ລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2560

ຈາກ ວິກິພີເດຍ

ລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2560 (ໄທ: รัฐธรรมนูญแห่งราชอาณาจักรไทย พุทธศักราช 2560) ແມ່ນລັດຖະທຳມະນູນສະບັບທີ 20 ແລະແມ່ນສະບັບປັດຈຸບັນຂອງລາຊະອານາຈັກໄທ ມີທີ່ມາຈາກການທີຄະນະຮັກສາຄວາມສະຫງົບແຫ່ງຊາດ ແຕ່ງຕັ້ງຄະນະກຳມະການຮ່າງລັດຖະທຳມະນູນຂຶ້ນເມື່ອເດືອນຕຸລາ ຄ.ສ. 2015 ເມື່ອຮ່າງເສັດແລ້ວມີການລົງປະຊາມະຕິໃນເດືອນສິງຫາ ຄ.ສ. 2016 ຊຶ່ງຜູ້ມາໃຊ້ສິດຮ້ອຍລະ 61.35 ເຫັນຊອບ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ຊົງລົງພະປໍລະມາພິໄທແລະພະລາຊະທານລັດຖະທຳມະນູນເມື່ອວັນທີ 6 ເມສາ ຄ.ສ. 2017 ຫຼັງມີການແກ້ໄຂເພີ່ມເຕີມລັດຖະທຳມະນູນສະບັບປະຊາມະຕິຕາມພະບໍລົມລາຊະວິນິດໄສ ມີມາດຕາທັ້ງໝົດ 279 ມາດຕາ