ລັດຖະສະພາໄທ
ລັດຖະສະພາແຫ່ງລາຊະອານາຈັກໄທ รัฐสภาแห่งราชอาณาจักรไทย | |
|---|---|
| ປະເພດ | |
| ປະເພດ | |
| ອົງປະກອບ | ວຸທິສະພາ ສະພາຜູ້ແທນລາຊະດອນ |
| ປະຫວັດ | |
| ກໍ່ຕັ້ງ | 28 ມິຖຸນາ ຄ.ສ. 1932 |
| ຜູ້ບໍລິຫານ | |
ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ຕັ້ງແຕ່ 13 ຕຸລາ ຄ.ສ. 2016 | |
| ໂຄງສ້າງ | |
| ສະມາຊິກ |
|
ກຸ່ມການເມືອງໃນ ວຸທິສະພາ | ອິດສະຫຼະ (200) |
ກຸ່ມການເມືອງໃນ ສະພາຜູ້ແທນລາຊະດອນ |
|
| ການເລືອກຕັ້ງ | |
| ເລືອກຕັ້ງກັນເອງ | |
| ແບບຄູ່ຂະໜານ ແບ່ງເຂດເລືອກຕັ້ງ (400) ບັນຊີລາຍຊື່ (100) | |
ການເລືອກຕັ້ງສະມາຊິກວຸທິສະພາຄັ້ງລ່າສຸດ | 26 ມິຖຸນາ ຄ.ສ. 2024 |
ການເລືອກຕັ້ງສະມາຊິກສະພາຜູ້ແທນລາຊະດອນຄັ້ງລ່າສຸດ | 14 ພຶດສະພາ ຄ.ສ 2023 |
ການເລືອກຕັ້ງສະມາຊິກວຸທິສະພາຄັ້ງໜ້າ | ຄ.ສ. 2029 |
ການເລືອກຕັ້ງສະມາຊິກສະພາຜູ້ແທນລາຊະດອນຄັ້ງໜ້າ | ຄ.ສ. 2027 |
| ທີ່ປະຊຸມ | |
| ສັບປາຍະສະພາສະຖານ | |
| ເວັບໄຊ | |
| parliament.go.th | |
ລັດຖະສະພາແຫ່ງລາຊະອານາຈັກໄທ (ໄທ: รัฐสภาแห่งราชอาณาจักรไทย) ແມ່ນສະພານິຕິບັນຍັດລະດັບຊາດຂອງປະເທດໄທ ເປັນຜູ້ໃຊ້ອຳນາດນິຕິບັນຍັດອັນເປັນສ່ວນໜຶ່ງຂອງອຳນາດອະທິປະໄຕຂອງປວງຊົນຊາວໄທຕາມບົດບັນຍັດແຫ່ງລັດຖະທຳມະນູນ ເຊິ່ງລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2560 (ຄ.ສ. 2017) ທີ່ແກ້ໄຂເພີ່ມເຕີມເມື່ອ ຄ.ສ. 2021 ກຳໜົດໃຫ້ລັດຖະສະພາປະກອບດ້ວຍວຸທິສະພາແລະສະພາຜູ້ແທນລາຊະດອນ ເຊິ່ງເປັນການປົກຄອງລະບົບສະພາສອງ ໂດຍຈະປະຊຸມຮ່ວມກັນຫຼືແຍກກັນຕາມທີ່ລັດຖະທຳມະນູນກຳໜົດ ໂດຍປະທານສະພາຜູ້ແທນລາຊະດອນເຮັດໜ້າທີ່ປະທານລັດຖະສະພາ ແລະປະທານວຸທິສະພາເຮັດໜ້າທີ່ຮອງປະທານລັດຖະສະພາ
ສຳຫຼັບບ່ອນທີ່ປະຊຸມນັ້ນ ທີ່ທຳອິດຢູ່ທີ່ພະທີ່ນັ່ງອະນັນຕະສະມາຄົມກ່ອນຍ້າຍມາຍັງອາຄານລັດຖະສະພາໄທ ແລະປັດຈຸບັນຢູ່ທີ່ສັບປາຍະສະພາສະຖານ
ໃນບາງຊ່ວງເວລາ (ໂດຍສະເພາະຫຼັງການລັດຖະປະຫານ) ອາດມີການຍົກເລີກລັດຖະສະພາ ແລ້ວໃຫ້ສະພານິຕິບັນຍັດແຫ່ງຊາດເປັນຜູ້ໃຊ້ອຳນາດນິຕິບັນຍັດແທນ