Jump to content

ໄທສະຫຍາມ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ຊາວໄທ)
ໄທສະຫຍາມ
ໂຂນ ການສະແດງຂອງໄທສະຫຍາມ
ປະຊາກອນທັງໝົດ
ປະມານ 70 ລ້ານຄົນທົ່ວໂລກ
ພູມິພາກທີມີປະຊາກອນຢ່າງສຳຄັນ
ທຸງຊາດຂອງໄທ ໄທປະມານ 64,200,000[1]
ທຸງຊາດຂອງສະຫະລັດອາເມຣິກາ ສະຫະລັດອາເມຣິກາ350,000
[1]
ທຸງຊາດຂອງປະເທດຈີນ ປະເທດຈີນ139,000
ທຸງຊາດຂອງສາທາລະນະລັດຈີນ ໄຕ້ຫວັນ68,618[2] (2010)
ທຸງຊາດຂອງປະເທດມາເລເຊຍ ປະເທດມາເລເຊຍ65,000[3]
ທຸງຊາດຂອງປະເທດອົດສະຕະຣາລີ ປະເທດອົດສະຕະຣາລີ53,403[4] (2011)
ທຸງຊາດຂອງເຢຍລະມັນ ເຢຍລະມັນ52,849[5](2007)
ທຸງຊາດຂອງສິງກະໂປ ສິງກະໂປ56,744[6]
ທຸງຊາດຂອງຊູແອດ ຊູແອດ43,556[7](2019)
ທຸງຊາດຂອງຍີ່ປຸ່ນ ຍີ່ປຸ່ນ41,279[8] (2010)
ທຸງຊາດຂອງປະເທດມຽນມາ ມຽນມາ41,000
ທຸງຊາດຂອງຫວຽດນາມ ຫວຽດນາມ40,290
ທຸງຊາດຂອງປະເທດກຳປູເຈຍ ກຳປູເຈຍ39,556[9]
Flag of the United Kingdom ສະຫະລາຊະອານາຈັກ35,010[10] (2010 est.)
ທຸງຊາດຂອງຮົງກົງ ຮົງກົງ30,000[11]
ທຸງຊາດຂອງອາຣັບບີ ຊາອູດິດ ອາຣັບບີ ຊາອູດິດ23,000[12]
ທຸງຊາດຂອງເກົາຫຼີໃຕ້ ເກົາຫຼີໃຕ້19,000
ທຸງຊາດຂອງປະເທດນູແວນ​ເຊລັງ ປະເທດນູແວນ​ເຊລັງ18,000
ທຸງຊາດຂອງປະເທດນອກແວ ປະເທດນອກແວ15,583[13] (2013)
ທຸງຊາດຂອງປະເທດລັດເຊຍ ປະເທດລັດເຊຍ15,291
ທຸງຊາດຂອງປະເທດອິນໂດເນເຊຍ ປະເທດອິນໂດເນເຊຍ13,010
ທຸງຊາດຂອງການາດາ Canada10,500[14] (2006)
Flag of the Philippines ຟີລິບປິນ10,000+[ຕ້ອງການອ້າງອີງ]
Flag of the United Arab Emirates United Arab Emirates10,000
ທຸງຊາດຂອງປະເທດບາເຣນ Bahrain9,670
ທຸງຊາດຂອງດານມາກ Denmark8 580[15] (2012)
ທຸງຊາດຂອງປະເທດສະວິດ Switzerland8,170
ທຸງຊາດຂອງປະເທດກາຕາ Qatar7,800
ທຸງຊາດຂອງແຟງລັງ Finland7,302[16] (2011)
ພາສາ
ພາສາໄທ
ສາສະໜາ
ພະພຸດທະສາສະໜາ ນິກາຍເຖຣະວາດ
ກຸ່ມຊາດພັນທີກ່ຽວຂ້ອງ
ລາວ, ໄທໃຫຍ່, ໄທລື້, ຈ້ວງ, ອາຫົມ
Khon Dance Frankfurt Germany 2006

ໄທສະຫຍາມ ຫຼື ໄທຍ໌ສະຫຍາມ (ໄທ: ไทสยาม หรือ ไทยสยาม) ແມ່ນກຸ່ມຊາດພັນເຊິ່ງເວົ້າພາສາໄທກາງ ຫຼື ເຊື້ອຊາດໄທສະຫຍາມຜະສົມຢູ່ ສ່ວນໃຫຍ່ອາໄສຢູ່ໃນປະເທດໄທ ແລະອາໄສກະຈາຍຢູ່ປະເທດອື່ນທົ່ວໂລກ ໂດຍຄົນໄທຍສ່ວນໃຫຍ່ນັບຖືສາສະໜາພຸດ ຮອງລົງມາຄື ສາສະໜາອິສະລາມແລະ ສາສະໜາຄິດ ໃນຄວາມໝາຍທາງຊາດພັນ ໃຊ້ສະເພາະເຈາະຈົງເຖິງຄົນໄທພາກກາງຫຼືເດີມເອີ້ນວ່າ ຊາວສະຫຍາມ ແຕ່ໃນຄວາມໝາຍມຸມກວ້າງ ສາມາດໝາຍຄວາມຄອບຄຸມເຖິງກຸ່ມຊາດພັນໄທອື່ນໆ ທັງນອກແລະໃນລາຊະອານາຈັກ ເຊັ່ນ ໄທໂຄລາດ ໄທອີສານ ໄທໂຍເດຍ ຫຼື ໄທເກາະກົງ ເຊັ່ນກັນ

ປະຫວັດ

[ດັດແກ້]

ກຸ່ມຊາດພັນໄທ-ກະໄດ ໃນອະດີດເຊື່ອກັນວ່າຊົນຊາດໄທສະຫຍາມເປັນຊາດພັນບໍລິສຸດແລະເປັນຕົ້ນກຳເໜີດຂອງທຸກຊາດພັນໃນກຸ່ມຊາດພັນໄທ-ກະໄດ ທິດສະດີດັງກ່າວຖືກຍົກຂຶ້ນມາໃນສະໄໝຊາດນິຍົມຂອງຈອມພົນປ.ພິບູນສົງຄາມ ເຊິ່ງມີການສະເໜີວ່າ ຊາວໄທ (ຮວມໃນໄທ-ກະໄດທັງໝົດ) ອົບພະຍົບມາຈາກເທືອກເຂົາອັນໄຕມາຕອນກາງຂອງປະເທດຈີນສ້າງອານາຈັກນ່ານເຈົ້າໃນບໍລິເວນຈີນຕອນໃຕ້ແລ້ວອົບພະຍົບລົງມາທາງຕອນໃຕ້ສ້າງເປັນອານາຈັກລ້ານນາແລະອານາຈັກສຸໂຂໄທແລະອານາຈັກອະຍຸທະຍາ ຕາມລຳດັບ ສ່ວນອີກທິດສະດີເຊື່ອວ່າອົບພະຍົບມາຈາກທາງໃຕ້ຈາກຊະວາ ສຸມາດຕາແລະຄາບສະໝຸດມະລາຍູ ແຕ່ນັກມານຸດວິທະຢາໃນປັດຈຸບັນເຊື່ອກັນວ່າ ກຸ່ມຊາດພັນໄທ-ກະໄດ ຢູ່ທີ່ບໍລິເວນຈີນຕອນໃຕ້ເລື່ອຍມາຈົນຮອດລັດສານ (ປະເທດພະມ້າ) ປະເທດໄທຕອນເທິງ ແລະແອ່ງທີ່ຣາບລຸ່ມພາກອີສານເລື່ອຍໄປຍັງປະເທດລາວ ຫຼັງຈາກນັ້ນຈຶງມີການອົບພະຍົບຕື່ມ ເຊັ່ນກຸ່ມຊາວອາຫົມ ທີ່ອົບພະຍົບຂ້າມຊ່ອງປາດໄກ່ໄປຍັງອັດສັມແລະຊາວໄທແດງທີ່ອົບພະຍົບໄປຕັ້ງຖິ່ນຖານບໍລິເວນອານາຈັກສິບສອງຈຸໄທ

ກ່ອນໜ້ານີ້ທີ່ປະເທດໄທຍັງເປັນສະຫຍາມຢູ່ໄດ້ມີຜູ້ຄົນຈາກຫຼາກຫຼາຍເຊື້ອຊາດມາອາໄສຢູ່ຮວມກັນເປັນເວລາດົນແລ້ວ ເຊັ່ນ ຊາວເປີເຊຍໃນແຖບອະຍຸທະຍາ ຊາວມັກກະຊາໃນເຂດມັກກະສັນ ຊາວຈີນ ຝະລັ່ງ ລາວ ມອນ ຯລຯ ຈຶງເຮັດໃຫ້ແທບຈະບໍ່ມີໄທແທ້ຫຼົງເຫຼືອຢູ່ ເນື່ອງຈາກການປະສົມກົມກືນກັນຈາກຜູ້ຄົນຕ່າງເຊື້ອຊາດຄົນສ່ວນໃຫຍ່ຈຶງເປັນໄທສະຫຍາມຫຼາຍກວ່າທີ່ຈະເປັນໄທແທ້

ກໍລະນີນີ້ ສຸຈິດ ວົງເທດ ນັກວິຊາການດ້ານປະຫວັດສາດໃຫ້ຄວາມເຫັນວ່າ ບຸກຄົນທີ່ເປັນໄທສະຫຍາມໃນທຸກວັນນີ້ ບໍ່ແມ່ນສາຍເລືອດບໍລິສຸດ ຫາກແຕ່ເປັນເຜົ່າພັນທີ່ມີການຜະສົມກັບກຸ່ມຊົນພື້ນເມືອງແລະຕ່າງຖິ່ນໂດຍສຸຈິດໃຫ້ຄວາມເຫັນວ່າ ຫາກຈະສຶກສາເລື່ອງປະຫວັດສາດຊາດພັນຕ້ອງເລາະເສ້ນເຂດແດນອອກຈາກແຜນທີ່ເສຍກ່ອນ ເພາະໃນອະດີດຜູ້ຄົນມີການຕິດຕໍ່ສັນຈອນເຖິງກັນໂດຍຕະຫຼອດແລະເກີດພັດທະນາການທາງສັງຄົມສືບເຊື້ອສາຍມາຈົນຮອດປັດຈຸບັນ ດັງນັ້ນ ໄທສະຫຍາມຈຶງບໍ່ແມ່ນຊາດພັນທີ່ບໍລິສຸດ ທີ່ອົບພະຍົບລົງມາຈາກເທືອກເຂົາອັນໄຕຫຼືຍູນນານ ຫຼືໝູ່ເກາະທະເລໃຕ້ ຢ່າງທີ່ນັກວິຊາການສາຍຊາດນິຍົມ ຫຼືຕຳລາຮຽນສັງຄົມສຶກສາກ່າວໄວ້

ຄົນເຊື້ອຊາດ-ສັນຊາດໄທໃນຕ່າງແດນ

[ດັດແກ້]

ເບິ່ງຕື່ມ

[ດັດແກ້]

ອ້າງອິງ

[ດັດແກ້]

1. ยรรยง จิระนคร (เจีย แยนจอง). คนไทไม่ใช่คนไทย แต่เป็นเครือชาติภาษา. กรุงเทพมหานคร : สำนักพิมพ์มติน, 2548.

  1. "Archive copy" (PDF). ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມ (PDF)ເມື່ອ 2006-09-24. ຄົ້ນຫາເມື່ອ 2016-11-17.{{cite web}}: CS1 maint: archived copy as title (link)
  2. http://www.immigration.gov.tw/np.asp?ctNode=29698&mp=1
  3. http://web7.bernama.com/bernama/v3/news.php?id=299800[dead link]
  4. [2]. Australian Bureau of Statistics. 2011. Last accessed 9 October 2011.
  5. http://www.destatis.de/jetspeed/portal/cms/Sites/destatis/Internet/EN/Content/Statistics/Bevoelkerung/AuslaendischeBevoelkerung/Tabellen/Content100/AlterAufenthaltsdauer,property=file.xls
  6. http://www.moj.go.jp/PRESS/080601-1.pdf
  7. http://www.statistikdatabasen.scb.se/pxweb/sv/ssd/START__BE__BE0101__BE0101E/FodelselandArK/table/tableViewLayout1/
  8. "Archive copy". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2011-07-04. ຄົ້ນຫາເມື່ອ 2016-11-17.{{cite web}}: CS1 maint: archived copy as title (link)
  9. "Archive copy". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2006-07-02. ຄົ້ນຫາເມື່ອ 2016-11-17.{{cite web}}: CS1 maint: archived copy as title (link)
  10. "Table 1.3: Estimated population resident in the United Kingdom, by foreign country of birth, January 2010 to December 2010". Office for National Statistics. ຄົ້ນຫາເມື່ອ 4 September 2010.
  11. "Archive copy" (PDF). ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມ (PDF)ເມື່ອ 2006-01-03. ຄົ້ນຫາເມື່ອ 2016-11-17.{{cite web}}: CS1 maint: archived copy as title (link)
  12. "Archive copy". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2007-06-09. ຄົ້ນຫາເມື່ອ 2016-11-17.{{cite web}}: CS1 maint: archived copy as title (link)
  13. "Innvandrarbefolkninga og personar med annan innvandringsbakgrunn, etter innvandringskategori, kjønn og landbakgrunn. 1. januar 2001". Statistics Norway.
  14. "Archive copy". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2020-12-11. ຄົ້ນຫາເມື່ອ 2016-11-17.{{cite web}}: CS1 maint: archived copy as title (link)
  15. http://www.statistikbanken.dk/statbank5a/default.asp?w=1024
  16. Syntymävaltio iän ja sukupuolen mukaan maakunnittain 1990 - 2011, Tilastokeskus