ລັດຖະບານໄທ

ຈາກ ວິກິພີເດຍ

ລັດຖະບານໄທ (ໄທ: รัฐบาลไทย) ແມ່ນລັດຖະບານຂອງປະເທດໄທເຊິ່ງເປັນລັດດ່ຽວ ລັດຖະບານໄທມີບົດບາດສຳຄັນຂຶ່ນຢ່າງຊັດເຈນໃນສະໄໝລັດຖະຊາດ ອັນສ້າງຕັ້ງຂຶ່ນໃນສະໄໝພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ຕໍ່ມາໃນປີ ຄ.ສ. 1932 ລັດຖະບານໄທໄດ້ປ່ຽນຜ່ານຈາກລະບອບສົມບູລະນາຍາສິດທິລາດສູ່ປະຊາທິປະໄຕອັນມີພະມະຫາກະສັດເປັນປະມຸກແຫ່ງຊາດ ປັດຈຸບັນລັດຖະບານໄທແບ່ງອຳນາດອອກເປັນ 3 ຝ່າຍ ຄື ຝ່າຍນິຕິບັນຍັດ ຝ່າຍບໍລິຫານ ແລະຝ່າຍຕຸລາການ ໃນປັດຈຸບັນລັດຖະບານພົນລະເຮືອນຂອງໄທມີຮູບແບບຕາມລະບົບເວສຕ໌ມິນເຕອຮ໌ຂອງສະຫະລາຊະອານາຈັກ

ຝ່າຍນິຕິບັນຍັດ[ດັດແກ້]

ເບິ່ງບົດຄວາມຫຼັກທີ່: ລັດຖະສະພາໄທ

ລັດຖະສະພາເປັນອົງກອນຕາມລັດຖະທຳມະນູນ ມີໜ້າທີ່ອອກກົດໝາຍສຳຫຼັບການປົກຄອງແລະການບໍລິຫານປະເທດ ແມ່ນອົງກອນບໍລິຫານອຳນາດຝ່າຍນິຕິບັນຍັດ ລັດຖະສະພາໄທເປັນແບບລະບົບສອງສະພາ ປະກອບດ້ວຍວຸທິສະພາແລະສະພາຜູ້ແທນລາຊະດອນ ມີສະມາຊິກລັດຖະສະພາທັ້ງສິ້ນ 750 ທ່ານ ແບ່ງເປັນ ສະມາຊິກສະພາຜູ້ແທນລາຊະດອນ (ສ.ສ.) 500 ທ່ານ (ມາຈາກການເລືອກຕັ້ງຂອງປະຊາຊົນແບບແບ່ງເຂດ 400 ທ່ານ ແລະແບບບັນຊີລາຍຊື່ 100 ທ່ານ) ແລະສະມາຊິກວຸທິສະພາ (ສ.ວ.) 250 ທ່ານ (ມາຈາກການຄັດເລືອກກັນເອງໃນໝູ່ຜູ້ສະໝັກ 244 ທ່ານ ແລະເປັນໂດຍຕຳແໜ່ງ 6 ທ່ານ) ໂດຍປະທານສະພາຜູ້ແທນລາຊະດອນເຮັດໜ້າທີ່ປະທານລັດຖະສະພາ ແລະປະທານວຸທິສະພາເຮັດໜ້າທີ່ຮອງປະທານລັດຖະສະພາ ປັດຈຸບັນກອງປະຊຸມຂອງທັ້ງ 2 ສະພາຈັດທີ່ສັບປາຍະສະພາສະຖານ

ຝ່າຍບໍລິຫານ[ດັດແກ້]

ເບິ່ງບົດຄວາມຫຼັກທີ່: ຄະນະລັດຖະມົນຕີໄທ

ຄະນະລັດຖະມົນຕີປະກອບດ້ວຍນາຍົກລັດຖະມົນຕີ 1 ທ່ານ ແລະລັດຖະມົນຕີອື່ນອີກບໍ່ເກີນ 35 ທ່ານ ມີໜ້າທີ່ຮັບຜິດຊອບໃນການບໍລິຫານລາຊະການແຜ່ນດິນ ວ່າການກະຊວງໃນປະເທດໄທທັ້ງ 20 ກະຊວງ ແລະສຳນັກນາຍົກລັດຖະມົນຕີເຊິ່ງມີຖານະທຽບເທົ່າກະຊວງ ມີບ່ອນທີ່ເຮັດວຽກຢູ່ທີ່ທຳນຽບລັດຖະບານ

ຝ່າຍຕຸລາການ[ດັດແກ້]

ເບິ່ງບົດຄວາມຫຼັກທີ່: ສານໄທ

ສານແມ່ນອົງກອນທີ່ໃຊ້ອຳນາດຕຸລາການຕາມບົດບັນຍັດຂອງລັດຖະທຳມະນູນ ຜູ້ພິພາກສາທຸກລະດັບຕ້ອງໄດ້ຮັບແຕ່ງຕັ້ງຈາກພະເຈົ້າມະຫາຊີວິດ ໂດຍສານຈະປະຕິບັດໜ້າທີ່ໃນພະປໍລະມາພິໄທພະເຈົ້າມະຫາຊີວິດ ສານໄທມີ 4 ປະເພດ ຄື ສານລັດຖະທຳມະນູນ ສານຍຸຕິທຳ ສານປົກຄອງ ແລະສານທະຫານ ໂດຍມີສານດີກາເຮັດໜ້າທີ່ສານສູງສຸດ ໂດຍມີປະທານສານດີກາແມ່ນຜູ້ນຳຝ່າຍຕຸລາການ