ມະຫາວິທະຍາໄລສິນລະປາກອນ

ຈາກ ວິກິພີເດຍ
ມະຫາວິທະຍາໄລສິນລະປາກອນ
ມະຫາວິທະຍາໄລສິນລະປາກອນ
ພະຄະເນດ ສັນຍາລັກມະຫາວິທະຍາໄລສິນລະປາກອນ
ຊື່ຫຍໍ້ມສກ. / SU[1]
ສະຖາປະນາ12 ພະຈິກ 1943[2]
ປະທານນາຍ ພະຣາເດດ ພະຍັກວິຊຽນ[3]
ອະທິການບະດີຜູ້ຊ່ວຍສາດສະດາຈານ ໄຊຊານ ຖາວອນເວດ (ຮັກສາການ)
ຈຳນວນຜູ້ສຶກສາ25,210 ຄົນ[4] (ປີການສຶກສາ 2016)
ທີ່ຕັ້ງສຳນັກງານອະທິການບໍດີຕະລິ່ງຊັນ ເລກທີ່ 22 ຖະໜົນບໍລົມມະລາດຊະຊົນນະນີ ແຂວງຕະລິ່ງຊັນ ເຂດຕະລິ່ງຊັນ ບາງກອກ 10170

'ມະຫາວິທະຍາໄລສິນລະປາກອນ ວັງທ່າພຣະ ເລກທີ່ 31 ຖະໜົນໜ້າພະລານ ແຂວງພະບໍລົມມະຫາລາດຊະວັງ ເຂດພະນະຄອນ ບາງກອກ 10200

'ມະຫາວິທະຍາໄລສິນລະປາກອນ ວິທະຍາເຂດພະລາຊະວັງສະໜາມຈັນ ເລກທີ່ 6 ຖະໜົນລາຊະມັນຄາ ໃນ ຕຳບົນພະປະຖົມເຈດີ ອຳເພີເມືອງນະຄອນປະຖົມ ຈັງຫວັດນະຄອນປະຖົມ 73000

'ມະຫາວິທະຍາໄລສິນລະປາກອນ ວິທະຍາເຂດສານສົນເທດເພັດບຸລີ ເລກທີ່ 1 ໝູ່ 3 ຖະໜົນຊະອຳ–ປານບຸລີ ຕຕຳບົນສາມພະຍາ ອຳເພີຊະອຳ ຈັງຫວັດເພັດບຸລີ 76120
ສີປະຈຳສະຖາບັນ███ ສີຂຽວເວີຣິດຽນ (ສີຂຽວຕັງແຊ)[5]
ເວັບໄຊຕ໌www.su.ac.th

ມະຫາວິທະຍາໄລສິນລະປາກອນ (ໄທ: มหาวิทยาลัยศิลปากร) , (ອັງກິດ: Silpakorn University; ອັກສອນຫຍໍ້ : ມສກ. – SU[1]) ແມ່ນມະຫາວິທະຍາໄລສິລະປະແຫ່ງທຳອິດຂອງປະເທດໄທແລະເປັນມະຫາວິທະຍາໄລແຫ່ງທີ່ຫ້າຂອງປະເທດໄທ ມີຊື່ສຽງທາງດ້ານສິລະປະແລະການອອກແບບ ປປັດຈຸບັນເປີດສອນຄອບຄຸມທຸກສາຂາວິຊາ ທັ້ງກຸ່ມສາຂາສັງຄົມສາດແລະມະນຸດສາດ ກຸ່ມສາຂາວິທະຍາສາດແລະເຕັກໂນໂລຊີ ແລະກຸ່ມສາຂາວິທະຍາສາດສຸຂະພາບ ຕາມມາດຕະຖານຂອງມະຫາວິທະຍາໄລສາກົນຢ່າງສົມບູນ

ມະຫາວິທະຍາໄລສິນລະປາກອນ ຖືກຳເໜີດຈາກ "ໂຮງຮຽນປະນີດສິລະປະກຳ ສັງກັດ ກົມສິນລະປາກອນ" ໃນລັດຊະສະໄໝຂອງ ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ໄດ້ພັດທະນາຂຶ້ນເປັນລຳດັບຈົນເປັນ "ໂຮງຮຽນສິນລະປາກອນ" ແລະເມື່ອວັນທີ 12 ຕຸລາ ຄ.ສ. 1943 ສາດສະດາຈານ ພະຍາອະນຸມານລາຊະທົນ (ຍົງ ສະຖຽນໂກເສດ) ຮ່ວມກັບ ສາດສະດາຈານ ສິນ ພີຣະສີ ພັດທະນາຫລັກສູດຈົນໄດ້ຮັບການຍົກຖານະຂຶ້ນແມ່ນ "ມະຫາວິທະຍາໄລສິນລະປາກອນ"[2] ເພື່ອເປັນສະຖາບັນອຸດົມສຶກສາຂັ້ນສູງທາງສິລະປະແຫ່ງຊາດ ໂດຍມີປະນິທານທີ່ຈະສ້າງສັນສິລະປະ ວິທະຍາການ ແລະພູມປັນຢາເພື່ອສັງຄົມ ມີຜົນໃຫ້ງານສິລະປະຂອງຊາດພັດທະນາແລະກ້າວໜ້າ ມີກິດຈະກຳແລະວິຊາການຕ່າງໆ ທີ່ດຳເນິນການເອື້ອອຳນວຍປະໂຫຍດໃຫ້ແກ່ປະຊາຊົນສະເໝີມາ

ປະຫວັດມະຫາວິທະຍາໄລ[ດັດແກ້]

ມະຫາວິທະຍາໄລສິນລະປາກອນ ແມ່ນມະຫາວິທະຍາໄລໃນກຳກັບຂອງລັດ ໃນສັງກັດ ກະຊວງການອຸດົມສຶກສາ ວິທະຍາສາດ ວິໄຈແລະນະວັດຕະກຳ[6] ເດີມຄື "ໂຮງຮຽນປະນີດສິນລະປະກຳ ສັງກັດ ກົມສິນລະປາກອນ" ເຊິ່ງກໍ່ຕັ້ງຂຶ້ນໃນ ຄ.ສ. 1935 ໂດຍສາດສະດາຈານ ສິນ ພີຣະສີ ຫຼືຊື່ເດີມ ກອຣ໌ຣາໂດ ເຟໂຣຊີ (Corrado Feroci) ຊາວອິຕາລີເຊິ່ງເດິນທາງມາຮັບລາຊະການໃນປະເທດໄທໃນລັດຊະສະໄໝ ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ແລະ ພະສາໂລດລັດຕະນະນິມມານ (ສາໂລດ ສຸກຂະຍາງ) ໂດຍໃຊ້ພື້ນທີ່ວັງກາງແລະວັງຕາເວັນອອກຂອງ ວັງທ່າພະ ເຊິ່ງໃນຕອນນັ້ນ ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າກົມພະຍານະລິດສະລານຸວັດຕິວົງ ສະເດັດໄປປະທັບພະຕຳໜັກປາຍເນິນແລ້ວ ທ່ານທັ້ງສອງຈຶ່ງຮັບຊື້ຈາກທາຍາດຂອງພະອົງແລະທຳການເປີດສອນໃຫ້ແກ່ຂ້າລາຊະການແລະນັກຮຽນໃນສະໄໝນັ້ນໂດຍບໍ່ເກັບຄ່າເລົ່າຮຽນ ຕໍ່ມາ ຄ.ສ. 1935 ໄດ້ຮວມເອົາໂຮງຮຽນນາດຕະດຸລິຍາງສາດທີ່ຕັ້ງຢູ່ວັງໜ້າໄວ້ດ້ວຍ ພ້ອມປ່ຽນຊື່ໃໝ່ເປັນ "ໂຮງຮຽນສິນລະປາກອນ"

ວັນທີ 12 ຕຸລາ ຄ.ສ. 1943 ສາດສະດາຈານ ພະຍາອະນຸມານລາຊະທົນ (ຍົງ ສະຖຽນໂກເສດ) ຮ່ວມກັບສາດສະດາຈານ ສິນ ພີຣະສີ ພັດທະນາຫລັກສູດຈົນໃຫ້ຮັບການຍົກຖານະຂຶ້ນເປັນ "ມະຫາວິທະຍາໄລສິນລະປາກອນ"[2] ເພື່ອເປັນສະຖາບັນອຸດົມສຶກສາຂັ້ນສູງທາງສິນລະປະຂອງຊາດ ໂດຍມີປະນິທານທີ່ຈະສ້າງສັນສິລະປະວິທະຍາການແລະພູມປັນຍາເພື່ອສັງຄົມ ພ້ອມທັ້ງຈັດຕັ້ງຄະນະຈິດຕະກຳແລະປະຕິມາກຳຂຶ້ນເປັນຄະນະວິຊາທຳອິດ (ປັດຈຸບັນ ຄື ຄະນະຈິດຕະກຳປະຕິມາກຳແລະພາບພິມ) ແລະໃນ ຄ.ສ. 1955 ໄດ້ຈັດຕັ້ງຄະນະສະຖາປັດຕະຍະກຳໄທ ເຊິ່ງມີສາດສະດາຈານ ພະພົມວິຈິດ (ອູ໋ ພາລານົນ) ເປັນຜູ້ກໍ່ຕັ້ງ (ເຊິ່ງຕໍ່ມາໄດ້ປັບຫລັກສູດແລະປ່ຽນຊື່ເປັນ ຄະນະສະຖາປັດຕະຍະກຳສາດ) ແລະ ຄະນະໂບຮານນະຄະດີ ຈາກການວາງຮາກຖານໂດຍ ສາດສະດາຈານ ຫລວງບໍລິບານບຸລີພັນ (ປ່ວນ ອິນທຸວົງ) ແລະຫຼັງຈາກນັ້ນໄດ້ຈັດຕັ້ງ ຄະນະມັນທະສິນ ເຊິ່ງໄດ້ແຍກຕົວຈາກຄະນະຈິດຕະກຳແລະປະຕິມາກຳຂຶ້ນໃນປີຕໍ່ມາ

ອ້າງອິງ[ດັດແກ້]

  1. 1.0 1.1 การกำหนดรหัสตัวพยัญชนะประจำกระทรวงและเลขที่หนังสือออก ของ กระทรวงการอุดมศึกษา วิทยาศาสตร์ วิจัย และนวัตกรรม (ปรับปรุง ณ วันที่ 8 พฤษภาคม 2562)
  2. 2.0 2.1 2.2 พระราชบัญญัติ มหาวิทยาลัยศิลปากร พุทธศักราช 2486, ราชกิจจานุเบกษา 12 ตุลาคม 2486 หน้า 1496 เล่ม 60 ตอนที่ 54
  3. ประกาศสำนักนายกรัฐมนตรี เรื่อง แต่งตั้งนายกสภามหาวิทยาลัยและกรรมการสภามหาวิทยาลัยผู้ทรงคุณวุฒิของมหาวิทยาลัยศิลปากร, ราชกิจจานุเบกษา เล่ม ๑๓๔ ตอนพิเศษ ๒๑๔ ง หน้า ๓ ๒๙ สิงหาคม ๒๕๖๐
  4. จำนวนนักศึกษารวมของมหาวิทยาลัยศิลปากร ประจำปีการศึกษา 2559 และแนวโน้มของนักศึกษารวมมหาวิทยาลัยศิลปากร, กองแผนงาน สำนักงานอธิการบดี มหาวิทยาลัยศิลปากร
  5. สรุปมติที่ประชุมคณะกรรมการบริหารมหาวิทยาลัยศิลปากร ครั้งที่ 4/2560 เมื่อวันอังคารที่ 21 กุมภาพันธ์ 2560
  6. พระราชบัญญัติระเบียบบริหารราชการกระทรวงการอุดมศึกษา วิทยาศาสตร์ วิจัยและนวัตกรรม พ.ศ. ๒๕๖๒, ราชกิจจานุเบกษา เล่ม ๑๓๖ ตอนที่ ๕๗ ก หน้า ๗๙ ๑ พฤษภาคม ๒๕๖๒