ອານາຈັກລ້ານຊ້າງ

ຈາກ ວິກິພີເດຍ
ອານາຈັກຣ໌ລ້ານຊ້າງໃນ​ປີ 1400 (ຂຽວແກ່)
ແຜນທີ່ອານາຈັກລາວລ້ານຊ້າງ
ແຜນທີ່ອານາຈັກຣ໌ລາວລ້ານຊ້າງ

ອານາຈັກຣ໌ລ້ານຊ້າງ ແມ່ນອານາຈັກຂອງຊົນຊາດລາວ ເຊິ່ງຕັ້ງຢູ່ໃນແຖບລຸ່ມແມ່ນ້ຳຂອງ. ມີອານາເຂດຢູ່ໃນບໍລິເວນປະເທດລາວທັງໝົດ ຕະຫຼອດຮອດພາກຕາເວັນອອກສຽງເໜືອຂອງປະເທດໄທ. ໂດຍມີຄວາມຈະເລີນຮູ່ງເຮືອງທັງການເມືອງການປົກຄອງ ດ້ານສິລະປະວັດທະນະທຳ. ຕະຫຼອດຈົນພະພຸດທະສາສະໜາ ອັນທີ່ມີພັດທະນາການຄຽງຄູ່ມາພ້ອມກັບອານາຈັກອື່ນໆ ໃກ້ຄຽງ ທັງລ້ານນາ, ສະຫຍາມ, ພະມ້າ, ແລະຂະເໝນ.