ສະຫຍາມ

ຈາກ ວິກິພີເດຍ
Jump to navigation Jump to search
ທຸງຊ້າງເຜືອກ ທຸງຊາດສະຫຍາມ ພ.ສ. 2398 - 31 ທັນວາ ພ.ສ. 2459

ສະຫຍາມ (ໄທ: สยาม) (ອັກສອນລະຕິນ: Siam,ອັກສອນເທວະນາຄີ: श्याम (ຄຳເຄົ້າ: ສຍາມ) ເຄີຍເປັນຊື່ເອິ້ນປະເທດໄທໃນອະດີດ ແຕ່ບໍ່ແມ່ນຊື່ທີ່ຄົນໄທເອີ້ນຕົນເອງ ລາຊະບັນດິດຍະສະຖານລະບຸວ່າສະຫຍາມເປັນຊື່ເອີ້ນດິນແດນແລະກຸ່ມຊົນທີ່ອາໄສໃນດິນແດນມາຕັ້ງແຕ່ສະໄໝບູຮານ

ສະຫຍາມເປັນຊື່ຢ່າງເປັນທາງການຂອງໄທຕັ້ງແຕ່ລັດຊະການພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວເປັນຕົ້ນມາ ກ່ອນປ່ຽນເປັນ "ໄທ" ເມື່ອວັນທີ່ 24 ມິຖຸນາ ຄ.ສ.1939 ພະມະຫາກະສັດຊົງໃຊ້ຊື່ "ສະຫຍາມ" ໃນການເຮັດສົນທິສັນຢາກັບຕ່າງຊາດເປັນເວລາຫຼາຍສະຕະວັດ ເນື່ອງຈາກລາຊະອານາຈັກປະກອບດ້ວຍຄົນຫຼາຍຊາດພັນ ເຊັ່ນ ໄທ ລາວ ມອນ ຍວນ ຂະເໝນ ແຂກ ຈີນ ຝະລັ່ງ ແລະມະລາຍູ ພະມະຫາກະສັດໄທຈຶງເອິ້ນດິນແດນແຫ່ງນີ້ວ່າ ປະເທດສະຫຍາມ ເພື່ອຄວາມເປັນອັນໜຶ່ງ ອັນດຽວກັນຂອງປະຊາຊົນ ອີກທັງຊື່ສະຫຍາມນັ້ນ ກໍຍັງຄົງເປັນທີ່ຮູ້ຈັກກັນຢ່າງແພ່ຫຼາຍໃນວົງການວິຊາການຂອງຕ່າງປະເທດອີກດ້ວຍ

ໃນປັດຈຸບັນມີຄວາມພະຍາຍາມທີ່ຈະປ່ຽນຊື່ປະເທດໄທກັບໄປເປັນສະຫຍາມ ແຕ່ຄົນໄທເດີມບໍ່ເອີ້ນຕົວເອງວ່າ ສະຫຍາມ ກັບເປັນຄົນກຸ່ມມອນ-ຂະເໝນທີ່ເອີ້ນຄົນທີ່ໃຊ້ພາສາຕະກູນໄທ-ລາວ ດ໋ຽວນີ້ຊາວບູ (ມອນ-ຂະເໝນ) ໃນເຂດມຸກດາຫານເອີ້ນພວກຜູ້ໄທວ່າຊຽມ ຮວມເຖິງໃນເຂດຈີນ-ພະມ້າ ຄົນໄທມັກຖືກພວກລະວ້າເອີ້ນວ່າຊຽມແລະໂດຍລັກສະນະການເອີ້ນຊື່ຊົນຊາດອື່ນ ສ່ວນຫຼາຍເປັນຄຳບໍ່ຄ່ອຍດີ ຊຽມຫຼືສະຫຍາມ ອາດເປັນຄຳທີ່ບໍ່ຄ່ອຍດີກໍໄດ້ ເໝືອນທີ່ຈີນເອີ້ນຜູ້ໄທວ່າ ໄປ່ເຍວ່ ຫຼື ລາວ ເອີ້ນພວກທີ່ເວົ້າພາສາມອນ-ຂະເໝນວ່າ "ຂ່າ" ເປັນຕົ້ນ ພໍບໍ່ຮູ້ຄຳວ່າຄວາມໝາຍກໍເອົາຄຳວ່າ "ຂ່າ" ໄປເປັນຊື່ຊົນຊາດໄປ ທັງທີ່ມາຈາກການເຫຍີຍດຫຍາມ

ແນວຄິດກ່ຽວກັບທີ່ມາ[ແກ້ໄຂ]

ຈົນຮອດປັດຈຸບັນນີ້ ກໍຍັງບໍ່ມີຜູ້ໃດຊາບທີ່ມາຂອງຄຳວ່າສະຫຍາມວ່າມາຈາກບ່ອນໃດຢ່າງແນ່ຊັດ ເຊິ່ງມີຄວາມຄິດເຫັນຂອງຜູ້ຮູ້ຕ່າງ ໆ ດັງນີ້ ຈິດ ພູມສັກ ໄດ້ສຶກສາປະຫວັດທີ່ມາຂອງຄຳວ່າ "ສະຫຍາມ" ແລະຂຽນເປັນໜັງສື ຄວາມເປັນມາຂອງຄຳສະຫຍາມ ໄທ ລາວແລະຂອມ ແລະລັກສະນະທາງສັງຄົມຂອງຊື່ຊົນຊາດ ມີຄວາມສະຫຼຸບໄດ້ວ່າ:

ຈະຕ້ອງເປັນຄຳເປັນຄຳທີ່ຄ້າຍກັບ "ຊາມ-ຊຽມ" ຕາມສົມມຸດຕິຖານທາງນິຮຸກຕິສາດມີຄວາມກ່ຽວຂ້ອງກັບນ້ຳ ເນື່ອງຈາກພົບໃນພົງສາວະດານລາຊະວົງຫຍວນ ອັນສອດຄ້ອງກັບວິຖີຊີວິດຂອງຊົນຊາດໄຕ ນ່າຈະເປັນພາສານ່ານເຈົ້າ ທີ່ເກີດຂອງຄຳວ່າ "ສະຫຍາມ" ຢູ່ໃນບໍລິເວນທາງຕອນເໜືອຂອງພະມ້າ


ສະຫຍາມອາດເປັນຄຳມາຈາກພາສາສັນສະກິດວ່າ ສຍາມ ເຊິ່ງແປວ່າ ສີດຳ ສີຄ້ຳ ສີທອງ ຯລຯ ນັ້ນ ເບິ່ງເໝືອນຈະເປັນຄວາມເຫັນດັ້ງເດີມທີ່ແພ່ຫຼາຍຫຼາຍທີ່ສຸດ ແລະແທບຈະຍອມຮັບກັນເປັນຄວາມຈິງຊີ້ຂາດເລື່ອງຊື່ສະຫຍາມທີດຽວ

ຈິດ ພູມສັກ

ປີດີ ພະນົມຍົງ ເຄີຍຂຽນໄວ້ວ່າ ມີການໃຊ້ຊື່ສະຫຍາມມາຕັ້ງແຕ່ສະໄໝກຸງສີອະຍຸທະຍາເປັນນະຄອນຫຼວງຈົນຮອດສະໄໝລັດຊະການທີ່ 1 ແຫ່ງກຸງລັດຕະນະໂກສິນ ຊົງນຳກົດໝາຍເກົ່າມາຊຳລະແລະຮວບຮວມເປັນກົດໝາຍກາສາມດວງ ຊື່ປະເທດໄດ້ຮັບການບັນທຶກເປັນພາສາປາລີວ່າ "ສາມປະເທດ" ສາມ ຫຼື ສາມະ ແປວ່າຄວາມສະເໝີພາກ ສ່ວນ ປເທດ ແປວ່າ ປະເທດ ແຕ່ຝະລັ່ງອອກສຽງພ້ຽນເປັນຊຽມຫຼືໄຊແອມ

ຄຳທີ່ໄກ້ຄຽງກັບສະຫຍາມ[ແກ້ໄຂ]

  • ຕາມພາສາມອນ ເອິ້ນຄົນໄທວ່າ "ຫຼົ່ວເຊັມ" (ຫຼົ່ວ ພາສາມອນແປວ່າພວກແລະເຊັມແປວ່າສະຫຍາມ) ຈົນຮອດປັດຈຸບັນ
  • ຊາວມະລາຍູແລະຜູ້ມີເຊື້ອສາຍມະລາຍູ (ຮວມເຖິງໃນປະເທດໄທ) ໃຊ້ຄຳເອິ້ນໄທວ່າ "ສະຫຍາມ" (ໂດຍໃນພາສາມະລາຍູປັດຕານີຈະອອກສຽງວ່າ ສິແຍ) ມາຈົນຮອດປັດຈຸບັນ (ດັງເຊັ່ນປາກົດເອກະສານຂອງກຸ່ມຜູ້ກໍ່ຄວາມບໍ່ສະຫງົບໃນບໍລິເວນຈັງຫວັດຊາຍແດນພາກໃຕ້)
  • ໃນພາສາຂະເໝນ ຄຳວ່າ "ສະຫຍາມ" ໝາຍເຖິງ "ຂະໂມຍ" ໂດຍອອກສຽງວ່າ "ຊີ-ເອມ" ເມືອງສຽມຮຽບເຊິ່ງຢູ່ໄກ້ກັບນະຄອນວັດ ຈຶງມີຄວາມໝາຍວ່າ "ພວກຂະໂມຍພ່າຍແພ້" ດັງນັ້ນ ຄວາມໝາຍຂອງຄຳວ່າ "ສະຫຍາມ" ໃນພາສາຂະເໝນຈຶງໝາຍເຖິງ "ພວກຂະໂມຍປ່າເຖື່ອນ" ເນື່ອງຈາກຍຸກທີ່ຂອມເຣືອງອຳນາດມີຄົນໄທທີ່ອົບພະຍົບມາຈາກທາງເໜືອເຂົ້າສູ່ດິນແດນພາກອີສານເຊິ່ງອາດເຂົ້າມາໂດຍການກວາດຕ້ອນຂອງຊາວຂະເໝນເອງເພື່ອໃຊ້ເປັນແຮງງານໃນການສ້າງປາສາດຫິນຕ່າງໆ ຄຳວ່າ "ສະຫຍາມ" ຈຶງເປັນຄຳຂະເໝນທີ່ໃຊ້ເອິ້ນກຸ່ມຄົນໄທເຊິ່ງໃນເວລານັ້ນຊາວຂະເໝນຍັງມອງວ່າເປັນແຄ່ຄົນປ່າ ບົນຮູບສະລັກຝາຜະໜັງ ນະ ນະຄອນວັດ ປະເທດກຳປູເຈຍທີ່ສະແດງເຖິງກຳລັງພົນຈາກອານາເຂດຕ່າງ ໆ ທີ່ໄດ້ເຂົ້າມາຮ່ວມກັບພະເຈົ້າໄຊວໍລະມັນທີ 7 ມີພາບກອງກຳລັງກອງໜຶ່ງທີ່ມີຄຳບັນຍາຍໃຕ້ພາບ "ເນະ ສະຍົມກຸກ" (ເນະ ສະຍຳກຸກ) ເຊິ່ງແປໄດ້ວ່າ "ນີ້ ສຽມກຸກ" ຫຼື "ນີ້ ຊາວສະຫຍາມ" ເປັນກອງກຳລັງຕ່າງຫາກຈາກກອງກຳລັງອານາຈັກລະໂວ້ ເຊິ່ງຮູບສະລັກຝາຜະໜັງໄດ້ສະລັກແຍກໄວ້ພ້ອມຄຳບັນຍາຍທີ່ແຕກຕ່າງກັນຢ່າງຊັດເຈນ ສັນນິຖານກັນວ່າອາດເປັນຄົນໄທ-ລາວກຸ່ມໃດກຸ່ມໜຶ່ງແຕ່ຍັງບໍ່ມີຂໍ້ສະລຸບທີ່ແນ່ຊັດເປັນທີ່ຍອມຮັບກັນ
  • ໃນພາສາພະມ້ານັ້ນ ເອິ້ນຄົນໄທວ່າ "ຊ້ຽນ" ເຊິ່ງຖ້າເບິ່ງຈາກການຂຽນຈະໃຊ້ຕົວສະກົດເປັນຕົວ ມ (ຊຍ+ມ) ແຕ່ໃນພາສາພະມ້ານັ້ນອ່ານອອກສຽງຕົວສະກດ ມ ເປັນຕົວ ນ ຈຶງເຮັດໃຫ້ສຽງເອິ້ນຄຳວ່າ "ສະຫຍາມ" ພ້ຽນເປັນ "ຊ້ຽນ" ໃນປັດຈຸບັນ ຄົນໃນປະເທດພະມ້າມັກຈະເອິ້ນກຸ່ມຊົນທີ່ເວົ້າພາສາ ໄທ-ກະໄດ ຕ່າງໆວ່າ "ຊ້ຽນ" ຫຼືຊື່ປະເທດຫຼືພື້ນທີ່ຕາມດ້ວຍຊ້ຽນ ເຊັ່ນເອິ້ນຄົນໄທວ່າ "ໂຍ້ຕະຍ້າຊ້ຽນ" (ຄົນສະຫຍາມອະໂຍທະຍາ ເຊິ່ງເມື່ອກ່ອນ ອະຍຸທະຍາເປັນນະຄອນຫຼວງ) ຫຼືໄທ້ຊ້ຽນ (ຄົນສະຫຍາມໄທ), ແລະເອິ້ນຄົນລາວວ່າ "ລ່າໂອ່ຊ້ຽນ" (ຄົນສະຫຍາມລາວ), ເອິ້ນຄົນກຸ່ມຊົນໄຕໃນຈີນວ່າ "ຕະໂຍ້ວຊ້ຽນ" (ຄົນສະຫຍາມຈີນ ເຊິ່ງຄຳວ່າ "ຕະໂຍ້ວ" ໃນພາສາພະມ້າ ແປວ່າ ຈີນ) ແລະເອິ້ນຄົນໄທໃຫຍ່ວ່າຕ່ອງຍີ້ຊ້ຽນ (ສະຫຍາມຕ່ອງກີ໊ ເຊິ່ງເປັນນະຄອນຫຼວງຂອງລັດສານໃນປັດຈຸບັນ ແລະຈິງໆ ແລ້ວຄຳວ່າ "ລັດສານ" ນັ້ນມັນຄື "ລັດສະຫຍາມ" ແຕ່ພະມ້າອອກສຽງພ້ຽນເປັນ "ຊ້ຽນ ປີ່ແໜ່" ຂຽນເປັນພາສາອັງກິດວ່າ Shan State ແລ້ວຄົນໄທກໍອອກສຽງພ້ຽນຈາກຄຳອັງກິດ "Shan" ເປັນ "ສານ" ຈຶງກາຍເປັນລັດສານຕາມການເອິ້ນຂອງຄົນໄທໃນປັດຈຸບັນ) ແລະທາງການລັດຖະບານພະມ້າກຳໜົດໃຫ້ຄົນໄທພັດຖິ່ນໃນເຂດຕະນາວສີ ມີສັນຊາດເປັນຊ້ຽນ ເຊັ່ນດຽວກັບຄົນໄທໃຫຍ່ໃນລັດສານ
  • ຕາມຈົດໝາຍເຫດເກົ່າຂອງຈີນ ໃນບໍລິເວນປະເທດໄທປັດຈຸບັນນັ້ນ ແຕ່ເດີມມີອານາຈັກຢູ່ນຳກັນ 2 ອານາຈັກ ຄື ອານາຈັກ "ຊຽນ" (暹国; ນ່າຈະໝາຍເຖິງ ສະຫຍາມ ຫຼື ສຸໂຂໄທ) ເຊິ່ງຢູ່ທາງເໜືອຂຶ້ນ ແຕ່ຍັງຢູ່ຕໍ່ໃຕ້ອານາຈັກ "ຮ້ອຍສະໜົມ" (ມີຜູ້ສັນນິຖານວ່າຄືອານາຈັກລ້ານນາ-ໄທໃຫຍ່) ແລະອານາຈັກ "ຫຼົວວໍ" (羅渦国; ນ່າຈະໝາຍເຖິງ ອະຍຸທະຍາ ເຊິ່ງຈີນຍັງໃຊ້ຊື່ຂອງລະໂວ້ເອິ້ນຢູ່) ເຊິ່ງຢູ່ທາງໃຕ້ລົງໄປ ໂດຍອານາຈັກ "ຊຽນ" ນັ້ນມັກປະສົບປັນຫາຂາດແຄນອາຫານ ຕ້ອງນຳເຂົ້າເຂົ້າຈາກອານາຈັກ "ຫຼົວວໍ" ຈົນໃນທີ່ສຸດ ອານາຈັກ "ຊຽນ" ແລະອານາຈັກ "ຫຼົວວໍ" ໄດ້ຮວມກັນເຂົ້າ ທາງລາຊະສຳນັກຈີນຈຶງຮວມເອິ້ນຊື່ອານາຈັກໃໝ່ທີ່ເກີດຈາກການຮວມກັນດັງກ່າວວ່າ ອານາຈັກ "ຊຽນຫຼົວ" (暹罗国; ພາສາຈີນກາງຍຸດປັດຈຸບັນ= "ຊຽນຫຼົວກວ໋ອ" ພາສາຈີນແຕ້ຈິ໋ວ = "ສ່ຽມລໍ້ກົ໊ກ") ເຊິ່ງໄດ້ກາຍເປັນນາມເອິ້ນອານາຈັກໂດຍຊາວຈີນມາຈົນກະທັ່ງມີການປ່ຽນຊື່ປະເທດເປັນປະເທດໄທ ຈຶງໄດ້ປ່ຽນຊື່ເອິ້ນເປັນ "ໄທ້ກວ໋ອ" (泰国)
  • ນັກນິຮຸກຕິສາດແລະນັກປະຫວັດສາດບາງຄົນໄດ້ສະແດງເຖິງຄວາມໄກ້ຄຽງກັນຂອງຄຳວ່າ ສະຫຍາມ ແລະ ສານ (Shan) ເຊິ່ງໃຊ້ເອິ້ນອານາຈັກຂອງຄົນໄທບໍລິເວນຕອນໃຕ້ຂອງຈີນ ທາງຕອນເໜືອຂອງພະມ້າ ແລະທາງລັດອັດສັມຂອງອິນເດຍ

ສະຫຍາມ ແມ່ນຄຳເອິ້ນຂອງຊາວຕາເວັນຕົກທີ່ມາເຮັດການຄ້າ ການເດີນທາງມາທາງເຮືອຕ້ອງຜ່ານພະມ້າກ່ອນ ຊາວພະມ້າບອກຊາວຕາເວັນຕົກວ່າ ຊຽມ ຊາວໄທ ອອກສຽງເປັນ ຊຽນ ເຊິ່ງປັດຈຸບັນແມ່ນ ສານເນື່ອງຈາກຊາວພະມ້າອອກສຽງ ນ.ໜູ ບໍ່ໄດ້ ຈຶງພ້ຽນເປັນ ມ.ມ້າ ສານຊາວພະມ້າໝາຍເຖິງ ລັດສານ ໃນປະເທດມຽນມາ, ອານາຈັກລ້ານນາ ໃນໄທ, ລາວ, ພາກອີສານຕອນເໜືອ ໃນໄທ, ຕອນໃຕ້ຂອງຍູນນານ ໃນຈີນ, ດ້ານຕາເວັນຕົກຂອງພາກເໜືອໃນຫວຽດນາມ ຊາດໄທນັ້ນ ຢ່ານອິນເດຍເພາະວ່າອິນເດຍເຄີຍລົ່ມອານາຈັກໄຊຍາໄດ້ ເຊິ່ງໄທສູ້ບໍ່ໄດ້ໃນຍຸກນັ້ນ ຈຶງມີພາສາຂອງອິນເດຍປະປົນຢູ່ຫຼາຍ ທັງໃນພາສາໄທແລະສາດສະໜາພຸດດ້ວຍ

ສະຫຍາມໃນຖານະຊົນຊາດ[ແກ້ໄຂ]

ສະຫຍາມແມ່ນຊື່ດິນແດນແລະກຸ່ມຊົນບໍ່ຈຳກັດຊາດພັນ ເຊິ່ງອາດອະທິບາຍໄດ້ວ່າສະຫຍາມເປັນ "ພວກຮ້ອຍພໍ່ພັນແມ່" ຄື ບໍ່ໄດ້ໝາຍເຖິງຊົນຊາດໃດຊົນຊາດນຶ່ງ ແຕ່ອາໄສລັກສະນະພາຍນອກເປັນຕົວກຳໜົດ ເຊັ່ນ ໃຊ້ເອິ້ນຜູ້ທຳມາຫາກິນໃນບໍລິເວນຕາມນ້ຳພຸທີ່ຜຸດຈາກແອ່ງດິນອ່ອນຫຼືດິນໂຄນ[໑] ຫຼືອາດໃຊ້ເອິ້ນຜູ້ທີ່ຢູ່ອາໄສຮິມແມ່ນ້ຳຂອງ[໒]

ຊາວສະຫຍາມຫຼືສຽມເປັນກຸ່ມຊົນທີ່ອາໄສຢູ່ຕ່ຳກວ່າເສັ້ນລະຕິຈູດ 19° ເໜືອລົງມາເປັນການຜະສົມຜະສານຂອງກຸ່ມຊົນຕ່າງໆ ທີ່ໃຊ້ພາສາໄທໃນການສື່ສານ[໓] ນາຍສຸຈິດ ວົງເທດ ຜູ້ຂຽນເລື່ອງ "ຄົນໄທມາຈາກໄໜ" (ໄທ: คนไทยมาจากไหน) ຈຶງສະເໜີໃຫ້ເອິ້ນຜູ້ທີ່ອາໄສຢູ່ໃນປະເທດໄທປະຈຸບັນວ່າ "ຊາວໄທສະຫຍາມ" ແທນ ເພາະຄຳວ່າ "ຊາວໄທ" ມີຄວາມໝາຍຄອບຄຸມເຖິງ "ຊາວໄທໃຫຍ່" ແລະ "ຊາວໄທນ້ອຍ" ເຊິ່ງອາໄສຢູ່ນອກປະເທດໄທດ້ວຍ[໔]

ອ້າງອີງ[ແກ້ໄຂ]

  1. สุจิตต์ วงษ์เทศ. หน้า 60.
  2. สุจิตต์ วงษ์เทศ. หน้า 76.
  3. สุจิตต์ วงษ์เทศ. หน้า 66-67.
  4. สุจิตต์ วงษ์เทศ. หน้า 67.