້ນ ຕ່ອແຕ່ນັ້ນມາເອົາແຕ່ຄວາມຮ້ອນໃຈຫຼືລຳຄານມາສູ່ຂ້າພະເຈົ້າຢູ່ເປັນເນືອງນິດ..."

ເລື່ອງທີ່ສົມເດັດພະນາງອິນທະຣະສັກສະຈີ ຊົງຕົກພະໂລຫິດພະກຸມານນັ້ນເປັນພຽງເຫດຜົນນຶ່ງ ເພາະມີບັນທຶກປາກົດຊັດເຈນວ່າແມ້ນສົມເດັດພະນາງເຈົ້າອິນທະຣະສັກສະຈີຊົງແທ້ງແລ້ວພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວກໍຍັງຊົງເອົາພະລາຊະຫະລືໄທໃສ່ທະນຸຖະໜອມຢ່າງດີເຖິງກັບສະເດັດໄປຮັບ ແລະຊົງເຫັນພະເກົ້າອີ້ເຂັນທີ່ສົມເດັດພະນາງເຈົ້າອິນທະຣະສັກສະຈີປະທັບມາຮ່ວມສະເຫວີຍກັບພະອົງທຸກມື້

ເຫດການເປັນເລື່ອງໃຫຍ່ໂຕ ເຫັນຈະເປັນເມື່ອຄາວທີ່ພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ ຊົງຊ້ອມລະຄອນເລື່ອງພະຣ່ວງ ນະ ພະລາຊະນິເວດມະລຶກຄະທາຍວັນ ຈັງຫວັດເພັດຊະບຸລີ ໃນໂອກາດສະເຫຼີມພະຊົນມະພັນສາຂອງສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາ ຄັ້ງນັ້ນໃນບົດບາດການສະແດງຕ້ອງມີການແຕະເນື້ອຕ້ອງຕົວເຈລະຈາຕອບໂຕ້ແລະຜັກໄສກັນລະຫວ່າງນາຍມັ່ນ (ສະແດງໂດຍພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ) ກັບສາວໃຊ້ຂອງນາງຈັນ (ສະແດງໂດຍຄຸນເຄືອແກ້ວ ອະໄພວົງ) ຕໍ່ມາຄື(ພະນາງເຈົ້າສຸວັດທະນາ ພະວໍລະລາຊະເທວີ ພາບນັ້ນຄົງບໍ່ສົບພະໄທຂອງສົມເດັດພະນາງເຈົ້າອິນທະຣະສັກສະຈີ ຜູ້ປະທັບທອດພະເນດການຊ້ອມຢູ່ຊັ້ນເທິງຈຶງເກີດເຫດການຮາປ່າຂຶ້ນ ຄືສົມເດັດພະນາງເຈົ້າອິນທະຣະສັກສະຈີຊົງກະທືບພະບາດ ແລະໂປດໃຫ້ຂ້າຫຼວງຂອງພະອົງ ໂຫ່ຮາແລະຕົບພື້ນພະທີ່ນັ່ງ ສະແດງໃຫ້ເຫັນວ່າພະອົງບໍ່ຊົງພໍພະໄທ ເປັນອັນຕະລຶງກັນໄປທັງໂຮງລະຄອນ ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວຊົງຫຍຸດການຊ້ອມແລະສະເດັດຂຶ້ນທັນທີ

ພະສຸຈະລິດສຸດາ (ຊ້າຍ), ສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາ (ກາງ) ແລະທ່ານຜູ້ຍິງພົວ ອະນຸລັກລາຊະມົນທຽນ (ຂວາ) ໃນປີ ຄ.ສ. 1974

ວັນຣຸ່ງຂຶ້ນກໍມີພະລາຊະຫັດຖະເລຂາປອບໃຈໄປຍັງຄຸນເຄືອແກ້ວ ອະໄພວົງ ວ່າບໍ່ໄດ້ເຮັດອີ່ຫຍັງຜິດຈາກນັ້ນກໍພະລາຊະທານນາມໃໝ່ວ່າ "ສຸວັດທະນາ" ຂະນະນັ້ນ ສົມເດັດພະນາງເຈົ້າອິນທະຣະສັກສະຈີມີພະຊົນມາຍຸກໍພຽງ 21 ພັນສາ ເປັນທຳມະດາທີ່ຈະມີພະອາການຫຶງຫວງຕ່າງໆ ບາງຄັ້ງກໍບໍ່ສາມາດເກັບກັ້ນພະອາລົມໄດ້ເຊັ່ນ ຊົງຂໍພະບໍລົມລາຊານຸຢາດກັບພະນະຄອນ ບໍ່ຊົງຮວມຂະບວນສະເດັດພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວກັບພ້ອມກັນເຮັດໃຫ້ກຽມເຮືອພະທີ່ນັ່ງຢ່າງຮວດເຮັວ ທັງຍັງຕ້ອງຕໍ່ຂົວຍາວລົງໄປໃຫ້ຮອດເຮືອເພື່ອບໍ່ຕ້ອງໃຫ້ພະບາດສັມຜັດນ້ຳ ໃນຄັ້ງນັ້ນ ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວກໍຊົງຂຸ່ນເຄືອງພະລາຊະຫະລືໄທຢູ່ບໍ່ນ້ອຍ ຄັ້ງໜຶ່ງທີ່ທ່າລາຊະວໍລະດິດ ເມື່ອພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວສະເດັດລົງຈາກເຮືອພະທີ່ນັ່ງ ມີພະລາຊະກະແສຮັບສັ່ງໃຫ້ຄຸນສຸວັດທະນາເຊິ່ງຕາມສະເດັດມາໃນຂະບວນ ລົງກາບພະບາດສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະບໍລົມລາຊິນີ ເຊິ່ງສະເດັດພະລາຊະດຳເນິນມາຮັບສະເດັດລາຊະປະເພນີ ພະອົງກໍຊົງຊັກພະບາດຫຼົບແລະເບືອນພະພັກ ກໍເປັນເຫດພະເຈົ້າຢູ່ຫົວບໍ່ຊົງພໍພະໄທ ເພາະຊົງຖືວ່າເປັນການ "ຫັກໜ້າ" ພະອົງ

ອະໜຶ່ງ ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວກໍຊົງມີຂັດຕິຍະມານະເຊັ່ນກັນ

ວັນທີ 10 ສິງຫາ ພ.ສ. 2467 ມີພະບໍລົມລາຊະໂອງການໂປດເກົ້າສະຖາປະນາຄຸນສຸວັດທະນາຂຶ້ນເປັນ ເຈົ້າຈອມສຸວັດທະນາ ພະສະໜົມເອກ

ວັນທີ 14 ກັນຍາ ພ.ສ. 2468 ມີພະບໍລົມລາຊະໂອງການໂປດເກົ້າໃຫ້ອອກພະນາມສົມເດັດພະນາງເຈົ້າອິນທະລະສັກສະຈີ ພະບໍລົມລາຊິນີ ເປັນພຽງ "ສົມເດັດພະນາງເຈົ້າອິນທະລະສັກສະຈີ ພະວໍລະລາຊະຊາຍາ"

ເມື່ອເຈົ້າຈອມສຸວັດທະນາມີທ້ອງແກ່ຈວນປະສູດພະໜໍ່ ຊົງພະກະລຸນາໂປດເກົ້າສະຖາປະນາຂຶ້ນເປັນ "ພະນາງເຈົ້າສຸວັດທະນາ ພະວໍລະລາຊະເທວີ" ເມື່ອວັນທີ 11 ຕຸລາ ພ.ສ. 2468 ການສະຖາປະນາເຈົ້າຈອມສຸວັດທະນາຂຶ້ນເປັນເຈົ້ານັ້ນ ກໍດ້ວຍເຫດຜົນທີ່ຈະໃຫ້ພະໝໍ່ເຊິ່ງຊົງຫວັງວ່າຈະເປັນພະລາຊະໂອລົດເພື່ອເປັນພະລາຊະທາຍາດ ທີ່ຈະມີພະປະສູຕິການໃນເບື້ອງໜ້າປະສູດແມ່ນ "ສົມເດັດເຈົ້າຟ້າ" ຕາມທຳນຽມລາຊະຕະກູນ ຫາຫເຈົ້າຈອມສຸວັດທະນາ ປະສູດພະໂອລົດ ແລ້ວສົມເດັດພະນາງເຈົ້າອິນທະລະສັກສະຈີຍັງຄົງເປັນສົມເດັດພະບໍລົມລາຊິນີ ກໍຄົງຈະເບິ່ງບໍ່ປົກກະຕິທີ່ພະລາຊະໂອລົດຜູ້ເປັນພະລາຊະທາຍາດບໍ່ໄດ້ປະສູດຈາກສົມເດັດພະບໍລົມລາຊິນີ ເຊິ່ງຄວາມຫວັງທີ່ຍິ່ງໃຫຍ່ທີ່ສຸດຂອງພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວກໍຄືການມີພະລາຊະທາຍາດສືບສະໜອງພະອົງ ເມື່ອເຈົ້າຈອມສຸວັດທະນາມີທ້ອງແກ່ ກໍເປັນເຫດໃຫ້ຊົງໂສມມະນັດຍິນດີເປັນພິເສດ ນີ້ກໍອາດເປັນອີກສາເຫດໜຶ່ງທີພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວຊົງມີພະບໍລົມລາຊະໂອງການລົດພະອິສະລິຍະຍົດສົມເດັດພະນາງເຈົ້າອິນທະລະສັກສະຈີກໍເປັນໄດ້

ອ້າງອິງ[ແກ້ໄຂ]

ກ່ອນໜ້າ ສົມເດັດພະນາງເຈົ້າອິນທະລະສັກສະຈີ ພະວໍລະລາຊະຊາຍາ ຖັດໄປ
ສົມເດັດພະສີພັດຊະລິນທາ
ພະບໍລົມລາຊະຊົນນະນີພັນປີຫຼວງ
2leftarrow.png Queen's Standard of Thailand.svg
ພະບໍລົມລາຊິນີແຫ່ງລາຊະອານາຈັກສະຫຍາມ
(1 ມັງກອນ ຄ.ສ. 1922 - 15 ກັນຍາ ຄ.ສ. 1925)
2rightarrow.png ໝ່ອມເຈົ້າຣຳໄພພັນນີ
ສະຫວັດດິວັດ
  1. ໑.໐ ໑.໑ ประวัติบุคคลสำคัญด้านกฎหมาย เจ้าพระยาสุธรรมมนตรี (ปลื้ม สุจริตกุล) พิพิธภัณฑ์ศาลไทย Court Museum of Thailand.
  2. หนังสือที่ระลึกงานพระราชทานเพลิงศพ ท่านผู้หญิงพัว อนุรักษ์ราชมณเฑียร
  3. ໓.໐ ໓.໑ หนังสืออนุสรณ์ในงานพระราชทานเพลิงพระศพสมเด็จพระนางเจ้าอินทรศักดิศจี พระวรราชชายาในรัชกาลที่ 6. พิมพ์ครั้งที่ 19. 2519, หน้า 4
  4. จดหมายข่าว ชมรมคนรักวัง เพื่อคนรักวัง ปีที่ ๖ ฉบับที่ ๑๘ กันยายน-ธันวาคม ๒๕๔๖ ร.ศ. ๒๒๑
  5. หนังสืออนุสรณ์งานพระราชทานเพลิงศพ พระสุจริตสุดา ( เปรื่อง สุจริตกุล ) พระสนมเอกในรัชกาลที่ 6. พิมพ์ครั้งที่ 1. 2524, หน้า 49
  6. ประวัติโรงเรียนราชินี จากเว็บไซต์ rajini.ac.th สืบค้นเมื่อ 30-06-57.
  7. พัว อนุรักษ์ราชมณเฑียร. แปดสิบห้าปีที่ผ่านมา. หน้าที่ 19
  8. หนังสืออนุสรณ์ในงานพระราชทานเพลิงพระศพสมเด็จพระนางเจ้าอินทรศักดิศจี พระวรราชชายาในรัชกาลที่ 6. พิมพ์ครั้งที่ 19. 2519, หน้า 5
  9. ราชกิจจานุเบกษา, พระราชทานบรรดาศักดิ์ฝ่ายใน, เล่ม ๓๘, ตอน ง, ๑๕ มกราคม พ.ศ. ๒๔๖๔, หน้า ๓๐๒๑
  10. ราชกิจจานุเบกษา, พระบรมราชโองการ ประกาศ สถาปนาพระวรราชชายาเธอ พระอินทรศักดิศจี, เล่ม ๓๙, ตอน ๐ ก, ๑๒ มิถุนายน พ.ศ. ๒๔๖๕, หน้า ๕๖
  11. ราชกิจจานุเบกษา, พระบรมราชโองการ ประกาศ สถาปนาพระอิสริยยศ พระวรราชชายาเธอ พระอินทรศักดิศจี เป็นสมเด็จพระนางเจ้าอินทรศักดิศจี พระบรมราชินี, เล่ม ๓๙, ตอน ๐ก, ๑ มกราคม พ.ศ. ๒๔๖๕, หน้า ๕๓๙
  12. name =ณัฐพงศ์>ณัฐพงศ์ ตานพิพัฒน์. พระนางเจ้าสุวัทนา พระวรราชเทวี
  13. ส.พลายน้อย. พระบรมราชินีและเจ้าจอมมารดาแห่งราชสำนักสยาม. พิมพ์ครั้งที่ 5. กรุงเทพฯ:ฐานบุ๊คส์, 2554. หน้า 205
  14. ราชกิจจานุเบกษา, พระบรมราชโองการ ประกาศ ว่าด้วยการที่จะออกพระนามสมเด็จพระนางเจ้าอินทรศักดิ์ศจี, เล่ม ๔๒, ตอน ๐ ก, ๒๐ กันยายน พ.ศ. ๒๔๖๘, หน้า ๑๕๙
  15. ราชกิจจานุเบกษา, พระบรมราชโองการ ประกาศ ว่าด้วยการที่จะออกพระนามสมเด็จพระนางเจ้าอินทรศักดิ์ศจี, เล่ม ๔๒, ตอน ๐ ก, ๒๐ กันยายน พ.ศ. ๒๔๖๘, หน้า ๑๕๙