ເຫດການ 6 ຕຸລາ

ຈາກ ວິກິພີເດຍ
ເຫດການ 6 ຕຸລາ
ສະຖານທີ່ ມະຫາວິທະຍາໄລທຳມະສາດ ແລະ ສະໜາມຫຼວງ

ປະເທດໄທ

ວັນທີ່ 6 ຕຸລາ 1976
ເປົ້າໝາຍ ນັກສຶກສາ ແລະ ຜູ້ປະທ້ວງຝ່າຍຊ້າຍ
ປະເພດການໂຈມຕີ ສະກັດກັ້ນ ແລະ ລົງໂທດປະຊາຊົນ
ຈຳນວນຜູ້ເສຍຊີວິດ ຜູ້ປະທ້ວງ 40 ຄົນ[1] ຜູ້ກະທຳຜິດ 5 ຄົນ

(ຈຳນວນຜູ້ເສຍຊີວິດທີ່ບໍ່ເປັນທາງການ: 100+ ຄົນ)[2]

ຈຳນວນຜູ້ໄດ້ຮັບບາດເຈັບ ການຄາດຄະເນທາງການ: 167 ຄົນ
ຜູ້ກະທຳຜິດ ຕຳຫຼວດກອງປາບ

ກອງປະຕິບັດການພິເສດຕຳຫຼວດນະຄອນບານ

ລູກເສືອຊາວບ້ານ

ກະທິງແດງ

ປະຊາຊົນອື່ນໆ

ເຫດການ 6 ຕຸລາ (ຄ.ສ. 1976) ຫຼືໃນພາສາອັງກິດເອີ້ນຊື່ເຊິງພັນນາວ່າ ການສັງຫານໝູ່ທີ່ມະຫາວິທະຍາໄລທຳມະສາດ (Thammasat (University) massacre) ແມ່ນການສະກັດກັ້ນຢ່າງຮ້າຍແຮງໂດຍຕຳຫຼວດໄທແລະການລົງປະຊາທັນໂດຍທະຫານຝ່າຍຂວາແລະຜູ້ຢືນເບິ່ງຕໍ່ຕ້ານປະທ້ວງຝ່າຍຊ້າຍທີ່ຍຶດຄອງມະຫາວິທະຍາໄລທຳມະສາດໃນບາງກອກແລະບໍລິເວນໃກ້ຄຽງສະໜາມຫຼວງ ເມື່ອວັນທີ່ 6 ຕຸລາ 1976 ກ່ອນການສັງຫານໝູ່ ຝ່າຍຊ້າຍຫຼາຍພັນຄົນ – ນັກສຶກສາ ຄົນງານ ແລະອື່ນໆ ໄດ້ຈັດໃຫ້ມີການເດິນຂະບວນຕໍ່ຕ້ານການກັບມາຂອງຈອມພົນ ຖະໜອມ ກິດຕິຂະຈອນ ກັບມາຍັງປະເທດໄທຕັ້ງແຕ່ກາງເດືອນກັນຍາ ລາຍງານຢ່າງເປັນທາງການລະບຸວ່າ 46 ຄົນໄດ້ເສຍຊີວິດ (ທັ້ງສອງຝ່າຍ) ແລະບາດເຈັບ 167 ຄົນ ຂະນະທີ່ລາຍງານຢ່າງບໍ່ເປັນທາງການລະບຸວ່າມີຜູ້ປະທ້ວງເສຍຊີວິດມາກກວ່າ 100 ຄົນ ໂຄງການເອກະສານວັນປະຈຳເຫດການ 6 ຕຸລາ ທົງໄຊ ວິນິດຈະກູນ ໂຕ້ຖຽງວ່າຍອດຜູ້ເສຍຊີວິດຢ່າງເປັນທາງການຄວນເປັນ 45 ຄົນ ຜູ້ປະທ້ວງ 40 ຄົນ ຜູ້ກະທຳຜິດ 5 ຄົນເພາະຜູ້ປະທ້ວງຄົນໜຶ່ງເສຍຊີວິດໃນຄຸກຫຼັງເຫດການ[1]

ອ້າງອິງ[ດັດແກ້]

  1. 1.0 1.1 "40 Victim's Names of Oct 6". Documentation of Oct 6 (in Thai). Retrieved 24 September 2021.{{cite web}}: CS1 maint: unrecognized language (link)
  2. Ungpakorn, Puey (July–September 1977). "Violence and the military coup in Thailand". Bulletin of Concerned Asian Scholars. 9 (3). doi:10.1080/14672715.1977.10406422. ISSN 0007-4810. Retrieved 2021-09-24.