ຈັງຫວັດພະນະຄອນສີອະຍຸທະຍາ
ພະນະຄອນສີອະຍຸທະຍາ (ຄຳເຄົ້າ: ພຣະນຄຣສຣີອຍຸທຍາ[1], ໄທ:พระนครศรีอยุธยา) ຫຼື ແຂວງພະນະຄອນສີອະຍຸທະຍາ ແມ່ນນະຄອນຫຼວງເກົ່າຂອງປະເທດໄທ. ແມ່ນຈັງຫວັດໃນພາກກາງ ມີປະຫວັດສາດຍາວນານນັບເລີ່ມຕັ້ງແຕ່ ອານາຈັກຂອມ ອານາຈັກລະໂວ້ ອານາຈັກອະໂຍທະຍາ ຈນສະໄໝກຸງສີອະຍຸທະຍາເປັນນະຄອນຫຼວງ.
ປະຫວັດ[ດັດແກ້]
ແຕ່ກ່ອນແຂວງພະນະຄອນສີອະຍຸທະຍາແມ່ນທີ່ຕັ້ງຂອງອານາຈັກອະຍຸທະຍາ ເຊິ່ງສະຖາປະນາຂື້ນໃນປີ 1350 ໂດຍສົມເດັດພະລາມາທິບໍດີທີ 1 ຫຼືພະເຈົ້າອູ່ທອງ ກົງກັບສະໄໝສົມເດັດເຈົ້າຟ້າງຸ່ມ ແຫ່ງອານາຈັກລ້ານຊ້າງ ຍັງມີອານາເຂດທີ່ບໍ່ໃຫຍ່. ຕໍ່ມາກະສັດແຫ່ງກຸງສີອະຍຸທະຍາສາມາດໄດ້ດິນແດນອ້ອມຂ້າງເປັນປະເທດລາດ ມີອານາເຂດກວ້າງຂວາງ ແຕ່ກໍ່ເສຍເມືອງເທື່ອທຳອິດໃຫ້ແກ່ພະມ້າໃນປີ 1569 ໃນສະໄໝສົມເດັດພະມະຫິນທາທິລາດ ແລະສາມາດກອບກູ້ເມືອງໄດ້ສຳເລັດໃນປີ 1592 ໂດຍສົມເດັດພະນະເລສວນມະຫາລາດ ເຮັດຍຸທະຫັດຖີ (ການສູ້ຮົບກັນຕົວຕໍ່ຕົວເທິງຫຼັງຊ້າງ) ກັບພະມະຫາອຸປະລາຊາ ແຫ່ງອານາຈັກຫົງສາວະດີ ເຮັດໃຫ້ພະມ້າບໍ່ມາຍຶດເມືອງກວ່າຮ້ອຍກວ່າປີ. ໃນສະໄໝສົມເດັດພະນາລາຍມະຫາລາດ ເປັນຍຸກສະໄໝທີ່ມີການຄ້າເສລີ ມີຊາວຕາເວັນຕົກມາຄ້າຂາຍເປັນຈຳນວນຫຼາຍ ໂດຍສະເພາະແມ່ນຊາວຝະລັ່ງ. ສຸດທ້າຍພະມ້າກໍ່ກັບມາຕີຈົນເສຍກຸງສີອະຍຸທະຍາເປັນຄັ້ງທີສອງໃນປີ ພ.ສ. 2310 ໃນສະໄໝສົມເດັດພະທີ່ນັ່ງສຸລິຍາດອະມະລິນ ຫຼື ພະເຈົ້າເອກະທັດ ຕໍ່ມາຖືກຍົກໃຫ້ເປັນເມືອງຈັດຕະວາຊື່ວ່າ ເມືອງຫຼວງເກົ່າ.
ການປົກຄອງ[ດັດແກ້]
ພະນະຄອນສີອະຍຸທະຍາມີ 16 ບັນດາເມືອງ
![]() |
ອ້າງອີງ[ດັດແກ້]
- ↑ ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.