ປະທານລັດຖະສະພາໄທ

ຈາກ ວິກິພີເດຍ
ປະທານລັດຖະສະພາແຫ່ງລາຊະອານາຈັກໄທ
ประธานรัฐสภาแห่งราชอาณาจักรไทย
ເຄື່ອງໝາຍປະຈຳຕຳແໜ່ງ
ທຸງປະຈຳຕຳແໜ່ງ
ຜູ້ດຳລົງຕຳແໜ່ງຄົນປັດຈຸບັນ​​​
ວັນມູຫະມັດນໍ ມະທາ

ຕັ້ງແຕ່ 5 ກໍລະກົດ ຄ.ສ. 2023
ການຮຽກຂານທ່ານປະທານທີ່ເຄົາລົບ
(ໃນກອງປະຊຸມ)
ທ່ານປະທານລັດຖະສະພາ
(ບໍ່ແມ່ນທາງການ)
ພະນະທ່ານ
(ທາງການ)
ສະມາຊິກຂອງລັດຖະສະພາ
ສະພາຜູ້ແທນລາຊະດອນ
ທີ່ທຳການສັບປາຍະສະພາສະຖານ
ຜູ້ສະເໜີຊື່ສະພາຜູ້ແທນລາຊະດອນ
ຜູ້ແຕ່ງຕັ້ງພະມະຫາກະສັດໄທ
ວາລະ4 ປີ
ກາສານແຕ່ງຕັ້ງພະລາຊະບັນຍັດທຳມະນູນການປົກຄອງແຜ່ນດິນສະຫຍາມຊົ່ວຄາວ ພຸດທະສັກກະລາດ 2475
ຜູ້ປະເດີມຕຳແໜ່ງເຈົ້າພະຍາທຳມະສັກມົນຕີ
ສ້າງຕັ້ງ28 ມິຖຸນາ ຄ.ສ. 1932
ຮອງຮອງປະທານລັດຖະສະພາ
ເວັບໄຊຕ໌web.parliament.go.th

ປະທານລັດຖະສະພາແຫ່ງລາຊະອານາຈັກໄທ (ໄທ: ประธานรัฐสภาแห่งราชอาณาจักรไทย) ແມ່ນຕຳແໜ່ງສູງສຸດຂອງຝ່າຍນິຕິບັນຍັດໄທ ມີອຳນາດໜ້າທີ່ຕາມລັດຖະທຳມະນູນຫຼື່ຕາມທີ່ກົດໝາຍອື່ນກຳໜົດໄວ້ ແມ່ນຜູ້ດຳເນີນກິດຈະການຂອງລັດຖະສະພາໃນກໍລະນີປະຊຸມຮ່ວມກັນໃຫ້ເປັນໄປຕາມຂໍ້ບັງຄັບຂອງການປະຊຸມລັດຖະສະພາ ແລະຍັງເປັນຜູ້ບັງຄັບບັນຊາຂ້າລາຊະການຝ່າຍລັດຖະສະພາ

ຜູ້ທີ່ດຳລົງຕຳແໜ່ງປະທານລັດຖະສະພາຈະເປັນໄປຕາມທີ່ລັດຖະທຳມະນູນກຳໜົດ ເຊິ່ງລັດຖະທຳມະນູນສະບັບປັດຈຸບັນກຳໜົດໃຫ້ປະທານສະພາຜູ້ແທນລາຊະດອນເປັນປະທານລັດຖະສະພາໂດຍຕຳແໜ່ງ

ປະຫວັດ[ດັດແກ້]

ຕຳແໜ່ງປະທານລັດຖະສະພາເກີດຂຶ້ນຄັ້ງທຳອິດພາຍຫຼັງການປະຕິວັດສະຫຍາມ ຄ.ສ. 1932 ພ້ອມກັບຕຳແໜ່ງນາຍົກລັດຖະມົນຕີ ແຕ່ລັດຖະທຳມະນູນ 2 ສະບັບທຳອິດ ຄື ພະລາຊະບັນຍັດທຳມະນູນການປົກຄອງແຜ່ນດິນສະຫຍາມຊົ່ວຄາວ ພຸດທະສັກກະລາດ 2475 ແລະລັດຖະທຳມະນູນແຫ່ງລາຊະອານາຈັກສະຫຍາມ ໄດ້ກຳໜົດໃຫ້ລັດຖະສະພາມີແຄ່ສະພາຜູ້ແທນລາຊະດອນພຽງສະພາດຽວ[1][2] ຈຶງຖືວ່າ ປະທານສະພາຜູ້ແທນລາຊະດອນ ເປັນປະທານລັດຖະສະພາ.[3]

ຕໍ່ມາໄດ້ມີການປະກາດໃຊ້ລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2489 ໄດ້ກຳໜົດໃຫ້ລັດຖະສະພາປະກອບໄປດ້ວຍພຶດທິສະພາ ແລະສະພາຜູ້ແທນລາຊະດອນ ເຊິ່ງໃນມາດຕາ 63 ກຳໜົດໄວ້ວ່າ ໃຫ້ ປະທານພຶດທິສະພາ ແມ່ນປະທານຂອງກອງປະຊຸມຮ່ວມກັນຂອງລັດຖະສະພາ ແລະໃຫ້ປະທານສະພາຜູ້ແທນລາຊະດອນ ແມ່ນຮອງປະທານລັດຖະສະພາ[4] ເຊິ່ງລັດຖະທຳມະນູນອີກ 2 ສະບັບຕໍ່ມາຄື ລັດຖະທຳມະນູນແຫ່ງລາຊະອານາຈັກໄທ (ສະບັບຊົ່ວຄາວ) ພຸດທະສັກກະລາດ 2490 ແລະລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2492 ກະໄດ້ກຳໜົດໃຫ້ ປະທານວຸທິສະພາ ແມ່ນປະທານລັດຖະສະພາເຊັ່ນກັນ.[5][6]

ວັນທີ 29 ພະຈິກ ຄ.ສ. 1951 ທ່ານ ຈອມພົນ ແປກ ພິບູນສົງຄາມ ນາຍົກລັດຖະມົນຕີໃນຕອນນັ້ນໄດ້ທຳການລັດຖະປະຫານໂຕເອງ ແລະໄດ້ນຳລັດຖະທຳມະນູນແຫ່ງລາຊະອານາຈັດສະຫຍາມມາປັບປຸງແກ້ໄຂເພີ່ມເຕີມ ເຊິ່ງໃນລັດຖະທຳມະນູນສະບັບນີ້ລັດຖະສະພາມີພຽງສະພາຜູ້ແທນລາຊະດອນເທົ່ານັ້ນ ຈຶ່ງທຳໃຫ້ ປະທານສະພາຜູ້ແທນລາຊະດອນ ແມ່ນປະທານລັດຖະສະພາ.[7]

ວັນທີ 16 ກັນຍາ ຄ.ສ. 1957 ທ່ານ ຈອມພົນ ສະຣິດ ທະນະຣັດ ໄດ້ຍຶດອຳນາດຈາກລັດຖະບານຂອງທ່ານ ຈອມພົມ ແປກ ພິບູນສົງຄາມແລ້ວນັ້ນ ຍັງຄົງມີການໃຊ້ລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2475 ແກ້ໄຊເພີ່ມເຕີມ ພຸດທະສັກກະລາດ 2495 ຕໍ່ໄປ ແຕ່ຕໍ່ມາທ່ານ ຈອມພົນ ສະຣິດ ທະນະຣັດໄດ້ເຮັດການລັດຖະປະຫານອີກຄັ້ງແລະໄດ້ມີການປະກາດໃຊ້ທຳມະນູນການປົກຄອງລາຊະອານາຈັກ ພຸດທະສັກກະລາດ 2502 ແທນ ເຊິ່ງກຳໜົດໃຫ້ ປະທານສະພາຮ່າງລັດຖະທຳມະນູນ ແມ່ນປະທານລັດຖະສະພາ.[8]

ໃນວັນທີ 20 ມິຖຸນາ ຄ.ສ. 1968 ໄດ້ມີການປະກາດໃຊ້ລັດຖະທຳມະນູນແຫ່ງລາຊະອານາຈັດໄທ ພຸດທະສັກກະລາດ 2511 ເຊິ່ງໄດ້ກຳໜົດໃຫ້ ປະທານວຸທິສະພາ ແມ່ນປະທານລັດຖະສະພາ[9] ຕໍ່ມາວັນທີ 17 ພະຈິກ ຄ.ສ. 1971 ທ່ານ ຈອມພົນ ຖະໜອມ ກິດຕິຂະຈອນໄດ້ເຮັດການລັດຖະປະຫານໂຕເອງ ມີການຍົກເລີກລັດຖະທຳມະນູນ ແລະປະກາດໃຊ້ທຳມະນູນການປົກຄອງລາຊະອານາຈັດ ພຸດທະສັກກະລາດ 2515 ໄກ້ກຳໜົດໃຫ້ ປະທານສະພານິຕິບັນຍັດແຫ່ງຊາດ ແມ່ນປະທານລັດຖະສະພາ[10] ຫຼັງຈາກເຫດການ 14 ຕຸລາ ເຊິ່ງເຮັດໃຫ້ທ່ານ ຈອມພົນ ຖະໜອມ ກິດຕິຂະຈອນ ໝົດອຳນາດລົງ ແລະມີການປະກາດໃຊ້ລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2517 ໄດ້ກຳໜົດໄວ້ວ່າ ປະທານສະພາຜູ້ແທນລາຊະດອນ ແມ່ນປພທານລັດຖະສະພາ[11] ເຊິ່ງຖືວ່າແມ່ນລັດຖະທຳມະນູນສະບັບທຳອິດທີ່ຝ່າຍນິຕິບັນຍັດອັນປະກອບດ້ວຍວຸທິສະພາແລະສະພາຜູ້ແທນລາຊະດອນໃຫ້ປະທານສະພາຜູ້ແທນລາຊະດອນເປັນປະທານລັດຖະສະພາ.

ພາຍຫຼັງຈາກເກີດເຫດການ 6 ຕຸລາ ທຳໃຫ້ທ່ານ ພົນເຮືອເອກ ສະຫງັດ ຊະລໍຢູ່ເຮັດການລັກຖະປະຫານ ມີການຍົກເລີກລັດຖະທຳມະນູນ ແລະປະກາດໃຊ້ລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2519 ກຳໜົດໃຫ້ ປະທານສະພາປະຕິຮູບການປົກຄອງແຜ່ນດິນ ແມ່ນປະທານລັດຖະສະພາ[12] ຕໍ່ມາທ່ານ ພົນເຮືອເອກ ສະຫງັດ ຊະລໍຢູ່ໄດ້ເຮັດການລັດຖະປະຫານອີກຄັ້ງ ພ້ອມຍົກເລີກລັດຖະທຳມະນູນ ແລະປະກາດໃຊ້ທຳມະນູນການປົກຄອງລາຊະອານາຈັກ ພຸດທະສັກກະລາດ 2520 ກຳໜົດໃຫ້ ປະທານສະພານິຕິບັນຍັດແຫ່ງຊາດ ແມ່ນປະທານລັດຖະສະພາ[13] ໃນວັນທີ 22 ທັນວາ ຄ.ສ. 1978 ໄດ້ມີການປະກາດໃຊ້ລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2521 ເຊິ່ງກຳໜົດໃຫ້ ປະທານວຸທິສະພາ ແມ່ນປະທານລັດຖະສະພາ.[14]

ຄະນະຮັກສາຄວາມສະຫງົບຮຽບຮ້ອຍແຫ່ງຊາດໄດ້ເຮັດການລັດຖະປະຫານ ຍົກເລີກລັດຖະທຳມະນູນ ແລະປະກາດໃຊ້ທຳມະນູນການປົກຄອງລາຊະອານາຈັກ ພຸດທະສັກກະລາດ 2534 ເຊິ່ງກຳໜົດໃຫ້ ປະທານສະພານິຕິບັນຍັດແຫ່ງຊາດ ແມ່ນປະທານລັດຖະສະພາ[15] ຕໍ່ມາໄດ້ມີການປະກາດໃຊ້ລັດຖະທຳມະນູນແຫ່ງລາຊະອານາຈັດໄທ ພຸດທະສັກກະລາດ 2534 ກຳໜົດໃຫ້ ປະທານວຸທິສະພາ ແມ່ນປະທານລັດຖະສະພາ[16] ພາຍຫຼັງຈາກເກີດເຫດການພຶດສະພາທະມິນ ໄດ້ມີການແກ້ໄຂລັດຖະທຳມະນູນໂດຍແກ້ໃຫ້ ປະທານສະພາຜູ້ແທນລາຊະດອນ ແມ່ນປະທານລັດຖະສະພາ[17] ເຊິ່ງລັດຖະທຳມະນູນຖາວອນສະບັບຕໍ່ມາຄືລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2540 ລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2550 ແລະລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2560 ກະໄດ້ກຳໜົດໃຫ້ ປະທານສະພາຜູ້ແທນລາຊະດອນ ແມ່ນປະທານລັດຖະສະພາເຊັ່ນກັນ.[18][19][20]

ໃນຊ່ວງກ່ອນການປະກາດໃຊ້ລັດຖະທຳມະນູນ 2550 ແລະ 2560 ໄດ້ເກີດການລັດຖະປະຫານຂຶ້ນທັ້ງ 2 ຄັ້ງ ເຊິ່ງໄດ້ປະກາດໃຊ້ລັດຖະທຳມະນູນຊົ່ວຄາວທັ້ງ 2 ສະບັບ ໃຫ້ສະພານິຕິບັນຍັດແຫ່ງຊາດທຳໜ້າທີ່ສະພາຜູ້ແທນລາຊະດອນ ວຸທິສະພາ ແລະລັດຖະສະພາ ຈຶງທຳໃຫ້ ປະທານສະພານິຕິບັນຍັດແຫ່ງຊາດ ແມ່ນປະທານລັດຖະສະພາ.[21][22]

ອຳນາດໜ້າທີ່[ດັດແກ້]

ຕາມຂໍ້ບັງຄັບການປະຊຸມລັດຖະສະພາ ພ.ສ. 2563 (ຄ.ສ. 2020) ຂໍ້ທີ 5 ລະບຸວ່າປະທານລັດຖະສະພາມີໜ້າທີ່ແລະອຳນາດ ດັງຕໍ່ໄປນີ້

  1. ແມ່ນປະທານຂອງກອງປະຊຸມລັດຖະສະພາ ແລະຕ້ອງວາງໂຕເປັນກາງໃນການປະຕິບັດໜ້າທີ່
  2. ກຳໜົດການປະຊຸມລັດຖະສະພາ
  3. ຄວບຄຸມແລະດຳເນີນກິດຈະການຂອງລັດຖະສະພາ
  4. ຮັກສາຄວາມສະຫງົບຮຽບຮ້ອຍໃນກອງປະຊຸມລັດຖະສະພາຕະຫຼອດເຖີງບໍລິເວນຂອງລັດຖະສະພາ
  5. ແມ່ນຜູ້ແທນລັດຖະສະພາໃນກິດຈະການພາຍນອກ
  6. ແຕ່ງຕັ້ງກຳມະການເພື່ອດຳເນີນກິດຈະການໃດໆຕາມ (7)
  7. ໜ້າທີ່ແລະອຳນາດອື່ນຕາມທີ່ມີກົດໝາຍບັນຍັດໄວ້ຫຼືຕາມທີ່ກຳໜົດໄວ້ໃນຂໍ້ບັງຄັບນີ້

ລາຍຊື່ປະທານລັດຖະສະພາ[ດັດແກ້]

ລຳດັບ
(ສະໄໝ)
ຮູບ ຊື່
(ເກີດ–ເສຍຊີວິດ)
ດຳລົງຕຳແໜ່ງ ໂດຍຕຳແໜ່ງ ພັກ ເຈົ້າຊີວິດ
(ລາຊະສະໄໝ)
ເລີ່ມຕົ້ນ ສິ້ນສຸດ ໄລຍະເວລາ
1
(1)
ມະຫາອຳໝາດເອກ


ເຈົ້າພະຍາທຳມະສັກມົນຕີ
(ສະໜັ່ນ ເທບຫັດສະດິນ ນະ ອະຍຸດທະຍາ)
เจ้าพระยาธรรมศักดิ์มนตรี
(1877–1943)

28 ມິຖຸນາ
ຄ.ສ. 1932
1 ກັນຍາ
ຄ.ສ. 1932
65 ມື້ ປະທານສະພາຜູ້ແທນລາຊະດອນ ອິດສະຫຼະ
ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ
(1925–1935)
2 ມະຫາອຳໝາດເອກ


ເຈົ້າພະຍາພິໄຊຍາດ
(ດັ່ນ ບຸນນາກ)
เจ้าพระยาพิชัยญาติ
(1875–1946)

2 ກັນຍາ
ຄ.ສ. 1932
10 ທັນວາ
ຄ.ສ. 1933
1 ປີ 99 ມື້ ປະທານສະພາຜູ້ແທນລາຊະດອນ ອິດສະຫຼະ
1
(2)
ມະຫາອຳໝາດເອກ


ເຈົ້າພະຍາທຳມະສັກມົນຕີ
(ສະໜັ່ນ ເທບຫັດສະດິນ ນະ ອະຍຸດທະຍາ)
เจ้าพระยาธรรมศักดิ์มนตรี
(1877–1943)

15 ທັນວາ
ຄ.ສ. 1933
26 ກຸມພາ
ຄ.ສ. 1934
73 ມື້ ປະທານສະພາຜູ້ແທນລາຊະດອນ ອິດສະຫຼະ
3
(1)
ພົນເຮືອຕີ


ພະຍາສໍຣະຍຸດທະເສນີ
(ກະແສ ປະວາຫະນາວິນ)
พระยาศรยุทธเสนี
(1888–1962)

26 ກຸມພາ
ຄ.ສ. 1934
22 ກັນຍາ
ຄ.ສ. 1934
208 ມື້ ປະທານສະພາຜູ້ແທນລາຊະດອນ ລາຊະດອນ
4 ມະຫາອຳໝາດເອກ


ເຈົ້າພະຍາສີທຳມາທິເບດ
(ຈິດ ນະ ສົງຂາ)
เจ้าพระยาศรีธรรมาธิเบศ
(1885–1976)

22 ກັນຍາ
ຄ.ສ. 1934
31 ກໍລະກົດ
ຄ.ສ. 1936
1 ປີ 313 ມື້ ປະທານສະພາຜູ້ແທນລາຊະດອນ ອິດສະຫຼະ

ພະບາດສົມເດັດພະປໍຣະເມນທະຣະມະຫາອານັນທະມະຫິດົນ ພະອັດຖະມະຣາມາທິບໍດິນ
(1935–1946)
5
(1–8)
ມະຫາອຳໝາດຕີ


ພະຍາມານະວະຣາດຊະເສວີ
(ປອດ ວິຊຽນ ນະ ສົງຂາ)
พระยามานวราชเสวี
(1890–1984)

3 ສິງຫາ
ຄ.ສ. 1936
10 ທັນວາ
ຄ.ສ. 1937
6 ປີ 325 ມື້ ປະທານສະພາຜູ້ແທນລາຊະດອນ ອິດສະຫຼະ
10 ທັນວາ
ຄ.ສ. 1937
24 ມິຖຸນາ
ຄ.ສ. 1938
28 ມິຖຸນາ
ຄ.ສ. 1938
10 ທັນວາ
ຄ.ສ. 1938
12 ທັນວາ
ຄ.ສ. 1938
24 ມິຖຸນາ
ຄ.ສ. 1939
28 ມິຖຸນາ
ຄ.ສ. 1939
24 ມິຖຸນາ
ຄ.ສ. 1940
1 ກໍລະກົດ
ຄ.ສ. 1940
24 ມິຖຸນາ
ຄ.ສ. 1941
1 ກໍລະກົດ
ຄ.ສ. 1941
24 ມິຖຸນາ
ຄ.ສ. 1952
30 ມິຖຸນາ
ຄ.ສ. 1942
24 ມິຖຸນາ
ຄ.ສ. 1943
3
(2)
ພົນເຮືອຕີ


ພະຍາສໍຣະຍຸດທະເສນີ
(ກະແສ ປະວາຫະນາວິນ)
พระยาศรยุทธเสนี
(1888–1962)

6 ກໍລະກົດ
ຄ.ສ. 1943
24 ມິຖຸນາ
ຄ.ສ. 1944
354 ມື້ ປະທານສະພາຜູ້ແທນລາຊະດອນ ລາຊະດອນ
5
(9–10)
ມະຫາອຳໝາດຕີ


ພະຍາມານະວະຣາດຊະເສວີ
(ປອດ ວິຊຽນ ນະ ສົງຂາ)
พระยามานวราชเสวี
(1890–1984)

2 ກໍລະກົດ
ຄ.ສ. 1944
26 ມິຖຸນາ
ຄ.ສ. 1945
1 ປີ 105 ມື້ ປະທານສະພາຜູ້ແທນລາຊະດອນ ອິດສະຫຼະ
29 ມິຖຸນາ
ຄ.ສ. 1945
15 ຕຸລາ
ຄ.ສ. 1945
ຕຳແໜ່ງວ່າງ
6 ພັນຕີ


ວິລາດ ໂອສະຖານົນ
วิลาศ โอสถานนท์
(1899–1997)

4 ມິຖຸນາ
ຄ.ສ. 1946
24 ສິງຫາ
ຄ.ສ. 1946
81 ມື້ ປະທານພຶດທິສະພາ ເສລີໄທ

ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ
(1946–2016)
3
(3–4)
ພົນເຮືອຕີ


ພະຍາສໍຣະຍຸດທະເສນີ
(ກະແສ ປະວາຫະນາວິນ)
พระยาศรยุทธเสนี
(1888–1962)

31 ສິງຫາ
ຄ.ສ. 1946
8 ພະຈິກ
ຄ.ສ. 1947
5 ປີ 90 ມື້ ປະທານວຸທິສະພາ ກະສິກອນ
26 ພະຈິກ
ຄ.ສ. 1947
29 ພະຈິກ
ຄ.ສ. 1951
7
(1–9)
ພົນເອກ


ພະປະຈົນປັດຈະນຶກ
(ພຸກ ມະຫາດິຫຼົກ)
พระประจนปัจจนึก
(1892–1970)

1 ທັນວາ
ຄ.ສ. 1951
17 ມີນາ
ຄ.ສ. 1952
5 ປີ 289 ມື້ ປະທານສະພາຜູ້ແທນລາຊະດອນ ອິດສະຫຼະ
22 ມີນາ
ຄ.ສ. 1952
23 ມິຖຸນາ
ຄ.ສ. 1952
28 ມິຖຸນາ
ຄ.ສ. 1952
23 ມິຖຸນາ
ຄ.ສ. 1953
2 ກໍລະກົດ
ຄ.ສ. 1953
23 ມິຖຸນາ
ຄ.ສ. 1954
29 ມິຖຸນາ
ຄ.ສ. 1954
23 ມິຖຸນາ
ຄ.ສ. 1955
2 ກໍລະກົດ
ຄ.ສ. 1955
23 ມິຖຸນາ
ຄ.ສ. 1956
25 ມິຖຸນາ
ຄ.ສ. 1956
25 ກຸມພາ
ຄ.ສ. 1957
16 ມີນາ
ຄ.ສ. 1957
23 ມິຖຸນາ
ຄ.ສ. 1957
28 ມິຖຸນາ
ຄ.ສ. 1957
16 ກັນຍາ
ຄ.ສ. 1957
8
(1)
ພົນເອກ


ຫຼວງສຸດທິສານຣົນນະກອນ
(ສຸດ ສຸຂະວາທີ)
หลวงสุทธิสารรณกร
(1901–1968)

20 ກັນຍາ
ຄ.ສ. 1957
14 ທັນວາ
ຄ.ສ. 1957
85 ມື້ ປະທານສະພາຜູ້ແທນລາຊະດອນ ອິດສະຫຼະ
7
(10–11)
ພົນເອກ


ພະປະຈົນປັດຈະນຶກ
(ພຸກ ມະຫາດິຫຼົກ)
พระประจนปัจจนึก
(1892–1970)

27 ທັນວາ
ຄ.ສ. 1957
23 ມິຖຸນາ
ຄ.ສ. 1958
297 ມື້ ປະທານສະພາຜູ້ແທນລາຊະດອນ ອິດສະຫຼະ
25 ມິຖຸນາ
ຄ.ສ. 1958
20 ຕຸລາ
ຄ.ສ. 1958
ຕຳແໜ່ງວ່າງ
8
(2)
ພົນເອກ


ຫຼວງສຸດທິສານຣົນນະກອນ
(ສຸດ ສຸຂະວາທີ)
หลวงสุทธิสารรณกร
(1901–1968)

6 ກຸມພາ
ຄ.ສ. 1959
2 ພຶດສະພາ
ຄ.ສ. 1968
8 ປີ 245 ມື້ ປະທານສະພາຮ່າງລັດຖະທຳມະນູນ ອິດສະຫຼະ
9 ຮອງອຳໝາດໂທ


ທະວີ ບຸນຍະເກດ
ทวี บุณยเกตุ
(1904–1971)

8 ພຶດສະພາ
ຄ.ສ. 1968
20 ມິຖຸນາ
ຄ.ສ. 1968
43 ມື້ ປະທານສະພາຮ່າງລັດຖະທຳມະນູນ ອິດສະຫຼະ
10
(1–2)
ພັນເອກ


ນາຍວໍຣະການບັນຊາ
(ບຸນເກີດ ສຸຕັນຕານົນ)
นายวรการบัญชา
(1903–1974)

22 ກໍລະກົດ
ຄ.ສ. 1968
6 ກໍລະກົດ
ຄ.ສ. 1971
3 ປີ 118 ມື້ ປະທານວຸມິສະພາ ອິດສະຫຼະ
7 ກໍລະກົດ
ຄ.ສ. 1971
17 ພະຈິກ
ຄ.ສ. 1971
ຕຳແໜ່ງວ່າງ
11 ພົນຕີ


ສິຣິ ສິຣິໂຍທິນ
ศิริ สิริโยธิน
(1915–1979)

18 ທັນວາ
ຄ.ສ. 1972
11 ທັນວາ
ຄ.ສ. 1973
358 ມື້ ປະທານສະພານິຕິບັນຍັດແຫ່ງຊາດ ອິດສະຫຼະ
12 ພົນຕີ


ໝ່ອມລາຊະວົງຄຶກຣິດ ປາໂມດ
หม่อมราชวงศ์คึกฤทธิ์ ปราโมช
(1911–1995)

29 ທັນວາ
ຄ.ສ. 1973
7 ຕຸລາ
ຄ.ສ. 1974
282 ມື້ ປະທານສະພານິຕິບັນຍັດແຫ່ງຊາດ ອິດສະຫຼະ
13 ສາດສະດາຈານ


ປະພາດ ອວຍໄຊ
ประภาศน์ อวยชัย
(1924–2017)

17 ຕຸລາ
ຄ.ສ. 1974
25 ມັງກອນ
ຄ.ສ. 1975
100 ມື້ ປະທານສະພານິຕິບັນຍັດແຫ່ງຊາດ ອິດສະຫຼະ
14 ປະສິດ ການຈະນະວັດ
ประสิทธิ์ กาญจนวัฒน์
(1915–1999)
7 ກຸມພາ
ຄ.ສ. 1975
12 ມັງກອນ
ຄ.ສ. 1976
339 ມື້ ປະທານສະພາຜູ້ແທນລາຊະດອນ ສັງຄົມຊາດນິຍົມ
ຕຳແໜ່ງວ່າງ
15
(1)
ອຸໄທ ພິມໃຈຊົນ
อุทัย พิมพ์ใจชน
(ເກີດ 1938)
19 ເມສາ
ຄ.ສ. 1976
6 ຕຸລາ
ຄ.ສ. 1976
170 ມື້ ປະທານສະພາຜູ້ແທນລາຊະດອນ ປະຊາທິປັດ
16 ພົນເອກ


ກະມົນ ເດຊະຕຸງຄະ
กมล เดชะตุงคะ
(1917–2002)

22 ຕຸລາ
ຄ.ສ. 1976
20 ພະຈິກ
ຄ.ສ. 1976
29 ມື້ ປະທານສະພາປະຕິຮູບການປົກຄອງແຜ່ນດິນ ອິດສະຫຼະ
17
(1–3)
ພົນອາກາດເອກ


ຫະຣິນ ຫົງສະກຸນ
หะริน หงสกุล
(1914–2008)

28 ພະຈິກ
ຄ.ສ. 1976
20 ຕຸລາ
ຄ.ສ. 1977
6 ປີ 111 ມື້ ປະທານສະພາປະຕິຮູບການປົກຄອງແຜ່ນດິນ ອິດສະຫຼະ
25 ພະຈິກ
ຄ.ສ. 1977
22 ເມສາ
ຄ.ສ. 1979
ປະທານສະພານິຕິບັນຍັດແຫ່ງຊາດ
9 ພຶດສະພາ
ຄ.ສ. 1979
19 ມີນາ
ຄ.ສ. 1983
ປະທານວຸທິສະພາ
18 ຮ້ອຍໂທ


ຈາຣຸບຸດ ເຣືອງສຸວັນ
จารุบุตร เรืองสุวรรณ
(1920–1984)

26 ເມສາ
ຄ.ສ. 1983
19 ມີນາ
ຄ.ສ. 1984
328 ມື້ ປະທານວຸທິສະພາ ອິດສະຫຼະ
ອຸໄທ ພິມໃຈຊົນ
อุทัย พิมพ์ใจชน
(ເກີດ 1938)

19 ມີນາ
ຄ.ສ. 1984
30 ເມສາ
ຄ.ສ. 1984
42 ມື້ ປະທານສະພາຜູ້ແທນລາຊະດອນ ກ້າວໜ້າ
19
(1–3)
ສາດສະດາຈານ


ອຸກິດ ມົງຄົນນາວິນ
อุกฤษ มงคลนาวิน
(ເກີດ 1933)

30 ເມສາ
ຄ.ສ. 1984
30 ເມສາ
ຄ.ສ. 1985
4 ປີ 357 ມື້ ປະທານວຸທິສະພາ ອິດສະຫຼະ
1 ພຶດສະພາ
ຄ.ສ. 1985
23 ເມສາ
ຄ.ສ. 1987
24 ເມສາ
ຄ.ສ. 1987
22 ເມສາ
ຄ.ສ. 1989
ປັນຈະ ເກສອນທອງ
ปัญจะ เกสรทอง
(1931–2015)

22 ເມສາ
ຄ.ສ. 1989
4 ພຶດສະພາ
ຄ.ສ. 1989
12 ມື້ ປະທານສະພາຜູ້ແທນລາຊະດອນ ຊາດໄທ
20 ຮ້ອຍຕຳຫຼວດຕີ


ວັນ ຊັນຊື່
วรรณ ชันซื่อ
(1924–2015)

4 ພຶດສະພາ
ຄ.ສ. 1989
23 ກຸມພາ
ຄ.ສ. 1991
1 ປີ 295 ມື້ ປະທານວຸທິສະພາ ອິດສະຫຼະ
ຕຳແໜ່ງວ່າງ
19
(4–5)
ສາດສະດາຈານ


ອຸກິດ ມົງຄົນນາວິນ
อุกฤษ มงคลนาวิน
(ເກີດ 1933)

2 ເມສາ
ຄ.ສ. 1991
21 ມີນາ
ຄ.ສ. 1992
1 ປີ 54 ມື້ ປະທານສະພານິຕິບັນຍັດແຫ່ງຊາດ ອິດສະຫຼະ
3 ເມສາ
ຄ.ສ. 1992
26 ພຶດສະພາ
ຄ.ສ. 1992
ປະທານວຸທິສະພາ
21
(1)
ມີໄຊ ຣິຊຸພັນ
มีชัย ฤชุพันธุ์
(ເກີດ 1938)
28 ມິຖຸນາ
ຄ.ສ. 1992
22 ກັນຍາ
ຄ.ສ. 1992
86 ມື້ ປະທານວຸທິສະພາ ອິດສະຫຼະ
22 ມາຣຸດ ບຸນນາກ
มารุต บุนนาค
(1924–2022)
22 ກັນຍາ
ຄ.ສ. 1992
19 ພຶດສະພາ
ຄ.ສ. 1995
2 ປີ 239 ມື້ ປະທານສະພາຜູ້ແທນລາຊະດອນ ປະຊາທິປັດ
ມີໄຊ ຣິຊຸພັນ
มีชัย ฤชุพันธุ์
(ເກີດ 1938)

19 ພຶດສະພາ
ຄ.ສ. 1995
11 ກໍລະກົດ
ຄ.ສ. 1995
53 ມື້ ປະທານວຸທິສະພາ ອິດສະຫຼະ
23 ພົນຕີ


ບຸນເອື້ອ ປະເສີດສຸວັນ
บุญเอื้อ ประเสริฐสุวรรณ
(1919–2016)

11 ກໍລະກົດ
ຄ.ສ. 1995
27 ກັນຍາ
ຄ.ສ. 1996
1 ປີ 78 ມື້ ປະທານສະພາຜູ້ແທນລາຊະດອນ ຊາດໄທ
ມີໄຊ ຣິຊຸພັນ
มีชัย ฤชุพันธุ์
(ເກີດ 1938)

27 ກັນຍາ
ຄ.ສ. 1996
24 ພະຈິກ
ຄ.ສ. 1996
58 ມື້ ປະທານວຸທິສະພາ ອິດສະຫຼະ
24
(1)
ວັນມູຫະມັດນໍ ມະທາ
วันมูหะมัดนอร์ มะทา
(ເກີດ 1944)
24 ພະຈິກ
ຄ.ສ. 1996
27 ມິຖຸນາ
ຄ.ສ. 2000
3 ປີ 216 ມື້ ປະທານສະພາຜູ້ແທນລາຊະດອນ ຄວາມຫວັງໃໝ່
25 ພິໄຊ ຣັດຕະກຸນ
พิชัย รัตตกุล
(1926–2022)
30 ມິຖຸນາ
ຄ.ສ. 2000
9 ພະຈິກ
ຄ.ສ. 2000
132 ມື້ ປະທານສະພາຜູ້ແທນລາຊະດອນ ປະຊາທິປັດ
ສະໜິດ ວໍຣະປັນຍາ
สนิท วรปัญญา
(ເກີດ 1939)

9 ພະຈິກ
ຄ.ສ. 2000
6 ກຸມພາ
ຄ.ສ. 2001
89 ມື້ ປະທານວຸທິສະພາ ອິດສະຫຼະ
15
(2)
ອຸໄທ ພິມໃຈຊົນ
อุทัย พิมพ์ใจชน
(ເກີດ 1938)
6 ກຸມພາ
ຄ.ສ. 2001
5 ມັງກອນ
ຄ.ສ. 2005
3 ປີ 334 ມື້ ປະທານສະພາຜູ້ແທນລາຊະດອນ ໄທຮັກໄທ
ສຸຊົນ ຊາລີເຄືອ
สุชน ชาลีเครือ
(ເກີດ 1952)

5 ມັງກອນ
ຄ.ສ. 2005
8 ມີນາ
ຄ.ສ. 2005
62 ມື້ ປະທານວຸທິສະພາ ອິດສະຫຼະ
26 ຮອງສາດສະດາຈານ


ໂພຄິນ ພົນລະກຸນ
โภคิน พลกุล
(ເກີດ 1952)

8 ມີນາ
ຄ.ສ. 2005
24 ກຸມພາ
ຄ.ສ. 2006
353 ມື້ ປະທານສະພາຜູ້ແທນລາຊະດອນ ໄທຮັກໄທ
ສຸຊົນ ຊາລີເຄືອ
สุชน ชาลีเครือ
(ເກີດ 1952)

24 ກຸມພາ
ຄ.ສ. 2006
21 ມີນາ
ຄ.ສ. 2006
207 ມື້ ປະທານວຸທິສະພາ ອິດສະຫຼະ
22 ມີນາ
ຄ.ສ. 2006
19 ກັນຍາ
ຄ.ສ. 2006
ຮັກສາການປະທານວຸທິສະພາ
21
(2)
ມີໄຊ ຣິຊຸພັນ
มีชัย ฤชุพันธุ์
(ເກີດ 1938)
25 ຕຸລາ
ຄ.ສ. 2006
24 ມັງກອນ
ຄ.ສ. 2008
1 ປີ 95 ມື້ ປະທານສະພານິຕິບັນຍັດແຫ່ງຊາດ ອິດສະຫຼະ
27 ຍົງຍຸດ ຕິຍະໄພຣັດ
ยงยุทธ ติยะไพรัช
(ເກີດ 1961)
24 ມັງກອນ
ຄ.ສ. 2008
30 ເມສາ
ຄ.ສ. 2008
97 ມື້ ປະທານສະພາຜູ້ແທນລາຊະດອນ ພະລັງປະຊາຊົນ
ສາດສະດາຈານພິເສດ


ປະສົບສຸກ ບຸນເດດ
ประสพสุข บุญเดช
(ເກີດ 1945)

20 ເມສາ
ຄ.ສ. 2008
15 ພຶດສະພາ
ຄ.ສ. 2008
15 ມື້ ປະທານວຸທິສະພາ ອິດສະຫຼະ
28 ໄຊ ຊິດຊອບ
ชัย ชิดชอบ
(1928–2020)
15 ພຶດສະພາ
ຄ.ສ. 2008
10 ພຶດສະພາ
ຄ.ສ. 2011
2 ປີ 360 ມື້ ປະທານສະພາຜູ້ແທນລາຊະດອນ ພູມໃຈໄທ
ພົນເອກ


ທີຣະເດດ ມີພຽນ
ธีรเดช มีเพียร
(ເກີດ 1940)

10 ພຶດສະພາ
ຄ.ສ. 2011
2 ສິງຫາ
ຄ.ສ. 2011
101 ມື້ ປະທານວຸທິສະພາ ອິດສະຫຼະ
29 ສົມສັກ ກຽດສຸຣະນົນ
สมศักดิ์ เกียรติสุรนนท์
(ເກີດ 1954)
2 ສິງຫາ
ຄ.ສ. 2011
9 ທັນວາ
ຄ.ສ. 2013
2 ປີ 129 ມື້ ປະທານສະພາຜູ້ແທນລາຊະດອນ ເພື່ອໄທ
ນິຄົມ ໄວຣັດຊະພານິດ
นิคม ไวยรัชพานิช
(ເກີດ 1947)

9 ທັນວາ
ຄ.ສ. 2013
20 ມີນາ
ຄ.ສ. 2014
101 ມື້ ປະທານວຸທິສະພາ ອິດສະຫຼະ
ສຸຣະໄຊ ລ້ຽງບຸນເລີດໄຊ
สุรชัย เลี้ยงบุญเลิศชัย
(ເກີດ 1953)

20 ມີນາ
ຄ.ສ. 2014
24 ພຶດສະພາ
ຄ.ສ. 2014
65 ມື້ ຮັກສາການປະທານວຸທິສະພາ ອິດສະຫຼະ
ຕຳແໜ່ງວ່າງ
30 ສາດສະດາຈານພິເສດ


ພອນເພັດ ວິຊິດຊົນໄຊ
พรเพชร วิชิตชลชัย
(ເກີດ 1948)

17 ສິງຫາ
ຄ.ສ. 2014
21 ພຶດສະພາ
ຄ.ສ. 2019
4 ປີ 277 ມື້ ປະທານສະພານິຕິບັນຍັດແຫ່ງຊາດ ອິດສະຫຼະ

ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ
(ເລີ່ມ 2016)
31 ຊວນ ຫຼີກໄພ
ชวน หลีกภัย
(ເກີດ 1938)
28 ພຶດສະພາ
ຄ.ສ. 2019
20 ມີນາ
ຄ.ສ. 2023
3 ປີ 296 ມື້ ປະທານສະພາຜູ້ແທນລາຊະດອນ ປະຊາທິປັດ
ສາດສະດາຈານພິເສດ


ພອນເພັດ ວິຊິດຊົນລະໄຊ
พรเพชร วิชิตชลชัย
(ເກີດ 1948)

20 ມີນາ
ຄ.ສ. 2023
5 ກໍລະກົດ
ຄ.ສ. 2023
107 ມື້ ປະທານວຸທິສະພາ ອິດສະຫຼະ
24
(2)
ວັນມູຫະມັດນໍ ມະທາ
วันมูหะมัดนอร์ มะทา
(ເກີດ 1944)
5 ກໍລະກົດ
ຄ.ສ. 2023
ປັດຈຸບັນ 300 ມື້+ ປະທານສະພາຜູ້ແທນລາຊະດອນ ປະຊາຊາດ

ອ້າງອີງ[ດັດແກ້]

  1. พระราชบัญญัติธรรมนูญการปกครองแผ่นดินสยามชั่วคราว พุทธศักราช 2475, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
  2. รัฐธรรมนูญแห่งราชอาณาจักรสยาม พุทธศักราช 2475, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
  3. ทำเนียบประธานรัฐสภา, รัฐสภาไทย, สืบค้นวันที่ 25 มิถุนายน 2562
  4. รัฐธรรมนูญแห่งราชอาณาจักรไทย พุทธศักราช 2489, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
  5. รัฐธรรมนูญแห่งราชอาณาจักรไทย (ฉบับชั่วคราว) พุทธศักราช 2490 Archived 2011-05-28 at the Wayback Machine, รัฐสภาไทย, สืบค้นวันที่ 25 มิถุนายน 2562
  6. รัฐธรรมนูญแห่งราชอาณาจักรไทย พุทธศักราช 2492, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
  7. รัฐธรรมนูญแห่งราชอาณาจักรไทย พุทธศักราช 2475 แก้ไขเพิ่มเติม พุทธศักราช 2495, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
  8. ธรรมนูญการปกครองราชอาณาจักร พุทธศักราช 2502, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
  9. รัฐธรรมนูญแห่งราชอาณาจักรไทย พุทธศักราช 2511 Archived 2011-05-28 at the Wayback Machine, รัฐสภาไทย, สืบค้นวันที่ 25 มิถุนายน 2562
  10. ธรรมนูญการปกครองราชอาณาจักร พุทธศักราช 2515, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
  11. รัฐธรรมนูญแห่งราชอาณาจักรไทย พุทธศักราช 2517, รัฐสภาไทย, สืบค้นวันที่ 25 มิถุนายน 2562
  12. รัฐธรรมนูญแห่งราชอาณาจักรไทย พุทธศักราช 2519 Archived 2020-10-28 at the Wayback Machine, รัฐสภาไทย, สืบค้นวันที่ 25 มิถุนายน 2562
  13. ธรรมนูญการปกครองราชอาณาจักร พุทธศักราช 2520 Archived 2020-10-28 at the Wayback Machine, รัฐสภาไทย, สืบค้นวันที่ 25 มิถุนายน 2562
  14. รัฐธรรมนูญแห่งราชอาณาจักรไทย พุทธศักราช 2521, รัฐสภาไทย, สืบค้นวันที่ 25 มิถุนายน 2562
  15. ธรรมนูญการปกครองราชอาณาจักร พุทธศักราช 2534, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
  16. รัฐธรรมนูญแห่งราชอาณาจักรไทย พุทธศักราช 2534, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
  17. รัฐธรรมนูญแห่งราชอาณาจักรไทย พุทธศักราช 2534 แก้ไขเพิ่มเติม (ฉบับที่ 1) พุทธศักราช 2535, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
  18. รัฐธรรมนูญแห่งราชอาณาจักรไทย พุทธศักราช 2540, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
  19. รัฐธรรมนูญแห่งราชอาณาจักรไทย พุทธศักราช 2550 Archived 2007-09-27 at the Wayback Machine, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
  20. Cite error: Invalid <ref> tag; no text was provided for refs named รัฐธรรมนูญ
  21. รัฐธรรมนูญแห่งราชอาณาจักรไทย (ฉบับชั่วคราว) พุทธศักราช 2549 Archived 2006-10-05 at the Wayback Machine, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
  22. รัฐธรรมนูญแห่งราชอาณาจักรไทย (ฉบับชั่วคราว) พุทธศักราช 2557 Archived 2014-08-01 at the Wayback Machine, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562