Jump to content

ເຂດທົນບຸລີ

ຈາກ ວິກິພີເດຍ
ເຂດທົນບຸລີ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດທົນບຸລີ
ເມືອງອະນຸສາວະລີພະເຈົ້າຕາກສິນ ຫຼາກຖິ່ນທ່ອງງາມຕາ ວັດກັນລະຍາຫຼວງພໍ່ໂຕ ວັດບຸກຄະໂລພະພັກງາມ ກາບໄຫວ້ເຈົ້າຕາກສິນວັດອິນທາຣາມ ລືນາມງານອາຊີບສິລະປະໄທ
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດທົນບຸລີ
ອັກສອນໂລມັງ Khet Thon Buri
ລະຫັດພູມິສາດ 1015
ລະຫັດໄປສະນີ 10600
ຂໍ້ມູນສະຖິຕິ
ພື້ນທີ່ 8.551 ຕລ.ກມ.
ປະຊາກອນ 111,027[1] ຄົນ (ຄ.ສ. 2016)
ຄວາມໜາແໜ້ນ 12,984.10 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ເລກທີ່ 160 ຖະໜົນເທິດໄທ ແຂວງບາງຍີ່ເຮືອ ເຂດທົນບຸລີ ບາງກອກ 10600
ພິກັດ 13°43′30″N 100°29′9″E / 13.72500°N 100.48583°E / 13.72500; 100.48583
ໝາຍເລກໂທລະສັບ 0 2465 0025
ໝາຍເລກໂທລະສານ 0 2465 0025
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດທົນບຸລີ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ເຂດທົນບຸລີ ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດກຸງທົນເໜືອເຊິ່ງຖືເປັນເຂດອະນຸລັກເມືອງເກົ່າແຫຼ່ງທ່ອງທ່ຽວເຊິງປະຫວັດສາດແລະສິລະປະວັດທະນະທຳທາງຝັ່ງທົນບຸລີ

ບ່ອນຕັ້ງແລະອານາເຂດ

[ດັດແກ້]

ຕັ້ງຢູ່ທາງຕາເວັນຕົກຂອງແມ່ນ້ຳເຈົ້າພະຍາ ມີອານາເຂດຕິດຕໍ່ກັບເຂດອື່ນ ຮຽງຕາມເຂັມໂມງ ດັງນີ້

ປະຫວັດສາດ

[ດັດແກ້]

ເຂດທົນບຸລີເດີມມີຖານະເປັນອຳເພີຊັ້ນໃນຂຶ້ນກັບກົມນະຄອນບານ ຕັ້ງທີ່ວ່າການອຳເພີໃນພື້ນທີ່ຂອງວັດລາຊະຄຶກ ຈຶງເອິ້ນອຳເພີນີ້ວ່າ ອຳເພີລາຊະຄຶກ (ປັດຈຸບັນສຳນັກງານເຂດຍ້າຍມາຕັ້ງຢູ່ບໍລິເວນວັດເວລຸລາຊິນ) ຕໍ່ມາເມື່ອວັນທີ່ 11 ກໍລະກົດ ຄ.ສ. 1916 ໄດ້ມີພະບໍລົມລາຊະໂອງການປ່ຽນຊື່ອຳເພີລາຊະຄຶກເປັນ ອຳເພີບາງຍີ່ເຮືອ ຈັງຫວັດທົນບຸລີ ເນື່ອງຈາກມີທີ່ຕັ້ງອຳເພີໃນເຂດຕຳບົນບາງຍີ່ເຮືອ

ແລະໃນວັນທີ່ 17 ເມສາ ຄ.ສ. 1939 ສະໄໝທ່ານຈອມພົນປ. ພິບູນສົງຄາມ ເປັນນາຍົກລັດຖະມົນຕີໄດ້ມີການຍຸບຈັງຫວັດທົນບຸລີຮວມກັບຈັງຫວັດພະນະຄອນໃຫ້ມີຖານະເປັນນະຄອນຫຼວງກຸງເທບທົນບຸລີ ດັງນັ້ນ ເພື່ອຮັກສາຄຳວ່າ "ທົນບຸລີ" ເຊິ່ງເຄີຍເປັນນະຄອນຫຼວງແລະເພື່ອສະເຫຼີມພະກຽດຂອງສົມເດັດພະເຈົ້າກຸງທົນບຸລີ (ສົມເດັດພະເຈົ້າຕາກສິນມະຫາລາດ) ປະກອບກັບອຳເພີບາງຍີ່ເຮືອນີ້ເຄີຍເປັນສູນກາງຂອງຈັງຫວັດທົນບຸລີນຳ ຈຶງໄດ້ມີພະລາຊະກິດສະດີກາປ່ຽນຊື່ອຳເພີບາງຍີ່ເຮືອເປັນ ອຳເພີທົນບຸລີ ແລະໄດ້ຮັບການປ່ຽນແປງຖານະເປັນ ເຂດທົນບຸລີ ບາງກອກ ໃນເວລາຕໍ່ມາ

ເມື່ອວັນທີ່ 5 ພະຈິກ ຄ.ສ. 2003 ໄດ້ມີປະກາດບາງກອກປ່ຽນແປງພື້ນທີ່ແຂວງແລະຕັ້ງແຂວງໃໝ່ໃນເຂດທົນບຸລີ ເນື່ອງຈາກຜູ້ບໍລິຫານບາງກອກມີນະໂຍບາຍໃຫ້ແບ່ງແຂວງຂະໜາດໃຫຍ່ໃຫ້ຍ່ອຍລົງ ເພື່ອຄວາມຊັດເຈນໃນການບໍລິການຂອງສຳນັກງານເຂດ ໂດຍໄດ້ປ່ຽນແປງພື້ນທີ່ແຂວງບຸກຄະໂລ ແຂວງບາງຍີ່ເຮືອ ແລະແຂວງຕະຫຼາດພູ ນຳມາຈັດຕັ້ງເປັນແຂວງສຳເຫລ່ແລະແຂວງດາວຄະນອງ

ການແບ່ງເຂດການປົກຄອງ

[ດັດແກ້]
ມຸມມອງວັດກັນລະຍານນະມິດຈາກແມ່ນ້ຳເຈົ້າພະຍາ

ວັນທີ່ 5 ພະຈິກ ຄ.ສ. 2003 ສະມັກ ສຸນທໍລະເວດ ຜູ້ວ່າລາຊະການບາງກອກຂະນະນັ້ນໄດ້ລົງນາມປະກາດຈັດຕັ້ງແຂວງສຳເຫລ່ແລະແຂວງດາວຄະນອງ ແຍກຈາກພື້ນທີ່ແຂວງບຸກຄະໂລ ແຂວງບາງຍີ່ເຮືອ ແລະແຂວງຕະຫຼາດພູ ເຂດທົນບຸລີ ໂດຍມີຜົນບັງຄັບໃຊ້ໃນວັນທີ່ 1 ທັນວາ ປີດຽວກັນ[2] ເຮັດໃຫ້ປັດຈຸບັນ ເຂດທົນບຸລີແບ່ງເຂດການປົກຄອງຍ່ອຍອອກເປັນ 7 ແຂວງ (khwaeng) ໄດ້ແກ່

ອັກສອນລາວ ອັກສອນໂລມັງ ພື້ນທີ່
(ຕລ.ກມ.)
ຈຳນວນປະຊາກອນ
(ຕຸລາ 2016)
ຈຳນວນບ້ານ
(ຕູລາ 2016)
ຄວາມໜາແໜ້ນປະຊາກອນ
(ຕຸລາ 2016)
ວັດກັນລະຍາ Wat Kanlaya
0.785
9,351
2,755
11,912.10
ຫິຮັນຮູຈີ Hiran Ruchi
0.691
12,710
3,959
18,393.63
ບາງຍີ່ເຮືອ Bang Yi Ruea
1.523
21,958
7,964
14,417.59
ບຸກຄະໂລ Bukkhalo
1.210
17,071
11,609
14,108.26
ຕະຫຼາດພູ Talat Phlu
1.823
16,492
8,008
9,046.62
ດາວຄະນອງ Dao Khanong
1.289
17,638
11,157
13,683.47
ສຳເຫລ່ Samre
1.230
16,042
8,612
13,042.27
ທັງໝົດ
8.551
111,262
54,064
13,011.57

ປະຊາກອນ

[ດັດແກ້]
ສະຖິຕິປະຊາກອນຕາມທະບຽນລາຊະດອນ
ເຂດທົນບຸລີ[3]
ປີ (ຄ.ສ.) ປະຊາກອນ ການເພີ່ມການລົດລົງ
1992 231,271 ບໍ່ຊາບ
1993 220,892 -10,379
1994 215,778 -5,114
1995 208,061 -7,717
1996 203,369 -4,692
1997 198,377 -4,992
1998 193,783 -4,594
1999 188,610 -5,173
2000 184,181 -4,429
2001 180,867 -3,314
2002 177,938 -2,929
2003 175,768 -2,170
2004 139,573 -36,195
2005 136,971 -2,602
2006 134,589 -2,382
2007 132,034 -2,555
2008 129,662 -2,372
2009 126,883 -2,779
2010 124,499 -2,384
2011 121,539 -2,960
2012 119,643 -1,896
2013 117,536 -2,107
2014 115,330 -2,206

ການຄົມມະນາຄົມ

[ດັດແກ້]
ຂົວພະຮາມ 3 (ຂວາ) ແລະຂົວບາງກອກ‎ (ຊ້າຍ)
ວົງວຽນໃຫຍ່

ທາງລົດ

[ດັດແກ້]

ຖະໜົນສາຍຫຼັກໃນພື້ນທີ່ເຂດທົນບຸລີ ໄດ້ແກ່

ເຂດທົນບຸລີມີຂົວຂ້າມແມ່ນ້ຳເຈົ້າພະຍາ 4 ແຫ່ງ ໄດ້ແກ່

ທາງລົດໄຟ

[ດັດແກ້]

ໃຊ້ເສັ້ນທາງລົດໄຟສາຍວົງວຽນໃຫຍ່-ມະຫາໄຊ ຈາກສະຖານີລົດໄຟມະຫາໄຊ ຈັງຫວັດສະໝຸດສາຄອນ

ທາງບີອາທີ

[ດັດແກ້]

ທາງລົດໄຟຟ້າຂົນສົ່ງມວນຊົນ

[ດັດແກ້]

ແຫຼ່ງນ້ຳ

[ດັດແກ້]

ແມ່ນ້ຳແລະລຳຄອງສາຍສຳຄັນໃນພື້ນທີ່ເຂດ ໄດ້ແກ່

ຊຸມຊົນ

[ດັດແກ້]

ສະຖານທີ່ສຳຄັນ

[ດັດແກ້]

ແຫຼ່ງຂໍ້ມູນອື່ນ

[ດັດແກ້]

ອ້າງອີງ

[ດັດແກ້]
  1. สำนักบริหารการทะเบียน กรมการปกครอง กระทรวงมหาดไทย,กองปกครองและทะเบียน สำนักปลัดกรุงเทพมหานคร. สถิติประชากรและบ้าน - จำนวนประชากรแยกรายอายุ [ออนไลน์] เข้าถึงได้จาก: http://stat.dopa.go.th/stat/statnew/statTDD/. สืบค้น 11 มีนาคม 2560.
  2. "Archive copy" (PDF). Archived from the original (PDF) on 2012-01-27. Retrieved 2016-11-22.{{cite web}}: CS1 maint: archived copy as title (link)
  3. สำนักบริหารการทะเบียน. กรมการปกครอง. กระทรวงมหาดไทย. "จำนวนประชากรและบ้าน." [ออนไลน์]. เข้าถึงได้จาก: http://stat.dopa.go.th/xstat/popyear.html 2556. สืบค้น 3 เมษายน 2556.